“ກອງປະຊຸມ ທົບທວນວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ທ້ອງຖິ່ນພາກກາງ” ຈະຈັດຂື້ນ ໃນວັນທີ 28-29 ກັນຍາ 2016, ທີ່ ໂຮງແຮມເມີກຽວ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ດວກທາງດ້ານການຄ້າ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໃນໄລຍະຜ່ານມາຂອງ 05 ແຂວງ ຂັ້ນທ້ອງຖິ່ນ ແລະ ນະຄອນຫຼວງ.  ພ້ອມນັ້ນ, ຈະໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງແຕ່ລະຂະແໜງ ທີ່ເຂົ້າຮ່ວມ ແລະ ປຶກສາຫາລືຕໍ່ກັບຄວາມສຳຄັນຂອງການສ້າງຈຸດປະສານງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ໂດຍສາມາດເກັບກຳບັນຫາທີ່ເປັນອຸປະສັກທາງດ້ານການຄ້າ ແລະ ແກ້ໄຂບັນຫາຂອງພາກທຸລະກິດ ໃຫ້ໄດ້ຮັບໝາກຜົນສູງຂື້ນກ່ວາເກົ່າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.