ວາລະສານການຄ້າລາວ (LTM) ສະບັບທີ 12 ປະຈຳເດືອນກັນຍາ 2016 ເນັ້ນໃສ່ບົດຄວາມທີ່ຕິດພັນກັບການເຊື່ອມໂຍງການຄ້າທັງລະດັບພາກພື້ນ ແລະ ສາກົນ ເຊິ່ງລວມມີ ວິໄສທັດດ້ານການພັດທະນາ ຮອດປີ 2030 ແລະ ບັນດາ ແຜນບູລິມະສິດ ແຕ່ປີ 2016-2020 ສຳລັບຂະແໜງອຸດສາຫະກຳ ແລະ ການຄ້າ ໃນ ສປປ ລາວ; ການສຳຫຼວດການພັດທະນາຂະແໜງການປະກັນໄພຂອງລາວ; ການສົ່ງອອກຂອງລາວ ແລະ ການສ້າງວຽກເຮັດງານທຳ; ບົດບາດຍິງ-ຊາຍ ແລະ ການຄ້າ ໃນ ສປປ ລາວ ປີ 2016; ການປັບປຸງລະບຽບການດ້ານການບໍລິການໃນ ສປປ ລາວ; ມາດຕະການທີ່ບໍ່ແມ່ນພາສີ ແລະ ການເຊື່ອມໂຍງເຂົ້າສູ່ລະບົບເສດຖະກິດໂລກ; ການເສີມຂະຫຍາຍການເຊື່ອມໂຍງລະຫວ່າງຂະແໜງການບໍລິການ ແລະ ຂະແໜງອຸດສະຫະກຳປຸງແຕ່ງ ຢູ່ໃນ ສປປ ລາວ; ແລະ ໃນຕອນທ້າຍຂອງວາລະສານເຫຼັ້ມນີ້ ທ່ານຈະໄດ້ອ່ານຫົວຂໍ້ ກ່ຽວກັບ ຄວາມກ້າວໜ້າໃນຂະແໜງໂທລະຄົມມະນາຄົມຂອງລາວ.

ວາລະສານການຄ້າລາວ ໄດ້ຮັບການສະໜັບສະໜູນຈາກໂຄງການ TDF II ແລະ ໄດ້ຮັບການຈັດພິມທຸກໆ 6 ເດືອນ. ວາລະສານນີ້ຈະຖືກແຈກຢາຍໃຫ້ບັນດາຄູ່ເຈລະຈາ ແລະ ຜູ້ເຂົ້າຮ່ວມໃນງານສຳຄັນຕ່າງໆ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຕົ້ນແມ່ນກອງປະຊຸມ, ງານວາງສະແດງຕ່າງໆ.

ແຫຼ່ງທີ່ມາ: ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ

# ຫົວຂໍ້ ດາວໂຫຼດ
1 Lao Trade Magazine, Issued 12, September 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.