ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ       ເລກທີ 25/ລບ
ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2017

ດຳລັດ
ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ

-     ອີງຕາມກົດໝາຍ ວ່າດ້ວຍລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015;
-     ອີງຕາມກົດໝາຍ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011;
-     ອີງຕາມໜັງສືສະເໜີ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2097/ອຄ, ລົງວັນທີ 18 ພະຈິກ 2016.

ລັດຖະບານ ອອກດຳລັດ

ມາດຕາ 1 ຈຸດປະສົງ

   ດຳລັດສະບັບນີ້ ວາງອອກເພື່ອຜັນຂະຫຍາຍ ມາດຕາ 2 ຂອງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ກ່ຽວກັບການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຊັດເຈນ ແລະ ແທດເໝາະກັບສະພາບເສດຖະກິດຂອງ ສປປ ລາວ ໃນແຕ່ລະໄລຍະ ແນໃສ່ປະຕິບັດນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຖືກເປົ້າໝາຍ ປະກອບສ່ວນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ.

ມາດຕາ 2 ການຈັດແບ່ງວິສາຫະກິດຂະໜາດນ້ອຍ ແລະ ກາງ

   ການຈັດແບ່ງຂະໜາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນອີງໃສ່ຈຳນວນແຮງງານສະເລ່ຍໃນປີ ຫຼື ມູນຄ່າຊັບສິນທັງໝົດ ຫຼື ລວມຍອດລາຍຮັບທຸລະກິດປະຈຳປີ ຂອງວິສາຫະກິດທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ໂດຍອີງຕາມຂະແໜງວິສາຫະກິດ ທີ່ດຳເນີນການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ.

ມາດຕາ 3 ຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ

   ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດແບ່ງອອກເປັນ 3 ຂະໜາດ ດັ່ງນີ້:

1.  ຈຸນລະວິສາຫະກິດ;

2.  ວິສາຫະກິດຂະໜາດນ້ອຍ;

3.  ວິສາຫະກິດຂະໜາດກາງ.

ມາດຕາ 4 ຈຸນລະວິສາຫະກິດ

   ຈຸນລະວິສາຫະກິດ ແມ່ນວິສາຫະກິດຂະໜາດນ້ອຍສຸດ ທີ່ມີເງື່ອນໄຂໃດໜຶ່ງ ດັ່ງນີ້:

ຂະແໜງວິສາຫະກິດ

ແຮງງານສະເລ່ຍໃນປີ

ມູນຄ່າຊັບສິນທັງໝົດ (ກີບ)

ຍອດລາຍຮັບທຸລະກິດປະຈຳປີ (ກີບ)

ການຜະລິດສິນຄ້າ

1-5 ຄົນ

ບໍ່ເກີນ 100,000,000

ບໍ່ເກີນ 400,000,000

ການຄ້າ

1-5 ຄົນ

ບໍ່ເກີນ 150,000,000

ບໍ່ເກີນ 400,000,000

ການບໍລິການ

1-5 ຄົນ

ບໍ່ເກີນ 200,000,000

ບໍ່ເກີນ 400,000,000

ມາດຕາ 5 ວິສາຫະກິດຂະໜາດນ້ອຍ

   ວິສາຫະກິດຂະໜາດນ້ອຍ ທີ່ມີເງື່ອນໄຂໃດໜຶ່ງ ດັ່ງນີ້:

ຂະແໜງວິສາຫະກິດ

ແຮງງານສະເລ່ຍໃນປີ

ມູນຄ່າຊັບສິນທັງໝົດ (ກີບ)

ຍອດລາຍຮັບທຸລະກິດປະຈຳປີ (ກີບ)

ການຜະລິດສິນຄ້າ

6-50 ຄົນ

ບໍ່ເກີນ 1,000,000,000

ບໍ່ເກີນ 2,000,000,000

ການຄ້າ

6-50 ຄົນ

ບໍ່ເກີນ 1,000,000,000

ບໍ່ເກີນ 3,000,000,000

ການບໍລິການ

6-50 ຄົນ

ບໍ່ເກີນ 1,500,000,000

ບໍ່ເກີນ 1,500,000,000

ມາດຕາ 6 ວິສາຫະກິດຂະໜາດກາງ

   ວິສາຫະກິດຂະໜາດກາງ ທີ່ມີເງື່ອນໄຂໃດໜຶ່ງ ດັ່ງນີ້:

ຂະແໜງວິສາຫະກິດ

ແຮງງານສະເລ່ຍໃນປີ

ມູນຄ່າຊັບສິນທັງໝົດ (ກີບ)

ຍອດລາຍຮັບທຸລະກິດປະຈຳປີ (ກີບ)

ການຜະລິດສິນຄ້າ

51-99 ຄົນ

ບໍ່ເກີນ 4,000,000,000

ບໍ່ເກີນ 4,000,000,000

ການຄ້າ

51-99 ຄົນ

ບໍ່ເກີນ 4,000,000,000

ບໍ່ເກີນ 6,000,000,000

ການບໍລິການ

51-99 ຄົນ

ບໍ່ເກີນ 6,000,000,000

ບໍ່ເກີນ 4,000,000,000

ມາດຕາ 7 ການຈັດຕັ້ງປະຕິບັດ

   ກະຊວງອຸສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້.

ມາດຕາ 8 ຜົນສັກສິດ

   ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈັດໝາຍເຫດທາງລັດຖະການ ສິບຫ້າ ວັນ, ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບດຳລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະບານ ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

(ເຊັນ ແລະ ປະທັບກາ)
ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Classification of Small and Medium Enterprise No. 25/GOV, dated 16 January 2017 PDF
2 ດຳລັດ ວ່າດ້ວຍ ການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 25/ລບ, ລົງວັນທີ 16 ມັງກອນ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.