“ກອງປະຊຸມ ສຳມະນາ ກ່ຽວກັບ ການປະຕິຮູບວຽກງານການຄ້າ ແລະ ການປ່ຽນແປງທາງດ້ານການບໍລິຫານ” ຈະຈັດຂື້ນ ໃນວັນທີ 24 ພະຈິກ 2016, ທີ່ ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈ ໃຫ້ບັນດາສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຮັບຊາບ ກ່ຽວກັບຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານປະຕິຮູບຂັ້ນຕອນ, ລະບຽບການທາງດ້ານການຄ້າ ແລະ ການປັບປ່ຽນທັດສະນະຂອງການບໍລິຫານ ແລະ ຄຸ້ມຄອງ ເພື່ອຈັດຕັ້ງຜັນຂະຫຍາຍສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.