“ກອງປະຊຸມຂອງໜ່ວຍງານມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ຄັ້ງທີ 2” ຈະຈັດຂື້ນ ໃນວັນທີ 31 ມັງກອນ 2017, ທີ່ ໂຮງແຮມ ລາວພລາຊ່າ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະເຊື້ອເຊີນຈດປະສານງານ NTMs ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນຳສະເໜີຜົນການປະເມີນ ຜົນກະທົບດ້ານລະບຽບການຂອງມາດຕະການອອກໃບອະນຸຍາດນຳເຂົ້າຍານພາຫະນະ ແລະ ນ້ຳມັນເຊື້ອໄຟ. ພ້ອມນີ້, ກໍຈະປຶກສາຫາລື ກ່ຽວກັບ ແຜນການໃນຕໍ່ໜ້າທີ່ຈະດຳເນີນການປະເມີນຜົນກະທົບດ້ານລະບຽບການ ສຳລັບມາດຕະການຂອງຂະແໜງການອື່ນໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.