ສາລະບານ

1.  ຈຸດປະສົງ

2.  ການອະທິບາຍສັບ

3.  ຂອບເຂດການນຳໃຊ້

4.  ຫຼັກການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ

5.  ລະບຽບການ ແລະ ຂັ້ນຕອນ ການແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານຂາເຂົ້າ

6.  ວິທີການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ

7.  ມາດຕະການ

8.  ການຈັດຕັ້ງປະຕິບັດ

9.  ຜົນສັກສິດ

ໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ      ເລກທີ 09523/ກພສ
ນະຄອນຫຼວງວຽງຈັນ, ວັນທີ 16 ກັນຍາ 2016

ບົດແນະນຳຂອງກົມພາສີ
ວ່າດ້ວຍວິທີການຄຸ້ມຄອງ ການຈັດເກັບຄ່າອາກອນມູນຄ່າເພີ່ມສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ
ໃນອັດຕາສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງ

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011, ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
-   ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 03 ມິຖຸນາ 2015 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມພາສີ.
-   ອີງຕາມ ຂໍ້ກຳນົດຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016 ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງ;
-   ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະກົມພາສີ ຄັ້ງວັນທີ 16 ກັນຍາ 2016.

ກົມພາສີ ອອກບົດແນະນຳ:

1.   ຈຸດປະສົງ

     ບົດແນະນຳສະບັບນີ້ ກຳນົດ ລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ຈັດຕັ້ງປະຕິບັດຂໍ້ກຳນົດຂອງກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016 ແນໃສ່ເພື່ອອຳນວຍຄວາສະດວກໃຫ້ຜູ້ໂດຍສານທີ່ເດີນທາງ ເຂົ້າ-ອອກເມືອງ ຜ່ານດ່ານພາສີຊາຍແດນ ພ້ອມທັງຮັບປະກັນການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ເພື່ອມອບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ. ຂ້າງເທິງ

2.   ການອະທິບາຍສັບ

-   ຜູ້ໂດຍສານ ໝາຍເຖິງ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຊຶ່ງໄດ້ເດີນທາງເຂົ້າ ສປປ ລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານພາສີສະໜາມບິນສາກົນ ເປັນບາງຄັ້ງຄາວ ຫຼື ບໍ່ມີລັກສະນະປະຈຳ (ບໍ່ເກີນສອງຄັ້ງຄັ້ງ/ເດືອນ);
-   ເຄື່ອງຂອງຕິດຕົວຜູ້ໂດຍສານ ໝາຍເຖິງ ເຄື່ອງຂອງ( ໃໝ່ ຫຼື ຖືກນຳໃຊ້ແລ້ວ) ຊຶ່ງມີຄວາມຈຳເປັນ ສຳລັບການໃຊ້ສອຍ ໃນໄລຍະການເດີນທາງຂອງຜູ້ໂດຍສານ ຊຶ່ງບໍ່ລວມເຖິງສິນຄ້າ, ເຄື່ອງຂອງ ນຳເຂົ້າ ທີ່ມີລັກສະນະທາງການຄ້າ;
-   ເຄື່ອງອຸປະໂພກ-ບໍລິໂພກ ໝາຍເຖິງ ເຄື່ອງໃຊ້ສອຍ ທີ່ຈຳເປັນຮັບໃຊ້ພາຍໃນຄົວເຮືອນ;
-   ເຄື່ອງທີ່ບໍ່ມີລັກສະນະທາງການຄ້າ ໝາຍເຖິງ ເຄື່ອງໃຊ້ສອຍປະຈຳວັນ ທີ່ມີຫຼາຍຊະນີດ ແຕ່ລະຊະນິດບໍ່ເປັນຈຳນວນຫຼາຍ ແລະ ມີມູນຄ່າບໍ່ສູງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

3.   ຂອບເຂດການນຳໃຊ້

     ບົດແນະນຳສະບັບນີ້ ນຳໃຊ້ສະເພາະພື່ອການຄຸ້ມຄອງ ການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານເຂົ້າ ສປປ ລາວ ຜ່ານດ່ານພາສີຊາຍແດນ ລວມທັງດ່ານພາສີສະໜາມບິນສາກົນ ໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ຂ້າງເທິງ

4.   ຫຼັກການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ

ການຈັດເກັບອາກອນມູນນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ຕ້ອງຮັບປະກັນຫຼັກການດັ່ງນີ້:

-   ຮັບປະກັນການຄຸ້ມຄອງ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
-   ບໍລິການຈັດເກັບດ້ວຍຄວາມວ່ອງໄວ, ສະດວກງ່າຍດາຍ, ໂປ່ງໃສ ແລະ ສາມາດກວດສອບໄດ້;
-   ອຳນວຍຄວາມສະດວກ ໃຫ້ຜູ້ໂດຍສານເຂົ້າ ຜ່ານດ່ານພາສີຊາຍແດນ ລວມທັງດ່ານພາສີສະໜາມບິນສາກົນ.

5.   ລະບຽບການ ແລະ ຂັ້ນຕອນ ການແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານຂາເຂົ້າ

-   ໃນເວລາຜູ້ໂດຍສານຈະເດີນທາງອອກ ຫຼືເ ຂົ້າ ຜ່ານດ່ານພາສີຊາຍແດນ, ເຈົ້າໜ້າທີ່ພາສີ ຕ້ອງໄດ້ແນະນຳລະບຽບກ່ຽວກັບການແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ ແລະ ແບບພິມໃບແຈ້ງແບບທົ່ວໄປ ແລະ/ຫຼື ແບບເອເລັກໂຕຣນິກ ເພື່ອໃຫ້ຜູ້ໂດຍສານ ແຈ້ງລາຍການເຄື່ອງຂອງທີ່ຕົນໄດ້ນຳເຂົ້າມາ;
-   ຜູ້ໂດຍສານ ຕ້ອງປະກອບຂໍ້ມູນໃສ່ໃບແຈ້ງ ຕາມແບບພິມທີ່ລັດຖະການພາສີໄດ້ກຳນົດ, ພາຍຫຼັງເດີນທາງມາຮອດ ສປປ ລາວ ຕ້ອງຍື່ນໃບແຈ້ງດັ່ງກ່າວ ຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ບ່ອນຂາເຂົ້າ ຕາມລະບຽບການກຳນົດ;
-   ໃນກໍລະນີທີ່ເປັນເຄື່ອງຂອງຊື້ໃໝ່ຈາກຕ່າງປະເທດ ຕ້ອງນຳເອົາໃບເກັບເງິນ (Bill) ທີ່ກ່ຽວຂ້ອງກັບເຄື່ອງຂອງດັ່ງກ່າວ ຄັດຕິດໃບແຈ້ງຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອດຳເນີນການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງ ແລະ ວ່ອງໄວ;
-   ລັດຖະການພາສີປະຈຳດ່ານຊາຍແດນ ລວມທັງດ່ານພາສີສະໜາມບິນສາກົນ ຕ້ອງໄດ້ກຳນົດ ແລະ ຈັດສັນເລນ (Channel) ສຳລັບຂາເຂົ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ພາຫະນະ ທີ່ມີເຄື່ອງຂອງຕ້ອງແຈ້ງພາສີ (Goods to Declare) ແລະ ບໍ່ມີເຄື່ອງຂອງຕ້ອງແຈ້ງພາສີ (Nothing to Declare), ລວມເຖິງຈັດສັນບ່ອນຈອດລົດທີ່ມີເຄື່ອງຂອງຕິດຕົວຜູ້ໂດຍສານໄວ້ສະເພາະ ໃຫ້ເໝາະສົມ ເພື່ອລໍຖ້າການແຈ້ງ ແລະ ຊຳລະອາກອນມູນຄ່າເພື່ມ;
-   ເຈົ້າໜ້າທີ່ພາສີປະຈຳດ່ານ ມີໜ້າທີ່ຄຸ້ມຄອງ, ກວດກາ ເຄື່ອງຂອງນຳເຂົ້າຕົວຈິງ ແລະ ການຄິດໄລ່ອາກອນມູນຄ່າເພີີ່ມ ເພື່ອຢັ້ງຢືນຄວາມຖືກຕ້ອງໃສ່ແບບພິມໃບແຈ້ງ ຕາມລະບຽບການກຳນົດ;
-   ຜູ້ໂດຍສານ ຕ້ອງຊຳລະເງິນອາກອນມູນຄ່າເພີີ່ມ ທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ກ່ອນຈະນຳເອົາເຄື່ອງຂອງອອກຈາກດ່ານພາສີຊາຍແດນ;
-   ໃນການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ, ກົມພາສີ ຈະໄດ້ພັດທະນາການນຳໃຊ້ລະບົບການຈັດເກັບແບບເອເລັກໂຕນິກ ເພື່ອອຳນວຍຄວາມສະດວກ ແລະ ສ້າງຄວາມໂປ່ງໃສ ໃນການຈັດຕັ້ງປະຕິບັດຢູ່ບັນດາດ່ານພາສີຊາຍແດນ. ຂ້າງເທິງ

6.   ວິທີການຈັດເກັບອາກອນມູນຄ່າເພີ່ມ (10%) ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ

6.1   ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີປະຈຳດ່ານພາສີຊາຍແດນ:

-   ຕ້ອງໄດ້ກວດກາໃບແຈ້ງ ແລະ ເຄື່ອງຂອງຕິດຕົວຜູ້ໂດຍສານ ເພື່ອຮັບຮອງ ແລະ ລົງລາຍເຊັນ ໃສ່ແບບພິມໃບແຈ້ງ;
-   ຕ້ອງບໍລິການວ່ອງໄວ, ໂປ່ງໃສ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ເພື່ອບໍ່ໃຫ້ເກີດສະພາບສິນຄ້າແອອັດ ໃນການລໍຖ້າເສຍອາກອນມູນຄ່າເພີ່ມ;
-   ຄິດໄລ່ອາກອນມູນຄ່າເພີ່ມ ໃນອັດຕາສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ມີຈຳນວນເງິນສູງກວ່າຫ້າສິບ (50) ໂດລາສະຫະລັດ (ຫຼື ທຽບເທົ່າສະກຸນເງິນກີບ ຫຼື ສະກຸນເງິນອື່ນ ຕາມອັດຕາແລກປ່ຽນທະນາຄານ) ຕໍ່ຄົນ/ຄັ້ງ ໂດຍໃຫ້ຫັກລົບອາກອນມູນຄ່າເພີ່ມ (VAT) ທີ່ໄດ້ຈ່າຍຈາກການຊື້-ຂາຍ ຢູ່ປະເທດຕົ້ນທາງ;
-   ກໍລະນີມູນຄ່າເຄື່ອງຂອງໃນໃບເກັບເງິນ (Bill) ຫາກເປັນສະກຸນເງິນຕາຕ່າງປະເທດ ຕ້ອງໄດ້ຄິດໄລ່ເປັນເງິນສະກຸນກີບ ຕາມອັດຕາແລກປ່ຽນຂອງທະນາຄານ ເພື່ອເປັນພື້ນຖານຄິດໄລ່ ແລະ ຊຳລະອາກອນມູນຄ່າເພີ່ມ  ເປັນເງິນກີບ ຕາມລະບຽບການກຳນົດ;
-   ກໍລະນີຜູ້ໂດຍສານມີໃບເກັບເງິນບໍ່ຄົບຖ້ວນ, ບໍ່ຊັດເຈນ ຫຼື ບໍ່ມີ, ເຈົ້າໜ້າທີ່ພາສີ ມີສິດປະເມີນມູນຄ່າເຄື່ອງຂອງດັ່ງກ່າວ ໃຫ້ແທດເໝາະກັບຕົວຈິງ ໂດຍນຳໃຊ້ຂໍ້ມູນດ້ານລາຄາຂອງເຄື່ອງຂອງທີ່ຄ້າຍຄຽງກັນ ຫຼື ຄືກັນ ທີ່ມີການແຈ້ງຄັ້ງກ່ອນ ເພື່ອເປັນພື້ນຖານຄິດໄລ່ ແລະ ຊຳລະອາກອນມູນຄ່າເພີ່ມ. ໃນການຈັດຕັ້ງປະຕິບັດຕົວຈິງ ເຈົ້າໜ້າທີ່ພາສີຕ້ອງອະທິບາຍ, ຊີ້ແຈງເຫດຜົນ ໃນການປະເມີນມູນຄ່າເຄື່ອງຂອງດັ່ງກ່າວ ໃຫ້ຜູ້ໂດຍສານໄດ້ຮັບຊາບ ຕາມລະບຽບການ.

6.2   ຄວາມຮັບຜິດຊອບຂອງຜູ້ໂດຍສານ

-   ຕ້ອງແຈ້ງຂໍ້ມູນເຄື່ອງຂອງຕົວຈິງ ທີ່ຕົນນຳເຂົ້າ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງດ້ວຍຕົນເອງ ລົງໃນແບບພິມໃບແຈ້ງຂອງລັດຖະການພາສີ ໃຫ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
-   ຕ້ອງມີຄວາມຈິງໃຈ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີ ໃນເວລາດຳເນີນການແຈ້ງ, ການກວດກາເຄື່ອງຂອງ;
-   ໃນກໍລະນີ ຜູ້ໂດຍສານ ມີໃບເກັບເງິນບໍ່ຄົບຖ້ວນ ຫຼື ໃບເກັບເງິນບໍ່ຊັດເຈນ ຫຼື ບໍ່ມີ, ຕ້ອງມີຄວາມຈິງໃຈແຈ້ງມູນຄ່າເຄື່ອງຂອງຕົວຈິງຕໍ່ເຈົ້າໜ້າທີ່ພາສີ ເພື່ອເປັນພື້ນຖານຄິດໄລ່ໃນການຈັດເກັບອາກອນມູນຄ່າເພີ່ມ;
-   ຕ້ອງຊຳລະອາກອນມູນຄ່າເພີ່ມ ຢ່າງຄົບຖ້ວນ ຕາມລະບຽບການກຳນົດ. ຂ້າງເທິງ

7.   ມາດຕະການ

-   ຫ້າມພະນັກງານ ແລະ ເຈົ້າໜ້າທີ່ພາສີ ອະນຸຍາດໃຫ້ນຳເອົາສິນຄ້າ, ເຄື່ອງຂອງ ທີ່ເປັນລັກສະນະສິນຄ້າມາແຈ້ງເສຍອາກອນມູນຄ່າເພີ່ມໃນອັດຕາສິບສ່ວນຮ້ອບ (10%) ຊຶ່ງບໍ່ສອດຄ່ອງກັບຂໍ້ກຳນົດຂອງ ກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016.
-   ບຸກຄົນ, ນິຕິບຸກຄົນ ລວມເຖິງເຈົ້າໜ້າທີ່ພາສີ ທີ່ບໍ່ປະຕິບັດຕາມບົດແນະນຳສະບັບນີ້ ຖືວ່າເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.

8.   ການຈັດຕັ້ງປະຕິບັດ

     ມອບໃຫ້ ພະແນກເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ແຜນການສ້າງ ແລະ ພັດທະນາ ລະບົບບັນຊີຕິດຕາມແບບທົ່ວໄປ ແລະ/ຫຼື ແບບເອເລັດໂຕຣນິກ ໃນການຄຸ້ມຄອງການຈັດເກັບຢ່າງຮັດກຸມ ແລະ ມີການສະຫຼຸບລາຍຮັບປະຈຳວັນ ຕາມລະບຽບການ.
    ມອບໃຫ້ລັດຖະການພາສີແຕ່ລະຂັ້ນ ດຳເນີນການເຜີຍແຜ່ ແນະນຳໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີ, ບຸກຄົນ ແລະ ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃນສັງຄົມ ຮັບຊາບຢ່າງທົ່ວເຖິງ ເພື່ອຈັດຕັ້ງປະຕິບັດບົດແນະນຳສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດ.
    ກົມພາສີ ເປັນຜູ້ພິຈາລະນາຄົ້ນຄວ້າ ແລະ ອອກຂໍ້ຕົກລົງໃຫ້ດ່ານພາສີຊາຍແດນ ທີ່ມີເງື່ອນໄຂ ເພື່ອດຳເນີນການຈັດເກັບອາກອນມູນຄ່າເພີມໃນອັດຕາສິບສ່ວນຮ້ອຍ (10%) ເປັນແຕ່ລະກໍລະນີ. ຂ້າງເທິງ

9.   ຜົນສັກສິດ

ບົດແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ທີ່ໄດ້ລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ
(ເຊັນ ແລະ ປະທັບຕາ)

ບຸນປະເສີດ ສີກຸນລະບຸດ

ນຳສົ່ງ:  

-   ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ    1 ສະບັບ ”ໃຊ້ຕາງລາຍງານ”
-   ທ່ານຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳ      1 ສະບັບ”ໃຊ້ຕາງລາຍງານ”
-   ຂະແໜງການກ່ຽວຂ້ອງ, ຂະແໜງລະ      1 ສະບັບ ” ເພື່ອຊາບ”
-   ບັນດາພະແນກການກົມພາສີ, ພະແນກລະ      1 ສະບັບ ” ເພື່ອຈັດຕັ້ງປະຕິບັດ”
-   ບັນດາດ່ານພາສີຊາຍແດນ, ດ່ານລະ      1 ສະບັບ ” ເພື່ອຊາບ ແລະ ເຜີຍແຜ່”
-   ເກັບມ້ຽນ     4 ສະບັບ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກົມພາສີ                                                                ເລກລຳດັບ 000000000001
ດ່ານພາສີສາກົນ ......................................

ໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ
CUSTOMS DECLARATION FORM FOR PERSONAL EFFECTS

ຊື່ ແລະ ນາມສະກຸນ

Name and surname

 

ທີ່ຢູ່

Address

 

 

ສັນຊາດ

Nationality

 

ໜັງສືຜ່ານແດນເລກທີ

Passport/Border pass No:

 

 

ຖະບຽນລັດ/ຖ້ຽວບິນ

Car/ Flight No:

 

ຈຳນວນຜູ້ຕິດຕາມ.........ຄົນ/person

Number of accompanying Member

ມາເຖິງວັນທີ

Arrival Date

 

 

ປະເພດເຄື່ອງຂອງທີ່ຕ້ອງແຈ້ງ

Type of Goods to Declare

ລາຍລະອຽດຂອງເຄື່ອງ

Description of Goods

ຈຳນວນລາຍການ

Quantity

ມູນຄ່າເປັນເງິນຕາ

Value in foreign Currency

ມູນຄ່າເປັນເງິນກີບ

Value in kip

ໃບເກັບເງິນ

Bill

ເຄື່ອງອຸປະໂພກ ບໍລິໂພກ

 

 

 

 

ເຄື່ອງໄຟຟ້າ

 

 

 

 

ເຄື່ອງກໍ່ສ້າງ

 

 

 

 

ອື່ນໆ

 

 

 

 

ລວມມູນຄ່າເປັນເງິນກີບ =

 

ມູນຄ່າຫັກລົບອາກອນມູນຄ່າເພີ່ມຈາກປະເທດຕົ້ນທາງ (ຖ້າມີ) =

 

ມູນຄ່າຫັກລົບ(50 ໂດລາສະຫະລັດ/ຄົນ) ຖ້າມີ =

 

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ =

 

ອັດຕາອາກອນມູນຄ່າເພີ່ມ 10%=

 

ລວມຄ່າອາກອນມູນຄ່າເພີ່ມ=

 

 

     ຂ້າພະເຈົ້າ ຂໍຢັ້ງຢືນວ່າ ເຄື່ອງຂອງດັ່ງກ່າວແມ່ນມີຈຸດປະສົງນຳມາຮັບໃຊ້ຄອບຄົວ ແລະ ທຸກຂໍ້ມູນຕ່າງໆ ທີ່ໄດ້ລະບຸໃນໃບແຈ້ງນີ້ ແມ່ນຖືກຕ້ອງຕາມຄວາມຈິງທຸກປະການ.

ເຈົ້າໜ້າທີ່ພາສີ (ຜູ້ກວດກາ)                                                               ລາຍເຊັນຜູ້ແຈ້ງ

ສຳລັບເຈົ້າໜ້າທີ່ພາສີ

ມູນຄ່າດັດປັບ: ........................................................  ລວມຄ່າອາກອນມູນຄ່າເພີ່ມ: ......................................................

ເຫດຜົນ: ............................................................................................................................................................  .........................................................................................................................................................................  ........................................................

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on the Management of the Levy of 10% Value Added Tax of Passengers' Effects No. 09523/CD, dated 16 September 2016 PDF
2 ບົດແນະນຳ ວ່າດ້ວຍ ວິທີການຄຸ້ມຄອງການຈັດເກັບອາກອນມູນຄ່າເພີ່ມ ສຳລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາສິບສ່ວນຮ້ອຍ (10%) ສະບັບເລກທີ 09523/ກພສ, ລົງວັນທີ 16 ກັນຍາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.