ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ 1345/ຫສນຍ.ກລຂ
ນະຄອນຫຼວງວຽງຈັນ, ວັນທີ 07 ກັນຍາ 2016

ແຈ້ງການ

ຮຽນ : -   ທ່ານຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ທີ່ນັບຖື.
         -   ທ່ານລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້.
         -   ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
         -   ທ່ານເຈົ້າແຂວງໄຊສົມບູນ.

ເລື່ອງ : ຜົນການກວດກາ, ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ. ວ່າດ້ວຍການເພີມທະວີຄວາມເຂັ້ນງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ.

-   ອີງຕາມ ບົດລາຍງານ ສະບັບລົງວັນທີ 25 ສິງຫາ 2016 ຂອງຄະນະສະເພາະກິດ ເພື່ອລົງກວດກາ ແລະ ແນະນຳການຈັດຕັ້ງປະຕິບັດຄຳສັງເລກທີ 15/ນຍ. ໃນຂອບເຂດທົວປະເທດ.
-   ອີງຕາມ ການຊີ້ນຳ ແລະ ຂໍ້ຕົກລົງ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ 2016. ຂ້າງເທິງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້ :

“ 1). ໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 40/ນຍ. ລົງວັນທີ 02 ມີຖຸນາ 2016 ສືບຕໍ່ຈັດຕັ້ງປະຕິບັດຈົນໝົດປີ 2016 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ສຳເລັດໂດຍພື້ນຖານ. ຈາກນັ້ນຈຶ່ງມອບໃຫ້ບັນດາກະຊວງ, ແຂວງ ແລະ ນະຄອນຫຼວງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມເປົ້າໝາຍ.
2). ໃນຕໍ່ໜ້ານີ້ ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບຄະນະສະເພາະກິດຂອງແຂວງ ສືບຕໍ່ກວດກາ ລະອຽດບໍລິມາດໄມ້ຕົວຈິງທີ່ຂຸດຄົ້ນບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ຍຶດເປັນຂອງລັດ ; ໃຫ້ກວດກາຄືນໄມ້ທີ່ຂຸດຄົ້ນເກີນໂກຕ້າ ແລະ ຂຸດຄົ້ນບໍ່ຖືກເຂດກຳນົດໃຫ້ຂຸດຄົ້ນນັ້ນ ແມ່ນໃຫ້ຢຶດເປັນຂອງລັດ.

-  ສໍາລັບໄມ້ຂ້າງຖອກພັນທະ ແມ່ນມອບໃຫ້ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເປັນເຈົ້າການສຶກສາອົບຮົມ ແລະ ຊຸກຍູ້ໃຫ້ເສຍພັນທະ ໃຫ້ຄົບຖ້ວນຕາມລະບຽບກົດໝາຍ ໂດຍໃຫ້ມີການກຳນົດເວລາຈະແຈ້ງ, ຖ້າເສຍພາສີ-ອາກອນແລ້ວ ຈຶ່ງອະນຸຍາດໃຫ້ປຸງແຕ່ງ, ຖ້າກາຍກຳນົດເວລາໃຫ້ຢຶດເປັນຂອງລັດ.
-  ສ່ວນໄມ້ທີ່ຢຶດເປັນຂອງລັດແລ້ວນັ້ນ ເຫັນດີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະມູນຂາຍ ໂດຍເລີ່ີມຈາກແຂວງອັດຕາປື ແລະ ແຂວງຊຽງຂວາງກ່ອນ. ຂ້າງເທິງ

3). ສໍາລັບໂກຕ້າໄມ້ທີ່ກະຊວງ, ແຂວງ, ເມືອງ ໄດ້ອະນຸມັດ ໃນສົກປີ 2015-2016 ຈໍານວນ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ປະຕິບັດບໍ່ທັນສຳເລັດ ແມ່ນໃຫ້ລົບລ້າງຢ່າງຂາດຕົວ.
4). ສໍາລັບໄມ້ປອກ, ໄມ້ຝານ ທີ່ຜະລິດແລ້ວ ແລະ ລັດຖະບານໄດ້ອະນຸມັດໃຫ້ສົ່ງອອກຈໍານວນ 12.456 ແມັດກອນໃນໄລຍະຜ່ານມາ ຫຼາກບໍ່ມີແຫຼ່ງທີ່ມາຂອງໄມ້ຖືກຕ້ອງ ແມ່ນບໍ່ໃຫ້ສົ່ງອອກ, ຕ້ອງດໍາເນີນການປັບໄໝ ແລະ ເສຍພັນທະໃຫ້ລັດ ຕາມລະບຽບຫຼັກການ. ສຳລັັບໄມ້ທ່ອນ ຈຳນວນ 45.520 ແມັດກ້ອນ ທີ່ນຳເຂົ້າມາຢູ່ໃນໂຮງງານຢ່າງຖືກຕ້ອງແລ້ວ ແມ່ນໃຫ້ຫັນມາປຸງແຕ່ງ ເພື່ອສະໝອງໃຫ້ພາຍໃນ ຫຼື ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກ.
5). ສໍາລັບໄມ້ຂອງແຂວງໄຊສົມບູນທີ່ໄດ້ຕັດໄປແລ້ວ ຈໍານວນ 28.731 ແມັດກ້ອນ ແມ່ນໃຫ້ອົງການກວດກາລັດຖະບານ ສົມທົບກັບແຂວງໄຊສົມບູນ ດຳເນີນການກວດກາຕົວຈິງວ່າໄມ້ຈຳນວນດັ່ງກ່າວ ໄດ້ຂຸດຄົ້ນຢູ່ໃນເຂດທີ່ກຳນົດ (ອະນຸຍາດ) ມີຈຳນວນເທົ່າໃດ ແລະ ຂຸດຄົ້ນຢູ່ເຂດທີ່ບໍ່ໄດ້ ອະນຸຍາດມີຈຳນວນເທົ່າໃດ. ໄມ້ທີ່ຂຸດຄົ້ນໃນເຂດທີ່ບໍ່ອະນຸຍາດ ແມ່ນໃຫ້ປັບໄໝ ແລະ ຢຶດເປັັັັັັັັັັັນຂອງລັດ, ສ່ວນໄມ້ທີ່ຕັດຢູ່ໃນເຂດອະນຸຍາດ ແມ່ນໃຫ້ສືບຕໍ່ນຳໄປປຸງແຕ່ງເປັນຜະລິດຕະພັນໄມ້ສຳເລັດຮູບ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກ.
6). ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການລົງສົມທົບກັບບັນດາແຂວງ ກວດກາ ແລະ ດັດສົມຄືນໃໝ່ບັນດາໂຮງງານປຸງແຕ່ງໄມ້ ທີ່ມີໃບອະນຸຍາດຕ່າງໆ ຈຳນວນ 1.595 ຫົວໜ່ວຍ ເພື່ອໃຫ້ແທດເໝາະກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ແລະ ຄວາມສາມາດສະໜອງວັດຖຸດິບ ໃຫ້ແກ່ການປຸງແຕ່ງຜະລິດຕະພັນໄມ້ ເພື່ອນຳໃຊ້ພາຍໃນ ຫຼື ສົ່ງອອກ. ສຳລັບໂຮງງານຂະໝາດນ້ອຍແບບຄອບຄົວ ຈຳນວນ 1.154 ຫົວໜ່ວຍ ທີ່ບໍ່ມີໃບອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ຍຸບເລີກ.

-  ໃຫ້ກວດກາ ແລະ ຍຸບເລີກບັນດາໂຮງງານປຸງແຕ່ງໄມ້ ຈໍານວນ 28 ແຫ່ງ ທີ່ຕັ້ງຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຫວງ ຫ້າມຢ່າງສິ້ນເຊີງ ລວມທັງໂຮງງານທີມີໃບອະນຸຍາດ ຫຼື ບໍ່ມີໃບອະນຸຍາດ ເນື້ອງຈາກການສ້າງຕັ້ງໂຮງງານດັ່ງກ່າວ ແມ່ນການລະເມິດຕໍ່ກົດໝາຍ ວ່າດ້ວຍປ່າໄມ້ ແລະ ກົດໝາຍ ວ່າດ້ວຍອຸດສາຫະກຳປຸງແຕ່ງ ໃຫ້ສຳເລັດພາຍໃນປີ 2016 ນີ້. ຂ້າງເທິງ

7). ສໍາລັບໄມ້ທີ່ເອົາຂື້ນລົດແລ້ວ ທີ່ມີຢູ່ແຕ່ລະແຂວງນັ້ນ ໃຫ້ຮຽກເອົາເຈົ້າຂອງໄມ້ມາໃຫ້ຂໍ້ມູນ ເພື່ອເອົາໄມ້ລົງມາວັດແທກບໍລິມາດ ແລະ ແຍກປະເພດໄມ້ໃຫ້ລະອຽດຈະແຈ້ງ. ຈາກນັ້ນ, ຈຶ່ງລາຍງານລັດຖະບານພິຈາລະນາ.
8). ບໍ່ອະນຸຍາດໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ອອກອະນຸຍາດໃຫ້ຂຸດຄົ້ນໄມ້ເພື່ອແລກປ່ຽນກັບໂຄງການກໍ່ສ້າງພື້ນຖານໂຄງລ່າງເດັດຂາດ.
9). ມອບໃຫ້ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ປຶກສາຫາລືກັບຄະນະນໍາກະຊວງປ້ອງກັນປະເທດ ກ່ຽວກັບໂຄງການສຳຫຼວດ ແລະ ຂຸດຄົ້ນໄມ້ລຽບຕາມຊາຍແດນ ແລ້ວລາຍງານລັດຖະບານ. “

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທີງໃຫ້ໄດ້ຮັບຜົນດີ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບກາ )

ເພັດ ພົມພິທັກ

ບ່ອນນຳສົ່ງ

-    ນາຍົກ-ຮອງນາຍົກ               04 ສະບັບ
-    ຫ້ອງວ່າການສູນກາງພັກ       01 ສະບັບ
-    ຄະນະສະເພາະກິດທ່ານລະ      01 ສະບັບ
-    ແຂວງຊຽງຂວາງ                  01 ສະບັບ
-    ແຂວງອັດຕາປື                    01 ສະບັບ
-    ເກັບມ້ຽນ                           08 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Result of Inspection, Supporting the Implementation of the Order on Enhancing Strictness on the Management and Inspection of Timber Exploitation, Timber Movement and Timber Business No. 1345/PSPM.SO dated 7 September 2016 PDF
2 ແຈ້ງການ ກ່ຽວກັບ ຜົນການກວດກາ, ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1345/ຫສນຍ.ກລຂ, ລົງວັນທີ 7 ກັນຍາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.