ປະຈຸບັນ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ບັນຈຸຂໍ້ມູນລະຫັດພາສີ ແລະ ອັດຕາພາສີ ຕາມສາລະບານອັດຕາພາສີ ຂອງ ສປປ ລາວ ສະບັບປັບປຸງປີ 2016 ຊຶ່ງປະກອບມີຂໍ້ມູນອັດຕາພາສີຂາເຂົ້າ ໃນອັດຕາປົກກະຕິ ແລະ ອັດຕາຫຼຸດຜ່ອນ ສຳລັບປີ 2016-2018 ໃນຂອບສັນຍາການຄ້າຕ່າງໆ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ຄື: ອົງການການຄ້າໂລກ (MFN), ສັນຍາການຄ້າຜະລິດຕະພັນອາຊຽນ (ATIGA), ສັນຍາການຄ້າເສລີອາຊຽນ-ຈີນ (ACFTA), ສັນຍາການຄ້າເສລີອາຊຽນ-ເກົາຫຼີ (AKFTA), ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA) ແລະ ສັນຍາການຄ້າເສລີ ອາຊຽນ-ອົສຕາລີ ແລະ ນິວຊີແລນ (AANZFTA). ນອກຈາກນີ້ ກໍຍັງປະກອບມີອັດຕາພາສີຂາອອກ ສຳລັບບາງລາຍການສິນຄ້າ ທີ່ໄດ້ລະບຸໄວ້ໃນ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 27 ເມສາ 2012.

ສປປ ລາວ ນຳໃຊ້ ສາລະບານອັດຕາພາສີ ລຸ້ນປີ 2012 ໂດຍອີງໃສ່ ສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ (AHTN) ເພື່ອສອດຄ່ອງກັບ ສາລະບານລະບົບເອກະພາບ (HS Code) ຂອງ ອົງການພາສີໂລກ. ສາລະບານອັດຕາພາສີນີ້ ຈະປັບປຸງທຸກໆ 5 ປີ ເພື່ອຕອບສະໜອງການປ່ຽນແປງດ້ານເຕັກໂນໂລຊີ ແລະ ຜະລິດພັນໃໝ່ໆ.

ສາລະບານອັດຕາພາສີ ລຸ້ນປີ 2012 ປະກອບມີ 21 ພາກ, 97 ໝວດ ແບ່ງອອກເປັນ 04 ລະດັບຄື:

1.    ລະຫັດເຄົ້າ 4 ຕົວເລກ ມີ 1,224 ລະຫັດ;

2.    ລະຫັດຍ່ອຍ 6 ຕົວເລກ ມີ 5,205 ລະຫັດ;

3.    ລະຫັດຍ່ອຍ 8 ຕົວເລກ ມີ 9558 ລະຫັດ; ແລະ

4.    ລະຫັດຍ່ອຍ 10 ຕົວເລກ 9724 ລະຫັດ.

ໃນນີ້ ເລກລະຫັດທີ່ຈະຕ້ອງນຳໃຊ້ເປັນຕົວກຳນົດອັດຕາພາສີ-ອາກອນ ແລະ ພັນທະອື່ນ ແມ່ນລະຫັດຍ່ອຍ 10 ຕົວເລກ.

ຖ້າທ່ານຕ້ອງການຄົ້ນຫາອັດຕາພາສີ ກົດທີ່ນີ້

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.