ພາຍຫຼັງກອງປະຊຸມພົບປະພາກທຸລະກິດ ແລະ ການເຜີຍແຜ່ເນື້ອໃນສັນຍາການຄ້າສອງຝ່າຍ ແລະ ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ທ່ານ ຫງວຽນ ເກິມ ຕູ້, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໃນວັນທີ 22 ກັນຍາ 2013, ຄະນະນຳທັງສອງຝ່າຍ ກໍໄດ້ຈັດກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ X ໃນວັນທີ 23 ກັນຍາ 2016 ຂຶ້ນທີ່ເມືອງສາມັກຄີໄຊ ແຂວງອັດຕະປື ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ ເຈິນ ຕວັນ ແອງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ.ໂດຍມີຜູ້ແທນຝ່າຍລາວ ແລະ ຫວຽດນາມເຂົ້າຮ່ວມ 180 ກວ່າທ່ານ ທີ່ມາຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຄະນະກຳມາທິການຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ, ບັນດາພະແນກການຂອງແຂວງທີ່ມີຊາຍແດນຕິດຈອດກັນ ແລະ ນັກທຸລະກິດຈາກແຂວງດັ່ງກ່າວ.

ກອງປະຊຸມໄດ້ຮ່ວມກັນເຮັດວຽກຕີລາຄາແບບກົງໄປກົງມາ ເຖິງໝາກຜົນຈາກການຈັດຕັ້ງປະຕິບັດເນື້ອໃນ ບົດບັນທຶກກອງປະຊຸມ ຄັ້ງທີ IX ມາເຖິງປະຈຸບັນ ແລະ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຕໍ່ກັບສາເຫດຂອງການຫຼຸດລົງຂອງມູນຄ່າການຄ້າ ລາວ-ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍມູນຄ່າການຄ້າ 02 ຕື້ ໂດລາ ສະຫະລັດ ຕາມທີ່ການນຳຂອງທັງສອງຝ່າຍໄດ້ວາງອອກ.

ໂດຍຜ່ານການປຶກສາຫາລື ແລະ ຮັບຟັງການປະກອບຄຳເຫັນຈາກຜູ້ເຂົ້າຮ່ວມກອງປະຊຸມ ສອງຝ່າຍເຫັນພ້ອມນຳກັນເຖິງຄວາມຮີບດ່ວນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ເພື່ອເຮັດໃຫ້ໂຄງປະກອບສິນຄ້າສົ່ງອອກຂອງລາວໄປຫວຽດນາມ ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ ໂດຍບໍ່ຜູກຂາດກັບການສົ່ງອອກວັດຖຸດິບທີ່ຂຸດຄົ້ນຈາກທໍາມະຊາດຄືແຕ່ກ່ອນ ໄປຄຽງຄູ່ກັບການລົງຕິດຕາມກວດກາການຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງ ຮ່າໂນຍ 2007 ກ່ຽວກັບການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຄົນ, ພາຫະນະ ແລະ ສິນຄ້າ ເຂົ້າອອກຜ່ານດ່ານຂອງສອງປະເທດ ແລະ ການຈັດຕັ້ງປະຕິບັດແຜນການຮ່ວມມືອື່ນທີ່ເປັນບູລິມະສິດ.

ບົນພື້ນຖານການໂອ້ລົມແບບເປີດເຜີຍ, ກົງໄປກົງມາ ສອງຝ່າຍໄດ້ເປັນເອກະພາບກັນວາງແຜນການຮ່ວມມືໃນສະເພາະໜ້າ ກໍ່ຄືປະກອບສ່ວນເຮັດໃຫ້ມູນຄ່າການຄ້າຮ່ວມ ຂອງສອງປະເທດເພີ່ມຂຶ້ນ 20% ໃນປີ 2016 ຕາມເນື້ອໃນຈິດໃຈບົດບັນທຶກກອງປະຊຸມ ຂອງ ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 38 ໄດ້ວາງອອກ ແລະ ແຜນການຮ່ວມມືໄລຍະຍາວ ທີ່ຈະເປັນຮາກຖານໃຫ້ແກ່ການພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ໃຫ້ນັບມື້ນັບມີອັນພົ້ນເດັ່ນ ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນທັງສອງປະເທດ.

ຕອນທ້າຍຂອງກອງປະຊຸມ ສອງຝ່າຍໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນໃນການພັດທະນາການຄ້າຊາຍແດນ ລະຫວ່າງ ລາວ-ຫວຽດນາມ ໃນໄລຍະ 2014-2015 ຊຶ່ງລວມມີ 35 ກົມກອງ ແລະ 18 ບຸກຄົນ ຂອງຝ່າຍຫວຽດນາມ ແລະ 18 ກົມກອງ, 20 ຫົວໜ່ວຍທຸລະກິດ  ແລະ 13 ບຸກຄົນ ຂອງຝ່າຍລາວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.