ສາລະບານ

1. ອົງປະກອບ, ຄວາມໝາຍ ແລະຫຼັກການຂອງອາກອນມູນຄ່າເພີ່ມ

2. ຜູ້ມີພັນທະຕ້ອງຈ່າຍ, ເກັບ ແລະມອບ ອາກອນມູນຄ່າເພີ່ມ

3. ສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ

4. ສິນຄ້າ ແລະການບໍລິການ ທີ່ບໍ່ຖືກເສຍອາກອນມູນຄ່າເພີ່ມ

5. ສິນຄ້າ ແລະການບໍລິການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ

6. ຫຼັກການ ແລະວິທີຄິດໄລ່ ອາກອນມູນຄ່າເພີ່ມ

7. ການຫັກ ແລະການສົ່ງຄືນອາກອນມູນຄ່າເພີ່ມ

8. ການແຈ້ງ-ການມອບ ອາກອນມູນຄ່າເພີ່ມ

9. ສິດ ແລະໜ້າທີ່ ຂອງແຕ່ລະພາກສ່ວນຕໍ່ວຽກງານອາກອນມູນຄ່າເພີ່ມ

10. ການຈັດຕັ້ງປະຕິບັດ

11. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ              ເລກທີ 0077/ກງ
ນະຄອນຫຼວງວຽງຈັນ, ວັນທີ 11 ມັງກອນ 2017

ຄຳແນະນຳ
ຂອງລັດຖະມົນຕີກະຊວງການເງິນ
ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ

-     ອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
-     ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ.

ຄໍາແນະນໍາສະບັບນີ້ ແມ່ນການຜັນຂະຫຍາຍບັນດາ ຫຼັກການ, ລະບຽບການ, ວິທີການ ແລະມາດຕະການກ່ຽວກັບການຄິດໄລ່, ການເກັບ, ການມອບ, ການຄຸ້ມຄອງ ແລະການຕິດຕາມກວດກາວຽກງານອາກອນມູນຄ່າເພີ່ມ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ ທີ່ດໍາເນີນທຸລະກິດ, ທໍາມາຫາກິນ ແລະດໍາລົງຊີວິດ ທີ່ຊົມໃຊ້ສິນຄ້າ ແລະບໍລິການຢູ່ ສປປ ລາວ ມີຄວາມເຂົ້າໃຈ ແລະຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ລັດຖະມົນຕີກະຊວງການເງິນອອກຄຳແນະນຳ :

1.    ອົງປະກອບ, ຄວາມໝາຍ ແລະຫຼັກການຂອງອາກອນມູນຄ່າເພີ່ມ

ອາກອນມູນຄ່າເພີ່ມ ແມ່ນອາກອນທາງອ້ອມຊຶ່ງເປັນພັນທະຂອງ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ຊົມໃຊ້ສິນຄ້າ ແລະບໍລິການສຸດທ້າຍ ຢູ່ດິນແດນຂອງ ສປປ ລາວ ເປັນຜູ້ຈ່າຍ;

ລະບົບອາກອນມູນຄ່າເພີ່ມປະກອບດ້ວຍ ຫຼັກການປະຕິບັດ, ລະບຽບການກ່ຽວກັບການເຂົ້າໃນລະບົບອາ ກອນມູນຄ່າເພີ່ມ, ການຖືບັນຊີ, ການນໍາໃຊ້ໃບເກັບເງິນ, ການຄິດໄລ່, ການແຈ້ງ, ການມອບ, ການຫັກ ແລະການສົ່ງຄືນເງິນອາກອນມູນຄ່າເພີ່ມ;

ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ດໍາເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະຜູ້ຖືກມອບ ໝາຍຈາກລັດຖະການສ່ວຍສາອາກອນ ເປັນຜູ້ຄິດໄລ່ເກັບອາກອນມູນຄ່າເພີ່ມຈາກຜູ້ນໍາເຂົ້າ, ຜູ້ຊື້ ຫຼືຜູ້ຊົມໃຊ້ສິນຄ້າ ແລະການບໍລິການໄວ້ ແລ້ວສົ່ງໃຫ້ລັດຕາມຫຼັກການຂອງການມອບເງິນອາກອນມູນຄ່າເພີ່ມເຂົ້າງົບປະມານແຫ່ງລັດ.

2.    ຜູ້ມີພັນທະຕ້ອງຈ່າຍ, ເກັບ ແລະມອບ ອາກອນມູນຄ່າເພີ່ມ

2.1    ຜູ້ມີພັນທະຕ້ອງຈ່າຍອາກອນມູນຄ່າເພີ່ມ:

ຜູ້ມີພັນທະຕ້ອງຈ່າຍອາກອນມູນຄ່າເພີ່ມ ແມ່ນ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ນໍາເຂົ້າ, ຊື້ ຫຼືຊົມໃຊ້ສິນຄ້າ ແລະການບໍລິການ ຢູ່ໃນດິນແດນ ຂອງ ສປປ ລາວ ໂດຍບໍ່ຈຳແນກວ່າ ຈະເປັນຄົນລາວ ຫຼືຄົນຕ່າງປະເທດ ກໍຕາມ;

2.2    ຜູ້ມີພັນທະຕ້ອງເກັບ ແລະມອບ ອາກອນມູນຄ່າເພີ່ມ:

ຜູ້ມີພັນທະຕ້ອງເກັບ ແລະມອບອາກອນມູນຄ່າເພີ່ມ ແມ່ນຜູ້ດຳເນີນທຸລະກິດທີ່ໄດ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມນໍາລັດຖະການສ່ວຍສາອາກອນ ແລະຜູ້ທີ່ຖືກມອບໝາຍຈາກລັດຖະການສ່ວຍສາອາກອນ ດັ່ງນີ້ :

ກ. ຜູ້ດຳເນີນທຸລະກິດທີ່ສ້າງຕັ້ງຢູ່ ສປປ ລາວ ແລະສະໜອງສິນຄ້າ ແລະບໍລິການ ໂດຍບໍ່ຈຳແນກວ່າເປັນກິດ ຈະການຕົ້ນຕໍ ຫຼືສຳຮອງ, ເພື່ອສະແຫວງຫາຜົນກໍາໄລ ຫຼືບໍ່ ກໍຕາມ;

ຂ. ທຸກອົງການຈັດຕັ້ງຂອງລັດທີ່ເຄື່ອນໄຫວກິດຈະການຄືກັບ ຫຼືຄ້າຍຄືກັນກັບຜູ້ມອບອາກອນມູນຄ່າເພີ່ມ ແລະໃນທຸກກໍລະນີທີ່ອົງການຈັດຕັ້ງຂອງລັດດັ່ງກ່າວດໍາເນີນບັນດາກິດຈະການດັ່ງຕໍ່ໄປນີ້ ແມ່ນຖືວ່າເປັນຜູ້ມອບອາກອນມູນຄ່າເພີ່ມເຊັ່ນກັນ:

-       ບໍລິການໂທລະຄົມມະນາຄົມ ແລະໄປສະນີ;
-       ຂາຍນໍ້າ, ອາຍແກດສ໌, ໄຟຟ້າ ແລະພະລັງງານຄວາມຮ້ອນ;
-       ບໍລິການຂົນສົ່ງສິນຄ້າ; ທ່າເຮືອ ແລະບໍລິການສະໜາມບິນ;
-       ຂົນສົ່ງຜູ້ໂດຍສານ;
-       ຂາຍສິນຄ້າທີ່ຜະລິດຂຶ້ນມາເພື່ອຂາຍ;
-       ຂາຍຜະລິດຕະພັນກະສິກໍາທີ່ຜະລິດສໍາລັບຂາຍ;
-       ຈັດງານມະຫາກໍາສິນຄ້າ ແລະງານວາງສະແດງສິນຄ້າ;
-       ບໍລິການສາງ;
-       ກິດຈະກໍາໂຄສະນາທາງທຸລະກິດ;
-       ກິດຈະກໍາບໍລິສັດທ່ອງທ່ຽວ;
-       ປະກອບການຮ້ານຂາຍເຄື່ອງ, ສະຫະກອນ ແລະບໍລິການຮ້ານອາຫານ.

ອົງການຈັດຕັ້ງລັດ ຈະຖືກຖືວ່າດໍາເນີນທຸລະກິດທີ່ຄືກັບ ຫຼືຄ້າຍຄືກັບຜູ້ມອບອາກອນມູນຄ່າເພີ່ມ ໃນກໍ ລະນີທີ່ອົງການຈັດຕັ້ງດັ່ງກ່າວຫາກດໍາເນີນທຸລະກິດທີ່ມີລັກສະນະແຂ່ງຂັນກັບຜູ້ມອບອາກອນມູນຄ່າເພີ່ມທີ່ບໍ່ເປັນທໍາ (ໃນສະພາບເງື່ອນໄຂທີ່ສາມາດສົມທຽບກັນໄດ້).

ພັນທະ ແລະທາງເລືອກ ໃນການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ

1) ທຸລະກິດ ແລະອົງການຈັດຕັ້ງຂອງລັດ ທີ່ກໍານົດໃນຂໍ້ ກ ແລະ ຂ ມີພັນທະຕ້ອງຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ຖ້າມີລາຍຮັບທຸລະກິດປະຈໍາປີແຕ່ສີ່ຮ້ອຍລ້ານກີບຂຶ້ນໄປ;

2) ທຸລະກິດ ແລະອົງການຈັດຕັ້ງຂອງລັດ ທີ່ກໍານົດໃນຂໍ້ ກ ແລະ ຂ ທີ່ບໍ່ມີພັນທະຕ້ອງຈົດທະບຽນເຂົ້າໃນລະ ບົບອາກອນມູນຄ່າເພີ່ມ (ລາຍຮັບທຸລະກິດປະຈໍາປີບໍ່ຮອດສີ່ຮ້ອຍລ້ານກີບ) ຫາກມີຄວາມສະໝັກໃຈ ແມ່ນສາມາດສະ ເໜີຂໍຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້, ແຕ່ຕ້ອງມີໃບທະບຽນວິສາຫະກິດ ຫຼືໃບທະບຽນສໍາປະທານທີ່ຖືກຕ້ອງ, ຖືບັນຊີຕາມມາດຕະຖານການບັນຊີຂອງ ສປປ ລາວ, ນໍາໃຊ້ໃບເກັບເງິນ ຕາມລະບຽບກົດໝາຍກໍານົດ.

ລາຍຮັບທຸລະກິດປະຈໍາປີ ແມ່ນລາຍຮັບທຸລະກິດທັງໝົດຈາກບັນດາກິດຈະການທຸລະກິດຕ່າງໆທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ດໍາເນີນໃນໄລຍະໜຶ່ງປີຫຼ້າສຸດ ເລີ່ມແຕ່ວັນທີ 1 ມັງກອນ ແລະສິ້ນສຸດລົງໃນວັນທີ 31 ທັນວາ ແລະຍັງລວມເອົາລາຍຮັບທຸລະກິດຈາກກິດຈະການຕ່າງໆທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ, ລາຍຮັບທຸລະກິດຈາກກິດ ຈະການທີ່ຖືກອັດຕາສູນ ແລະລາຍຮັບທຸລະກິດທີ່ເກີດຂຶ້ນຢູ່ຕ່າງປະເທດ.

ຖ້າຜູ້ມອບອາກອນມູນຄ່າເພີ່ມ ດໍາເນີນທຸລະກິດໜຶ່ງຂະແໜງການ ຫຼືຫຼາຍກວ່າ ທີ່ມີສະຖານທີ່ດໍາເນີນທຸ ລະກິດໜຶ່ງແຫ່ງ ຫຼືຫຼາຍກວ່າ ໃນຂອບເຂດຂອງ ສປປ ລາວ ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວຕ້ອງມີພັນທະຈົດທະ ບຽນເຂົ້າໃນລະບົບເປັນຜູ້ມອບອາກອນມູນຄ່າເພີ່ມອັນດຽວ;

ຜູ້ມອບອາກອນມູນຄ່າເພີ່ມ ມີໜ້າທີ່ຕ້ອງແຈ້ງກ່ຽວກັບການປ່ຽນແປງຂໍ້ມູນທີ່ຕົນໄດ້ໃຫ້ໄວ້ໃນເວລາຍື່ນ ຄໍາຮ້ອງຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ຫຼືທຸກການປ່ຽນແປງຕໍ່ຂໍ້ມູນທີ່ໄດ້ສະໜອງໃຫ້ກ່ອນໜ້ານີ້ຕໍ່ລັດ ຖະການສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ໂດຍການບັນທຶກເຂົ້າໃນໃບແຈ້ງອາກອນມູນຄ່າເພີ່ມ ທີ່ຕ້ອງຍື່ນໃນແຕ່ລະເດືອນ ຫຼືງວດ;

ຄ. ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ບໍ່ມີພູມລໍາເນົາຢູ່ ສປປ ລາວ ແຕ່ມີການສະໜອງສິນຄ້າ ແລະການບໍລິການຢູ່ ສປປ ລາວ, ຈະສະໜອງດ້ວຍຕົນເອງ ຫຼືສະໜອງໂດຍຜູ້ຮັບເໝົາຫຼັກ, ຕົວແທນ ຫຼືຜູ້ຮັບເໝົາຊ່ວງຕໍ່ກໍຕາມ ມີພັນທະຕ້ອງຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ບໍ່ວ່າຈະມີລາຍຮັບທຸລະກິດຕໍ່ປີເທົ່າໃດກໍ່ຕາມ.

ເມື່ອຈົດທະບຽນກັບລັດຖະການສ່ວຍສາອາກອນໃນຖານະເປັນຜູ້ມອບອາກອນມູນຄ່າເພີ່ມແລ້ວ, ບຸກ ຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງດັ່ງກ່າວ ມີພັນທະປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຂອງ ສປປ ລາວ ຄືກັນກັບຜູ້ດໍາເນີນທຸລະກິດອື່ນໆທີ່ສ້າງຕັ້ງ ແລະຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຂອງ ສປປ ລາວ. ເພື່ອຮັບໃຊ້ຈຸດປະສົງຂອງການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຂອງ ສປປ ລາວ, ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທີ່ບໍ່ມີພູມລໍາເນົາ ແລະບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ ອາດຈະແຕ່ງຕັ້ງຜູ້ຕາງໜ້າຂອງຕົນຢູ່ ສປປ ລາວ ແລະອີງຕາມມາດຕາ 35 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຜູ້ຕາງໜ້າດັ່ງກ່າວຈະຖືກຖືວ່າເປັນຜູ້ມອບອາກອນມູນຄ່າເພີ່ມທີ່ມີໜ້າທີ່ຮັບຜິດຊອບຕໍ່ກິດຈະການທີ່ຕ້ອງມອບອາກອນຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ຂະແໜງການກ່ຽວຂ້ອງອື່ນໆຂອງລັດ, ເຈົ້າຂອງໂຄງການ ຫຼືຜູ້ໃຊ້ແຮງງານຢູ່ ສປປ ລາວ ລ້ວນແຕ່ມີໜ້າທີ່ຮັບຜິດຊອບໃນການຊ່ວຍຜູ້ຕາງໜ້າທີ່ກ່າວມາຂ້າງເທິງນັ້ນໃນການຈົດທະບຽນເຂົ້າໃນລະ ບົບອາກອນມູນຄ່າເພີ່ມ.

ຕົວຢ່າງ: ກຸ່ມບໍລິສັດມະຫາຊົນແຫ່ງໜຶ່ງ ຕ້ອງການສ້າງອາຄານສະໄໝໃໝ່ຢູ່ລາວຈິ່ງໄດ້ຈ້າງບໍລິສັດກໍ່ສ້າງຂອງຕ່າງປະເທດເພື່ອດໍາເນີນການສ້າງອາຄານດັ່ງກ່າວ ໂດຍມູນຄ່າທັງໝົດຂອງການກໍ່ສ້າງທີ່ລະບຸໄວ້ໃນສັນຍາກໍ່ສ້າງ (ບໍ່ ລວມອາກອນມູນຄ່າເພີ່ມ)  ແມ່ນ US$30.000.000 (ອັດຕາແລກປ່ຽນຂອງທະນາຄານແມ່ນ 1 US$/8.000 ກີບ). ດ້ວຍເຫດນັ້ນ, ກ່ອນທີ່ບໍລິສັດກໍ່ສ້າງຂອງຕ່າງປະເທດຈະສະໜອງບໍລິການກໍ່ສ້າງ, ແມ່ນຕ້ອງໄດ້ປະຕິບັດຄືດັ່ງຕໍ່ໄປນີ້:

1. ບໍລິສັດກໍ່ສ້າງຂອງຕ່າງປະເທດ ຕ້ອງຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມກັບທາງລັດຖະການສ່ວຍສາອາກອນຢູ່ ສປປ ລາວ ກ່ອນທີ່ຈະເລີ່ມການກໍ່ສ້າງ. ຖ້າບໍລິສັດດັ່ງກ່າວຫາກບໍ່ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຕາມເວລາທີ່ກໍານົດໄວ້, ບໍລິສັດມະຫາຊົນເຊິ່ງເປັນຜູ້ໃຊ້ແຮງງານ ຫຼືເປັນເຈົ້າຂອງໂຄງການ ມີພັນທະຕ້ອງຮັບ ຜິດຊອບແນະນໍາ ແລະຊ່ວຍບໍລິສັດກໍ່ສ້າງດັ່ງກ່າວໃນການສົ່ງໃບສະເໜີຂໍຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຕາມລະບຽບການກ່ຽວຂ້ອງ;

2.  ອາກອນມູນຄ່າເພີ່ມທີ່ຕ້ອງຈ່າຍສໍາລັບສັນຍາກໍ່ສ້າງ ມີດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ US$30.000.000 x 8.000 = 240.000.000.000 ກີບ;
-  ອາກອນມູນຄ່າເພີ່ມ:           240.000.000.000 ກີບ x 10%   =   24.000.000.000 ກີບ.

ຖ້າ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໃດໜຶ່ງ ບໍ່ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຢູ່ ສປປ ລາວ ແຕ່ມີການສະໜອງສິນຄ້າ ຫຼືບໍລິການໃຫ້ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ມີພູມລໍາເນົາ ຫຼືສ້າງຕັ້ງຢູ່ ສປປ ລາວ ຈະຖືວ່າເປັນການສະໜອງຢູ່ ສປປ ລາວ ຊຶ່ງຕ້ອງແຍກເປັນແຕ່ລະກໍລະນີ ດັ່ງນີ້:

1)  ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ຢູ່ອາໄສ ຫຼືສ້າງຕັ້ງຢູ່ ສປປ ລາວ ເຊິ່ງເປັນຜູ້ໄດ້ຮັບບໍລິການນັ້ນ ຫາກແມ່ນຜູ້ມອບອາກອນມູນຄ່າເພີ່ມ, ຜູ້ກ່ຽວຈະຕ້ອງໄດ້ຄິດໄລ່ຫັກອາກອນມູນຄ່າເພີ່ມໄວ້ ກ່ອນທີ່ຈະຈ່າຍເງິນຄ່າບໍລິການໃຫ້ຜູ້ສະໜອງບໍລິການທີ່ບໍ່ມີພູມລໍາເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ.

ຜູ້ມອບອາກອນມູນຄ່າເພີ່ມ ຢູ່ ສປປ ລາວ ຕ້ອງມອບອາກອນມູນຄ່າເພີ່ມທີ່ຫັກໄວ້ດ້ວຍການຂຽນຈໍານວນອາກອນມູນຄ່າເພີ່ມດັ່ງກ່າວລົງໃນແຖວທີ່ກ່ຽວຂ້ອງໃນໃບແຈ້ງອາກອນມູນຄ່າເພີ່ມຂອງຕົນ ທີ່ກວມເອົາເດືອນ ຫຼືງວດທີ່ຕົນໄດ້ຮັບບໍລິການ. ຖ້າຜູ້ມອບອາກອນມູນຄ່າເພີ່ມຂອງ ສປປ ລາວ ນໍາໃຊ້ບໍລິການທີ່ໄດ້ຮັບສໍາລັບກິດຈະການທີ່ຕ້ອງເສຍອາກອນ, ຜູ້ກ່ຽວສາມາດຂໍຫັກອາກອນມູນຄ່າເພີ່ມດັ່ງກ່າວນີ້ໄດ້ໃນໃບແຈ້ງອາກອນມູນຄ່າເພີ່ມດຽວກັນກັບອາ ກອນມູນຄ່າເພີ່ມທີ່ຜູ້ກ່ຽວໃຊ້ໃນການຈ່າຍອາກອນມູນຄ່າເພີ່ມດັ່ງກ່າວ.

ຕົວຢ່າງ: ບໍລິສັດນໍາເຂົ້າ-ສົ່ງອອກຜະລິດຕະພັນການຢາແຫ່ງໜຶ່ງ ທີ່ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມຢູ່ ສປປ ລາວ ຕ້ອງການເຮັດປ້າຍໂຄສະນາຜະລິດຕະພັນຂອງບໍລິສັດຕົນ. ບໍລິສັດດັ່ງກ່າວສັ່ງການອອກແບບປ້າຍໂຄສະນາກັບບໍລິສັດຢູ່ຕ່າງປະເທດ ແລະໄດ້ຮັບແບບທາງອີເມວໃນກາງເດືອນຕຸລາຂອງປີ N, ຄ່າອອກແບບແມ່ນ US$3.000 ເຊິ່ງໄດ້ມີການລະບຸໄວ້ຢ່າງຈະແຈ້ງໃນສັນຍາ ແລະອັດຕາແລກປ່ຽນແມ່ນ US$1/8.000 ກີບ.

ອາກອນມູນຄ່າເພີ່ມທີ່ຕ້ອງຄິດໄລ່ຫັກໄວ້ ຫຼືຕ້ອງຈ່າຍສໍາລັບບໍລິການດັ່ງກ່າວ ແມ່ນຄິດໄລ່ຄືດັ່ງນີ້:

-     ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ           US$3.000 x 8.000 ກີບ   =        24.000.000 ກີບ
-     ອາກອນມູນຄ່າເພີ່ມທີ່ຖືກຫັກໄວ້   VAT   24.000.000 x 10%            =      2.400.000 ກີບ

ຍ້ອນຜູ້ໄດ້ຮັບບໍລິການເປັນຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວ, ບໍລິສັດນໍາເຂົ້າ-ສົ່ງອອກຜະລິດຕະພັນການຢາດັ່ງກ່າວຈິ່ງຕ້ອງຊໍາລະອາກອນມູນຄ່າເພີ່ມດ້ວຍການຂຽນຈໍານວນອາກອນມູນຄ່າເພີ່ມດັ່ງກ່າວ (ກໍ່ຄືຈໍານວນເງິນທີ່ຕ້ອງເສຍອາກອນມູນຄ່າເພີ່ມ) ລົງໃນໃບແຈ້ງອາກອນມູນຄ່າເພີ່ມທີ່ກວມເອົາໄລຍະເດືອນຕຸລາຂອງປີ N.  ຍ້ອນວ່າ: ປ້າຍໂຄສະນາຜະລິດຕະພັນຂອງບໍລິສັດແມ່ນຖືກນໍາໃຊ້ສໍາລັບກິດຈະກໍາທຸລະກິດທີ່ຕ້ອງເສຍອາກອນ, ທາງບໍລິສັດຈິ່ງສາມາດຫັກອາກອນມູນຄ່າເພີ່ມໄດ້ ດ້ວຍການຂຽນຈໍານວນທີ່ສາມາດຫັກອາກອນມູນຄ່າເພີ່ມລົງໃນໃບແຈ້ງອາກອນມູນຄ່າເພີ່ມສະບັບດຽວກັນ.

2)  ກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼືອົງການຈັດຕັ້ງ ທີ່ອາໄສຢູ່ ຫຼືສ້າງຕັ້ງຢູ່ ສປປ ລາວ ທີ່ໄດ້ຮັບບໍລິການ ຫາກບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ, ໃນກໍລະນີດັ່ງກ່າວ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ໄດ້ຮັບບໍລິການ ມີພັນທະຕ້ອງຄິດໄລ່ຫັກ, ແຈ້ງ ແລະຊໍາລະອາກອນມູນຄ່າເພີ່ມໃຫ້ຂະແໜງສ່ວຍສາອາກອນບ່ອນການສະໜອງການບໍລິການດັ່ງ ກ່າວເກີດຂຶ້ນ ພາຍໃນເວລາສິບວັນ ນັບຈາກວັນທີ່ຊໍາລະຄ່າບໍລິການໃຫ້ຜູ້ສະໜອງທີ່ບໍ່ມີພູມລໍາເນົາຢູ່ລາວ. ເພື່ອປະຕິບັດພັນທະດັ່ງກ່າວ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ຮັບບໍລິການ ຕ້ອງຕື່ມລາຍລະອຽດເຂົ້າໃນແບບພິມໃບແຈ້ງອາ ກອນມູນຄ່າເພີ່ມສະເພາະ ແບບ 02/ອມພ (ເອກະສານຊ້ອນທ້າຍ 03) ແລ້ວສົ່ງແບບພິມດັ່ງກ່າວໃຫ້ລັດຖະການສ່ວຍສາອາກອນ.

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມໃນທຸກກໍລະນີ ແມ່ນມູນຄ່າຂອງການສະໜອງສິນຄ້າ ຫຼືບໍລິການ ທີ່ບໍ່ ລວມເອົາອາກອນມູນຄ່າເພີ່ມ.

ການປະກອບເອກະສານ ແລະແຈ້ງຂໍ້ມູນ ສຳລັບການຂໍຈົດທະບຽນອາກອນມູນຄ່າເພີ່ມ:

1.  ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ມີພູມລຳເນົາຢູ່ ສປປ ລາວ ມີ:

-     ໃບຄຳຮ້ອງຂໍຈົດທະບຽນອາກອນມູນຄ່າເພີ່ມຕາມແບບພິມທີ່ກົມສ່ວຍສາອາກອນກຳນົດ;
-     ສຳເນົາບັດປະຈຳຕົວ (ຫຼືໜັງສືເດີນທາງ) ຂອງບຸກຄົນທີ່ກ່ຽວຂ້ອງກັບທຸລະກິດ (ເຈົ້າຂອງ, ຂາຮຸ້ນ ແລະຜູ້ຖືຮຸ້ນບໍລິສັດ);
-     ກໍລະນີເປັນບໍລິສັດ: ສໍາເນົາສັນຍາດ້ານກົດໝາຍກ່ຽວກັບການສ້າງຕັ້ງບໍລິສັດ;
-     ເອກກະສານແຈ້ງຖານະການເງິນຈາກທະນາຄານຊຶ່ງຢັ້ງຢືນວ່າວິສາຫະກິດໄດ້ມີບັນຊີທະນາຄານ;
-     ໃບຢັ້ງຢືນທີ່ຢູ່ ຈາກອຳນາດການປົກຄອງທ້ອງຖິ່ນບ່ອນອາໃສຢູ່.
-     ໃບຢັ້ງຢືນເລກປະຈຳຕົວຜູ້ເສຍອາກອນ (TIN);
-     ສໍາເນົາໃບທະບຽນວິສາຫະກິດ ຫຼືໃບທະບຽນສໍາປະທານ;
-     ສໍາເນົາໃບອະນຸຍາດລົງທຶນ ຫຼືໃບອະນຸຍາດສ້າງຕັ້ງຈາກຂະແໜງການກ່ຽວຂ້ອງ;
-     ສໍາເນົາບົດວິພາກເສດຖະກິດເຕັກນິກ;
-     ແຜນການມອບພັນທະໃນປີຂໍຂຶ້ນທະບຽນອາກອນມູນຄ່າເພີ່ມ;
-     ໃບແຈ້ງກ່ຽວກັບທີ່ຕັ້ງ ແລະຈໍານວນລະບົບສາງ;
-     ສັນຍາ ຫຼືຂໍ້ຜູກພັນຕ່າງໆລະຫວ່າງທຸລະກິດກັບລັດຖະບານແຫ່ງ ສປປ ລາວ ຫຼືລະຫວ່າງທຸລະກິດດ້ວຍກັນ ລວມທັງສັນຍາເຊົ່າດິນ, ເຮືອນ, ສາງ, ພາຫະນະ ແລະອື່ນໆ ທີ່ນໍາໃຊ້ເຂົ້າໃນການດໍາເນີນທຸລະກິດ;
-     ຮູບ 2 x 3 ຈໍານວນ 2 ໃບທີ່ຖ່າຍບໍ່ເກີນສາມເດືອນ.

2.  ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ບໍ່ມີພູມລໍາເນົາຢູ່ ສປປ ລາວ ມີ:

-     ໃບຄຳຮ້ອງຂໍຂຶ້ນທະບຽນອາກອນມູນຄ່າເພີ່ມ ຕາມແບບພິມທີ່ກົມສ່ວຍສາອາກອນກຳນົດ;
-     ສັນຍາ ຫຼືຂໍ້ຜູກພັນຕ່າງໆ ລະຫວ່າງທຸລະກິດກັບລັດຖະບານແຫ່ງ ສປປ ລາວ ຫຼືລະຫວ່າງທຸລະກິດດ້ວຍກັນ ລວມທັງສັນຍາເຊົ່າດິນ, ເຮືອນ, ສາງ, ພາຫະນະ ແລະອື່ນໆ ທີ່ນໍາໃຊ້ເຂົ້າໃນການດໍາເນີນທຸລະກິດ;
-     ຮູບ 2 x 3 ຈໍານວນ 2 ໃບທີ່ຖ່າຍບໍ່ເກີນສາມເດືອນ.

3.  ຜູ້ທີ່ຖືກມອບໝາຍຈາກລັດຖະການສ່ວຍສາອາກອນ ແມ່ນ:

-   ເຈົ້າໜ້າທີ່ພາສີປະຈໍາຢູ່ ພະແນກການອ້ອມຂ້າງກົມພາສີ, ດ່ານພາສີ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ເປັນຜູ້ຄິດໄລ່ເກັບອາກອນມູນຄ່າເພີ່ມຈາກການນໍາເຂົ້າ-ສົ່ງອອກສິນຄ້າຢູ່ດ່ານ ແລະເກັບອາກອນມູນຄ່າເພີ່ມຈາກການນໍາເຂົ້າ-ສົ່ງອອກຢູ່ ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ຕາມລະບຽບການກ່ຽວ ຂ້ອງ;
-  ຜູ້ຊື້ ຫຼືເຈົ້າຂອງໂຄງການ ຫຼືຜູ້ວ່າຈ້າງ ສໍາລັບການຊື້ການບໍລິການຈາກຜູ້ບໍ່ມີພູມລໍາເນົາ ແລະບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ.

ການອອກຈາກລະບົບອາກອນມູນຄ່າເພີ່ມ

ການອອກຈາກລະບົບອາກອນມູນຄ່າເພີ່ມ ປະກອບມີກໍລະນີດັ່ງລຸ່ມນີ້:

1.  ການຢຸດເຊົາ: ຜູ້ມອບອາກອນມູນຄ່າເພີ່ມຕ້ອງລາຍງານການຢຸດເຊົາທຸລະກິດພາຍໃນເວລາ 30 ວັນນັບຈາກວັນທີ່ຢຸດເຊົາທຸລະກິດ ແລະສົ່ງຄືນໃບທະບຽນອາກອນມູນຄ່າເພີ່ມໃຫ້ຂະແໜງສ່ວຍສາອາກອນ. ໃນກໍລະນີດັ່ງ ກ່າວ, ເຈົ້າໜ້າທີ່ສ່ວຍສາອາກອນຈະກວດກາຜູ້ມອບອາກອນມູນຄ່າເພີ່ມເພື່ອສະສາງທຸກໜີ້ຄ້າງຊໍາລະອາກອນມູນຄ່າເພີ່ມ ແລະອາກອນປະເພດອື່ນໆໃຫ້ຄົບຖ້ວນ.

2. ການແຍກກິດຈະການທຸລະກິດທັງໝົດ: ຫຼັງຈາກມີການຕັດສິນໃຈແຍກກິດຈະການທຸລະກິດ (ພາຍໃນ 15 ວັນລັດຖະການ), ຜູ້ມອບອາກອນມູນຄ່າເພີ່ມຕ້ອງແຈ້ງຕໍ່ລັດຖະການອາກອນໃຫ້ຮັບຊາບ ແລະຈ່າຍທຸກໜີ້ຄ້າງຊໍາລະອາກອນມູນຄ່າເພີ່ມ ແລະອາກອນປະເພດອື່ນໆ ໃຫ້ຄົບຖ້ວນ, ແລ້ວສົ່ງຄືນໃບທະບຽນອາກອນມູນຄ່າເພີ່ມ.

3. ການຄວບທຸລະກິດ: ກ່ອນການຄວບທຸລະກິດ, ຜູ້ມອບອາກອນມູນຄ່າເພີ່ມທີ່ກ່ຽວຂ້ອງຕ້ອງຈ່າຍໜີ້ຄ້າງ ຊໍາລະອາກອນມູນຄ່າເພີ່ມ ແລະອາກອນປະເພດອື່ນໆ ໃຫ້ຄົບຖ້ວນກ່ອນ, ແລ້ວແຈ້ງຕໍ່ລັດຖະການສ່ວຍສາອາກອນ ແລະສົ່ງຄືນໃບທະບຽນອາກອນມູນຄ່າເພີ່ມໃຫ້ລັດຖະການສ່ວຍສາອາກອນພາຍໃນ 30 ວັນ.

4. ການລົ້ມລະລາຍ: ຜູ້ມອບອາກອນມູນຄ່າເພີ່ມຕ້ອງສົ່ງຄືນໃບທະບຽນອາກອນມູນຄ່າເພີ່ມໃຫ້ລັດຖະການສ່ວຍສາອາກອນພາຍໃນ 30 ວັນ ຫຼັງຄໍາຕັດສິນຂອງສານອອກມາວ່າ ທຸລະກິດດັ່ງກ່າວແມ່ນລົ້ມລະລາຍ ແລະມີຜົນສັກ ສິດຕາມກົດໝາຍລົ້ມລະລາຍ.

3. ສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ

ສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ ຕາມທີ່ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແມ່ນສິນຄ້າທີ່ນຳເຂົ້າມາໃນດິນແດນ ສປປ ລາວ ແລະສິນຄ້າ ແລະການບໍລິການ ລວມທັງຊັບສົມບັດຄົງທີ່ທີ່ຜູ້ມອບອາກອນມູນຄ່າເພີ່ມນຳອອກມາສະໜອງ, ຊົມໃຊ້ເອງ ຫຼືໃຫ້ຜູ້ອື່ນໆຊົມໃຊ້ ຢູ່ໃນດິນແດນ ສປປ ລາວ ເຖິງວ່າຈະໄດ້ຮັບຄ່າຕອບແທນເປັນເງິນ ຫຼືຜົນປະໂຫຍດຢ່າງອື່ນ ຫຼືບໍ່ ກໍ່ຕາມ ລວມທັງ ການຮັບການສະໜອງຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ ລະອຽດຄືດັ່ງນີ້:

3.1 ສິນຄ້າ ທີ່ຖືກເສຍອາກອນມູນຄ່າເພີ່ມ

1)   ສິນຄ້າທີ່ນໍາເຂົ້າມາໃນດິນແດນ ສປປ ລາວ:

ສິນຄ້າ ທີ່ນຳເຂົ້າມາໃນດິນແດນ ສປປ ລາວ ຈາກຕ່າງປະເທດ ລວມທັງສິນຄ້າທີ່ນຳເຂົ້າຈາກເຂດເສດຖະ ກິດພິເສດ ຫຼືເຂດເສດຖະກິດສະເພາະໂດຍ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຊຶ່ງບໍ່ຈຳແນກວ່າເປັນຜູ້ມອບອາກອນມູນຄ່າເພີ່ມ ຫຼືບໍ່ກໍ່ຕາມ ຖືວ່າເປັນສິນຄ້າທີ່ຖືກເສຍອາກອນມູນຄ່າເພີ່ມ ນອກຈາກລາຍການທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ແລະການຍົກເວັ້ນທີ່ໄດ້ຮັບຕາມ ສັນຍາ, ສົນທິສັນຍາ ແລະມະຕິຕົກລົງ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ;

ຕົວຢ່າງ :

- ສິນຄ້າ ຖືກຂົນສົ່ງຈາກປະເທດໄທເຂົ້າມານະຄອນຫຼວງວຽງຈັນໂດຍທາງບົກ ເມື່ອແຈ້ງພາສີແລ້ວໃນດິນ ແດນຂອງ ສປປ ລາວ ຖືວ່າສິນຄ້າເຫຼົ່ານັ້ນ ເປັນສິນຄ້າທີ່ນໍາເຂົ້າມາດິນແດນຂອງ ສປປ ລາວ ຕ້ອງຖືກເສຍອາກອນມູນຄ່າເພີ່ມ;
- ສິນຄ້າ ທີ່ນໍາເຂົ້າຈາກປະເທດຍີ່ປຸ່ນໂດຍທາງຍົນ ມາຮອດສະໜາມບິນສາກົນວັດໄຕ ເມື່ອມີການແຈ້ງສິນຄ້າເຫຼົ່ານັ້ນນໍາລັດຖະການພາສີ ຖືວ່າສິນຄ້າເຫຼົ່ານັ້ນໄດ້ນໍາເຂົ້າມາໃນ ສປປ ລາວ ແລະຖືກເສຍອາກອນມູນຄ່າເພີ່ມ;
- ສິນຄ້າ ທີ່ຢູ່ໃນເຂດເສດຖະກິດພິເສດ ຫຼືເຂດເສດຖະກິດສະເພາະ ຖ້າສິນຄ້າຖືກນໍາອອກຈາກເຂດດັ່ງກ່າວມາຊົມໃຊ້ຢູ່ໃນດິນແດນ ສປປ ລາວ ຖືວ່າເປັນສິນຄ້າທີ່ນໍາເຂົ້່າ ແລະຖືກເສຍອາກອນມູນຄ່າເພີ່ມ; ຖ້າສິນຄ້ານໍາອອກຈາກເຂດເສດຖະກິດດັ່ງກ່າວໄປຕ່າງປະເທດໂດຍກົງ ແມ່ນບໍ່ຖືກເສຍອາກອນມູນຄ່າເພີ່ມ ຂອງ ສປປ ລາວ;

2)   ສິນຄ້າທີ່ຖືກສະໜອງ (ຂາຍ) ຢູ່ ສປປ ລາວ ໂດຍຜູ້ມອບອາກອນມູນຄ່າເພີ່ມ:

. ສິນຄ້າ ຫຼືຊັບສິນຂອງວິສາຫະກິດ ທີ່ຜູ້ມອບອາກອນມູນຄ່າເພີ່ມນຳມາສະໜອງ (ຂາຍ), ຊົມໃຊ້ເອງ ຫຼືນຳໃຊ້ສຳລັບຈຸດປະສົງອື່ນໆ.

ຕົວຢ່າງ:

-     ຕຽງນອນ, ຕູ້, ຊຸດໂຕະຕັ່ງໄມ້ ທີ່ຜູ້ມອບອາກອນມູນຄ່າເພີ່ມທີ່ດໍາເນີນທຸລະກິດໂຮງງານປຸງແຕ່ງໄມ້ສຳ ເລັດຮູບໄດ້ຂາຍໃຫ້ລູກຄ້າ ຫຼືເອົາໄປຊົມໃຊ້ເອງ ຫຼືມອບໃຫ້ຜູ້ອື່ນລ້າໆ;ໍ
-     ເຄື່ອງຄອມພິວເຕີີ ທີ່ຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນກິດຈະການກ່ຽວກັບໂຮງງານຜະລິດເຄື່ອງຄອມພິວເຕີ ເອົາໃຫ້ແກ່ພະນັກງານຂອງຕົນ;
-     ຊັບສົມບັດຄົງທີ່ຂອງທຸລະກິດ ທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ຂາຍໃຫ້ແກ່ລູກຄ້າ ຫຼືໄດ້ໂອນໃຫ້ແກ່ຜູ້ອື່ນໆ.

ຂ. ສິນຄ້າ ຫຼືຊັບສິນຂອງວິສາຫະກິດທີ່ຜູ້ມອບອາກອນມູນຄ່າເພີ່ມນຳມາຊົມໃຊ້ສຳລັບຈຸດປະສົງໃນຂົງເຂດກິດຈະກຳທີ່ບໍ່ໄດ້ເສຍຄ່າ.

ຕົວຢ່າງ:

-     ລົດບັນທຸກ ທີ່ຜູ້ມອບອາກອນມູນຄ່າເພີ່ມດຳເນີນທຸລະກິດກ່ຽວກັບການບໍລິການຂົນສົ່ງໄດ້ນຳໃຊ້ເພື່ອຍົກຍ້າຍເຄື່ອງໃຫ້ຜູ້ຖືຮຸ້ນ ຫຼືໃຫ້ຜູ້ອື່ນຈາກສະຖານທີ່ໜຶ່ງໄປຫາສະຖານທີ່ອື່ນແບບບໍ່ເສຍຄ່າ;
-     ລົດທີ່ຜູ້ມອບອາກອນມູນຄ່າເພີ່ມດໍາເນີນທຸລະກິດກ່ຽວກັບການຂາຍລົດໄດ້ມອບໃຫ້ຜູ້ອື່ນເພື່ອເປັນຂອງຂວັນ.

. ສິນຄ້າທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ສະໜອງ ຫຼືໃຫ້ຜູ້ອື່ນຊົມໃຊ້ ເຖິງຈະໄດ້ຮັບຄ່າຕອບແທນ ຫຼືບໍ່, ຈະມີການຊໍາລະຄືນຄັ້ງດຽວ ຫຼືຫຼາຍຄັ້ງກໍ່ຕາມ ລວມທັງການສະໜອງໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນກິດຈະ ການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ເຊັ່ນ: ທະນາຄານ, ສະຖາບັນການເງິນຈຸລະພາກ ແລະອື່ນໆ.

ຕົວຢ່າງ:

-     ບໍລິສັດ ກ ເປັນຜູ້ມອບອາກອນມູນຄ່າເພີ່ມດຳເນີນທູລະກິດກ່ຽວກັບການຂູດຄົ້ນບໍ່ແຮ່ ໄດ້ຊື້ລົດບັນ ທຸກໜັກຈາກບໍລິສັດຂາຍລົດແຫ່ງໜຶ່ງ ແລ້ວເອົາໃຫ້ບໍລິສັດຂົນສົ່ງແຫ່ງໜຶ່ງໄປນຳໃຊ້ເພື່ອຂົນແຮ່ທາດໃຫ້ຕົນແຫ່ງອຂົນແຮ່ທາດໃຫ້ຕົນເອງ ແລ້ວຫັກເອົາເງິນຈາກຄ່າບໍລິການຂົນສົ່ງແຮ່ທາດຄືນເປັນແຕ່ລະເດືອນພ້ອມໂດຍໃຫ້ໃຊ້ແທນຄືນໃນແຕ່ລະເດືອນດ້ວຍການຫັກເອົາເງິນຈາກຄ່າບໍລິການຂົນສົ່ງແຮ່ທາດ ພ້ອມທັງຄິດໄລ່ດອກເບ້ຍຈາກຈໍານວນເງິນທີ່ຍັງຄ້າງຈ່າຍ;
-     ທະນາຄານ ໄດ້ຂາຍລົດທີ່ຢຶດມາຈາກລູກຄ້າທີ່ບໍ່ຊຳລະເງິນຄືນຕາມສັນຍາເງິນກູ້.

. ສິນຄ້າ ຫຼືຊັບສິນຂອງວິສາຫະກິດ ທີ່ຜູ້ມອບອາກອນມູນຄ່າເພີ່ມເກັບຮັກສາໄວ້ນຳຕົນເອງ ຫຼືນຳຜູ້ສືບທອດ ໃນເວລາຜູ້ກ່ຽວຢຸດເຄື່ອນໄຫວກິດຈະການທີ່ຖືກເສຍອາກອນມູນຄ່າເພີ່ມ;

ຕົວຢ່າງ: ສິນຄ້າຄ້າງສາງຂອງບໍລິສັດຂາອອກ-ຂາເຂົ້າແຫ່ງໜຶ່ງ  ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມທີ່ໄດ້ຢຸດເຊົາການດຳເນີນທຸລະກິດ.

ຈ. ສິນຄ້າ ທີ່ຂາຍໂດຍຜູ້ມອບອາກອນມູນຄ່າເພີ່ມຂອງ ສປປ ລາວ ກ່ອນການແຈ້ງເສຍພາສີຂາເຂົ້າຂອງ ສປປ ລາວ ເຖິງວ່າຈະຂາຍຢູ່ພາຍໃນ ຫຼືນອກດິນແດນ ສປປ ລາວ ກໍຕາມ ຈະຖືວ່າເປັນການຂາຍທີ່ຖືກເສຍອາກອນມູນຄ່າເພີ່ມຂອງ ສປປ ລາວ;

ຕົວຢ່າງ:

ບໍລິສັດ ຂາຍລົດໃຫຍ່ແຫ່ງໜຶ່ງ ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ຊື້ລົດຈາກບໍລິສັດຜະລິດລົດໃຫຍ່ຢູ່ປະເທດໄທ ຊຶ່ງມີເອກະສານສົ່ງອອກຈາກປະເທດໄທແລ້ວ ແຕ່ລົດດັ່ງກ່າວໄດ້ຖືກຂາຍກ່ອນການແຈ້ງເສຍພາສີຂາເຂົ້າ ຂອງ ສປປ ລາວ, ກໍລະນີດັ່ງກ່າວນີ້ ຈະຖືວ່າເປັນການຂາຍທີ່ຖືກເສຍອາກອນມູນຄ່າເພີ່ມຂອງ ສປປ ລາວ;

3.2 ການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ :

1)   ຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດການບໍລິການໄດ້ເອົາຊັບສິນຂອງທຸລະກິດ ລວມທັງສິນຄ້າຂອງຕົນມານຳໃຊ້ເອງ ຫຼືໃຫ້ຜູ້ອື່ນເຖິງວ່າຈະມີຄ່າຕອບແທນ ຫຼືບໍ່ ກໍ່ຕາມ.

ຕົວຢ່າງ:

-   ບໍລິສັດກໍ່ສ້າງ-ສ້ອມແປງແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ນຳເອົາເຄື່ອງມື, ວັດສະດຸກໍ່ ສ້າງ ແລະນາຍຊ່າງ-ກຳມະກອນຂອງບໍລິສັດມາສ້ອມແປງເຮືອນສ່ວນຕົວໃຫ້ເຈົ້າຂອງບໍລິສັດ ຫຼືສ້ອມແປງເຮືອນໃຫ້ຜູ້ອື່ນແບບບໍ່ເສຍຄ່າ;
-   ເຈົ້າຂອງຮ້ານອາຫານແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ນໍາໃຊ້ສະຖານທີ່, ແຮງງານ ແລະເຄື່ອງໃນສາງ (ເຫລົ້າ) ເພື່ອຈັດງານລ້ຽງໃຫ້ຕົນເອງ ຫຼືໃຫ້ຜູ້ອື່ນແບບບໍ່ເສຍຄ່າ;

2)   ການບໍລິການທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ສະໜອງແບບບໍ່ເສຍຄ່າໃຫ້ແກ່ຕົນເອງ, ພະນັກງານຂອງຕົນ ຫຼືໃຫ້ຜູ້ອື່ນ.

ຕົວຢ່າງ:

-     ການສະໜອງຄຳປຶກສາດ້ານການລົງທຶນຢູ່ ສປປ ລາວ ທີ່ຜູ້ມອບອາກອນມູນຄ່າເພີ່ມ ຊຶ່ງດໍາເນີນທຸລະກິດການບໍລິການໃຫ້ຄຳປຶກສາ, ໄດ້ໃຫ້ຄໍາປຶກສາແກ່ໝູ່ເພື່ອນຕົນ;
-     ການສະໜອງຄຳປຶກສາດ້ານການອອກແບບກໍ່ສ້າງສຳນັກງານໃໝ່ໃຫ້ແກ່ບໍລິສັດ ກ ທີ່ຖືກສົ່ງຜ່ານລະ ບົບອີເລັກໂທຣນິກ (ອີເມວ) ຈາກຜູ້ທີ່ບໍ່ມີພູມລຳເນົາ ແລະບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ.

3)   ການບໍລິການຂຸດຄົ້ນ ແລະຂົນສົ່ງຊັບພະຍາກອນທຳມະຊາດໂດຍຜູ້ອື່ນທີ່ບໍ່ແມ່ນຜູ້ສຳປະທານ.

ຕົວຢ່າງ:

-     ບໍລິສັດ ກ ເປັນຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດກ່ຽວກັບການບໍລິການຂຸດຄົ້ນແຮ່ທາດໄດ້ຂຸດຄົ້ນແຮ່ທາດໃຫ້ບໍລິສັດ ຂ ຊຶ່ງເປັນຜູ້ທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ທາດຈາກລັດຖະບານ;
-     ບໍລິສັດ ຄ ເປັນຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດການບໍລິການຂົນສົ່ງໄດ້ຂົນສົ່ງແຮ່ທາດຈາກສະຖານທີ່ຂຸດຄົ້ນຂອງບໍລິສັດ ກ ໄປຫາສຳນັກງານຂອງບໍລິສັດ ຂ ;

3.3 ສະຖານທີ່ສະໜອງສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມ :

1)   ສະຖານທີ່ສະໜອງສິນຄ້າທີ່ຖືກເສຍອາກອນມູນຄ່າເພີ່ມ :

ສະຖານທີ່ການສະໜອງສິນຄ້າທີ່ຖືກເສຍອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແມ່ນການສະໜອງສິນຄ້າທີ່ເກີດຂຶ້ນຢູ່ໃນດິນແດນ ສປປ ລາວ ຊຶ່ງໄດ້ກຳນົດໄວ້ ຄືດັ່ງນີ້:

-   ກໍລະນີການສະໜອງສິນຄ້າທີ່ບໍ່ມີການຂົນສົ່ງ ໃຫ້ຖືວ່າການສະໜອງນັ້ນເກີດຂຶ້ນຢູ່ບ່ອນທີ່ສິນຄ້າມີຈິງໃນເວລາສະໜອງ;
-   ກໍລະນີການສະໜອງສິນຄ້າທີ່ມີການຂົນສົ່ງ ຈະໂດຍຜູ້ສະໜອງເອງ ຫຼືໃນນາມຂອງຜູ້ສະໜອງ ຫຼືໂດຍຜູ້ຊື້ ຫຼືໃນນາມຂອງຜູ້ຊື້ ກໍໃຫ້ຖືວ່າການສະໜອງນັ້ນເກີດຂຶ້ນຢູ່ບ່ອນທີ່ການຂົນສົ່ງສິນຄ້າເລີ່ມຕົ້ນ;
-   ກໍລະນີການສະໜອງສິນຄ້າຫາກລວມມີການຕິດຕັ້ງ ຫຼືປະກອບ ໂດຍຜູ້ສະໜອງ ຫຼືໃນນາມຂອງຜູ້ ກ່ຽວ ໃຫ້ຖືວ່າການສະໜອງນັ້ນເກີດຂຶ້ນຢູ່ບ່ອນທີ່ສິນຄ້າດັ່ງກ່າວຖືກຕິດຕັ້ງ ຫຼືປະກອບ;
-   ກໍລະນີສິນຄ້າຖືກຂາຍຢູ່ຕ່າງປະເທດກ່ອນຖືກຂົນສົ່ງ ແລະຖືກນຳເຂົ້າມາ ສປປ ລາວ ໃຫ້ຜູ້ມອບອາ ກອນມູນຄ່າເພີ່ມ ຫຼືໃຫ້ຜູ້ອື່ນໆທີ່ມີພູມລຳເນົາ ຫຼືສ້າງຕັ້ງຢູ່ ສປປ ລາວ ໃຫ້ຖືວ່າການສະໜອງເກີດຂຶ້ນຢູ່ ສປປ ລາວ;
-   ສິນຄ້າຖືກສະໜອງຕົວຈິງຢູ່ໃນ ສປປ ລາວ ແຕ່ຖືກຂົນສົ່ງໄປຕ່າງປະເທດ ຫຼືໄປເຂດເສດຖະກິດພິ ເສດ ຫຼືເຂດເສດຖະກິດສະເພາະ ໂດຍຜູ້ສະໜອງ ຫຼືຜູ້ຊື້ ໃຫ້ຖືວ່າການສະໜອງເກີດຂຶ້ນຢູ່ ສປປ ລາວ.

2)   ສະຖານທີ່ສະໜອງການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ :

ສະຖານທີ່ສະໜອງການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ຈະຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ຜູ້ຮັບການສະໜອງການບໍລິການຫາກມີພູມລຳເນົາ ແລະໄດ້ສ້າງຕັ້ງຢູ່ ສປປ ລາວ ເວັ້ນເສຍແຕ່ກໍລະນີດັ່ງລຸ່ມນີ້ :

-   ການສະໜອງການບໍລິການທີ່ປຶກສາ ຈະຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ການປຶກສານັ້ນພົວ ພັນກັບຂໍ້ມູນຢູ່ ສປປ ລາວ  ເຖິງວ່າຜູ້ຮັບການສະໜອງການບໍລິການຈະມີພູມລຳເນົາ ແລະໄດ້ສ້າງຕັ້ງຢູ່ ສປປ ລາວ ຫຼືບໍ່ ກໍ່ຕາມ;
-   ການສະໜອງການບໍລິການທີ່ພົວພັນໂດຍກົງກັບອະສັງຫາຣິມະຊັບ ເຊັ່ນ: ການອອກແບບ, ການກໍ່ ສ້າງ, ການບຳລຸງຮັກສາ ແລະການສ້ອມແປງ, ການບໍລິການເພື່ອກະກຽມ ແລະປະສານວຽກກໍ່ສ້າງ ເຊັ່ນ: ການບໍລິການຂອງນັກສະຖາປະນິກ, ຂອງວິສາຫະກິດທີ່ຄຸມວຽກຢູ່ພາກສະໜາມ, ຂອງບໍລິສັດອະສັງຫາຣິມະຊັບ, ຂອງນັກຊ່ຽວ ຊານ ແລະການບໍລິການອື່ນໆທີ່ເກີດຂຶ້ນ ແລະທີ່ຕິດພັນໂດຍກົງກັບຊັບຄົງທີ່ຕັ້ງຢູ່ຕະຫຼອດຮອດການບໍລິການເຮືອນພັກ, ໂຮງແຮມ ຫຼືສິ່ງທີ່ຄ້າຍຄືກັນ ຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ອະສັງຫາຣິມະຊັບນັ້ນຕັ້ງຢູ່ ສປປ ລາວ;
-   ການບໍລິການໃຫ້ເຊົ່າສິນຄ້າ ຫຼືຊັບສິນຂອງວິສາຫະກິິດ ທີ່ສາມາດເຄື່ອນຍ້າຍໄດ້ທຸກປະເພດ (ລົດ, ເຮືອ, ກຳປັ່ນ, ເຮືອບິນ ແລະອື່ນໆ) ຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ສິນຄ້າດັ່ງກ່າວຖືກນຳໃຊ້ຕົວຈິງຢູ່ ສປປ ລາວ;
-   ການສະໜອງການບໍລິການຂົນສົ່ງໂດຍສານ ແລະສິນຄ້າ ຈະຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າວ່າການເຄື່ອນໄຫວຕົວຈິງຢູ່ໃນດິນແດນຂອງ ສປປ ລາວ;
-   ການສະໜອງບໍລິການຕ່າງໆດັ່ງຕໍ່ໄປນີ້ເກີດຂຶ້ນໃນສະຖານທີ່ທີ່ບໍລິການເກີດຂື້ນຈິງທາງກາຍຍະພາບ:

  •   ບໍລິການ ແລະບໍລິການເສີມທີ່ກ່ຽວຂ້ອງກັບກິດຈະກໍາທາງດ້ານວັດທະນະທຳ, ສິນລະປະກໍາ, ກິ ລາ, ວິທະຍາສາດ, ການສຶກສາ, ບັນເທີງ ຫຼືຄ້າຍຄືກັນ ລວມເຖິງການສະໜອງບໍລິການໃຫ້ຜູ້ຈັດງານທີ່ກ່ຽວຂ້ອງກັບກິດຈະກໍາຕ່າງໆເຫຼົ່ານີ້;
  •  ຮ້ານອາຫານ ແລະບໍລິການອາຫານນອກສະຖານທີ່;
  •  ບໍລິການອື່ນໆທີ່ບໍ່ໄດ້ກ່າວໄວ້ບ່ອນອື່ນ ທີ່ໄດ້ສະໜອງໃຫ້ນັກທ່ອງທ່ຽວຕ່າງຊາດບໍ່ວ່າຈະເປັນການເກັບກັບນັກເດີນທາງໂດຍກົງ ຫຼືບໍລິສັດຕົວແທນການທ່ອງທຽວ ຫຼືອົງການຈັດຕັ້ງທີ່ຄ້າຍຄືກັນ ລວມທັງແຕ່ບໍ່ໄດ້ຈໍາກັດຢູ່ທີ່ບໍລິການທີ່ປົກກະຕິແລ້ວຜູ້ສະໜອງແມ່ນໂຮງແຮມ, ວຽກຂອງຜູ້ນໍາທ່ຽວ, ການເຊົ່າສິນຄ້າສັງຫາລະມະຊັບທີ່ເປັນຮູບປະທໍາ ແລະທຸລະກິດສະປາ (ນວດຜ່ອນຄາຍ ແລະບໍາລຸງຜິວ) ຫຼືການຮັກສາສຸຂະພາບ ແລະຄວາມງາມຕ່າງໆ;
  •  ການຂຸດຄົ້ນ ແລະຂົນສົ່ງຊັບພະຍາກອນທໍາມະຊາດໂດຍ ຫຼືໃນນາມຂອງຜູ້ອື່ນທີ່ບໍ່ແມ່ນຜູ້ຖືສໍາປະ ທານ

-   ການສະໜອງການບໍລິການດ້ານໄປສະນີ ແລະໂທລະຄົມມະນາຄົມ ຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ບ່ອນທີ່ສະໜອງການບໍລິການດັ່ງກ່າວຫາກສ້າງຕັ້ງຢູ່ ສປປ ລາວ ເຖິງວ່າຜູ້ຮັບການສະໜອງຈະຢູ່ພາຍໃນ ຫຼືຢູ່ນອກ ສປປ ລາວ ກໍຕາມ;
-   ການບໍລິການທ່ອງທ່ຽວທີ່ຂາຍໃນລາຄາທີ່ລວມເອົາຄ່າບໍລິການຫຼາຍຢ່າງ ຖືວ່າເກີດຂຶ້ນຢູ່ ສປປ ລາວ ຖ້າຫາກວ່າ ຜູ້ຂາຍສ້າງຕັ້ງ ແລະເປັນຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວ ແລະຖ້າສ່ວນປະກອບຂອງການທ່ອງ ທ່ຽວດັ່ງກ່າວ ເກີດຂຶ້ນ ຫຼືຖືວ່າຈະເກີດຂຶ້ນຢູ່ ສປປ ລາວ.

4   ສິນຄ້າ ແລະການບໍລິການ ທີ່ບໍ່ຖືກເສຍອາກອນມູນຄ່າເພີ່ມ

ສິນຄ້າ ແລະການບໍລິການ ທີ່ບໍ່ຖືກເສຍອາກອນມູນຄ່າເພີ່ມ ປະກອບດ້ວຍ:

1)   ສິນຄ້າ ທີ່ເປັນຜະລິດຕະພັນໃໝ່ ຖືກແຈກຢາຍເພື່ອການທົດລອງຂອງທຸລະກິດ ຫຼືສຳລັບເຈາະຕະຫຼາດແບບບໍ່ເກັບເງິນໃນມູນຄ່າທີ່ເໝາະສົມ ໃຫ້ແກ່ຜູ້ຊື້ ຫຼືຜູ້ຈະຊື້ໃນອະນາຄົດ.

ຕົວຢ່າງ: ໂຮງງານຜະລິດເຄື່ອງດື່ມແຫ່ງໜຶ່ງໄດ້ແຈກຢາຍກາເຟຊອງນ້ອຍຊຶ່ງເປັນຜະລິດຕະພັນໃໝ່ແບບບໍ່ເກັບເງິນ ເພື່ອເປັນການໂຄສະນາສິນຄ້າໃໝ່ ຫຼືເປັນການເຈາະຕະຫຼາດ.

2)   ຊັບສິນສ່ວນຕົວຂອງຜູ້ມອບອາກອນມູນຄ່າເພີ່ມ (ບໍ່ເປັນຊັບສິນຂອງວິສາຫະກິດ) ທີ່ຜູ້ມອບອາກອນມູນຄ່າເພີ່ມນຳອອກມາສະໜອງ ເຊັ່ນ: ລົດໃຫຍ່ສ່ວນຕົວນຳອອກມາຂາຍ ໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດຂາຍເຄື່ອງຄອມພິວເຕີ.

3)   ສິນຄ້າ ແລະການບໍລິການທີ່ຜູ້ມອບອາກອນມູນຄ່າເພີ່ມ ສະໜອງແບບບໍ່ຫວັງຜົນກຳໄລໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຫຼືໄພທຳມະຊາດ.

4)   ສິນຄ້າ ແລະບໍລິການ ທີ່ຖືກສະໜອງໂດຍ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງຢູ່ ສປປ ລາວ ທີ່ບໍ່ເປັນຜູ້ມອບອາກອນມູນຄ່າເພີ່ມ.

5   ສິນຄ້າ ແລະການບໍລິການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ

ສິນຄ້າ ແລະການບໍລິການ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ຕາມທີ່ກຳນົດຢູ່ໃນມາດຕາ 12 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ມີດັ່ງນີ້ :

5.1 ສິນຄ້າ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ:

1)  .1.1 ການນຳເຂົ້າ ແລະການສະໜອງຢູ່ພາຍໃນປະເທດ ພືດກະສິກຳ ໂດຍ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ດຳເນີນທຸລະກິດ ຫຼືບໍ່ກໍ່ຕາມ:

ການນຳເຂົ້າ ແລະການສະໜອງຢູ່ພາຍໃນປະເທດ ພືດກະສິກຳທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການນຳເຂົ້າ ແລະການສະໜອງພືດກະສິກຳທີ່ຍັງບໍ່ທັນຜ່ານການປຸງແຕ່ງ ຫຼືພຽງແຕ່ຜ່ານການປຸງແຕ່ງຂັ້ນຕົ້ນເທົ່ານັ້ນ ເຊັ່ນ:

-   ພືດກະສິກຳ ທີ່ຍັງບໍ່ທັນຜ່ານການປຸງແຕ່ງ ເຊັ່ນ: ຜັກສົດ, ສາລີເປັນຟັກ, ເຂົ້າເປືອກ, ເຜືອກ, ມັນ, ອ້ອຍ, ດອກໄມ້ ທີ່ເປັນລຳ, ເປັນຕົ້ນ, ໃບ, ດອກ, ງ່າ, ເປືອກ, ຫົວ, ຮາກ, ໜໍ່, ເມັດ ຫຼືສ່ວນອື່ນໆຂອງພືດ;
- ພືດກະສິກຳ ທີ່ໄດ້ຜ່ານການປຸງແຕ່ງຂັ້ນຕົ້ນ ຊຶ່ງເປັນການປຸງແຕ່ງພຽງແຕ່ເພື່ອຮັກສາສະພາບບໍ່ໃຫ້ເຊື່ອມ ຄຸນຊົ່ວຄາວ ຫຼືສະດວກໃນການຂົນສົ່ງເຄື່ອນຍ້າຍ ເຊັ່ນ: ທຳຄວາມສະອາດ, ອົບໃຫ້ແຫ້ງ, ບົດ, ແຍກແກ່ນ, ຕັດເອືອບເກືອ, ແຊ່ເຢັນ, ແຊ່ເຢັນຈົນແຂງ, ປອກເປືອກ, ຝານ, ຊອຍ, ບົດ, ສີ ແລະອື່ນໆ ແຕ່ບໍ່ລວມໄປເຖິງໄມ້ທ່ອນ, ຟືນ ພ້ອມທັງຜະລິດຕະພັນທີ່ໄດ້ມາຈາກການເລື່ອຍໄມ້ ແລະບໍ່ລວມເອົາຜະລິດຕະພັນອາຫານທີ່ຜະລິດອອກໂດຍໂຮງງານອຸດສາຫະກຳ ທີ່ບັນຈຸໃສ່ກະປ໋ອງ, ພາຊະນະ, ຫີບຫໍ່...

2)  ການຂາຍສັດຢູ່ພາຍໃນປະເທດ:

ການຂາຍສັດທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການຂາຍສັດທຸກປະເພດທີ່ບໍ່ທັນຮັບການປຸງແຕ່ງ ຫຼືປຸງແຕ່ງຂັ້ນຕົ້ນ ຊຶ່ງຢູ່ໃນຮູບແບບສົດ ຫຼືຢູ່ໃນສະພາບທີ່ບໍ່ເນົ່າເປື່ອຍທີ່ມີຊີວິດ ຫຼືບໍ່ມີຊີວິດ, ເປັນໂຕ ຫຼືເປັນຊິ້ນສ່ວນ ລະອຽດດັ່ງນີ້:

-   ສັດທີ່ມີຊີວິດ ແມ່ນຈຳພວກສັດທຸກປະເພດ ທີ່ຍັງເປັນໂຕ ແລະຍັງຫາຍໃຈຢູ່, ສາມາດເຄື່ອນໄຫວໄປ-ມາໄດ້ດ້ວຍໂຕມັນເອງ ຫຼືບໍ່ ກໍຕາມ;
-   ສັດທີ່ບໍ່ມີຊີວິດ ແມ່ນຈຳພວກສັດທີ່ຕາຍແລ້ວ ອາດເປັນໂຕ ຫຼືແຍກເປັນຊີ້ນສ່ວນ ທີ່ຢູ່ໃນສະພາບສົດ ຫຼືຮັກສາສະພາບບໍ່ໃຫ້ເນົ່າເປື່ອຍເປັນການຊົ່ວຄາວດ້ວຍການ ແຊ່ເຢັນ, ແຊ່ເຢັນຈົນແຂງ, ບົດ, ຕາກອົບໃຫ້ແຫ້ງ ແຕ່ບໍ່ລວມໄປເຖິງຜະລິດຕະພັນອາຫານທີ່ບັນຈຸໃສ່ພາຊະນະ, ຫີບຫໍ່ ແລະການບັນຈຸໃສ່ກະປ໋ອງທີ່ຜະລິດອອກໂດຍໂຮງງານອຸດສາຫະກຳ.
- ຜົນຜະລິດຂອງສັດ ເຊັ່ນ: ນ້ຳນົມ, ໄຂ່ ແລະຜົນຜະລິດອື່ນໆທີ່ໄດ້ມາຈາກສັດ.

ສໍາລັບການນໍາເຂົ້າສັດທຸກປະເພດ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມບໍ່ໄດ້ກໍານົດໃຫ້ມີການຍົກເວັ້ນອາກອນມູນຄ່າເພີ່ມ.

3)  ການບໍລິການປູກໄມ້ໃຫ້ເປັນປ່າ, ຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມ້ໃຫ້ໝາກ ແລະຕົ້ນໄມ້ເປັນຢາ ທີ່ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ປູກເອງ ຫຼືຈ້າງ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງອື່ນປູກໃຫ້ ລວມທັງການບຸກເບີກເນື້ອທີ່, ການປັບໜ້າດິນ, ການວິໄຈ ແລະປັບປຸງດິນ, ການປົກປັກຮັກສາ ແລະການຂາຍຜົນຜະລິດດັ່ງກ່າວຕະຫຼອດຮອດການກ້າເບ້ຍໄມ້ ຫຼືຕໍ່ກິ່ງ ໄມ້ອຸດສາຫະກໍາ, ໄມ້ໃຫ້ໝາກ ແລະໄມ້ເປັນຢາ.

4)  ການນຳເຂົ້າ, ການຂາຍ ແນວພັນພືດທຸກປະເພດ, ແນວພັນສັດ, ຫົວອາຫານສັດ, ວັດຖຸດິບຮັບໃຊ້ການຜະລິດຫົວອາຫານສັດ ໂດຍບໍ່ຈໍາແນກວ່າເປັນ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ດຳເນີນທຸລະກິດ ຫຼືບໍ່ກໍ່ຕາມ.

ກ. ການນຳເຂົ້າ, ການຂາຍ ແນວພັນພືດທຸກປະເພດ, ແນວພັນສັດ, ຫົວອາຫານສັດ, ວັດຖຸດິບຮັບໃຊ້ການຜະລິດຫົວອາຫານສັດ ທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນ:

-   ແນວພັນພືດທຸກປະເພດ: ເປັນລຳ, ເປັນຕົ້ນ, ເປັນງ່າຕໍ່, ເປັນກິ່ງຕໍ່, ເປັນໜໍ່, ເປັນຕາ, ເປັນເຫງົ້າ, ເປັນຫົວ, ເປັນເມັດ ທີ່ສາມາດນໍາໄປປູກເພື່ອຂະຫຍາຍໃຫ້ໄດ້ປະລິມານເພີ່ມຂຶ້ນໃນຂັ້ນຕໍ່ໄປ;
-   ແນວພັນສັດທຸກປະເພດ: ພໍ່ພັນ, ແມ່ພັນ, ນ້ຳເຊື້ອເພື່ອເພາະພັນ, ຊຶ່ງແມ່ນ ພໍ່ພັນ ແມ່ພັນສັດ ທີ່ໃຫຍ່ແລ້ວ ສາມາດປະສົມພັນ ຫຼືຂະຫຍາຍພັນໄດ້, ສໍາລັບນ້ຳເຊື້ອເພື່ອເພາະພັນ ແມ່ນນໍ້າເຊື້ອຂອງສັດທີ່ສາມາດນຳໄປເພາະພັນໃຫ້ໄດ້ລູກສັດໂຕໃໝ່ ເຊັ່ນ: ໝູ,ງົວ, ຄວາຍ, ສັດປີກ, ປາ ດັ່ງນີ້ເປັນຕົ້ນ;
-   ຫົວອາຫານສັດທຸກປະເພດ ຊຶ່ງແມ່ນອາຫານສັດທີ່ເອົາມາເພື່ອລ້ຽງສັດ ຫຼືເອົາໃຫ້ສັດກິນ;
-   ວັດຖຸດິບສຳລັບຜະລິດຫົວອາຫານສັດທຸກປະເພດ ຊຶ່ງແມ່ນສັດ ຫຼືຊິ້ນສ່ວນຂອງສັດ, ພືດ ຫຼືຊິ້ນສ່ວນຂອງພືດ ທີ່ເອົາມາຜະລິດອາຫານເພື່ອລ້ຽງສັດ ຫຼືໃຫ້ສັດກິນ ເຊັ່ນ: ຊີ້ນສັດ, ຕັບສັດ, ປາ, ສາລີ,ໃບ ແລະໝາກກະຖິນ, ຖົ່ວ ແລະພືດອື່ນໆ;

ຂ. ເງື່ອນໄຂສຳລັບການໃຫ້ການຍົກເວັ້ນອາກອນມູນຄ່າເພີ່ມ ປະກອບມີ:

ສໍາລັບການນໍາເຂົ້າແນວພັນພືດ, ແນວພັນສັດ ຕ້ອງໄດ້ຮັບການຢັ້ງຢືນຈາກຂະແໜງການກ່ຽວຂ້ອງ, ສ່ວນການນໍາເຂົ້າວັດຖຸດິບເພື່ອຜະລິດຫົວອາຫານສັດທີ່ເປັນສັດ ຫຼືຊິ້ນສ່ວນຂອງສັດ ຕ້ອງເປັນການນໍາເຂົ້າໂດຍຜູ້ມອບອາ ກອນມູນຄ່າເພີ່ມທີ່ດໍາເນີນທຸລະກິດກ່ຽວກັບການຜະລິດອາຫານສັດ ຕາມແຜນຄວາມຕ້ອງການທີ່ໄດ້ຮັບການຢັ້ງຢືນຈາກຂະແໜງການກ່ຽວຂ້ອງເຊັ່ນດຽວກັນ.

5)  ການນຳເຂົ້າ, ການຂາຍ ຢາປາບສັດຕູພືດ, ຢາປົວພະຍາດສັດ, ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ ແລະວັດ ຖຸດິບສໍາລັບການຜະລິດສິ່ງດັ່ງກ່າວ:

ກ. ການນຳເຂົ້າ ແລະການສະໜອງຢູ່ພາຍໃນປະເທດ ຢາປາບສັດຕູພືດ, ຢາປົວພະຍາດສັດ, ຝຸ່ນຊີວະພາບ, ຝຸ່ນວິທະຍາສາດ ແລະວັດຖຸດິບສໍາລັບການຜະລິດສິ່ງດັ່ງກ່າວທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນ:

-     ຢາປາບສັດຕູພືດ ຊຶ່ງແມ່ນຢາທີ່ນໍາໃຊ້ເພື່ອກຳຈັດສັດຕູຂອງພືດ ທີ່ຜະລິດຈາກທຳມະຊາດ ຫຼືສານເຄມີ ອາດເປັນເມັດ, ເປັນຝຸ່ນ ຫຼືເປັນນ້ຳ;
-     ຢາປົວພະຍາດສັດ ຊຶ່ງແມ່ນຢາທີ່ນຳໃຊ້ສຳລັບປິ່ນປົວສັດ ທີ່ຜະລິດຈາກທຳມະຊາດ ຫຼືສານເຄມີ: ເປັນເມັດ, ເປັນຝຸ່ນ ຫຼືເປັນນ້ຳ ແລະວັດຖຸດິບສຳລັບຜະລິດຢາດັ່ງກ່າວ;
-     ຝຸ່ນຊີວະພາບ (ປຸ໋ຍ) ແມ່ນຝຸ່ນທີ່ຜະລິດຈາກທຳມະຊາດ ນໍາໃຊ້ເພື່ອປັບປຸງຄຸນນະພາບດິນ ແລະເພີ່ມສະມັດຕະພາບຜົນຜະລິດດ້ານກະສິກຳອາດເປັນ ເມັດ, ເປັນຝຸ່ນ ຫຼືເປັນນ້ຳ;
-     ຝຸ່ນວິທະຍາສາດ (ປຸ໋ຍ) ແມ່ນຝຸ່ນທີ່ຜະລິດຈາກສານເຄມີ ເພື່ອເພີ່ມສະມັດຕະພາບຜົນຜະລິດດ້ານກະ ສິກຳ ອາດເປັນ ເມັດ, ເປັນຝຸ່ນ ຫຼືເປັນນ້ຳ;
-     ວັດຖຸດິບທີ່ນຳໃຊ້ສຳລັບການຜະລິດ ປຸ໋ຍ, ຝຸ່ນຊີວະພາບ (ປຸ໋ຍ), ຢາປາບສັດຕູພືດ ຊຶ່ງແມ່ນສິ່ງທີ່ນຳມາເປັນສ່ວນປະສົມສຳລັບການຜະລິດຝຸ່ນ ຫຼືຢາປາບສັດຕູພືດດັ່ງກ່າວ.

ຂ. ເງື່ອນໄຂສຳລັບການໃຫ້ການຍົກເວັ້ນອາກອນມູນຄ່າເພີ່ມ ປະກອບມີ:

ສຳລັບການນຳເຂົ້າ, ການຂາຍ ຝຸ່ນວິທະຍາສາດ ແລະຢາປາບສັດຕູພືດ ກ່ອນຈະໄດ້ຮັບການຍົກເວັ້ນອາ ກອນມູນຄ່າເພີ່ມ ຜູ້ນຳເຂົ້າ ຫຼືຜູ້ຊື້ ຕ້ອງມີເອກະສານທີ່ຢັ້ງຢືນວ່າຜະລິດຕະພັນນັ້ນບໍ່ເປັນອັນຕະລາຍຕໍ່ລະບົບນິເວດ, ສຸ ຂະພາບ ແລະຊີວິດຄົນ ແລະສັດ ຈາກຂະແໜງການກ່ຽວຂ້ອງ.

6)  ການນຳເຂົ້າ, ການຂາຍ ເຄື່ອງຈັກ ຫຼືອຸປະກອນຮັບໃຊ້ໃນການຜະລິດກະສິກໍາໂດຍ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ຈະດຳເນີນທຸລະກິດ ຫຼືບໍ່ກໍ່ຕາມ

ການນຳເຂົ້າ, ການຂາຍ ເຄື່ອງຈັກ ຫຼືອຸປະກອນທີ່ນຳໃຊ້ໃນການຜະລິດກະສິກໍາ ທີ່ໄດ້ຮັບການຍົກເວັ້ນອາ ກອນມູນຄ່າເພີ່ມ ແມ່ນການນຳເຂົ້າ ແລະການຂາຍຢູ່ພາຍໃນປະເທດ ເຄື່ອງຈັກ ຫຼືອຸປະກອນ ເພື່ອນຳໃຊ້ເຂົ້າໃນການຜະ ລິດກະສິກຳໂດຍກົງ ເພື່ອຊົມໃຊ້ດ້ວຍຕົນເອງ ແລະໂດຍຜູ້ມອບອາກອນມູນຄ່າເພີ່ມ ເຊັ່ນ: ລົດໄຖນາທຸກປະເພດ, ລົດດໍານາ, ລົດກ່ຽວເຂົ້າ-ປັ່ນເຂົ້າ, ຈັກສູບນໍ້າທີ່ໃຊ້ສະເພາະການກະສິກໍາ, ຈົກ, ຊ້ວານ, ກ່ຽວ, ຄາດ, ສຽມ, ບົວຫົດນໍ້າ, ຮາງໃສ່ນໍ້າ ແລະໃສ່ອາຫານສັດ ແລະເຄື່ອງມືອື່ນໆ ສໍາລັບການປູກຝັງ ແລະລ້ຽງສັດ.

7)  ການນຳເຂົ້າສານເຄມີ:

ການນຳເຂົ້າສານເຄມີທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການນຳເຂົ້າສານເຄມີເພື່ອນຳໃຊ້ເຂົ້າໃນການຄົ້ນຄວ້າ, ການທົດລອງ, ການວິໄຈທາງວິທະຍາສາດ ຂອງອົງການຈັດຕັ້ງລັດ ແລະຜູ້ມອບອາກອນມູນຄ່າເພີ່ມທີ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າເທົ່ານັ້ນ ແຕ່ຕ້ອງມີແຜນຄວາມຕ້ອງການທີ່ຈະນຳໃຊ້ຕົວຈິງໃນແຕ່ລະໄລຍະທີ່ຖືກຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ແລະຕ້ອງໄດ້ຮັບການອະນຸມັດຈາກພາກສ່ວນຄຸ້ມຄອງທາງດ້ານວິຊາການ.

8)  ການນຳເຂົ້າເຮືອບິນ ແລະວັດຖຸປະກອນຮັບໃຊ້ການຂົນສົ່ງທາງອາກາດ ທັງພາຍໃນ ແລະຕ່າງປະເທດ.

ການນຳເຂົ້າເຮືອບິນ ແລະວັດຖຸປະກອນຮັບໃຊ້ການຂົນສົ່ງທາງອາກາດທັງພາຍໃນ ແລະຕ່າງປະເທດທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການນຳເຂົ້າເຮືອບິນເພື່ອຈຸດປະສົງການດຳເນີນທຸລະກິດບໍລິການຂົນສົ່ງສິນ ຄ້າ ແລະຂົນສົ່ງໂດຍສານທາງອາກາດ ແລະການນຳເຂົ້າເຮືອບິນທຸກຊະນິດເພື່ອຮັບໃຊ້ທາງລັດຖະການຂອງລັດຖະບານ ລວມທັງການນຳເຂົ້າອາໄຫຼ່, ຊິ້ນສ່ວນອາໄຫຼ່ ເພື່ອປ່ຽນຖ່າຍ ແລະວັດຖຸປະກອນຂອງເຮືອບິນ ແຕ່ຕ້ອງມີເອກະສານຢັ້ງ ຢືນກ່ຽວກັບສິນຄ້າດັ່ງກ່າວຈາກຂະແໜງການກ່ຽວຂ້ອງ.

9)  ການນຳເຂົ້ານ້ຳມັນເຊື້ອໄຟ ແລະນ້ຳມັນອື່ນໆ ເຊັ່ນ:  ນ້ຳມັນກາດຍົນ, ນໍ້າມັນເຄື່ອງ, ນໍ້າມັນຫຼໍ່ລື່ນ, ນ້ຳມັນ ເບກ, ໄຮໂດຣລິກ ເພື່ອຮັບໃຊ້ການບໍລິການຂົນສົ່ງສາກົນທາງອາກາດ ແລະສິນຄ້າ ແລະການບໍລິການທີ່ສະໜອງຢູ່ໃນເຮືອບິນທີ່ບໍລິການຂົນສົ່ງສາກົນທາງອາກາດ, ການນໍາເຂົ້າດັ່ງກ່າວຕ້ອງມີແຜນຄວາມຕ້ອງການທີ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ.

ສ່ວນການນໍາເຂົ້າ ແລະການຊື້ນ້ຳມັນເຊື້ອໄຟ ແລະນ້ຳມັນອື່ນໆ, ການສະໜອງສິນຄ້າ ແລະການບໍລິການຢູ່ໃນເຮືອບິນທີ່ບໍລິການຂົນສົ່ງພາຍໃນປະເທດ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.

10)  ການນຳເຂົ້າ ວັດຖຸອຸປະກອນ ເພື່ອຮັບໃຊ້ວຽກງານທາງລັດຖະການຂອງນັກການທູດ, ສະຖານທູດ ແລະອົງການຈັດຕັ້ງສາກົນປະຈຳຢູ່ ສປປ ລາວ ທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການນຳເຂົ້າວັດຖຸອຸປະກອນໂດຍພວກກ່ຽວເອງ ເພື່ອຮັບໃຊ້ວຽກງານທາງລັດຖະການຕາມຂໍ້ຕົກລົງ ແລະສັນຍາຮ່ວມລະຫວ່າງ ສປປ ລາວ ກັບສາ ກົນເທົ່ານັ້ນ, ລວມທັງເຄື່ອງຂອງຕິດຕົວຂອງ ນັກການທູດ, ຄະນະຜູ້ແທນຂັ້ນສູງຕ່າງປະເທດ, ຜູ້ແທນລັດຖະບານລາວ, ນັກສຶກສາທີ່ຮຽນຈົບຈາກຕ່າງປະເທດ ແລະຜູ້ສຳເລັດການປະຕິບັດພາລະກິດທາງການທູດຢູ່ຕ່າງປະເທດ;

11)  ການນຳເຂົ້າ, ການຂາຍ ປຶ້ມແບບຮຽນ - ແບບສອນ, ອຸປະກອນຮັບໃຊ້ການຮຽນ - ການສອນທີ່ທັນສະ ໄໝ ເປັນຕົ້ນ ຄອມພິວເຕີ້, ໂປຣເຈັກເຕີ້ ແລະອຸປະກອນການສຶກສາທັນສະໄໝອື່ນ ເພື່ອຈຸດປະສົງຮັບໃຊ້ການສິດ ສອນທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນການນຳເຂົ້າໂດຍໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ໂຮງຮຽນວິຊາຊີບ, ສູນຝຶກອົບຮົມວິຊາຊີບ, ວິທະຍາໄລ, ວິທະຍາຄານ, ສະຖາບັນ, ມະຫາວິທະຍາໄລ ແລະການຂາຍຢູ່ພາຍໃນປະເທດໂດຍຜູ້ມອບອາກອນມູນຄ່າເພີ່ມໃຫ້ແກ່ ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ໂຮງຮຽນວິຊາຊີບ, ສູນຝຶກອົບຮົມວິຊາຊີບ, ວິທະຍາໄລ, ວິທະຍາຄານ, ສະຖາບັນ, ມະຫາວິທະຍາໄລ ຕາມແຜນການຄວາມຕ້ອງການນໍາໃຊ້ທີ່ໄດ້ຮັບການຢັ້ງຢືນຈາກຂະແໜງການກ່ຽວຂ້ອງ ຊຶ່ງປະກອບມີ:

-   ປຶ້ມຕຳລາຮຽນ - ຕຳລາສອນ ທີ່ນຳໃຊ້ເຂົ້າໃນການຮຽນ, ການສອນລະບົບສາມັນສຶກສາ, ວິທະຍາໄລ, ມະຫາວິທະຍາໄລ, ໂຮງຮຽນວິຊາຊີບ ເຊັ່ນ: ປຶ້ມຄະນິດສາດ, ປຶ້ມວິທະຍາສາດ, ປຶ້ມສັງຄົມສາດ, ປຶ້ມກົດໝາຍ, ປຶ້ມສອນວິຊາຊີບຕ່າງໆ;
-   ວັດຖຸອຸປະກອນ ເຊັ່ນ: ມ້ວນເທັບ, ກາແຊັດວີດີໂອ, ແຜ່ນຊີດີ, ແຜ່ນວີຊີດີ, ແຜ່ນດີວີດີ, ຄອມພິວເຕີ ແລະເຄື່ອງສາຍຈາກຄອມພິວເຕີ ທີ່ຕ້ອງນໍາໃຊ້ສຳລັບການຮຽນ-ການສອນເທົ່ານັ້ນ ລວມທັງວັດຖູປະກອນເພື່ອຮັບໃຊ້ການທົດລອງໃນຫ້ອງທົດລອງ.

ສຳລັບ ຄອມພີວເຕີ, ເຄື່ອງສາຍໂປຣເຈັກເຕີ້ ແລະຜະລິດຕະພັນທີ່ທັນສະໄໝອື່ນໆ ຕ້ອງມີແຜນການນຳໃຊ້ລະອຽດ ແລະກຳນົດຈຳນວນໃຫ້ຖືກຕ້ອງກັບການນຳໃຊ້ຕົວຈິງ ແລະໄດ້ຮັບການຢັ້ງຢືນຈາກຂະແໜງການສຶກສາທິການ ແລະກິລາເຊັ່ນດຽວກັນ. ພາຍຫຼັງໄດ້ຮັບການຍົກເວັ້ນໄລຍະໃດໜຶ່ງ ຈະໄດ້ກວດກາການນຳໃຊ້ຄືນຢູ່ແຕ່ລະພາກ ສ່ວນທີ່ໄດ້ຮັບການຍົກເວັ້ນໄປແລ້ວ, ຫາກພົບເຫັນກໍລະນີນຳໃຊ້ບໍ່ຖືກຕາມເປົ້າໝາຍ ຈະຖືກຄິດໄລ່ເກັບອາກອນມູນຄ່າເພີ່ມຄືນໃຫ້ຄົບຖ້ວນ ພ້ອມທັງປະຕິບັດມາດຕະການຕ່າງໆຕາມລະບຽບກົດໝາຍກຳນົດ.

ສ່ວນ ໂຕະ, ຕັ່ງ, ເຄື່ອງໃຊ້ຫ້ອງການ, ຫ້ອງການ, ອາຄານ ລວມທັງເຄື່ອງປະກອບ ແລະຕິດຕັ້ງໃສ່ໃນຫ້ອງການ, ອາຄານ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.

12)  ການນຳເຂົ້າ, ການຂາຍ ຢາພື້ນເມືອງ, ອະໄວຍະວະທຽມ ເພື່ອປ່ຽນຖ່າຍໃສ່ຮ່າງກາຍຂອງຄົນ ຫຼືສັດ, ເລືອດຄົນ, ອຸປະກອນ, ລໍ້ຮັບໃຊ້ຄົບເຈັບ, ຄົນພິການ ແລະຜູ້ອາວຸໂສ.

ການນຳເຂົ້າ ແລະການສະໜອງຢູ່ພາຍໃນປະເທດ ຢາພື້ນເມືອງ, ອະໄວຍະວະປ່ຽນຖ່າຍ ແລະອຸປະ ກອນການແພດ ທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ປະກອບດ້ວຍ:

-     ຢາພື້ນເມືອງ: ແມ່ນຢາທີ່ຜະລິດ ຫຼືກັ່ນ, ຕອງ, ຕົ້ມ, ດອງ, ຕຸ໋ນມາຈາກ ພືດ ຫຼືສັດ ຊຶ່ງບໍ່ມີສ່ວນປະ ສົມຂອງທາດເຄມີ ນໍາໃຊ້ເພື່ອການປິ່ນປົວຄົນ ຫຼືສັດ ອາດເປັນ ຕົ້ນ, ເປັນລຳ, ເປັນເຄືອ, ເປັນແກ່ນ, ເປັນເປືອກ, ເປັນຮາກ, ເປັນຫົວ, ເປັນໝາກ, ເປັນໃບ ລວມທັງ ເປັນນ້ຳ, ເປັນຝຸ່ນ, ເປັນເມັດ;
-     ອະໄວຍະວະປ່ຽນຖ່າຍສໍາລັບຄົນເຈັບ ແລະຄົນພິການ ເຊັ່ນ: ຫົວໃຈທຽມ ຫຼືສິ້ນສ່ວນຂອງຫົວໃຈທຽມ, ໝາກໄຂ່ຫຼັງທຽມ, ແຂນທຽມ, ຂາທຽມ, ແຂ້ວທຽມ, ຕາທຽມ. ນອກນັ້ນຍັງລວມມີ ລໍ້ຄົນພິການ, ລົດທີ່ຜະ ລິດສຳລັບຄົນພິການໂດຍສະເພາະ;
-     ອຸປະກອນທາງການແພດສໍາລັບ ການວິເຄາະ, ການຕິດຕາມ ແລະການປິ່ນປົວ ຕາມເງື່ອນໄຂທາງດ້ານການແພດ:

  •   ຮັບໃຊ້ການວິເຄາະ: ເຄື່ອງຖ່າຍພາບດ້ານການແພດ ເຊັ່ນ: ເຄື່ອງອຸນຕຣາຊາວ, ເຄື່ອງ MRI, PET ແລະເຄື່ອງຊ່ອງ CT ທີ່ນຳໃຊ້ເພື່ອຮັກສາໜ້າທີ່ຂອງຮ່າງກາຍຂອງຄົນເຈັບໃຫ້ຢູ່ໃນສະພາບເດີມ. ໃນນັ້ນ ປະ ກອບດ້ວຍ ເຄື່ອງຊ່ວຍຫາຍໃຈ, ເຄື່ອງວາງຢາມືນ/ຢາສະຫຼົບ, ເຄື່ອງຊ່ອງຫົວໃຈ-ປອດ, ECMO ແລະເຄື່ອງວິເຄາະ;
  •   ຮັບໃຊ້ການຕິດຕາມ: ECG, EEG ຄວາມດັນເລືອດ ແລະລົມທີ່ລະລາຍຢູ່ໃນເລືອດ ຊຶ່ງພະນັກ ງານແພດສາມາດວັດແທກສະພາບດ້ານການປິ່ນປົວຄົນເຈັບ ເປັນຕົ້ນສັນຍາລັກທີ່ສຳຄັນ ແລະຄ່າຄົງຕົວສະເພາະອື່ນ;
  •  ຮັບໃຊ້ການປິ່ນປົວ:
             - ອຸປະກອນຫ້ອງທົດລອງທາງການແພດທີ່ເປັນລະບົບອັດຕະໂນມັດ ຫຼືຊ່ວຍວິເຄາະເລືອດ, ຍ່ຽວ ແລະພັນທຸກຳ;
             - ອຸປະກອນການແພດທີ່ມີອາຍຸໃຊ້ຍາວນານຊຶ່ງປະກອບດ້ວຍ ປອດເຫຼັກ, ຖັງອົກຊີເຈນ, ເຄື່ອງ ພົ່ນລະອອງ, ສາຍຢາງ, ຕຽງນອນໂຮງໝໍ, ລໍ້ຄົນເຈັບ ແລະອື່ນໆ.

ສຳລັບອຸປະກອນການແພດອື່ນທີ່ບໍ່ໄດ້ກໍານົດໄວ້ຢູ່ຂ້າງເທິງນີ້ ລວມທັງເຄື່ອງຮັບໃຊ້ພາຍໃນໂຮງໝໍ ແລະການບໍລິການສັນຍະກຳເສີມຄວາມງາມ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.

13)  ການນໍາເຂົ້າຍານພາຫະນະຮັບໃຊ້ວຽກງານວິຊາສະເພາະ, ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເປັນ ຕົ້ນ ລົດດັບເພີງ, ລົດຮັບສົ່ງຄົນເຈັບ, ລົດສ້ອມແປງ, ລົດຖ່າຍທອດໂທລະພາບ, ວິທະຍຸ ແລະລົດວິຊາສະເພາະອື່ນຂອງຂະແໜງການລັດ ແລະອົງການຈັດຕັ້ງສັງຄົມ.

14)  ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກເວັ້ນລົດຮັບໃຊ້ວຽກງານບໍລິຫານ ເປັນ ຕົ້ນ ລົດຫຸ້ມເກາະ, ລົດຖັງ, ລົດລຳລຽງຂອງກຳລັງປະກອບອາວຸດ, ລົດສ້ອມແປງເຄື່ອນທີ່ ແລະລົດວິຊາສະເພາະອື່ນໆ ທີ່ຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງເຄື່ອງອາໄຫຼ່ຂອງລົດດັ່ງກ່າວ ຊຶ່ງບໍ່ລວມເອົາລົດເກັງ, ລົດຕູ້, ລົດຈິບ, ລົດກະບະ ແລະລົດປະເພດອື່ນ ທີ່ຮັບໃຊ້ວຽກບໍລິຫານຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

5.2 ການບໍລິການ ທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ:

1)   ຂົງເຂດການສຶກສາ ແມ່ນການສິດສອນຂອງການສຶກສາທຸກຂັ້ນທີ່ໄດ້ຮັບອະນຸຍາດຈາກຂະແໜງການສຶກສາທິການ ແລະກິລາ ຫຼືຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງ ຮຽນມັດທະຍົມ, ວິທະຍາໄລ, ວິທະຍາຄານ, ມະຫາວິທະຍາໄລ ແລະສູນຝຶກອົບຮົມວິຊາຊີບ ລວມທັງໂຮງຮຽນສອນດົນຕີ, ໂຮງຮຽນສອນຟ້ອນ, ໂຮງຮຽນສອນຂັບລົດ, ໂຮງຮຽນສອນກິລາ, ໂຮງຮຽນສອນຍິງປືນ ແລະອື່ນໆ.

ສໍາລັບການບໍລິການດ້ານຮ້ານອາຫານ, ການບໍລິການອັດເອກະສານ ແລະສະໜອງສິນຄ້າ-ບໍລິການອື່ນໆທີ່ບໍ່ຕິດພັນທາງກົງກັບສະຖາບັນການສຶກສາ ຫຼືວຽກງານການສຶກສາ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມເຖິງວ່າສະຖານທີ່ສະໜອງການບໍລິການດັ່ງກ່າວຈະຕັ້ງຢູ່ໃນຂອບເຂດຂອງໂຮງຮຽນກໍຕາມ.

2)   ຂົງເຂດສາທາລະນະສຸກ ແມ່ນການບໍລິການ ການກວດ, ການປິ່ນປົວ ແລະວິໄຈພະຍາດຄົນ ແລະສັດ ໂດຍຜູ້ທີ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ :

-   ການກວດພະຍາດ ແມ່ນການຕິດຕາມ, ກວດກາດ້ວຍວິທີການຕ່າງໆ ເພື່ອຊອກຄົ້ນຫາພະຍາດ ແລະບົ່ງມະຕິພະຍາດ;
-   ການປິ່ນປົວ ແມ່ນການບໍລິການຄົນເຈັບດ້ວຍສະຕິ ແລະຄວາມຮັບຜິດຊອບໃນການວາງຢາເພື່ອປິ່ນ ປົວພະຍາດ, ປ້ອງກັນພະຍາດ, ການປົວແຂ້ວ, ການຜ່າຕັດ, ປະຕິບັດເຕັກນິກການແພດ, ເຮັດໃຫ້ຄົນເຈັບໄດ້ຮັບການພັກຜ່ອນ, ຟື້ນຟູສຸຂະພາບ, ຫາຍຈາກພະຍາດ ແລະມີສຸຂະພາບດີ, ແຂງແຮງ ລວມທັງການສົ່ງເສີມສຸຂະພາບ, ການກັນພະຍາດ, ການບໍລິການເກີດລູກມີແຜນການ (ຝາກທ້ອງ), ການບໍລິການບໍາລຸງຮັກສາສຸກຂະພາບ, ຟື້ນຊີບໃຫ້ແກ່ຄົນເຈັບ ແລະກາຍຍະບໍາບັດອື່ນໆ ລວມທັງການຂົນສົ່ງຄົນເຈັບ, ການບໍລິການໃຫ້ເຊົ່າຫ້ອງນອນຄົນເຈັບ, ຕຽງນອນ ແລະເຄື່ອງຮັບໃຊ້ຄົນເຈັບ;
-   ການວິໄຈພະຍາດແມ່ນການວິເຄາະ, ປູກເຊື້ອພະຍາດ ດ້ວຍເຄື່ອງມືທາງການແພດ.

ກ. ສໍາລັບຄົນ: ຜູ້ໃຫ້ບໍລິການຕ້ອງແມ່ນແພດທີ່ໄດ້ຮັບອະນຸຍາດຈາກຂະແໜງສາທາລະນະສຸກໃນການບໍລິ ການປິ່ນປົວແບບວິທະຍາສາດ ແລະປິ່ນປົວແບບທໍາມະຊາດ ເຊັ່ນ: ບໍາບັດ, ປັກເຂັມ ,ປົວແຂ້ວ, ປົວຕີນ ແລະອື່ນໆ ລວມທັງການຄົ້ນຄວ້າ, ການວິໄຈເພື່ອສະໜອງໃຫ້ແກ່ຜູ້ອື່ນ (ບໍລິສັດຜະລິດຢາ, ສູນຄົ້ນຄວ້າ, ໂຮງໝໍ ແລະບ່ອນ ອື່ນໆ).

ກໍລະນີມີການເຄື່ອນໄຫວທີ່ດຳເນີນໂດຍໂຮງໝໍ ແຕ່ໃນນາມຂອງບໍລິສັດຈາກພາຍນອກ ເຊັ່ນ: ການປິ່ນ ປົວພະຍາດທີ່ເກີດຂຶ້ນໃໝ່ ຊຶ່ງຕ້ອງມີການຜະລິດຢາໃໝ່ໃນນາມຂອງບໍລິສັດຜະລິດຢາ ແມ່ນບໍ່ໄດ້ຮັບການການຍົກເວັ້ນອາກອນມູນຄ່າເພີ່ມ ເຖິງວ່າຈະຖືກດຳເນີນຢູ່ໃນລະຫວ່າງການປິ່ນປົວກໍ່ຕາມເນື່ອງຈາກວ່າການເຄື່ອນໄຫວດັ່ງກ່າວບໍ່ຖືວ່າເປັນຜົນປະໂຫຍດຂອງໂຮງໝໍ ແຕ່ເປັນຜົນປະໂຫຍດໂດຍກົງຂອງບໍລິສັດຜະລິດຢາ.

ສໍາລັບການບໍລິການຮ້ານອາຫານ, ການບໍລິການອັດເອກະສານ ແລະການສະໜອງສິນຄ້າ-ບໍລິການ ອື່ນໆ ທີ່ຢູ່ໃນຂອບເຂດບໍລິເວນໂຮງໝໍ ແລະສະຖານທີ່ປິ່ນປົວອື່ນໆ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.

ຂ. ສໍາລັບສັດ: ການຍົກເວັ້ນອາກອນມູນຄ່າເພີ່ມສຳລັບການປິ່ນປົວສັດ ເຊັ່ນ: ການປ້ອງກັນ, ການວິເຄາະ ແລະການປິ່ນປົວຄວາມຜິດປົກກະຕິ ຫຼືການໄດ້ຮັບບາດເຈັບຂອງສັດ.

- ການຍົກເວັ້ນອາກອນມູນຄ່າເພີ່ມສຳລັບການບໍລິການປິ່ນປົວສັດທີ່ສະໜອງໂດຍສັດຕະວະແພດຊຶ່ງໄດ້ຮັບການຈົດທະບຽນເຂົ້າຢູ່ໃນການບໍລິການຂະແໜງສັດຕະວະແພດ;
- ການຍົກເວັ້ນອາກອນມູນຄ່າເພີ່ມສຳລັບການບໍລິການທີ່ສະໜອງໂດຍພະນັກງານປິ່ນປົວສັດຊຶ່ງເປັນຜູ້ຊ່ວຍທ່ານໝໍປົວສັດໃນການປະຕິບັດໜ້າທີ່ ຫຼືດຳເນີນຂັ້ນຕອນດ້ານສຸຂະພາບຂອງສັດຢ່າງເປັນເອກະລາດ ທີ່ເປັນສ່ວນໜຶ່ງຂອງລະບົບການປິ່ນປົວສັດ ຊຶ່ງປະກອບມີ: ພະຍາບານສັດ, ນັກປິ່ນປົວສັດ, ຜູ້ຊ່ວຍການປິ່ນປົວສັດ ແລະນັກວິທະ ຍາສາດກ່ຽວກັບສັດ.
- ກໍລະນີມີການໄປປິ່ນປົວສັດໂດຍກົງຢູ່ສະຖານທີ່ລ້ຽງສັດ ໂດຍພະນັກງານຂອງຄະລິນິກປົວສັດກໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.
- ການຍົກເວັ້ນອາກອນມູນຄ່າເພີ່ມກ່ຽວກັບສຸຂະພາບສັດ ຍັງກວມເອົາການບໍລິການ ແລະການສະໜອງສິນຄ້າຫຼາຍກໍລະນີ ຄືດັ່ງນີ້ :

  •   ການກວດສຸຂະພາບ ແລະການປິ່ນປົວສັດ;
  •  ການສະໜອງອາຫານ, ເຄື່ອງດື່ມ ແລະທີ່ພັກໃຫ້ສັດ;
  •  ການສະໜອງອະໄວຍະວະທຽມ ແລະຢາປົວພະຍາດສັດ.

-     ການຍົກເວັ້ນອາກອນມູນຄ່າເພີ່ມສໍາລັບການຂົນສົ່ງຄົນເຈັບ ແລະຜູ້ໄດ້ຮັບບາດເຈັບ (ລວມທັງສັດ) ຕ້ອງປະຕິບັດຕາມເງື່ອນໄຂຕໍ່ໄປນີ້:

  •   ຕ້ອງແມ່ນພາຫະນະຂົນສົ່ງສຳລັບການເຄື່ອນຍ້າຍຄົນ ຫຼືສັດເຈັບຈາກສະຖານທີ່ໜຶ່ງໄປຫາສະຖານ ທີ່ອື່ນ;
  • ຜູ້ທີ່ຖືກຂົນສົ່ງຕ້ອງແມ່ນຄົນເຈັບ ຫຼືຜູ້ໄດ້ຮັບບາດເຈັບ (ລວມທັງສັດເຈັບ);
  • ພາຫະນະຂົນສົ່ງຄົນເຈັບ ຫຼືຜູ້ໄດ້ຮັບບາດເຈັບ (ລົດພະຍາບານ, ເຮລີຄອບເຕີ ຫຼືອື່ນໆ) ຕ້ອງຕິດຕັ້ງອຸປະກອນຄົບຊຸດ ສຳລັບຂົນສົ່ງຄົນເຈັບ ຫຼືຜູ້ໄດ້ຮັບບາດເຈັບ.

3)   ການປະກອບການດັ່ງຕໍ່ໄປນີ້ກ່ຽວພັນກັບການປະກັນສຸຂະພາບ, ປະກັນຊີວິດ, ສັດລ້ຽງ ແລະສວນປູກຕົ້ນໄມ້ ແມ່ນໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ :

1.  ການປະກັນໄພ ແລະປະກັນໄພຄືນໃໝ່ ສໍາລັບສຸຂະພາບ, ຊີວິດ, ສັດລ້ຽງ ແລະສວນປູກຕົ້ນໄມ້. “ການປະກັນໄພ ແລະປະກັນໄພຄືນໃໝ່” ໝາຍເຖິງ ຄໍາໝັ້ນສັນຍາທີ່ບຸກຄົນໃດໜຶ່ງມີພັນທະ (ເພື່ອຕອບແທນການຊໍາລະ) ຕ້ອງສະໜອງການຊົດເຊີຍ ຫຼືອຸດໜູນຕາມທີ່ລະບຸໄວ້ໃນຄໍາໝັ້ນສັນຍາໃຫ້ອີກບຸກຄົນໜຶ່ງໃນກໍລະນີຫາກຄວາມສ່ຽງເກີດເປັນຈິງ. ເວົ້າສະເພາະ, ຂໍ້ກໍານົດດັ່ງກ່າວແມ່ນຍົກເວັ້ນອາກອນມູນຄ່າເພີ່ມໃຫ້:

-       ປະກັນສຸຂະພາບ, ປະກັນເຈັບເປັນ ແລະປະກັນພິການ;
-       ປະກັນຊີວິດບໍ່່ວ່າຈະເປັນນະໂຍບາຍປະກັນຊີວິດສ່ວນບຸກຄົນ ຫຼືເປັນກຸ່ມບຸກຄົນ;
-       ປະກັນສັດລ້ຽງ ແລະສວນປູກຕົ້ນໄມ້.

2.  ສື່ກາງໃນການປະກັນໄພ. "ສື່ກາງໃນການປະກັນໄພ" ໝາຍເຖິງ ການສະໜອງບໍລິການ ແລະໄດ້ຮັບຄ່າຕອບແທນໂດຍຝ່າຍຮ່ວມສັນຍາ ໃນຖານະເປັນການກະທໍາສື່ກາງທີ່ມີລັກສະນະສະເພາະເຊິ່ງພົວພັນກັບການປະກັນໄພໂດຍສື່ກາງທີ່ເປັນບຸກຄົນທີສາມ. ສໍາລັບການຈັດຕັ້ງປະຕິບັດຂໍ້ກໍານົດດັ່ງກ່າວນີ້, ກິດຈະກໍາໃດໜຶ່ງຕ້ອງປະກອບເປັນການກະທໍາທີ່ເປັນສື່ກາງທີ່ມີລັກສະນະສະເພາະເຊິ່ງຢ່າງໜ້ອຍບັນລຸໜຶ່ງ ຫຼືຫຼາຍເງື່ອນໄຂ ດັ່ງຕໍ່ໄປນີ້:

-       ສື່ກາງ ມີສິດອໍານາດທີ່ຈະໃນການຜູກມັດຜູ້ສະໜອງ ຫຼືລູກຄ້າປະກັນໄພທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ;
-       ກິດຈະກໍາອາດຈະເປັນຜົນເຮັດໃຫ້ເກີດການສ້າງ, ການສືບຕໍ່, ການປ່ຽນແປງ ຫຼືການຍຸຕິສິດ ແລະພັນ ທະຂອງຝ່າຍຕ່າງໆທີ່ມີຕໍ່ປະກັນໄພທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ;
-       ກິດຈະກໍາດັ່ງກ່າວປະກອບດ້ວຍການສະໜອງຄໍາແນະນໍາ ທີ່ສະທ້ອນໃຫ້ເຫັນຄວາມຮູ້ສະເພາະດ້ານກ່ຽວກັບປະກັນໄພທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ.

"ສື່ກາງໃນການປະກັນໄພ" ລວມເອົາ ການສະໜອງບໍລິການທີ່ລວມມີການເຈລະຈາກ່ຽວກັບເງື່ອນໄຂຂອງຜະລິດຕະພັນປະກັນໄພ ແລະການເປັນຕົວແທນຊື້-ຂາຍຮຸ້ນ ແລະເຈລະຈາເງິນກູ້.

"ສື່ກາງໃນການປະກັນໄພ" ບໍ່ລວມເອົາສິ່ງຕໍ່ໄປນີ້: ບໍລິການມາດຕະຖານທີ່ສະໜອງໂດຍສູນບໍລິການລູກຄ້າ; ການເປັນຜູ້ບໍລິຫານຍີ່ຫໍ້, ບໍລິການເວັບໄຊ, ບໍລິການອື່ນໆກ່ຽວກັບເວັບໄຊ໋ ຫຼືບໍລິການບໍລິຫານອື່ນໆ ແລະການໂຄສະນາ ແລະບໍລິການຂໍ້ມູນຂ່າວສານອື່ນໆ

ບໍລິການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ຍັງລວມເອົາການສະໜອງທຸກອົງປະກອບທີ່ເປັນການປະ ກັນໄພເຊິ່ງປະກອບເອົາລັກສະນະສະເພາະທັງໝົດ ແລະຄຸນລັກສະນະສະເພາະ ແລະຈໍາເປັນຂອງບໍລິການທີ່ຖືກຍົກ ເວັ້ນອາກອນມູນຄ່າເພີ່ມ. ສໍາລັບການຈັດຕັ້ງປະຕິບັດຂໍ້ກໍານົດດັ່ງກ່າວນີ້:

1.  ສິ່ງດັ່ງຕໍ່ໄປນີ້ຕ້ອງຖືກພິຈາລະນາວ່າ ມີຄຸນລັກສະນະສະເພາະ ແລະຈໍາເປັນຂອງບໍລິການທີ່ຖືກຍົກເວັ້ນອາ ກອນມູນຄ່າເພີ່ມ:

-     ການອອກສັນຍາ ແລະໃບຢັ້ງຢືນທີ່ເປັນຫຼັກຖານບອກໃຫ້ຮູ້ເຖິງນາມມະຍົດຂອງລູກຄ້າທີ່ມີປະກັນໄພຖືກຍົກເວັ້ນອາກອນມູນຄ່າເພີ່ມ;
-     ການຍອມຍົກໃຫ້, ການຕໍ່, ການດັດແກ້ ແລະການຍົກເລີກສັນຍາທີ່ພົວພັນກັບປະກັນໄພທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ;
-     ບໍລິການຈັດອັນດັບຄວາມໜ້າເຊື່ອຖື ເຊິ່ງລວມເອົາການປະເມີນຄວາມໜ້າເຊື່ອຖືທາງສິນເຊື່ອຂອງຜູ້ສະໜອງ ຫຼືລູກຄ້າຂອງປະກັນໄພ;
-     ການປະເມີນມູນຄ່າຂອງຫຼັກຊັບຄໍ້າປະກັນທາງການເງິນ.

2.  ສິ່ງດັ່ງຕໍ່ໄປນີ້ຕ້ອງບໍ່ຖືວ່າມີຄຸນລັກສະນະສະເພາະ ແລະຈໍາເປັນຂອງບໍລິການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ:

-     ວຽກບໍລິຫານ;
-     ບໍລິການທາງກົດໝາຍ, ການບັນຊີ, ການກວດສອບ ແລະການຖືບັນຊີ;
-     ບໍລິການທີ່ພົວພັນກັບການປະຕິບັດຕາມລະບຽບກົດໝາຍ;
-     ການຕະຫຼາດ, ການຄົ້ນຄ້ວາວິໃຈ, ການກໍານົດ ແລະການສ້າງຜະລິດຕະພັນ ຫຼືໂອກາດໃໝ່ໆ;
-     ການສະໜອງ ແລະການອອກແບບຊ໋ອບແວ ຫຼືໂປຣແກມ.

ການຕີລາຄາຄວາມເສຍຫາຍ ຕ້ອງບໍ່ຖືກຖືວ່າເປັນບໍລິການທີ່ມີຄຸນລັກສະນະສະເພາະ ແລະຈໍາເປັນຂອງ "ການປະກັນໄພ ແລະການປະກັນໄພຄືນໃໝ່ ".

4)   ການບໍລິການຂອງທະນາຄານທຸລະກິດ ຫຼືສະຖາບັນການເງິນ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ປະກອບດ້ວຍ ດອກເບັ້ຍເງິນຝາກ, ດອກເບັ້ຍເງິນກູ້ ລວມທັງຄ່າບໍລິການໂອນເງິນ ແລະກໍາໄລຈາກການຊື້-ຂາຍເງິນຕາຕ່າງປະເທດ.

ສະຖານບັນການເງິນ ທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນສະຖາບັນການເງິນທີ່ໄດ້ຮັບອະນຸ ຍາດ ຫຼືຮັບຮູ້ຈາກທະນາຄານແຫ່ງ ສປປ ລາວ ຊຶ່ງມີເອກະສານຢັ້ງຢືນຈາກຂະແໜງການດັ່ງກ່າວຄັກແນ່;

ສໍາລັບການຂາຍຊັບສິນຂອງວິສາຫະກິດດັ່ງກ່າວ ເຊັ່ນ: ການຂາຍລົດ, ເຮືອນ ແລະຊັບສິນອື່ນໆ ແລະລາຍຮັບອື່ນໆທີ່ເກັບຈາກລູກຄ້າ ແມ່ນບໍ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ.

5)   ສິນຄ້າ ແລະການບໍລິການ ທີ່ສະໜອງໃຫ້ແກ່ໂຄງການຊ່ວຍເຫຼືອລ້າ

ສິນຄ້າ ແລະການບໍລິການ ທີ່ສະໜອງໃຫ້ແກ່ໂຄງການທີ່ນໍາໃຊ້ເງິນຊ່ວຍເຫຼືອລ້າຈາກຕ່າງປະເທດ ທີ່ກຳ ນົດຢູ່ໃນສັນຍາ, ສົນທິສັນຍາ ຫຼືຂໍ້ຜູກພັນ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮ່ວມລົງນາມ ຫຼືຮັບຮອງ.

ກ່ອນຈະໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ ຜູ້ຮັບຜິດຊອບໂຄງການຊ່ວຍເຫຼືອລ້າຝ່າຍລັດຖະບານແຫ່ງ ສປປ ລາວ ຕ້ອງລາຍງານ ຊື່ໂຄງການ, ໃບປະເມີນລາຄາ ແລະວັດຖຸ (Devise) ແຜນການ ແລະຈຳນວນສິນຄ້າ ຫຼືວັດຖຸທີ່ຈະນຳໃຊ້ຕົວຈິງເຂົ້າໃນໂຄງການຢ່າງລະອຽດ ໂດຍຜ່ານການຢັ້ງຢືນຮັບຮອງຈາກຂະແໜງການກ່ຽວຂ້ອງ ແລ້ວນໍາສະເໜີກະຊວງການເງິນພິຈາລະນາຍົກເວັ້ນອາກອນມູນຄ່າເພີ່ມ.

6. ຫຼັກການ ແລະວິທີຄິດໄລ່ ອາກອນມູນຄ່າເພີ່ມ

6.1 ຫຼັກການກ່ຽວກັບການຄິດໄລ່ ອາກອນມູນຄ່າເພີ່ມ

ການຄິດໄລ່ອາກອນມູນຄ່າເພີ່ມສໍາລັບການນໍາເຂົ້າສິນຄ້າ, ການສະໜອງສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ແມ່ນເອົາພື້ນຖານທີ່ຖືກເສຍອາກອນມູນຄ່າເພີ່ມ ຄູນໃຫ້ອັດຕາອາກອນມູນຄ່າເພີ່ມ  ຕາມທີ່ກຳນົດຢູ່ໃນມາດຕາ 16 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກໍລະນີ :

- ສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ຫາກຖືກນຳເຂົ້າ ຫຼືສະໜອງພ້ອມກັບສິນຄ້າ ແລະການບໍລິການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ (ລວມຢູ່ໃນມູນຄ່າດຽວກັນ) ຜູ້ມອບອາກອນມູນຄ່າເພີ່ມ ຫຼືຜູ້ນຳເຂົ້າຕ້ອງແຍກລາຄາສິນຄ້າ ແລະລາຄາການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ແລະຖືກຍົກເວັ້ນອາກອນມູນຄ່າເພີ່ມໃຫ້ຊັດເຈນ.
-   ຖ້າເປັນເງິນຕາຕ່າງປະເທດ ຕ້ອງໄດ້ຄິດໄລ່ເປັນເງິນກີບ ໂດຍອີງຕາມອັດຕາແລກປ່ຽນຂອງທະນາ ຄານ ໃນເວລາທີ່ມີການຄິດໄລ່ນັ້ນເກີດຂຶ້ນ.

6.2 ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ:

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າຊື້-ຂາຍ, ແລກປ່ຽນ, ໃຫ້ລ້າ, ຊົມໃຊ້ເອງສິນຄ້າ, ຊັບສິນ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ (ສະບັບປັບປຸງ) ດັ່ງນີ້:

1)   ສຳລັບການນຳເຂົ້າສິນຄ້າ:

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບການນຳເຂົ້າສິນຄ້າຈາກຕ່າງປະເທດ, ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ແມ່ນ ມູນຄ່າແຈ້ງພາສີຂາເຂົ້າ ບວກຄ່າພາສີ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ ) ແລະ ບວກກຳໄລລວມ (ຖ້າມີ) ລະອຽດຄືດັ່ງນີ້:

ກ. ກໍລະນີເປັນການນຳເຂົ້າສິນຄ້າ ໂດຍຜູ້ມອບອາກອນມູນຄ່າເພີ່ມ

- ກໍລະນີເປັນການນຳເຂົ້າສິນຄ້າຈາກຕ່າງປະເທດ ໂດຍຜູ້ມອບອາກອນມູນຄ່າເພີ່ມ ແມ່ນ ມູນຄ່າສິນຄ້າຮອດຊາຍແດນ (CIF) ບວກພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ) ບວກຄ່າທຳນຽມ ແລະຄ່າບໍລິການອື່ນໆທີ່ຕິດພັນທີ່ເກີດຂຶ້ນຮອດ "ດ່ານຊາຍແດນບ່ອນນຳເຂົ້າ" ຢູ່ໃນດິນແດນຂອງ ສປປ ລາວ ເຊັ່ນ: ຄ່ານາຍໜ້າ, ຄ່າຫຸ້ມຫໍ່, ຄ່າຄ່ຽນຖ່າຍ, ຄ່າຝາກສາງ ເຫຼົ່ານີ້ເປັນຕົ້ນ;

ດ່ານຊາຍແດນບ່ອນນຳເຂົ້າ ແມ່ນສະຖານທີ່ໆສິນຄ້າຖືກນຳເຂົ້າມາ ສປປ ລາວ ແລະສະຖານທີ່ໆມີການຍື່ນໃບແຈ້ງພາສີຂາເຂົ້າໃຫ້ແກ່ຂະແໜງພາສີ.

- ສໍາລັບການນໍາເຂົ້າສິນຄ້າ ຈາກເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໂດຍຜູ້ມອບອາ ກອນມູນຄ່າເພີ່ມ ແມ່ນມູນຄ່າສິນຄ້າ ບວກພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ ) ບວກຄ່າທຳນຽມ ແລະ ຄ່າບໍລິການອື່ນໆ.

ຂ. ກໍລະນີເປັນການນຳເຂົ້າສິນຄ້າ ໂດຍຜູ້ທີ່ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ

-   ກໍລະນີເປັນການນຳເຂົ້າສິນຄ້າໂດຍ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ ແມ່ນມູນຄ່າສິນຄ້າຮອດຊາຍແດນ (CIF) ບວກພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ) ບວກຄ່າທຳນຽມ ແລະຄ່າບໍລິການອື່ນໆ ບວກກຳໄລລວມ 10% ຂອງມູນຄ່າສິນຄ້າທີ່ນໍາເຂົ້າ ແລະຍັງຈະຕ້ອງເສຍອາກອນກຳໄລໃນອັດຕາ 24% ຂອງກຳໄລລວມອີກ ຕາມທີ່ກຳນົດໄວ້ໃນມາດຕາ 33 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ (ສະ ບັບປັບປຸງ) ເລກທີ 70/ສພຊ ລົງວັນທີ 15 ທັນວາ 2015;

-   ສຳລັບການນຳເຂົ້າຈາກ ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຂອງ ບຸກຄົນ, ນິຕິບຸກ ຄົນ ຫຼືການຈັດຕັ້ງ ທີ່ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ ແມ່ນມູນຄ່າສິນຄ້າ ບວກພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ) ບວກຄ່າທຳນຽມ ແລະຄ່າບໍລິການອື່ນໆ ບວກກຳໄລລວມ 10% ຂອງມູນຄ່າສິນຄ້າທີ່ນຳເຂົ້າ ແລະຍັງຈະຕ້ອງເສຍອາກອນກຳໄລໃນອັດຕາ 24% ຂອງກຳໄລລວມອີກ.

ຄ. ກໍລະນີເປັນການນຳເຂົ້າສິນຄ້າຊົ່ວຄາວ ແຕ່ບໍ່ນໍາອອກຄືນ

ກໍລະນີເປັນການນຳເຂົ້າສິນຄ້າຊົ່ວຄາວ ແຕ່ບໍ່ນໍາອອກຄືນ ໂດຍມີການສະໜອງ ຫຼືຊົມໃຊ້ເອງຢູ່ພາຍໃນປະເທດ ເຖິງຈະໝົດກຳນົດນຳໃຊ້ຢູ່ ສປປ ລາວ ຫຼືບໍ່ ກໍຕາມ ແມ່ນມູນຄ່ານຳເຂົ້າ ບວກພາສີຂາເຂົ້າ (ຖ້າມີ) ບວກອາ ກອນຊົມໃຊ້ (ຖ້າມີ) ບວກຄ່າໃຊ້ຈ່າຍທີ່ຕິດພັນ ຫຼືມູນຄ່າທີ່ຄະນະກຳມະການຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງການຕີລາຄາ ບວກກຳໄລລວມ 10% ແລະຍັງຕ້ອງເສຍອາກອນກຳໄລ 24% ຂອງກຳໄລລວມ;

ງ.  ກໍລະນີເປັນການນຳເຂົ້າສິນຄ້າທີ່ຖືກນຳອອກໄປຕ່າງປະເທດຊົ່ວຄາວ

ກໍລະນີເປັນການນຳເຂົ້າສິນຄ້າທີ່ຖືກນຳອອກໄປຕ່າງປະເທດຊົ່ວຄາວເພື່ອດຳເນີນການບາງຢ່າງ ເຊັ່ນ: ການ ເກັບຄວາມລະອຽດ, ການປຸງແຕ່ງ, ການປຸງແຕ່ງຄືນໃໝ່ ແລະການສ້າງໃໝ່, ການສ້ອມແປງ ຫຼືການປະກອບ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມໃນເວລາທີ່ສິນຄ້າດັ່ງກ່າວຖືກນຳເຂົ້າມາ ສປປ ລາວ ຄືນ ແມ່ນຄ່າຕອບແທນສຳລັບວຽກທີ່ໄດ້ດຳເນີນກັບສິນຄ້າດັ່ງກ່າວທີ່ຜູ້ນຳເຂົ້າໄດ້ຊຳລະ ຫຼືຕ້ອງໄດ້ຊຳລະໃຫ້ແກ່ຜູ້ສະໜອງການບໍລິການຢູ່ຕ່າງປະເທດ ຖ້າຫາກບໍ່ມີການຊຳລະຄ່າຕອບແທນ ແມ່ນມູນຄ່າຂອງວຽກທີ່ຖືກດຳເນີນກັບສິນຄ້າດັ່ງກ່າວຢູ່ຕ່າງປະເທດ.

2)   ສຳລັບການສະໜອງ (ການຂາຍ) ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ໂດຍຜູ້ມອບອາກອນມູນຄ່າເພີ່ມ, ໄດ້ກຳນົດພື້ນຖານຄິດໄລ່ອາກອນມູນຄ່າເພີ່ມໄວ້ ຄືດັ່ງນີ້:

ກ. ສໍາລັບການສະໜອງສິນຄ້າ ແລະການບໍລິການຢູ່ ສປປ ລາວ ລວມທັງການສະໜອງເປັນບາງຄັ້ງຄາວ ຫຼືເປັນຖ້ຽວ ແມ່ນມູນຄ່າສິນຄ້າ ຫຼືການບໍລິການຕົວຈິງ ບວກອາກອນຊົມໃຊ້ (ຖ້າມີ) ແຕ່ບໍ່ລວມມີອາກອນມູນຄ່າເພີ່ມ ຫຼືແມ່ນມູນຄ່າຂອງທຸກສິ່ງຢ່າງທີ່ຜູ້ສະໜອງໄດ້ຮັບຈາກລູກຄ້າຂອງຕົນ, ກໍລະນີທີ່ສາມາດກໍານົດເປັນເງິນໄດ້ ພື້ນຖານຄິດ ໄລ່ອາກອນມູນຄ່າເພີ່ມ ປະກອບດ້ວຍ:

-     ລາຄາ;
-     ເງິນອຸດໜູນທຸກກໍລະນີທີ່ລັດຖະບານໄດ້ສະໜັບສະໜູນໂດຍກົງຕໍ່ລາຄາຂອງການສະໜອງ;
-     ຄ່າພາສີ, ອາກອນບາງປະເພດ, ຄ່າທຳນຽມ ແລະພັນທະອື່ນໆທີ່ພົວພັນ (ແຕ່ບໍ່ລວມອາກອນມູນຄ່າເພີ່ມ);
-     ລາຍຈ່າຍເພີ່ມເຕີມອື່ນໆ ເຊັ່ນ: ຄ່ານາຍໜ້າ, ການຫຸ້ມຫໍ່ປົກກະຕິ, ຄ່າຂົນສົ່ງ ແລະຄ່າປະກັນໄພທີ່ຜູ້ສະໜອງຄິດໄລ່ເກັບຈາກລູກຄ້າ ເຖິງວ່າຈະຄຸ້ມຄອງໂດຍສັນຍາຕ່າງຫາກກໍ່ຕາມ.

ລາຍການທີ່ບໍ່ເປັນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ມີດັ່ງຕໍ່ໄປນີ້ :

1.    ອາກອນມູນຄ່າເພີ່ມ;
2.    ມູນຄ່າຂອງສິ່ງບັນຈຸທີ່ຖືກສົ່ງຄືນທີ່ບໍ່ມີການອອກໃບເກັບເງິນ.

. ສຳລັບການສະໜອງສິນຄ້າ ແລະການບໍລິການຢູ່ ສປປ ລາວ, ກໍລະນີຄ່າຕອບແທນທີ່ໄດ້ຮັບບໍ່ຖືກກຳນົດ ຫຼືບໍ່ສາມາດກຳນົດ ຫຼືບໍ່ສາມາດຄາດຄະເນເປັນເງິນໄດ້ ແມ່ນມູນຄ່າຂາຍຕາມທ້ອງຕະຫຼາດຂອງສິນຄ້າ ຫຼືການບໍລິການທີ່ຖືກສະໜອງໃນເວລານັ້ນທີ່ບໍ່ລວມເອົາອາກອນມູນຄ່າເພີ່ມ, ໃນກໍລະນີທີ່ບໍ່ສາມາດຮູ້ໄດ້ມູນຄ່າຂອງສິນຄ້າ ຫຼືການບໍລິ ການທີ່ຖືກສະໜອງຕາມທ້ອງຕະຫຼາດ ແມ່ນໃຫ້ກຳນົດດັ່ງນີ້ :

1.    ສຳລັບສິນຄ້າ ແມ່ນມູນຄ່າທີ່ບໍ່ຕໍ່າກວ່າລາຄາຊື້ສິນຄ້າດັ່ງກ່າວ ຫຼືສິນຄ້າທີ່ຄ້າຍຄືກັນແຕ່ຖ້າຫາກບໍ່ມີລາຄາຊື້ແມ່ນໃຫ້ກຳນົດໂດຍບໍ່ໃຫ້ຕ່ຳກວ່າລາຄາຕົ້ນທຶນໃນເວລາສະໜອງ;

2.    ສຳລັບການບໍລິການ ແມ່ນມູນຄ່າທີ່ບໍ່ຕໍ່າກວ່າມູນຄ່າຂອງການບໍລິການທີ່ສະໜອງ.

ຄ. ກໍລະນີການສະໜອງສິນຄ້າ ແລະການບໍລິການ ທີ່ມີການຊຳລະດ້ວຍການເອົາສິນຄ້າແລກປ່ຽນສິນຄ້າ ຫຼືສິນຄ້າແລກປ່ຽນການບໍລິການ ຫຼືການບໍລິການແລກປ່ຽນການບໍລິການ ຕາມສັນຍາການແລກປ່ຽນລະຫວ່າງສອງ ຫຼືຫຼາຍຝ່າຍ ແມ່ນຖືວ່າເປັນການຊື້-ຂາຍສອງສົ້ນ. ດັ່ງນັ້ນ, ຖ້າຄູ່ສັນຍາຫາກເປັນຜູ້ມອບອາກອນມູນຄ່າເພີ່ມຄືກັນ ພື້ນ ຖານຄິດໄລ່ອາກອນມູນຄ່າເພີ່ມຕ້ອງຖືກກຳນົດເປັນແຕ່ລະການສະໜອງ ຊຶ່ງແມ່ນລາຄາຂາຍຕາມທ້ອງຕະຫຼາດບວກອາ ກອນຊົມໃຊ້ (ຖ້າມີ) ຂອງສິນຄ້າ ແລະຫຼືການບໍລິການທີ່ໄດ້ຮັບຈາກການແລກປ່ຽນ ຫຼືມູນຄ່າທີ່ມີຢູ່ໃນຕະຫຼາດໃນເວລານັ້ນ ລວມທັງອາກອນຊົມໃຊ້ (ຖ້າມີ) ຂອງສິນຄ້າ ແລະຫຼືການບໍລິການທີ່ຜູ້ສະໜອງໄດ້ຮັບເປັນຄ່າຕອບແທນສຳລັບສິນຄ້າ ແລະການບໍລິການທີ່ຜູ້ກ່ຽວໄດ້ສະໜອງ.

ກໍລະນີສິນຄ້າ ແລະການບໍລິການ ທີ່ເອົາມາແລກປ່ຽນຫາກມີມູນຄ່າບໍ່ເທົ່າກັນ ຊຶ່ງສ່ວນຜິດດ່ຽງຖືກຕອບແທນເປັນຈຳນວນເງິນ, ກໍລະນີນີ້ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສໍາລັບຜູ້ສະໜອງທີ່ຕ້ອງຈ່າຍສ່ວນຜິດດ່ຽງເປັນຈຳ ນວນເງິນ ແມ່ນລາຄາຂາຍສິນຄ້າ ແລະການບໍລິການຕາມທ້ອງຕະຫຼາດທີ່ຖືກສະໜອງໂດຍອີກຝ່າຍໜຶ່ງ ລົບໃຫ້ຈໍານວນເງິນທີ່ໄດ້ຈ່າຍ ບວກອາກອນຊົມໃຊ້ (ຖ້າມີ).

ສໍາລັບອີກຝ່າຍໜຶ່ງ ທີ່ໄດ້ຮັບຄ່າຕອບແທນເປັນສິນຄ້າ ຫຼືການບໍລິການ ບວກສ່ວນຜິດດ່ຽງເປັນຈໍານວນເງິນ ແມ່ນລາຄາຂາຍສິນຄ້າ ແລະການບໍລິການຕາມທ້ອງຕະຫຼາດທີ່ໄດ້ສະໜອງໃຫ້ຜູ້ກ່ຽວ ບວກຈໍານວນເງິນຄ່າຕອບແທນທີ່ໄດ້ຮັບ ຫຼືມູນຄ່າຕົວຈິງຂອງສິນຄ້າ ແລະການບໍລິການໃນທ້ອງຕະຫຼາດໃນເວລານັ້ນ ບວກອາກອນຊົມໃຊ້ (ຖ້າມີ).

ງ.  ສຳລັບການສະໜອງການບໍລິການທີ່ນໍາໃຊ້ສິນຄ້າທີ່ເປັນຊັບສິນຂອງທຸລະກິດໃນນາມສ່ວນຕົວ ຫຼືການບໍລິ ການຖືກສະໜອງແບບບໍ່ເສຍຄ່າ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນມູນຄ່າເຕັມຂອງການສະໜອງການບໍລິການ.

ຈ. ສຳລັບການສະໜອງສິນຄ້າ ແລະການບໍລິການ ທີ່ນຳໃຊ້ໃບເກັບເງິນປະເພດອື່ນທີ່ກຳນົດມູນຄ່າຄົງຕົວຊຶ່ງ ລວມມີອາກອນມູນຄ່າເພີ່ມຢູ່ນຳແລ້ວ ເຊັ່ນ: ປີ້, ບັດເຂົ້າຊົມ, ບັດຕື່ມເງິນໂທລະສັບ, ໃບຫວຍ ແລະອື່ນໆ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທີ່ບໍ່ລວມມີອາກອນມູນຄ່າເພີ່ມ ຄິດໄລ່ຄືດັ່ງນີ້:

                                                      ມູນຄ່າທີ່ລວມມີອາກອນມູນຄ່າເພີ່ມ

·      ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ = ----------------------------------------

                                             1 + 10% ຫຼື 1 + 0%

ຫຼື

                                       ມູນຄ່າທີ່ລວມມີອາກອນມູນຄ່າເພີ່ມ x 100

·      ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ= --------------------------------------------

                              100 + ອັດຕາອາກອນມູນຄ່າເພີ່ມ (10 ຫຼື 0)

ສ. ສຳລັບກິດຈະການກ່ຽວກັບຕົວແທນ ແລະນາຍໜ້າ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທີ່ໄດ້ຮັບຈາກການດໍາເນີນກິດຈະການຕົວຈິງ ຫຼືຕາມສັນຍາທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

ຊ. ສຳລັບຕົວແທນຈຳໜ່າຍແບບບໍ່ຂາດຕົວ (ໄດ້ຮັບສ່ວນແບ່ງເປັນອັດຕາສ່ວນຮ້ອຍ) ເຊັ່ນ: ຂາຍບັດໂທລະ ສັບ, ຂາຍປີ້ຍົນ, ຂາຍປະກັນໄພ, ຂາຍໃບຫວຍ… ຊຶ່ງໄດ້ກຳນົດລາຄາຄົງຕົວ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທີ່ໄດ້ຮັບຕາມສັນຍາທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

ຍ. ສຳລັບຕົວແທນຈຳໜ່າຍແບບຂາດຕົວ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທີ່ໄດ້ຮັບຕົວຈິງ.

ດ. ສຳລັບການເປັນນາຍໜ້າໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ໃນການເຈລະຈາເຮັດໃຫ້ເກີດສັນຍາຂຶ້ນໄດ້ລະຫວ່າງຄູ່ສັນຍາ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າໄດ້ຮັບຕາມສັນຍາທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

ຕ. ສຳລັບການທ່ອງທ່ຽວ ຊຶ່ງມູນຄ່າການບໍລິການດັ່ງກ່າວອາດລວມມີຄ່າບໍລິການອື່ນໆ ທັງຢູ່ພາຍໃນ ແລະຢູ່ຕ່າງປະເທດ ເຊັ່ນ: ຄ່າເດີນທາງ, ຄ່າພັກເຊົາ, ຄ່າອາຫານ, ຄ່າພາຫະນະນຳທ່ຽວ, ຄ່ານຳທ່ຽວ, ຄ່າເຂົ້າຊົມ ແລະຄ່າອື່ນໆ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນ ມູນຄ່າທີ່ໄດ້ຮັບຈາກການບໍລິການສະເພາະສ່ວນທີ່ເກີດຂຶ້ນໃນດິນແດນ ສປປ ລາວ ທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

. ສໍາລັບກິດຈະການໄປສະນີ ແລະໂທລະຄົມມະນາຄົມ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ມີຄື:

-  ກິດຈະການໄປສະນີ ເຊັ່ນ: ການສົ່ງຈົດໝາຍ, ການສົ່ງເມວ, ການຝາກສິນຄ້າ, ເຄື່ອງຂອງ ແລະອື່ນໆ ແມ່ນມູນຄ່າທີ່ໄດ້ຮັບຈາກການຊົມໃຊ້ການບໍລິການທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ;

-   ກິດຈະການໂທລະຄົມມະນາຄົມ ເຊັ່ນ: ໂທລະສັບ, ໂທລະສານ, ອິນເຕີແນັດ, ອິນຕຣາແນັດ, ໂທ ລະພາບໃຊ້ສາຍ, ໂທລະພາບໃຊ້ຈານດາວທຽມ ແລະການສື່ສານດ້ານເອເລັກໂທຣນິກອື່ນໆ ແມ່ນມູນຄ່າທີ່ໄດ້ຮັບຈາກການຊົມໃຊ້ການບໍລິການທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

ທ. ການສະໜອງຊັບພະຍາກອນທໍາມະຊາດ (ແຮ່ທາດ, ໄມ້ ແລະເຄື່ອງປ່າຂອງດົງ ທີ່ເກີດຈາກທໍາມະຊາດ) ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າການສະໜອງຕົວຈິງທີ່ບໍ່ລວມມີອາກອນມູນຄ່າເພີ່ມ.

ນ. ການສະໜອງການບໍລິການຂຸດຄົ້ນຊັບພະຍາກອນທໍາມະຊາດໂດຍຜູ້ອື່ນທີ່ບໍ່ແມ່ນຜູ້ສຳປະທານ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າບໍລິການຂຸດຄົ້ນຕົວຈິງ ຫຼືຕາມສັນຍາທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

ບ. ສຳລັບກິດຈະການຮັບເໝົາກໍ່ສ້າງ-ສ້ອມແປງ ບາງສ່ວນ ຫຼືທັງໝົດ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນມູນຄ່າຕົວຈິງຂອງການກໍ່ສ້າງ-ສ້ອມແປງ ຫຼືມູນຄ່າຕາມສັນຍາ ທີ່ຍັງບໍ່ລວມມີອາກອນມູນຄ່າເພີ່ມ.

. ກໍລະນີການສະໜອງສິນຄ້າ ແລະການບໍລິການ ທີ່ມີການຂຽນໃບເກັບເງິນໂດຍບໍ່ແຍກອາກອນມູນຄ່າເພີ່ມຕ່າງຫາກ (ຂຽນມູນຄ່າລວມອາກອນມູນຄ່າເພີ່ມ) ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທັງໝົດທີ່ຂຽນຢູ່ໃນໃບເກັບເງິນນັ້ນ.

ຜ. ກໍລະນີເປັນການສະໜອງສິນຄ້າ ແລະການບໍລິການ ຕາມລາຄາຊີ້ນຳຂອງລັດ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນລາຄາທີ່ລັດຊີ້ນຳ ເຖິງວ່າຈະສະໜອງໃນລາຄາຫຼຸດທີ່ລັດຊີ້ນຳກໍຕາມ ແຕ່ຖ້າຂາຍເກີນລາຄາຊີ້ນຳ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນລາຄາຂາຍຕົວຈິງ.

. ສຳລັບການຂົນສົ່ງພາຍໃນ, ການຂົນສົ່ງສາກົນທາງບົກ ແລະທາງນໍ້າ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນມູນຄ່າຂົນສົ່ງຕົວຈິງ ບວກເງິນອຸດໜູນທີ່ພົວພັນໂດຍກົງກັບລາຄາດັ່ງກ່າວ (ຖ້າມີ) ແຕ່ບໍ່ລວມມີອາກອນມູນຄ່າເພີ່ມ.

ກໍລະນີເປັນການສະໜອງການບໍລິການຂົນສົ່ງສາກົນ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າການສະໜອງທີ່ເກີດຂຶ້ນຢູ່ໃນດິນແດນ ສປປ ລາວ ໂດຍຄິດໄລ່ຕາມຊັດສ່ວນໄລຍະທາງທີ່ມີການແລ່ນຜ່ານຢູ່ ໃນ ສປປ ລາວ, ດັ່ງນີ້:

o  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ = ມູນຄ່າການຂົນສົ່ງທັງໝົດ x ຊັດສ່ວນການບໍລິການຢູ່ ສປປ ລາວ ;

                                      ໄລຍະທາງທີ່ເກີດຂຶ້ນຢູ່ ສປປ ລາວ x 100

o  ຊັດສ່ວນການບໍລິການຢູ່ ສປປ ລາວ =------------------------------------------------

                                  ໄລຍະທາງທັງໝົດ

 

ພ. ກໍລະນີເປັນການສະໜອງສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ແລະຖືກຍົກເວັ້ນອາ ກອນມູນຄ່າເພີ່ມຢູ່ໃນລາຄາລວມກັນ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ.

ຜູ້ມອບອາກອນມູນຄ່າເພີ່ມ ຕ້ອງໄດ້ແຍກຢ່າງຊັດເຈນ ລາຍຮັບຈາກການສະໜອງທີ່ຖືກເສຍ ແລະຖືກຍົກເວັ້ນອາກອນມູນຄ່າເພີ່ມ, ຖ້າບໍ່ສາມາດແຍກໄດ້ ແມ່ນໃຫ້ຖືເອົາມູນຄ່າການສະໜອງທັງໝົດເປັນພື້ນຖານຄິດໄລ່ອາ ກອນມູນຄ່າເພີ່ມ;

ຟ. ກໍລະນີການສະໜອງສິນຄ້າ ແລະການບໍລິການ ທີ່ມີການຈ່າຍເງິນຫຼາຍຄັ້ງ ເຊັ່ນ: ການຂ່າຍຜ່ອນຊຳລະ ຫຼືການເຊົ່າ-ຊື້ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດຄືດັ່ງນີ້:

-   ສຳລັບການຂາຍແບບຜ່ອນຊຳລະ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າຂາຍທັງໝົດຂອງສິນຄ້າ ແລະການບໍລິການດັ່ງກາວທີ່ບໍ່ລວມມີອາກອນມູນຄ່າເພີ່ມ, ໂດຍຄິດໄລ່ເກັບອາກອນມູນຄ່າເພີ່ມບາດດຽວ ໃນເວລາທີ່ມີການສະໜອງເກີດຂຶ້ນ; (ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມຈະບໍ່ລວມເອົາດອກເບ້ຍເຂົ້ານຳ);

-   ສຳລັບການເຊົ່າ-ຊື້ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າຂາຍທີ່ບໍ່ລວມມີອາກອນມູນຄ່າເພີ່ມ, ໃຫ້ຄິດໄລ່ເກັບຕາມມູນຄ່າທີ່ຈ່າຍຕົວຈິງໃນແຕ່ລະໄລຍະຕາມທີ່ກຳນົດໄວ້ໃນສັນຍາການເຊົ່າ-ຊື້ດັ່ງກ່າວ (ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມຈະລວມເອົາດອກເບ້ຍເຂົ້ານຳ);

3)   ການຊື້ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ :

ການຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າຕົວຈິງ ຫຼືຕາມສັນຍາ (ຖ້າມີ) ບໍ່ລວມມີອາກອນມູນຄ່າເພີ່ມ.

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງຢູ່ ສປປ ລາວ ທີ່ຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ໄດ້ສ້າງ ຕັ້ງຢູ່ ສປປ ລາວ ມີໜ້າທີ່ຫັກອາກອນມູນຄ່າເພີ່ມໄວ້ ແລ້ວນຳໄປມອບໃຫ້ລັດ.

6.3 ການດັດແກ້ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ :

1)   ການດັດແກ້ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນການປັບປຸງ ຫຼືດັດປັບພື້ນຖານຄິດໄລ່ອາກອນມູນຄ່າເພີ່ມຄືນໃໝ່ໃຫ້ຖືກກັບສະພາບຄວາມເປັນຈິງຂອງການສະໜອງ ຍ້ອນມີການປ່ຽນແປງບາງສ່ວນ ຫຼືທັງໝົດ ກ່ຽວກັບການສະໜອງດັ່ງກ່າວ.

ການດັດແກ້ ຕ້ອງເກີດຂຶ້ນພາຍຫຼັງທີ່ໄດ້ອອກໃບເກັບເງິນ ແລະໄດ້ແຈ້ງອາກອນມູນຄ່າເພີ່ມດັ່ງກ່າວໃສ່ໃນໃບແຈ້ງອາກອນມູນຄ່າເພີ່ມຂອງໄລຍະດັ່ງກ່າວແລ້ວເທົ່ານັ້ນ;

2)    ກໍລະນີທີ່ຕ້ອງໄດ້ມີການດັດແກ້ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ປະກອບດ້ວຍ:

ກ. ມີການຍົກເລີກການສະໜອງສິນຄ້າ ຫຼືການບໍລິການ ບາງສ່ວນ ຫຼືທັງໝົດ ພາຍຫຼັງໄດ້ອອກໃບເກັບເງິນແລ້ວ.

ຂ. ກໍລະນີ ມີການປະຕິເສດກ່ຽວກັບປະລິມານ, ຄຸນນະພາບ ຫຼືລາຄາສິນຄ້າ ຫຼືການບໍລິການທີ່ຖືກສະໜອງບາງສ່ວນ ຫຼືທັງໝົດ ໂດຍການຍົກເລີກສັນຍາ ຊຶ່ງຜ່ານການພິຈາລະນາທີ່ສົມເຫດສົມຜົນ ຫຼືການຍອມຮັບແບບມີເຫດ ຜົນ ຫຼືໂດຍການເຫັນດີເຫັນພ້ອມຂອງພາກສ່ວນທີ່ກ່ຽວຂ້ອງແບບເປັນລາຍລັກອັກສອນ.

ຄ. ກໍລະນີຜູ້ຊື້ສົ່ງສິ່ງບັນຈຸຄືນໃຫ້ແກ່ຜູ້ສະໜອງ ສຳລັບການບັນຈຸແບບໝູນວຽນທີ່ໄດ້ອອກໃບເກັບເງິນແລ້ວ.

ງ. ກໍລະນີສິນຄ້າຖືກທຳລາຍ, ມີການເປ່ເພ ຫຼືການເຊື່ອມຄຸນນະພາບ ຍ້ອນໄພພິບັດທາງທຳມະຊາດ ຫຼືກໍລະ ນີອື່ນໆຂອງເຫດສຸດວິໄສ ໃນຂອບເຂດທີ່ບໍ່ສາມາດນຳມາໃຊ້ໄດ້ອີກຕໍ່ໄປ ຫຼືບໍ່ສາມາດນຳໃຊ້ຢູ່ໃນວົງຈອນເສດຖະກິດໄດ້.

ກໍລະນີນີ້ ຜູ້ມອບອາກອນມມູນຄ່າເພີ່ມຕ້ອງສາມາດຢັ້ງຢືນໄດ້ວ່າ ສິນຄ້າທີ່ໄດ້ແຈ້ງມານັ້ນຖືກທຳລາຍ ຫຼືເປ່ເພແທ້ ຍ້ອນໄພພິບັດທາງທຳມະຊາດ ຫຼືກໍລະນີອື່ນໆຂອງເຫດເຫຼືອວິໄສ ເຊັ່ນ: ອັກຄີໄພ, ອຸທົກກະໄພ, ສົງຄາມ, ສົງ ຄາມກາງເມືອງ, ການກໍ່ການຮ້າຍ ຫຼືການໂຈມຕີດ້ວຍອາວຸດອື່ນໆ; ການຢັ້ງຢືນການທຳລາຍ ຫຼືການເປ່ເພ ຕ້ອງມີເອກະ ສານທີ່ກ່ຽວຂ້ອງ ເຊັ່ນ: ບົດລາຍງານຂອງຕຳຫຼວດ ແລະເຈົ້າໜ້າທີ່ອື່ນໆ, ບົດລາຍງານຂອງປະກັນໄພ, ຈົດໝາຍຈາກລູກຄ້າ ແລະອື່ນໆທີ່ອະທິບາຍເຫດການເປັນຈິງ (ໄຟໄໝ້, ນ້ຳຖ້ວມ, ພາຍຸ ແລະອື່ນໆ) ແລະການທຳລາຍ ຫຼືການເປ່ເພທີ່ເກີດຂຶ້ນ.

ຈ. ກໍລະນີມີການສູນເສຍລາຄາໂດຍທຳມະຊາດ ຂອງສິນຄ້າປະເພດທີ່ເນົ່າເປື່ອຍໄວ ເຊັ່ນ: ຊີ້ນສັດ, ໝາກໄມ້, ຜັກ ແລະພືດທຸກຊະນິດ ແລະສິນຄ້າປະເພດອື່ນໆສໍາລັບການບໍລິໂພກ.

ການສູນເສຍລາຄາໂດຍທຳມະຊາດ ແມ່ນອະນຸຍາດໃຫ້ສູງສຸດໜຶ່ງສ່ວນຮ້ອຍ (5%) ຂອງປະລິມານ ຫຼືມູນຄ່າທັງໝົດຂອງສິນຄ້າທີ່ຖືກຂາຍ.

3)   ກໍລະນີທີ່ໄດ້ດັດແກ້ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມມີດັ່ງນີ້:

. ກໍລະນີມີການຍົກເລີກການຂາຍສິນຄ້າ ຫຼືການບໍລິການຕາມພາຍຫຼັງ.

ກໍລະນີມີການຍົກເລີກການສະໜອງສິນຄ້າ ຫຼືການບໍລິການຕາມພາຍຫຼັງ ແມ່ນມັກເກີດຂຶ້ນໃນກໍລະນີທີ່ຝ່າຍໃດຝ່າຍໜຶ່ງບໍ່ປະຕິບັດຕາມສັນຍາ ຫຼືຂໍ້ຜູກພັນຊື້-ຂາຍສິນຄ້າ ຫຼືການບໍລິການທີ່ໄດ້ເຊັນຮ່ວມກັນ ຫຼືເກີດຂຶ້ນຍ້ອນເຫດສຸດວິໄສຈາກໄພທຳມະຊາດ, ທາງດ້ານການເມືອງ ຫຼືຄູ່ກໍລະນີເສຍຊີວິດຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດສັນຍາຊື້-ຂາຍສິນຄ້າ ຫຼືການບໍລິການນັ້ນບໍ່ສາມາດດຳເນີນໄດ້.

ຕົວຢ່າງ: ບໍລິສັດຂາອອກ-ຂາເຂົ້າ ກ ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ເຊັນສັນຍາຊື້-ຂາຍເຄື່ອງໃຊ້ໄຟ ຟ້າກັບບໍລິສັດ ຂ ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມເຊັ່ນດຽວກັນ, ມີມູນຄ່າຂາຍບໍ່ລວມອາກອນມູນຄ່າເພີ່ມ 15.000.000 ກີບ. ໃນສັນຍາໄດ້ລະບຸໃຫ້ຜູ້ຊື້ຊຳລະເງິນຄ້ຳປະກັນກ່ອນໃນອັດຕາ 10% ຂອງມູນຄ່າທັງໝົດພາຍໃນກຳນົດ 30 ວັນ, ພາຍຫຼັງຜູ້ຂາຍສົ່ງສິນຄ້າໃຫ້ຜູ້ຊື້ຄົບຖ້ວນແລ້ວ ຜູ້ຊື້ຕ້ອງຊຳລະເງິນທີ່ຍັງເຫຼືອໃຫ້ແກ່ຜູ້ຂາຍທັນທີ, ສັນ ຍາຖືກປະຕິບັດຄືດັ່ງນີ້ :

-   ຜູ້ຊື້ໄດ້ຊຳລະເງິນຄ້ຳປະກັນ 10% ເປັນເງິນ 1.500.000 ກີບ ໃຫ້ແກ່ບໍລິສັດ ກ ແລະໄດ້ຮັບສິນຄ້າທັງໝົດພາຍໃນກຳນົດ 30 ວັນ ເປັນທີ່ຮຽບຮ້ອຍ. ໃນເວລາສົ່ງມອບສິນຄ້າໃຫ້ຜູ້ຊື້ນັ້ນ ຜູ້ຂາຍໄດ້ຄິດໄລ່ເກັບອາກອນມູນຄ່າເພີ່ມ ແລະຂຽນໃສ່ໃນໃບເກັບເງິນ ແລະໄດ້ແຈ້ງມອບອາກອນມູນຄ່າເພີ່ມ ຢ່າງຖືກຕ້ອງຕາມລະບຽບກົດໝາຍກຳນົດ.

-   ຕໍ່ມາດ້ວຍເຫດສຸດວິໄສຜູ້ຊື້ບໍ່ສາມາດຊຳລະເງິນທີ່ຍັງເຫຼືອ 13.500.000 ກີບ ໃຫ້ຜູ້ຂາຍຕາມທີ່ໄດ້ຕົກລົງໄວ້ໃນສັນຍາ, ທັງສອງຝ່າຍຈຶ່ງຕົກລົງຍົກເລີກການຊື້-ຂາຍທັງໝົດ ໂດຍຜູ້ຂາຍຕ້ອງສົ່ງເງິນຄ້ຳປະກັນ ແລະຜູ້ຊື້ຕ້ອງສົ່ງສິນຄ້າຄືນໃຫ້ຜູ້ຂາຍ ແຕ່ເນື່ອງຈາກວ່າອາກອນມູນຄ່າເພີ່ມ ບໍລິສັດ ກ (ຜູ້ຂາຍ) ໄດ້ແຈ້ງເສຍໄປແລ້ວໃນໄລຍະມອບອາກອນ ແລະບໍລິສັດ ຂ (ຜູ້ຊື້) ກໍ່ແຈ້ງເປັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ຢູ່ໃນໃບແຈ້ງອາ ກອນມູນຄ່າເພີ່ມຂອງຕົນ, ສະນັ້ນ ເພື່ອລົບລ້າງລາຍການເກີດຂຶ້ນດັ່ງກ່າວ ຜູ້ຊື້ຕ້ອງອອກເອກະສານຢັ້ງຢືນໃນເວລາທີ່ສິນຄ້າຖືກສົ່ງຄືນໂດຍກຳນົດມູນຄ່າທັງໝົດຂອງສິນຄ້າ 15.000.000 ກີບ ແລະອາກອນມູນຄ່າເພີ່ມທີ່ຕິດພັນ 1.500.000 ກີບ.

ຈຳນວນອາກອນມູນຄ່າເພີ່ມດັ່ງກ່າວ ທີ່ຕ້ອງແຈ້ງຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມຂອງເດືອນຖັດໄປທີ່ບໍລິສັດ ກ ແລະ ຂ ຕ້ອງຍື່ນ ແລະຈະຖືກຫັກກັບຈຳນວນທີ່ໄດ້ແຈ້ງໃນເບື້ອງຕົ້ນຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມສຳລັບໄລຍະມອບອາກອນທີ່ອາກອນມູນຄ່າເພີ່ມຖືກເສຍ (ໄລຍະເວລາທີ່ມີການສະໜອງສິນຄ້າຕົວຈິງ). ໃນທຸກກໍລະນີ ຕ້ອງເກັບຮັກສາເອກະສານກ່ຽວກັບການຍົກເລີກຊື້-ຂາຍຮ່ວມກັນນັ້ນໄວ້ເປັນຫຼັກຖານຢັ້ງຢືນຕໍ່ເຈົ້າໜ້າທີ່ສ່ວຍສາອາກອນໃນເວລາມີການກວດກາ.

ຂ. ກໍລະນີລູກຄ້າສົ່ງສິນຄ້າ ຫຼືການບໍລິການຄືນ ບາງສ່ວນ ຫຼືທັງໝົດ.

ກໍລະນີທີ 1: ຜູ້ຊື້ທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ສົ່ງສິນຄ້າຄືນ ບາງສ່ວນ ຫຼືທັງໝົດ (ຍ້ອນສິນຄ້າເຫຼົ່ານັ້ນບໍ່ໄດ້ມາດຕະຖານ ຫຼືສ່ວນໃດສ່ວນໜຶ່ງຂອງສິນຄ້າເສຍຄຸນ, ບໍ່ສຳເລັດ ຫຼືສ້ອມແປງບໍ່ແລ້ວ). ຜູ້ຊື້ອອກເອກະ ສານຢັ້ງຢືນໃຫ້ແກ່ຜູ້ຂາຍສຳລັບປະລິມານສິນຄ້າທີ່ຖືກສົ່ງຄືນຕົວຈິງ.

ຕົວຢ່າງ 2: ບໍລິສັດຂາອອກ-ຂາເຂົ້າແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ຂາຍຈັກຊັກຜ້າຈຳ ນວນ 15 ໜ່ວຍ ໃຫ້ແກ່ຮ້ານຂາຍສົ່ງ ກ ທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ, ສຳລັບລາຄາຂາຍທີ່ບໍ່ລວມອາກອນມູນຄ່າເພີ່ມໜ່ວຍລະ 5.000.000 ກີບ, ລວມມູນຄ່າຂາຍທັງໝົດບໍ່ລວມອາກອນມູນຄ່າເພີ່ມແມ່ນ 75.000.000 ກີບ ຢູ່ໃນໃບເກັບເງິນໄດ້ມີການຄິດໄລ່ເກັບ ແລະລະບຸຈໍານວນອາກອນມູນຄ່າເພີ່ມ 7.500.000 ກີບ ທີ່ຈ່າຍໂດຍຜູ້ຊື້. ຕໍ່ມາຜູ້ຂາຍໄດ້ລະບຸຈຳນວນອາກອນມູນຄ່າເພີ່ມຢູ່ໃນໃບແຈ້ງຂອງຕົນ ແລະໄດ້ມອບອາກອນມູນຄ່າເພີ່ມຢ່າງຖືກຕ້ອງຕາມລະ ບຽບກົດໝາຍກຳນົດ. ຫຼັງຈາກນັ້ນຜູ້ຊື້ໄດ້ສົ່ງຈັກຊັກຜ້າຄືນຈຳນວນ 5 ໜ່ວຍ ຍ້ອນເຄື່ອງບໍ່ໄດ້ມາດຕະຖານ ໂດຍໄດ້ຮັບການເຫັນດີຈາກຜູ້ຂາຍ ແລະໄດ້ມີການດັດແກ້ການຊື້-ຂາຍຕາມການສະເໜີຂອງລູກຄ້າ.

ພື້ນຖານຄິດໄລ່ ອາກອນມູນຄ່າເພີ່ມ ຖືກດັດແກ້ ຄືດັ່ງນີ້:

- ມູນຄ່າຈັກຊັກຜ້າທີ່ຖືກສົ່ງຄືນ ບໍ່ລວມອາກອນມູນຄ່າເພີ່ມ  5.000.000 x 5         =  25.000.000 ກີບ;
- ອາກອນມູນຄ່າເພີ່ມສໍາລັັບຈັກຊັກຜ້າທີ່ຖືກສົ່ງຄືນ          25.000.000 x 10%     =    2.500.000 ກີບ;
- ມູນຄ່າຈັກຊັກຜ້າທີ່ສົ່ງຄືນລວມອາກອນມູນຄ່າເພີ່ມ(25.000.000+2.500.000)   =   27.500.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມທີ່ຖືກດັດແກ້ (75.000.000-25.000.000)   =   50.000.000 ກີບ;
-  ອາກອນມູນຄ່າເພີ່ມຫຼັງຈາກດັດແກ້    50.000.000 x 10%                          =     5.000.000 ກີບ.

ຮ້ານຂາຍສົ່ງ ກ ຕ້ອງອອກເອກະສານຢັ້ງຢືນສຳລັບຈັກຊັກຜ້າ 5 ໜ່ວຍ ທີ່ຖືກສົ່ງຄືນໃຫ້ແກ່ບໍລິສັດທີ່ຂາຍຈັກດັ່ງກ່າວ ໂດຍລະບຸລາຄາ ແລະອາກອນມູນຄ່າເພີ່ມທີ່ກ່ຽວຂ້ອງ ລວມມູນຄ່າ 27.500.000 ກີບ.

ບໍລິສັດທີ່ຈຳໜ່າຍຈັກຊັກຜ້າ ຖືວ່າເອກະສານຢັ້ງຢືນຈາກຮ້ານຂາຍສົ່ງ ກ ເປັນເອກະສານຢັ້ງຢືນການດັດແກ້ ຊຶ່ງມີຈໍານວນອາກອນມູນຄ່າເພີ່ມ 2.500.000 ກີບ ຜົນກໍ່ຄືວ່າ ຮ້ານຂາຍສົ່ງ ກ ຮັກສາຈັກຊັກຜ້າໄວ້ 10 ໜ່ວຍ(75.000.000 - 25.000.000 = 50.000.000 ກີບ) ແລະໃນນັ້ນໄດ້ມອບອາກອນມູນຄ່າເພີ່ມຈຳນວນ (7.500.000 – 2.500.000 = 5.000.000 ກີບ).

ກໍລະນີທີ່ຈັກຊັກຜ້າຖືກສົ່ງຄືນພາຍໃນໄລຍະອາກອນດຽວກັນ (ປະຈໍາເດືອນ ຫຼືງວດ) ກັບໄລຍະເວລາທີ່ມີການສະໜອງເບື້ອງຕົ້ນ, ໃບແຈ້ງອາກອນມູນຄ່າເພີ່ມຂອງຮ້ານຂາຍສົ່ງ ກ ຈະສະແດງໃຫ້ເຫັນມູນຄ່າຊື້ 50.000.000 ກີບ ສໍາລັບຈັກຊັກຜ້າ 10 ໜ່ວຍ ແລະອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ຈຳນວນ 5.000.000 ກີບ.

ກໍລະນີທີ່ຈັກຊັກຜ້າຫາກຖືກສົ່ງຄືນຢູ່ໃນໄລຍະອາກອນຖັດມາ ທັງໃບແຈ້ງອາກອນມູນຄ່າເພີ່ມເບື້ອງຕົ້ນຈະຕ້ອງຖືກດັດແກ້ເພື່ອສະທ້ອນມູນຄ່າຕົວຈິງຂອງການຊື້-ຂາຍພາຍຫຼັງສິນຄ້າຖືກສົ່ງຄືນ.

ໃນທຸກໆກໍລະນີ ບັນດາໃບເກັບເງິນທີ່ຖືກດັດແກ້ທັງໝົດ ຕ້ອງຖືກເກັບໄວ້ໃນປຶ້ມໃບເກັບເງິນເພື່ອເປັນຫຼັກຖານ ແລະເພື່ອເປັນການນຳສະເໜີຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ.

ກໍລະນີທີ 2: ຜູ້ຊື້ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ ຫຼືບໍ່ໄດ້ນຳໃຊ້ໃບເກັບເງິນໃນເວລາສົ່ງສິນຄ້າຄືນ. ຜູ້ ກ່ຽວຕ້ອງສົ່ງໃບເກັບເງິນທີ່ໄດ້ອອກໃຫ້ກ່ອນໜ້ານີ້ຄືນໃຫ້ຜູ້ຂາຍເພື່ອດຳເນີນການຍົກເລີກ. ໃບເກັບເງິນທີ່ຖືກຍົກເລີກ ຕ້ອງຖືກຄັດຕິດໄປພ້ອມກັບບຶ້ມຕິດຕາມໃບເກັບເງິນເປັນຊຸດ ແລະບົດບັນທຶກທີ່ໄດ້ຂຽນກ່ຽວກັບລາຍລະອຽດຂອງຜູ້ຊື້ ແລະໃບເກັບເງິນໃໝ່ທີ່ໄດ້ອອກຕາມຈຳນວນຕົວຈິງ. ບົດບັນທຶກກ່ຽວກັບສິນຄ້າທີ່ຖືກສົ່ງຄືນຕ້ອງຊີ້ແຈງເນື້ອໃນ ແລະເລກທີເອກະສານຢັ້ງຢືນຂອງໃບເກັບເງິນທີ່ຖືກດັດແກ້.

ຕົວຢ່າງ: ທ້າວ ກ ໄດ້ຊື້ແອເຢັນ 4 ໜ່ວຍ ຈາກໂຮງງານປະກອບເຄື່ອງແອເຢັນແຫ່ງໜຶ່ງ (ທີ່ເປັນຜູ້ມອບອາ ກອນມູນຄ່າເພີ່ມ) ເພື່ອໄປຕິດຕັ້ງໃສ່ເຮືອນຂອງຜູ້ກ່ຽວ ໃນລາຄາໜ່ວຍລະ 10.000.000 ກີບ ບໍ່ລວມອາກອນມູນຄ່າເພີ່ມ ເປັນມູນຄ່າທັງໝົດ 40.000.000 ກີບ. ໃບເກັບເງິນທີ່ຕິດພັນກັບການຂາຍດັ່ງກ່າວລະບຸຈຳນວນອາກອນມູນຄ່າເພີ່ມທີ່ຖືກເສຍ 4.000.000 ກີບ ທີ່ຈ່າຍໂດຍຜູ້ຊື້. (ນອກນັ້ນຜູ້ຂາຍຍັງໄດ້ແຈ້ງຈຳນວນອາກອນມູນຄ່າເພີ່ມຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມຂອງຕົນ). ພາຍໃນມື້ຕໍ່ມາທ້າວ ກ ທີ່ເປັນຜູ້ຊື້ໄດ້ສົ່ງເຄື່ອງແອເຢັນຄືນ 3 ໜ່ວຍ ຍ້ອນເຄື່ອງບໍ່ໄດ້ມາດຕະຖານ. ຫຼັງຈາກມີການກວດສອບໂດຍໂຮງງານທີ່ໄດ້ຂາຍເຄື່ອງແອເຢັນດັ່ງກ່າວພົບວ່າ ເຄື່ອງເຫຼົ່ານີ້ບໍ່ໄດ້ມາດ ຕະຖານແທ້ ແລະໄດ້ດັດແກ້ການຊື້-ຂາຍຕາມການສະເໜີ.

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ຖືກດັດແກ້ ຄືດັ່ງນີ້:

-  ມູນຄ່າແອເຢັນທີ່ຖືກສົ່ງຄືນບໍ່ລວມອາກອນມູນຄ່າເພີ່ມ    10.000.000 x 3       =  30.000.000 ກີບ;
-  ອາກອນມູນຄ່າເພີ່ມສໍາລັັບແອເຢັນທີ່ຖືກສົ່ງຄືນ         30.000.000 x 10%      =    3.000.000 ກີບ;
-  ມູນຄ່າແອເຢັນທີ່ສົ່ງຄືນລວມອາກອນມູນຄ່າເພີ່ມ(30.000.000+3.000.000)   =   33.000.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມທີ່ຖືກດັດແກ້(40.000.000-30.000.000)   =   10.000.000 ກີບ;
-  ອາກອນມູນຄ່າເພີ່ມ ຫຼັງຈາກດັດແກ້    10.000.000 x 10%                         =     1.000.000 ກີບ.

ພາຍຫຼັງທີ່ໂຮງງານໄດ້ຮັບແອເຢັນຄືນ 3 ໜ່ວຍ ແລະໄດ້ມີການສົ່ງເງິນຄືນໃຫ້ແກ່ທ້າວ ກ ຄົບຖ້ວນແລ້ວ, ໂຮງງານດັ່ງກ່າວຕ້ອງໄດ້ອອກໃບເກັບເງິນໃໝ່ (ຊຶ່ງໃບໜຶ່ງແມ່ນເອົາໃຫ້ຜູ້ຊື້) ຕາມຈຳນວນທີ່ຖືກດັດແກ້ໂດຍລະບຸລາຄາທີ່ບໍ່ລວມອາກອນມູນຄ່າເພີ່ມຈຳນວນ 10.000.000 ກີບ ແລະການຄິດໄລ່ຄືນໃໝ່ຈຳນວນອາກອນມູນຄ່າເພີ່ມ1.000.000 ກີບ. ໃບເກັບເງິນສະບັບດັດແກ້ຕ້ອງຖືກເກັບຮັກສາໄວ້ໃນປຶ້ມຕິດຕາມໃບເກັບເງິນເພື່ອເປັນຫຼັກຖານ ແລະການບັນທຶກ ແລະເພື່ອນຳສະເໜີໃຫ້ແກ່ເຈົ້າໜ້າທີ່ສ່ວຍສາອາກອນ. ເນື່ອງຈາກວ່າເຄື່ອງແອເຢັນຖືກສົ່ງຄືນພາຍໃນໄລຍະອາກອນດຽວກັນກັບໄລຍະການສະໜອງເບື້ອງຕົ້ນ, ໃບແຈ້ງອາກອນມູນຄ່າເພີ່ມຈະເຈາະຈົງສະເພາະແຕ່ຈຳນວນທີ່ຖືກດັດແກ້ (ພື້ນຖານຄິດໄລ່ ແລະອາກອນມູນຄ່າເພີ່ມທີ່ຕ້ອງຈ່າຍ). ກໍລະນີທີ່ສິນຄ້າຖືກສົ່ງຄືນພາຍໃນເດືອນຖັດໄປ, ສໍາລັບກໍລະນີນີ້ຜູ້ສະໜອງຕ້ອງຍື່ນໃບແຈ້ງອາກອນມູນຄ່າເພີ່ມທີ່ຖືກດັດແກ້ສຳລັບໄລຍະທີ່ຜູ້ກ່ຽວສາມາດຫັກອາກອນມູນຄ່າເພີ່ມທີ່ຖືກສົ່ງຄືນໃຫ້ແກ່ທ້າວ ກ.

. ກໍລະນີມີການສົ່ງສິ່ງບັນຈຸສິນຄ້າທີ່ຖືກສົ່ງໄປກັບຄືນ, ສຳລັບສິ່ງບັນຈຸທີ່ໝູນວຽນທີ່ໄດ້ອອກໃບເກັບເງິນແລ້ວ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມກໍຕ້ອງໄດ້ຫຼຸດລົງເຊັ່ນດຽວກັນ.

ກໍລະນີມູນຄ່າຂອງສິ່ງຫຸ້ມຫໍ່ຫາກຖືກກຳນົດສະເພາະ ແລະແຍກອອກຈາກໃບເກັບເງິນທີ່ໄດ້ອອກສຳລັບການສະໜອງສິນຄ້າ, ມູນຄ່າສິ່ງຫຸ້ມຫໍ່ຕ້ອງລວມເຂົ້າໃນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບການສະໜອງສິນຄ້າ. ດັ່ງນັ້ນ, ເວລາມີການສົ່ງສິ່ງຫຸ້ມຫໍ່ກັບຄືນ ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມກໍ່ຕ້ອງໄດ້ຫຼຸດມູນຄ່າສິ່ງຫຸ້ມຫໍ່ລົງເຊັ່ນດຽວກັນ.

ໃນລັກສະນະນີ້ຕ້ອງໄດ້ປະຕິບັດຄືກັນກັບກໍລະນີທີ່ລູກຄ້າສົ່ງສິນຄ້າ ຫຼືການບໍລິການຄືນບາງສ່ວນ ຫຼືທັງໝົດ.

ຕົວຢ່າງ: ບໍລິສັດຂາອອກ-ຂາເຂົ້າແຫ່ງໜຶ່ງ ທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ຂາຍຈັກຊັກຜ້າຈຳນວນ 20 ໜ່ວຍ ໃຫ້ແກ່ຮ້ານຂາຍສົ່ງ ກ (ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມເຊັ່ນດຽວກັນ) ລາຄາຂາຍບໍ່ລວມອາກອນມູນຄ່າເພີ່ມ ໜ່ວຍລະ 5.000.000 ກີບ ລວມມູນຄ່າຂາຍທີ່ບໍ່ລວມອາກອນມູນຄ່າເພີ່ມ ແມ່ນ 100.000.000 ກີບ. ຈັກຊັກຜ້າດັ່ງກ່າວຖືກຂົນສົ່ງຢູ່ໃນຕູ້ຄອນເທນເນີພິເສດ ທີ່ເປັນຂອງບໍລິສັດຂາອອກ-ຂາເຂົ້າ ຊຶ່ງຮ້ານຂາຍສົ່ງ ກ ຈະຕ້ອງໄດ້ສົ່ງຕູ້ດັ່ງກ່າວຄືນໃຫ້ແກ່ບໍລິສັດຂາອອກ-ຂາເຂົ້າ ຍ້ອນວ່າຕູ້ຄອນເທນເນີມີມູນຄ່າສູງ. ດັ່ງນັ້ນ, ຮ້ານຂາຍສົ່ງ ກ ຕ້ອງຈ່າຍຄ່າຕູ້ 5.000.000 ກີບ ໂດຍມີເງື່ອນໄຂວ່າ ທັນທີທີ່ຮ້ານຂາຍສົ່ງ ກ ສົ່ງຕູ້ຄອນເທນເນີຄືນແລ້ວ ບໍລິສັດຈະສົ່ງເງິນຄືນທັນທີ. ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບການສະໜອງຈັກຊັກຜ້າ ແລະຕູ້ຄອນເທນເນີ: 100.000.000 + 5.000.000 = 105.000.000 ກີບ. ອາກອນມູນຄ່າເພີ່ມທີ່ຕ້ອງຈ່າຍແມ່ນ 10.500.000 ກີບ.

ເມື່ອສົ່ງຕູ້ຄອນເທນເນີຄືນແລ້ວ ຮ້ານຂາຍສົ່ງ ກ ຕ້ອງອອກເອກະສານຢັ້ງຢືນໃຫ້ແກ່ບໍລິສັດທີ່ຂາຍຈັກຊັກຜ້າສຳລັບຕູ້ຄອນເທນເນີທີ່ມີການສົ່ງຄືນ ໂດຍລະບຸລາຄາ 5.000.000 ກີບ ແລະອາກອນມູນຄ່າເພີ່ມ 500.000 ກີບ ລວມມູນຄ່າທັງໝົດ 5.500.000 ກີບ;

ບໍລິສັດທີ່ຂາຍຈັກຊັກຜ້າ ຮັບເອກະສານຢັ້ງຢືນຈາກຮ້ານຂາຍສົ່ງ ກ ເປັນເອກະສານດັດແກ້ທີ່ມີອາກອນມູນຄ່າເພີ່ມ 500.000 ກີບ ທີ່ສາມາດຫັກໄດ້/ຖືກຫັກເປັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ. ຜົນກໍ່ຄືການຮັກສາຈັກຊັກຜ້າທີ່ມີລາຄາໜ່ວຍລະ 5.000.000 ກີບ ທີ່ຜູ້ກ່ຽວໄດ້ຊໍາລະເງິນໄປທັງໝົດ 100.000.000 ກີບ (105.000.000 ກີບ ທີ່ໄດ້ຊຳລະໃນເບື້ອງຕົ້ນລົບໃຫ້ 5.000.000 ກີບ ທີ່ຮ້ານຂາຍສົ່ງ ກ ໄດ້ຈ່າຍຄືນ).

ກໍລະນີທີ່ຕູ້ຄອນເທນເນີຖືກສົ່ງຄືນພາຍໃນເດືອນທີ່ມີການສະໜອງເບື້ອງຕົ້ນ, ໃບແຈ້ງອາກອນມູນຄ່າເພີ່ມຂອງຜູ້ຂາຍທີ່ກ່ຽວກັບການຊື້-ຂາຍດັ່ງກ່າວນີ້ ຈະລະບຸວ່າຈຳນວນ 100.000.000 ກີບ ແມ່ນມູນຄ່າຈັກຊັກຜ້າ ແລະ 10.000.000 ກີບ ແມ່ນອາກອນມູນຄ່າເພີ່ມທີ່ຕ້ອງຈ່າຍ. ໃບແຈ້ງອາກອນມູນຄ່າເພີ່ມຂອງຜູ້ຊື້ ກ ຈະສະແດງໃຫ້ເຫັນການຊື້ຈັກຊັກຜ້າໃນມູນຄ່າ 100.000.000 ກີບ ແລະອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ 10.000.000 ກີບ.

ກໍລະນີທີ່ຕູ້ຄອນເທນເນີຫາກຖືກສົ່ງຄືນຢູ່ພາຍໃນເດືອນຖັດໄປ ທັງໃບແຈ້ງອາກອນມູນຄ່າເພີ່ມໃບເດີມຈະຕ້ອງໄດ້ຮັບການດັດແກ້ເພື່ອສະທ້ອນໃຫ້ເຫັນມູນຄ່າຕົວຈິງຂອງການຊື້-ຂາຍຫຼັງຈາກໄດ້ສົ່ງຕູ້ຄອນເທນເນີຄືນ.

ໃນທຸກໆກໍລະນີ ໃບເກັບເງິນທີ່ຖືກດັດແກ້ທັງໝົດຕ້ອງຖືກເກັບໄວ້ກັບປຶ້ມຕິດຕາມໃບເກັບເງິນເພື່ອເປັນຫຼັກຖານ ແລະເພື່ອນຳສະເໜີຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ.

ສຳລັບສ່ວນຫຼຸດການຄ້າ ແລະສ່ວນຫຼຸດການເງິນ ທີ່ເກີດຂຶ້ນພາຍຫຼັງທີ່ໄດ້ອອກໃບເກັບເງິນແລ້ວ ແມ່ນບໍ່ອະນຸຍາດໃຫ້ດັດແກ້ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ.

6.4 ອັດຕາອາກອນມູນຄ່າເພີ່ມ :

ອັດຕາອາກອນມູນຄ່າເພີ່ມ ຕາມທີ່ກຳນົດໄວ້ໃນມາດຕາ 16 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ມີດັ່ງນີ້:

1)        ອັດຕາ 10% ສໍາລັບ ສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມທີ່ ນໍາເຂົ້າ, ຜະລິດ, ຊົມ ໃຊ້ ຢູ່ພາຍໃນ ສປປ ລາວ ລວມທັງການສົ່ງອອກຊັບພະຍາກອນທຳມະຊາດທີ່ບໍ່ແມ່ນຜະລິດຕະພັນສໍາເລັດຮູບ ດັ່ງນີ້:

-     ການນຳເຂົ້າສິນຄ້າ, ການສະໜອງ (ການຂາຍ) ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ຊຶ່ງລວມເອົາການສະໜອງບໍລິການຜ່ານລະບົບໄປສະນີ, ໂທລະຄົມມະນາຄົມ ເຊັ່ນ: ການໃຫ້ເຊົ່າຄື້ນສັນຍານດາວທຽມ ແລະການສົ່ງເມໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ຢູ່ພາຍໃນ ຫຼືຕ່າງປະເທດ, ການໂທຢູ່ພາຍໃນ ແລະໂທໄປຕ່າງປະເທດ ໂດຍຜູ້ຢູ່ພາຍໃນປະເທດ;
-     ກໍລະນີສະເພາະ ທີ່ການນຳເຂົ້າ ວັດຖຸດິບ, ສານເຄມີ, ວັດຖູປະກອນ, ເຄື່ອງຈັກ ແລະພາຫະນະການຜະລິດ ທີ່ຕ້ອງຖືກເສັຍອາກອນມູນຄ່າເພີ່ມໃນເວລານໍາເຂົ້າ ໃນກໍລະນີທີ່ຜູ້ນໍາເຂົ້າ ເປັນ:

  •   ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທີ່ບໍ່ໄດ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ;
  •  ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ໄດ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ດຳເນີນທຸລະກິດການຜະລິດ ແຕ່ບໍ່ນໍາໃຊ້ວັດຖຸດິບ, ສານເຄມີ, ວັດຖູປະກອນ, ເຄື່ອງຈັກ ແລະພາຫະນະການຜະລິດ ເພື່ອປະກອບກິດຈະການຂອງຕົນໂດຍກົງ;
  •  ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ໄດ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ ທີ່ບໍ່ດຳເນີນການຜະລິດ;
  • ຜູ້ດໍາເນີນທຸລະກິດການຜະລິດກ່ຽວກັບຢາສູບ;

- ການສົ່ງອອກຊັບພະຍາກອນທໍາມະຊາດທີ່ບໍ່ແມ່ນຜະລິດຕະພັນສຳເລັດຮູບ ຊຶ່ງແມ່ນການສົ່ງອອກຊັບ ພະຍາກອນທຳມະຊາດທີ່ຍັງບໍ່ໄດ້ທຳການປຸງແຕ່ງ ຫຼືຜ່ານການປຸງແຕ່ງຂັ້ນຕົ້ນເທົ່ານັ້ນ ຍັງບໍ່ສາມາດນໍາໃຊ້ໄດ້ໂລດ ເຊັ່ນ: ໄມ້ທ່ອນ, ປູດໄມ້, ໄມ້ແປຮູບ, ໄມ້ຕັບ, ແຮ່ທາດຕ່າງໆ, ຫວາຍ, ແຫມ, ຄັ່ງ, ຍານ, ຂີ້ຊີ ແລະອື່ນໆທີ່ເກີດຈາກທໍາມະຊາດ.

ຜະລິດຕະພັນສໍາເລັດຮູບທີ່ໄດ້ມາຈາກຊັບພະຍາກອນທໍາມະຊາດ ແມ່ນຜະລິດຕະພັນທີ່ຖືກສ້າງຂື້ນໂດຍການນໍາໃຊ້ຂະບວນການປຸງແຕ່ງຫຼາຍຢ່າງຕໍ່ກັບຊັບພະຍາກອນທໍາມະຊາດດັ່ງກ່າວ ທີ່ເປັນລະບົບມາດຕະຖານໂຮງ ງານອຸດສາຫະກຳ ຊຶ່ງພ້ອມທີ່ຈະນໍາໃຊ້ໄດ້;

ຜະລິດຕະພັນບໍ່ສໍາເລັດຮູບທີ່ໄດ້ມາຈາກຊັບພະຍາກອນທໍາມະຊາດ ແມ່ນຊັບພະຍາກອນທໍາມະຊາດທີ່ບໍ່ທັນໄດ້ຮັບການປຸງແຕ່ງ ຫຼັງຈາກທີ່ໄດ້ຂຸດຄົ້ນ ຫຼືຕັດ ຫຼືໄດ້ຮັບການປຸງແຕ່ງບາງສ່ວນ ແຕ່ຍັງບໍ່ທັນເປັນຜະລິດຕະພັນສໍາເລັດຮູບ.

2)   ອັດຕາສູນສ່ວນຮ້ອຍ (0%) ນຳໃຊ້ສຳລັບ:

ກ. ການສະໜອງ (ຂາຍ) ວັດຖຸດິບ, ສານເຄມີ, ວັັດຖຸປະກອນ, ເຄື່ອງຈັກ ແລະພາຫະນະການຜະລິດ ທີ່ເປັນຜະລິດຕະພັນພາຍໃນ ແລະນໍາເຂົ້າຈາກຕ່າງປະເທດ (ກໍລະນີທີ່ພາຍໃນຜະລິດບໍ່ໄດ້ ຫຼືຜະລິດໄດ້ແຕ່ບໍ່ພຽງພໍ) ເພື່ອ ນໍາໃຊ້ເຂົ້າໃນການຜະລິດ ແລະການລົງທຶນທີ່ເປັນຊັບສົມບັດຄົງທີ່ ຊຶ່ງໄດ້ກຳນົດຄືດັ່ງນີ້:

-   ວັດຖຸດິບ ແມ່ນສິ່ງທີ່ນໍາໃຊ້ເຂົ້າໃນຂະບວນການຜະລິດເພື່ອເປັນຜະລິດຕະພັນໃໝ່ ຕົວຢ່າງ: ການຜະ ລິດຊີມັງ ປະກອບມີ ຫີນປູນ, ດິນຊາຍ, ດິນໜຽວ, ດິນແດງ, ຫີນກາວ, ຖ່ານຫີນ;
-   ສານເຄມີ ແມ່ນສານສໍາລັບມາປະສົມ, ລະລາຍ, ແຍກ, ລ້າງ ວັດຖຸທີ່ຮັບໃຊ້ຂະບວນການຜະລິດ ເຊັ່ນ: ຟົດສະຟໍ ນໍາໃຊ້ເພື່ອແຍກທາດຄໍາດິບ;
-   ວັດຖູປະກອນ ແມ່ນອົງປະກອບຂອງຜະລິດຕະພັນນັ້ນ ເຊັ່ນ: ສິ່ງບັນຈຸ, ສິ່ງຫຸ້ມຫໍ່, ເຄື່ອງມືຮັບໃຊ້, ການຜະລິດນໍ້າດື່ມ ປະກອບມີ: ເຄື່ອງຕອງນໍ້າ, ກະຕຸກ, ແກ້ວ ຫຼືກະປ໋ອງ, ຝາອັດ, ເຄື່ອງໝາຍສິນຄ້າ.
-   ເຄື່ອງຈັກ ແລະພາຫະນະການຜະລິດ ແມ່ນສິ່ງທີ່ຂັບເຄື່ອນຂະບວນການຜະລິດ ເຊັ່ນ: ໂຮງງານຜະ ລິດຊີມັງ ປະກອບມີ: ເຄື່ອງຂຸດເຈາະຫີນ, ເຄື່ອງຂົບຫີນ, ຈັກບົດ, ຈັກອົບ, ຈັກປະສົມ, ຈັກບັນຈຸ, ສາຍພານລໍາລຽງ, ເຄື່ອງຍົກຍໍ, ພາຫະນະເພື່ອການຂຸດຄົ້ນ ຫຼືລໍາລຽງວັດຖຸດິບເຂົ້າການຜະລິດ ດັ່ງນີ້ເປັນຕົ້ນ;
-   ການລົງທຶນໂດຍກົງທີ່ເປັນຊັບສົມບັດຄົງທີ່ ແມ່ນວັດຖຸອຸປະກອນມາຮັບໃຊ້ການກໍ່ສ້າງໂຮງຈັກ, ໂຮງ ງານ, ສາງ, ອາຄານ, ເຄື່ອງກົນຈັກ, ຍານພາຫະນະ ແລະອື່ນໆທີ່ນໍາໃຊ້ເປັນຊັບສົມບັດຄົງທີ່.

ຂ. ການສົ່ງອອກສິນຄ້າ ແລະການສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຜະລິດຕະພັນສຳເລັດຮູບໄປຕ່າງ ປະເທດ ຫຼືເຂດເສດຖະກິດພິເສດ ຫຼືເຂດເສດຖະກິດສະເພາະ.

. ເງື່ອນໄຂສຳລັບການນຳໃຊ້ອັດຕາ 0% :

ຜູ້ນໍາເຂົ້າ ຫຼືຜູ້ຜະລິດຢູ່ພາຍໃນປະເທດຈະຖືກເສັຍອາກອນມູນຄ່າເພີ່ມໃນອັດຕາ 0% ຕ້ອງໄດ້ປະຕິບັດຕາມເງື່ອນໄຂ ຄືດັ່ງນີ້:

-  ມີແຜນການຜະລິດ, ຈໍາໜ່າຍ ແລະແຜນການຄວາມຕ້ອງການ ວັດຖຸດິບ, ສານເຄມີ, ວັັດຖຸປະກອນ, ເຄື່ອງຈັກ ແລະພາຫະນະການຜະລິດ ທັງຢູ່ພາຍໃນ ແລະຕ່າງປະເທດ ທີ່ຖືກຮັບຮອງເອົາຈາກຂະແໜງການທີ່ກ່ຽວຂ້ອງ ແລະຢູ່ພາຍໃຕ້ການຄວບຄຸມຂອງຂະແໜງສ່ວຍສາອາກອນ;
-  ຕ້ອງແມ່ນການນຳເຂົ້າ ໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດການຜະລິດ ທີ່ຖືກເສຍອາ ກອນມູນຄ່າເພີ່ມ.

6.5 ການຄິດໄລ່ອາກອນມູນຄ່າເພີ່ມໃນແຕ່ລະຂອດ :

ການຄິດໄລ່ເກັບອາກອນມູນຄ່າເພີ່ມເກີດຂຶ້ນຢູ່ 3 ຂອດ ຄື: ຂອດການນໍາເຂົ້າສິນຄ້າຈາກຕ່າງປະເທດ, ເຂດເສດຖະກິດພິເສດ ຫຼືເຂດເສດຖະກິດສະເພາະ; ຂອດການສະໜອງ (ການຂາຍ) ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ແລະຂອດການຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ລະອຽດຄືດັ່ງນີ້:

1)   ຂອດການນຳເຂົ້າສິນຄ້າ :

ກ. ກໍລະນີ ສິນຄ້າທີ່ນຳເຂົ້າຖືກຍົກເວັ້ນພາສີຂາເຂົ້າ :

ຕົວຢ່າງ: ໂຮງງານແຫ່ງໜຶ່ງຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມໄດ້ນຳເຂົ້າສິນຄ້າມາຈາກຕ່າງປະເທດມູນຄ່າ 100.000.000 ກີບ ເປັນສິນຄ້າຖືກຍົກເວັ້ນພາສີຕາມກົດໝາຍວ່າດ້ວຍພາສີ, ຖືກເສຍອາກອນຊົມໃຊ້ 10% ແລະ ອາກອນມູນຄ່າເພີ່ມ 10%.

ວິທີການຄິດໄລ່ອາກອນມູນຄ່າເພີ່ມຈາກການນຳເຂົ້າສິນຄ້າດັ່ງກ່າວ:

-  ມູນຄ່າແຈ້ງເສັຍພາສີຂາເຂົ້າ ( CIF )                                         =  100.000.000 ກີບ;
-  ຄ່າພາສີຂາເຂົ້າ                                                                  =                ຍົກເວັ້ນ;
-  ອາກອນຊົມໃຊ້        100.000.000 x 10%                             =    10.000.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ 100.000.000+ 10.000.000     =  110.000.000 ກີບ;
-  ອາກອນມູນຄ່າເພີ່ມ   110.000.000 x 10%                               =    11.000.000 ກີບ.

ຄ່າພາສີ ແລະອາກອນທີ່ຜູ້ນຳເຂົ້າດັ່ງກ່າວຕ້ອງມອບມີດັ່ງນີ້ :

-  ຄ່າພາສີຂາເຂົ້າ                                                  =             ຍົກເວັ້ນ;
-  ອາກອນຊົມໃຊ້                                                 =    10.000.000 ກີບ;
-  ອາກອນມູນຄ່າເພີ່ມ                                            =     11.000.000 ກີບ;

  ລວມຄ່າພາສີ ແລະອາກອນ ຕ້ອງມອບ        =      21.000.000 ກີບ.

. ກໍລະນີສິນຄ້າທີ່ນຳເຂົ້າຖືກເສຍພາສີຂາເຂົ້າໃນອັດຕາ 0% :

ຕົວຢ່າງ: ໂຮງງານແຫ່ງໜຶ່ງຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດມູນຄ່າ 100.000.000 ກີບ ສິນຄ້າດັ່ງກ່າວຖືກເສຍພາສີຂາເຂົ້າ 0% ຕາມກົດໝາຍວ່າດ້ວຍພາສີ, ຖືກເສຍອາກອນຊົມໃຊ້ 10% ແລະອາກອນມູນຄ່າເພີ່ມ 10%.

ວິທີການຄິດໄລ່ອາກອນມູນຄ່າເພີ່ມຈາກການນຳເຂົ້າສິນຄ້າດັ່ງກ່າວ :

-  ມູນຄ່າແຈ້ງເສັຍພາສີຂາເຂົ້າ ( CIF )                                             =  100.000.000 ກີບ;
-  ຄ່າພາສີຂາເຂົ້າ         100.000.000 x 0%                                   =                  0 ກີບ;
-  ອາກອນຊົມໃຊ້       ( 100.000.000 + 0 )x 10%                         =    10.000.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ (100.000.000+0+ 10.000.000)   =   110.000.000 ກີບ;
-  ອາກອນມູນຄ່າເພີ່ມ   110.000.000 x 10%                                   =     11.000.000 ກີບ.

ຄ່າພາສີ ແລະອາກອນມູນຄ່າເພີ່ມ ທີ່ຜູ້ນຳເຂົ້າດັ່ງກ່າວຕ້ອງມອບ ມີດັ່ງນີ້ :

-  ຄ່າພາສີຂາເຂົ້າ                                                  =                   0 ກີບ;
-  ອາກອນຊົມໃຊ້                                                 =    10.000.000 ກີບ;
-  ອາກອນມູນຄ່າເພີ່ມ                                            =     11.000.000 ກີບ;
  ລວມຄ່າພາສີ ແລະອາກອນ ຕ້ອງມອບ        =     21.000.000 ກີບ.

ຄ. ກໍລະນີສິນຄ້າທີ່ນຳເຂົ້າຖືກເສຍພາສີຂາເຂົ້າ :

ຕົວຢ່າງ: ບໍລິສັດການຄ້າຂາອອກ-ຂາເຂົ້າແຫ່ງໜຶ່ງ ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ນຳເຂົ້າເຄື່ອງຈັກຊັກຜ້າຈາກຕ່າງປະເທດຈຳນວນ 50 ໜ່ວຍ ເພື່ອຂາຍຢູ່ພາຍໃນປະເທດ, ມູນຄ່າ 50.000.000 ກີບ. ອັດຕາພາສີຂາເຂົ້າ 15%, ອັດຕາອາກອນຊົມໃຊ້ 10% ແລະອັດຕາອາກອນມູນຄ່າເພີ່ມ 10%.

ວິທີການຄິດໄລ່ ອາກອນມູນຄ່າເພີ່ມຈາກການນຳເຂົ້າສິນຄ້າດັ່ງກ່າວ :

-  ມູນຄ່າແຈ້ງເສັຍພາສີຂາເຂົ້າ ( CIF )                                                     =  50.000.000 ກີບ;
-  ຄ່າພາສີຂາເຂົ້າ      100.000.000 x 15%                                            =    7.500.000 ກີບ;
-  ອາກອນຊົມໃຊ້   (100.000.000 + 7.500.000)x 10%                         =    5.750.000 ກີບ;
-ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ (50.000.000+7.500.000+5.750.000)  =  63.250.000 ກີບ;
-  ອາກອນມູນຄ່າເພີ່ມ   63.250.000 x 10%                                           =   6.325.000 ກີບ.

ຄ່າພາສີ ແລະອາກອນ ທີ່ຜູ້ນຳເຂົ້າດັ່ງກ່າວຕ້ອງມອບ ມີດັ່ງນີ້ :

-  ຄ່າພາສີຂາເຂົ້າ                                                  =     7.500.000 ກີບ;
-  ອາກອນຊົມໃຊ້                                                 =     5.750.000 ກີບ;
-  ອາກອນມູນຄ່າເພີ່ມ                                            =     6.325.000 ກີບ
ລວມຄ່າພາສີ ແລະອາກອນ ຕ້ອງມອບ         =    19.575.000 ກີບ.

ງ. ກໍລະນີເປັນສິນຄ້າ ທີ່ນຳເຂົ້າຊົ່ວຄາວຈາກຕ່າງປະເທດແຕ່ໄດ້ສະໜອງຢູ່ ສປປ ລາວ :

ສິນຄ້າທີ່ນຳເຂົ້າຊົ່ວຄາວຈາກຕ່າງປະເທດ ຕາມລະບອບງົດເກັບພາສີ ແລະອາກອນຂາເຂົ້າຊົ່ວຄາວ ເພື່ອເອົາມາຮັບໃຊ້ໃນບັນດາສະຖານທູດຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະຊ່ຽວຊານໂຄງການຂອງຕ່າງປະເທດທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ລວມທັງບັນດາບໍລິສັດລົງທຶນພາຍໃນ ແລະຕ່າງປະເທດທີ່ໄດ້ຮັບປະມູນບັນດາໂຄງການສາ ກົນຕ່າງໆຕາມການຕົກລົງຂອງລັດຖະບານ, ຖ້າສິນຄ້າດັ່ງກ່າວຫາກຖືກສະໜອງໃຫ້ແກ່ຜູ້ອື່ນ (ໝົດອາຍຸການນຳເຂົ້າຊົ່ວ ຄາວ ຫຼືບໍ່ ກໍ່ຕາມ ) ຫຼືຊົມໃຊ້ເອງພາຍຫຼັງໝົດອາຍຸການນຳເຂົ້າຊົ່ວຄາວຢູ່ ສປປ ລາວ ຕ້ອງຖືກເສຍພາສີ ແລະອາກອນປະເພດຕ່າງໆໃນເວລາມີການສະໜອງຢ່າງຄົບຖ້ວນ, ເວັ້ນເສຍແຕ່ກໍລະນີສິນຄ້າດັ່ງກ່າວໄດ້ຮັບການຍົກເວັ້ນພາສີ ແລະ/ຫຼືອາກອນ.

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າຂອງສິນຄ້າດັ່ງກ່າວຕາມການປະເມີນ ຫຼືການຕີລາຄາຂອງຄະນະກຳມະການບວກຄ່າພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້ (ຖ້າມີ) ບວກກຳໄລລວມ.

ຄະນະກຳມະການໝາຍເຖິງ ການຈັດຕັ້ງໜຶ່ງ ທີ່ໄດ້ຮັບການແຕ່ງຕັ້ງໂດຍອົງການທີ່ມີສິດອຳນາດກ່ຽວ ຂ້ອງໃຫ້ເຮັດໜ້າທີ່ໃນການຄິດໄລ່ ແລະປະເມີນລາຄາຂອງສິນຄ້ານຳເຂົ້າຊົ່ວຄາວທີ່ຖືກສະໜອງ ຫຼືຈະຖືກສະໜອງຢູ່ ສປປ ລາວ ເພື່ອຈັດເກັບພາສີ-ອາກອນ

ສ່ວນສິນຄ້າທີ່ບໍ່ໄດ້ແຕ່ງຕັ້ງຄະນະກຳມະການຕີລາຄາ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມໃຫ້ອີງໃສ່ລາ ຄາຂາຍຕົວຈິງ ບວກຄ່າພາສີຂາເຂົ້າ (ຖ້າມີ) ບວກອາກອນຊົມໃຊ້(ຖ້າມີ) ແລະກຳໄລລວມແບບກຳນົດ ຊຶ່ງຜູ້ຊື້ຕ້ອງໄດ້ເສຍອາກອນກຳໄລອີກ.

ຕົວຢ່າງ ບໍລິສັດກໍ່ສ້າງແຫ່ງໜຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ຊື້ລົດກະບະໃນມູນຄ່າ 3.000 $ ຈາກຊ່ຽວຊານທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ຜູ້ກ່ຽວໄດ້ນຳເອົາລົດດັ່ງກ່າວເຂົ້າມາໂດຍໄດ້ຮັບເງື່ອນໄຂງົດເກັບພາສີ -ອາກອນຈາກການນຳເຂົ້າຊົ່ວຄາວ. ສະນັ້ນ, ບໍລິສັດກໍ່ສ້າງຈະຕ້ອງຖືກເສຍພາສີຂາເຂົ້າ 30%, ອາກອນຊົມໃຊ້ 25%, ອາກອນມູນຄ່າເພີ່ມ 10%, ອາກອນກຳໄລ 24% (ອັດຕາສ່ວນກຳໄລລວມ 10%, ອັດຕາແລກປ່ຽນຂາຍຂອງທະນາ ຄານ 1 $ = 8.000 ກີບ).

ວິທີການຄິດໄລ່ ອາກອນມູນຄ່າເພີ່ມຈາກການນຳເຂົ້າສິນຄ້າດັ່ງກ່າວ :

-  ມູນຄ່າຊື້                3.000 $ x 8.000                                               = 24.000.000 ກີບ;
-  ຄ່າພາສີຂາເຂົ້າ       24.000.000 x 30%                                              =   7.200.000 ກີບ;
-  ອາກອນຊົມໃຊ້      (24.000.000 + 7.200.000)x 25%                         =   7.800.000 ກີບ;
-  ກຳໄລລວມ (24.000.000+7.200.000+7.800.000)x10%                     =   3.900.000 ກີບ;
-  ອາກອນມູນຄ່າເພີ່ມ (24.000.000+7.200.000+7.800.000+3.900.000)x10%        =   4.290.000 ກີບ;
-  ອາກອນກໍາໄລ           3.900.000 x 24%                                            =      936.000 ກີບ. 

ຄ່າພາສີ ແລະອາກອນຕ້ອງມອບ ມີດັ່ງນີ້ :

-  ຄ່າພາສີຂາເຂົ້າ                                                                         =  7.200.000 ກີບ;
-  ອກຊ+ອາກອນມູນຄ່າເພີ່ມ+ອກລ (7.800.000+4.290.000+936.000)= 13.026.000 ກີບ;

                                      ລວມຄ່າພາສີ ແລະອາກອນ ຕ້ອງມອບ              =  20.226.000 ກີບ.

ຈ. ກໍລະນີເປັນ ສິນຄ້າທີ່ນຳເຂົ້າມາຄືນຫຼັງຈາກສົ່ງອອກໄປຕ່າງປະເທດຊົ່ວຄາວ:

ກໍລະນີສິນຄ້າຖືກສົ່ງອອກໄປຕ່າງປະເທດຊົ່ວຄາວເພື່ອດຳເນີນການບາງຢ່າງຢູ່ຕ່າງປະເທດເຊັ່ນ: ການເກັບ ຄວາມລະອຽດ, ການປຸງແຕ່ງ, ການປຸງແຕ່ງຄືນໃໝ່ ແລະການສ້າງໃໝ່, ການສ້ອມແປງ ຫຼືການປະກອບ.

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມໃນເວລາທີ່ສິນຄ້າດັ່ງກ່າວຖືກນຳເຂົ້າມາ ສປປ ລາວ ຄືນ ແມ່ນຄ່າຕອບແທນສຳລັບວຽກທີ່ໄດ້ດຳເນີນກັບສິນຄ້າດັ່ງກ່າວທີ່ຜູ້ນຳເຂົ້າໄດ້ຊຳລະ ຫຼືຕ້ອງໄດ້ຊຳລະໃຫ້ແກ່ຜູ້ສະໜອງການບໍລິ ການຢູ່ຕ່າງປະເທດ. ຖ້າຫາກບໍ່ມີການຊຳລະຄ່າຕອບແທນ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນມູນຄ່າທີ່ເພີ່ມຂຶ້ນສຳລັບວຽກທີ່ຖືກດຳເນີນກັບສິນຄ້າດັ່ງກ່າວຢູ່ຕ່າງປະເທດ.

ຕົວຢ່າງ: ບໍລິສັດຂາຍຍົກເຄື່ອງໃຊ້ໄຟຟ້າ ກ ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ຂາຍເຄື່ອງໃຊ້ໄຟຟ້າຊະນິດໜຶ່ງໃຫ້ແກ່ລູກຄ້າຢູ່ ສປປ ລາວ, ໄລຍະຕໍ່ມາບໍລິສັດໄດ້ຮັບເຄື່ອງຄືນຈາກລູກຄ້າເນື່ອງຈາກບາງສ່ວນຂອງເຄື່ອງ ໃຊ້ໄຟຟ້າໃຊ້ການບໍ່ໄດ້ແຕ່ບໍລິສັດ ກ ບໍ່ສາມາດສ້ອມແປງຄືນໄດ້ເອງຈຶ່ງໄດ້ສົ່ງເຄື່ອງໄຟຟ້າດັ່ງກ່າວໄປໃຫ້ໂຮງງານຢູ່ຕ່າງ ປະເທດເພື່ອສ້ອມແປງ, ມູນຄ່າສ້ອມແປງແມ່ນເທົ່າກັບ 5.000.000 ກີບ. ເວລາເຄື່ອງໄຟຟ້າດັ່ງກ່າວຖືກນຳເຂົ້າມາຄືນມູນຄ່າທີ່ຖືກເສຍອາກອນມູນຄ່າເພີ່ມແມ່ນ 5.000.000 ກີບ.

ສ. ສຳລັບການນໍາເຂົ້າສິນຄ້າໂດຍບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ ຫຼືໂດຍຜູ້ມອບອາກອນມູນຄ່າເພີ່ມແຕ່ບໍ່ເປັນການເຄື່ອນໄຫວທຸລະກິດ (ເຄື່ອນໄຫວໃນນາມສ່ວນຕົວ) ເປັນບາງຄັ້ງຄາວ ຫຼືເປັນຖ້ຽວ:

1. ກໍລະນີການນຳເຂົ້າສິນຄ້າຈາກຕ່າງປະເທດ :

ຕົວຢ່າງ: ທ່ານ ກ ໄດ້ນຳເຂົ້າເຄື່ອງອາຍເຢັນ 1 ເຄື່ອງ ມາຈາກຕ່າງປະເທດ ເພື່ອຊົມໃຊ້ສ່ວນຕົວ, ມູນຄ່າແຈ້ງເສຍພາສີ 2.000.000 ກີບ, ອັດຕາພາສີຂາເຂົ້າ 15%, ອັດຕາອາກອນຊົມໃຊ້ 10%, ອັດຕາສ່ວນກຳໄລລວມ 10%, ອັດຕາອາກອນມູນຄ່າເພີ່ມ 10%.

ການຄິດໄລ່ ພາສີ ແລະອາກອນ ຈາກການນໍາເຂົ້າ ປະຕິບັດດັ່ງນີ້:

-  ມູນຄ່າແຈ້ງພາສີ (CIF)                                                                         =  2.000.000 ກີບ;
-  ຄ່າພາສີຂາເຂົ້າ   2.000.000 x 15%                                                        =    300.000 ກີບ;
-  ອາກອນຊົມໃຊ້  (2.000.000 + 300.000) x 10%                                      =    230.000 ກີບ;
-  ກຳໄລລວມ (2.000.000 + 300.000 + 230.000) x 10%                           =    253.000 ກີບ;
-  ອາກອນມູນຄ່າເພີ່ມຕ້ອງມອບ(2.000.000+300.000+230.000+253.000)x10% = 278.300 ກີບ;
-  ອາກອນກໍາໄລ ຕ້ອງມອບ  253.000 x 24%                                                 =    60.720 ກີບ.

ທ່ານ ກ ຈະຕ້ອງເສັຍພາສີ ແລະອາກອນ ຈາກການນໍາເຂົ້າ ຄືດັ່ງນີ້:

-  ຄ່າພາສີຂາເຂົ້າ                                                                        =   300.000 ກີບ;
-  ອກຊ+ອາກອນມູນຄ່າເພີ່ມ+ອກລ (230.000 + 253.000 + 60.720)   =   543.720 ກີບ;
                                            ລວມ ຄ່າພາສີ ແລະອາກອນ ຕ້ອງມອບ   =   843.720 ກີບ.

2. ນໍາເຂົ້າສິນຄ້າຈາກ ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ :

ຕົວຢ່າງ: ທ່ານ ກ ໄດ້ນຳເຂົ້າກ້ອງຖ່າຍຮູບຈຳນວນ 5 ອັນ ມາຈາກເຂດເສດຖະກິດພິເສດສະຫວັນ-ເຊໂນ  ເພື່ອຊົມໃຊ້ສ່ວນຕົວ, ມູນຄ່າແຈ້ງເສຍພາສີ 4.000.000 ກີບ/ໜຶ່ງອັນ, ອັດຕາພາສີຂາເຂົ້າ 15%, ອັດຕາອາກອນຊົມໃຊ້ 10%, ອັດຕາສ່ວນກຳໄລລວມ 10%, ອາກອນມູນຄ່າເພີ່ມ 10%.

ການຄິດໄລ່ພາສີ ແລະອາກອນຈາກການນຳເຂົ້າ ປະຕິບັດດັ່ງນີ້:

-     ມູນຄ່າສິນຄ້າແຈ້ງເສຍພາສີ : 4.000.000 x 5                                           =  20.000.000 ກີບ;
-     ຄ່າພາສີ :  20.000.000 x 15%                                                          =    3.000.000 ກີບ;
-     ອາກອນຊົມໃຊ້ :  ( 20.000.000 + 3.000.000 ) 10%                             =   2.300.000 ກີບ;
-     ກຳໄລລວມ(20.000.000+3.000.000+2.300.000 )x10%                      =   2.530.000 ກີບ;
-     ອມພ ຕ້ອງມອບ(20.000.000+3.000.000+2.300.000+2.530.000)x10% =  2.783.000 ກີບ;
-     ອກລ ຕ້ອງມອບ :  2.530.000 x 24%                                                  =     607.200 ກີບ;

ທ່ານ ກ ຈະຕ້ອງເສຍພາສີ ແລະອາກອນຈາກການນຳເຂົ້າດັ່ງກ່າວ ດັ່ງນີ້:

-     ຄ່າພາສີ :    3.000.000 ກີບ;
-     ອກຊ,ອາກອນມູນຄ່າເພີ່ມ,ອກລ (2.300.000 +2.783.000 +607.200)  =5.690.200 ກີບ;
                        ລວມ ພາສີ ແລະອາກອນ                                         =  8.690.200 ກີບ.

2)   ການຄິດໄລ່ອາກອນມູນຄ່າເພີ່ມຈາກການສະໜອງ (ການຂາຍ) ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ :

ກ. ການຄິດໄລ່ອາກອນມູນຄ່າເພີ່ມ ຈາກກການສະໜອງສິນຄ້າ :

1. ກໍລະນີການສະໜອງສິນຄ້າຖືກເສຍອາກອນມູນຄ່າເພີ່ມ 10% :

ຕົວຢ່າງ: ໂຮງງານຜະລິດກະເບື້ອງແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມໄດ້ຈຳໜ່າຍຜະລິດຕະພັນກະເບື້ອງຢູ່ ສປປ ລາວ ໃນມູນຄ່າບໍ່ລວມອາກອນມູນຄ່າເພີ່ມ  50.000.000 ກີບ.

ອາກອນມູນຄ່າເພີ່ມທີ່ຜູ້ມອບອາກອນມູນຄ່າເພີ່ມຄິດໄລ່ເກັບໃນເວລາມີການສະໜອງ ແມ່ນ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                         =  50.000.000 ກີບ;
-  ອາກອນມູນຄ່າເພີ່ມ   50.000.000 x 10%            =    5.000.000 ກີບ.

2. ກໍລະນີການສະໜອງສິນຄ້າທີ່ຖືກເສຍອາກອນຊົມໃຊ້ ແລະອາກອນມູນຄ່າເພີ່ມ :

ຕົວຢ່າງ: ຜູ້ມອບອາກອນມູນຄ່າເພີ່ມໄດ້ຈຳໜ່າຍຜະລິດຕະພັນເຄື່ອງປັບອາກາດຈຳນວນ 10 ໜ່ວຍ ໃຫ້ແກ່ບໍລິສັດກໍ່ສ້າງແຫ່ງໜຶ່ງ, ລາຄາບໍ່ລວມອາກອນຊົມໃຊ້ ແລະອາກອນມູນຄ່າເພີ່ມ 60.000.000 ກີບ. ອັດຕາອາ ກອນຊົມໃຊ້ແມ່ນ 15% ອັດຕາອາກອນມູນຄ່າເພີ່ມ 10%.

ວິທີຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ຄືດັ່ງນີ້:

-  ອາກອນຊົມໃຊ້        60.000.000 x 15%                          =  9.000.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ (60.000.000+9.000.000) = 69.000.000 ກີບ;
-  ອາກອນມູນຄ່າເພີ່ມ  69.000.000 x 10%                           =   6.900.000 ກີບ.

3.    ກໍລະນີການສົ່ງອອກຊັບພະກອນທຳມະຊາດ  :

ຕົວຢ່າງ 1. ບໍລິສັດຂຸດຄົ້ນແຮ່ທາດ ໄດ້ສົ່ງອອກແຮ່ກົ່ວທີ່ຜ່ານການປຸງແຕ່ເບື້ອງຕົ້ນ ໂດຍກັ່ນຕອງອອກມາເປັນເມັດກົ່ວແຕ່ບໍ່ແມ່ນຜະລິດຕະພັນສຳເລັດຮູບໄປຕ່າງປະເທດຈຳນວນ 2.500 ໂຕນ, ມູນຄ່າສົ່ງອອກ 5.000 $/ໂຕນ ອັດຕາແລກປ່ຽນ 1 $ = 8.000 ກີບ.

ວິທີການຄິດໄລ່ ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ : 2.500 x 5.000 x 8.000 = 100.000.000.000 ກີບ;
-  ອາກອນມູນຄ່າເພີ່ມ :                 100.000.000.000 x 10% =   10.000.000.000 ກີບ;

ການສົ່ງອອກແຮ່ທາດ (ແຮ່ກົ່ວ) ທີ່ບໍ່ແມ່ນຜະລິດຕະພັນສໍາເລັດຮູບ ແມ່ນບໍ່ອະນຸຍາດໃຫ້ຫັກ ແລະສົ່ງຄືນເງິນອາກອນມູນຄ່າເພີ່ມໄດ້, ສະນັ້ນຈໍານວນອາກອນມູນຄ່າເພີ່ມທີ່ຄິດໄລ່ໄດ້ດັ່ງກ່າວນີ້ ແມ່ນຕ້ອງມອບເຂົ້າງົບປະ ມານແຫ່ງລັດທັງໝົດ.

ຕົວຢ່າງ 2. ໂຮງເລື່ອຍໄມ້ ໄດ້ສົ່ງອອກໄມ້ແປຮູບ ຄື: ໄມ້ 4x8x400 ຈໍານວນ 200 ແມັດກ້ອນ ໃນມູນຄ່າ 3.000.000 ກີບ/ແມັດກ້ອນ,ໄມ້5x10x500 ຈໍານວນ 300 ແມັດກ້ອນ ໃນມູນຄ່າ 3.500.000 ກີບ/ແມັດກ້ອນ, ໄມ້5x12x600 ຈໍານວນ 350 ແມັດກ້ອນ ໃນມູນຄ່າ 5.000.000 ກີບ/ແມັດກ້ອນ, ໄມ້ 5x15x600 ຈໍານວນ 400 ແມັດກ້ອນ ໃນມູນຄ່າ 7.500.000 ກີບ/ແມັດກ້ອນ ໄປຕ່າງປະເທດ ມູນຄ່າສົ່ງອອກໄມ້ແຕ່ລະປະເພດດັ່ງນີ້ :

-     ໄມ້ (4x8x400)                 200x3.000.000 =   600.000.000 ກີບ;
-     ໄມ້ (5x10x500)               300x3.500.000 = 1.050.000.000 ກີບ;
-     ໄມ້ (5x12x600)                350x5.000.000 = 1.750.000.000 ກີບ;
-     ໄມ້ (5x15x600)                400x7.500.000= 3.000.000.000 ກີບ;
                ລວມມູນຄ່າສົ່ງອອກທັງໝົດ                = 6.400.000.000 ກີບ;

ວິທີການຄິດໄລ່ ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:

+ ພື້ນຖານຄິດໄລ່ ອາກອນມູນຄ່າເພີ່ມ :                          = 6.400.000.000 ກີບ;
+ ອາກອນມູນຄ່າເພີ່ມ :           6.400.000.000 x 10% =    640.000.000 ກີບ.

ການສົ່ງອອກໄມ້ແປຮູບ  ແມ່ນບໍ່ສາມາດຫັກ ແລະສົ່ງຄືນເງິນອາກອນມູນຄ່າເພີ່ມໄດ້, ສະນັ້ນຈໍານວນອາ ກອນມູນຄ່າເພີ່ມທີ່ຄິດໄລ່ໄດ້ດັ່ງກ່າວນີ້ແມ່ນຕ້ອງມອບເຂົ້າງົບປະມານທັງໝົດ.

ຕົວຢ່າງ 3. ໂຮງເລື່ອຍໄມ້ແຫ່ງໜຶ່ງ ໄດ້ສົ່ງອອກໄມ້ແປຮູບ ປະກອບມີ: ໄມ້ 4x8x400 ຈໍານວນ 200 ແມັດກ້ອນ ໃນມູນຄ່າ 3.000.000 ກີບ/ແມັດກ້ອນ,ໄມ້ 5x10x500 ຈໍານວນ 300 ແມັດກ້ອນ ໃນມູນຄ່າ 3.500.000 ກີບ/ແມັດກ້ອນ, ໄມ້ 5x12x600 ຈໍານວນ 350 ແມັດກ້ອນ ໃນມູນຄ່າ 5.000.000 ກີບ/ແມັດກ້ອນ ແລະຜະລິດຕະພັນສຳເລັດຮູບຈາກໄມ້  ຊຶ່ງປະກອບມີ: ຕຽງນອນ, ຊຸດໂຊຟາໄມ້, ໂຕະກິນເຂົ້າ ມູນຄ່າທັງໝົດ 1.200.000.000 ກີບ  ໄປຕ່າງປະເທດມູນຄ່າສົ່ງອອກໄມ້ແປຮູບແຕ່ລະປະເພດ ດັ່ງນີ້ :

-     ໄມ້ (4x8x400)                   200 x 3.000.000 =   600.000.000 ກີບ;
-     ໄມ້ (5x10x500)                  300 x 3.500.000 = 1.050.000.000 ກີບ;
-     ໄມ້ (5x12x600)                  350 x 5.000.000 = 1.750.000.000 ກີບ;
              ລວມມູນຄ່າສົ່ງອອກໄມ້ແປຮູບ                    = 3.400.000.000 ກີບ
                    ມູນຄ່າສົ່ງອອກຜະລິດຕະພັນສຳເລັດຮູບ =  1.200.000.000 ກີບ
                                    ລວມມູນຄ່າສົ່ງອອກທັງໝົດ =  4.600.000.000  ກີບ.

ໂຮງເລື່ອຍໄມ້ ໄດ້ເສຍອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າໃນເວລາຊື້ໄມ້ທີ່ຕິດພັນກັບການສົ່ງອອກນີ້ ຈໍານວນ 306.700.000 ກີບ ມີຫຼັກຖານອ້າງອີງສາມາດຫັກໄດ້ທັງໝົດ.

ວິທີຄິດໄລ່ ອາກອນມູນຄ່າເພີ່ມຈາກການສົ່ງອອກທີ່ຖືກອັດຕາ 10% ໃຫ້ປະຕິບັດ ດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ :                           =  3.400.000.000 ກີບ;
-  ອາກອນມູນຄ່າເພີ່ມ :            3.400.000.000 x 10% =     340.000.000 ກີບ.

ການເຄື່ອນໄຫວດັ່ງກ່າວ ໄດ້ມີການສົ່ງອອກໄມ້ແປຮູບທີ່ຖືກຄິດໄລ່ອາກອນມູນຄ່າເພີ່ມ ໃນອັດຕາ 10% ຊຶ່ງບໍ່ສາມາດຫັກອາກອນມູນຄ່າເພີ່ມໄດ້ ແລະມີການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບທີ່ຖືກຄິດໄລ່ອັດຕາ 0% ຊຶ່ງສາມາດຂໍຄືນເງິນອາກອນມູນຄ່າເພີ່ມໄດ້.

ສະນັ້ນ, ວິທີການຄິດໄລ່ສໍາລັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ທີ່ຕິດພັນກັບການສົ່ງອອກຖືກອັດຕາ 0% ໃຫ້ປະຕິບັດຕາມຊັດສ່ວນດັ່ງນີ້ :

                               1.200.000.000 x 100

ຊັດສ່ວນການສົ່ງອອກຖືກ 0% = -----------------------------  =   26,08%

                                   4.600.000.000

 

- ຈໍານວນເງິນອາກອນມູນຄ່າເພີ່ມ ທີ່ຈະຕ້ອງສົ່ງຄືນ:   306.700.000 x 26,08%  = 79.987.360 ກີບ;
- ຈໍານວນເງິນອາກອນມູນຄ່າເພີ່ມທີ່ຈະຕ້ອງມອບ:   340.000.000-79.987.360 = 260.012.640 ກີບ.

4.    ກໍລະນີການສະໜອງສິນຄ້າທີ່ມີຄ່າໃຊ້ຈ່າຍອື່ນໆເພີ່ມຕື່ມ ໂດຍບໍ່ລວມເຂົ້າໃນມູນຄ່າສິນຄ້າດັ່ງ ກ່າວ:

ຕົວຢ່າງ: ຜູ້ມອບອາກອນມູນຄ່າເພີ່ມຢູ່ນະຄອນຫຼວງວຽງຈັນໄດ້ຈຳໜ່າຍຈັກຊັກເຄື່ອງຈຳນວນ 15 ໜ່ວຍ ໃຫ້ແກ່ບໍລິສັດແຫ່ງໜຶ່ງຢູ່ຫຼວງພະບາງ, ມູນຄ່າບໍ່ລວມອາກອນຊົມໃຊ້ ແລະອາກອນມູນຄ່າເພີ່ມແມ່ນ 30.000.000 ກີບ, ອັດຕາອາກອນຊົມໃຊ້ 10%. ອີງຕາມສັນຍາ, ຜູ້ສະໜອງຍັງຄິດໄລ່ເກັບຄ່າຂົນສົ່ງຈັກຊັກເຄື່ອງແຕ່ນະຄອນຫຼວງວຽງຈັນຫາສະຖານທີ່ດຳເນີນທຸລະກິດຂອງຜູ້ຊື້ຢູ່ຫຼວງພະບາງ 1.000.000 ກີບ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ມູນຄ່າການສະໜອງ ບໍ່ລວມ ອກຊ ແລະອາກອນມູນຄ່າເພີ່ມ                           =  30.000.000 ກີບ;
-  ອາກອນຊົມໃຊ້  30.000.000 x 10%                                                 =    3.000.000 ກີບ;
-  ຄ່າຂົນສົ່ງ                                                                                     =     1.000.000 ກີບ;
-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ  (30.000.000+3.000.000+1.000.000) =  34.000.000 ກີບ;
-  ອາກອນມູນຄ່າເພີ່ມ 34.000.000 x 10%                                              =    3.400.000 ກີບ.

5.    ກໍລະນີ ການສະໜອງສິນຄ້າເພື່ອການຊົມໃຊ້ເອງ, ໃຫ້ເປັນຂອງຂວັນ, ລາງວັນ :

ຕົວຢ່າງ: ໃນເດືອນມັງກອນ ໂຮງງານຜະລິດຊີມັງແຫ່ງໜຶ່ງ ເປັນຜູ້ມອບອາກອນມູນຄ່າເພີ່ມໄດ້ນຳເອົາຊີ ມັງຈຳນວນ 60 ໂຕນທີ່ຕົນຜະລິດອອກມາເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເຮືອນທ່ານຜູ້ອຳນວຍການໂຮງງານ, ໃຫ້ຜູ້ອື່ນເປັນຂອງຂວັນ ແລະລາງວັນຈຳນວນ 5 ໂຕນໄດ້ຂາຍຊີມັງອອກຈຳນວນ 10.000 ໂຕນ ໃນມູນຄ່າຂາຍບໍ່ລວມອາກອນມູນຄ່າເພີ່ມໂຕນລະ 600.000 ກີບ.

ວິທີຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

1.    ການນຳໃຊ້ຊີມັງກໍ່ສ້າງເຮືອນໃຫ້ຜູ້ອຳນວຍການ:

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນ 600.000 ກີບຕໍ່ໂຕນ ເນື່ອງຈາກວ່າບໍລິສັດໄດ້ຂາຍຊີມັງຕາມທ້ອງຕະຫຼາດໃນລາຄາດັ່ງກ່າວ, ສະນັ້ນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ສຳລັບຊີມັງ 60 ໂຕນທີ່ໃຊ້ກໍ່ສ້າງເຮືອນ ແມ່ນ 600.000 x 60 = 36.000.000 ກີບ. ອາກອນມູນຄ່າເພີ່ມ ທີ່ຖືກຄິດໄລ່ ແມ່ນ: 36.000.000 x 10% = 3.600.000 ກີບ;

2.    ການເອົາຊີມັງໃຫ້ຜູ້ອື່ນເພື່ອເປັນຂອງຂວັນ ແລະລາງວັນ:

ອີງຕາມເຫດຜົນດຽວກັນ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນ 600.000 x 5 = 3.000.000 ກີບ ແລະອາກອນມູນຄ່າເພີ່ມທີ່ຖືກເສຍສຳລັບຊີມັງດັ່ງກ່າວ ແມ່ນ: 3.000.000 x 10% = 300.000 ກີບ;

3.    ຊີມັງທີ່ຖືກຂາຍ:

-     ພື້ນຖານຄິດໄລ່ ອາກອນມູນຄ່າເພີ່ມ ແມ່ນ        600.000 x 10.000= 6.000.000.000 ກີບ;
-     ອາກອນມູນຄ່າເພີ່ມສຳລັບການຂາຍ ແມ່ນ   6.000.000.000 x 10%=   600.000.000 ກີບ.

ລວມອາກອນມູນຄ່າເພີ່ມ 3 ກໍລະນີ: 3.600.000+300.000+600.000.000 = 603.900.000 ກີບ.

6.    ກໍລະນີການສະໜອງສິນຄ້າໂດຍຕົວແທນຈຳໜ່າຍ :

ຕົວຢ່າງ: ທ່ານ ຂ ດຳເນີນທຸລະກິດຂາຍລົດຈັກທີ່ເມືອງປາກເຊ ແຂວງຈຳປາສັກ ຊຶ່ງເປັນຕົວແທນຈຳໜ່າຍໃຫ້ແກ່ບໍລິສັດຜະລິດລົດຈັກ ກ ຢູ່ທີ່ນະຄອນຫຼວງວຽງຈັນ. ທ່ານ ຂ ໄດ້ຮັບລົດຈັກຈາກບໍລິສັດຜະລິດລົດຈັກ ກ ໄປຈຳໜ່າຍຈຳນວນ 50 ຄັນ ຕົກເປັນມູນຄ່າ 750.000.000 ກີບ. ພາຍໃນເດືອນ ທ່ານ ຂ ໄດ້ຂາຍລົດອອກຈຳນວນ 30 ຄັນມູນຄ່າຂາຍບໍ່ລວມອາກອນມູນຄ່າເພີ່ມຄັນລະ 18.000.000 ກີບ, ລວມມູນຄ່າຂາຍບໍ່ລວມອາ ກອນມູນຄ່າເພີ່ມທັງໝົດ 540.000.000 ກີບ.

ວິທີຄິດໄລ່ອາກອນມູນຄ່າເພີ່ມມີດັ່ງນີ້ :

1.  ບໍລິສັດ ກ ຄິດໄລ່ເກັບ ຈາກທ່ານ  ຂ : 750.000.000x10% = 75.000.000 ກີບ;
2. ທ່ານ ຂ ຄິດໄລ່ເກັບຈາກລູກຄ້າ :       540.000.000x10% = 54.000.000 ກີບ.

7.    ກໍລະນີ ການຂາຍສິນຄ້າ ຫຼືຊັບສິນໂດຍສະຖາບັນການເງິນ ຫຼືທຸລະກິດເຊົ່າສິນເຊື່ອ :

ຕົວຢ່າງ  1: ທຸລະກິດເຊົ່າສິນເຊື່ອ  ກ ໄດ້ປ່ອຍເງິນກູ້ໃຫ້ ທ້າວ ຂ ຈຳນວນ  500.000.000 ກີບ ໃນສັນຍາກູ້ຢືມໄດ້ກຳນົດການຊຳລະສະສາງໃນໄລຍະ 3 ປີ ແລະມີການຈ່າຍດອກເບັ້ຍໃນອັດຕາ 3% ຕໍ່ເດືອນ ແລະໄດ້ປະຕິບັດຕາມສັນຍາເປັນປົກກະຕິມາໄດ້ 3 ປີ ແຕ່ ທ້າວ ຂ ບໍ່ສາມາດຊຳລະຕົ້ນທຶນທີ່ກູ້ຢືມນັ້ນໄດ້ຕາມຈຳນວນ  ຈຶ່ງໄດ້ເອົາລົດມາສະສາງຄືນໃຫ້ແກ່ທຸລະກິດໃຫ້ເຊົ່າສິນເຊື່ອດັ່ງກ່າວ ເທົ່າກັບມູນຄ່າທີ່ກູ້ຢືມ. ຕໍ່ມາທຸລະກິດໃຫ້ເຊົ່າສິນເຊື່ອໄດ້ຂາຍລົດຄັນນັ້ນອອກໃນລາຄາ 55.000$; 1$ = 8.000 ກີບ:

ວິທີຄິດໄລ່ອາກອນມູນຄ່າເພີ່ມ ຕ້ອງປະຕິບັດ :

-     ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ : 55.000 $ x 8.000 =  440.000.000 ກີບ;
-     ອາກອນມູນຄ່າເພີ່ມ ຄິດໄລ່ໄດ້ :  440.000.000 x 10%  =    44.000.000 ກີບ.

ຕົວຢ່າງ 2: ບໍລິສັດເຊົ່າສິນເຊື່ອຈຳກັດແຫ່ງໜຶ່ງ ໄດ້ມີການບໍລິການໄປເກັບເງິນກັບທີ່ນຳລູກຄ້າ (ເກັບຢູ່ເຮືອນຂອງຜູ້ກູ້ຢືມ) ຊຶ່ງມີການຄິດໄລ່ຄ່າບໍລິການ 20.000 ກີບ/ລູກຄ້າ, ຈໍານວນລູກຄ້າທີ່ໃຊ້ບໍລິການທັງໝົດ 200 ຄົນ

ວິທີຄິດໄລ່ອາກອນມູນຄ່າເພີ່ມສຳລັບຄ່າບໍລິການ ປະຕິບັດດັ່ງນີ້ :

-     ມູນຄ່າລວມທີ່ໄດ້ຮັບພາຍໃນ 1 ເດືອນ :    200 x 20.000    =  4.000.000 ກີບ;
-     ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ : 4.000.000x100/110   =  3.636.360 ກີບ;

ອາກອນມູນຄ່າເພີ່ມ ທີ່ຄິດໄລ່ 3.636.360 x10%             =     363.600 ກີບ ( ມົນຕົວເລກເສດ ).

8.    ກໍລະນີການສະໜອງສິນຄ້າທີ່ມີມູນຄ່າລວມອາກອນມູນຄ່າເພີ່ມ :

ຕົວຢ່າງ: ທ່ານ ກ ໄດ້ຊື້ລົດກະບະ 4 ປະຕູ ນໍາບໍລິສັດຈຳໜ່າຍລົດແຫ່ງໜຶ່ງ ໃນໃບເກັບເງິນໄດ້ຂຽນລາ ຄາທີ່ລວມມີອາກອນມູນຄ່າເພີ່ມ (ບໍ່ໄດ້ແຍກອາກອນມູນຄ່າເພີ່ມຕ່າງຫາກ)  ເປັນຈຳນວນເງິນ 24.000$, ແຕ່ຜູ້ກ່ຽວຂໍຈ່າຍກ່ອນ 15.000$ (ອັດຕາແລກປ່ຽນມື້ຊຳລະແມ່ນ 8.000 ກີບ/1$) ໍຈ່າຍກ່ອນຊຳລະລິການຈັດຫາງານສ່ວນຍັງເຫຼືອ 9.000 $ ນັ້ນ ແມ່ນໄດ້ຕົກລົງຜ່ອນຊຳລະໄລຍະເວລາ 9 ເດືອນ ແລະໄດ້ກຳນົດໃຫ້ຈ່າຍດອກເບັ້ຍເດືອນລະ 5% ຂອງມູນຄ່າຍັງເຫຼືອຕໍ່ເດືອນ.

ການຄິດໄລ່ອາກອນມູນຄ່າເພີ່ມທີ່ຜູ້ສະໜອງຕ້ອງປະຕິບັດ:

-     ມູນຄ່າຂາຍລວມອາກອນມູນຄ່າເພີ່ມ   24.000 $ x 8.000  =   192.000.000  ກີບ;
-     ອາກອນມູນຄ່າເພີ່ມ 192.000.000 x 10%                      =     19.200.000 ກີບ.

ສຳລັບການຂາຍດ້ວຍວິທີຜ່ອນຊຳລະຕ້ອງຄິດໄລ່ ແລະເກັບອາກອນມູນຄ່າເພີ່ມຈາກການຂາຍທັງໝົດໃນຄັ້ງດຽວ, ບໍ່ໃຫ້ຄິດໄລ່ ແລະເກັບອາກອນມູນຄ່າເພີ່ມໃນເວລາຊຳລະເປັນແຕ່ລະຄັ້ງຜູ້ຂາຍຕ້ອງຄິດໄລ່ ແລະກຳນົດຈຳ ນວນອາກອນມູນຄ່າເພີ່ມ ຕາມວິທີການຄິດໄລ່ຢູ່ຂ້າງເທິງໃສ່ໃນໃບເກັບເງິນໃຫ້ຖືກຕ້ອງຊັດເຈນ ສ່ວນຈຳນວນເງິນຄ່າດອກເບັ້ຍທີ່ຜູ້ຊື້ໄດ້ຈ່າຍເພີ່ມແຕ່ລະຄັ້ງນັ້ນແມ່ນໃຫ້ຖືເປັນລາຍຮັບການເງິນຂອງຜູ້ຂາຍ ແລະຈະບໍ່ນຳມາເປັນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ .

ຂ. ການຄິດໄລ່ອາກອນມູນຄ່າເພີ່ມ ຈາກການສະໜອງການບໍລິການ:

1. ກໍລະນີການສະໜອງການບໍລິການຖືກເສຍອາກອນມູນຄ່າເພີ່ມ 10%

ຕົວຢ່າງ 1: ການສະໜອງການບໍລິການຮັບເໝົາໂຄງການກໍ່ສ້າງເສັ້ນທາງຊຶ່ງໄດ້ນຳໃຊ້ງົບປະມານຂອງລັດ 100% ມູນຄ່າກໍ່ສ້າງ 15.000.000.000 ກີບ ບໍ່ລວມອາກອນມູນຄ່າເພີ່ມ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                           =  15.000.000.000 ກີບ;
-  ອາກອນມູນຄ່າເພີ່ມ  15.000.000.000 x 10%         =    1.500.000.000 ກີບ.

ຕົວຢ່າງ 2: ບໍລິສັດຂຸດຄົ້ນບໍ່ແຮ່ທາດ ເປັນຜູ້ມອບອາກອນມູນຄ່າເພີ່ມໄດ້ເຊັນສັນຍາເຊົ່າກົນຈັກໜັກກັບບໍລິສັດບໍລິການໃຫ້ເຊົ່າລົດແຫ່ງໜຶ່ງ ເພື່ອນຳໃຊ້ເຂົ້າໃນການຂຸດຄົ້ນແຮ່ທາດ ຊຶ່ງມີລົດຈົກ-ຕັກ 1 ຄັນ, ລົດດຸດ1ຄັນ, ລົດຂົນດິນ 4 ຄັນ, ລວມມູນຄ່າເຊົ່າໃນສັນຍາທີ່ບໍ່ລວມອາກອນມູນຄ່າເພີ່ມ 3.000.000.000 ກີບ/ປີ. ກຳນົດເວລາເຊົ່າຕາມສັນຍາເຊົ່າ ແມ່ນ 3 ປີ ຊຶ່ງເລີ່ມແຕ່ວັນທີ 01 ມັງກອນ ຂອງປີ N ແລະໄດ້ຕົກລົງໃຫ້ຜູ້ເຊົ່າຕ້ອງຊຳລະຄ່າເຊົ່າເປັນແຕ່ລະປີ ໂດຍກຳນົດໃຫ້ຊໍາລະພາຍໃນເດືອນມັງກອນຂອງແຕ່ລະປີ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມຈາກການສະໜອງບໍລິການໃຫ້ເຊົ່າມີດັ່ງນີ້ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                           =  3.000.000.000 ກີບ;
-  ອາກອນມູນຄ່າເພີ່ມ           3.000.000.000 x 10% =     300.000.000 ກີບ.   

2      ການສະໜອງການບໍລິການ ໃນກໍລະນີທີ່ມີການຊຳລະດ້ວຍຮູບການແລກປ່ຽນ :

ຕົວຢ່າງ 1: ລັດຖະບານລາວມີຄວາມຕ້ອງການສ້າງທາງປູຢາງຈາກແຂວງໜຶ່ງໄປຫາອີກແຂວງໜຶ່ງ ຊຶ່ງມູນຄ່າການກໍ່ສ້າງທາງບໍ່ລວມອາກອນມູນຄ່າເພີ່ມເທົ່າກັບ 50 ຕື້ກີບ. ໂຄງການກໍ່ສ້າງທາງດັ່ງກ່າວລັດຖະບານໄດ້ຕົກລົງມອບໃຫ້ບໍລິສັດກໍ່ສ້າງ-ຂົວທາງແຫ່ງໜຶ່ງເປັນຜູ້ຮັບເໝົາກໍ່ສ້າງ, ສ່ວນຄ່າກໍ່ສ້າງ ແລະອາກອນມູນຄ່າເພີ່ມນັ້ນ ແມ່ນຊຳລະເປັນໄມ້ແທນໂດຍມີມູນຄ່າເທົ່າກັນ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມສຳລັບການກໍ່ສ້າງ ໃຫ້ປະຕິບັດດັ່ງນີ້ :

-  ມູນຄ່າກໍ່ສ້າງທາງຕາມສັນຍາບໍ່ລວມອາກອນມູນຄ່າເພີ່ມ   =  50.000.000.000 ກີບ;
-  ອາກອນມູນຄ່າເພີ່ມ     50.000.000.000 x 10%    =    5.000.000.000 ກີບ.

ຕົວຢ່າງ 2: ບໍລິສັດຂົນສົ່ງແຫ່ງໜຶ່ງ ເປັນຜູ້ມອບອາກອນມູນຄ່າເພີ່ມ ມີຄວາມຕ້ອງການຈະກໍ່ສ້າງອາຄານເພື່ອໃຊ້ເປັນຫ້ອງການຂອງບໍລິສັດມູນຄ່າບໍ່ລວມອາກອນມູນຄ່າເພີ່ມແມ່ນ 250.000.000 ກີບ ແລະໃນຂະນະດຽວກັນນັ້ນໄດ້ມີບໍລິສັດກໍ່ສ້າງແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມເຊັ່ນກັນມີຄວາມຕ້ອງການຈະຂົນສົ່ງວັດຖຸອຸປະ ກອນກໍ່ສ້າງຂອງບໍລິສັດໄປສະໜາມຮັບເໝົາກໍ່ສ້າງຢູ່ແຂວງອື່ນ, ທັງສອງບໍລິສັດຈຶ່ງໄດ້ຕົກລົງເຊັນສັນຍາແລກປ່ຽນການສະໜອງບໍລິການນຳກັນໃນມູນຄ່າທີ່ເທົ່າກັນ 250.000.000 ກີບ.

ກໍລະນີນີ້ ຖືວ່າບໍລິສັດຂົນສົ່ງ ແລະບໍລິສັດກໍ່ສ້າງໄດ້ກາຍເປັນຜູ້ຊົມໃຊ້ການບໍລິການ, ສະນັ້ນແຕ່ລະຝ່າຍຈະຕ້ອງຖືກຄິດໄລ່ອາກອນມູນຄ່າເພີ່ມໃນຈຳນວນມູນຄ່າເທົ່າກັນ ດັ່ງນີ້:

-   ອາກອນມູນຄ່າເພີ່ມ: 250.000.000ກີບ x 10% = 25.000.000 ກີບ.

ຕົວຢ່າງ 3: ບຸກຄົນໜຶ່ງໄດ້ຊື້ລົດໃຫຍ່ຈາກຮ້ານຂາຍລົດທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ຈໍານວນໜຶ່ງຄັນ ໃນລາຄາບໍ່ລວມອາກອນມູນຄ່າເພີ່ມ 100.000.000 ກີບ, ໃນເວລາດຽວກັນ ຜູ້ກ່ຽວໄດ້ເອົາລົດໃຫຍ່ຂອງຕົນທີ່ໄດ້ນຳໃຊ້ມາແລ້ວໄລຍະໜຶ່ງໄປແລກປ່ຽນໃຫ້ແກ່ຮ້ານຂາຍລົດຊຶ່ງຕີມູນຄ່າ 20.000.000 ກີບ. ສະນັ້ນ ຜູ້ກ່ຽວຈຶ່ງຈະໄດ້ຈ່າຍເງິນເພີ່ມຕື່ມໃຫ້ແກ່ຮ້ານຂາຍລົດຈຳນວນ 80.000.000 ກີບ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມ ສຳລັບການຂາຍລົດດັ່ງກ່າວ ມີດັ່ງນີ້:

ການຂາຍລົດໃຫຍ່ໂດຍຮ້ານຂາຍລົດ ແມ່ນການເຄື່ອນໄຫວທຸລະກິດຂອງຜູ້ມອບອາກອນມູນຄ່າເພີ່ມ ຖືວ່າຢູ່ໃນຂອບເຂດອາກອນມູນຄ່າເພີ່ມ, ສະນັ້ນ ຈຶ່ງຖືກເສຍອາກອນມູນຄ່າເພີ່ມ, ພື້ນຖານຄິດໄລ່ແມ່ນລາຄາຂາຍຕາມທ້ອງຕະຫຼາດຂອງລົດໃຫຍ່ 100.000.000 ກີບ.

ການຂາຍລົດເກົ່າໂດຍບຸກຄົນທົ່ວໄປ ບໍ່ຖືວ່າເປັນການເຄື່ອນໄຫວທີ່ຢູ່ໃນຂອບເຂດຂອງອາກອນມູນຄ່າເພີ່ມ ຍ້ອນວ່າຜູ້ກ່ຽວບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ.

ຕົວຢ່າງ 4: ຜູ້ມອບອາກອນມູນຄ່າເພີ່ມ ທີ່ເປັນບໍລິສັດຜະລິດລາຍການໂທລະພາບແຫ່ງໜຶ່ງໄດ້ມີການຕົກລົງກັບຜູ້ມອບອາກອນມູນຄ່າເພີ່ມທີ່ເປັນຮ້ານຈຳໜ່າຍເຄື່ອງດື່ມແຫ່ງໜຶ່ງວ່າ ຮ້ານຈຳໜ່າຍເຄື່ອງດື່ມຈະສົ່ງເຄື່ອງດື່ມໃຫ້ລ້າໆທຸກໆວັນໃນລະຫວ່າງການຜະລິດລະຄອນໂທລະທັດ, ມູນຄ່າທັງໝົດຂອງເຄື່ອງດື່ມທີ່ຈະຖືກສົ່ງໃຫ້ແມ່ນ 5.000.000 ກີບ (ລາຄາຊື້ຂອງຮ້ານຈຳໜ່າຍເຄື່ອງດື່ມລວມອາກອນຊົມໃຊ້ແຕ່ບໍ່ລວມອາກອນມູນຄ່າເພີ່ມ) ເພື່ອໃຫ້ບັນດານັກສະແດງຢູ່ໃນລະຄອນໂທລະພາບໄດ້ດື່ມ, ແຕ່ສັນຍາກັນວ່າເມື່ອຮອດຕອນທ້າຍຂອງແຕ່ລະສາກ ເຄື່ອງໝາຍຂອງເຄື່ອງດື່ມຕ້ອງໃຫ້ມີການປະກົດອອກມາຢູ່ໃນ 5 ວິນາທີ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມ ສຳລັບການເຄື່ອນໄຫວດັ່ງກ່າວ ມີດັ່ງນີ້:

ກໍລະນີດັ່ງກ່າວນີ້ ທັງສອງຝ່າຍໄດ້ກາຍເປັນຜູ້ສະໜອງສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມ ຄື: ຮ້ານຈຳໜ່າຍເຄື່ອງດື່ມໄດ້ເປັນຜູ້ສະໜອງເຄື່ອງດື່ມໃຫ້ບໍລິສັດຜະລິດລາຍການໂທລະພາບໂດຍໄດ້ຮັບຄ່າຕອບແທນດ້ວຍການໂຄສະນາໃນຕອນທ້າຍຂອງສາກລະຄອນ ແລະບໍລິສັດຜະລິດລາຍການໂທລະພາບໄດ້ເປັນຜູ້ສະ ໜອງບໍລິການໂຄສະນາໃຫ້ຮ້ານຂາຍເຄື່ອງດື່ມ ໂດຍໄດ້ຮັບຄ່າຕອບແທນເປັນເຄື່ອງດື່ມໃນມູນຄ່າທີ່ເທົ່າກັນ ຄື 5.000.000 ກີບ, ສະນັ້ນ ທັງສອງຝ່າຍຕ້ອງໄດ້ຄິດໄລ່ເກັບອາກອນມູນຄ່າເພີ່ມຊຶ່ງກັນ ແລະກັນ, ພື້ນຖານຄິດໄລ່ອາ ກອນມູນຄ່າເພີ່ມ ແມ່ນລາຄາຂາຍຕາມທ້ອງຕະຫຼາດ ຊຶ່ງແມ່ນມູນຄ່າທັງໝົດຂອງເຄື່ອງດື່ມທີ່ຖືກສົ່ງມາໃຫ້ນັ້ນກໍ່ຄື 5.000.000 ກີບ, ອາກອນມູນຄ່າເພີ່ມທີ່ຕ້ອງເກັບເທົ່າກັບ 5.000.000 x 10% = 500.000 ກີບ.

ຕົວຢ່າງ 5: ທ່ານ ກ ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມ ໄດ້ເອົາເສື້ອຍືດທີ່ມີເຄື່ອງໝາຍ ແລະທີ່ຢູ່ອິນເຕີເນັດ (ເວບໄຊ) ຂອງຕົນໃຫ້ແກ່ທ່ານ ຂ ລ້າໆ, ເສື້ອຍືດແຕ່ລະຜືນມີລາຄາ 20.000 ກີບ ແລະໄດ້ຂາຍໃຫ້ທ່ານ ຄ ໃນລາຄາຕົວລະ 10.000 ກີບ;

ການເຄື່ອນໄຫວດັ່ງກ່າວຖືກຄິດໄລ່ອາກອນມູນຄ່າເພີ່ມ ຄືດັ່ງນີ້:

-       ກໍລະນີ ທ່ານ ກ ເອົາເສື້ອຍືດໃຫ້ທ່ານ ຂ ລ້າໆ ຈະຖືວ່າເປັນການສະໜອງສິນຄ້າ ຊຶ່ງໄດ້ຮັບຄ່າຕອບແທນດ້ວຍຮູບການການໂຄສະນາ ຍ້ອນວ່າ ເສື້ອຍືດດັ່ງກ່າວມີເຄື່ອງໝາຍ ແລະທີ່ຢູ່ອິນເຕີເນດຂອງທ່ານ ກ ຢູ່ນຳ ພື້ນ ຖານຄິດໄລ່ ແມ່ນມູນຄ່າຕາມທ້ອງຕະຫຼາດຂອງການໂຄສະນາທີ່ທ່ານ ຂ ໂຄສະນາໃຫ້ທ່ານ ກ ຫຼືແມ່ນມູນຄ່າທີ່ທ່ານ ກ ຈະຈ່າຍເພື່ອການໂຄສະນາດັ່ງກ່າວ ຊຶ່ງເທົ່າກັບລາຄາຕົ້ນທຶນຂອງເສື້ອຍືດ 20.000 ກີບ, ສະນັ້ນ ອາກອນມູນຄ່າເພີ່ມທີ່ທ່ານ ກ ຈະຕ້ອງຄິດໄລ່ເກັບແມ່ນ 20.000 x 10% = 2.000 ກີບ;
-       ກໍລະນີ ທ່ານ ກ ຂາຍເສື້ອຍືດໃຫ້ທ່ານ ຄ ຈະຖືວ່າເປັນການສະໜອງສິນຄ້າ ຊຶ່ງໄດ້ຮັບຄ່າຕອບແທນເປັນເງິນສ່ວນໜຶ່ງ ແລະເປັນການໂຄສະນາສ່ວນໜຶ່ງ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມແມ່ນ ຈໍານວນເງິນທີ່ໄດ້ຮັບ ບວກຄ່າບໍລິການໂຄສະນາຊຶ່ງເທົ່າກັບ 10.000 + 10.000 = 20.000 ກີບ;

ຖ້າທ່ານ ຂ ແລະ/ຫຼືທ່ານ ຄ ຫາກເປັນຜູ້ມອບອາກອນມູນຄ່າເພີ່ມ ທີ່ເຄື່ອນໄຫວເປັນຜູ້ມອບອາກອນມູນ ຄ່າເພີ່ມ, ການບໍລິການໂຄສະນາຂອງພວກເຂົາກໍ່ຖືກເສຍອາກອນມູນຄ່າເພີ່ມເຊັ່ນກັນ. ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບການບໍລິການໂດຍທ່ານ ຂ ແມ່ນ 20.000 ກີບ ຍ້ອນວ່າ ນັ້ນແມ່ນມູນຄ່າຂອງເສື້ອຍືດທີ່ໄດ້ຮັບຈາກທ່ານ ກ ແລະເປັນຈຳນວນທີ່ທ່ານ ກ ຕ້ອງໄດ້ກຽມຈ່າຍຢູ່ແລ້ວ.

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບຄ່າໂຄສະນາໂດຍທ່ານ ຄ ແມ່ນ 10.000 ກີບ ຍ້ອນວ່າມູນຄ່າທັງໝົດຂອງການຊື້-ຂາຍແມ່ນ 20.000 ກີບ (ລາຄາຕົ້ນທຶນຂອງເສື້ອຢືດ) ແຕ່ຈຳນວນເງິນທີ່ໄດ້ຊຳລະ (10.000 ກີບ) ຕ້ອງຖືກລົບອອກ. ຄວາມຈິງແລ້ວ 10.000 ກີບ ແມ່ນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມທີ່ທ່ານ ກ ຕ້ອງຮັບຜິດຊອບຈ່າຍເພີ່ມ ອີກ ເພື່ອໃຫ້ໄດ້ຮັບການໂຄສະນາ.

ຕົວຢ່າງ 6: ຜູ້ຜະລິດ ກ ໄດ້ຈ້າງຜູ້ມອບອາກອນມູນຄ່າເພີ່ມ ຂ ເພື່ອດຳເນີນວຽກກ່ຽວກັບສິນຄ້າບາງປະເພດໃຫ້ໃນລາຄາ 100.000.000 ກີບ, ແຕ່ຜ່ານການເຮັດຕົວຈິງ ຂ ຍັງໄດ້ຮັບວັດຖຸສ່ວນທີ່ເຫຼືອຈາກວຽກທີ່ຖືກດຳເນີນເຊິ່ງມີລາຄາຂາຍຕາມທ້ອງຕະຫຼາດ 10.000.000 ກີບ.

ການເຄື່ອນໄຫວດັ່ງກ່າວຖືກຄິດໄລ່ອາກອນມູນຄ່າເພີ່ມ ຄືດັ່ງນີ້:

ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມສຳລັບ ຂ ແມ່ນ 110.000.000 ກີບ, ໃນນັ້ນສະໜອງບໍລິ ການໃຫ້ ກ ແມ່ນ 100.000.000 ກີບ ແລະການຂາຍວັດຖຸທີ່ຍັງເຫຼືອ 10.000.000 ກີບ.

3      ກໍລະນີການສະໜອງການບໍລິການຖືກເສຍອາກອນມູນຄ່າເພີ່ມ 10% ທີ່ສຳເລັດພຽງສ່ວນໃດສ່ວນໜຶ່ງພາຍໃນປີ.

ຕົວຢ່າງ:  ບໍລິສັດຮັບເໝົາກໍ່ສ້າງແຫ່ງໜຶ່ງ ໄດ້ຮັບເໝົາກໍ່ສ້າງໂຮງໝໍມູນຄ່າ 1.000.000.000 ກີບ ກຳນົດເວລາຮັບເໝົາກໍ່ສ້າງ 2 ປີ, ໃນປີທຳອິດວຽກສຳເລັດ 30% ຂອງມູນຄ່າຮັບເໝົາກໍ່ສ້າງທັງໝົດ.

ການໄລ່ອາກອນມູນຄ່າເພີ່ມໃນປີທຳອິດມີດັ່ງນີ້ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ 1.000.000.000x30%  = 300.000.000 ກີບ;
-  ອາກອນມູນຄ່າເພີ່ມ   300.000.000 x 10%                  =   30.000.000 ກີບ.

ການຄິດໄລ່ອາກອນມູນຄ່າເພີ່ມໃນປີທີສອງ ຫຼືເວລາວຽກສຳເລັດທັງໝົດ :

  -  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ1.000.000.000 x 70%   =  700.000.000 ກີບ;
  -  ອາກອນມູນຄ່າເພີ່ມ    700.000.000  x 10%                          =    70.000.000 ກີບ.

4      ກໍລະນີການສະໜອງການບໍລິການດ້ານໂຮງແຮມ:

ຕົວຢ່າງ: ໂຮງແຮມແຫ່ງໜຶ່ງ ໄດ້ສະໜອງບໍລິການທີ່ພັກເຊົາໃຫ້ລູກຄ້າເປັນເວລາ 3 ຄືນໃນລາຄາ 500.000 ກີບ/ຄືນ ບໍ່ລວມອາກອນມູນຄ່າເພີ່ມ, ເວລາທີ່ການບໍລິການສິ້ນສຸດກໍ່ຄືເວລາທີ່ແຂກແຈ້ງອອກ, ໂຮງແຮມຕ້ອງຄິດໄລ່ເກັບອາກອນມູນຄ່າເພີ່ມໃນອັດຕາ 10%.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ  500.000 x 3 ວັນ  =  1.500.000 ກີບ;
-  ອາກອນມູນຄ່າເພີ່ມ    1.500.000 x 10%                 =    150.000 ກີບ;

5      ກໍລະນີການສະໜອງການບໍລິການຮ້ານອາຫານ :

ຕົວຢ່າງ: ຮ້ານອາຫານແຫ່ງໜຶ່ງ ໄດ້ມີການສະໜອງອາຫານ ແລະເຄື່ອງດື່ມຢູ່ນອກສະຖານທີ່ຂອງຕົນ, ລາ ຄາທັງໝົດແມ່ນ 20.000.000 ກີບ ບໍ່ລວມອາກອນມູນຄ່າເພີ່ມ .

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                           =  20.000.000 ກີບ;
-  ອາກອນມູນຄ່າເພີ່ມ    20.000.000 x 10%              =   2.000.000 ກີບ.

6      ກໍລະນີເປັນການສະໜອງການບໍລິການໂດຍຕົວແທນ:

ຕົວຢ່າງ 1: ທ່ານ ຄ ທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ເຮັດໜ້າທີ່ເປັນຕົວແທນໃຫ້ແກ່ບໍລິສັດຮັບເໝົາກໍ່ ສ້າງ ເພື່ອດຳເນີນການເຈລະຈາ ແລະເຊັນສັນຍາກັບບໍລິສັດສະໜອງກົນຈັກແຫ່ງໜຶ່ງ ກ່ຽວກັບການຊື້ວັດຖຸອຸປະກອນ ແລະກົນຈັກໜັກ ເພື່ອມາດຳເນີນໂຄງການຊົນລະປະທານທີ່ບໍລິສັດກໍ່ສ້າງດັ່ງກ່າວປະມູນໄດ້. ມູນຄ່າຊື້ອຸປະກອນ ແລະກົນຈັກໜັກດັ່ງກ່າວແມ່ນ 2.000.000.000 ກີບ ບໍ່ລວມອາກອນມູນຄ່າເພີ່ມ ແລະຕາມສັນຍາທ່ານ ຄ ຈະໄດ້ຮັບຄ່າເປັນນາຍໜ້າໃນການດຳເນີນການເຈລະຈາ ແລະເຊັນສັນຍາຈາກບໍລິສັດກໍ່ສ້າງ 5% ຂອງມູນຄ່າດັ່ງກ່າວທີ່ບໍ່ລວມອາ ກອນມູນຄ່າເພີ່ມ.

ການຄິດໄລ່ອາກອນມູນຄ່າເພີ່ມ ມີດັ່ງນີ້:

-       ອາກອນມູນຄ່າເພີ່ມທີ່ບໍລິສັດກົນຈັກໜັກຄິດໄລ່ເກັບຈາກບໍລິສັດກໍ່ສ້າງສຳລັບການສະໜອງອຸປະກອນ: 2.000.000.000 x 10% = 200.000.000  ກີບ;
-       ອາກອນມູນຄ່າເພີ່ມທີ່ທ່ານ (ຄ) ຄິດໄລ່ເກັບຈາກບໍລິສັດກໍ່ສ້າງສຳລັບຄ່ານາຍໜ້າ (2.000.000.000 x 5%)  x 10%  =  10.000.000 ກີບ;

ຕົວຢ່າງ 2: ບໍລິສັດ ກ ເປັນຜູ້ມອບອາກອນມູນຄ່າເພີ່ມ ດຳເນີນທຸລະກິດສະໜອງບໍລິການເປັນຕົວແທນຈຳໜ່າຍປີ້ຍົນ ໄດ້ເຊັນສັນຍາເປັນຕົວແທນຈຳໜ່າຍປີ້ຍົນກັບບໍລິສັດການບິນພາຍໃນແລະຕ່າງປະເທດ ຊຶ່ງຈະໄດ້ຮັບສ່ວນແບ່ງ 2% ຂອງມູນຄ່າຂາຍທັງໝົດ, ຜ່ານການເຄື່ອນໄຫວຕົວຈິງໃນເດືອນມັງກອນຂອງປີ N ບໍລິສັດ (ກ) ໄດ້ຈຳໜ່າຍປີ້ຍົນສຳລັບສາຍການບິນພາຍໃນປະເທດ 100.000.000 ກີບ ລວມອາກອນມູນຄ່າເພີ່ມຢູ່ນຳ, ຈຳໜ່າຍສຳລັບສາຍການບິນຕ່າງປະເທດ 200.000.000 ກີບ.

ການຄິດໄລ່ອາກອນມູນຄ່າເພີ່ມສຳລັບການເປັນຕົວແທນຈຳໜ່າຍດັ່ງກ່າວ ມີດັ່ງນີ້ :

- ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ສໍາລັບຕົວແທນບໍລິສັດ ກ  ຈາກການຈໍາໜ່າຍປີ້ຍົນໃຫ້ສາຍການບິນພາຍໃນ   (100.000.000x100/110x2%) =  1.818.182 ກີບ;
-  ອາກອນມູນຄ່າເພີ່ມ ຂອງການເປັນຕົວແທນໃຫ້ ບໍລິສັດ ກ  1.818.182 x 10%  =  181.818 ກີບ.

ຕົວຢ່າງ 3: ບໍລິສັດໂທລະຄົມແຫ່ງໜຶ່ງ ໄດ້ສົ່ງບັດຕື່ມເງິນໂທລະສັບທີ່ມີມູນຄ່າບັດລະ 50.000ກີບຈຳ ນວນ 100 ບັດ ເປັນມູນຄ່າທັງໝົດ 5.000.000 ກີບ ໃຫ້ແກ່ຕົວແທນຈຳໜ່າຍແຫ່ງໜຶ່ງໂດຍໃຫ້ຄ່າຕອບແທນຈຳ ນວນ 8% ຂອງມູນຄ່າຂາຍທັງໝົດ.

ສະເພາະການບໍລິການຂາຍບັດຕື່ມເງິນໂທລະສັບຂອງຕົວແທນຈໍາໜ່າຍແມ່ນບໍ່ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມ ເນື່ອງຈາກວ່າອາກອນມູນຄ່າເພີ່ມຖືກຄິດໄລ່ເກັບ, ແຈ້ງ ແລະມອບໂດຍບໍລິສັດໂທລະຄົມຄົບຖ້ວນແລ້ວ.

ຕົວຢ່າງ 4: ລັດວິສາຫະກິດຫວຍພັດທະນາໄດ້ຂາຍໃບຫວຍພາຍໃນເດືອນ ດັ່ງນີ້ :

-  ໃບລະ   5.000 ກີບ ຈໍນວນ                                500.000.000 ກີບ;
-  ໃບລະ  10.000 ກີບ ຈໍານວນ                               850.000.000 ກີບ;
-  ໃບລະ  30.000 ກີບ ຈໍານວນ                            4.500.000.000 ກີບ.

 ລາຍຮັບ ຈາກການຂາຍໃບຫວຍທັງໝົດ     5.850.000.000 ກີບ

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ (5.850.000.000x100/110)   =   5.318.181.800 ກີບ;
-  ອາກອນມູນຄ່າເພີ່ມ    5.318.181.800 x 10%                        =      531.818.180 ກີບ.

7      ກໍລະນີເປັນການສະໜອງການບໍລິການໄປສະນີ :

ຕົວຢ່າງ: ບໍລິສັດໄປສະນີ ໄດ້ສະຫລຸບການບໍລິການຮັບສົ່ງຖົງເມດ່ວນຈາກ ສປປ ລາວໄປຕ່າງປະເທດ ມູນຄ່າ 500.000.000 ກີບ ບໍ່ລວມອາກອນມູນຄ່າເພີ່ມ.

ການຄິດໄລ່ອາກອນມູນຄ່າເພີ່ມທີ່ເກັບຈາກລູກຄ້າ ດັ່ງນີ້ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                  =   500.000.000 ກີບ;
-  ອາກອນມູນຄ່າເພີ່ມ    500.000.000 x 10%  =     50.000.000 ກີບ.

8      ການສະໜອງການບໍລິການຈັດຫາງານ :

ຕົວຢ່າງ: ບໍລິສັດຈັດຫາງານ ໄດ້ສະໜອງແຮງງານໃຫ້ແກ່ໂຮງງານຕັດຫຍິບແຫ່ງໜຶ່ງຈຳນວນ 100 ຄົນ, ກຳນົດມູນຄ່າບໍລິການຈັດສົ່ງແຮງງານທີ່ບໍ່ລວມອາກອນມູນຄ່າເພີ່ມ ແມ່ນ 500.000 ກີບ/ຄົນ.

ການຄິດໄລ່ອາກອນມູນຄ່າເພີ່ມທີ່ເກັບຈາກລູກຄ້າ ດັ່ງນີ້ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ   500.000 x 100   =   50.000.000 ກີບ;
-  ອາກອນມູນຄ່າເພີ່ມ    50.000.000 x 10%             =     5.000.000 ກີບ.

9      ການສະໜອງການບໍລິການກໍ່ສ້າງສະເພາະແຕ່ແຮງງານ :

ຕົວຢ່າງ: ບໍລິສັດຮັບເໝົາກໍ່ສ້າງ ກ ໄດ້ເຊັນສັນຍາຮັບເໝົາກໍ່ສ້າງບຸກຄົນໜຶ່ງຊຶ່ງວັດຖຸ ແລະອຸປະກອນກໍ່ ສ້າງ ແມ່ນຜູ້ວ່າຈ້າງເປັນຜູ້ສະໜອງໃຫ້ທັງໝົດ, ມູນຄ່າບໍ່ລວມອາກອນມູນຄ່າເພີ່ມແມ່ນ 50.000.000 ກີບ, ເປັນຄ່າແຮງງານຮັບເໝົາກໍ່ສ້າງ 15.000.000 ກີບ.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ສະເພາະແຕ່ແຮງງານ   =   15.000.000 ກີບ;
-  ອາກອນມູນຄ່າເພີ່ມ   15.000.000 x 10%               =     1.500.000 ກີບ.

10      ການສະໜອງການບໍລິການກ່ຽວກັບອະສັງຫາລິມະຊັບ :

ຕົວຢ່າງ 1: ບໍລິສັດກໍ່ສ້າງແຫ່ງໜຶ່ງ ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົງທຶນໃສ່ການພັດທະນາສ້າງບ້ານຈັດສັນໃສ່ດິນທີ່ລັດຄຸ້ມຄອງເພື່ອຂາຍ ໃນເນື້ອທີ່ທັງໝົດ 50.000 ຕາແມັດ. ໃນນັ້ນນຳໃຊ້5.000  ຕາແມັດ ເຮັດເປັນທາງທຽວ 5.000 ຕາແມັດ ສ້າງເປັນສວນສາທາລະນະເພື່ອນຳໃຊ້ລວມສຳລັບຊຸມຊົນຢູ່ພາຍໃນຂອບເຂດດິນຈັດສັນ (ແມ່ນໃຫ້ຖືວ່າເປັນດິນສາທາລະນະຊຶ່ງບໍ່ໄດ້ຂາຍ). ມູນຄ່າຂອງທີ່ດິນຢູ່ໃນເຂດຈັດສັນນັ້ນໄດ້ກຳນົດ300.000ກີບ/ຕາແມັດ. ໃນໄລຍະການບັນຊີໃດໜຶ່ງບໍລິສັດໄດ້ຂາຍເຮືອນອອກຈຳນວນ1  ຫຼັງ ມູນຄ່າບໍ່ລວມອາກອນມູນຄ່າເພີ່ມ 400.000.000 ກີບ ໃນນັ້ນບໍ່ລວມເອົາເນື້ອທີ່ດິນປຸກສ້າງເຮືອນ200  ຕາແມັດ, ເດີ່ນບ້ານ100  ຕາແມັດ,  ສວນຄົວ 20 ຕາແມັດ.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                          =   400.000.000 ກີບ;
-  ອາກອນມູນຄ່າເພີ່ມ   400.000.000 x 10%           =     40.000.000 ກີບ.

ສຳລັບຄ່າສິດນຳໃຊ້ທີ່ດິນ ຜູ້ມອບອາກອນມູນຄ່າເພີີ່ມຕ້ອງໄດ້ຄິດໄລ່ມອບໃຫ້ລັດຕາມການຕົກລົງກັບລັດ ຖະບານຢູ່ໃນສັນຍາມອບໃຫ້ພັດທະນາທີ່ດິນໃນເວລາຂາຍເຮືອນດັ່ງກ່າວຈຳນວນເງິນຄ່າທິ່ດິນຕ້ອງໄດ້ມອບຄືນໃຫ້ລັດ ຖະບານແມ່ນ (320 ຕາແມັດ x 300.000 ກີບ) = 96.000.000 ກີບ.

ໝາຍເຫດ: ເນື້ອທີ່ດິນທີ່ນຳໃຊ້ປຸກສ້າງເຮືອນໃສ່ນັ້ນບໍ່ໃຫ້ນຳມາເປັນພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ເພາະວ່າມູນຄ່າຂາຍຕອນດິນດັ່ງກ່າວຕ້ອງມອບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນໃນເວລາຂາຍ ແລະມອບໂອນກຳມະສິດເຮືອນ-ດິນໃຫ້ຜູ້ຊື້.

ຕົວຢ່າງ 2 : ບໍລິສັດ ກ ໄດ້ລົງທຶນສ້າງໂຄງລ່າງເຂດເສດຖະກິດ-ອຸດສາຫະກຳ ເພື່ອໃຫ້ພາກສ່ວນອື່ນເຊົ່າຕໍ່ ໂດຍໄດ້ເຊົ່າເນື້ອທີ່ດິນລັດຄຸ້ມຄອງຈຳນວນ 100 ເຮັກຕາ, ກຳນົດໄລຍະເວລາເຊົ່າ 50 ປີ, ລາຄາເຊົ່າແມ່ນ 10.000 ກີບ/ຕາແມັດ/ປີ. ການລົງທຶນໄດ້ມີການບຸກເບີກ ແລະກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ເຊັ່ນ: ການປັບປຸງເນື້ອທີ່, ສ້າງເງື່ອນໄຂສະດວກດ້ານໄຟຟ້າ, ນໍ້າປະປາ ຕະຫຼອດຮອດໂທລະຄົມມະນາຄົມສຳເລັດ. ຈາກນັ້ນໄດ້ເອົາໃຫ້ບໍລິສັດ ຂ ເຊົ່າເພື່ອເປັນບ່ອນປຸກສ້າງໂຮງງານຈຳນວນ 20.000 ຕາແມັດ, ກຳນົດໄລຍະເວລາການເຊົ່າ 30 ປີ, ມູນຄ່າເຊົ່າໄດ້ຕົກລົງກັນໃນສັນຍາແມ່ນ 25.000 ກີບ/ຕາແມັດ/ປີ, ບໍລິສັດ ຂ ຕ້ອງຈ່າຍຄ່າເຊົ່າເປັນແຕ່ລະປີຢ່າງເປັນປົກກະຕິ.

ໝາຍເຫດ: ຖ້າຜູ້ມອບອາກອນມູນຄ່າເພີ່ມໄດ້ຈ່າຍອາກອນມູນຄ່າເພີ່ມສຳລັບການບຸກເບີກເນື້ອທີ່ດັ່ງກ່າວ ຖືວ່າເປັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ມີສິດຫັກໄດ້.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ (20.000m2 x 25.000 ກີບ)  =  500.000.000 ກີບ;
-  ອາກອນມູນຄ່າເພີ່ມ                       500.000.000 x 10%  =    50.000.000 ກີບ.

ສຳລັບຄ່າເຊົ່າດິນທີ່ຕິດພັນ ຊຶ່ງບໍລິສັດ ກ ເຊົ່າຈາກລັດຖະບານ 20.000 m2 x10.000 ກີບ = 200.000.000 ກີບ ໃຫ້ຖືເປັນລາຍຈ່າຍຕົ້ນທຶນຂອງບໍລິສັດ ກ.

ກໍລະນີ ຫາກມີການຈ່າຍຄ່າເຊົ່າຫຼາຍປີ ເຊັ່ນ: 10 ປີ ຫຼືທັງໝົດ 30 ປີ ກໍໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມຄັ້ງດຽວຂອງມູນຄ່າໄລຍະທີ່ຈ່າຍນັ້ນ.

ຕົວຢ່າງ 3: ບໍລິສັດແຫ່ງໜຶ່ງ ເປັນຜູ້ມອບອາກອນມູນຄ່າເພີ່ມ ທີ່ດຳເນີນທຸລະກິດກ່ຽວກັບອະສັງຫາຣິມະຊັບ ໄດ້ລົງທຶນກໍ່ສ້າງບ້ານຈັດສັນໃສ່ເນື້ອທີ່ດິນທີ່ເປັນກຳມະສິດຂອງຕົນເອງເພື່ອຂາຍ ທີ່ຕິດພັນກັບການມອບໂອນກຳ ມະສິດໃຫ້ຜູ້ຊົມໃຊ້ທົ່ວໄປ. ໃນໄລຍະການບັນຊີໃດໜຶ່ງບໍລິສັດໄດ້ຂາຍເຮືອນໃຫ້ຜູ້ຊົມໃຊ້ຈຳນວນ 3 ຫຼັງ, ແຕ່ລະຫຼັງມີເນື້ອທີ່ປຸກສ້າງທັງໝົດ 400 ຕາແມັດ ຊຶ່ງລວມທັງເດີ່ນບ້ານ ແລະສວນຄົວ ມູນຄ່າຂາຍລວມທັງມູນຄ່າມອບໂອນກຳມະ ສິດນຳໃຊ້ທີ່ດິນບໍ່ລວມອາກອນມູນຄ່າເພີ່ມແມ່ນ 750.000.000 ກີບ.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ                  =   750.000.000 ກີບ;
-  ອາກອນມູນຄ່າເພີ່ມ    750.000.000 x 10%  =     75.000.000 ກີບ.

ຕົວຢ່າງ 4: ບໍລິສັດ ກ ລົງທຶນພັດທະນາເນື້ອທີ່ດິນຂອງຕົນເອງຈຳນວນ 100 ເຮັກຕາ ເພື່ອກໍ່ສ້າງໂຄງລ່າງເຕັກນິກໃຫ້ເຊົ່າ, ການລົງທຶນໄດ້ມີການບຸກເບີກ ແລະກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ເຊັ່ນ: ການປັບປຸງເນື້ອທີ່, ສ້າງເງື່ອນໄຂສະດວກດ້ານໄຟຟ້າ, ນໍ້າປະປາ ຕະຫຼອດຮອດໂທລະຄົມມະນາຄົມສຳເລັດ. ຈາກນັ້ນບໍລິສັດ ກ ໃຫ້ພາກສ່ວນອື່ນເຊົ່າ ດັ່ງນີ້ :

- ມອບໃຫ້ບໍລິສັດ ຂ ເຊົ່າ ເພື່ອເປັນບ່ອນປຸກສ້າງໂຮງງານຜະລິດເກີບຈຳນວນ 20 ເຮັກຕາ ໃນກຳນົດເວລາ 30 ປີ, ມູນຄ່າເຊົ່າທີ່ດິນບໍ່ລວມອາກອນມູນຄ່າເພີ່ມ ແມ່ນ 5.000.000 ກີບ/ເຮັກຕາ/ປີ. ຕາມສັນຍາບໍລິສັດ ຂ ຕ້ອງຈ່າຍຄ່າເຊົ່າເປັນແຕ່ລະປີຢ່າງເປັນປົກກະຕິ;

- ມອບໃຫ້ບໍລິສັດ ຄ ເຊົ່າຈຳນວນ 10 ເຮັກຕາ ໃນກຳນົດ 15 ປີ ເພື່ອສ້າງເປັນໂຮງງານຜະລິດປື້ມຂຽນ, ມູນຄ່າເຊົ່າທີ່ດິນບໍ່ລວມອາກອນມູນຄ່າເພີ່ມແມ່ນ 5.000.000 ກີບ/ເຮັກຕາ/ປີ. ຕາມສັນຍາບໍລິສັດ ຄ ຕ້ອງຈ່າຍຄ່າເຊົ່າເປັນແຕ່ລະປີຢ່າງເປັນປົກກະຕິຄືກັບບໍລິສັດ ຂ.

ການຄິດໄລ່ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້ :

1.  ສໍາລັບ ດິນທີ່ໃຫ້ບໍລິສັດ ຂ ເຊົ່າ 20 ເຮັກຕາ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ  20 x 5.000.000             =   100.000.000 ກີບ;
-  ອາກອນມູນຄ່າເພີ່ມ                   100.000.000 x 10%        =     10.000.000 ກີບ.

2.  ສໍາລັບ ດິນທີ່ໃຫ້ບໍລິສັດ ຄ ເຊົ່າ 10 ເຮັກຕາ

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ  10 x 5.000.000             =   50.000.000 ກີບ;
-  ອາກອນມູນຄ່າເພີ່ມ                   50.000.000 x 10%        =     5.000.000 ກີບ.

ຕົວຢ່າງ 5: ຜູ້ມອບອາກອນມູນຄ່າເພີ່ມ ທີ່ດໍາເນີນທຸລະກິດໃຫ້ເຊົ່າສິນຄ້າເຄື່ອນຍ້າຍໄດ້  ເອົາລົດຂຸດດິນໃຫ້ຜູ້ມອບອາກອນມູນຄ່າເພີ່ມທີ່ມີພູມລໍາເນົາຢູ່ ສປປ ລາວ ເຊົ່າໃນມູນຄ່າເຊົ່າ 20.000.000 ກີບຕໍ່ເດືອນ , ໄລຍະເຊົ່າແມ່ນ 3 ເດືອນ:

ວິທີຄິດໄລ່ອາກອນມູນຄ່າເພີ່ມສໍາລັບການໃຫ້ເຊົ່າລົດຂຸດດິນເປັນແຕ່ລະກໍລະນີ ດັ່ງນີ້ :

ກ. ສໍາລັບຜູ້ມອບອາກອນມູນຄ່າເພີ່ມ ທີ່ດໍາເນີນທຸລະກິດໃຫ້ເຊົ່າ :

-       ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ : 20.000.000 x 3 ເດືອນ     =       60.000.000 ກີບ;
-       ອາກອນມູນຄ່າເພີ່ມ :                 60.000.000 x 10%           =        6.000.000 ກີບ;

ຂ. ສໍາລັບ ຜູ້ດໍາເນີນທຸລະກິດເປັນຜູ້ມອບອາກອນມູນຄ່າເພີ່ມ ທີ່ໄດ້ເຊົ່າ :

1.    ກໍລະນີຜູ້ມອບອາກອນມູນຄ່າເພີ່ມທີ່ເຊົ່າ ໄດ້ເອົາລົດຂຸດດິນດັ່ງກ່າວໄປບໍລິການຂຸດດິນຢູ່ພາຍໃນປະ ເທດ ມີລາຍຮັບທັງໝົດໃນໄລຍະ 3 ເດືອນ ຈໍານວນ 100.000.000 ກີບ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມ ສຳລັບການສະໜອງການບໍລິການຂຸດດິນດັ່ງນີ້ :

-       ອາກອນມູນຄ່າເພີ່ມ ຈາກການບໍລິການຂຸດດິນ 100.000.000 x 10%  = 10.000.000 ກີບ;
-       ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້                           =   6.000.000 ກີບ;
-       ອາກອນມູນຄ່າເພີ່ມທີ່ຕ້ອງມອບ :        10.000.000 – 6.000.000 =   4.000.000 ກີບ.

2.    ກໍລະນີລົດຂຸດດິນດັ່ງກ່າວໄດ້ຖືກເຄື່ອນຍ້າຍໄປນໍາໃຊ້ຢູ່ປະເທດໄທ ມີລາຍຮັບຈາກການຂຸດດິນໃນໄລ ຍະ 3 ເດືອນ ເປັນເງິນໄທ 600.000.000 ບາດ. ສະນັ້ນ, ອີງຕາມຫຼັກການທີ່ກໍານົດໄວ້ວ່າ: ການບໍລິການໃຫ້ເຊົ່າສິນ ຄ້າທີ່ສາມາດເຄື່ອນຍ້າຍໄດ້ທຸກປະເພດ ລວມທັງພາຫະນະຂອງຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດບໍລິການໃຫ້ເຊົ່າ ຖືວ່າເກີດຂຶ້ນຢູ່ບ່ອນສິນຄ້າດັ່ງກ່າວຖືກນຳໃຊ້ຕົວຈິງ. ດັ່ງນັ້ນອາກອນມູນຄ່າເພີ່ມທີ່ຖືກຄິດໄລ່ເກັບ ແລະມອບແລ້ວໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ດຳເນີນທຸລະກິດບໍລິການໃຫ້ເຊົ່າລົດຄັນດັ່ງກ່າວຈໍານວນ 6.000.000 ກີບ ແມ່ນຈະຖືກສົ່ງຄືນ. ຍ້ອນວ່າລົດຂຸດດິນຄັນນີ້ບໍ່ໄດ້ຖືກນໍາໃຊ້ຢູ່ໃນ ສປປ ລາວ;

3.    ກໍລະນີລົດຂຸດດິນດັ່ງກ່າວໄດ້ຖືກເອົາໄປຂຸດດິນຢູ່ພາຍໃນປະເທດໃນໄລຍະເວລາ 2 ເດືອນມີລາຍຮັບຈາກການຂຸດດິນເດືອນລະ  55.000.000 ກີບ ແລະເອົາໄປນໍາໃຊ້ຢູ່ປະເທດໄທຕໍ່ອີກໜຶ່ງເດືອນ ມີລາຍຮັບຈາກການຂຸດດິນເປັນເງິນ 250.000 ບາດໄທ. (ອັດຕາແລກປ່ຽນ  1 ບາດ = 250 ກີບ );

ວິທີຄິດໄລ່ອາກອນມູນຄ່າເພີ່ມ ດັ່ງນີ້ :

-       ລາຍຮັບຈາກການຂຸດດິນຢູ່ພາຍໃນປະເທດ:                55.000.000x2= 110.000.000 ກີບ;
-       ລາຍຮັບຈາກການຂຸດດິນຢູ່ປະເທດໄທ :                  250.000 x 250 =  62.500.000 ກີບ;
-       ລວມລາຍຮັບທັງໝົດ :                     110.000.000 + 62.500.000= 172.500.000 ກີບ;
-       ອາກອນມູນຄ່າເພີ່ມທີ່ເກີດຂື້ນຢູ່ພາຍໃນປະເທດ :  110.000.000 x10%  = 11.000.000 ກີບ;
-       ຊັດສ່ວນທີ່ສາມາດຂໍຄືນເງິນອາກອນມູນຄ່າເພີ່ມ:       62.500.000 x 100=   36,23 %
                                                                    172.500.000
-       ອາກອນມູນຄ່າເພີ່ມທີ່ສາມາດຂໍຄືນ :     6.000.000 x 36,23%  =  2.173.000 ກີບ ;
-       ອາກອນມູນຄ່າເພີ່ມທີ່ອະນຸຍາດໃຫ້ຫັກ :  6.000.000 – 2.173.000=  3.827.000 ກີບ;
                                                             ຫຼື(6.000.000 x 63,77% =  3.827.000 ກີບ);
-       ລວມອາກອນມູນຄ່າເພີ່ມສົ່ງຄືນ ແລະໃຫ້ຫັກ:  2.173.000+3.827.000=6.000.000 ກີບ;
-       ອາກອນມູນຄ່າເພີ່ມ ທີ່ຕ້ອງມອບ :            11.000.000 – 6.000.000=5.000.000 ກີບ.

3)   ການຄິດໄລ່ອາກອນມູນຄ່າເພີ່ມ ສຳລັບກໍລະນີການຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ:

ກ. ສໍາລັບຜູ້ບໍ່ມີພູມລໍາເນົາ ທີ່ມາດໍາເນີນກິດຈະການຢູ່ ສປປ ລາວ ນັບແຕ່ 90ວັນ ຂຶ້ນໄປ:

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ທີ່ຈະມີການສະໜອງສິນຄ້າ ແລະຫຼືການບໍລິການຢູ່ ສປປ ລາວ ຕ້ອງໄດ້ຂຶ້ນທະບຽນເປັນຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວ ແລະຕ້ອງໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຂອງ ສປປ ລາວ ຄືກັນກັບຜູ້ມອບອາກອນມູນຄ່າເພີ່ມຜູ້ອື່ນໆທົ່ວໄປຢູ່ໃນ ສປປ ລາວ

ຂະແໜງການຂອງລັດທີ່ກ່ຽວຂ້ອງ, ເຈົ້າຂອງໂຄງການ ຫຼືຜູ້ວ່າຈ້າງຢູ່ ສປປ ລາວ ມີຄວາມຮັບຜິດຊອບໃນການຊຸກຍູ້ໃຫ້ພວກກ່ຽວມາຂໍຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ, ຖ້າບໍ່ມາຈົດທະບຽນເຂົ້າໃນລະບົບອາ ກອນມູນຄ່າເພີ່ມຂະແໜງການຂອງລັດທີ່ກ່ຽວຂ້ອງ, ເຈົ້າຂອງໂຄງການ ຫຼືຜູ້ວ່າຈ້າງຢູ່ ສປປ ລາວ ມີຄວາມຮັບຜິດຊອບໃນການຈ່າຍອາກອນມູນຄ່າເພີ່ມ ແລະອາກອນອື່ນໆທີ່ຕິດພັນລວມທັງຄ່າປັບໃໝ (ຖ້າມີ).

ຕົວຢ່າງ 1: ກຸ່ມບໍລິສັດມະຫາຊົນຈໍາກັດແຫ່ງໜຶ່ງ ມີຈຸດປະສົງປຸກສ້າງຕຶກອາຄານແບບທັນສະໄໝໄດ້ນຳເອົາບໍລິສັດກໍ່ສ້າງຕ່າງປະເທດມາຮັບເໝົາກໍ່ສ້າງໃຫ້ ມູນຄ່າກໍ່ສ້າງທັງໝົດທີ່ລະບຸຢູ່ໃນສັນຍາຮັບເໝົາບໍ່ລວມມີອາກອນມູນຄ່າເພີ່ມ ແມ່ນ 30.000.000 USD, ອັດຕາແລກປ່ຽນຂອງທະນາຄານ 8.000 ກີບ/1USD, ສະນັ້ນ, ກ່ອນຈະມີການສະໜອງການບໍລິການກໍ່ສ້າງເກີດຂຶ້ນ ຕ້ອງດໍາເນີນການດັ່ງນີ້ :

ກ່ອນຈະເລີ່ມດໍາເນີນການກໍ່ສ້າງບໍລິສັດກໍ່ສ້າງຕ່າງປະເທດດັ່ງກ່າວຕ້ອງມາສະເໜີຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມນຳຂະແໜງສ່ວຍສາອາກອນບ່ອນທີ່ເຈົ້າຂອງໂຄງການຕັ້ງຢູ່.

ອາກອນມູນຄ່າເພີ່ມທີ່ຄິດໄລ່ໄດ້ ສຳລັບການບໍລິການຮັບເໝົາກໍ່ສ້າງອາຄານ :

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ30.000.000 USD x 8.000 ກີບ = 240.000.000.000 ກີບ;
-  ອາກອນມູນຄ່າເພີ່ມທີ່ຄິດໄລ່ໄດ້:    240.000.000.000 ກີບ  x 10% =   24.000.000.000 ກີບ.

ຂ. ສໍາລັບຜູ້ບໍ່ມີພູມລໍາເນົາ ທີ່ມາດໍາເນີນກິດຈະການບໍ່ເຖິງ 90 ວັນ:

ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງຢູ່ ສປປ ລາວ ຫາກຊື້ການບໍລິການທີ່ເກີດຂຶ້ນຢູ່ ສປປ ລາວ ຈາກຜູ້ທີ່ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ຕ້ອງຄິດໄລ່ຫັກ ແລະມອບອາກອນມູນຄ່າເພີ່ມດັ່ງກ່າວເຂົ້າງົບປະມານແຫ່ງລັດ. ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ແມ່ນຈຳນວນມູນຄ່າທີ່ລະບຸຢູ່ໃນສັນຍາທີ່ຊຳລະໃຫ້ແກ່ຜູ້ສະໜອງຢູ່ຕ່າງປະເທດບໍ່ລວມອາກອນມູນຄ່າເພີ່ມ.

ຕົວຢ່າງ 2: ບໍລິສັດການຢາຂາອອກ-ຂາເຂົ້າ ຊຶ່ງເປັນຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວມີຄວາມຕ້ອງ ການທີ່ຈະເຮັດປ້າຍໂຄສະນາສິນຄ້າຂອງຕົນ ຊຶ່ງໄດ້ຈ້າງການອອກແບບໂຄສະນາຢູ່ຕ່າງປະເທດ ແລ້ວສົ່ງແບບໂຄສະນານັ້ນຜ່ານລະບົບອິນເຕີແນັດມາໃຫ້ໃນກາງເດືອນ 10 ປີ N. ມູນຄ່າອອກແບບທີ່ລະບຸໄວ້ຢູ່ໃນສັນຍາແມ່ນ 3.000 USD ອັດຕາແລກປ່ຽນຂອງທະນາຄານ 1 USD/8.000 ກີບ

ອາກອນມູນຄ່າເພີ່ມທີ່ຕ້ອງມອບສຳລັບການບໍລິການຖືກຄິດໄລ່ດັ່ງນີ້

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ               3.000USD x 8.000 ກີບ = 24.000.000 ກີບ;
-  ອາກອນມູນຄ່າເພີ່ມທີ່ຖືກຫັກ ແລະ ຕ້ອງມອບ   24.000.000.000x10% =   2.400.000 ກີບ.

6.6 ເວລາຄິດໄລ່ເກັບອາກອນມູນຄ່າເພີ່ມ:

1)   ກໍລະນີການນຳເຂົ້າສິນຄ້າ ໃຫ້ຄິດໄລ່ເກັບໃນເວລາດຽວກັບການຄິດໄລ່ພາສີຂາເຂົ້າ ຫຼືເວລາທີ່ຖືວ່າເປັນການນຳເຂົ້າ ຊຶ່ງແມ່ນເວລາທີ່ເຈົ້າໜ້າທີ່ພາສີປ່ອຍອອກຈາກກນຄຸ້ມຄອງຂອງຕົນ;
2)   ກໍລະນີການສະໜອງ (ການຂາຍ) ສິນຄ້າ ແລະການບໍລິການ ຢູ່ພາຍໃນປະເທດ ໂດຍຜູ້ມອບອາກອນມູນຄ່າເພີ່ມ ໃຫ້ຄິດໄລ່ເກັບໃນເວລາທີ່ການສະໜອງໄດ້ເກີດຂຶ້ນ ລະອຽດຄືດັ່ງນີ້:

-     ສຳລັບການສະໜອງສິນຄ້າທີ່ບໍ່ຖືກຂົນສົ່ງ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາການສະໜອງເກີດຂຶ້ນຈິງ ຊຶ່ງແມ່ນຕອນສິນຄ້າຕົກຢູ່ໃນກຳມືຂອງລູກຄ້າ;
-     ສຳລັບສິນຄ້າທີ່ຖືກຂົນສົ່ງ ຈະໂດຍຜູ້ສະໜອງ ຫຼືໃນນາມຂອງຜູ້ກ່ຽວ ຫຼືໂດຍຜູ້ຊື້ ຫຼືໃນນາມຂອງຜູ້ ກ່ຽວ ກໍໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາການຂົນສົ່ງເລີ່ມຕົ້ນຢູ່ພາຍໃນປະເທດ;
-     ກໍລະນີການສະໜອງສິນຄ້າທີ່ມີການປະກອບ ຫຼືຕິດຕັ້ງ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາທີ່ການປະກອບ ແລະການຕິດຕັ້ງດັ່ງກ່າວສຳເລັດ;
-     ສຳລັບການສະໜອງການບໍລິການ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາການບໍລິການສຳເລັດບາງສ່ວນ ຫຼືທັງໝົດ;
-     ສຳລັບສິນຄ້າ ແລະການບໍລິການ ທີ່ເປັນການຊົມໃຊ້ ຈະແມ່ນດ້ວຍຕົນເອງ ຫຼືໃຫ້ເປັນຂອງຂັວນ, ເປັນຄ່າຕອບແທນແກ່ຜູ້ອື່ນ, ໃຫ້ພະນັກງານ ຫຼືຄົນງານຂອງຕົນ ລວມທັງການນຳໃຊ້ເພື່ອແລກປ່ຽນໃຫ້ຄິດໄລ່ເກັບອາ ກອນມູນຄ່າເພີ່ມໃນເວລາໄດ້ຮັບ ຫຼືມີການໂອນກຳມະສິດຫຼັງຈາກການບໍລິການໄດ້ສິ້ນສຸດລົງ;
-     ກໍລະນີເປັນການສະໜອງແບບຕໍ່ເນື່ອງ ຫຼືມີການຊຳລະແບບຕໍ່ເນື່ອງ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມເປັນເດືອນ, ງວດ ແຕ່ບໍ່ໃຫ້ກາຍ 6 ເດືອນ;
-     ກໍລະນີທີ່ເປັນການສະໜອງສິນຄ້າ ແລະການບໍລິການ ທີ່ມີການຊຳລະເງິນລ່ວງໜ້າຫຼາຍໆເດືອນ ຫຼືຫຼາຍໆປີ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາຊຳລະເງິນດັ່ງກ່າວ;
-     ກໍລະນີເປັນການສະໜອງແບບຜ່ອນຊຳລະ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມບາດດຽວໃນເວລາສະໜອງສິນຄ້າ ແລະການບໍລິການຕົວຈິງ (ໃນເວລາມອບສິດຊົມໃຊ້ ຫຼືມອບສິນຄ້າ ແລະການບໍລິການໃຫ້ຜູ້ຊື້);
-     ກໍລະນີເປັນການສະໜອງສິນຄ້າແບບເຊົ່າຊື້ ໃຫ້ຄິດໄລ່ເກັບອາກອນມູນຄ່າເພີ່ມໃນເວລາມີການຊຳລະກັນ ເປັນແຕ່ລະງວດ ຫຼືແຕ່ລະໄລຍະ ຕາມທີ່ກຳນົດໄວ້ໃນສັນຍາການເຊົ່າຊື້;

3)   ສຳລັບການຊື້ການບໍລິການຢູ່ ສປປ ລາວ ຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ສ້າງຕັ້ງຢູ່ ສປປ ລາວ ໃຫ້ຄິດໄລ່ຫັກອາກອນມູນຄ່າເພີ່ມໃນເວລາສຳເລັດການສະໜອງການບໍລິການບາງສ່ວນຫຼືທັງໝົດຫຼື ເວລາທີ່ໄດ້ຈ່າຍເງິນໃຫ້ແກ່ຜູ້ສະໜອງດັ່ງກ່າວ.

7. ການຫັກ ແລະການສົ່ງຄືນອາກອນມູນຄ່າເພີ່ມ

ຄຸນລັກສະນະສໍາຄັນທີ່ສຸດຂອງລະບົບອາກອນມູນຄ່າເພີ່ມ ແມ່ນກົນໄກການຫັກ ແລະການສົ່ງຄືນອາກອນມູນຄ່າເພີ່ມ ເພື່ອບໍ່ໃຫ້ເປັນພາລະແບກຫາບຂອງຜູ້ດໍເນີທຸລະກິດ ແລະທັງບໍ່ໃຫ້ເປັນການເສຍອາກອນຊໍ້າຊ້ອນຂອງຜູ້ຊົມໃຊ້ສຸດທ້າຍ ພ້ອມທັງເປັນການສົ່ງເສີມການສົ່ງອອກ.

7.1 ການຫັກອາກອນມູນຄ່າເພີ່ມ.

ການຫັກອາກອນມູນຄ່າເພີ່ມ ແມ່ນການທົດແທນເງິນອາກອນມູນຄ່າເພີ່ມທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ຈ່າຍໃນເວລານຳເຂົ້າສິນຄ້າ ແລະຊື້ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ.

ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ປະກອບດ້ວຍ ອາກອນມູນຄ່າເພີ່ມທີ່ສາມາດຫັກໄດ້  ແລະອາກອນມູນຄ່າເພີ່ມທີ່ບໍ່ສາມາດຫັກໄດ້ ຊຶ່ງຂຶ້ນກັບເງື່ອນໄຂ ແລະການນຳໃຊ້ຕົວຈິງ ລະອຽດດັ່ງນີ້:

1)   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້:

ກ. ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ຕາມທີ່ກຳນົດໄວ້ໃນມາດຕາ 19-22 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແມ່ນທຸກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບທຸກສິນຄ້າ ແລະການບໍລິການທີ່ນຳໃຊ້ເຂົ້າໃນການດຳເນີນທຸລະກິດໂດຍກົງທີ່ຖືກເສຍອາກອນມູນຄ່າເພີ່ມ.

ໃນທາງຫຼັກການແລ້ວ ໂດຍກົງມີຄວາມໝາຍວ່າ ສິນຄ້າທຸກຢ່າງທີ່ຖືກນໍາເຂົ້າ ແລະບໍລິການທຸກຢ່າງທີ່ຊື້ໂດຍຜູ້ມອບອາກອນມູນຄ່າເພີ່ມ ຊຶ່ງລ້ວນແຕ່ຈໍາເປັນຕໍ່ການຜະລິດ, ການຈໍາໜ່າຍ, ການໂຄສະນາສົ່ງເສີມ ແລະການຂາຍສິນຄ້າ ແລະບໍລິການທີ່ຕ້ອງເສຍອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຫຼືທີ່ສະໜອງຢູ່ຕ່າງປະເທດ.

ຂ. ຈຳນວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ໄດ້ກຳນົດໄວ້ຄືດັ່ງນີ້:

-       ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບສິນຄ້າທີ່ນຳເຂົ້າ, ສິນຄ້າ ແລະການບໍລິການທີ່ຊື້ຢູ່ພາຍໃນປະເທດທີ່ມີເອກະສານຢັ້ງຢືນທີ່ຖືກຕ້ອງ ແລະນຳໃຊ້ເຂົ້າໃນການດຳເນີນທຸລະກິດໂດຍກົງຂອງການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ແມ່ນສາມາດຫັກໄດ້ທັງໝົດ.
-  ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ຕິດພັນກັບສິນຄ້າ ແລະການບໍລິການ ຊຶ່ງມີເອກະສານຢັ້ງ ຢືນທີ່ຖືກຕ້ອງທີ່ໄດ້ນຳໃຊ້ເຂົ້າໃນການດຳເນີນທຸລະກິດໂດຍກົງ ແລະນຳໃຊ້ຈຸດປະສົງອື່ນໆ (ທຸລະກິດທາງອ້ອມ ຫຼືບໍ່ຕິດພັນກັບທຸລະກິດ) ແມ່ນອະນຸຍາດໃຫ້ຫັກສະເພາະແຕ່ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການດຳເນີນທຸລະກິດໂດຍກົງທີຖືກເສຍອາກອນມູນຄ່າເພີ່ມເທົ່ານັ້ນ. ສະນັ້ນ, ຜູ້ມອບອາກອນມູນຄ່າເພີ່ມຕ້ອງແຍກຈໍານວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການດຳເນີນທຸລະກິດໂດຍກົງໃຫ້ຊັດເຈນ ໂດຍມີການບັນທຶກບັນຊີສະເພາະຕ່າງຫາກ, ຖ້າບໍ່ສາມາດແຍກໄດ້ຈໍານວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທັງໝົດຈະບໍ່ອະນຸຍາດໃຫ້ຫັກ.

ກໍລະນີທີ່ບໍ່ສາມາດແຍກໄດ້ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບສິນຄ້າ ຫຼືການບໍລິການທີ່ນຳໃຊ້ໂດຍກົງ ແລະບໍ່ໂດຍກົງ ແຕ່ສາມາດແຍກໄດ້ມູນຄ່າສິນຄ້າ ແລະການບໍລິການທີ່ນຳໃຊ້ເຂົ້າໃນທຸລະກິດໂດຍກົງ ແລະບໍ່ໂດຍກົງໃຫ້ຄິດໄລ່ແບ່ງສ່ວນຫັກ ຄືດັ່ງນີ້:

        ມູນຄ່າສິນຄ້າ ແລະການບໍລິການທີ່ນຳໃຊ້ໂດຍກົງ x 100

  •  ຊັດສ່ວນນໍາໃຊ້ໂດຍກົງ  = --------------------------------------------------------

                   ມູນຄ່າການຊື້ສິນຄ້າ ແລະການບໍລິການທັງໝົດ

 

  • ອມພ ເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ = ອມພ ເບື້ອງສົ້ນເຂົ້າທັງໝົດ x ຊັດສ່ວນນໍາໃຊ້ໂດຍກົງ.

-       ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ຕິດພັນກັບສິນຄ້າທີ່ນຳເຂົ້າ, ສິນຄ້າ ແລະການບໍລິການທີ່ຊື້ຢູ່ພາຍໃນປະເທດ ທີ່ນຳໃຊ້ເຂົ້າໃນການດຳເນີນທຸລະກິດໂດຍກົງຂອງກິດຈະການປະສົມ ຊຶ່ງມີທັງການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ແລະຖືກຍົກເວັ້ນອາກອນມູນຄ່າເພີ່ມ ແມ່ນສາມາດຫັກໄດ້ສະເພາະອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມເທົ່ານັ້ນ;

ຜູ້ມອບອາກອນມູນຄ່າເພີ່ມ ຕ້ອງແຍກລະຫວ່າງອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ແລະທີ່ຕິດພັນກັບການສະໜອງທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມຢູ່ໃນການບັນຊີໃຫ້ຊັດເຈນ, ຖ້າຜູ້ມອບອາກອນມູນຄ່າເພີ່ມບໍ່ສາມາດແຍກໄດ້ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທັງໝົດ ແມ່ນຈະບໍ່ອະນຸຍາດໃຫ້ຫັກ, ແຕ່ຖ້າສາມາດແຍກໄດ້ມູນຄ່າການສະໜອງສິນຄ້າ ຫຼືການບໍລິການທີ່ຖືກເສຍ  ແລະຖືກຍົກເວັ້ນອາກອນມູນຄ່າເພີ່ມ, ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ໃຫ້ຄິດໄລ່ແບ່ງສ່ວນ ຄືດັ່ງນີ້:

                             ມູນຄ່າການສະໜອງທີ່ຖືກເສຍ ອມພ x 100

  • ຊັດສ່ວນການສະໜອງທີ່ຖືກເສຍ ອມພ  = ------------------------------------------------

                                             ມູນຄ່າການສະໜອງທັງໝົດ

  • ອມພ ທີ່ສາມາດຫັກໄດ້ = ອມພ ເບື້ອງສົ້ນເຂົ້າທັງໝົດ x ຊັດສ່ວນການສະໜອງທີ່ຖືກເສຍ;

ຕົວຢ່າງ: ໃນເດືອນ ກຸມພາ 2016 ຜູ້ມອບອາກອນມູນຄ່າເພີ່ມທີ່ດໍາເນີນທຸລະກິດກ່ຽວກັບໂຮງພິມ ໄດ້ຊື້ກໍ້ເຈ້ຍຢູ່ພາຍໃນປະເທດມູນຄ່າ 10.000.000 ກີບ ເພື່ອມາຜະລິດປຶ້ມ ຊຶ່ງໄດ້ຈ່າຍອາກອນມູນຄ່າເພີ່ມສໍາລັບການຊື້ດັ່ງກ່າວ 10% ເປັນເງິນ 1.000.000 ກີບ. ໃນເດືອນດຽວກັນນີ້ ຜູ້ກ່ຽວໄດ້ຂາຍປຶ້ມຕໍາລາຮຽນຕໍາລາສອນ ຊຶ່ງຖືກຍົກເວັ້ນອາກອນມູນຄ່າເພີ່ມ ເປັນເງິນ 4.000.000 ກີບ ແລະຂາຍປຶ້ມຂຽນ ຊຶ່ງຖືກເສຍອາກອນມູນຄ່າເພີ່ມ ເປັນເງິນ 8.000.000 ກີບ;

ວິທີຊອກຫາອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ໃຫ້ປະຕິບັດດັ່ງນີ້:

1.    ກໍລະນີຜູ້ມອບອາກອນມູນຄ່າເພີ່ມສາມາດແຍກໄດ້ລະອຽດຊັດເຈນວ່າ ຈຳນວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງເຈັ້ຍທີ່ຕິດພັນກັບການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ (ຂາຍປຶ້ມຂຽນ) ມີຈຳນວນເທົ່າໃດ ກໍເອົາຈຳນວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການຂາຍປຶ້ມຂຽນນັ້ນ ເປັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ເລີຍ;

2.    ແຕ່ຖ້າ, ກໍລະນີຜູ້ມອບອາກອນມູນຄ່າເພີ່ມບໍ່ສາມາດແຍກໄດ້ວ່າ ຈຳນວນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ແລະຖືກຍົກເວັ້ນອາກອນມູນຄ່າເພີ່ມມີຈຳນວນເທົ່າ ໃດ ກໍໃຫ້ຄິດໄລ່ດ້ວຍການຊອກຫາອັດຕາສ່ວນອາກອນມູນຄ່າເພີ່ມທີ່ສາມາດຫັກໄດ້ ຄືດັ່ງນີ້:

                                                   8.000.000 x 100

  •   ອັດຕາສ່ວນອາກອນມູນຄ່າເພີ່ມທີ່ສາມາດຫັກໄດ້ =---------------------------------= 66,67%

                                                8.000.000 + 4.000.000

 

  •   ອມພ ເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ = 1.000.000 x 66,67% = 666.700 ກີບ.

-       ສຳລັບ ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບນໍ້າປະປາ, ໄຟຟ້າ ແລະອາຍແກັສ:

  ກໍລະນີມີການແຍກໝໍ້ນັບ ສໍາລັບການນຳໃຊ້ໂດຍກົງເຂົ້າໃນທຸລະກິດ ແມ່ນອະນຸຍາດໃຫ້ຫັກໄດ້ທັງໝົດ.

 ກໍລະນີບໍ່ມີການແຍກໝໍ້ນັບ  ໃຫ້ຄິດໄລ່ແບ່ງສ່ວນ ຄືດັ່ງນີ້:

  •   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງພະລັງງານໄຟຟ້າ ສຳລັບການຜະລິດອຸດສາຫະກຳ ແລະການບໍລິການແມ່ນອະນຸຍາດໃຫ້ຫັກໄດ້ 80%, ສໍາລັບການຄ້າອະນຸຍາດໃຫ້ຫັກໄດ້ 60% ຂອງປະລິມານກະແສໄຟຟ້າທີ່ຖືກນໍາໃຊ້ຕົວຈິງ.
  •  ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງ ນໍ້າປະປາ ສຳລັບການຜະລິດອຸດສາຫະກຳ ແລະການບໍລິການອະນຸຍາດໃຫ້ຫັກໄດ້ 80% ຂອງປະລິມານນໍ້າປະປາທີ່ຖືກນຳໃຊ້ຕົວຈິງ.
  •  ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງອາຍແກັສ ສຳລັບການຜະລິດອຸດສາຫະກໍາ ແລະການບໍລິການແມ່ນອະນຸຍາດໃຫ້ຫັກໄດ້ 80%.

-       ສຳລັບ ອາກອນມູນຄ່າເພີີ່ມເບື້ອງສົ້ນເຂົ້າຂອງຊັບສົມບັດຄົງທີ່ :

ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ສຳລັບຊັບສົມບັດຄົງທີ່ ທີ່ເປັນກຳມະສິດຂອງວິສາ ຫະກິດ ຫຼືໄດ້ເຊົ່າ ຫຼືເຊົ່າຊື້ມາ ທີ່ນຳໃຊ້ໃນການດໍາເນີນທຸລະກິດໂດຍກົງ ແລະກິດຈະການອື່ນໆທີ່ບໍ່ແມ່ນທຸລະກິດ ຜູ້ມອບອາກອນມູນຄ່າເພີ່ມຕ້ອງແບ່ງຊັດສ່ວນການຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າໃນຕົ້ນປີ ຊຶ່ງຈະຖືກກວດກາຄືນໃນທ້າຍປີໂດຍຂະແໜງສ່ວຍສາອາກອນ ເພື່ອດັດແກ້ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມໃບທຳອິດທີ່ຈະຍື່ນໃນປີຖັດໄປ, ລະອຽດດັ່ງນີ້:

1.   ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບຍານພາຫະນະຂອງບໍລິສັດ ທີ່ເອົາໃຫ້ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຜູ້ຈັດການ ຫຼືພະນັກງານ ນໍາໃຊ້ສ່ວນຕົວ ແມ່ນບໍ່ອະນຸຍາດໃຫ້ຫັກ.

2.   ສຳລັບ ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງສິ່ງປຸກສ້າງ ແລະຄ່າບໍລິການທີ່ກ່ຽວຂ້ອງທີ່ຖືກນຳໃຊ້ໂດຍກົງໃນການດຳເນີນທຸລະກິດ ແລະຈຸດປະສົງອື່ນ ແມ່ນສາມາດຫັກໄດ້ພຽງແຕ່ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບການຊື້, ການເຊົ່າ ຫຼືການເຊົ່າຊື້ ສິ່ງປຸກສ້າງທີ່ນໍາໃຊ້ໂດຍກົງເຂົ້າໃນການດໍາເນີນທຸລະກິດທີ່ຖືກເສຍອາກອນມູນຄ່າເພີ່ມ, ໃນກໍລະນີໃດກໍ່ຕາມບໍ່ອະນຸຍາດໃຫ້ຫັກເກີນ 70% ສຳລັບ ສ່ວນທີ່ຍັງເຫຼືອ ແມ່ນໃຫ້ຈົດເພີ່ມເຂົ້າເປັນມູນຄ່າຊັບສົມບັດຄົງທີ່ເພື່ອຫັກຄ່າຫຼູ້ຍຫ້ຽນ;

ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຕິດພັນກັບ ຄອມພິວເຕີໂນດບຸກ, ແທັບເລັດ, ໂທລະສັບມືຖື...ທີ່ເປັນຊັບສິນຂອງຜູ້ມອບອາກອນມູນຄ່າເພີ່ມ ແມ່ນບໍ່ອະນຸຍາດໃຫ້ຫັກ.

3.   ສຳລັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ຕິດພັນກັບສິນຄ້າຕົວຢ່າງ ທີ່ເປັນຜະລິດຕະພັນໃໝ່ຂອງທຸລະກິດ ທີ່ແຈກຢາຍແບບບໍ່ເສຍຄ່າໃຫ້ແກ່ລູກຄ້າ, ຜູ້ຊື້ ຫຼືຜູ້ຈະເປັນສາຍພົວພັນທາງທຸລະກິດໃນອະນາຄົດ ແມ່ນອະນຸ ຍາດໃຫ້ຫັກໄດ້ແຕ່ມູນຄ່າສິນຄ້າດັ່ງກ່າວສູງສຸດບໍ່ໃຫ້ເກີນ 50.000 ກີບ ຕໍ່ອັນ/ຕໍ່ຄົນ/ຕໍ່ລາຍການ.

ຄ. ເວລາ ແລະກຳນົດເວລາຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ:

-   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ແມ່ນສາມາດຫັກໄດ້ເປັນໄລຍະ (ເດືອນ ຫຼືງວດ) ຕາມໄລຍະຂອງການຍື່ນໃບແຈ້ງອາກອນມູນຄ່າເພີ່ມຂອງຜູ້ມອບອາກອນມູນຄ່າເພີ່ມ ໂດຍມີການໄລ່ລຽງຈຳນວນທີ່ສາມາດຫັກໄດ້ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມປະຈຳເດືອນ ຫຼືງວດນັ້ນໆ;

-   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຍັງເຫຼືອພາຍໃນເດືອນ ຫຼືງວດ ແມ່ນອະນຸຍາດໃຫ້ຫັກຢູ່ໃນເດືອນ ຫຼືງວດຖັດໄປແຕ່ບໍ່ໃຫ້ເກີນ 6 ເດືອນ ໂດຍໃຫ້ເລີ່ມຫັກແຕ່ເດືອນ ຫຼືງວດ ທີ່ມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າດັ່ງກ່າວເກີດຂຶ້ນ. ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຍັງເຫຼືອຊຶ່ງຫັກບໍ່ໝົດພາຍໃນ 6 ເດືອນ ຜູ້ມອບອາກອນມູນຄ່າເພີ່ມຕ້ອງສະເໜີເຖິງຂະແໜງສ່ວຍສາອາກອນບ່ອນທີ່ຄຸ້ມຄອງຕົນ ເພື່ອກວດກາຄືນ ຊຶ່ງອາດຈະໄດ້ຮັບການສືບຕໍ່ຫັກ ຫຼືລົງເປັນລາຍຈ່າຍ ອີງຕາມເງື່ອນໄຂ ແລະຜົນການກວດກາຕົວຈິງ.

. ເອກະສານທີ່ນຳໃຊ້ສຳລັບການຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ:

ການຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຈະຕ້ອງໄດ້ດຳເນີນຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມປະຈຳເດືອນ ຫຼືງວດ ແລະຕ້ອງມີຕາຕະລາງສັງລວມການນໍາໃຊ້ໃບເກັບເງິນ (ໃບເກັບເງິນທີ່ໄດ້ອອກໃນເວລາສະໜອງສິນຄ້າ ແລະການບໍລິການ), ໃບເກັບເງິນ ແລະເອກະສານຕ່າງໆໃນເວລານຳເຂົ້າສິນຄ້າທີ່ພົວພັນກັບອາກອນມູນຄ່າເພີ່ມທີ່ຖືກຫັກຄັດຕິດມາພ້ອມ ເພື່ອຄວາມສະດວກໃນການກວດກາຄືນຂອງເຈົ້າໜ້າທີ່ສ່ວຍສາອາກອນ ເຊັ່ນ :

1.    ໃບເກັບເງິນຈາກຜູ້ສະໜອງ ສຳລັບການຊື້ສິນຄ້າ ຫຼືການບໍລິການຢູ່ພາຍໃນປະເທດ ຊຶ່ງໄດ້ຂຽນຈຳ ນວນອາກອນມູນຄ່າເພີ່ມຢ່າງລະອຽດ ແລະຖືກຕ້ອງ.

2.    ເອກະສານການນຳເຂົ້າສິນຄ້າ ທີ່ເຈົ້າໜ້າທີ່ພາສີໄດ້ຄິດໄລ່ເກັບອາກອນມູນຄ່າເພີ່ມ ແລະໃບຮັບເງິນ ຫຼືເອກະສານຢັ້ງຢືນການຊຳລະເງິນອາກອນມູນຄ່າເພີ່ມໃນເວລານຳເຂົ້າ.

3.    ເອກະສານຢັ້ງຢືນການຊື້ການບໍລິການຈາກຜູ້ບໍ່ມີພູມລໍາເນົາ ແລະບໍ່ສ້າງຕັ້ງ ຢູ່ ສປປ ລາວ ແລະການຫັກອາກອນມູນຄ່າເພີ່ມໄວ້.

2)   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກ ມີດັ່ງນີ້:

ກ. ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ຕິດພັນກັບການສະໜອງສິນຄ້າ ແລະບໍລິການ ທີ່ຖຶກຍົກເວັ້ນອາກອນມູນຄ່າເພີ່ມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງກົດໝາຍອາກອນມູນຄ່າເພີ່ມ ແລະການຍົກເວັ້ນທີ່ໄດ້ຮັບຕາມ ສັນຍາ, ສົນທິສັນຍາ ແລະມະຕິຕົກລົງ ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ;

ຂ. ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ຕິດພັນກັບລາຍຈ່າຍຂອງຜູ້ດຳເນີນທຸລະກິດທີ່ຖືກເສັຍອາກອນມູນຄ່າເພີ່ມ ຄື:

-   ລາຍຈ່າຍທີ່ຕິດພັນກັບສິນຄ້າ ແລະການບໍລິການທີ່ນຳໃຊ້ກັບ: ງານລ້ຽງ, ງານສ້າງສັນ, ງານບຸນປະເພນີ, ສາດສະໜາ, ສິ່ງຫຼູຫຼາ, ຟູມເຟືອຍ, ການພັກຜ່ອນຢ່ອນໃຈ, ການເຕັ້ນລໍາ ຫຼືການບັນເທີງ, ການຕີກອຟ ແລະກິລາອື່ນໆ, ຂອງຂວັນ, ລາງວັນ ເວັ້ນເສຍແຕ່ເປັນການດຳເນີນທຸລະກິດກ່ຽວກັບກິດຈະການດັ່ງກ່າວ.
-   ລາຍຈ່າຍນອກທຸລະກິດ ແລະລາຍຈ່າຍສ່ວນຕົວຂອງເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ, ຂາຮຸ້ນ ແລະພະ ນັກງານ ກໍາມະກອນຂອງຕົນ;
-   ລາຍຈ່າຍຂອງທຸລະກິດ ທີ່ບໍ່ມີເອກະສານຢັ້ງຢືນ ຫຼືມີແຕ່ບໍ່ຖືກຕ້ອງ ຄົບຖ້ວນ ຫຼືສູງເກີນຄວາມເປັນຈິງ;
-   ລາຍຈ່າຍພູດສ່ວນທີ່ບໍ່ໃຫ້ເປັນລາຍຈ່າຍກ່ອນການຄິດໄລ່ອາກອນກຳໄລ ດັ່ງທີ່ກຳນົດໄວ້ໃນມາດຕາ 35 ຂໍ້ 2 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ຊຶ່ງມີ: ຄ່າເດີນທາງ, ຄ່າຮັບແຂກ, ຄ່າໂທລະສັບ, ຄ່າບໍລິ ຈາກ, ຊ່ວຍໜູນ, ຄ່າໂຄສະນາ;
-   ລາຍຈ່າຍທີ່ຕິດພັນກັບຊັບສົມບັດຄົງທີ່ ທີ່ບໍ່ໄດ້ຈົດເປັນຊັບສິນຂອງວິສາຫະກິດ ຫຼືຈົດເປັນຊັບສິນຂອງວິສາຫະກິດ ແຕ່ບໍ່ໄດ້ນຳໃຊ້ເຂົ້າໃນທຸລະກິດ ອາດທັງໝົດ ຫຼືບາງສ່ວນ ເຊັ່ນ: ເອົາໃຫ້ ຜູ້ຖືຮຸ້ນ, ຜູ້ອໍານວຍການ, ຜູ້ຈັດການ ຫຼືພະນັກງານນໍາໃຊ້ສ່ວນຕົວ ຫຼືມີເກີນຄວາມຕ້ອງການໃນການດໍາເນີນທຸລະກິດ;
-   ລາຍຈ່າຍທີ່ຕິດພັນກັບ ໄຟຟ້າ, ນໍ້າປະປາ, ອາຍແກັສ ສະເພາະພູດສ່ວນທີ່ບໍ່ອະນຸຍາດໃຫ້ຫັກ.
-   ຄອມພິວເຕີໂນດບຸກ, ແທັບເລັດ, ໂທລະສັບມືຖື ທັງທີ່ເປັນ ຫຼືບໍ່ເປັນຊັບສິນຂອງຜູ້ມອບອາກອນມູນຄ່າເພີ່ມ.
-   ສິນຄ້າ ແລະການບໍລິການ ທີ່ຖືວ່າເປັນການຊົມໃຊ້ສ່ວນຕົວ ຊຶ່ງປະກອບມີ:

  •   ຢາສູບ ເວັ້ນເສຍແຕ່ເປັນການດຳເນີນທຸລະກິດກ່ຽວກັບຢາສູບ;
  •   ຜະລິດຕະພັນທີ່ມີທາດເຫຼົ້າ ເວັ້ນເສຍແຕ່ເປັນການດຳເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ມີທາດເຫຼົ້າ;
  • ຜະລິດຕະພັນອາຫານ ແລະເຄື່ອງດື່ມທຸກຊະນິດ ເວັ້ນເສຍແຕ່ເປັນການດຳເນີນທຸລະກິດກ່ຽວກັບກິດ ຈະການຮ້ານອາຫານ, ໂຮງແຮມ ຫຼືການບໍລິການດ້ານອາຫານ ແລະເຄື່ອງດື່ມ;
  • ທຸກສິນຄ້າ ແລະບໍລິການອື່ນໆ ທີ່ຖືກນໍາໃຊ້ເພື່ອຮັບໃຊ້ຈຸດປະສົງສ່ວນຕົວ;

ຄ. ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ພົວພັນກັບສິນຄ້າສົ່ງອອກທີ່ຖືກເສຍອັດຕາ 10% ແລະການສະໜອງຢູ່ຕ່າງປະເທດທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ຊຶ່ງປະກອບມີ:

-   ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ພົວພັນກັບການສົ່ງອອກຊັບພະຍາກອນທຳມະຊາດທີ່ບໍ່ແມ່ນຜະ ລິດຕະພັນສຳເລັດຮູບ ຊຶ່ງແມ່ນຊັບພະຍາກອນທໍາມະຊາດທີ່ບໍ່ໄດ້ຖືກປຸງແຕ່ງ ຫຼັງຈາກທີ່ໄດ້ຂຸດຄົ້ນ ຫຼືຖືກປຸງແຕ່ງເປັນບາງສ່ວນ ຊຶ່ງຍັງບໍ່ທັນເປັນຜະລິດຕະພັນສຳເລັດຮູບ;
-   ສິນຄ້າ ແລະການບໍລິການທີ່ຖືກສະໜອງຢູ່ຕ່າງປະເທດ ຫຼືເຂດເສດຖະກິດພິເສດ ຫຼືເຂດເສດຖະກິດສະເພາະ ທີ່ເປັນການສະໜອງທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມຂອງ ສປປ ລາວ;

ງ.  ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ກໍານົດໄວ້ໃນມາດຕາ 23 ຂໍ້ 4 ແລະ 5 ຂອງກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ ສະບັບປັບປຸງ.

ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ບໍ່ອະນຸຍາດໃຫ້ຫັກທັງໝົດດັ່ງທີ່ກຳນົດຢູ່ໃນຂໍ້ນີ້ ຈະບໍ່ອະນຸຍາດໃຫ້ຫັກ ເປັນລາຍຈ່າຍກ່ອນການຄິດໄລ່ອາກອນກຳໄລປະຈຳປີນຳອີກ, ຖືເປັນຜູ້ຊົມໃຊ້ສຸດທ້າຍ ຊຶ່ງຕ້ອງມີໜ້າທີ່ເສຍອາກອນມູນຄ່າເພີ່ມດັ່ງກ່າວ.

7.2 ການສົ່ງຄືນ ເງິນອາກອນມູນຄ່າເພີ່ມ.

ການສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນການທົດແທນເງິນອາກອນມູນຄ່າເພີ່ມຄືນໃຫ້ຜູ້ມອບອາກອນມູນຄ່າເພີ່ມ ດ້ວຍຮູບແບບເປັນເງິນສົດ ຫຼືໂອນເຂົ້າທະນາຄານ ຊຶ່ງເປັນເງິນອາກອນມູນຄ່າເພີ່ມທີ່ຜູ້ມີສີດຂໍເງິນຄືນໄດ້ຈ່າຍໃນເວລາມີການນຳເຂົ້າສິນຄ້າ ແລະຊື້ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ;

1)   ຜູ້ມີສິດທີ່ຈະໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ປະກອບດ້ວຍ:

ກ. ຜູ້ມອບອາກອນມູນຄ່າເພີ່ມ ທີ່ມີ:

-   ການສົ່ງອອກສິນຄ້າທີ່ຖືກອັດຕາ 0%;
-   ການສະໜອງສິນຄ້າ ແລະການບໍລິການທີ່ຖືກອັດຕາ 0% ຢູ່ພາຍໃນປະເທດ;
-   ການສະໜອງສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມຂອງ ສປປ ລາວ ທີ່ເກີດຂຶ້ນຢູ່ຕ່າງປະເທດ ຫຼືເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ;
-   ການຢູດເຊົາ, ຄວບກິດຈະການ ຫຼືແຍກກິດຈະການ ຫຼືລົ້ມລະລາຍຕາມກົດໝາຍ ກໍລະນີມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຍັງເຫຼືອຢູ່ ແລະບໍ່ມີສິນຄ້າຄ້າງສາງ;
-   ການເສຍ ຫຼືມອບອາກອນມູນຄ່າເພີ່ມເກີນທີ່ກົດໝາຍກໍານົດ.

. ສະຖານທູດ, ສະຖານກົງສູນ;

. ອົງການຈັດຕັ້ງສາກົນທີ່ຂຶ້ນກັບ ແລະບໍ່ຂຶ້ນກັບລັດຖະບານ;

ງ. ຜູ້ໂດຍສານ, ນັກທ່ອງທ່ຽວຕ່າງປະເທດ;

. ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ໄດ້ເສຍອາກອນມູນຄ່າເພີ່ມເກີນທີ່ກົດໝາຍກຳນົດ.

2)   ການສົ່ງຄືນເງິນອາກອນມູນຄ່າເພີ່ມ

. ສຳລັບຜູ້ມອບອາກອນມູນຄ່າເພີ່ມທີ່ມີການສົ່ງອອກສິນຄ້າທີ່ຖືກອັດຕາ 0%, ການສະໜອງສິນຄ້າ ແລະການບໍລິການຢູ່ພາຍໃນປະເທດທີ່ຖືກ 0% ແລະການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ທີ່ເກີດຂຶ້ນຢູ່ຕ່າງປະເທດ ໃຫ້ປະຕິບັດຄືດັ່ງນີ້:

-       ກ່ອນຈະສົ່ງຄືນເງິນອາກອນມູນຄ່າເພີ່ມ ຕ້ອງໄດ້ກວດກາຄືນເງື່ອນໄຂຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 24 ເຖິງ 28 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ຄື:

  •   ການຈັດຕັ້ງປະຕິບັດລະບຽບກ່ຽວກັບອາກອນມູນຄ່າເພີ່ມໄດ້ຢ່າງຖືກຕ້ອງຄົບຖ້ວນ (ການແຈ້ງ ແລະການມອບອາກອນມູນຄ່າເພີ່ມ),
  • ມີເອກະສານຢັ້ງຢືນທີ່ຖືກຕ້ອງ ຄົບຖ້ວນ ເຊັ່ນ: ໃບເກັບເງິນ ສຳລັບການສະໜອງພາຍໃນ, ເອກະ ສານການນຳເຂົ້າ-ສົ່ງອອກສິນຄ້າຈາກເຈົ້າໜ້າທີ່ພາສີ ແລະເອກະສານຢັ້ງຢືນການມອບເງິນເຂົ້າງົບປະມານ (ໃບຮັບເງິນຂອງຄັງເງິນ ຫຼືໃບແຈ້ງມີຂອງທະນາຄານ ຫຼືເອກະສານອື່ນໆທີ່ຖືກກຳນົດ);

 

-       ການສົ່ງຄືນເງິນອາກອນມູນຄ່າເພີ່ມ ຈະຕ້ອງສົ່ງເປັນແຕ່ລະເດືອນ ຫຼືງວດ ຕາມຈໍານວນອາກອນມູນຄ່າເພີ່ມທີ່ອະນຸຍາດໃຫ້ສົ່ງຄືນໄດ້ ຊຶ່ງຖືກຄິດໄລ່ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມປະຈຳເດືອນ ຫຼືງວດ;
-       ຜູ້ມອບອາກອນມູນຄ່າເພີ່ມທີ່ສະເໜີຂໍເງິນຄືນ ຕ້ອງສາມາດຢັ້ງຢືນວ່າຕົນໄດ້ປະຕິບັດຕາມເງື່ອນໄຂການຂໍເງິນຄືນໄດ້ຢ່າງຖືກຕ້ອງ ຄົບຖ້ວນ ໃນໄລຍະ 6 ເດືອນຕິດຕໍ່ກັນກ່ອນເວລາຂໍເງິນຄືນ ຫຼືໃນໄລຍະແຕ່ມື້ທີ່ໄດ້ມີການແນະນຳເປັນຕົ້ນມາ. ການຢັ້ງຢືນຕ້ອງປະກອບດ້ວຍເອກະສານ ແລະການບັນທຶກ ຊຶ່ງສາມາດສະແດງໃຫ້ເຫັນຢ່າງຊັດເຈນສຳລັບໄລຍະອາກອນທີ່ມີການຂໍເງິນຄືນ ດັ່ງນີ້

  •   ຜູ້ມອບອາກອນມູນຄ່າເພີ່ມ ໄດ້ສົ່ງອອກສິນຄ້າທີ່ຖືກອັດຕາ 0%, ສະໜອງສິນຄ້າ ແລະການບໍລິ ການຢູ່ພາຍໃນປະເທດທີ່ຖືກອັດຕາ 0% ແລະຫຼືດໍາເນີນການສະໜອງສິນຄ້າ ແລະການບໍລິການທີ່ຖືກເສຍອາກອນມູນຄ່າເພີ່ມຢູ່ຕ່າງປະເທດໃນລະຫວ່າງໄລຍະດັ່ງກ່າວ;
  •   ການສົ່ງອອກສິນຄ້າທີ່ຖືກອັດຕາອາກອນມູນຄ່າເພີ່ມ 0% ແລະການສະໜອງສິນຄ້າ ແລະການບໍລິການທີ່ໄດ້ແຈ້ງວ່າຖືກອັດຕາ 0% ແມ່ນຖືກນຳໃຊ້ອັດຕາ 0% ຢ່າງຖືກຕ້ອງຕາມມາດຕາ 16 ຂໍ້ 2 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະການສະໜອງສິນຄ້າ ແລະການບໍລິການທີ່ໄດ້ແຈ້ງວ່າ ເກີດຂຶ້ນຢູ່ຕ່າງປະເທດ ແມ່ນໄດ້ເກີດຂຶ້ນຢູ່ຕ່າງປະເທດຢ່າງແທ້ຈິງ;
  •  ການຊຳລະເງິນສຳລັບສິນຄ້າທີ່ຖືກສົ່ງອອກ ແລະສິນຄ້າ ແລະການບໍລິການທີ່ສະໜອງຢູ່ຕ່າງປະເທດຕ້ອງຜ່ານລະບົບທະນາຄານ ຫຼືໃນຮູບການແລກປ່ຽນສິນຄ້າ ແລະການບໍລິການ ແລະການຊຳລະສະສາງດ້ວຍຮູບການສະເພາະອື່ນໆ ຕາມລະບຽບກົດໝາຍກຳນົດ.

-   ເອກະສານ ແລະການບັນທຶກຕົ້ນຕໍ ສຳລັບການຂໍຄືນເງິນອາກອນມູນຄ່າເພີ່ມ ດັ່ງລຸ່ມນີ້:

1. ໃບເກັບເງິນສະບັບຕົ້ນທີ່ຖືກຕ້ອງ ທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ອອກສຳລັບແຕ່ລະລາຍການ ສະໜອງສິນຄ້າ ແລະການບໍລິການທີ່ຜູ້ກ່ຽວໄດ້ດຳເນີນພາຍໃນໄລຍະຂໍຄືນເງິນອາກອນມູນຄ່າເພີ່ມ;

2. ການບັນທຶກລາຍການສະໜອງເຂົ້າໃນບັນຊີຂອງຜູ້ມອບອາກອນມູນຄ່າເພີ່ມ ຕາມທີ່ໄດ້ກໍານົດຢູ່ໃນມາດຕາ 33 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;

3. ການສະໜອງສິນຄ້າທີ່ຖືກແຈ້ງວ່າຖືກສົ່ງອອກໃນລະຫວ່າງໄລຍະອາກອນ, ສັນຍາການຂາຍສິນ ຄ້າ ຫຼືເອກະສານທີ່ຄ້າຍຄືກັນ, ເອກະສານກ່ຽວກັບການຂົນສົ່ງທີ່ສະແດງໃຫ້ເຫັນວ່າສິນຄ້າຖືກຂົນສົ່ງຈາກສະຖານທີ່ໜຶ່ງຢູ່ ສປປ ລາວ ໄປຫາອີກສະຖານທີ່ໜຶ່ງຢູ່ຕ່າງປະເທດ ຫຼືໄປຫາສາງພາສີ ຫຼືສະຖານທີ່ໆຄ້າຍຄືກັນຢູ່ ສປປ ລາວ ໂດຍຜູ້ສະໜອງ ຫຼືໃນນາມຕາງໜ້າ, ເອກະສານກ່ຽວກັບການຊຳລະທີ່ສະແດງວ່າສິນຄ້າທີ່ຖືກສະໜອງມີການຊຳລະເງິນມາຈາກຕ່າງປະເທດໂດຍຜ່ານລະບົບທະນາຄານ;

4. ການສະໜອງສິນຄ້າ ແລະການບໍລິການອື່ນໆທີ່ຖືກແຈ້ງວ່າຖືກອັດຕາສູນ, ສັນຍາການຂາຍສິນຄ້າ ແລະການບໍລິການ ແລະເອກະສານອື່ນໆ ຊຶ່ງກຳນົດວ່າໄດ້ປະຕິບັດຕາມເງື່ອນໄຂໃນການໃຊ້ອັດຕາ 0% ຕາມທີ່ກຳນົດຢູ່ໃນມາດຕາ 16 ຂໍ້ 2 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;

5. ການສະໜອງສິນຄ້າ ແລະການບໍລິການທີ່ຖືກແຈ້ງວ່າ ຖືກສະໜອງຢູ່ຕ່າງປະເທດ, ສັນຍາການຂາຍການບໍລິການ ຫຼືເອກະສານທີ່ຄ້າຍຄືກັນ, ເອກະສານກ່ຽວກັບການຊຳລະທີ່ສະແດງວ່າສິນຄ້າ ຫຼືການບໍລິການດັ່ງ ກ່າວນັ້ນຖືກຊຳລະມາຈາກຕ່າງປະເທດໂດຍຜ່ານລະບົບທະນາຄານ ແລະຫຼືເອກະສານອື່ນໆທີ່ສະແດງວ່າ ການສະໜອງສິນຄ້າ ແລະການບໍລິການເກີດຂຶ້ນ ຫຼືຈະເກີດຂຶ້ນຢູ່ຕ່າງປະເທດ.

ຖ້າສັນຍາສະບັບໜຶ່ງຫາກກວມເອົາຫຼາຍລາຍການສະໜອງສິນຄ້າ ແລະຫຼືການບໍລິການ, ໃນກໍລະນີນີ້,ໃບເກັບເງິນ ແລະເອກະສານອື່ນໆກໍສາມາດອີງໃສ່ສັນຍາສະບັບດຽວກັນໄດ້ ບໍ່ຈຳເປັນຈະຕ້ອງມີສັນຍາແຍກຕ່າງ ຫາກ.

ຈຳນວນອາກອນມູນຄ່າເພີ່ມທີ່ຈະຖືກສົ່ງຄືນໃຫ້ແກ່ຜູ້ມອບອາກອນມູນຄ່າເພີ່ມ ແມ່ນຈຳນວນອາ ກອນມູນຄ່າເພີ່ມທີ່ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວມີສິດໄດ້ຮັບຄືນ ຊຶ່ງຖືກຄິດໄລ່ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມປະຈຳເດືອນ ຫຼືງວດ ຕາມຈໍານວນທີ່ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວມີຈຸດປະສົງຈະຂໍຄືນຊຶ່ງອາດເທົ່າກັບ ຫຼືໜ້ອຍ ກວ່າຈຳນວນທີ່ມີສິດຂໍຄືນຕົວຈິງ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມທີ່ສາມາດຂໍຄືນທີ່ຕິດພັນກັບສິນຄ້າສົ່ງອອກທີ່ຖືກອັດຕາ 0%, ສິນຄ້າ ແລະການບໍລິການທີ່ສະໜອງຢູ່ພາຍໃນປະເທດທີ່ຖືກອັດຕາ 0% ແລະການສະໜອງສິນຄ້າ ແລະການບໍລິການຢູ່ຕ່າງປະເທດທີ່ເກີດຂຶ້ນຢູ່ໃນໄລຍະອາກອນ ໃຫ້ປະຕິບັດດັ່ງນີ້:

ຕົວຢ່າງ 1: ກໍລະນີທີ່ ຜູ້ມອບອາກອນມູນຄ່າເພີ່ມທີ່ມີການສົ່ງອອກສິນຄ້າທັງໝົດ 100%.

ພາຍໃນເດືອນ ກຸມພາ 2016 ໂຮງງານຜະລິດນ້ຳຫວານແຫ່ງໜຶ່ງ ເປັນຜູ້ມອບອາກອນມູນຄ່າເພີ່ມໄດ້ສົ່ງອອກນ້ຳຫວານທີ່ຜະລິດໄດ້ໄປຕ່າງປະເທດ ມູນຄ່າ 500.000 US$ (ອັດຕາແລກປ່ຽນ 1 US$ = 8.000 ກີບ). ພາຍໃນເດືອນດັ່ງກ່າວ ທາງໂຮງງານກໍ່ໄດ້ນຳເຂົ້າ ແລະຊື້ວັດຖຸດິບ, ວັດຖຸເຄິ່ງສຳເລັດຮູບຢູ່ພາຍໃນປະເທດ ແລະຈາກຕ່າງປະເທດເພື່ອນຳໃຊ້ເຂົ້າໃນການຜະລິດ ຊຶ່ງໄດ້ເສຍອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າແລ້ວ ລະອຽດມີດັ່ງນີ້ :

-     ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຂອງການນຳເຂົ້າຂວດໃສ່ນ້ຳຫວານ ທີ່ໄດ້ມອບແລ້ວຕາມໃບແຈ້ງເສຍພາສີຢູ່ດ່ານພາສີຂາເຂົ້າ ແມ່ນ 25.000.000 ກີບ;
-     ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ສໍາລັບການຊື້ເຄື່ອງປຸງແຕ່ງນ້ຳຫວານຢູ່ພາຍໃນປະເທດຊຶ່ງໄດ້ມອບແລ້ວຕາມທີ່ຂຽນໄວ້ຢູ່ໃນໃບເກັບເງິນ ຈໍານວນ 60.000.000 ກີບ;

ເນື່ອງຈາກວ່າສິນຄ້າທັງໝົດຖືກສົ່ງອອກທີ່ຖືກອັດຕາ 0%. ສະນັ້ນ, ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ແມ່ນສາມາດສົ່ງຄືນໃຫ້ແກ່ໂຮງງານຢາສູບໄດ້ທັງໝົດ.

ວິທີຄິດໄລ່ອາກອນມູນຄ່າເພີ່ມທີ່ຕ້ອງສົ່ງຄືນ ມີຄືດັ່ງນີ້:

-  ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ  500.000 $ x 8.000 ກີບ    =  4.000.000.000 ກີບ;
-  ອາກອນມູນຄ່າເພີ່ມເບື້ອງສົ້ນອອກ  4.000.000.000 x 0%       =                      0  ກີບ;
-  ອາກອນມູນຄ່າເພີ່ມຕ້ອງສົ່ງຄືນ (25.000.000 + 60.000.000)  =      85.000.000 ກີບ.

ຖ້າການກວດກາການຂໍເງິນຄືນທີ່ຍື່ນໂດຍໂຮງງານດັ່ງກ່າວ (ຫຼືການກວດກາອາກອນທົ່ວໄປຕາມພາຍ ຫຼັງ ) ຫາກພົບວ່າ ການຂໍເງິນຄືນບໍ່ຖືກຕ້ອງຍ້ອນເຫດຜົນບາງຢ່າງ ເຊັ່ນວ່າ: ບໍ່ສາມາດຢັ້ງຢືນກ່ຽວກັບການສົ່ງອອກສິນ ຄ້າໄດ້ອາດບາງສ່ວນ ຫຼືທັງໝົດ ຂະແໜງສ່ວຍສາອາກອນຕ້ອງດຳເນີນການປະເມີນ ແລະຮຽກເກັບຈຳນວນທີ່ຖືກສົ່ງຄືນ ຫຼືສ່ວນໜຶ່ງຂອງຈຳນວນດັ່ງກ່າວ. ໃນກໍລະນີດັ່ງກ່າວ, ຜູ້ມອບອາກອນມູນຄ່າເພີ່ມ ຍັງຕ້ອງໄດ້ເສຍຄ່າປັບໃໝສຳລັບການລາຍງານທີ່ບໍ່ຖືກຕ້ອງ ແລະອາດຈະຖືກດຳເນີນຄະດີໃນຂໍ້ຫາສໍ້ໂກງ ຖ້າຫາກສາມາດພິສູດໄດ້ວ່າມີຄວາມຕັ້ງໃຈສໍ້ໂກງຈິງ.

ກໍລະນີຫາກມີການສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ແກ່ຜູ້ມອບອາກອນມູນຄ່າເພີ່ມຄົບຖ້ວນແລ້ວ ແຕ່ພົບເຫັນວ່າບໍ່ມີການສົ່ງອອກແທ້ຈິງ ຜູ້ມອບອາກອນມູນຄ່າເພີ່ມຈະຕ້ອງໄດ້ນຳເງິນອາກອນມູນຄ່າເພີ່ມທີ່ໄດ້ຮັບຄືນນັ້ນມາມອບຄືນໃຫ້ລັດ ພ້ອມທັງຖືກປະຕິບັດມາດຕະການຕາມລະບຽບກົດໝາຍກຳນົດ ແລະຫຼັງຈາກນັ້ນ ໂຮງງານຈະຖືກຄິດໄລ່ອາກອນມູນຄ່າເພີ່ມຄືນໃນອັດຕາ 10% ບົນພື້ນຖານມູນຄ່າທີ່ໄດ້ແຈ້ງການສົ່ງອອກນັ້ນ ຄືກັນກັບການຂາຍສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ. ຜູ້ມອບອາກອນມູນຄ່າເພີ່ມ ຍັງຕ້ອງໄດ້ເສຍຄ່າປັບໃໝສຳລັບການລາຍງານທີ່ບໍ່ຖືກຕ້ອງ ແລະຍັງຈະຖືກດຳເນີນຄະດີໃນຂໍ້ຫາສໍ້ໂກງຕາມກົດໝາຍ.

ຕົວຢ່າງ 2: ກໍລະນີທີ່ ຜູ້ມອບອາກອນມູນຄ່າເພີ່ມ ມີການສະໜອງສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ແລະມີການສົ່ງອອກສິນຄ້າ.

ໂຮງງານຜະລິດລົດຈັກແຫ່ງໜຶ່ງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ, ພາຍໃນເດືອນ ໄດ້ຂາຍລົດຈັກມູນຄ່າບໍ່ລວມອາກອນມູນຄ່າເພີ່ມ ແມ່ນ 4.000.000.000 ກີບ. ໃນນັ້ນ, ມູນຄ່າຂາຍຢູ່ພາຍໃນປະເທດ 800.000.000 ກີບ, ມູນຄ່າສົ່ງອອກໄປຕ່າງປະເທດ  3.200.000.000 ກີບ. ພາຍໃນເດືອນດັ່ງກ່າວໂຮງງານໄດ້ຈ່າຍອາກອນມູນຄ່າເພີ່ມໃນເວລານໍາເຂົ້າອາໄຫຼ່ຈໍານວນ 120.000.000 ກີບ, ຈາກການຊື້ອາໄຫຼ່ຢູ່ພາຍໃນປະເທດຈໍານວນ 75.000.000 ກີບ, ຈາກການຊື້ວັດຖູປະກອນຢູ່ພາຍໃນປະເທດ 65.000.000 ກີບ , ລວມອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ  260.000.000 ກີບ.

ວິທີການຄິດໄລ່ອາກອນມູນຄ່າເພີ່ມທີ່ສາມາດຫັກໄດ້ ແລະສາມາດຂໍຄືນໄດ້ ຄືດັ່ງນີ້:

-  ລວມຍອດອາກອນມູນຄ່າເພີ່ມເບື້ອງສົ້ນອອກ 800.000.000 x 10%  =  80.000.000 ກີບ;
-  ລວມຍອດອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ                                   = 260.000.000 ກີບ;
-  ດຸນອາກອນ(ສິນເຊື່ອ)  80.000.000 - 260.000.000                 = (180.000.000) ກີບ;
-  ອັດຕາສ່ວນສິນຄ້າສົ່ງອອກ 3.200.000.000/4.000.000.000 = 0,8 ຫຼື 80%
-  ອາກອນມູນຄ່າເພີ່ມທີ່ສາມາດຂໍຄືນໄດ້   180.000.000 x 80%        = 144.000.000 ກີບ.

ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຍັງເຫຼືອ 180.000.000 - 144.000.000 = 36.000.000 ກີບ ຕ້ອງຖືກຍົກໄປຫັກຕໍ່ ແລະໃຫ້ບັນທຶກເຂົ້າໃນໃບແຈ້ງອາກອນມູນຄ່າເພີ່ມສຳລັບເດືອນ ຫຼື ງວດ ຖັດໄປ.

ກໍລະນີນີ້ ຜູ້ມອບອາກອນມູນຄ່າເພີ່ມ ສາມາດຂໍຄືນເງິນອາກອນມູນຄ່າເພີ່ມໄດ້ທັງໝົດ 144.000.000 ກີບ ຫຼືສາມາດເລືອກທີ່ຈະຂໍຄືນຕາມຄວາມສະໝັກໃຈໃນຈໍານວນທີ່ບໍ່ເກີນ 144.000.000 ກີບ, ສ່ວນທີ່ເຫຼືອນັ້ນ ກໍຈະຖືກຍົກໄປຫັກຕໍ່ໃນເດືອນ ຫຼືງວດ ຖັດໄປ. ສົມມຸດວ່າ ຜູ້ມອບອາກອນມູນຄ່າເພີ່ມຈະຂໍເງິນຄືນພຽງ 100.000.000 ກີບ, ສະນັ້ນ ຈໍານວນອາກອນມູນຄ່າເພີ່ມທີ່ຈະຖືກຍົກໄປຫັກຕໍ່ໃນເດືອນ ຫຼືງວດຖັດໄປກໍຈະເທົ່າກັບ:  180.000.000 – 100.000.000 = 80.000.000 ກີບ, ຜູ້ມອບອາກອນມູນຄ່າເພີ່ມ ຕ້ອງບັນທຶກເງິນທີ່ຕົນຂໍຄືນຈຳນວນ 100.000.000 ກີບ ໃສ່ຫ້ອງທີ 16.2 ຂອງໃບແຈ້ງອາກອນມູນຄ່າເພີ່ມ .

. ການສົ່ງຄືນເງິນອາກອນມູນຄ່າເພີ່ມສຳລັບ ຜູ້ຈ່າຍເກີນ, ຜູ້ຢຸດເຊົາ,  ຜູ້ຄວບ, ຜູ້ແຍກ ແລະຜູ້ລົ້ມລະລາຍຕາມກົດໝາຍ:

1. ກໍລະນີ ທີ່ມີການມອບເກີນທີ່ກົດໝາຍກຳນົດ:

- ກໍລະນີທີ່ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງໃດໜຶ່ງ ທີ່ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມຂອງ ສປປ ລາວ ໄດ້ຈ່າຍອາກອນມູນຄ່າເພີ່ມເກີນຈຳນວນທີ່ຕ້ອງເສຍຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມກຳນົດໄວ້ ຊຶ່ງອາດເກີດຂຶ້ນໃນເວລາມີການນຳເຂົ້າ-ສົ່ງອອກສິນຄ້າ, ການຊື້ສິນຄ້າ ແລະການບໍລິການຢູ່ພາຍໃນປະເທດ ຫຼືການຊື້  ການບໍລິການຢູ່ໃນ ສປປ ລາວ ຈາກຜູ້ສະໜອງຕ່າງປະເທດທີ່ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ຫຼືອາດເກີດຈາກການຖືກຄິດໄລ່ໃຫ້ມອບຫຼາຍຄັ້ງ ຫຼືຊ້ຳຊ້ອນຫຼາຍເທື່ອເກີນຈຳນວນຕົວຈິງ ພວກກ່ຽວມີສິດຂໍເງິນອາກອນມູນຄ່າເພີ່ມຄືນ ໂດຍການຍື່ນໃບສະເໜີຂໍເງິນອາກອນມູນຄ່າເພີ່ມຄືນນຳຂະແໜງສ່ວຍສາອາກອນບ່ອນທີ່ຕົນດຳລົງຊີວິດຢູ່ພາຍໃນກຳນົດ 30 ວັນພ້ອມຄັດຕິດເອກະສານຢັ້ງຢືນທີ່ຕິດພັນການກັບອາກອນມູນຄ່າເພີ່ມທີ່ມອບເກີນດັ່ງກ່າວ, ຄຳສະເໜີຈະຖືກພິຈາລະນາແກ້ໄຂພາຍໃນກໍານົດ 30 ວັນລັດຖະການ;
- ກໍລະນີທີ່ເປັນການຈ່າຍເກີນໂດຍຜູ້ມອບອາກອນມູນຄ່າເພີ່ມ ແມ່ນໃຫ້ຂຽນຈໍານວນເງິນອາກອນມູນຄ່າເພີ່ມທີ່ຈ່າຍເກີນດັ່ງກ່າວເຂົ້າໃນຫ້ອງ 13 ຂອງໃບແຈ້ງອາກອນມູນຄ່າເພີ່ມປະຈໍາເດືອນ ຫຼືງວດ ເພື່ອຂໍອາກອນມູນຄ່າເພີ່ມຄືນຈາກລັດ.

2.    ກໍລະນີທີ່ເປັນການຢຸດເຊົາກິດຈະການ:

-   ກໍລະນີການຢຸດເຊົາ ຊຶ່ງຍັງມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ເຫຼືອຢູ່ ໂດຍບໍ່ມີສິນ ຄ້າຄ້າງສາງ ຜູ້ກ່ຽວມີສິດຂໍຄືນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າດັ່ງກ່າວທັງໝົດ, ແຕ່ແນວໃດກໍຕາມ ໃນພາກປະຕິບັດຕົວຈິງ ກ່ອນຈະສົ່ງຄືນເງິນອາກອນມູນຄ່າເພີ່ມຕ້ອງໄດ້ໄລ່ລຽງກັບອາກອນປະເພດອື່ນໆທີ່ຕ້ອງມອບກ່ອນ ຖ້າຍັງບໍ່ໝົດຈິ່ງສົ່ງຄືນ;
-   ກໍລະນີການຢຸດເຊົາ ທີ່ຍັງມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ແລະຍັງມີສິນຄ້າຄ້າງສາງເຫຼືອຢູ່, ກໍລະນີນີ້ ຖືວ່າຜູ້ຂໍຢຸດເຊົາກາຍເປັນຜູ້ຊົມໃຊ້ສິນຄ້າດັ່ງກ່າວ, ສະນັ້ນ ຈະຕ້ອງໄດ້ມີການຄິດໄລ່ອາກອນມູນຄ່າເພີ່ມເບື້ອງສົ້ນອອກທີ່ຕິດພັນກັບສິນຄ້າຄ້າງສາງນັ້ນກ່ອນ ຫຼັງຈາກນັ້ນ ຈິ່ງມາໄລ່ລຽງກັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າດັ່ງກ່າວ ຖ້າຍັງບໍ່ໝົດຕ້ອງໄດ້ໄລ່ລຽງກັບອາກອນປະເພດອື່ນໆທີ່ຕ້ອງມອບ ຖ້າຍັງບໍ່ໝົດກໍສາມາດສົ່ງຄືນໃຫ້ໄດ້.

3.    ສຳລັບການຄວບທຸລະກິດເຂົ້າກັນ ຫຼືແຍກທຸລະກິດອອກຈາກກັນ:

-   ກໍລະນີທີ່ຍັງມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ເຫຼືອຢູ່ ແຕ່ບໍ່ມີສິນຄ້າຄ້າງສາງກໍມີສິດຂໍຄືນເງິນອາກອນມູນຄ່າເພີ່ມດັ່ງກ່າວໄດ້ທັງໝົດ ແຕ່ຕ້ອງໄລ່ລຽງກັບອາກອນປະເພດອື່ນໆທີ່ຕ້ອງມອບກ່ອນ ຖ້າຍັງບໍ່ໝົດກໍສາມາດສົ່ງຄືນໄດ້;
-   ກໍລະນີທີ່ຍັງມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ເຫຼືອຢູ່ ແຕ່ພ້ອມດຽວກັນນັ້ນ ກໍຍັງມີສິນຄ້າຄ້າງສາງ, ກໍລະນີນີ້ ໃຫ້ຖືວ່າຜູ້ກ່ຽວເປັນຜູ້ຊົມໃຊ້ສິນຄ້າດັ່ງກ່າວ. ສະນັ້ນ, ກ່ອນຈະສົ່ງຄືນເງິນອາກອນມູນຄ່າເພີ່ມ ຕ້ອງໄດ້ໄລ່ລຽງກັບອາກອນມູນຄ່າເພີ່ມເບື້ອງສົ້ນອອກທີ່ຕິດພັນກັບສິນຄ້າຄ້າງສາງດັ່ງກ່າວກ່ອນ, ຖ້າຍັງບໍ່ໝົດກໍໃຫ້ໄລ່ລຽງກັບອາກອນປະເພດອື່ນໆທີ່ຕ້ອງມອບ ຖ້າຍັງບໍ່ໝົດ ແມ່ນໃຫ້ສົ່ງຄືນໄດ້.

ກໍລະນີສິນຄ້າດັ່ງກ່າວຫາກຖືກໂອນໄປສະໜອງຕໍ່ຢູ່ໃນບໍລິສັດທີ່ໄດ້ຄວບ ຫຼືທີ່ແຍກອອກໃໝ່ນັ້ນ ສິນຄ້າດັ່ງກ່າວໃຫ້ຖືວ່າເປັນສິນຄ້າທີ່ໄດ້ເສຍອາກອນມູນຄ່າເພີ່ມເບື້ອງສົ້ນອອກ ແລະໄດ້ຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າໝົດແລ້ວ ໃຫ້ແຈ້ງຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມຂອງບໍລິສັດທີ່ແຍກ ຫຼືຄວບໃໝ່ໃນຫ້ອງ 2 ;

4.    ສຳລັບການລົ້ມລະລາຍຕາມກົດໝາຍ:

-   ຖ້າເປັນກໍລະນີຂອງການລົ້ມລະລາຍຕາມກົດໝາຍໂດຍບໍ່ມີສິນຄ້າຍັງເຫຼືອ ແຕ່ຍັງມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກ ຫຼືຂໍຄືນໄດ້ເຫຼືອຢູ່, ເຈົ້າໜ້າທີ່ສ່ວຍສາອາກອນທີ່ຮັບຜິດຊອບຕ້ອງໄດ້ສົ່ງຄືນອາ ກອນມູນຄ່າເພີ່ມຄືນໃຫ້ທັງໝົດ ແຕ່ຕ້ອງໄດ້ພິສູດຄວາມຖືກຕ້ອງຂອງຂໍ້ມູນຂ່າວສານກ່ອນພິຈາລະນາການສົ່ງຄືນເງິນອາກອນມູນຄ່າເພີ່ມ. ພາຍຫຼັງສົ່ງເງິນຄືນໃຫ້ແກ່ຜູ້ດຳເນີນທຸລະກິດແລ້ວ ເຈົ້າໜ້າທີ່ສ່ວຍສາອາກອນຈະເຮັດເອກະສານຢັ້ງຢືນກ່ຽວກັບການສົ່ງເງິນຄືນໃຫ້ແກ່ຜູ້ມອບອາກອນມູນຄ່າເພີ່ມທີ່ກ່ຽວຂ້ອງໜຶ່ງສະບັບ, ເກັບຮັກສາສຳເນົາໄວ້ຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ຈົດທະບຽນໜຶ່ງສະບັບ ເພື່ອເປັນການຕິດຕາມຂັ້ນຕໍ່ໄປ ແລະສົ່ງໃຫ້ກົມສ່ວຍສາອາກອນໜຶ່ງສະບັບເພື່ອລາຍງານ.

ຕົວຢ່າງ 1: ບໍລິສັດ ກ ໄດ້ເປີດໂຮງງານມາໄດ້ 8 ປີແລ້ວ ແຕ່ບໍ່ສາມາດບໍລິຫານໂຮງງານໄດ້ອີກຕໍ່ໄປເນື່ອງຈາກມີການຂາດທຶນສະສົມມາເປັນເວລາຫຼາຍປີ ແລະຖືກແຈ້ງລົ້ມລະລາຍຕາມລະບຽບກົດໝາຍ ແລະໂຮງງານກໍບໍ່ມີເຄື່ອງໃນສາງເຫຼືອຢູ່ ແຕ່ມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ສາມາດຫັກໄດ້ ຫຼືສົ່ງຄືນໄດ້ເຫຼືອຢູ່ 50.000.000 ກີບ. ບໍລິສັດໄດ້ສະເໜີຂໍເງິນອາກອນມູນຄ່າເພີ່ມຄືນ. ດັ່ງນັ້ນຂະແໜງສ່ວຍສາອາກອນຕ້ອງພິຈາລະນາບັນດາເງື່ອນໄຂ, ເອກະສານຢັ້ງຢືນກ່ອນຈະດຳເນີນການປະກອບເອກະສານເພື່ອສົ່ງເງິນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າຈໍານວນ 50.000.000 ກີບທີ່ຍັງເຫຼືອໃຫ້ແກ່ໂຮງງານດັ່ງກ່າວ.

ຕົວຢ່າງ 2.ໃນກໍລະນີການລົ້ມລະລາຍທີ່ຖືກຕ້ອງຕາມກົດໝາຍ ແຕ່ຍັງມີອາກອນມູນຄ່າເພີ່ມທີ່ສາ ມາດຫັກ ຫຼືສົ່ງຄືນໄດ້ເຫຼືອຢູ່ ແລະພ້ອມດຽວກັນນັ້ນກໍ່ມີສິນຄ້າໃນສາງເຫຼືອຢູ່ (ຂາຍບໍ່ໝົດ) ຈະຖືວ່າຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວເປັນຜູ້ຊົມໃຊ້ສຸດທ້າຍສຳລັບສິນຄ້າທີ່ຍັງເຫຼືອນັ້ນ. ດັ່ງນັ້ນ, ກ່ອນຈະສົ່ງເງິນຄືນເຈົ້າໜ້າທີ່ສ່ວຍສາອາ ກອນທີ່ຮັບຜິດຊອບຈະປະເມີນອາກອນມູນຄ່າເພີ່ມທີ່ຕ້ອງເສຍສຳລັບສິນຄ້າຄ້າງສາງ ແລະຫັກຈຳນວນດັ່ງກ່າວຈາກຈຳ ນວນທີ່ຖືກຂໍຄືນ. ຖ້າຫາກຍັງມີຈຳນວນທີ່ຈະຕ້ອງສົ່ງຄືນ ເຈົ້າໜ້າທີ່ສ່ວຍສາອາກອນຕ້ອງດຳເນີນການຕາມກໍລະນີທີ 1.

ຄຳຮ້ອງຂໍຄືນເງິນອາກອນມູນຄ່າເພີ່ມສຳລັບກໍລະນີທີ່ກ່າວມາເທິງນີ້ ຕ້ອງຍື່ນຕໍ່ຂະແໜງສ່ວຍສາອາ ກອນບ່ອນທີ່ຕົນຂຶ້ນກັບພາຍໃນກຳນົດສາມເດືອນ ພາຍຫຼັງທີ່ມີການມອບເກີນ ຫຼືການດຳເນີນການກ່ຽວກັບການລົ້ມລະ ລາຍ ຫຼືການຕັດສິນໃຈລວມທຸລະກິດເຂົ້າກັນ, ການແຍກທຸລະກິດອອກຈາກກັນ ຫຼືຍົກເລີກທຸລະກິດໂດຍພາກສ່ວນທີ່ກ່ຽວຂ້ອງ. ໃບຄຳຮ້ອງຂໍຄືນເງິນອາກອນມູນຄ່າເພີ່ມໃນກໍລະນີດັ່ງກ່າວມານີ້ຕ້ອງນຳໃຊ້ແບບສະເພາະ ຊຶ່ງປະກອບດ້ວຍເອກະສານ ຫຼືການບັນທຶກທັງໝົດທີ່ສາມາດຢັ້ງຢືນສິດໃນການຂໍເງິນຄືນ, ຖ້າກາຍກຳນົດເວລາສາມເດືອນຈະບໍ່ໄດ້ຮັບການພິຈາລະນາ.

ລະບຽບການກ່ຽວກັບການກວດກາເອກະສານ ແລະບັນຊີ, ການພິຈາລະນາເອກະສານການຂໍຄືນເງິນອາກອນມູນຄ່າເພີ່ມ :

-   ລະບຽບລວມ

  •   ເມື່ອໄດ້ຮັບຄຳຮ້ອງສໍາລັບການຂໍຄືນເງິນສິນເຊື່ອອາກອນມູນຄ່າເພີ່ມທີ່ຍັງເຫຼືອຊຶ່ງໄດ້ນໍາສະເໜີຜ່ານໃບແຈ້ງອາກອນມູນຄ່າເພີ່ມ ຫຼືເປັນໃບສະເໜີແບບສະເພາະ ຂະແໜງສ່ວຍສາອາກອນຕ້ອງໄດ້ກວດກາຢ່າງລະ ອຽດສຳລັບການປະຕິບັດເງື່ອນໄຂຕ່າງໆ (ວັນທີ, ໄລຍະອາກອນ, ລາຍເຊັນ, ຂໍ້ມູນກ່ຽວກັບຜູ້ມອບອາກອນມູນຄ່າເພີ່ມ) ແລະກຳນົດເວລາ, ຄວາມຖືກຕ້ອງ ແລະຄົບຖ້ວນຂອງຕົວເລກ ແລະຂໍ້ມູນທັງໝົດທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ປະກອບມາ. ຖ້າການກວດກາຫາກພົບເຫັນບັນຫາ ຕ້ອງໄດ້ແຈ້ງໃຫ້ຜູ້ມອບອາກອນມູນຄ່າເພີ່ມດັດແກ້ກ່ອນຈະນຳມາພິຈາລະນາ. ຫຼັງຈາກນັ້ນ ອີງຕາມລະບຽບການສະເພາະພາຍໃນຂອງຂະແໜງສ່ວຍສາອາກອນຕ້ອງໄດ້ວິໄຈຂໍ້ມູນທີ່ສຳຄັນຈຳນວນໜຶ່ງຂອງເອກະສານການຂໍເງິນຄືນ ໂດຍສົມທຽບກັບເງື່ອນໄຂທີ່ກຳນົດໄວ້ເພື່ອກຳນົດລະດັບຄວາມສ່ຽງສຳລັບລາຍຮັບທີ່ເກີດຈາກການຂໍເງິນຄືນຄັ້ງນີ້ ແລະຈະຕ້ອງປະຕິບັດ ການກວດກາແບບໄວກ່ອນການສົ່ງເງິນຄືນ ຫຼືການກວດກາກັບທີ່ກ່ອນການສົ່ງເງິນຄືນ”.
  •   ຖ້າການຂໍຄືນເງິນໄດ້ຖືກຄັດເລືອກສຳລັບການກວດກາແບບໄວກ່ອນການສົ່ງເງິນຄືນ” ເຈົ້າໜ້າທີ່ສ່ວຍສາອາກອນທີ່ຮັບຜິດຊອບຕ້ອງສົ່ງໃບແຈ້ງການເຖິງຜູ້ມອບອາກອນມູນຄ່າເພີ່ມເພື່ອໃຫ້ຜູ້ກ່ຽວສະໜອງເອກະສານຫຼັກຖານຕ່າງໆທີ່ກ່ຽວຂ້ອງກັບການຂໍເງິນຄືນໃຫ້ເຈົ້າໜ້າທີ່ສ່ວຍສາອາກອນຢູ່ທີ່ສຳນັກງານຫ້ອງການສ່ວຍສາອາກອນພາຍໃນກຳນົດໜຶ່ງເດືອນພາຍຫຼັງທີ່ໄດ້ຮັບໃບສະເໜີຂໍຄືນເງິນອາກອນມູນຄ່າເພີ່ມ.
  • ຖ້າການຂໍເງິນຄືນໄດ້ຖືກຄັດເລືອກສຳລັບ ການກວດກາກັບທີ່ກ່ອນການສົ່ງເງິນຄືນເຈົ້າໜ້າທີ່ສ່ວຍສາອາກອນທີ່ຮັບຜິດຊອບ ຕ້ອງຕິດຕໍ່ຜູ້ມອບອາກອນມູນຄ່າເພີ່ມເພື່ອການກະກຽມ ກວດກາກັບທີ່ກ່ອນການສົ່ງເງິນຄືນທີ່ຈະຕ້ອງໄດ້ດຳເນີນການພາຍໃນໜຶ່ງເດືອນ. ການກວດກາກັບທີ່ ຫຼືການກວດກາແບບລົງໄປຢ້ຽມຢາມກ່ອນການສົ່ງເງິນຄືນແມ່ນມີຈຸດປະສົງສະເພາະເພື່ອກວດກາລາຍການເອກະສານຕ່າງໆຕາມທີ່ໄດ້ກຳນົດໄວ້ເຊັ່ນດຽວກັນກັບບົດບັນທຶກທີ່ກ່ຽວຂ້ອງກັບການຂໍເງິນຄືນ.

-   ຂະບວນການ ແລະກຳນົດເວລາສຳລັບສົ່ງເງິນຄືນ :

  •   ການຂໍຄືນເງິນອາກອນມູນຄ່າເພີ່ມ ຈະຕ້ອງນຳສະເໜີຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມ ແລະຈະຖືກພິຈາລະນາກ່ອນວັນທີ 15 ຂອງເດືອນໃນໄລຍະອາກອນຖັດໄປ. ດັ່ງນັ້ນ, ຖ້າຜູ້ມອບອາກອນມູນຄ່າເພີ່ມບໍ່ໄດ້ສະ ເໜີຂໍຄືນເງິນອາກອນມູນຄ່າເພີ່ມຕາມກຳນົດເວລາດັ່ງກ່າວ ແມ່ນຈະຖືກປະຕິເສດໂດຍອັດຕະໂນມັດ ແລະຈະຖືກເລື່ອນອອກໄປໃນໄລຍະອາກອນຕໍ່ມາ.
  •   ຖ້າຫາກການຂໍເງິນຄືນຖືກຕ້ອງຕາມກົດໝາຍກຳນົດ ຊຶ່ງຖືກຮັບຮອງເອົາທັງໝົດ ແລະບໍ່ຕ້ອງໄດ້ເຮັດການກວດກາແບບໄວກ່ອນການສົ່ງເງິນຄືນ ຫຼື ການກວດກາກັບທີ່ກ່ອນການສົ່ງເງິນຄືນ ການສົ່ງເງິນອາ ກອນມູນຄ່າເພີ່ມຄືນຈະຕ້ອງສົ່ງພາຍໃນໜຶ່ງເດືອນນັບແຕ່ມື້ໄດ້ຮັບເອກະສານຂໍຄືນເງິນອາກອນມູນຄ່າເພີ່ມທີ່ຖືກຕ້ອງ ຕາມຫຼັກການ ແລະກົດໝາຍ.

-   ການປະກອບເອກະສານເພື່ອຂໍຄືນເງິນອາກອນມູນຄ່າເພີ່ມ :

ຜູ້ມອບອາກອນມູນຄ່າເພີ່ມທີ່ໄດ້ຮັບອະນຸຍາດໃຫ້ຫັກ ແລະສົ່ງຄືນອາກອນມູນຄ່າເພີ່ມຕ້ອງປະ ກອບເອກະສານໃຫ້ຄົບຖ້ວນ, ລະອຽດ, ຖືກຕ້ອງ ຕາມລະບຽບການກຳນົດໄວ້ ແລະຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເອກະສານການຂໍຄືນເງິນອາກອນມູນຄ່າເພີ່ມ ດັ່ງນີ້ :

  •   ໃບສະເໜີຂໍຄືນເງິນອາກອນມູນຄ່າເພີ່ມເຖິງຂະແໜງສ່ວຍສາອາກອນ;
  •   ເອກະສານຢັ້ງຢືນການມອບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ແລະເບື້ອງສົ້ນອອກ.

ລັດຖະການສ່ວຍສາອາກອນມີໜ້າທີ່ກວດກາເອກະສານທີ່ກ່ຽວຂ້ອງ ລວມທັງກຳນົດຈຳນວນອາກອນ ມູນຄ່າເພີ່ມທີ່ຈະຕ້ອງສົ່ງຄືນ ແລະປະກອບເອກະສານການສົ່ງຄືນ ແລະດຳເນີນຕາມລະບຽບການກຳນົດໄວ້.

ຄ. ການສົ່ງຄືນ ຫຼືບໍ່ສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ສະຖານທູດ, ກົງສູນ:

1.    ກໍລະນີທີ່ຕ້ອງສົ່ງຄືນເງິນອາກອນມູນຄ່າເພີ່ມ ສຳລັບສະຖານທູດ, ກົງສູນ  ດັ່ງນີ້:

-   ສິນຄ້າ ແລະການບໍລິການ ທີ່ຕ້ອງສົ່ງຄືນເງິນອາກອນມູນຄ່າເພີ່ມ:

ສິນຄ້າ ແລະການບໍລິການທີ່ຕ້ອງສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນສິນຄ້າ ແລະການບໍລິການທີ່ນຳໃຊ້ທາງການຂອງຄະນະການທູດ, ກົງສູນຊຶ່ງອະນຸຍາດສະເພາະແຕ່ສິນຄ້າ ແລະການບໍລິການທີ່ຈໍາເປັນໂດຍກົງສໍາລັບການປະຕິບັດໜ້າທີ່ສະເພາະຂອງຄະນະການທູດ, ເຈົ້າໜ້າທີ່ກົງສູນທີ່ປະຈໍາຢູ່ ສປປ ລາວ ປະກອບມີ :

  •   ການກໍ່ສ້າງສຳນັກງານ - ຫ້ອງການ ທີ່ຖືກຮັບຮອງໂດຍກະຊວງການຕ່າງປະເທດ;
  •  ການຕິດຕັ້ງວັດຖຸອຸປະກອນຮັບໃຊ້ວຽກວິຊາສະເພາະຂອງສະຖານທູດ ແລະກົງສູນ;
  • ເຟີນີເຈີ ແລະອຸປະກອນຮັບໃຊ້ຫ້ອງການ ແລະສຳນັກງານ;
  •  ອຸປະກອນ ແລະວັດຖຸດ້ານໂທລະຄົມມະນາຄົມ ແລະໂທລະພາບແບບໃຊ້ສາຍ.
  •  ສຳລັບພາຫະນະທີ່ໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນປະຕິບັດຕາມການກຳນົດຢູ່ໃນສັນຍາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະປະເທດຄູ່ຮ່ວມສັນຍາທີ່ກ່ຽວຂ້ອງ.

-   ບຸກຄົນທີ່ກ່ຽວຂ້ອງ ທີ່ໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ  ມີດັ່ງນີ້ :

  •   ເຈົ້າໜ້າທີ່ ທີ່ມີຄຸນວຸດທິເປັນນັກການທູດ ເປັນຕົ້ນ ເອກອັກຄະລັດຖະທູດ, ທີ່ປຶກສາລັດຖະ ມົນຕີ, ອຸປທູດ, ເລຂາທູດ ແລະທູດພິເສດ ທີ່ເປັນສ່ວນໜຶ່ງຂອງຄະນະນັກການທູດທີ່ເຄື່ອນໄຫວຢູ່ ສປປ ລາວ
  •   ເຈົ້າໜ້າທີ່ກົງສູນ (ກົງສູນໃຫຍ່, ຜູ້ຊ່ວຍກົງສູນ, ຮອງກົງສູນ ແລະຕົວແທນກົງສູນ) ທີ່ເຮັດວຽກຢູ່ກົງສູນຂອງຕ່າງປະເທດທີ່ຢູ່ ສປປ ລາວ
  •   ພະນັກງານບໍລິຫານ ແລະວິຊາການທີ່ເປັນຄົນຕ່າງປະເທດຂອງຄະນະນັກການທູດທີ່ເຄື່ອນໄຫວ ຢູ່ ສປປ ລາວ
  •   ພະນັກງານບໍລິຫານ ແລະວິຊາການທີ່ເປັນຄົນຕ່າງປະເທດ ທີ່ເຮັດໜ້າທີ່ເປັນສ່ວນໜຶ່ງຂອງເຈົ້າໜ້າທີ່ກົງສູນຕ່າງປະເທດທີ່ປະຈຳຢູ່ ສປປ ລາວ;

-   ການອອກຂໍ້ຕົກລົງ, ຜູ້ທີ່ສາມາດຮັບຮອງ ແລະການສົ່ງເງິນຄືນຕົວຈິງ.

  •   ຫຼັກການແບບມີການແລກປ່ຽນ (Reciprocity rule).

ການສົ່ງຄືນອາກອນມູນຄ່າເພີ່ມ ແມ່ນອະນຸມັດຕາມເງື່ອນໄຂຊຶ່ງມີການແລກປ່ຽນກັບຄະນະການທູດ ຫຼືກົງສູນຂອງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຕາມການຕົກລົງໃນສັນຍາລະຫ່ວາງລັດຖະບານແຫ່ງ ສປປ ລາວກັບຕ່າງປະເທດຄູ່ສັນຍາ ໂດຍແມ່ນກະຊວງການຕ່າງປະເທດໃນນາມລັດຖະບານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບ.

  •   ເອກະສານ ແລະກຳນົດເວລາ :

  ກໍລະນີການນຳໃຊ້ທາງການ :

ພາຍໃນໜຶ່ງເດືອນ ຫຼັງຈາກໄລຍະຫົກເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ) ຫຼືຫົກເດືອນທ້າຍປີ (ກໍລະກົດ ຫາ ທັນວາ) ຄະນະການທູດ ຫຼືກົງສູນ ສົ່ງຄໍາຮ້ອງເຖິງກະຊວງການຕ່າງປະເທດເພື່ອຂໍເງິນຄືນ, ປະກອບຢູ່ໃນຄຳຮ້ອງດັ່ງກ່າວຕ້ອງມີໃບເກັບເງິນທີ່ຖືກຕ້ອງທີ່ອອກໃຫ້ໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ສ້າງຕັ້ງຢູ່ ສປປ ລາວ. ກະຊວງການຕ່າງປະເທດຈະກວດເບິ່ງຄວາມຖືກຕ້ອງຂອງຄຳຮ້ອງໂດຍສະເພາະລາຍເຊັນ, ສະແຕມທາງການຂອງຄະນະການທູດ ຫຼືກົງສູນ ຕະຫຼອດຮອດການປະຕິບັດຫຼັກການແລກປ່ຽນຢູ່ໃນຂໍ້ຜູກພັນ. ກໍລະນີຄຳຮ້ອງຂໍຄືນເງິນອາ ກອນມູນຄ່າເພີ່ມຖືກຕ້ອງແລ້ວ ກະຊວງການຕ່າງປະເທດຈະປະທັບຕາເພື່ອເປັນການຢັ້ງຢືນ ແລ້ວສົ່ງໃຫ້ກົມສ່ວຍສາອາກອນເພື່ອພິຈາລະນາ.

ເມື່ອໄດ້ຮັບຄຳຮ້ອງດັ່ງກ່າວແລ້ວ ກົມສ່ວຍສາອາກອນຈະກວດສອບເບິ່ງເງື່ອນໄຂທັງໝົດຕາມທີ່ກຳນົດຢູ່ໃນລະບຽບການ ແລະຕ້ອງດຳເນີນການສົ່ງເງິນຄືນພາຍໃນສອງເດືອນນັບແຕ່ມື້ໄດ້ຮັບຄຳຮ້ອງຈາກກະ ຊວງການຕ່າງປະເທດເປັນຕົ້ນໄປ.

ກໍລະນີຄຳຮ້ອງຫາກບໍ່ຖືກຕ້ອງ ແມ່ນຈະໄດ້ສົ່ງກັບຄືນໃຫ້ຄະນະການທູດ ຫຼືກົງສູນໂດຍຜ່ານກະຊວງການຕ່າງປະເທດ ເພື່ອແກ້ໄຂພາຍໃນໜຶ່ງເດືອນ ແລ້ວຈຶ່ງສົ່ງຄືນມາພິຈາລະນາ.

 

  ກໍລະນີການນຳໃຊ້ສ່ວນຕົວ :

ພາຍໃນໜຶ່ງເດືອນ ຫຼັງຈາກໄລຍະຫົກເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ)  ຫຼືຫົກເດືອນທ້າຍປີ (ກໍລະກົດ ຫາ ທັນວາ) ສະມາຊິກຂອງຄະນະການທູດ ຫຼືກົງສູນ ຕ້ອງສົ່ງຄໍາຮ້ອງຂໍຄືນເງິນອາກອນມູນຄ່າເພີ່ມຫາກະຊວງການຕ່າງປະເທດ ໂດຍຜ່ານຄະນະການທູດ ຫຼືກົງສູນຂອງຕົນ. ຄໍາຮ້ອງດັ່ງກ່າວຕ້ອງປະກອບມີໃບເກັບເງິນທີ່ຖືກຕ້ອງຊຶ່ງອອກໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ສ້າງຕັ້ງຢູ່ ສປປ ລາວ ຄັດຕິດມາພ້ອມ.

ກະຊວງການຕ່າງປະເທດ ກວດເບິ່ງຄວາມຖືກຕ້ອງຂອງຄຳຮ້ອງ ໂດຍສະເພາະລາຍເຊັນ, ສະແຕມຂອງຄະນະການທູດ ຫຼືກົງສູນ, ລາຍເຊັນຮ່ວມຂອງຫົວໜ້າຄະນະການທູດ ຫຼືກົງສູນ ຫຼືຜູ້ຕາງໜ້າ ຕະຫຼອດຮອດຫຼັກການການແລກປ່ຽນ. ເມື່ອເຫັນວ່າຖືກຕ້ອງແລ້ວ ຈະຈໍ້າກາເພື່ອຢັ້ງຢືນ ແລ້ວສົ່ງໃຫ້ກົມສ່ວຍສາອາກອນເພື່ອພິຈາລະນາ. ກົມສ່ວຍສາອາກອນຈະກວດເບິ່ງຄືນຄວາມຖືກຕ້ອງຕາມເງື່ອນໄຂທັງໝົດຕາມທີ່ກຳນົດຢູ່ໃນລະບຽບການ ແລະດຳເນີນການສົ່ງເງິນຄືນພາຍໃນສອງເດືອນ ນັບແຕ່ມື້ໄດ້ຮັບຄຳຮ້ອງດັ່ງກ່າວເປັນຕົ້ນໄປ.

ກໍລະນີຄຳຮ້ອງຫາກບໍ່ຖືກຕ້ອງ ແມ່ນຈະໄດ້ສົ່ງກັບຄືນໃຫ້ຄະນະການທູດ ຫຼືກົງສູນ ບ່ອນຜູ້ກ່ຽວສັງກັດ ເພື່ອແກ້ໄຂພາຍໃນໜຶ່ງເດືອນ  ແລ້ວຈຶ່ງສົ່ງຄືນມາພິຈາລະນາ.

2.    ກໍລະນີທີ່ບໍ່ສົ່ງຄືນເງິນອາກອນມູນຄ່າເພີ່ມ

-  ລາຍການສະໜອງສິນຄ້າ ແລະການບໍລິການທີ່ບໍ່ໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ດັ່ງນີ້:

  •   ການເຂົ້າຮ່ວມຂອງຕ່າງປະເທດ ໂດຍຜ່ານຜູ້ຕາງໜ້າທາງການທູດ ຫຼືກົງສູນໃນງານຕະຫຼາດ ນັດ ຫຼືງານວາງສະແດງ
  •  ເຄຫາສະຖານທີ່ໃຊ້ເປັນບ່ອນພັກເຊົາສໍາລັບສະມາຊິກຂອງຄະນະນັກການທູດ ຫຼືເຈົ້າໜ້າທີ່ກົງສູນທີ່ບໍ່ແມ່ນຫົວໜ້າຄະນະນັກການທູດ ຫຼືຫົວໜ້າກົງສູນ ເຖິງວ່າເຄຫາສະຖານດັ່ງກ່າວເປັນຂອງຕ່າງປະເທດກໍ່ຕາມ;
  •  ພາຫະນະ ແລະເຄື່ອງໃຊ້ສ່ວນຕົວ ຂອງສະມາຊິກຂອງຄະນະນັກການທູດ ຫຼືເຈົ້າໜ້າທີ່ກົງສູນທີ່ບໍ່ແມ່ນຫົວໜ້າຄະນະນັກການທູດ ຫຼືຫົວໜ້າກົງສູນ ;
  •  ການສະໜອງນໍ້າປະປາ, ອາຍແກັດ, ກະແສໄຟຟ້າ ແລະນໍ້າມັນຫຼໍ່ລື່ນ;
  •  ການສະໜອງອາຫານ, ເຄື່ອງດື່ມ (ເຫຼົ້າ, ເຫຼົ້າແວງ, ເບຍ, ນໍ້າໝາກໄມ້ ແລະອື່ນໆ) ຕະຫຼອດຮອດອາຫານສັດລ້ຽງ
  •   ການສະໜອງອາຫານ ແລະເຄື່ອງດື່ມທີ່ບໍລິໂພກກັບທີ່ຢູ່ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຫ້ອງຮັບຕ້ອນ, ຮ້ານກາເຟ ແລະສະຖານທີ່ອື່ນໆທີ່ກ່ຽວຂ້ອງກັບຈຸດປະສົງດັ່ງກ່າວ, ຄ່າທີ່ພັກໂຮງແຮມ ລວມທັງຄ່າອາຫານເຊົ້າ ຫຼືສະຖານທີ່ອື່ນຊຶ່ງໃຊ້ເປັນສະຖານທີ່ຮັບແຂກທີ່ມີການເສຍຄ່າບໍລິການ;
  •   ຄ່ານໍາໃຊ້ໂທລະສັບ ແລະການເຊື່ອມຕໍ່ດ້ານການສື່ສານຢູ່ເຮືອນສ່ວນຕົວຂອງບຸກຄົນທີ່ກ່ຽວ ຂ້ອງ ແລະການນຳໃຊ້ສັນຍານໂທລະພາບໃຊ້ສາຍ;
  •   ການສະໜອງສິນຄ້າ ແລະການສະໜອງການບໍລິການຊຶ່ງມີການຕອບແທນດ້ວຍເງິນ;
  •   ການຊື້ ແລະການເຊົ່າພາຫະນະຂົນສົ່ງ ປະເພດລົດບັນທຸກ, ລົດເມ, ລົດຄາລາວານ, ລົດສຳ ລັບຕັ້ງແຄ້ມ, ເຮືອນລົດ, ລົດພ່ວງ, ກຳປັ່ນ ແລະເຮືອຂະໜາດໃຫຍ່ ໂດຍບໍ່ຈຳແນກປະເພດ, ເຮືອບິນເຮລີຄອບເຕີ ແລະເຮືອບິນອື່ນໆ;
  •   ວັດຖຸບູຮານ, ເຄື່ອງສະສົມ, ວັດຖຸທີ່ເປັນສິລະປະ  ແລະອາວຸດ;
  •  ປີ້ເຂົ້າຮ່ວມງານດ້ານວັດທະນະທຳ, ສິລະປະ, ກິລາ, ວິທະຍາສາດ, ການສຶກສາ, ການບັນ ເທີງ ແລະງານອື່ນໆທີ່ຄ້າຍຄືກັນ;
  •   ການເຄື່ອນໄຫວດ້ານການທະນາຄານ ແລະການເງິນລວມທັງການບໍລິການທີ່ສະໜອງໂດຍບໍລິສັດທ່ອງທ່ຽວ.
  •  ການສະໜອງສິນຄ້າ ແລະການບໍລິການເພື່ອການຊົມໃຊ້ສ່ວນຕົວຂອງສະມາຊິກຂອງນັກການທູດ, ພະນັກງານບໍລິຫານ ແລະວິຊາການ, ເຈົ້າໜ້າທີ່ກົງສູນ ແລະພະນັກງານເຮັດວຽກໃຫ້ກົງສູນທີ່ຕິດພັນກັບຄະ ນະການທູດທີ່່ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

-   ບຸກຄົນທີ່ກ່ຽວຂ້ອງ ແຕ່ບໍ່ໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ  ມີດັ່ງນີ້ :

  •   ສະມາຊິກຄອບຄົວຊັ້ນຈຳຢູ່ ສປປ ລາວ (ຜົວ/ເມຍ, ລູກ ແລະສາຍພົວພັນລະດັບຍາດພີ່ ນ້ອງ) ຂອງຜູ້ຖືສິດດັ່ງກ່າວ;
  •  ເຈົ້າໜ້າທີ່ກົງສູນກິຕິມະສັກທີ່ເປັນຄົນລາວຂອງກົງສູນຕ່າງປະເທດປະຈຳຢູ່ ສປປ ລາວ;
  •  ພະນັກງານທີ່ເປັນຄົນທ້ອງຖິ່ນທີ່ເຮັດວຽກໃຫ້ແກ່ຄະນະຜູ້ແທນການທູດ ແລະກົງສູນຂອງຕ່າງປະເທດ ຊຶ່ງປະຕິບັດໜ້າທີ່ຢູ່ ສປປ ລາວ (ຄົນຂັບລົດໃຫ້ສະຖານທູດ, ກົງສູນ ລວມທັງ ແມ່ເຮືອນ, ຜູ້ຊ່ວຍວຽກເຮືອນ ແລະອື່ນໆ);
  •   ຜູ້ມີໃບອະນຸຍາດໃຫ້ດຳລົງຊີວິດຢູ່ ສປປ ລາວ ແບບຖາວອນ;
  •   ຜູ້ທີ່ເຮັດກິດຈະກຳທີ່ມີລາຍໄດ້ສູງ
  •   ຄົນສັນຊາດລາວທີ່ຖືສັນຊາດຕ່າງປະເທດ.

ງ. ການສົ່ງເງິນຄືນໃຫ້ອົງການຈັດຕັ້ງສາກົນ ແລະອົງການຈັດຕັ້ງບໍ່ຂື້ນກັບລັດຖະບານ.

1.    ການສົ່ງຄືນເງິນອາກອນມູນຄ່າເພີ່ມ ສຳລັບອົງການຈັດຕັ້ງສາກົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ ຕາມມາດຕາ 25 ຂໍ້ 6 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສຳລັບການສະໜອງສິນຄ້າ ແລະການບໍລິການ ແມ່ນການສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ແກ່ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະອົງການຈັດຕັ້ງສາກົນທີ່ບໍ່ສັງ ກັດລັດຖະບານປະຈຳຢູ່ ສປປ ລາວ ແລະສະມາຊິກຂອງອົງການຈັດຕັ້ງດັ່ງກ່າວພາຍໃນຂອບເຂດ ແລະເງື່ອນໄຂທີ່ກຳ ນົດ ໂດຍສົນທິສັນຍາສາກົນກ່ຽວກັບການສ້າງຕັ້ງອົງການຈັດຕັ້ງດັ່ງກ່າວທີ່ລົງນາມລະຫວ່າງອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ສປປ ລາວ .

-   ການນຳໃຊ້ທາງການ: ການສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນສໍາລັບການເຄື່ອນໄຫວທາງການຂອງອົງການຈັດຕັ້ງດັ່ງກ່າວຢູ່ ສປປ ລາວ ບໍ່ວ່າໃນກໍລະນີໃດກໍ່ຕາມຈະບໍ່ອະນຸຍາດສົ່ງຄືນສຳລັບກິດຈະກຳທີ່ມີລັກສະ ນະເສດຖະກິດ,  ກິດຈະກໍາທີ່ບໍ່ຈຳເປັນຂອງການເຄື່ອນໄຫວຂອງອົງການຈັດຕັ້ງດັ່ງກ່າວ ແລະໃນກໍລະນີທີ່ຕິດພັນກັບຜົນປະໂຫຍດສ່ວນບຸກຄົນ. ການເຄື່ອນໄຫວສຳລັບການນຳໃຊ້ທາງການ ເຊັ່ນ: ການຊື້ ແລະການກໍ່ສ້າງອະສັງຫາຣິມະຊັບສຳລັບການນຳໃຊ້ທາງການ ຕ້ອງຖືກຮັບຮອງໂດຍກະຊວງການຕ່າງປະເທດ ແລະນໍາໃຊ້ງົບປະມານຂອງອົງການຈັດ ຕັ້ງດັ່ງກ່າວທັງໝົດ.

-   ການນຳໃຊ້ສ່ວນຕົວ: ການສົ່ງຄືນເງິນອາກອນມູນຄ່າເພີ່ມກ່ຽວກັບການນຳໃຊ້ສ່ວນຕົວຂອງບຸກ ຄົນທີ່ສັງກັດອົງການຈັດຕັ້ງດັ່ງກ່າວຂ້າງເທິງ ແມ່ນໃຫ້ປະຕິບັດຕາມກະຊວງການຕ່າງປະເທດທີ່ໄດ້ລົງນາມຢູ່ໃນສັນຍາກັບອົງການທີ່ກ່ຽວຂ້ອງ. ໃນກໍລະນີໃດກໍ່ຕາມຈະບໍ່ອະນຸຍາດສົ່ງຄືນສຳລັບກິດຈະກຳທີ່ມີລັກສະນະເສດຖະກິດ.

2.    ການອອກຂໍ້ຕົກລົງ, ຜູ້ທີ່ສາມາດຮັບຮອງ ແລະການສົ່ງເງິນຄືນຕົວຈິງ :

-   ກໍລະນີການນຳໃຊ້ທາງການ: ພາຍໃນໜຶ່ງເດືອນຫຼັງຈາກໄລຍະຫົກເດືອນຕົ້ນປີ (ເດືອນມັງກອນ-ເດືອນມິຖຸນາ) ຫຼືຫົກເດືອນທ້າຍປີ (ກໍລະກົດ ຫາ ທັນວາ) ອົງການຈັດຕັ້ງດັ່ງກ່າວ ຕ້ອງສົ່ງຄຳຮ້ອງຂໍຄືນເງິນອາກອນມູນຄ່າເພີ່ມຫາກະຊວງການຕ່າງປະເທດ. ຊຸດຄໍາຮ້ອງຕ້ອງປະກອບມີໃບເກັບເງິນທີ່ຖືກຕ້ອງຊຶ່ງອອກໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ສ້າງຕັ້ງຢູ່ ສປປ ລາວ ຄັດຕິດມາພ້ອມ. ກະຊວງການຕ່າງປະເທດ ກວດເບິ່ງຄວາມຖືກຕ້ອງຂອງຄຳຮ້ອງໂດຍສະເພາະລາຍເຊັນ, ສະແຕມຂອງອົງການຈັດຕັ້ງ ເມື່ອເຫັນວ່າຖືກຕ້ອງແລ້ວຈະຈໍ້າກາເພື່ອຢັ້ງຢືນ ແລ້ວສົ່ງໃຫ້ກົມສ່ວຍສາອາກອນເພື່ອພິຈາລະນາ. ກົມສ່ວຍສາອາກອນຈະກວດເບິ່ງຄືນຄວາມຖືກຕ້ອງຕາມເງື່ອນໄຂທັງໝົດຕາມທີ່ກຳ ນົດຢູ່ໃນລະບຽບການ ແລະດຳເນີນການສົ່ງເງິນຄືນພາຍໃນສອງເດືອນ ນັບແຕ່ມື້ໄດ້ຮັບຄຳຮ້ອງດັ່ງກ່າວເປັນຕົ້ນໄປ.

ກໍລະນີຄຳຮ້ອງຫາກບໍ່ຖືກຕ້ອງ ແມ່ນຈະໄດ້ສົ່ງກັບຄືນໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອແກ້ໄຂພາຍໃນໜຶ່ງເດືອນ  ແລ້ວຈຶ່ງສົ່ງຄືນມາພິຈາລະນາ.

-   ການນຳໃຊ້ສ່ວນຕົວ (ຖ້າມີ): ພາຍໃນໜຶ່ງເດືອນ ຫຼັງຈາກໄລຍະຫົກເດືອນຕົ້ນປີ (ເດືອນມັງກອນ -ເດືອນມິຖຸນາ) ຫຼືຫົກເດືອນທ້າຍປີ (ກໍລະກົດ ຫາ ທັນວາ) ສະມາຊິກຂອງອົງການຈັດຕັ້ງດັ່ງກ່າວທີ່ມີເງື່ອນໄຂຕາມກະ ຊວງການຕ່າງປະເທດໄດ້ລົງນາມຢູ່ໃນສັນຍາກັບອົງການທີ່ກ່ຽວຂ້ອງ ສົ່ງຄຳຮ້ອງທີ່ປະກອບມີ ໃບເກັບເງິນທີ່ຖືກຕ້ອງ ຊຶ່ງອອກໂດຍຜູ້ມອບອາກອນມູນຄ່າເພີ່ມທີ່ສ້າງຕັ້ງຢູ່ ສປປ ລາວ ຫາກະຊວງການຕ່າງປະເທດເພື່ອຂໍເງິນຄືນ.

ກະຊວງການຕ່າງປະເທດ ກວດເບິ່ງຄວາມຖືກຕ້ອງຂອງຄຳຮ້ອງໂດຍສະເພາະ ລາຍເຊັນ, ສະແຕມຂອງອົງການຈັດຕັ້ງເມື່ອເຫັນວ່າຖືກຕ້ອງແລ້ວຈະຈໍ້າກາເພື່ອຢັ້ງຢືນ ແລ້ວສົ່ງໃຫ້ກົມສ່ວຍສາອາກອນເພື່ອພິຈາລະນາ. ກົມສ່ວຍສາອາກອນຈະກວດເບິ່ງຄືນຄວາມຖືກຕ້ອງຕາມເງື່ອນໄຂທັງໝົດຕາມທີ່ກຳນົດຢູ່ໃນລະບຽບການ ແລະດຳ ເນີນການສົ່ງເງິນຄືນພາຍໃນສອງເດືອນ ນັບແຕ່ມື້ໄດ້ຮັບຄຳຮ້ອງດັ່ງກ່າວເປັນຕົ້ນໄປ.

ກໍລະນີຄຳຮ້ອງຫາກບໍ່ຖືກຕ້ອງ ແມ່ນຈະໄດ້ສົ່ງກັບຄືນໃຫ້ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດເພື່ອແກ້ໄຂພາຍໃນໜຶ່ງເດືອນ  ແລ້ວຈຶ່ງສົ່ງຄືນມາພິຈາລະນາ.

ຈ. ການສົ່ງຄືນ ຫຼືບໍ່ສົ່ງຄືນ ເງິນອາກອນມູນຄ່າເພີ່ມໃຫ້ນັກເດີນທາງ, ນັກທ່ອງທ່ຽວ.

1. ກໍລະນີທີ່ຕ້ອງສົ່ງຄືນເງິນອາກອນມູນຄ່າເພີ່ມ

-   ສິນຄ້າທີ່ໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ນັກເດີນທາງ ຫຼືນັກທ່ອງທ່ຽວຜູ້ທີ່ອາໃສຢູ່ນອກດິນແດນຂອງ ສປປ ລາວ ດັ່ງນີ້:

  •  ສິນຄ້າທີ່ສະໜອງໃຫ້ນັກເດີນທາງ ຫຼືນັກທ່ອງທ່ຽວ ໃນເປົ້າໝາຍນຳໃຊ້ສ່ວນຕົວ;
  •   ສິນຄ້າທີ່ຖືກສົ່ງອອກນອກ ສປປ ລາວ ໂດຍນັກເດີນທາງກ່ອນສິ້ນສຸດ 60 ວັນ ຫຼັງຈາກການສະໜອງໄດ້ເກີດຂື້ນ;
  •   ມູນຄ່າທັງໝົດຂອງການສະໜອງ ທີ່ບໍ່ລວມມີອາກອນມູນຄ່າເພີ່ມ ນັບແຕ່ 10.000.000 ກີບຂຶ້ນໄປຕໍ່ໜຶ່ງໃບເກັບເງິນ.

-   ເງື່ອນໄຂຂອງການສົ່ງເງິນຄືນ :

  •   ສິດໄດ້ຮັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນທຸກການຊື້ຈາກຮ້ານຄ້າທີ່ສ້າງຕັ້ງຢູ່ ສປປ ລາວ ທີ່ໄດ້ຂື້ນທະບຽນເປັນຜູ້ມອບອາກອນມູນຄ່າເພີ່ມ ແລະໄດ້ເຂົ້າຮ່ວມໃນລະບົບສົ່ງຄືນເງິນອາກອນມູນຄ່າເພີ່ມສຳ ລັບນັກເດີນທາງ ແລະນັກທ່ອງທ່ຽວ;
  •  ຜູ້ມອບອາກອນມູນຄ່າເພີ່ມທີ່ຈະເຂົ້າຮ່ວມໃນລະບົບສົ່ງຄືນເງິນອາກອນມູນຄ່າເພີ່ມສຳລັບນັກເດີນທາງ, ນັກທ່ອງທ່ຽວ ຕ້ອງສະເໜີນຳໃຊ້ໃບເກັບເງິນອາກອນມູນຄ່າເພີ່ມສຳລັບນັກເດີນທາງ ຫຼືນັກທ່ອງທ່ຽວແບບສະເພາະຈາກລັດຖະການສ່ວຍສາອາກອນ. ພາຍຫຼັງໄດ້ຮັບອະນຸຍາດແລ້ວ ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວຕ້ອງຕິດປ້າຍກ່ຽວກັບການສົ່ງຄືນເງິນອາກອນມູນຄ່າເພີ່ມສຳລັບນັກເດີນທາງ ຫຼືນັກທ່ອງທ່ຽວໃສ່ຮ້ານຄ້າຂອງຕົນ;
  •  ການອະນຸມັດສົ່ງອອກຈະຕ້ອງປະກອບມີ ໃບເກັບເງິນທີ່ຖືກຕ້ອງຈາກຜູ້ສະໜອງທີ່ເປັນຜູ້ມອບອາກອນມູນຄ່າເພີ່ມ ແລະໃບເກັບເງິນອາກອນມູນຄ່າເພີ່ມຄືນສຳລັບນັກເດີນທາງ, ນັກທ່ອງທ່ຽວ;
  •  ນັກເດີນທາງຈະຕ້ອງສະແດງສິນຄ້າທີ່ຈະສົ່ງອອກ, ໃບເກັບເງິນທີ່ຖືກຕ້ອງ ແລະໃບເກັບເງິນອາກອນມູນຄ່າເພີ່ມຄືນສຳລັບນັກເດີນທາງ, ນັກທ່ອງທ່ຽວ ໃຫ້ຂະແໜງພາສີກ່ອນສິ້ນສຸດ 60 ວັນ ພາຍຫຼັງການສະ  ໜອງໄດ້ເກີດຂື້ນ ເພື່ອໃຫ້ເຈົ້າໜ້າທີ່ພາສີກວດກາ ພ້ອມດຽວກັນກັບແຈ້ງໜັງເດີນທາງ ຫຼືເອກະສານອື່ນໆທີ່ລະບຸລາຍລະອຽດກ່ຽວກັບນັກເດີນທາງ;
  •  ສະຖານທີ່ສົ່ງຄືນເງິນອາກອນມູນຄ່າເພີ່ມສຳລັບນັກທ່ອງທ່ຽວ, ນັກເດີນທາງ, ຜູ້ໂດຍສານຂາອອກຊາວຕ່າງປະເທດ ແມ່ນຢູ່ດ່ານພາສີສະໜາມບິນສາກົນດັ່ງນີ້:
    •  ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ;
    •  ສະໜາມບິນສາກົນ ຫຼວງພະບາງ.

-   ຂັ້ນຕອນການສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ນັກເດີນທາງ :

  •   ພາຍຫຼັງທີ່ນັກເດີນທາງໄດ້ຜ່ານການຈ້ຳກາອະນຸມັດສົ່ງອອກ ແລະເອກະສານຕ່າງໆຕາມລະ ບຽບການຂອງຂະແໜງພາສີແລ້ວຕ້ອງດຳເນີນຂະບວນການຂໍເງິນຄືນ;
  • ກໍລະນີສົ່ງຄືນເງິນອາກອນມູນຄ່າເພີ່ມເປັນເງິນສົດ ແມ່ນມູນຄ່າບໍ່ເກີນ 500.000 ກີບ ຕໍ່ຄັ້ງຕໍ່ຄົນ, ສ່ວນທີ່ເກີນແມ່ນໃຫ້ສົ່ງຜ່ານລະບົບບັນຊີ,  ບັດເຄຣດິດ ຫຼືໂອນຜ່ານທະນາຄານ ພາຍໃນກຳນົດ 5 ວັນລັດຖະການ.
  •  ເຈົ້າໜ້າທີ່ສ່ວຍສາອາກອນ ຕ້ອງໄດ້ສົ່ງໃບເກັບເງິນອາກອນມູນຄ່າເພີ່ມສຳລັບນັກເດີນທາງຄືນໃຫ້ນັກເດີນທາງຈຳນວນ 1 ຊຸດ ແລະຮັກສາສຳເນົາໄວ້ 1 ຊຸດ.

2      ກໍລະນີທີ່ບໍ່ໄດ້ຮັບການສົ່ງເງິນອາກອນມູນຄ່າເພີ່ມຄືນ

ສິນຄ້າທີ່ບໍ່ໄດ້ຮັບການສົ່ງເງິນອາກອນມູນຄ່າເພີ່ມຄືນ ມີດັ່ງນີ້:

-   ສິນຄ້າປະເພດ ອຸປະກອນສຳລັບອຸດສາຫະກຳ, ເຊື້ອໄຟ ແລະອຸປະກອນສຳລັບເຮືອ ແລະຍົນສ່ວນຕົວ ຫຼືປະເພດອື່ນໆ ທີ່ກ່ຽວຂ້ອງກັບການເດີນທາງສ່ວນຕົວ
ສິນຄ້າປະເພດອາຫານ ຫຼືເຄື່ອງດື່ມ ເຊັ່ນ: ຢາສູບ, ເຫລົ້າ ແລະອື່ນໆທີ່ຄ້າຍຄຽງ;ຫຼ
-  ສິນຄ້າທີ່ຖືກນໍາໃຊ້ແລ້ວ ຫຼືຊື້ ເກີນ 60 ວັນ.

3)   ງົບປະມານສຳລັບສົ່ງຄືນອາກອນມູນຄ່າເພີ່ມ:

ງົບປະມານສຳລັບສົ່ງຄືນເງິນອາກອນມູນຄ່າເພີ່ມ ແມ່ນໄດ້ມາຈາກງົບປະມານແຫ່ງລັດ ແລະໃຫ້ເປີດບັນຊີຢູ່ຄັງເງິນແຫ່ງຊາດຢູ່ສູນກາງ, ປະຈຳແຂວງ  ແລະນະຄອນຫຼວງ.

8. ການແຈ້ງ-ການມອບ ອາກອນມູນຄ່າເພີ່ມ

8.1 ການແຈ້ງ ອາກອນມູນຄ່າເພີ່ມ.

1)   ຄວາມໝາຍ ແລະລະບຽບກ່ຽວກັບການແຈ້ງ ອາກອນມູນຄ່າເພີ່ມ:

-       ການແຈ້ງອາກອນມູນຄ່າເພີ່ມ ແມ່ນການລາຍງານກ່ຽວກັບການນຳເຂົ້າສິນຄ້າຂອງຜູ້ນຳເຂົ້າ, ການ ເຄື່ອນໄຫວທຸລະກິດທີ່ຕິດພັນກັບວຽກງານອາກອນມູນຄ່າເພີ່ມປະຈຳເດືອນ ຫຼືປະຈຳງວດ ຂອງຜູ້ມອບອາກອນມູນຄ່າເພີ່ມ ແລະການຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວຂອງຜູ້ຊື້ ຫຼືເຈົ້າຂອງໂຄງການ ທີ່ເກີດຂຶ້ນພາຍໃນໄລຍະແຈ້ງດັ່ງກ່າວ;

-       ຜູ້ທີ່ມີໜ້າທີ່ແຈ້ງອາກອນມູນຄ່າເພີ່ມ ປະກອບດ້ວຍ:

  •   ສຳລັບການນຳເຂົ້າສິນຄ້າ ແມ່ນຜູ້ນຳເຂົ້າສິນຄ້າດັ່ງກ່າວ;
  •   ສຳລັບການສະໜອງພາຍໃນປະເທດ ແມ່ນຜູ້ມອບອາກອນມູນຄ່າເພີ່ມ;
  •   ສຳລັບການຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ແມ່ນຜູ້ຊື້ການບໍລິ ການດັ່ງກ່າວ.

-       ຜູ້ນຳເຂົ້າ ຕ້ອງໄດ້ຍື່ນໃບແຈ້ງອາກອນມູນຄ່າພີ່ມ ພ້ອມດຽວກັບການຍື່ນໃບແຈ້ງພາສີຂາເຂົ້າໃນເວລາມີການນຳເຂົ້າສິນຄ້າ ໂດຍນຳໃຊ້ແບບພິມຕາມທີ່ຂະແໜງພາສີກຳນົດໄວ້;

-       ຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວ ທີ່ຖືກກຳນົດໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນເດືອນ ຫຼືເປັນງວດ ຕ້ອງໄດ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມໃຫ້ແກ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບຕາມເວລາທີ່ກຳ ນົດໄວ້ ເຖິງວ່າໃນໄລຍະການແຈ້ງອາກອນນັ້ນຈະມີລາຍຮັບທຸລະກິດ ຫຼືບໍ່, ຈະມີອາກອນມູນຄ່າເພີ່ມເບື້ອງສົ້ນອອກ ຫຼືບໍ່ ແລະຈະມີອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຫຼືບໍ່, ຫຼືວ່າຈະມີລວມຍອດອາກອນມູນຄ່າເພີ່ມເບື້ອງສົ້ນອອກເທົ່າກັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າກໍ່ຕາມ;
-       ສຳລັບບັນດາສາຂາຂອງບໍລິສັດທີ່ຕັ້ງຢູ່ທ້ອງຖິ່ນອື່ນ ລວມທັງຜູ້ທີ່ໄປເຄື່ອນໄຫວກິດຈະການຢູ່ທ້ອງຖິ່ນອື່ນ ມີໜ້າທີ່ຍື່ນໃບແຈ້ງອາກອນມູນຄ່າເພີ່ມ ຕາມແບບ 01/ອມພ (ເລກສາຂາ) ຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ສາຂາຕັ້ງຢູ່ ຫຼືບ່ອນໄປເຄື່ອນໄຫວກິດຈະການດັ່ງກ່າວ ເພື່ອໄລ່ລຽງອາກອນມູນຄ່າເພີ່ມທີ່ຕ້ອງມອບຢູ່ທ້ອງຖິ່ນນັ້ນ ແລ້ວສົ່ງໃບແຈ້ງອາກອນມູນຄ່າເພີ່ມດັ່ງກ່າວໃຫ້ບໍລິສັດແມ່ ເພື່ອສັງລວມທັງໝົດຂອງທຸກໆສາຂາເຂົ້າເປັນໃບແຈ້ງອາກອນມູນຄ່າເພີ່ມຂອງບໍລິສັດແມ່ອັນດຽວ ເພື່ອຍື່ນລາຍງານຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ບໍລິສັດແມ່ຂຶ້ນກັບ;
-       ຜູ້ມອບອາກອນມູນຄ່າເພີ່ມ ທີ່ສາມາດຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນງວດ ແມ່ນຜູ້ທີ່ໄດ້ຮັບການອະນຸຍາດຈາກຂະແໜງສ່ວຍສາອາກອນບ່ອນທີ່ຄຸ້ມຄອງຕົນໂດຍອີງໃສ່ເອກະສານ ແລະເງື່ອນໄຂ ດັ່ງນີ້:

  •   ອີງຕາມການສະເໜີຂອງຜູ້ມອບອາກອນມູນຄ່າເພີ່ມທີ່ມີຈຸດປະສົງຢາກຍື່ນໃບແຈ້ງເປັນງວດຊຶ່ງຂະ ແໜງສ່ວຍສາອາກອນຈະໄດ້ພິຈາລະນາອະນຸຍາດ ແລະໄດ້ແຈ້ງຄືນໃຫ້ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວໄດ້ຮັບຊາບພາຍໃນ 15 ວັນລັດຖະການ ນັບແຕ່ມື້ໄດ້ຮັບຄຳສະເໜີເປັນຕົ້ນໄປ;
  •  ລາຍຮັບທຸລະກິດປະຈຳປີຂອງຜູ້ມອບອາກອນມູນຄ່າເພີ່ມເກີນ 20.000.000.000 ກີບຂຶ້ນໄປ.

-       ພາຍຫຼັງໄດ້ຮັບການພິຈາລະນາ ແລະອະນຸມັດໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນງວດຈາກຂະ   ແໜງສ່ວຍສາອາກອນແລ້ວ ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວສາມາດເລີ່ມແຈ້ງເປັນງວດໄດ້ໃນເດືອນຖັດຈາກທີ່ໄດ້ຮັບອະນຸຍາດເປັນຕົ້ນໄປ ຊຶ່ງຈະລະບຸໄວ້ໃນໃບອະນຸຍາດຢ່າງຈະແຈ້ງ;
-       ກໍລະນີຜູ້ມອບອາກອນມູນຄ່າເພີ່ມ ໄດ້ຮັບອະນຸຍາດໃຫ້ຍື່ນເປັນງວດໃໝ່ ຫຼືເລີ່ມຕົ້ນດຳເນີນທຸລະກິດ ໃໝ່ ຫຼືຢຸດເຊົາດຳເນີນທຸລະກິດກ່ອນສິ້ນສຸດງວດ ກໍສາມາດຍື່ນໃບແຈ້ງອາກອນມູນຄ່າເພີ່ມ ສຳລັບຈຳນວນເດືອນທີ່ໄດ້ເຄື່ອນໄຫວຕົວຈິງໃນງວດໄດ້ (ບໍ່ເຕັມງວດ);
-       ກໍລະນີຜູ້ມອບອາກອນມູນຄ່າເພີ່ມທີ່ແຈ້ງເປັນງວດມີຄວາມຕ້ອງການຢາກປ່ຽນມາແຈ້ງເປັນເດືອນ ກໍ່ຕ້ອງໄດ້ຍື່ນຄຳສະເໜີຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບພາຍໃນ 60 ວັນ ເພື່ອພິຈາລະນາອະນຸມັດ;
-       ເວລາ, ສະຖານທີ່ ແລະເອກະສານທີ່ນໍາໃຊ້ໃນການແຈ້ງອາກອນມູນຄ່າເພີ່ມ ມີດັ່ງນີ້:

  •   ສຳລັບການນຳເຂົ້າສິນຄ້າ ໃຫ້ຍື່ນແຈ້ງອາກອນມູນຄ່າເພີ່ມເວລາດຽວກັບການຍື່ນໃບແຈ້ງພາສີຂາເຂົ້າຢູ່ດ່ານບ່ອນນຳເຂົ້າສິນຄ້າດັ່ງກ່າວໂດຍນຳໃຊ້ໃບແຈ້ງ ແລະເອກະສານທີ່ເຈົ້າໜ້າທີ່ພາສີກຳນົດ;
  •   ສຳລັບຜູ້ມອບອາກອນມູນຄ່າເພີ່ມ ໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມ ຄືດັ່ງນີ້:
    • ສຳລັບຜູ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນແຕ່ລະເດືອນ ຕ້ອງຍື່ນໃບແຈ້ງອາກອນມູນຄ່າເພີ່ມບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ຄຸ້ມຄອງຕົນ ໂດຍນໍາໃຊ້ແບບພິມ 01/ອມພ;
    •  ສຳລັບຜູ້ຍື່ນໃບແຈ້ງມອບອາກອນມູນຄ່າເພີ່ມເປັນງວດ ຕ້ອງຍື່ນໃບແຈ້ງອາກອນມູນຄ່າເພີ່ມຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ຄຸ້ມຄອງຕົນ ໂດຍນຳໃຊ້ໃບແຈ້ງອາກອນມູນຄ່າເພີ່ມແບບ 01/ອມພ ບໍ່ໃຫ້ກາຍວັນທີ 15 ຂອງເດືອນທີໜຶ່ງຂອງງວດຖັດໄປ ຄື: ງວດທີໜຶ່ງບໍ່ໃຫ້ກາຍວັນທີ 15 ຂອງເດືອນເມສາ, ງວດທີສອງບໍ່ໃຫ້ກາຍວັນທີ 15 ຂອງເດືອນກໍລະກົດ, ງວດທີສາມ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຕຸລາ  ແລະງວດທີສີ່ບໍ່ໃຫ້ກາຍວັນທີ 15 ຂອງເດືອນມັງກອນ ;
  •   ສຳລັບຜູ້ຊື້ການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມ ຄືດັ່ງນີ້:
  •   ກໍລະນີເປັນການຊື້ໂດຍຜູ້ມອບອາກອນມູນຄ່າເພີ່ມ ໃຫ້ປະກອບເນື້ອໃນດັ່ງກ່າວເຂົ້າໃນຫ້ອງ 14 ຂອງໃບແຈ້ງອາກອນມູນຄ່າເພີ່ມແບບ 01/ອມພ ແລ້ວຍື່ນຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ;
  •   ກໍລະນີເປັນການຊື້ໂດຍຜູ້ທີ່ບໍ່ແມ່ນຜູ້ມອບອາກອນມູນຄ່າເພີ່ມ ໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມສະ ເພາະຕາມແບບ 02/ອມພ  ແລະມອບອາກອນມູນຄ່າເພີ່ມພາຍໃນກຳນົດ 10 ວັນລັດຖະການ ນັບແຕ່ມື້ຫັກເງິນອາ ກອນມູນຄ່າເພີ່ມໄວ້ ຫຼືມື້ເບີກຈ່າຍເງິນໃຫ້ຜູ້ສະໜອງດັ່ງກ່າວຢູ່ນຳຂະແໜງສ່ວຍສາອາກອນບ່ອນທີ່ໃກ້ທີ່ສຸດກັບສະຖານ ທີ່ດຳເນີນທຸລະກິດ ຫຼືບ່ອນທີ່ຕົນດຳລົງຊີວິດຢູ່;

2)   ການປະກອບ ແລະການຍື່ນໃບແຈ້ງອາກອນມູນຄ່າເພີ່ມ ສຳລັບຜູ້ນຳເຂົ້າສິນຄ້າ ໃຫ້ປະຕິບັດຄືດັ່ງນີ້:

-   ຜູ້ນຳເຂົ້າສິນຄ້າຈາກຕ່າງປະເທດມາໃນ ສປປ ລາວ ຕ້ອງຍື່ນແຈ້ງການນຳເຂົ້າສິນຄ້ານັ້ນຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານພາສີ ເພື່ອຄິດໄລ່ພາສີຂາເຂົ້າ ແລະອາກອນປະເພດຕ່າງໆ ໂດຍການປະກອບຂໍ້ມູນເຂົ້າໃນແບບພິມທີ່ເຈົ້າໜ້າທີ່ພາສີກຳນົດ ຢ່າງຖືກຕ້ອງ ແລະຄົບຖ້ວນ;
-   ສຳລັບການນຳເຂົ້າສິນຄ້າຈາກເຂດເສດຖະກິດພິເສດ ຫຼືເຂດເສດຖະກິດສະເພາະ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງການ ເພື່ອເຮັດໜ້າທີ່ໃນການແຈ້ງ-ມອບ ດັ່ງກ່າວ.

3)   ໃບແຈ້ງອາກອນມູນຄ່າເພີ່ມສໍາລັບຜູ້ມອບອາກອນມູນຄ່າເພີ່ມແບບພິມ 01/ອມພ:

ກ. ຄວາມໝາຍ ແລະລະບຽບກ່ຽວກັບການປະກອບໃບແຈ້ງອາກອນມູນຄ່າເພີ່ມ

ໃບແຈ້ງອາກອນມູນຄ່າເພີ່ມ ແມ່ນແບບພິມປະເພດໜຶ່ງ ຊຶ່ງຜູ້ມອບອາກອນມູນຄ່າເພີ່ມຕ້ອງໄດ້ປະກອບຂໍ້ມູນກ່ຽວກັບການເຄື່ອນໄຫວທຸລະກິດພາຍໃນໄລຍະແຈ້ງ (ເດືອນ ຫຼືງວດ)ໃຫ້ຖືກຕ້ອງ ແລະຄົບຖ້ວນຕາມທີ່ໄດ້ກຳ ນົດໄວ້, ພ້ອມນັ້ນ ຍັງຕ້ອງໄດ້ຄັດຕິດຕາຕະລາງກ່ຽວກັບການນຳໃຊ້ໃບເກັບເງິນເບື້ອງສົ້ນອອກ ແລະເບື້ອງສົ້ນເຂົ້າທີ່ຕິດພັນມາພ້ອມ ລວມທັງເອກະສານຢັ້ງຢືນການນຳເຂົ້າ ແລະການມອບອາກອນມູນຄ່າເພີ່ມໃນເວລານຳເຂົ້າສິນຄ້າ ແລ້ວຍື່ນລາຍງານຕໍ່ລັດຖະການສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ. ການປະກອບໃບແຈ້ງສາມາດຂຽນ ຫຼືພິມດ້ວຍພິມດີດດ້ວຍ ນໍ້າມຶກສີດຳ ຫຼືຟ້າ ແຕ່ບໍ່ໃຫ້ຂຽນ ຫຼືພິມເກີນຂອບເຂດທີ່ໄດ້ກຳນົດ, ຜູ້ມອບອາກອນມູນຄ່າເພີ່ມຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍຕໍ່ທຸກຂໍ້ມູນທີ່ໄດ້ປະກອບໃສ່ໃນໃບແຈ້ງ;

ໃບແຈ້ງອາກອນມູນຄ່າເພີ່ມຍັງເປັນເອກະສານຢັ້ງຢືນ ແລະເປັນບ່ອນນຳໃຊ້ສິດໃນການຫັກອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ຈ່າຍແລ້ວ ແລະຍັງນຳໃຊ້ຕາງໃບສະເໜີໃນການຂໍຄືນເງິນອາກອນມູນຄ່າເພີ່ມ ໃນກໍລະນີມີອາກອນມູນຄ່າເພີ່ມທີ່ສາມາດຂໍຄືນໄດ້;

ຂ. ຊຸດຂອງໃບແຈ້ງອາກອນມູນຄ່າເພີ່ມ

ໃບແຈ້ງອາກອນມູນຄ່າເພີ່ມແບບ 01/ອມພ ຊຸດໜຶ່ງປະກອບມີ 2 ໃບ ຊຶ່ງແຕ່ລະໃບກໍານົດໃຫ້ນໍາໃຊ້ ຄືດັ່ງ ນີ້:

-ບທີ 1: ມອບໃຫ້ຂະແໜງສ່ວຍສາອາກອນເກັບໄວ້ ເພື່ອເປັນຂໍ້ມູນ ແລະກວດກາຄືນ ຢູ່ພະແນກຄຸ້ມຄອງລາຍຮັບຂອງະແໜງສ່ວຍສາອາກອນຂັ້ນທີ່ຄຸ້ມຄອງຕົນ (ກົມສ່ວຍສາອາກອນ, ພະແນກສ່ວຍສາອາ ກອນປະຈຳແຂວງ, ນະຄອນຫຼວງ ແລະໜ່ວຍງານສ່ວຍສາອາກອນປະຈຳເມືອງ, ເທດສະບານ);
-ບທີ 2: ຜູ້ມອບອາກອນມູນຄ່າເພີ່ມຮັກສາໄວ້ ເພື່ອເປັນຫຼັກຖານຂອງການແຈ້ງອາກອນມູນຄ່າເພີ່ມ.

ຄ. ເນື້ອໃນລວມຂອງໃບແຈ້ງອາກອນມູນຄ່າເພີ່ມ ຕາມແບບພິມ 01/ອມພ ມີດັ່ງນີ້:

-   ດ້ານເທິງຂອງໃບແຈ້ງອາກອນມູນຄ່າເພີ່ມ ສະແດງເຖິງໄລຍະຂອງການແຈ້ງ (ປະຈຳເດືອນ ຫຼືງວດ), ເປັນໃບແຈ້ງທຳອິດ ຫຼືໃບແຈ້ງດັດແກ້, ວັນ ເດືອນ ປີ ຍື່ນໃບແຈ້ງ, ໄລຍະການແຈ້ງ ແລະຂໍ້ມູນກ່ຽວກັບຜູ້ມອບອາກອນມູນຄ່າເພີ່ມ;
-   ພາກການຄິດໄລ່ອາກອນມູນຄ່າເພີ່ມ ຖືກແບ່ງອອກເປັນ 5 ໝວດ ມີເນື້ອໃນ ຄືດັ່ງນີ້:

  •   ໝວດ ກ: ລາຍງານກ່ຽວກັບລາຍຮັບທຸລະກິດທີ່ເກີດຂຶ້ນໃນໄລຍະການແຈ້ງ ແລະການຄິດໄລ່ອາ ກອນມູນຄ່າເພີ່ມເບື້ອງສົ້ນອອກ (ອາກອນມູນຄ່າເພີ່ມຈາກການຂາຍສິນຄ້າ ແລະການບໍລິການ);
  •  ໝວດ ຂ: ລາຍງານກ່ຽວກັບລາຍຈ່າຍທຸລະກິດທີ່ເກີດຂຶ້ນໃນໄລຍະການແຈ້ງ ແລະອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ (ອາກອນມູນຄ່າເພີ່ມຈາກການນຳເຂົ້າສິນຄ້າ ແລະການຊື້ສິນຄ້າ ແລະການບໍລິການຢູ່ພາຍໃນປະ ເທດ);
  •  ໝວດ ຄ: ລາຍງານກ່ຽວກັບການຄິດໄລ່ອາກອນມູນຄ່າເພີ່ມຕ້ອງມອບ, ຂໍຄືນ ແລະຍົກໄປຫັກຕໍ່ ພາຍໃນໃນໄລຍະການແຈ້ງ;
  •  ໝວດ ງ: ລາຍງານກ່ຽວກັບການດັດແກ້ອາກອນມູນຄ່າເພີ່ມທີ່ຕ້ອງມອບ, ຂໍຄືນ ແລະຍົກໄປຫັກຕໍ່ ເພີ່ມຕື່ມ ຊຶ່ງອາດເກີດຂຶ້ນກ່ອນໄລຍະການແຈ້ງ ຫຼືພາຍໃນໄລຍະການແຈ້ງແຕ່ໄດ້ດຳເນີນກ່ອນການໄລ່ລຽງຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມທີ່ຍື່ນ;
  •  ໝວດ ຈ: ລາຍງານກ່ຽວກັບ ຜົນການຄິດໄລ່ອາກອນມູນຄ່າເພີ່ມທີ່ຕ້ອງມອບ, ຂໍຄືນ ແລະຍົກໄປຫັກຕໍ່ຕົວຈິງທັງໝົດ ພາຍຫຼັງການດັດແກ້.

ງ. ແບບພິມ, ຄຳອະທິບາຍ ແລະວິທີການຕື່ມຂໍ້ມູນໃສ່ໃບແຈ້ງອາກອນມູນຄ່າເພີ່ມແບບ 01/ອມພ ໃຫ້ເບີ່ງຢູ່ໃນຂ້າງຫຼັງຂອງໃບແຈ້ງອາກອນມູນຄ່າເພີ່ມແບບ 01/ອມພ (ເອກະສານຊ້ອນທ້າຍທີ 02)

4)   ໃບແຈ້ງອາກອນມູນຄ່າເພີ່ມແບບສະເພາະ ຕາມແບບພິມ 02/ອມພ.

ກ. ຫຼັກການທົ່ວໄປ.

ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ຢູ່ນອກລະບົບອາກອນມູນຄ່າເພີ່ມຂອງ ສປປ ລາວ ທີ່ຊື້ການສະໜອງການບໍລິການຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ຕ້ອງຫັກອາກອນມູນຄ່າເພີ່ມໄວ້ ແລະ ມອບໃຫ້ຄັງເງິນແຫ່ງຊາດພາຍໃນ 10 ວັນ ນັບແຕ່ມື້ໄດ້ຈ່າຍເງິນໃຫ້ຜູ້ສະໜອງນັ້ນ ໂດຍນໍາໃຊ້ແບບພິມໃບແຈ້ງອາກອນມູນຄ່າເພີ່ມແບບສະເພາະ (ແບບພິມ 02/ອມພ).

ການປະກອບແບບພິມໃບແຈ້ງສະເພາະນີ້ ສາມາດຂຽນດ້ວຍມື ຫຼືໃຊ້ເຄື່ອງພິມດີດກໍໄດ້ແຕ່ຕ້ອງບໍ່ໃຫ້ເກີນ ຫ້ອງທີ່ກຳນົດ ແລະຕ້ອງຮັບຜິດຊອບຕໍ່ຂໍ້ມູນທີ່ປະກອບໃສ່ແບບພິມ.

ແບບພິມໃບແຈ້ງອາກອນມູນຄ່າເພີ່ມສະເພາະ ຊຸດໜຶ່ງມີສອງໃບ ນຳໃຊ້ດັ່ງຄືນີ້:

-     ໃບທີ 1: ຖືກເກັບຮັກສາເປັນຂໍ້ມູນ ແລະສໍາລັບການກວດກາຢູ່ພະແນກ/ຫ້ອງ/ໜ່ວຍງານ ຄຸ້ມຄອງເກັບລາຍຮັບຂອງກົມສ່ວຍສາອາກອນ, ພະແນກສ່ວຍສາອາກອນແຂວງ, ນະຄອນ ຫຼືຫ້ອງການສ່ວຍສາອາກອນເມືອງ;
-     ໃບທີ 2: ຜູ້ຍື່ນໃບແຈ້ງ ເກັບຮັກສາໄວ້ເພື່ອເປັນຫຼັກຖານໃນການແຈ້ງເສຍອາກອນມູນຄ່າເພີ່ມ.

ໃບແຈ້ງອາກອນມູນຄ່າເພີ່ມສະເພາະ ແບບ 02/ອມພ ຈະຖືກແບ່ງອອກເປັນ 3 ໝວດ ຄື:

1.    ໝວດ ກ: ຂໍ້ມູນສະເພາະກ່ຽວກັບຜູ້ມອບອາກອນ;
2.    ໝວດ ຂ: ການຄິດໄລ່ອາກອນມູນຄ່າເພີ່ມທີ່ຕ້ອງມອບ;
3.    ໝວດ ຄ: ການປະກອບຂໍ້ມູນ ແລະການລົງລາຍເຊັນໃສ່ໃບແຈ້ງອາກອນມູນຄ່າເພີ່ມ.

ຂ. ແບບພິມ, ຄຳອະທິບາຍ ແລະວິທີການຕື່ມຂໍ້ມູນໃສ່ໃບແຈ້ງອາກອນມູນຄ່າເພີ່ມແບບ 02/ອມພ ໃຫ້ເບີ່ງເອກະສານຊ້ອນທ້າຍທີ 03.

8.2 ການມອບ ອາກອນມູນຄ່າເພີ່ມ :

1)   ຄວາມໝາຍ ແລະລະບຽບການ ກ່ຽວກັບການມອບອາກອນມູນຄ່າເພີ່ມ

ການມອບອາກອນມູນຄ່າເພີ່ມ ແມ່ນການນຳເອົາເງິນອາກອນມູນຄ່າເພີ່ມທີ່ຕ້ອງມອບຕາມຈຳນວນທີ່ຖືກຄິດໄລ່ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມ ສຳລັບຜູ້ແຈ້ງເປັນເດືອນ ຫຼືຕາມຜົນການຄິດໄລ່ປະເມີນສຳລັບຜູ້ແຈ້ງເປັນງວດ ໄປມອບເຂົ້າງົບປະມານຕາມວັນເວລາ ແລະສະຖານທີ່ທີ່ກຳນົດໄວ້ໃນກົດໝາຍ ແລະລະບຽບການກ່ຽວກັບອາກອນມູນຄ່າເພີ່ມ.

ອາກອນມູນຄ່າເພີ່ມຕ້ອງມອບເປັນເງິນກີບ, ໃນກໍລະນີເກັບເປັນເງິນຕາຕ່າງປະເທດ ຕ້ອງຄິດໄລ່ເປັນເງິນກີບໃນມື້ມອບຕາມອັດຕາແລກປ່ຽນທາງການຂອງທະນາຄານຢູ່ ສປປ ລາວ ທີ່ຜູ້ກ່ຽວໄດ້ເປີດບັນຊີ. ເຖິງຈະມີການກໍານົດໃຫ້ຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນເດືອນ ຫຼືເປັນງວດກໍຕາມ  ອາກອນມູນຄ່າເພີ່ມກໍ່ຕ້ອງມອບເປັນເດືອນ ບໍ່ກາຍວັນທີ 15 ຂອງເດືອນຖັດໄປ ຢູ່ຄັງເງິນແຫ່ງຊາດ ຫຼືທະນາຄານ ຫຼືບ່ອນທີ່ກົດໝາຍ ແລະລະບຽບການກຳນົດໄວ້   ແລະຕ້ອງມອບໃຫ້ຖືກຕ້ອງ, ຄົບຖ້ວນ ແລະທັນຕາມກຳນົດເວລາ.

2)   ການຄິດໄລ່ອາກອນມູນຄ່າເພີ່ມທີ່ຕ້ອງມອບ ຫຼືຍົກໄປຫັກຕໍ່.

ກ. ສຳລັບຜູ້ມອບອາກອນມູນຄ່າເພີ່ມ ທີ່ຍື່ນໃບແຈ້ງອາກອນມູນຄ່າເພີ່ມ ເປັນແຕ່ລະເດືອນ.

ການຄິດໄລ່ອາກອນມູນຄ່າເພີ່ມຕ້ອງມອບ ຫຼືຍົກໄປຫັກຕໍ່ ສຳລັບຜູ້ມອບອາກອນມູນຄ່າເພີ່ມ ທີ່ມີການຍື່ນໃບແຈ້ງເປັນແຕ່ລະເດືອນ ແມ່ນເອົາອາກອນມູນຄ່າເພີ່ມເບື້ອງສົ້ນອອກ ລົບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸ ຍາດໃຫ້ຫັກ ຊຶ່ງຜົນຈະອອກມາ ຄືດັ່ງນີ້:

-     ມີອາກອນມູນຄ່າເພີ່ມທີ່ຕ້ອງມອບກໍລະນີອາກອນມູນຄ່າເພີ່ມເບື້ອງສົ້ນອອກໃຫຍ່ກວ່າອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ;
-     ມີອາກອນມູນຄ່າເພີ່ມທີ່ຍົກໄປຫັກຕໍ່ ກໍລະນີອາກອນມູນຄ່າເພີ່ມເບື້ອງສົ້ນອອກໜ້ອຍກວ່າອາກອນ ມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ;

ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າທີ່ອະນຸຍາດໃຫ້ຫັກ ແມ່ນອາກອນມູນຄ່າເພີ່ມທີ່ຜູ້ມອບອາກອນມູນຄ່າເພີ່ມໄດ້ຈ່າຍໃນເວລານຳເຂົ້າສິນຄ້າ ຫຼືຊື້ສິນຄ້າ ແລະການບໍລິການ ທີ່ຖືກເສຍອາກອນມູນຄ່າເພີ່ມທີ່ນຳໃຊ້ເຂົ້າໃນທຸລະກິດໂດຍກົງຂອງການສະໜອງທີ່ຖືກເສຍອາກອນມູນຄ່າເພີ່ມ ແລະຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດ ຕາ 21 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ຂ. ສຳລັບຜູ້ມອບອາກອນມູນຄ່າເພີ່ມ ທີ່ມີການຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນງວດ.

-     ຈໍານວນອາກອນມູນຄ່າເພີ່ມທີ່ຕ້ອງມອບສຳລັບຜູ້ມອບອາກອນມູນຄ່າເພີ່ມທີ່ຍື່ນໃບແຈ້ງອາກອນມູນຄ່າເພີ່ມເປັນງວດ ແມ່ນຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບທີ່ຄິດໄລ່ຢູ່ໃນໃບແຈ້ງອາກອນມູນຄ່າເພີ່ມປະຈຳງວດດັ່ງກ່າວ ຊຶ່ງຕ້ອງໄດ້ຍື່ນຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບຢ່າງຊ້າບໍ່ໃຫ້ກາຍວັນທີ 15 ຂອງເດືອນທີໜຶ່ງຂອງງວດຖັດໄປ, ແຕ່ຜູ້ມອບອາກອນມູນຄ່າເພີ່ມ ຕ້ອງໄດ້ມອບເງິນອາກອນມູນຄ່າເພີ່ມລ່ວງໜ້າເປັນແຕ່ລະເດືອນ ຊຶ່ງເທົ່າກັບໜຶ່ງສ່ວນສາມຂອງຈຳນວນອາກອນມູນຄ່າເພີ່ມທີ່ໄດ້ມອບໃນງວດຜ່ານມາ ແລະມອບບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ຢູ່ຄັງເງິນ ຫຼືທະນາຄານ ຫຼືບ່ອນທີ່ກົດໝາຍ ແລະລະບຽບການກຳນົດໄວ້.
-     ກໍລະນີທີ່ການມອບອາກອນລ່ວງໜ້າສຳລັບງວດຫາກເກີນອາກອນມູນຄ່າເພີ່ມທີ່ຕ້ອງມອບທັງໝົດສຳ ລັບງວດດັ່ງກ່າວ, ສິນເຊື່ອດັ່ງກ່າວແມ່ນບໍ່ອະນຸຍາດໃຫ້ສົ່ງຄືນແຕ່ວ່າສາມາດຫັກກັບອາກອນມູນຄ່າເພີ່ມທີ່ຕ້ອງມອບສຳ ລັບງວດຖັດໄປລວມທັງການມອບລ່ວງໜ້າ.
-     ຜູ້ທີ່ເປັນຜູ້ມອບອາກອນມູນຄ່າເພີ່ມທີ່ຫາກໍ່ເຂົ້າໃນລະບົບອາກອນມູນຄ່າເພີ່ມໃໝ່ບໍ່ຈຳເປັນຕ້ອງມອບອາກອນລ່ວງໜ້າສຳລັບງວດທຳອິດ ຊຶ່ງເປັນໄລຍະທີ່ຜູ້ກ່ຽວກາຍເປັນຜູ້ມອບອາກອນມູນຄ່າເພີ່ມ.

ຄ. ສຳລັບຜູ້ຊື້ການບໍລິການຈາກຜູ້ທີ່ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ.

ການມອບອາກອນມູນຄ່າເພີ່ມຈາກການຊື້ການບໍລິການຢູ່ ສປປ ລາວ ຈາກຜູ້ບໍ່ມີພູມລຳເນົາ ແລະບໍ່ສ້າງ ຕັ້ງຢູ່ ສປປ ລາວ ໃຫ້ປະຕິບັດດັ່ງນີ້:

1.    ກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ຊື້ການບໍລິການຈາກຜູ້ສະໜອງຕ່າງປະເທດ ຫາກເປັນຜູ້ມອບອາກອນມູນຄ່າເພີ່ມຢູ່ ສປປ ລາວ, ອາກອນມູນຄ່າເພີ່ມທີ່ຫັກໄວ້ນັ້ນຕ້ອງຖືກມອບດ້ວຍວິທີການລວມເຂົ້າກັບຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງດັດແກ້ທີ່ເປັນການເອື້ອປະໂຫຍດໃຫ້ແກ່ລັດ (ຫ້ອງ 14) ຂອງໃບແຈ້ງອາກອນມູນຄ່າເພີ່ມຕາມແບບພິມ 01/ອມພ ທີ່ຜູ້ມອບອາກອນມູນຄ່າເພີ່ມດັ່ງກ່າວຕ້ອງຍື່ນປະຈຳໄລຍະການແຈ້ງນີ້;

2.    ກໍລະນີຜູ້ທີ່ຊື້ການບໍລິການຈາກຜູ້ສະໜອງທີ່ບໍ່ມີພູມລຳເນົາ ແລະບໍ່ສ້າງຕັ້ງຢູ່ ສປປ ລາວ ຫາກແມ່ນ ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ທີ່ບໍ່ດຳເນີນທຸລະກິດ ຫຼືດຳເນີນທຸລະກິດທີ່ບໍ່ຢູ່ໃນລະບົບອາກອນມູນຄ່າເພີ່ມຂອງ ສປປ ລາວ ຜູ້ຊື້ການບໍລິການດັ່ງກ່າວຕ້ອງໄດ້ຫັກຈຳນວນອາກອນມູນຄ່າເພີ່ມໄວ້ ແລະຍື່ນໃບແຈ້ງອາກອນມູນຄ່າເພີ່ມແບບສະເພາະແບບພິມ 02/ອມພ ໃຫ້ແກ່ຂະແໜງສ່ວຍສາອາກອນບ່ອນທີ່ມີການສະໜອງເກີດຂຶ້ນ ແລະຕ້ອງມອບອາ ກອນມູນຄ່າເພີ່ມທີ່ຫັກໄວ້ເຂົ້າງົບປະມານແຫ່ງລັດພາຍໃນ 10 ວັນລັດຖະການ ນັບແຕ່ມື້ໄດ້ດຳເນີນການສະໜອງ ຫຼືມີການຊຳລະເງິນສຳລັບການບໍລິການດັ່ງກ່າວ.

9. ສິດ ແລະໜ້າທີ່ ຂອງແຕ່ລະພາກສ່ວນຕໍ່ວຽກງານອາກອນມູນຄ່າເພີ່ມ

ສິດ ແລະໜ້າທີ່ຂອງແຕ່ລະພາກສ່ວນ ຕໍ່ວຽກງານອາກອນມູນຄ່າເພີ່ມ ມີດັ່ງນີ້:

9.1 ຂະແໜງສ່ວຍສາອາກອນ.

ນອກຈາກສິດ ແລະໜ້າທີ່ຂອງຕົນ ດັ່ງທີ່ກຳນົດຢູ່ໃນ ມາດຕາ 51, 52, 53 ແລະ 54 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຂະແໜງສ່ວຍສາອາກອນຍັງມີຄວາມຮັບຜິດຊອບຕົ້ນຕໍ ດັ່ງນີ້:

-     ອອກເລກປະຈຳຕົວຜູ້ເສຍອາກອນ (TIN);
-     ອອກໃບຢັ້ງຢືນການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ;
-     ຄຸ້ມຄອງການແຈ້ງ ແລະການມອບອາກອນມູນຄ່າເພີ່ມ;
-     ຄຸ້ມຄອງ ແລະເກັບກູ້ໜີ້ອາກອນ;
-     ກວດກາ ແລະພິຈາລະນາການຫັກ ແລະການສົ່ງຄືນເງິນອາກອນມູນຄ່າເພີ່ມ;
-     ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະນຳໃຊ້ມາດຕະການຕໍ່ຜູ້ລະເມີດ;
-     ສະຫລຸບ, ສັງລວມ ແລະລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລະບຽບກົດໝາຍທີ່ຕິດພັນກັບອາ ກອນມູນຄ່າເພີ່ມ.

ຂະແໜງສ່ວຍສາອາກອນຍັງໄດ້ຮັບສິດ ຄືດັ່ງນີ້:

-  ພິສູດຄວາມຖືກຕ້ອງຂອງເອກະສານທັງໝົດ ເປັນຕົ້ນ ສັນຍາ, ຈົດໝາຍອີເລັກໂທນິກ (ອີເມວ) ຫຼືຈົດໝາຍພົວພັນກັບຜູ້ສະໜອງ, ລູກຄ້າ, ໃບເກັບເງິນ ແລະບັນຫາອື່ນໆ ເຊັ່ນ: ການຖືບັນຊີຂອງຜູ້ມອບອາກອນມູນຄ່າເພີ່ມໃນຂອບເຂດກິດຈະກຳທາງທຸລະກິດຂອງຜູ້ມອບອາກອນ ແລະນຳໃຊ້ຂໍ້ມູນເພື່ອການພິສູດຄວາມຈິງ ລວມທັງບັນ ຊີທາງດ້ານການເງິນ ເປັນຕົ້ນ ບັນຊີທະນາຄານໃຊ້ສຳລັບການດຳເນີນທຸລະກິດ.ຖ້າຫາກວ່າຜູ້ມອບອາກອນມູນຄ່າເພີ່ມກຳລັງນຳໃຊ້ບັນຊີທາງດ້ານການເງິນສຳລັບຈຸດປະສົງທາງທຸລະກິດແລະຈຸດປະສົງອື່ນທີ່ນອກເໜຶອຈາກທຸລະກິດຂະແໜງ ສ່ວຍສາອາກອນຍັງໄດ້ຮັບສິດພິສູດຄວາມຈິງບັນຊີເຫຼົ່ານີ້ ແລະນຳໃຊ້ຂໍ້ມູນເຫຼົ່ານີ້.

-   ເກັບກຳຂໍ້ມູນຈາກອົງການຈັດຕັ້ງຂອງລັດ ແລະເອກະຊົນ, ບຸກຄົນ ຫຼືນິຕິບຸກຄົນ ທີ່ຕິດພັນກັບການປະຕິບັດອາກອນມູນຄ່າເພີ່ມເບື້ອງສົ້ນອອກ ຫຼືເບື້ອງສົ້ນເຂົ້າຂອງຜູ້ມອບອາກອນມູນຄ່າເພີ່ມ, ນຳໃຊ້ຂໍ້ມູນດັ່ງກ່າວນີ້ ແລະຂໍ້ມູນສ່ວນທີ່ຈຳເປັນເພື່ອພິສູດຄວາມແນ່ນອນຂອງຂໍ້ມູນທີ່ສະໜອງໃຫ້.

9.2 ຂະແໜງການພາສີ.

ລັດຖະການພາສີມີຄວາມຮັບຜິດຊອບຕໍ່ວຽກງານອາກອນມູນຄ່າເພີ່ມ ດັ່ງນີ້:

-     ເກັບອາກອນມູນຄ່າເພີ່ມຈາກການນຳເຂົ້າ-ສົ່ງອອກ ສິນຄ້າ ຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະຄຳແນະນຳສະບັບນີ້;
-     ສະໜອງຂໍ້ມູນຂ່າວສານທີ່ຕິດພັນກັບສິນຄ້ານຳເຂົ້າ ແລະສິນຄ້າສົ່ງອອກຂອງຜູ້ມອບອາກອນມູນຄ່າເພີ່ມໃຫ້ແກ່ຂະແໜງສ່ວຍສາອາກອນ ດັ່ງຕໍ່ໄປນີ້:

  •   ບັນຊີກ່ຽວກັບການນຳເຂົ້າ ແລະການສົ່ງອອກຂອງຜູ້ມອບອາກອນມູນຄ່າເພີ່ມຕະຫຼອດຮອດບຸກ ຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງ ໂດຍສັງລວມຕາມວັນທີ່ນຳເຂົ້າ ແລະສົ່ງອອກຕາມປະເພດ, ຍີ່ຫໍ້, ປະລິມານ ແລະມູນຄ່າແຈ້ງພາສີສຳລັບສິນຄ້າທີ່ນຳເຂົ້າ ແລະສົ່ງອອກ, ຈຳນວນອາກອນມູນຄ່າເພີ່ມ ແລະອາກອນປະເພດອື່ນໆທີ່ເກັບຈາກການນຳເຂົ້າ;
  •  ຈັດສົ່ງເອກະສານການແຈ້ງພາສີສຳລັບສິນຄ້ານຳເຂົ້າ ແລະສິນຄ້າສົ່ງອອກ.

9.3 ຂະແໜງການຄັງເງິນແຫ່ງຊາດ .

ລັດຖະການຄັງເງິນແຫ່ງຊາດມີຄວາມຮັບຜິດຊອບຕໍ່ວຽກງານອາກອນມູນຄ່າເພີ່ມ ດັ່ງນີ້:

-     ຮັບເງິນອາກອນມູນຄ່າເພີ່ມຈາກຜູ້ມອບອາກອນມູນຄ່າເພີ່ມສຳລັບການສະໜອງສິນຄ້າ ແລະການ ສະໜອງບໍລິການພາຍໃນ ແລະການນຳເຂົ້າສິນຄ້າ;
-     ສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ແກ່ຜູ້ມອບອາກອນມູນຄ່າເພີ່ມ ຕາມການຕົກລົງອະນຸມັດຂອງລັດຖະການສ່ວຍສາອາກອນ;
-     ຄຸ້ມຄອງ ແລະຕິດຕາມບັນຊີເງິນສົ່ງຄືນອາກອນມູນຄ່າເພີ່ມທີ່ໄດ້ຈ່າຍຕາມການຕົກລົງອະນຸມັດຂອງລັດຖະການສ່ວຍສາອາກອນ;
-     ຫັກອາກອນມູນຄ່າເພີ່ມທີ່ຕິດພັນກັບລາຍຈ່າຍງົບປະມານ ແລະຈົດເຂົ້າໃນບັນຊີລາຍຮັບອາກອນມູນຄ່າເພີ່ມສຳລັບສິນຄ້າ ແລະບໍລິການທີ່ສະໜອງໃຫ້ແກ່ໂຄງການຂອງລັດຕາມການສັ່ງມອບຂອງລັດຖະການສ່ວຍສາອາກອນ.

9.4 ຂະແໜງການງົບປະມານ.

ລັດຖະການງົບປະມານມີຄວາມຮັບຜິດຊອບຕໍ່ວຽກງານອາກອນມູນຄ່າເພີ່ມ ຄືດັ່ງນີ້:

-     ຄົ້ນຄວ້າພິຈາລະນາຕາມການສະເໜີຂອງລັດຖະການສ່ວຍສາອາກອນໃນການຂຶ້ນແຜນງົບປະມານສຳລັບການສົ່ງເງິນອາກອນມູນຄ່າເພີ່ມຄືນເປັນແຕ່ລະປີ ແລະລາຍງານໃຫ້ລັດຖະມົນຕີກະຊວງການເງິນ;
-     ພິຈາລະນາອະນຸມັດຈຳນວນເງິນສົ່ງອາກອນມູນຄ່າເພີ່ມຄືນເຂົ້າບັນຊີຢູ່ຄັງເງິນແຫ່ງຊາດຕາມການສະເໜີຂອງລັດຖະການສ່ວຍສາອາກອນ;
-     ກວດກາ ແລະຄົ້ນຄວ້າດັດສົມບັນຊີງົບປະມານ ສຳລັບສົ່ງອາກອນມູນຄ່າເພີ່ມຄືນໃນກໍລະນີບໍ່ພຽງ ພໍກັບຈຳນວນທີ່ຕ້ອງສົ່ງຄືນຕົວຈິງ.

10. ການຈັດຕັ້ງປະຕິບັດ

ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ບັນດາແຂວງ, ນະຄອນ, ບັນດາກົມອ້ອມຂ້າງກະ ຊວງການເງິນ, ຂະແໜງສ່ວຍສາອາກອນ, ພະແນກການເງິນປະຈຳແຂວງ, ນະຄອນ ແລະທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດລະບຽບການສະບັບນີ້.

11. ຜົນສັກສິດ

ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.

 ລັດຖະມົນຕີກະຊວງການເງິນ
(
ເຊັນ ແລະ ປະທັບຕາ)

ສົມດີິ ດວງດີ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.