“ຝຶກອົບຮົມສ້າງຄູຝຶກ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ຈະຈັດຂື້ນ ໃນວັນທີ 26-28 ຕຸລາ 2016, ທີ່ ລ້ອງງື່ມວິວ ລີສອດ, ແຂວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ.

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອເສີມສ້າງທັກສະການເປັນຄູຝຶກ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP)  ໃຫ້ແກ່ບັນດາຂະແໜງການທີ່ເປັນຈຸດປະສານງານ ຂອງ LTP, ເຊິ່ງບັນດາຈຸດປະສານງານ ຂອງ LTP ຈະນຳໃຊ້ທັກສະດັ່ງກ່າວ ໃນການເຜີຍແຜ່ວີທີການຊອກຫາຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ທີ່ຈະຊ່ວຍໃຫ້ພວກເຂົາປະຫຍັດເວລາ ແລະ ຄ່າໃຊ້ຈ່າຍໃນການຊອກຫາຂໍ້ມູນດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.