ສາລະບານ

I. ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ
1.ຜະລິດຕະພັນຂີ້ເລື່ອຍອັດແທ່ງ
ແລະ ອັດເມັດ

2.ຜະລິດຕະພັນຖ່ານໄມ້
3.ຜະລິດຕະພັນໄມ້ປັກເກ້, ໄມ້ປູພື້ນ ສຳລັບພາຍໃນ
4.ຜະລິດຕະພັນໄມ້ອັດ.
5.ຜະລິດຕະພັນເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້
6.ຜະລິດຕະພັນໄມ້ປະກອບໃນອາຄານ
7.ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້
8.ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້
9.ຜະລິດຕະພັນທີ່ເຮັດດ້ວຍໄມ້ປ່ອງ ແລະ ຫວາຍ
10.ໄມ້ຄ້ຳແບບ, ໄມ້ຂ້າວ, ໄມ້ຮົ້ວ (ໄມ້ກົມ) ແລະ ໄມ້ເລື່ອຍເປັນແຜ່ນ(ໄມ້ປູກ)
11.ຜະລິດຕະພັນເຫຍຶ່ອໄມ້
12.ໄມ້ເກດສະໜາ (ບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ)
II.ລາຍການ(ບັນຊີ) ຜະລິດຕະພັນໄມ້ທີ່ຫ້າມສົ່ງອອກ.
IIIຮູບພາບປະກອບ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມອຸດສາຫະກຳ ແລະ ຫັດຖະກຳ           ເລກທີ 1009/ກອຫ.ມຖ
ນະຄອນຫຼວງວຽງຈັນ, ວັນທີ 18 ຕຸລາ 2016

ຄຳແນະນຳ
ກ່ຽວກັບ
ລາຍການ (ບັນຊີ) ຜະລິດຕະພັນໄມ້
ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ

- ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

- ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 1551/ອຄ, ລົງວັນທີ 31 ສິງຫາ 2016.

- ອີງຕາມຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການ(ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ຂອງລັດຖະມົນກະຊວງຕີກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016.

ເພື່ອເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິເນື້ອໃນຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ໃຫ້ໄດ້ຮັບຜົນສຳເລັດ, ປະກອບສ່ວນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ໄປຕາມທິດຂອງການພັດທະນາ.

ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ອອກຄຳແນະນຳ ດັ່ງນີ້:

  1. ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ

ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ປະກອບດ້ວຍ 12 ລາຍການ ຫລື ປະເພດ, ແຕ່ລະປະເພດປະກອບດ້ວຍຫຼາຍຊະນິດ ແລະ ຮູບແບບ, ບາງຊະນິດ ແລະ ຮູບແບບໄດ້ກຳນົດຊະນິດໄມ້, ຂະໜາດຄວາມໜາ, ຄວາມກວ້າງ ແລະ ຄວາມຍາວ ຢ່າງຈະແຈ້ງ.

      ຜະລິດຕະພັນໄມ້ເພື່ອສົ່ງອອກປະກອບດ້ວຍ: ຊື່ທີ່ລະບຸເປັນພາສາລາວ ແລະ ພາສາອັງກິດ, ເລກລະຫັດສິນຄ້າ ຊຶ່ງປະກອບດ້ວຍເລກລະເຄົ້າ ແລະ ລະຫັດຍອ່ຍ ( ຕາມເອກະສານຊ້ອນທ້າຍ 01 ) ຂອງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1883/ອຄ, ລົງວັນທີ 03 ຕຸລາ 2016). ດັ່ງນີ້:

  1. ຜະລິດຕະພັນຂີ້ເລື່ອຍອັດແທ່ງ ແລະ ອັດເມັດ

ຜະລິດຕະພັນຂີ້ເລື່ອຍປະກອບດ້ວຍ 02 ຊະນິດຄື: ຂີ້ເລື່ອຍອັດແທ່ງ ແລະ ຂີ້ເລື່ອຍອັດເມັດ. ຜະລິດຕະພັນເຫຼົ່ານີ້ໄດ້ມາຈາກ ຂີ້ເລື່ອຍ, ຂີ້ກົບ, ໄມ້ເສດ ແລະ ສິ່ງແຕກຫັກຂອງໄມ້ ຈາກໂຮງງານປຸງແຕ່ງໄມ້ ມາຕິດລວມເຂົ້າກັນດ້ວຍກາວ ອັດເປັນທ່ອນ, ກ້ອນ, ແຜ່ນ ແລະ ອື່ນໆ. ຂີ້ເລື່ອຍ, ຂີ້ກົບ, ໄມ້ເສດ ແລະ   ສິ່ງແຕກຫັກຂອງໄມ້ຕ້ອງມາຈາກໂຣງງານປຸງແຕ່ງໄມ້, ຖ້າຂຸດຄົ້ນ ຈາກປ່າຕ່າງໆ ຫລື ແຫລ່ງອື່ນໆ ມາຜະລິດເປັນຂີ້ ເລື່ອຍອັດແທ່ງ ແລະ ອັດເມັດແມ່ນຫ້າມສົ່ງອອກ.

  1. ຜະລິດຕະພັນຖ່ານໄມ້

     ຜະລິດຕະພັນຖ່ານໄມ້ປະກອບດ້ວຍ 02 ຊະນິດ ຄື: ຖ່ານຂາວ ແລະ ຖ່ານອັດແທ່ງຈາກຂີ້ເລື່ອຍ, ຊຶ່ງມີລາຍລະອຽດ ດັ່ງນີ້:
1.ຖ່ານຂາວ ແມ່ນຜະລິດຕະພັນຖ່ານຈາກໄມ້ຕີ້ວທີ່ຂຸດຄົ້ນຈາກສວນປູກ ຫຼື ເຂດປ່າຟື້ນຟູທີ່ອະນຸຍາດໃຫ້ຂຸດຄົ້ນຕາລະ ບຽບການທີ່ກ່ຽວຂ້ອງ, ຊຶ່ງຕິດພັນກັບການສົ່ງເສີມໃຫ້ປະຊາຊົນປູກໄມ້ຕີ້ວເພື່ອເປັນວັດຖຸດິບສະໜອງໃຫ້ແກ່ການເຜົ່າຖານ.

2.ຖ່ານອັດແທ່ງຈາກຂີ້ເລື່ອຍ ແມ່ນຜະລິດຕະພັນຖ່ານໄມ້ທີ່ນຳເອົາຂີ້ເລື່ອຍມາອັດເປັນແທ່ງ ຫຼື ເປັນເມັດແລ້ວເຜົາ ຫຼື ປຸງແຕ່ງເປັນຖ່ານ.

  1. ຜະລິດຕະພັນໄມ້ປັກເກ້, ໄມ້ປູພື້ນ ສຳລັບພາຍໃນ

        ຜະລິດຕະພັນໄມ້ປັກເກ້, ໄມ້ປູພື້ນສຳລັບພາຍໃນປະກອບດ້ວຍ 4 ຊະນິດ ຄື: ຜະລິດຕະພັນໄມ້ປັກເກ້, ຜະລິດຕະພັນໄມ້ປູພື້ນ, ຜະລິດຕະພັນໄມ້ແອ້ມຝາ ແລະ ເພດານ ແລະ ຜະລິດຕະພັນໄມ້ຕໍ່ເປັນເສັ້ນ ຊຶ່ງໄດ້ກຳນົດຂະໜາດ ຄວາມໜາ, ຄວາມຍາວ ແລະ ຄວາມກວ້າງ. ຜະລິດຕະພັນໄມ້ເຫລົ່ານີ້ແມ່ນຜະລິດຕະພັນໄມ້ທີ່ມີຂະໜາດອັນສະເພາະໂດຍຜ່ານຂະບວນການປຸງແຕ່ງ ດ້ວຍການອົບ, ຕັດຂະໜາດ, ກົບ, ຂັດ, ອັດດ້ວຍກາວເປັນຊັ້ນ, ແລ່ນຫລີ້ມ ແລະ ຮ່ອງ ຫຼື ບໍ່ແລ່ນຫລີ້ມ ແລະ ຮ່ອງແຕ່ກົບໜ້າລຽບສີ່ດ້ານ, ລົງສີ ຫຼື ບໍ່ລົງສີ, ມີບາງຮູບແບບກໍ່ຈະໄດ້ແລ່ນຮ່ອງກັນມື່ນ.

  1. 1. ຜະລິດຕະພັນໄມ້ປັກເກ້ ປະກອບດ້ວຍ 03 ຮູບແບບຄື: ໄມ້ປັກເກ້ເສັ້ນດຽວ, ໄມ້ປັກເກ້ເຊື່ອມຕໍ່ປະສານ ແລະ ໄມ້ປັກເກ້ໂມເສດ.
  2. 2. ຜະລິດຕະພັນໄມ້ປູພື້ນ ປະກອບດ້ວຍ 05 ຮູບແບບຄື: ໄມ້ປູພື້ນຊິ້ນດຽວ, ໄມ້ປູພື້ນເຊື່ອມຕໍ່ຊິ້ນດຽວ, ໄມ້ປູພື້ນເຊື່ອມຕໍ່ ປະສານ, ໄມ້ປູພື້ນອັດເປັນຊັ້ນ ແລະ ໄມ້ແຜ່ນພື້ນເດັກກິງ.
  3. 3. ຜະລິດຕະພັນໄມ້ແອ້ມຝາ ແລະ ເພດານປະກອບດ້ວຍ 04 ຮູບແບບຄື: ໄມ້ເພດານແບບຮ່ອງຕົວວີ (V), ໄມ້ເພດານແບບເຊື່ອມຕໍ່ປະສານ, ໄມ້ແອ້ມຝາ ຫຼື ເພດານແບບອັດເປັນຊັ້ນ ແລະ ໄມ້ແອ້ມຝາແບບນູນ.
  4. 4. ຜະລິດຕະພັນໄມ້ຕໍ່ເປັນເສັ້ນ ແມ່ນຜະລິດຕະພັນໄມ້ທີ່ນຳໃຊ້ໄມ້ສັ້ນ, ໄມ້ນ້ອຍມາອັດເຊື່ອຕໍ່ເຂົ້າກັນດ້ວຍກາວເປັນເສັ້ນຍາວ.
  •  ຜະລິດຕະພັນບາງຮູບແບບດັ່ງກ່າວມີຄຳອະທິບາຍເພີ່ມເຕີມດັ່ງນີ້:
  •  ຜະລິດຕະພັນໄມ້ປູພື້ນເຊື່ອມຕໍ່ປະສານ ແມ່ນການນຳໃຊ້ໄມ້ສັ້ນ, ໄມ້ນ້ອຍມາເຊື່ອມຕໍ່ເຂົ້າກັນດ້ວຍກາວເປັນເສັ້ນຍາວ, ຊຶ່ງມີຂະບວນການປຸງແຕ່ງເຊັ່ນ: ອົບ, ຕັດຂະໜາດ, ປາດເດືອຍ, ຕິດກາວເຊື່ອມຕໍ່ເຂົ້າກັນເປັນເສັ້ນດຽວ ແລະ ອັດເປັນແຜ່ນຕາມຂະໜາດທີ່ໄດ້ກຳນົດໄວ້, ກົບ, ແລ່ນ ຫລີ້ມ ແລະ ຮ່ອງ, ຂັດ, ລົງສີ ຫຼື ບໍ່ລົງສີ.
  •  ໄມ້ປູພື້ນແບບອັດເປັນຊັ້ນ ແມ່ນການນຳເອົາແຜ່ນໄມ້ມາຕິດເຂົ້າກັນດ້ວຍກາວເປັນ 2 ຊັ້ນ ຫຼື 3 ຊັ້ນ ໜີບເຂົ້າກັນດ້ວຍເຄື່ອງຈັກອັດແຮງ, ສ່ວນໜ້າດ້ານເທິງແມ່ນໃຊ້ໄມ້ທີ່ມີຄຸນນະພາບດີ ແລະ ສວຍງາມຕິດໃສ່ (ໄມ້ປົກໜ້າ ຄວາມໜາບໍ່ເກີນ 3ມມ), ຊຶ່ງຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ຊ່ອຍ, ຕັດຂະໜາດ, ປາດເດືອຍ ແລະ ອັດເປັນແຜ່ນຕາມຂະໜາດທີ່ໄດ້ກຳນົດໄວ້,  ກົບ, ແລ່ນຫລີ້ມ ແລະ ຮ່ອງ, ຂັດ, ລົງສີ ຫຼື ບໍ່ລົງສີ.
  •  ໄມ້ແອ້ມຝາ ແລະ ເພດານ ແມ່ນຜະລິດຕະພັນໄມ້ທີ່ຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ຊ່ອຍ ແລະ ຕັດຂະໜາດ, ກົບ, ແລ່ນຫລີ້ມ ແລະ ຮ່ອງ ຫຼື ລົບຫຼ່ຽມ ໃຫ້ເປັນຮູບຊົງ, ຂັດ, ລົງສີ ຫຼື ບໍ່ລົງສີ.
  •  ຜະລິດຕະພັນໄມ້ຕໍ່ເປັນເສັ້ນແມ່ນການນຳໃຊ້ໄມ້ສັ້ນ, ໄມ້ນ້ອຍມາອັດເຊື່ອມຕໍ່ເຂົ້າກັນດ້ວຍກາວເປັນເສັ້ນຍາວໂດຍຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ຕັດຂະໜາດ, ປາດເດືອຍ, ຕິດກາວເຊື່ອມຕໍ່ເຂົ້າກັນເປັນເສັ້ນດຽວ, ກົບສີ່ດ້ານ, ຂັດ ແລະ ຫຸ້ມຫໍ່ຢ່າງດີ.
  1. ຜະລິດຕະພັນໄມ້ອັດ.

ຜະລິດຕະພັນໄມ້ອັດປະກອບດ້ວຍ 07 ຊະນິດ ຄື: ໄມ້ອັດຈາກຂີ້ເລື່ອຍ ຫຼື ຂີ້ກົບ, ໄມ້ອັດຈາກໄມ້ປອກ, ໄມ້ອັດບະລັອກບອດ, ໄມ້ອັດປະສານ ຫຼື ໄມ້ອັດເຊື່ອມຕໍ່ປະສານ ແລະ ໄມ້ອັດປະສານສຳລັບໜ້າໂຕະຊຶ່ງໄດ້ກຳນົດຂະໜາດ ຄວາມໜາ, ຄວາມຍາວ ແລະ ຄວາມກ້ວາງ. ວັດຖຸດິບທີ່ນຳໃຊ້ຕ້ອງແມ່ນໄມ້ປູກ ແລະ ໄມ້ທຳມະຊາດ (ໄມ້ຄຸ້ມຄອງ 1,2,3) ເທົ່ານັ້ນ.1.ຜະລິດຕະພັນໄມ້ອັດຈາກຂີ້ເລືື່ອຍ, ຂີ້ກົບ ແມ່ນຜະລິດຕະພັນໄມ້ຈາກການນຳເອົາຂີ້ເລື່ອຍ ຫຼື ຂີ້ກົບປະສົມໃສ່ກາວ ແລ້ວນຳເຂົ້າແມ່ແບບອັດດ້ວຍເຄື່ອງຈັກອັດແໜ້ນ, ອົບດ້ວຍຄວາມຮ້ອນເພື່ອໃຫ້ຂີ້ເລື່ອຍ ແລະ ຂີ້ກົບເຊື່ອມເຂົ້າກັນໃຫ້ແຂງຕົວເປັນແຜ່ນເພື່ອນຳໃຊ້ຕໍ່ໄປ.

  1. 1. ຜະລິດຕະພັນໄມ້ອັດຈາກເສດໄມ້ບົດ ແມ່ນຜະລິດຕະພັນໄມ້ທີ່ນຳເອົາໄມ້ເນື້ອອອ່ນ ຫຼື ໄມ້ປູກ (ໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາ) ທ່ີມີໜ້າຕ່າງ 14 ຊມ ລົງມາລວມທັງໄມ້ເສດ, ໄມ້ນ້ອຍ ແລະ ກິ່ງງ່າໄມ້ຕ່າງໆ ມາບົດ, ອົບຫຼັງຈາກນັ້ນນຳມາປະສົມໃສ່ກາວແລ້ວນຳເຂົ້າແມ່ແບບອັດດ້ວຍເຄື່ອງຈັກອັດແໜ້ນ, ອົບດ້ວຍຄວາມຮ້ອນໃຫ້ເຊື່ອຕົວເຂົ້າກັນໃຫ້ແຂງຕົວເປັນແຜ່ນເພື່ອນຳໃຊ້ຕໍ່ໄປ.
  2. 2. ຜະລິຕະພນັນໄມ້ອັດຈາກໄມ້ປອກ ແມ່ນຜະລິດຕະພັນໄມ້ທີ່ນຳເອົາໄມ້ປອກມາຕິດເຂົ້າກັນແລ້ວອັດດ້ວຍເຄື່ອງຈັກໃຫ້ເປັນແຜ່ນດຽວອາດຈະນຳໃຊ້ໄມ້ປອກຕິດໃສ່ດ້ານໜ້າ ຫຼື ດ້ານຫຼັງສ່ວນໃຈກາງອາດນຳໃຊ້ຂີ້ເລື່ອຍ ຫຼື    ອື່ນໆ.
  3. 3. ໄມ້ອັດປະສານ ຫຼື ໄມ້ອັດເຊື່ອມຕໍ່ປະສານ ແລະ ໄມ້ອັດປະສານສຳລັບໜ້າໂຕະ ແມ່ນຜະລິດຕະພັນໄມ້ທີ່ນຳເອົາໄມ້ເປັນເສັ້ນ (ໜ້າກວ້າງບໍ່ເກີນ 15 ຊມ) ຫຼື ນຳເອົາໄມ້ສັ້ນ, ໄມ້ນ້ອຍມາເຊື່ອມຕໍ່ເຂົ້າກັນດ້ວຍກາວອັດໜີບເປັນເສັ້ນຍາວ ແລະ ເຊື່ອມຕໍ່ເຂົ້າກັນເປັນແຜ່ນໂດຍຜ່ານຂະບວນການປຸງແຕ່ງ ເຊັ່ນ: ອົບ, ຊອ່ຍ, ຕັດຂະໜາດ, ອັດໜີບດ້ວຍເຄື່ອງຈັກອັດແຮງ ແລະ ຂັດກະດາດຊາຍ.
  1. ຜະລິດຕະພັນເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້

 ເຄື່ອງໃຊ້ສອຍທີ່ເຮັດດວ້ຍໄມ້ ປະກອບດ້ວຍຫຼາຍຊະນິດ ແລະ ຮູບແບບ ເຊັ່ນ: ຂອບຮູບ, ຂອບແວ່ນ, ຫີບ, ລັງ, ຖັງ, ພາເລດ, ພາຖາດ, ເຄື່ອງມື ແລະ ອື່ນໆ. ວັດຖຸດິບທີ່ນຳໃຊ້ຕ້ອງແມ່ນໄມ້ປູກ ແລະ ໄມ້ທຳມະຊາດ ( ໄມ້ຄຸ້ມຄອງ 1,2,3). ສຳລັບພາເລດໃຫ້ນຳໃຊ້ໄມ້ປູກ (ໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາ) ແລະ ມີຂະໜາດ 5 ຊມ, ກວ້າງ 15 ຊມ ແລະ ຍາວ 200 ຊມ ລົງມາເທົ່ານັ້ນ.

  1. ຜະລິດຕະພັນໄມ້ປະກອບໃນອາຄານ

ຜະລິດຕະພັນໄມ້ປະກອບໃນອາຄານປະກອບດ້ວຍ 07 ຊະນິດຄື ຊຸດປ່ອງຢ້ຽມ, ຊຸດປະຕູ, ແຜ່ນໄມ້ມຸ້ງຫຼັງຄາ, ແຜ່ນໄມ້ຮົ້ວ, ແຜ່ນໄມ້ປະກອບແບບລາຍໂມເສດ, ຜະລິດຕະພັນໄມ້ຂອບອັດເປັນຊັ້ນ ແລະ ຊຸດຂັ້ນໄດຊຶ່ງໄດ້ກຳນົດຂະໜາດຄວາມໜາ, ຄວາມຍາວ ແລະ ຄວາມກວ້າງ.

ຜະລິດຕະພັນໄມ້ປະກອບໃນອາຄານຕ້ອງເປັນຜະລິດຕະພັນໄມ້ສຳເລັດຮູບທີ່ສາມາດນຳໃຊ້ໄດ້ເລີຍ, ສາມາດປະກອບເຂົ້າ ແລະ ແຍກອອກຈາກກັນໄດ້ທັນທີ (Knock-down) ເພື່ອສະດວກໃນການຂົນສົ່ງ, ແຕ່ຕ້ອງຄົບເປັນຊຸດ ຫຼື ເປັນໜວ່ຍເຊັ່ນ: ຊຸດປ່ອງຢ້ຽມ, ຊຸດປະຕູ, ຊຸດຂັ້ນໄດ(ບໍ່ອະນຸຍາດໃຫ້ສົ່ງອອກເປັນຊີ້ນສ່ວນດຽວ).

  1. 1. ໄມ້ວົງກົບປະຕູ ແລະ ປ່ອງຢ້ຽມສຳເລັດຮູບ ແມ່ນຜະລິດຕະພັນໄມ້ເນື້ອແຂງແບບເສັ້ນດຽວ ຫຼື ອັດປະສານໂດຍຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ກົບ, ເຊາະຮ່ອງບັງໃບ, ຕັດມຸມສາກຫົວວົງກົບຕົວຜູ້ ແລະ ຕົວແມ່ທີ່ສາມາດປະກອບເປັນຊຸດ ຫຼື ບໍ່ປະກອບເຂົ້າກັນ ເພື່ອສະດວກໃນການຂົນສົ່ງ.
  2. 2. ໄມ້ມຸງຫຼັງຄາ ແລະ ໄມ້ຮົ້ວ ແມ່ນຜະລິດຕະພັນໄມ້ໂດຍຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ຕັດຂະໜາດ, ກົບ, ແລ່ນໂລເຕີເພື່ອໃຫ້ເປັນຮູບທີ່ຕ້ອງການ, ລົບຫຼ່ຽມ ຫຼື ແລ່ນຮ່ອງ, ລົງສີ ຫຼື ບໍ່ລົງສີ ແລະ ຕ້ອງນຳໃຊ້ສະເພາະປະເພດໄມ້ຄຸ້ມຄອງ 1,2,3.
  3. 3. ແຜ່ນໄມ້ປະກອບແບບລາຍໂມເສດ ແມ່ນການນຳເອົາແຜ່ນໄມ້, ໄມ້ນ້ອຍ, ໄມ້ສັ້ນມາຕິດເຂົ້າກັນດ້ວຍກາວແລ້ວໜີບເຂົ້າກັນດ້ວຍເຄື່ອງຈັກອັດແຮງໂດຍຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ຕັດຂະໜາດ, ກົບລະອຽດເພື່ອໃຫ້ເປັນຮູບທີ່ຕ້ອງການ,  ລົງສີ ຫຼື ບໍ່ລົງສີ ແລະ ຕ້ອງນຳໃຊ້ສະເພາະ ປະເພດໄມ້ຄຸ້ມຄອງ 1,2,3.
  4. 4. ຜະລິດຕະພັນໄມ້ຂອບອັດເປັນຊັ້ນ ແມ່ນການນຳເອົາແຜ່ນໄມ້ມາຕິດເຂົ້າກັນດ້ວຍກາວ ເປັນຊັ້ນ, ໜີບເຂົ້າກັນດ້ວຍເຄື່ອງຈັກອັດແຮງ, ຊຶ່ງຜ່ານຂະບວນການປຸງແຕ່ງເຊັນ: ອົບ, ຊອຍ, ແລະ ຕັດຂະໜາດ, ກົບລະອຽດ  ແລະ ອັດເປັນຊັ້ນຕາມຂະໜາດທີ່ໄດ້ກຳນົດ, ກົບສີ່ດ້ານ, ຂັດ,  ລົງສີ ຫຼື ບໍ່ລົງສີ ແລະ ຕ້ອງນຳໃຊ້ສະເພາະປະເພດໄມ້ຄຸ້ມຄອງ 1,2,3.
  5. 5. ແປ້ນຂັ້ນໄດແນວນອນ ແລະ ແນວຕັ້ງ ຕ້ອງໄດ້ຜ່ານຂະບວນການປຸງແຕ່ງເຊັ່ນ: ອົບ, ກົບໃສ, ລົບຫຼ່ຽມ, ຕັດຂະໜາດ, ຂັດລຽບມີທັງແບບເປັນໄມ້ແຜ່ນດຽວ ຫຼື ອັດເຊື່ອມຕໍ່ປະສານຕາມຂະໜາດທີ່ໄດ້ກຳນົດໄວ໊.
  1. ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້

ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້ ປະກອບດ້ວຍຫຼາຍຊະນິດ ແລະ ຮູບແບບເຊັ່ນ: ເຄື່ອງໃຊ້ເທິງໂຕະ, ຂຽງ (ລາຍລະອຽດຂອງຂຽງໃຫ້ເບິ່ງຂໍ້ 3  ຂອງຂໍ້ II: ລາຍການ(ບັນຊີ) ຜະລິດຕະພັນໄມ້ທີ່ຫ້າມສົ່ງອອກ), ເຄື່ອງຫັດຖະກຳໄມ້, ເຄື່ອງດົນຕີ ແລະ ອື່ນໆ. ສຳລັບໄມ້ແກະສະຫລັກ ຕ້ອງມີຂະໜາດນ້ອຍກວ່າ ຫຼື ເທົ່າກັບ: ໜາ 2.5 ຊມ, ກວ້າງ 30 ຊມ ແລະ ຍາວ 100 ຊມ ລົງມາ. ວັດຖຸດິບທີ່ນຳໃຊ້ຕ້ອງແມ່ນໄມ້ປູກ, ໄມ້ທຳມະຊາດເນື້ອແຂງ ແລະ ໄມ້ຄຸ້ມຄອງ 1,2,3 ເທົ່ານັ້ນ.

  1. ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້

ເຄື່ອງເຟິນີເຈີທີ່ເຮັດດ້ວຍໄມ້ ປະກອບດ້ວຍຫລາຍຊະນິດ ແລະ ຮູບແບບ, ແມ່ນຜະລິດຕະພັນໄມ້ສຳເລັດຮູບ ທີ່ສາມາດນຳໃຊ້ໄດ້ເລີຍ, ສາມາດແຍກ ຫຼື ປະກອບເຂົ້າກັນໄດ້ທັນທີ (Knock-down). ຜະລິດຕະພັນດັ່ງກ່າວສາມາດສົ່ງອອກເປັນຊິ້ນສ່ວນ, ແຕ່ຕ້ອງຄົບເປັນຊຸດ ຫຼື ເປັນໜ່ວຍ ແລະ ມີການຫຸ້ມຫໍ່ເປັນຊຸດ ຫຼື ເປັນໜ່ວຍຕາມຄວາມຕ້ອງການຂອງຕະຫຼາດ ແລະ ຕ້ອງຜ່ານຂະບວນການປຸງແຕ່ງຕາມຮູບແບບຂອງແຕ່ລະຜະລິດຕະພັນເຊັ່ນ: ໂຕະ, ຕັ່ງ, ຕູ້, ຕຽງ ແລະ ອື່ນໆ, ຊຶ່ງບໍ່ອະນຸຍາດໃຫ້ສົ່ງອອກເປັນຊິ້ນສ່ວນດຽວເຊັ່ນ: ຂາໂຕະຢ່າງດຽວ. ວັດຖຸດິບທີ່ນຳໃຊ້ຕ້ອງແມ່ນໄມ້ປູກ, ໄມ້ທຳມະຊາດເນື້ອແຂງ ແລະ ໄມ້ຄຸ້ມຄອງ 1,2,3 ເທົ່ານັ້ນ.

  1. ຜະລິດຕະພັນທີ່ເຮັດດ້ວຍໄມ້ປ່ອງ ແລະ ຫວາຍ

ຜະລິດຕະພັນໄມ້ປ່ອງ ແມ່ນຜະລິດຕະພັນທີ່ຜ່ານຂະບວນການປຸງແຕ່ງຂັ້ນຕົ້ນ ຫຼື ສຳເລັດຮູບເຊັ່ນ: ຜ່າເປັນດີ້ວ, ເປັນປ່ຽງ, ເຫຼົາເປັນຮູບຊົງກົມ, ອັດເຊື່ອມຕໍ່ປະສານ ແລະ ອື່ນໆ.

ຜະລິດຕະພັນຈາກຫວາຍ ຕ້ອງເປັນຜະລິດຕະພັນສຳເລັດຮູບ ແລະ ນຳໃຊ້ໄດ້ເລີຍເຊັ່ນ: ໂຕະ, ຕັ່ງ, ຕູ້, ຕຽງ ແລະ ອື່ນໆ.

  1. ໄມ້ຄ້ຳແບບ, ໄມ້ຂ້າວ, ໄມ້ຮົ້ວ (ໄມ້ກົມ) ແລະ ໄມ້ເລື່ອຍເປັນແຜ່ນ(ໄມ້ປູກ)

ໄມ້ປູກສຳລັບເຮັດໄມ້ຄ້ຳແບບ, ໄມ້ຮົ້ວ, ໄມ້ຂ້າວ ແລະ ອື່ນໆ (ໄມ້ກົມ) ທີ່ເປັນລຳຕົ້ນຕ້ອງແມ່ນຜະລິດຕະພັນໄມ້ ຈາກສວນປູກ (ໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາ), ມີເສັ້ນຜ່າກາງນ້ອຍກວ່າ ຫຼື ເທົ່າກັບ 12 ຊມ ລົງມາເທົ່ານັ້ນ.ໄມ້ ແລະ ຜະລິດຕະພັນໄມ້ເຫລົ່ານີ້ ຕ້ອງແມ່ນໄມ້ຈາກສວນປູກ ແລະ ຕ້ອງເປັນໄມ້ຕະກຸນໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາເທົ່ານັ້ນ, ນອກຈາກນີ້ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.

  1. ຜະລິດຕະພັນເຫຍຶ່ອໄມ້

ຜະລິດຕະພັນເຫຍຶ່ອໄມ້ ແມ່ນຜະລິດຕະພັນໄມ້ຈາກສວນປູກ (ໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາ) ທີ່ໄດ້ຜ່ານຂະບວນການປຸງແຕ່ງເຊັ່ນ: ຕັດ, ບົດ, ຕົ້ມ, ສະກັດ, ກັ່ນ ຈົນເຫຍຶ່ອໄມ້ລະອຽດ (Cellulose fiber  powder ຫຼື wood fiber devised from wood pulp).

  1. ໄມ້ເກດສະໜາ (ບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ)

ໄມ້ເກດສະໜາທີ່ສັບເປັນປ່ຽງນ້ອຍໆ ຫຼື ບົດເປັນຝຸ່ນຕ້ອງແມ່ນໄມ້ເກດສະໜາຈາກສວນປູກທີ່ນຳໃຊ້ແຮງານຄົນ   ຫຼືເຄື່ອງຈັກບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ.

  1. ລາຍການ(ບັນຊີ) ຜະລິດຕະພັນໄມ້ທີ່ຫ້າມສົ່ງອອກ.

ຜະລິດຕະພັນໄມ້ຫ້າມສົ່ງອອກ ແມ່ນຜະລິດຕະພັນໄມ້ທຸກປະເພດ, ຊະນິດ, ຮູບແບບ ແລະ ຂະໜາດທີ່ບໍ່ໄດ້ລະບຸໄວ້ໃນລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກເຊັ່ນ: ຜະລິດຕະພັນໄມ້ເສົາໂຊ, ໄມ້ເສົາ ແລະ ຄານອັດປະສານ, ຜະລິດຕະພັນໄມ້ໂຕະ ແລະ ຕັ່ງທີ່ເປັນໜ້າໄມມ້ທຳມະຊາດແຜ່ນດຽວທີ່ມີຂະໜາດໃຫຍ່, ຜະລິດຕະພັນຂຽງທີ່ມີຂະໜາດໃຫຍ່ກວ່າ(ໜາ 5ຊມ, ກວ້າງ 30 ຊມ ແລະ ຍາວ 50 ຊມ) ຂຶ້ນໄປ, ໄມ້ປູກ(ໄມ້ກົມ) ທີ່ມີລຳຕົ້ນຂະໜາດໃຫຍ່ກວ່າ 12 ຊມ ຂຶ້ນໄປ(>12 ຊມ). ຖ່ານດຳທຸກຊະນິດ, ໄມ້ປູພື້ນສຳລັບພາຍນອກ, ໄມ້ບົວ, ໄມ້ປະກອບຖັງລົດ, ໂລງສົບ, ລູກຕິ່ງ, ຮາວພະນັກ ແລະ ຮາວພະນັກເຊື່ອມຕໍ່ປະສານ. ຊຶ່ງລາຍລະອຽດແມ່ນຄັດຕິດໃນເອກະ ສານຊ້ອນທ້າຍທີ 02 ຂອງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ດັ່ງນີ້:

  1. ຜະລິດຕະພັນໄມ້ເສົາໂຊ,ໄມ້ເສົາ ແລະ ຄານອັດປະສານ, ໄມ້ບົວ, ໄມ້ປູພື້ນສຳລັບພາຍນອກ ລວມທັງຜະລິດຕະພັນສຳລັບການກໍ່ສ້າງເຊັ່ນ: ໄມ້ໂຄງຫຼັງຄາ (ໄມ້ອົກໄກ່, ໄມ້ໂຄງເພດານ, ໄມ້ຂ້າວ, ໄມ້ສີຍົວ, ໄມ້ຂັດແປ, ໄມ້ເສົາດັ້ງ, ໄມ້ປ້ານລົມ, ປ້ານຊາຍ, ໄມ້ຂື່, ໄມ້ຄສອງ), ໄມ້ຂາງໜີບ, ໄມ້ແປ້ນພື້ນ, ໄມ້ຕົງ, ໄມ້ຂາງ ທີ່ບໍ່ໄດ້ບັນຈຸຢູ່ໃນລາຍການ(ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ. ຜະລິດຕະພັນໄມ້ດັ່ງກ່າວນີ້ແມ່ນນຳໃຊ້ໄມ້ປະເພດຕ່າງໆ ( ໄມ້ຫວງຫ້າມ, ໄມ້ພິເສດ, ໄມ້ຄຸ້ມຄອງ 1,2,3) ຊຶ່ງອາດຈະເປັນໄມ້ລຳດຽວ (ໄມ້ກົມ), ໄມ້ຕີຕັບສີ່ຫຼ່ຽມ, ໄມ້ເລື່ອຍປະເພດຕ່າງໆ, ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ຫຼື ສຳເລັດຮູບ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.
  2. ເຄື່ອງເຟີນີເຈີ ທີ່ເຮັດດ້ວຍໄມ້ທຸກຊະນິດ ທີ່ເປັນໜ້າໄມ້ທຳມະຊາດແຜ່ນດຽວ, ຕົວຢ່າງ: ໂຕະ, ຕັ່ງ, ສະໂລງໄມ້ ທີ່ໄດ້ຈາກການເລື່ອຍ, ຊອຍ ຕາມຂະໜາດຮູບຊົງຂອງທອ່ນໄມ້ ຂະໜາດໃຫຍ່ ຫຼື ໄດ້ຈາກການເລື່ອຍໄມ້ແປຮູບ, ຕີຕັບ ທີ່ມີໜ້າຕ່າງຂະໜາດໃຫຍ່ ເປັນໜ້າໄມ້ແຜ່ນດຽວ ເພື່ອປະກອບເປັນຊິ້ນສ່ວນຕ່າງໆ ຂອງໂຕະ, ຕັ່ງ, ສະໂລງ ແລະ ອື່ນໆ ທີ່ເປັນການຊິ້ນເປືອງວັດຖຸດິບຫຼາຍ, ມີລັກສະນະຮູບຮ່າງ ແລະ ຮູບພາບ ດັ່ງທີ່ກຳນົດໃນ ຂໍ້ 03 (ຂອງຮູບພາບ) ຂອງລາຍການ(ບັນຊີ) ຜະລິດຕະພັນໄມ້ທີ່ຫ້າມສົ່ງອອກ.
  3. ຂຽງໄມ້ປະກອບດ້ວຍ 02 ຊະນິດຄື: ຂຽງມົນ ແລະ ຂຽງສີ່ຫລ່ຽມ. ສຳລັບຂຽງມົນ ທີ່ມີຂະໜາດໃຫຍ່ກວ່າ: ໜ້າຕ່າງ 30 ຊມ, ຄວາມໜາ 5 ຊມ ຂຶ້ນໄປ ແມ່ນຫ້າມສົ່ງອອກ. ຂຽງສີ່ຫລ່ຽມປະກອບດ້ວຍ 2 ຮູບແບບຄື: ຂຽງສີ່ຫລ່ຽມຍາວ ແລະ ສີ່ຫລ່ຽມມົນທົນ. ຂຽງສີ່ຫລ່ຽມຍາວ ທີ່ມີຂະໜາດໃຫຍ່ກວ່າ: ໜາ 5 ຊມ, ກວ້າງ 30 ຊມ, ຍາວ 50 ຊມ ຂຶ້ນໄປ ແລະ ຂຽງສີ່ຫລ່ຽມມົນທົນທີ່ມີຂະໜາດໃຫຍ່ກວ່າ: ໜາ 5 ຊມ, ກວ້າງ ແລະ ຍາວ 30 ຊມ ຂຶ້ນໄປ (ໂດຍໃຫ້ຮັກສາຄວາມກວ້າງໄວ້ ແລະ ຫຼຸດຄວາມຍາວລົງ ຈາກຂຽງສີ່ຫລ່ຽມຍາວ) ແມ່ນຫ້າມສົ່ງອອກ.

        ຂຽງທຸກຊະນິດ ແລະ ຮູບແບບ ຕ້ອງມີຂະໜາດນ້ອຍກວ່າ ຫຼື ເທົ່າກັບ ຂະໜາດທີ່ກຳນົດໄວ້ຂ້າງເທິງນີ້ ຈິ່ງສາມາດສົ່ງອອກໄດ້.

  1. ໄມ້ປູກທຸກປະເພດ (ໄມ້ກົມ) ທີ່ມີຂະໜາດໜ້າຕ່າງໃຫຍ່ກວ່າ 12 ຊມ ຂຶ້ນໄປ ເຊັ່ນ: ໄມ້ວິກ, ໄມ້ກະຖິນນາລົງ ແລະ ກະຖິນເທພາ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ, ນອກຈາກທີ່ໄດ້ກຳນົດໄວ້ໃນຂໍ້ 10 ຂອງຂໍ້ I: ລາຍການ(ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ.
  2. ຖ່ານດຳທຸກຊະນິດ ແມ່ນຖ່ານທີ່ຜະລິດ ຫຼື ເຜົາ ຈາກໄມ້ປະເພດຕ່າງໆ (ນອກຈາກໄມ້ຕີ້ວ) ຂອງຫົວໜ່ວຍທຸລະກິດ ຫຼື ຄອບຄົວຂອງປະຊາຊົນ ຊຶ່ງມີຄວາມແຕກຕ່າງຈາກ ຖ່ານຂາວ ແລະ ຖ່ານອັດແທ່ງ ແລະ ອັດເມັດຈາກຂີ້ເລື່ອຍ. ຖ່ານດຳທຸກຊະນິດ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.
  3. ໄມ້ປະກອບຖັງລົດ ແມ່ນຜະລິດຕະພັນໄມ້ທີ່ມີຂະໜາດສະເພາະ ເຊັ່ນ: ໄມ້ຂາງລົດ, ໄມ້ປູພື້ນລົດ, ໄມ້ຝາຂ້າງລົດ ຊຶ່ງມີລັກສະນະຄ້າຍຄືກັນກັບໄມ້ສຳລັບການກໍ່ສ້າງ. ໄມ້ປະກອບຖັງລົດ ອາດຈະເປັນຜະລິດຕະພັນໄມ້ເລື່ອຍແປຮູບ, ໄມ້ເຄິ່ງສຳເລັດຮູບ ຫຼື ສຳເລັດຮູບ ຊຶ່ງຜະລິດຕະພັນດັ່ງກ່າວບໍ່ອະນຸຍາດໃຫ້ສົ່ງອອກ.
  4. ໂລງສົບທຸກຊະນິດ ແລະ ທຸກຮູບແບບ ທີ່ຜະລິດຈາກໄມ້ປະເພດຕ່າງໆ, ທັງສຳເລັດຮູບ ແລະ ບໍ່ສຳເລັດຮູບ, ສາມາດປະກອບເຂົ້າກັນເປັນໜ່ວຍ ຫຼື ແຍກເປັນຊິ້ນສ່ວນ(Knock-down) ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.
  5. ລູກຕິ່ງ, ຮາວພະນັກ, ຮາວພະນັກອັດເຊື່ອມຕໍ່ປະສານ ແມ່ນຜະລິດຕະພັນໄມ້ທີ່ຜ່ານຂັ້ນຕອນຂອງການປຸງແຕ່ງເຊັ່ນ: ສ່ຽນ, ກຶ່ງຂຶ້ນຮູບ, ຕັດແຕ່ງ, ອົບ, ຕິດ, ຕະ ອັດປະສານ, ຕັດຂະໜາດ, ຂຶ້ນຮູບ, ແລ່ນຄີ້ວບົວຢ່າງລະອຽດ, ຂັດລຽບ ແລະ ອື່ນໆ. ຜະລິດຕະພັນດັ່ງກ່າວອາດຈະເປັນເຄິ່ງສຳເລັດຮູບ ຫຼື ສຳເລັດຮູບ ກໍບໍ່ອະນຸຍາດໃຫ້ສົ່ງອອກ.
  1. ຮູບພາບປະກອບ

       ນອກຈາກຄຳອະທິບາຍເນື້ອໃນ ຂອງລາຍການ(ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກແລ້ວ ຍັງມີຮູບພາບປະກອບ ເພື່ອໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໄດ້ງ່າຍ ແລະ ຖືກຕ້ອງ ເພາະວ່າບາງຊະນິດ ແລະ ຮູບແບບຜະລິດຕະພັນໄມ້ ມີຄວາມຫຍຸ້ງຍາກໃນການອະທິບາຍ ຫຼື ໃຫ້ຄວາມໝາຍ ຈຶ່ງໃຫ້ເບິ່ງຮູບພາບປະກອບ ຕາມເອກະສານຊ້ອນທ້າຍ 1 ແລະ 2 ຂອງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການ(ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ 1883/ອຄ, ລົງວັນທີ 03 ຕຸລາ 2016.

ຫົວໜ້າກົມ

(ເຊັນ ແລະ ປະທັບຕາ)

ມະໂນຮັກ ຣາຊະຈັກ

 

# ຫົວຂໍ້ ດາວໂຫຼດ
1 Instruction on the List of Eligible and Prohibited Wooden Products for Export No.1009/DoIH.PSD, dated 18 October 2016 PDF
2 ຄຳແນະນຳ ກ່ຽວກັບ ລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ສະບັບເລກທີ 1009/ກອຫ.ມຖ, ລົງວັນທີ 18 ຕຸລາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.