ລະບົບຄົ້ນຫາອັດຕາພາສີຂອງອາຊຽນ (ASEAN Tariff Finder) ເປັນໜຶ່ງໃນຜົນສຳເລັດຂອງອາຊຽນ ທີ່ໄດ້ຮັບການເປີດໂຕ ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ທີ່ຈັດຂື້ນໃນເດືອນສິງຫາ 2016 ທີ່ ສປປ ລາວ ເຊິ່ງລະບົບນີ້ ໄດ້ຮັບການພັດທະນາໂດຍ ກອງທຶນການຮ່ວມມືພິເສດອາຊຽນ-ສ.ເກົາຫຼີ ໂດຍການຊ່ວຍເຫຼືອຂອງສາທາລະນະລັດເກົາຫຼີ.

ລະບົບຄົ້ນຫາອັດຕາພາສີຂອງອາຊຽນ ແມ່ນລະບົບທີ່ຈະຊ່ວຍໃຫ້ຜູ້ປະກອບການໝູນໃຊ້ປະໂຫຍດຈາກສັນຍາການຄ້າເສລີອາຊຽນ. ລະບົບນີ້ ເປັນລະບົບທີ່ຈະຊ່ວຍ ໃຫ້ນັກທຸລະກິດ ໂດຍສະເພາະແມ່ນວິສາຫະກິດຂະໜາດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ ໄດ້ຮັບຂໍ້ມູນອັດຕາພາສີແບບພິເສດ ທີ່ຮັບຮອງໂດຍບັນດາປະເທດສະມາຊິກອາຊຽນ ພາຍໃຕ້ສົນທິສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ຫຼື ບັນດາປະເທດສະມາຊິກອາຊຽນ ກັບ ບັນດາປະເທດຄູ່ຄ້າ ພາຍໃຕ້ສັນຍາການຄ້າເສລີອາຊຽນ+1. ນອກຈາກນີ້, ລະບົບດັ່ງກ່າວ ກໍຍັງປະກອບມີເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າ ເພື່ອໃຫ້ໄດ້ຮັບອັດຕາພາສີພິເສດ. ສະນັ້ນ, ເຄື່ອງມືຄົ້ນຫາອັດຕາພາສີຂອງອາຊຽນນີ້ ຈະຊ່ວຍໃຫ້ຜູ້ປະກອບການປະຫຍັດເວລາ ແລະ ຊັບພະຍາກອນໃນການດຳເນີນທຸລະກິດ ຍ້ອນວ່າ ຂໍ້ມູນທັງໝົດທີ່ຜູ້ປະກອບການຕ້ອງການ ແມ່ນຖືກບັນຈຸໄວ້ໃນເວັບໄຊທ໌ “http://tariff-finder.asean.org/”.

ລະບົບຄົ້ນຫາອັດຕາພາສີ ຂອງ ອາຊຽນປະກອບມີຂໍ້ມູນກ່ຽວກັບ ບັນດາສັນຍາການຄ້າເສລີ ດັ່ງນີ້:

1.    ສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA)
2.    ສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA)
3.    ສັນຍາການຄ້າເສລີອາຊຽນ-ຈີນ (ACFTA)
4.    ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA)
5.    ສັນຍາການຄ້າເສລີອາຊຽນ-ຍີ່ປຸ່ນ (AJFTA)
6.    ສັນຍາການຄ້າເສລີອາຊຽນ-ເກົາຫຼີ (AKFTA)

ລະບົບຄົ້ນຫາອັດຕາພາສີຂອງອາຊຽນ ກໍຍັງມີແອັບພຼິເຄຊັ່ນ (Application) ທີ່ທ່ານສາມາດດາວໂຫຼດໄດ້ສຳລັບໂທລະສັບມືຖື ທີ່ເປັນລະບົບເອັນດຣອຍ (Androi). ທ່ານສາມາດດາວໂຫຼດແອັພລິເຄຊັ່ນໄດ້ ໂດຍການຄຼິກ ທີ່ນີ້.

ແຫຼ່ງທີ່ມາ: ASEAN Tariff Finder

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.