“ກອງປະຊຸມ ການຄຸ້ມຄອງຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ” ໄດ້ຈັດຂື້ນ ໃນວັນທີ 7 ຕຸລາ 2016, ທີ່ໂຮງແຮມເມີກຽວ ໂດຍກົມການນຳເຂົ້າ ແລະ ສົ່ງອອກພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍໂຄງການ USAID LUNA II.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເຜີຍແຜ່ການຄຸ້ມຄອງຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ (EU) ຫຼື Registered Exporter System (REX) ທີ່ອະນຸຍາດໃຫ້ຜູ້ປະກອບການທີ່ໄດ້ຮັບການຄັດເລືອກ ເປັນຜູ້ມີສິດໃນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ໂດຍຜ່ານການອະນຸຍາດຈາກໜ່ວຍງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ກໍ່ຄື  ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ຜູ້ໄດ້ຮັບສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ຈະສົ່ງອອກສິນຄ້າໄປ EU ພາຍໃຕ້ລະບົບສິດທິພິເສດທາງການຄ້າ ແທນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແບບເກົ່າ ທີ່ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໄດ້ອອກ Form A ໃຫ້ໃນປະຈຸບັນ.

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຍື່ນເຈດຈຳນົງເຂົ້າຮ່ວມໂຄງການດັ່ງກ່າວໃນ ເດືອນເມສາ 2016 ທີ່ຜ່ານມາ. ລະບົບນີ້ ສາມາດເລີ່ມນຳໃຊ້ໄດ້ໃນວັນທີ 01 ມັງກອນ 2017 ແລະ ລະບົບນີ້ຈຳເປັນຕ້ອງໄດ້ປະຕິບັດພ້ອມກັນໝົດທຸກປະເທດທີ່ໄດ້ຮັບສິດທິພິເສດຈາກສະຫະພາບເອີຣົບ ໃນປີ 2020.

ການເຂົ້າຮ່ວມໂຄງການ REX ແມ່ນເພື່ອປະຕິຮູບລະບົບການບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃຫ້ມີຄວາມທັນສະໄໝ ໂດຍການຫັນມານຳໃຊ້ລະບົບການອອກຟອມແບບອອນລາຍ ເຊີ່ງຈະຊ່ວຍສ້າງຄວາມໂປ່ງໃສ, ງ່າຍດາຍໃນການກວດຄືນແຫຼ່ງກຳເນີດສິນຄ້າຂອງເຈົ້າໜ້າທີ່. ໃນກໍລະນີມີຂໍ້ຂ້ອງໃຈ ຫຼື ສົງໄສ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າ, ຜູ້ປະກອບການຈະເປັນຜູ້ຕິດຕໍ່ປະສານງານກັບເຈົ້າໜ້າທີ່ພາສີ  EU ໂດຍກົງ. ໂຄງການນີ້ ຈະຊ່ວຍຕັດຂອດຂັ້ນຕອນການດຳເນີນເອກະສານ, ມີຄວາມໂປ່ງໃສ, ສາມາດກວດສອບຄືນໄດ້ງ່າຍ, ການເກັບກຳສະຖິຕິມີຄວາມເປັນລະບົບ, ເຮັດໃຫ້ພາກທຸລະກິດປະຢັດເວລາ ແລະ ຄ່າໃຊ້ຈ່າຍໄດ້ຫຼາຍກວ່າເກົ່າ.

ກອງປະຊຸມຄັ້ງນີ້ ໄດ້ຮັບຄວາມສົນໃຈຈາກໜ່ວຍງານທີ່ກ່ຽວຂ້ອງ ແລະ ພາກທຸລະກິດເປັນຈຳນວນຫຼວງຫຼາຍ. ໃນຕໍ່ໜ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈະຮ່າງ ຂໍ້ຕົກລົງຄຸ້ມຄອງ ໂດຍກຳນົດມາດຖານເງື່ອນໄຂຜູ້ທີ່ຈະເຂົ້າຮ່ວມໂຄງການດັ່ງກ່າວ ຄືກັນກັບນິຕິກຳຄຸ້ມຄອງຂອງໂຄງການທົດລອງຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງອາຊຽນ ແລະ ຄັດເລືອກບັນດາ ບໍລິສັດ ທີ່ໄດ້ເງື່ອນໄຂ ແລະ ມີຄວາມພ້ອມໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງ EU. ພ້ອມດຽວກັນ ກໍ່ຈະສ້າງຄວາມເຂົ້າໃຈ ກ່ຽວກັບ ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດລະບົບ REX ໃຫ້ພາກລັດ ແລະ ພາກທຸລະກິດຮັບຊາບ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.