“ກອງປະຊຸມ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ V” ຈະຈັດຂື້ນ ໃນວັນທີ 31 ສິງຫາ 2016, ທີ່ ໂຮງແຮມດອນຈັນພາເລດ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ:

-         ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນຍຸດທະສາດການອຳນວຍຄວາມສະດວກທາງດ້ານການຄ້າ ໃນໄລຍະ 01 ປີຜ່ານມາ ແລະ ຮັບຮອງແຜນ 06 ເດືອນທ້າຍປີ 2016;
-         ນຳສະເໜີໂຄງຮ່າງການຈັດຕັ້ງ ແລະ ພາລະບົດບາດຂອງ ກຂອຄ ທີ່ສະເໜີປັບປຸງໃໝ່ ແລະ ສະເໜີຮັບຮອງ; ແລະ
-         ນຳສະເໜີ ຮ່າງແຜນວຽກຂອງການສ້າງແຜນດຳເນີນງານຂອງ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.