ບົດສຶກສານີ້ ສະໜອງພາບລວມການປຽບທຽບພູມສັນຖານຂອງການຄ້າທີ່ບໍ່ແມ່ນພາສີ (NTMs) ທີ່ມີຜົນກະທົບຕໍ່ການສົ່ງອອກຂອງລາວ. ບົດສຶກສານີ້ ພະຍາຍາມໄຈ້ແຍກອຸປະສັກທາງດ້ານລະບຽບການ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີອື່ນໆ, ແລະ ຄ່າໃຊ້ຈ່າຍຕ່າງໆຢູ່ດ່ານທີ່ກ່ຽວຂ້ອງ ທີ່ຂັດຂວາງຄວາມສາມາດຂອງ ສປປ ລາວ ທີ່ຈະເກັບກ່ຽວຜົນປະໂຫຍດຈາກການເຊື່ອມໂຍງດ້ານການຄ້າຢ່າງເລິກເຊິ່ງ. ອີກດ້ານໜຶ່ງ, ບົດສຶກສານີ້ ຕ້ອງການສ້າງຄວາມເຂົ້າໃຈທີ່ດີຂື້ນກວ່າເກົ່າ ກ່ຽວກັບ ອຸປະສັກທີ່ຜູ້ສົ່ງອອກຂອງລາວພົບພໍ້.

ເພື່ອເປັນການປະເມີນຂະໜາດ ແລະ ຜົນສະທ້ອນຂອງ NTMs, ບົດສຶກສານີ້ ໄດ້ເລືອກເອົາສິນຄ້າ 08 ລາຍການ ທີ່ຜູ້ປະກອບການຂອງລາວສົ່ງອອກ ເຂົ້າໃນການສຳຫຼວດ ຄື: ໝາກກ້ວຍ, ກາເຟ, ມັນຕົ້ນແຫ້ງ, ສາລີ, ເຂົ້າ, ຢາງພາລາ, ຖ່ານຂາວ ແລະ ໄມ້. ເຖິງວ່າກອງປະຊຸມສະຫະປະຊາຊາດ ວ່າດ້ວຍ ການຄ້າ ແລະ ການພັດທະນາ ໄດ້ຈັດໝວດ NTMs ເປັນ 16 ໝວດ (ໝວດ A ເຖິງ P), ແຕ່ບົດລາຍງານສະບັບນີ້ ຈະນຳໃຊ້ພຽງແຕ່ໝວດສຸຂານາໄມ ແລະ ສຸຂານາໄມພືດ (SPS), ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT) ເຂົ້າໃນການປະເມີນ. ສິນຄ້າທັງ 08 ລາຍການ ທີ່ກ່າວມາຂ້າງເທິງ ມີແນວໂນ້ມທີ່ຈະຂະຫຍາຍຕົວທັງໃນຕະຫຼາດພາກພື້ນ ແລະ ສາກົນ, ແຕ່ການສົ່ງອອກສິນຄ້າເຫຼົ່ານີ້ ພັດຖືກຈຳກັດ ເນື່ອງຈາກອຸປະສັກດ້ານນະໂຍບາຍ ແລະ ຕະຫຼາດ. ຜົນຂອງການສຳຫຼວດນີ້ ໄດ້ມາຈາກການສຳພາດ 60 ບໍລິສັດສົ່ງອອກ ແລະ 6 ບໍລິສັດໂລຈິສຕິກ ທົ່ວປະເທດ. ນອກຈາກນີ້ ກໍຍັງມີການສຳພາດຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນລະອຽດ ກ່ຽວກັບ NTMs.

# ຫົວຂໍ້ ດາວໂຫຼດ
1 A Field Survey: Non-Tariff Measures (NTMs) Faced by Exporters of Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.