ກຳປູເຈຍ, ສປປ ລາວ, ແລະ ຫວຽດນາມ ໄດ້ລົງນາມ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ທີ່ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ຄັ້ງທີ 9  ທີ່ໄດ້ຈັດຂື້ນໃນວັນທີ 23 ພະຈິກ 2016 ທີ່ ສຽມລຽບ, ກຳປູເຈຍ.  ໃນການລົງນາມຄັ້ງນີ້, ຕາງໜ້າໃນການລົງນາມໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ; ຕາງໜ້າໃຫ້ລັດຖະບານກຳປູເຈຍ ແມ່ນ ທ່ານ ປານ ໂສລະສັກ, ລັດຖະມົນຕີກະຊວງການຄ້າ, ແລະ ຕາງໜ້າໃຫ້ລັດຖະບານຫວຽດນາມແມ່ນ ທ່ານ ຫງຽນຈີ ຍຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ສັນຍາ ສະບັບນີ້ ມີເປົ້າໝາຍ ເພື່ອ (1) ສົ່ງເສີມກິດຈະກຳການຄ້າ; (2) ສ້າງບັນຍາກາດການດຳເນີນທຸລະກິດ ທີ່ເປັນມິດ; (3) ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍຄົນ, ພາຫະນະ, ແລະ ສິນຄ້າ ໃນບັນດາປະເທດພາຄີ ທີ່ລົງນາມໃນສັນຍາ ແລະ; (4) ສ້າງເງື່ອນໄຂສະດວກ ເພື່ອກະຕຸ້ນການດຳເນີນການຄ້າ ແລະ ການລົງທຶນ ໃນດ່ານຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ. ໃນນີ້ ດ່ານ ຂອງ ສປປ ລາວ ທີ່ໄດ້ເຫັນດີຮັບຮອງໃນສັນຍາ ປະກອບມີ ດ່ານໜອງນົກຂຽນ ແຂວງຈຳປາສັກ ເຊິ່ງເຊື່ອມຕໍ່ກັບກຳປູເຈຍ, ແລະ ດ່ານພູເກືອ ແຂວງອັດຕະປື ເຊິ່ງເຊື່ອມຕໍ່ກັບຫວຽດນາມ.

ສຳລັບການສົ່ງເສີມການຄ້າ ບັນດາລັດພາຄີໃນສົນທິສັນຍາສະບັບນີ້ ໄດ້ເຫັນດີໃຫ້ມີການຈັດງານວາງສະແດງການຄ້າສາກົນຂື້ນ ຢູ່ປະເທດພາຄີ ຢ່າງໜ້ອຍ 1 ຄັ້ງ/ປີ. ໃນດ້ານການອຳນວຍຄວາມສະດວກທາງດ້ານການຄ້າ, ບັນດາລັດພາຄີ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງສິນຄ້າ ຜ່ານດ່ານຊາຍແດນຢູ່ບັນດາແຂວງທີ່ເຊື່ອມຕໍ່ກັບເຂດສາມຫຼ່ຽມພັດທະນາ, ສົ່ງເສີມເຄື່ອງມືໃນການເຈລະຈາຕໍ່ລອງການຄ້າ, ສົ່ງເສີມການນຳເຂົ້າ-ສົ່ງອອກ, ການຄ້າຊາຍແດນ, ແລະ ການແລກປ່ຽນສິນຄ້າ ພາຍໃນແຂວງເຊື່ອມຕໍ່ກັບເຂດສາມຫຼ່ຽມພັດທະນາ.

ສຳລັບການຄ້າດ້ານສິນຄ້າ ບັນດາລັດພາຄີໄດ້ເຫັນດີໃຫ້ສົ່ງເສີມການນຳເຂົ້າ-ສົ່ງອອກ,  ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງແຕ່ລະປະເທດ ແລະ ການປະຕິບັດຕົວຈິງຂອງສາກົນ.  ຫຼັກການການຄ້າຂອງບັນດາປະເທດຢູ່ເຂດສາມຫຼ່ຽມພັດທະນານີ້ ຈະຍຶດໝັ້ນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ຕໍ່ກັບ ຂັ້ນຕອນທາງດ້ານພາສີ ແລະ ມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ ໂດຍເຮັດໃຫ້ຂັ້ນຕອນການແຈ້ງພາສີ ນຳເຂົ້າ ແລະ ສົ່ງອອກສິນຄ້າມີຄວາມວ່ອງໄວ, ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງທັງສາມປະເທດ ແລະ ການປະຕິບັດຂອງສາກົນ.

ການອຳນວຍຄວາມສະດວກທາງດ້ານການຄ້າຢູ່ເຂດສາມຫຼ່ຽມພັດທະນານີ້ ບັນດາລັດພາຄີຕ້ອງໄດ້ປະຕິບັດໃຫ້ສອດຄ່ອງກັບ ສັນຍາ ວ່າດ້ວຍ ການອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ແລະ ສົນທິສັນຍາອື່ນໆ ທີ່ກຳປູເຈຍ, ສປປ ລາວ ແລະ ຫວຽດນາມເປັນພາຄີ.

ໃນດ້ານການຈັດຕັ້ງປະຕິບັດ ຂອງ ສປປ ລາວ, ຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ 4 ແຂວງ ໃນເຂດສາມຫຼ່ຽມພັດທະນາ (ເຊກອງ, ອັດຕະປື, ສາລະວັນ, ແລະ ຈຳປາສັກ), ຈະປະສານສົມທົບກັນ ເພື່ອສ້າງແຜນລະອຽດສຳລັບການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສັນຍາດັ່ງກ່າວນີ້ ໄດ້ຮັບຜົນດີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?