ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະປ່າໄມ້                ເລກທີ 0162/ກປ
ນະຄອນຫຼວງວຽງຈັນ, ວັນທີ 1 ກຸມພາ 2017

ຄຳແນະນຳ

ກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

ເຖິງ:  - ທ່ານ ຫົວໜ້າກົມປູກຝັງ;
         - ທ່ານ ຫົວໜ້າກົມລ້ຽງສັດ ແລະ ການປະມົງ;
         - ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

- ອີງຕາມ ກົດໝາຍວ່າດ້ວຍປ້ອງກັນພືດ ເລກທີ 06/ສພຊ, ລົງວັນທີ 9 ທັນວາ 2008;
- ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
- ອີງຕາມ ສັນຍາການຄ້າ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ, ສະບັບລົງວັນທີ 27 ມິຖຸນາ 2015;
- ອິງຕາມສັນຍາ  ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ເພື່ອຄວາມເປັນເອກະພາບໃນການປະຕິບັດສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເກີດຜົນປະໂຫຍດສູງສຸດ ແກ່ປະຊາຊົນຂອງສອງປະເທດ ໄດ້ມີການຄ້າຂາຍ, ແລກປ່ຽນສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະຜະລິດຕະພັນສັດ ຕາມຊາຍແດນ ມີຄວາມສະດວກ, ປະຕິບັດຕາມກົດໝາຍ ແລະລະບຽບການ ຂອງສອງປະເທດ ລວມທັງສັນຍາ ແລະສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ ໂດຍສະເພາະ ແມ່ນບັນດາເມືອງ, ແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາແນະນຳ:

1.   ຈຸດປະສົງ:

ເພື່ອແນະນໍາເຕັກນິກວິຊາການ ໃນການປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແນໃສ່ ເພີ່ມມູນຄ້າການຄ້າ-ຂາຍຮ່ວມກັນໃຫ້ສູງຂຶ້ນ, ສ້າງໃຫ້ເຂດຊາຍແດນລາວ-ຫວຽດນາມ ກາຍເປັນຊາຍແດນແຫ່ງ ການແລກປ່ຽນຊື້-ຂາຍ, ມີຄວາມສະຫງົບ, ໝັນຄົງ, ມິດຕະພາບ, ການຮ່ວມມື ແລະພັດທະນາ ແບບຍືນຍົງ.

2.   ຂອບເຂດການຈັດຕັ້ງປະຕິບັດ:

–    ການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຢູ່ພາຍໃນ ສປປ ລາວ ກວມເອົາ 10 ແຂວງ, 21 ເມືອງ ດັ່ງນີ້:

1)     ແຂວງຜົ້ງສາລີ ມີ 02 ເມືອງ ຄື: ເມືອງໃໝ່ ແລະ ເມືອງຍອດອູ;
2)     ແຂວງຫົວພັນ ມີ 06 ເມືອງ ຄື: ເມືອງແອດ, ຊຽງຄໍ້, ສົບເບົາ, ວຽງໄຊ ແລະ ເມືອງຊໍາໃຕ້;
3)     ແຂວງຊຽງຂວາງ ມີ 02 ເມືອງ ຄື: ເມືອງໝອກ ແລະ ເມືອງໜອງແຮດ;
4)     ແຂວງຫຼວງພະບາງ ມີ 01 ເມືອງ ຄື: ເມືອງໂພນທອງ;
5)     ແຂວງບໍລິຄໍາໄຊ ມີ 02 ເມືອງ ຄື:  ເມືອງໄຊຈໍາພອນ ແລະ ເມືອງຄໍາເກີດ;
6)     ແຂວງຄໍາມ່ວນ ມີ 03 ເມືອງ ຄື:  ເມືອງນາກາຍ, ຍົມມະລາດ ແລະ ເມືອງບົວລະພາ;
7)     ແຂວງສະຫວັນນະເຂດ ມີ 02 ເມືອງ ຄື: ເມືອງເຊໂປນ ແລະ ເມືອງນອງ;
8)     ແຂວງສາລະວັນ ມີ 01 ເມືອງ ຄື: ເມືອງສະມ້ວຍ;
9)     ແຂວງເຊກອງ ມີ 01 ເມືອງ ຄື: ເມືອງດາກຈຶງ;
10)  ແຂວງອັດຕະປື ມີ 02 ເມືອງ ຄື: ເມືອງສານໄຊ ແລະ ເມືອງພູວົງ.

–    ສໍາລັບ ດ່ານກັກກັນພືດສາກົນ, ທ້ອງຖິ່ນ ແລະ ປະເພນີ ທີ່ອະນຸຍາດໃຫ້ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ພືດ ແລະ ຜະລິດຕະພັນພືດ ຕາມເງື່ອນໄຂ ແລະ ສິດທິພີເສດ ທີ່ໄດ້ກໍານົດໄວ້ໃນຂໍ້ 3.1, 3.2, 3.3 ຂອງຄໍາແນະນໍາສະບັບນີ້ ມີດັ່ງນີ້:

1)     ແຂວງຜົ້ງສາລີ ມີ 03 ດ່ານ ຄື: ດ່ານປາງຫົກ, ດ່ານປາງເທີມ ແລະ ດ່ານຫ້ວຍລ້າ;  
2)     ແຂວງຫົວພັນ ມີ 15 ດ່ານ ຄື: ດ່ານນ້ຳໂສຍ, ດ່ານປ່າຮາງ, ດ່ານບ້ານດ່ານ, ດ່ານສົມຫວັງ, ດ່ານສົບ ດຸ້ງ, ດ່ານກະລັງ, ດ່ານທ່າເລົ່າ, ດ່ານຍອດຕິ້ວ, ດ່ານມອງນໍ້າ, ດ່ານບ້ານບໍ່, ດ່ານນາເຊົາ, ດ້ານຫ້ວຍໝໍ້, ດ່ານພຽງສາ, ດ່ານນໍ້າໄຕ້ ແລະ ດ່ານທ່າດໍ;
3)     ແຂວງຊຽງຂວາງ ມີ 02 ດ່ານ ຄື: ດ່ານນ້ຳກັ່ນ ແລະ ດ່ານທ່າດໍ;
4)     ແຂວງຫຼວງພະບາງ ມີ 01 ດ່ານ ຄື: ດ່ານນາຊອນ (30);
5)     ແຂວງບໍລິຄຳໄຊ ມີ 03 ດ່ານ ຄື: ດ່ານ ນໍ້າພາວ (505), ດ່ານໂພນເມືອງ ແລະ ດ່ານນໍ້າຍ້ອນ;
6)     ແຂວງຄຳມ່ວນ ມີ 03 ດ່ານ ຄື: ດ່ານນາເພົ້າ, ດ່ານໝາກກາ ແລະ ດ່ານໜອງມ້າ;  
7)     ແຂວງສະຫວັນນະເຂດ ມີ 02 ດ່ານ ຄື: ດ່ານແດນສະຫວັນ ແລະ ດ່ານລະຫ່າງ;
8)     ແຂວງສາລະວັນ ມີ 01 ດ່ານ ຄື: ດ່ານ ລະໄລ (71);
9)     ແຂວງເຊກອງ ມີ 04 ດ່ານ ຄື: ດ່ານດາກຕາອອກ, ດ່ານດາກປາ, ດ່ານຈະນົກ ແລະ ດ່ານຕະວາງ;
10)  ແຂວງອັດຕະປື ມີ 01 ດ່ານ ຄື: ດ່ານພູເກືອ, ດ່ານວັງຕັດ ແລະ ດ່ານພູຍາງ.

3.   ເນື້ອໃນຂອງສັນຍາທີ່ກ່ຽວພັນກັບຂະແໜງການກະສິກໍາ ແລະ ປ່າໄມ້:

ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ແມ່ນສັນຍາທີ່ ສສ ຫວຽດນາມ ໃຫ້ສິດພິເສດດ້ານການຄ້າແບບຝ່າຍດຽວ ແກ່ ສປປ ລາວ ຊຶ່ງມີເນື້ອໃນແຕກຕ່າງຈາກສັນຍາການຄ້າສອງຝ່າຍ ທີ່ເຊັນກັນໃນວັນທີ 03 ມີນາ 2015 ທີ່ນະຄອນຫຼວງວຽງຈັນ ເພາະເປັນສັນຍາແບບຕອບແທນເຊີ່ງກັນ ແລະ ກັນ. ຂໍ້ຜູກພັນທີ່ ສສ ຫວຽດນາມ ໃຫ້ສິດທິພິເສດແກ່ ສປປ ລາວ ປະກອບ ດ້ວຍ ສາມ ລະດັບ ຊຶ່ງຕິດພັນກັບວຽກງານສຸຂານາໄມ ແລະ ສຸຂານາໄມພືດ ດັ່ງນີ້:

3.1.   ສິດທິພິເສດແກ່ເມືອງທີ່ມີຊາຍແດນຕິດຈອດລະຫວ່າງກັນ ຫຼື ລະດັບເມືອງຊາຍແດນ:

ພືດ, ຜະລິດຕະພັນພືດ, ສັດ ແລະຜະລິດຕະພັນສັດ ທີ່ປູກ ຫຼື ລ້ຽງໂດຍປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສປປ ລາວ ຕ້ອງໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນອື່ນໃນເວລານໍາເຂົ້າ ສສ ຫວຽດນາມ ໂດຍບໍ່ຕ້ອງຂໍໃບອະນຸຍາດນໍາເຂົ້າ, ບໍ່ຕ້ອງຜ່ານການກວດກາດ້ານສຸຂານາໄມ ແລະ ສຸຂານາໄມພືດ, ມາດຕະການເຕັກນິກ ແລະ ກວດກາຄວາມປອດໄພດ້ານອາຫານ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ, ຍົກເວັ້ນກໍລະນີທີ່ມີການແຈ້ງເຕືອນຂອງເຈົ້າໜ້າທີ່ຝ່າຍ ໃດຝ່າຍໜຶ່ງ ກ່ຽວກັບຄວາມສ່ຽງຂອງສິນຄ້າທີ່ຈະສ້າງຄວາມເສຍຫາຍແກ່ພືດ, ຄົນ, ສັດ ແລະສິ່ງແວດລ້ອມ.

3.2.   ສິດທິພິເສດແກ່ແຂວງທີ່ມີຊາຍແດນຕິດຈອດລະຫວ່າງກັນ ຫຼື ລະດັບແຂວງຊາຍແດນ:

–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ ລວມ ທັງພືດ, ສັດທີ່ເປັນສິນຄ້າ ຊຶ່ງປູກ ຫຼືລ້ຽງໂດຍປະຊາຊົນ, ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະລະບຽບການຂອງແຕ່ລະຝ່າຍ ຕ້ອງໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເມື່ອເວລານຳເຂົ້າ ສສ ຫວຽດນາມ;
–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ປູກ ຫຼືລ້ຽງໂດຍປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ແລະ ນັກທຸລະກິດ ທີ່ໄດ້ຂຶ້ນທະບຽນດຳເນີນທຸລະກິດກະສິກຳ ແລະ ປ່າໄມ້ ຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງແຕ່ລະຝ່າຍແລ້ວ ຕ້ອງໄດ້ຮັບການຍົກເວັ້ນພາສີນໍາເຂົ້າຈາກ ສສ ຫວຽດນາມ;
–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດເປັນສິນຄ້າ ຊຶ່ງປູກ ຫຼື ລ້ຽງໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າ ສສ ຫວຽດນາມ.

3.3.   ສິດທິພິເສດແກ່ ສປປ ລາວ ຫຼື ລະດັບປະເທດ:

ສສ ຫວຽດນາມ ໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ. ເຈົ້າໜ້າທີ່ການຄ້າຂອງ ສປປ ລາວ ຕ້ອງອອກໃບຢັ້ງຢືນສິນຄ້າ ສຳລັບສິນຄ້ານຳເຂົ້າໄປ ສສ ຫວຽດນາມ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 01 ທີ່ກວມເອົາສິນຄ້າປະເພດກະສິກໍາ ແຕ່ໝວດທີ 1 ຫາ ໝວດທີ 23, ໝວດທີ 25.01 ແລະ ໝວດທີ 40.01 ທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ ກໍຈະໄດ້ຮັບສິດທິພິເສດທາງອັດຕາພາສີນໍາເຂົ້າ ແລະບໍ່ຈໍາກັດໂກຕານໍາເຂົ້າ ແລະ ສິ່ງກີດຂວາງອື່ນໆ.

4.   ເງື່ອນໄຂໃນການໄດ້ຮັບສິດທິພິເສດດ້ານການຄ້າ:

4.1. ເງື່ອນໄຂທົ່ວໄປ:

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ອາໃສຢູ່ເຂດຊາຍແດນ ມີຈຸດປະສົງນຳໃຊ້ສິດທິພິເສດດ້ານການຄ້າ ຕາມສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ດັ່ງນີ້:

–    ບັດນຳໃຊ້ສິດພິເສດດ້ານການຄ້າ ທີ່ອອກໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຫຼືພະແນກ ອຸດສາຫະກຳ ແລະການຄ້າແຂວງຂອງ ສປປ ລາວ;
–    ຕ້ອງມີການຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ຜະລິດ, ປູກ ຫຼື ລ້ຽງ ໂດຍປະຊາຊົນເຂດຊາຍແດນ ຊຶ່ງອອກໃຫ້ໂດຍເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງ ສປປ ລາວ;
–    ມີໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ອອກໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊາຍແດນ ທີ່ໄດ້ຮັບການແຕ່ງຕັ້ງ, ມອບໝາຍ ແລະ ຜ່ານການຝຶກອົບຮົມດ້ານວິຊາການທີ່ກ່ຽວຂ້ອງ.

4.2. ເງື່ອນໄຂເພີ່ມເຕີມສໍາລັບຜູ້ດຳເນີນທຸລະກິດກ່ຽວກັບວຽກງານປູກຝັງ, ການລ້ຽງສັດ, ການລ້ຽງສັດນໍ້າ ແລະ ການສັດຕະວະແພດ

4.2.1.  ການດຳເນີນທຸລະກິດ ກ່ຽວກັບວຽກງານປູກຝັງ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

–    ມີເນື້ອທີ່ປູກຝັງ, ທຶນ, ສຳນັກງານ, ສິ່ງປຸກສ້າງ, ວັດຖຸອຸປະກອນ, ເຄື່ອງມື ແລະ ພາຫະນະຮັບໃຊ້ຢ່າງເໝາະສົມ;
–    ມີນັກວິຊາການທີ່ມີຄວາມຮູ້ດ້ານການປູກຝັງ, ປ້ອງກັນພືດ, ກັກກັນພືດ ລະດັບຊັ້ນກາງຂຶ້ນໄປ ໂດຍມີໃບຢັ້ງຢືນຜ່ານການປະຕິບັດວຽກງານຕົວຈິງ, ສ່ວນທຸລະກິດກ່ຽວກັບການປ້ອງກັນ ແລະ ກັກກັນພືດ ຕ້ອງມີໃບຢັ້ງຢືນຜ່ານການຝຶກອົບຮົມສະເພາະດ້ານການປູກຝັງ, ປ້ອງກັນພືດ, ກັກກັນພືດ;
–    ໄດ້ຮັບການເຫັນດີຈາກຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ;
–    ປະຕິບັດເງື່ອນໄຂທີ່ຈຳເປັນ ຕາມອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ກຳນົດໄວ້.

4.2.2.  ການດຳເນີນທຸລະກິດ ກ່ຽວກັບການລ້ຽງສັດ, ການລ້ຽງສັດນໍ້າ ແລະ ການສັດຕະວະແພດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

–    ມີເນື້ອທີ່, ທຶນ, ສຳນັກງານ, ສິ່ງປຸກສ້າງ, ອຸປະກອນ, ເຄື່ອງມື ແລະ ພາຫະນະຮັບໃຊ້ ຢ່າງເໝາະສົມ;
–    ມີນັກວິຊາການທີ່ມີຄວາມຮູ້ດ້ານການລ້ຽງສັດ ລະດັບຊັ້ນກາງຂຶ້ນໄປ ຫຼືວິຊາການສັດຕະວະແພດທີ່ມີໃບຢັ້ງຢືນຜ່ານການປະຕິບັດວຽກງານຕົວຈິງສຳລັບການລ້ຽງສັດ, ສ່ວນທຸລະກິດກ່ຽວກັບການສັດຕະວະແພດນັ້ນ ຕ້ອງໃຫ້ມີສັດຕະວະແພດ ຫຼືພະຍາບານສັດທີ່ມີໃບຢັ້ງຢືນປະກອບວິຊາຊີບ ຈາກສະພາສັດຕະວະແພດ;
–    ໄດ້ຮັບການເຫັນດີຈາກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
–    ປະຕິບັດເງື່ອນໄຂອື່ນທີ່ຈຳເປັນ ຕາມອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກຳນົດ.

5.   ວິທີການ ແລະ ຂັ້ນຕອນການຂໍໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ

5.1.   ວິທີການຂໍໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ

–    ບຸກຄົນ ຫຼືຊາວກະສິກອນຜູ້ຜະລິດ ທີ່ຢູ່ບ້ານຕິດຊາຍແດນ ກັບ ສສ ຫວຽດນາມ ທີ່ເຄີຍຄ້າ-ຂາຍ ແລກປ່ຽນສິນຄ້າຢູ່ຕາມຊາຍແດນມາແລ້ວ ແລະ ຜ່ານມາກໍບໍ່ຈໍາເປັນມີໃບຢັ້ງຢືນສຸຂານາໄມ ຫຼື ສຸຂານາໄມພືດ ກໍບໍ່ຈໍາເປັນອອກໃບຢັ້ງຢືນດັ່ງກ່າວໃຫ້ຕື່ມ;
–    ສໍາລັບ ປະຊາຊົນ, ຊາວກະສິກອນ ທີ່ຕ້ອງການໃບຢັ້ງຢືນສຸຂານາໄມ ຫຼື ສຸຂານາໄມພືດ ໃຫ້ຍື່ນຄຳຮ້ອງຕໍ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຕາມແບບຟອມທີ່ໄດ້ກຳນົດໄວ້ ພ້ອມດ້ວຍສຳເນົາບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ບັດນໍາໃຊ້ສິດທິພິເສດ ຕາມສັນຍາການຄ້າຊາຍແດນ ລາວ-ຫວຽດນາມ;
–    ສ່ວນ ບໍລິສັດ ຫຼື ຜູ້ປະກອບການທີ່ດໍາເນີນທຸລະກິດກະສິກໍາ ແລະ ປ່າໄມ້ ຢູ່ເມືອງຊາຍແດນຕິດກັບ ສສ ຫວຽດນາມ ທີ່ມີຈຸດປະສົງສົ່ງອອກຊຸດສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ໄປຍັງ ສສ ຫວຽດນາມ ໃຫ້ຍືນຄຳຮ້ອງຕໍ່ຫ້ອງການກະສິກໍາ ແລະປ່າໄມ້ເມືອງກ່ຽວຂ້ອງ ຕາມແບບຟອມທີ່ກຳນົດໄວ້ ພ້ອມດ້ວຍສຳເນົາບັດນໍາໃຊ້ສິດທິພິເສດ ຕາມສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ແລະ ສໍາເນົາໃບທະບຽນວິສາຫະກິດ;
–    ຜູ້ຈະສົ່ງອອກຊຸດສີນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ໄປຍັງ ສສ ຫວຽດ ນາມ ຕ້ອງກະກຽມຊຸດສິນຄ້າກ່ຽວກັບພືດ, ຜະລິດຕະພັນພືດ,  ສັດ ແລະຜະລິດຕະພັນສັດ  ເພື່ອສະເໜີໃຫ້ມີ ການກວດກາລ່ວງໜ້າ ຢ່າງໜ້ອຍ ສອງວັນ ກ່ອນສົ່ງອອກຕາມຫຼັກການວິຊາການ.

5.2.   ຂັ້ນຕອນ ວິທີການຂໍໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ

–    ພາຍຫຼັງໄດ້ຮັບໃບຄໍາຮ້ອງແລ້ວ, ພະນັກງານ ຫຼືເຈົ້າໜ້າທີ່ທີ່ຮັບຜິດຊອບວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຕ້ອງດໍາເນີນການກວດກາເອກະສານຢ່າງໄວວາ, ຖ້າເຫັນວ່າ: ເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 4 ຂອງຄໍາແນະນໍາສະບັບນີ້ ຕ້ອງແນະນໍາໃຫ້ຜູ້ສົ່ງອອກ ປະກອບເອກະສານໃຫ້ຄົບຖ້ວນ. ໃນກໍລະນີເອກະສານດັ່ງກ່າວ ຫາກຖືກຕ້ອງຄົບຖ້ວນແລ້ວ ຕ້ອງດໍາເນີນການກວດກາຄ້າທີ່ສະເໜີຂໍສົ່ງອອກນັ້ນໂດຍໄວ ພ້ອມທັງເຮັດບົດລາຍງານຜົນການກວດກາດ້ານວິຊາການໃຫ້ ຖືກຕ້ອງ ແລະ ຊັດເຈນ ເພື່ອເປັນບ່ອນອີງໃນການປະກອບເອກະສານສໍາລັບການອອກ ໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ;
–    ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຕ້ອງມອບໝາຍໃຫ້ພະນັກງານ ຫຼື ເຈົ້າໜ້າທີ່ທີ່ໄດ້ຮັບການແຕ່ງ ຕັ້ງນັ້ນ ຮັບຜິດຊອບ ບັນທຶກ, ເກັບກໍາ ຊຸດສິນຄ້າເຂົ້າ-ອອກໃນແຕ່ລະຄັ້ງແລ້ວ ລາຍງານໃຫ້ຂະແໜງປູກຝັງ ຫຼື ຂະແໜງລ້ຽງສັດ ແລະ ການປະມົງແຂວງ ປະຈຳອາທິດ ເພື່ອເປັນຂໍ້ມູນໃຫ້ແກ່ຂັ້ນຂະແໜງການກ່ຽວຂ້ອງຂັ້ນ ແຂວງ ສະຫຼຸບ, ສັງລວມ ແລະວິໄຈຂໍ້ມູນດັ່ງກ່າວ ລາຍງານໃຫ້ກົມປູກຝັງ ຫຼື ກົມລ້ຽງສັດ ແລະ ການປະມົງ ຕາມ ຂະແໜງການສາຍຕັ້ງຂອງຕົນ ຮັບຊາບຢ່າງເປັນປົກກະຕິ;
–    ສໍາລັບ ການເກັບຄ່າທໍານຽມ ແລະ ຄ່າບໍລິການວິຊາການ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດທີ່ປະກາດໃຊ້ໃນແຕ່ລະໄລຍະ;
–    ການນຳເຂົ້າ ແລະສົ່ງອອກ ຊຸດສີນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ອະນຸຍາດໃຫ້ຜ່ານດ່ານກັກກັນພືດ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ຂອງຄໍາແນະນໍາສະບັບນີ້ເທົ່ານັ້ນ.

6.   ອາຍຸ ແລະ ຂອບເຂດການນຳໃຊ້ໃບຢັ້ງຢືນສຸຂານາໄມພືດ:

–    ໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ມີອາຍຸການນຳໃຊ້ 07 ວັນ ນັບແຕ່ວັນທີ່ອອກໃຫ້, ສາມາດນໍາໃຊ້ໄດ້ເທື່ອດຽວ ແລະ ນໍາ ໃຊ້ສະເພາະໃນກອບການຄ້າຊາຍແດນ ລະຫ່ວາງ ສປປ ລາວ ແລະ ສສ ຫວຽດນາມ ເທົ່ານັ້ນ. ກໍລະນີໃບຢັ້ງ ຢືນສຸຂານາໄມ ແລະສຸຂານາໄມພືດ ໝົດອາຍຸກ່ອນສົ່ງອອກຊຸດສິນຄ້າ ໃຫ້ຜູ້ສົ່ງອອກ ຂໍສະເໜີອອກໃບໃບຢັ້ງ ຢືນສຸຂານາໄມພືດໃໝ່ ນໍາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊາຍແດນ;
–    ການອອກໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍ ລະຫວ່າງ ສປປ ລາວ ແລະ ສສ ຫວຽດ ຕ້ອງແມ່ນ ພືດ, ຜະລິດຕະພັນພືດ, ສັດ ຫຼືຜະລິດຕະພັນສັດ ທີ່ເປັນສິນຄ້າ, ປູກ ແລະ ຜະລິດຢູ່ ສປປ ລາວ ເທົ່ານັ້ນ ຊຶ່ງບໍ່ແມ່ນສິນຄ້າທີ່ນໍາມາຈາກບ່ອນອື່ນທີ່ບໍ່ຢູ່ໃນບ້ານ, ເມືອງ ແລະ ແຂວງຊາຍແດນ.

7.   ກົນໄກການຢັ້ງຢືນສຸຂານາໄມພືດ:

ການຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ແມ່ນມອບໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເປັນຜູ້ລົງລາຍເຊັນ ແລ້ວແຈ້ງລາຍຊື່ຜູ້ທີ່ມີສິດ ຫຼືເຈົ້າໜ້າທີ່ທີ່ຈະລົງລາຍເຊັນ ພ້ອມທັງລາຍເຊັນແທ້ ໃຫ້ແກ່ ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ຕາມຂະແໜງການສາຍຕັ້ງທີ່ຕົນຂຶ້ນກັບ.

8.   ວິທີການຈັດຕັ້ງປະຕິບັດ

–    ມອບໃຫ້ ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ເປັນໃຈກາງປະສານງານກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
–    ພາຍຫຼັງໄດ້ຮັບຄໍາແນະນໍາສະບັບນີ້ແລ້ວ, ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ຊີ້ນໍາຂະແໜງການກ່ຽວຂ້ອງ ແລະ ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງ ພ້ອມທັງປຶກສາຫາລື, ກໍານົດເປັນໂຄງການ ແລະແຜນງານລະອຽດ ເພື່ອຈັດຕັ້ງປະຕິບັດຢ່າງມີປະສິດທິພາບ;
–    ໃນການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຫາວິທີແກ້ໄຂຢ່າງທັນການ.

ດັ່ງນັ້ນ, ຈິ່ງອອກຄໍາແນະນໍາສະບັບນີ້ ມາຍັງທ່ານ ເພື່ອພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ.

ເຊັນແທນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້
(ເຊັນ ແລະ ປະທັບກາ)

ບຸນຂວາງ ຄຳບຸນເຮືອງ

 

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Sanitary and Phytosanitary Under Border Trade Agreement Between the Government of the Lao PDR and the Government of Socialist Republic of Vietnam No. 0162/MAF, dated 01 February 2017 PDF
2 ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບເລກທີ 0162/ກປ, ລົງວັນທີ 01 ກຸມພາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.