ກອງປະຊຸມລັດຖະບານສະໄໝສາມັນ ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ປະຈຳເດືອນເດືອນມັງກອນ 2017 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 25 ມັງກອນ 2017 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ຜົນຂອງກອງປະຊຸມຄັ້ງນີ້ໄດ້ສຸມໃສ່ປຶກສາຫາລື ແລະ ຕົກລົງຮັບຮອງເອົາບັນຫາສໍາຄັນຂອງຊາດ ເຊິ່ງໜຶ່ງໃນນັ້ນ ມີບັນຫາຮີບດ່ວນ ທີ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ພິຈາລະນາ ແລະ ຊີ້ນຳການແກ້ໄຂ ຄື: (1) ສະພາບຄຸ້ມຄອງ ການນໍາເຂົ້ານໍ້າມັນເຊື້ອໄຟ ໃນທົ່ວປະເທດ ແລະ (2) ບັນຫາການແກ້ໄຂ ລົດນໍາເຂົ້າທີ່ບໍ່ຖືກຕ້ອງ ໃນຂອບເຂດທົ່ວປະເທດ.

ທ່ານ ດຣ. ຈະເລີນ ເຢຍປ່າວເຮີ, ລັດຖະມົນຕີປະຈຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ມັງກອນ 2017 ວ່າ: “ທັງ 2 ບັນຫາດັ່ງກ່າວນີ້, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ກໍ່ໄດ້ມີແຈ້ງການເປັນທາງການ ສະບັບເລກທີ 140/ຫສນຍ.ກລຂ ແລະ ສະບັບເລກທີ 142/ຫສນຍ.ກລຂ”.

ສຳລັບການຄຸ້ມຄອງການນຳເຂົ້ານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດນັ້ນ ລັດຖະບານ ຈະສືບຕໍ່ຍົກເວັ້ນການນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຮັບໃຊ້ໂຄງການຊ່ວຍເຫຼືອລ້າ (ODA) ຕາມສັນຍາ ແລະ ກົດໝາຍກໍານົດ. ແຕ່ການນໍາເຂົ້ານໍ້າມັນເຊື້ອໄຟ ຂອງບັນດາໂຄງການສໍາປະທານຂະໜາດໃຫຍ່ ທີ່ມີສັນຍາສໍາປະທານ (CA) ກັບລັດຖະບານ ຈໍານວນ 16 ໂຄງການ ແມ່ນມອບໃຫ້ຂະແໜງການທີ່ກ່ຽວຂ້ອງລົງກວດກາເບິ່ງຄວາມຕ້ອງການຕົວຈິງໃນແຕ່ລະໜ້າວຽກ ແລ້ວຈຶ່ງລາຍງານໃຫ້ລັດຖະບານພິຈາລະນາ. ຖ້າໂຄງການໃດ ທີ່ສໍາເລັດການກໍ່ສ້າງໂຄງການແລ້ວ ແມ່ນໃຫ້ຢຸດຕິການຍົກເວັ້ນ, ເປັນຕົ້ນແມ່ນໂຄງການບໍ່ຄໍາເຊໂປນ, ໂຄງການພູເບ້ຍມາຍນິ້ງ, ໂຄງການນໍ້າເທີນ 2 ແລະ ໂຄງການອື່ນໆ.

ເລີ່ມແຕ່ນີ້ເປັນຕົ້ນໄປ ລັດຖະບານ ຈະບໍ່ມີນະໂຍບາຍໃຫ້ຍົກເວັ້ນ ພາສີ-ອາກອນ ໃນການນໍາເຂົ້ານໍ້າມັນ ໃຫ້ແກ່ບັນດາໂຄງການດັ່ງກ່າວອີກ. ທຸກໆໂຄງການ ຕ້ອງຫັນເຂົ້າມາປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ. ສໍາລັບດ່ານທີ່ອະນຸມັດ ໃຫ້ນໍ້າເຂົ້ານໍ້າເຊື້ອໄຟ ຕ້ອງແມ່ນດ່ານສາກົນເທົ່ານັ້ນ, ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າເດັດຂາດ. ພ້ອມດຽວກັນນັ້ນ, ກໍໃຫ້ສືບຕໍ່ການກວດກາ ຄຸນນະພາບຂອງນໍ້າມັນເຊື້ອໄຟ ໃນເວລານໍາເຂົ້າ, ແຕ່ບໍ່ໃຫ້ສ້າງຄວາມຫຍຸ້ງຍາກ ຫຼື ກີດກັນການນໍາເຂົ້າ ໃຫ້ມີຄວາມຊັກຊ້າ.

ສຳລັບການແກ້ໄຂບັນຫາ ກ່ຽວກັບ ການນໍາເຂົ້າລົດ ບໍ່ຖືກຕ້ອງຈຳນວນ 5.639 ຄັນ ນັ້ນ ລັດຖະບານມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດ ທີ່ນໍາເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ໃຫ້ສໍາເລັດ. ລົດທີ່ມີການລັກລອບນຳເຂົ້າ ຈາກປະເທດໃກ້ຄຽງມາຈໍາໜ່າຍຢູ່ລາວ ທີ່ຜິດກົດໝາຍ, ຖ້າກວດເຫັນ ແມ່ນໃຫ້ຢຶດ ແລະ ປະຕິບັດຕາມລະບຽບກົດໝາຍ ແລ້ວນໍາສົ່ງກັບຄືນປະເທດ ດັ່ງກ່າວ ໂດຍມີການມອບ-ຮັບ ເປັນທາງການຄັກແນ່.

ການນໍາເຂົ້າລົດ ທີ່ມີການປອມແປງເອກະສານ ແມ່ນໃຫ້ຢຶດເປັນຂອງລັດ ແລະ ໃຫ້ດໍາເນີນມາດຕະການ ຕໍ່ຜູ້ກະທໍາຜິດ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ຖ້າບໍລິສັດໃດ ຫາກກະທໍາຜິດ ກໍໃຫ້ຖອນໃບທະບຽນວິສາຫະກິດ ຂອງບໍລິສັດດັ່ງກ່າວ. ສໍາລັບລົດ ທີ່ນໍາເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງ ແມ່ນໃຫ້ປະຕິບັດຕາມມາດຕະການ ແກ້ໄຂທີ່ໄດ້ລະບຸໄວ້ໃນແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1943/ຫສນຍ.ກສສ, ລົງວັນທີ 08 ທັນວາ 2016.

ສໍາລັບລົດນໍາເຂົ້າ ເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນຂົວມິດຕະພາບ 1 (ດ່ານພາສີສາງທ່ານາແລ້ງ) ຈໍານວນ 1.947 ຄັນ, ລົດທີ່ນໍາເຂົ້າກາຍກໍານົດ 04 ເດືອນ ຈໍານວນ 435 ຄັນ ແມ່ນຈະໄດ້ເຊີນເອົາບໍລິສັດ ມາກ່າວເຕືອນກ່ອນ ແລະ ໃຫ້ກໍານົດເວລາ ປະຕິບັດຕື່ມ ແລະ ຖ້າບໍ່ສາມາດປະຕິບັດໄດ້ ໃຫ້ຢຶດເປັນຂອງລັດ, ສ່ວນທີ່ຍັງເຫຼືອ ຖ້າບໍ່ນໍາອອກໄປຕາມກໍານົດເວລາ ແລະ ຄົບ 04 ເດືອນ ຄືກັບກໍລະນີຂ້າງເທິງ ກໍໃຫ້ຢຶດເປັນຂອງລັດ.

ແຫຼ່ງທີ່ມາ: ຫ້ອງວ່າການລັດຖະບານແຫ່ງ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.