“ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດວຽກປະສານງານ ສະໜອງຂໍ້ມູນຂ່າວສານທາງດ້ານການຄ້າ ໃນໄລຍະ 10 ເດືອນຜ່ານມາ ແລະ ແຜນການປີ 2017” ຈະຈັດຂື້ນ ໃນວັນທີ 18 ມັງກອນ 2017, ທີ່ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຄືນຜົນການຈັດຕັ້ງປະຕິບັດວຽກປະສານງານສະໜອງຂໍ້ມູນຂ່າວສານ ໃນໄລຍະ 10 ເດືອນ (ແຕ່ເດືອນມີນາ ຫາ ທັນວາ 2016) ແລະ ແຜນການປີ 2017 ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍຈະປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແນວທາງປັບປຸງລະບົບຂໍ້ມູນນິຕິກຳ, ອັດຕາພາສີ, ແບບຟອມ, ແຜນວາດຂັ້ນຕອນ ແລະ ມາດຕະການພາຍໃນ LTP.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.