“ກອງປະຊຸມຂອງໜ່ວຍງານມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ຄັ້ງທີ 2” ໄດ້ຈັດຂື້ນ ໃນວັນທີ 31 ມັງກອນ 2017, ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍ ເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານຂອງ NTMs ຈາກຂະແໜງການທີ່ກ່ຽວຂ້ອງທັງໝົດ  60 ທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນສືບຕໍ່ມາຈາກກອງປະຊຸມຂອງ NTMs-WG ຄັ້ງທີ 1 ທີ່ຈັດຂຶ້ນໃນກາງເດືອນ ພະຈິກ 2016 ທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ NTMs ໃນໄລຍະຜ່ານມາ ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານເຊັ່ນ: ສາມາດສັງລວມໄດ້ 253 ມາດຕະການ ທີ່ຢູ່ໃນຄວາມຮັບຜິດຊອບຂອງ 13 ກະຊວງ ກ່ຽວຂ້ອງ ແລະ ໄດ້ລົງເຜີຍແຜ່ບັນດາມາດຕະການດັ່ງກ່າວໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ. ໃນໄລຍະຜ່ານມາ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈໍາໜ່ວຍງານ NTMs ໄດ້ມີການລິເລີ່ມຫຼາຍໆວຽກງານ ເພື່ອເປັນຕົວແບບໃຫ້ຂະແໜງານອື່ນໆເຊັ່ນ: ໄດ້ປັບປຸງຂັ້ນຕອນການອອກໃບອະນຸຍາດນໍາເຂົ້າໃຫ້ມີຄວາມກະທັດຮັດຫຼາຍຂຶ້ນ ໂດຍການທົດລອງນໍາໃຊ້ລະບົບແຈ້ງພາສີແບບປະຕູດຽວ (LNSW) ເຂົ້າໃນການອອກໃບອະນຸຍາດນໍາເຂົ້າຍານພາຫະນະເພື່ອມາຈໍາໜ່າຍ ຕັ້ງແຕ່ເດືອນ ກໍລະກົດ 2016, ຊຶ່ງມາຮອດປະຈຸບັນ ສາມາດອອກໃບອະນຸຍາດຜ່ານລະບົບດັ່ງກ່າວໄດ້ຈໍານວນ 107 ຊຸດ. ພ້ອມດຽວກັນທີ່ປະຊຸມໄດ້ນໍາສະເໜີຜົນການປະເມີນຜົນກະທົບດ້ານລະບຽບການ (Regulatory Impact Assessment: RIA) ຂອງ 02 ມາດຕະການ NTMs ຄື: ການອອກໃບອະນຸຍາດນໍາເຂົ້າຍານພາຫະນະ, ແລະ ນໍ້າມັນເຊື້ອໄຟ ຂອງກົມການນຳເຂົ້າ ແລະ ສົ່ງອອກ ເພື່ອເປັນຕົວແບບໃຫ້ບັນດາຂະແໜງການອື່ນໆທີ່ກ່ຽວຂ້ອງ ດໍານີນວຽກງານການປະເມີນຜົນກະທົບດ້ານລະບຽບການ NTMs ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການຕົວ ເພື່ອປັບປຸງມາດຕະການ NTMs ໃຫ້ນັບມື້ນັບດີຂຶ້ນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ນຳສະເໜີແຜນການປີ 2017 ຊຶ່ງຈະໄດ້ຄັດເລືອກລາຍການສິນຄ້າຈາກ 4 ຂະແໜງການ ເພື່ອມາເຮັດການປະເມີນຜົນກະທົບລະບຽບການໃນບາດກ້າວຕໍ່ໄປ.

ທ່ານ ນາງ ບານສະຕິ ເທບພະວົງ ໄດ້ກ່າວບາງຕອນໃນທີ່ປະຊຸມວ່າ: “ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NTMs ໄດ້ຖືກຈັດຕັ້ງປະຕິບັດມາເປັນເວລາ 03 ປີແລ້ວ. ເພື່ອໃຫ້ມີບ່ອນອີງດ້ານນິຕິກໍາ ແລະ ມີການກໍານົດໜ້າວຽກ NTM ຢ່າງຊັດເຈນ, ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-WG) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ພາຍໃຕ້ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ເລກທີ 1558/ອຄ, ລົງວັນທີ 31 ສິງຫາ 2016 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຊຶ່ງເປັນໜ່ວຍງານໜຶ່ງທີ່ນອນໃນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຂອຄ)”.

ໃນຕອນທ້າຍກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ມີການຈັດປະຊຸມປຶກສາຫາລືສອງຝ່າຍລະຫວ່າງໜ່ວຍງານ NTMs ປະຈຳຢູ່ກົມການນຳເຂົ້າ ແລະ ສົ່ງອອກ ກັບບັນດາຈຸດປະສານງານ ເພື່ອປຶກສາຫາລືວິທີການປະເມີນຜົນກະທົບດ້ານລະບຽບການຂອງມາດຕະການອື່ນໆ ທີ່ຂະແໜງການກ່ຽວຂ້ອງຄຸ້ມຄອງ ແນໃສ່ຊອກຫາວິທີການປັບປຸງມາດຕະການໃຫ້ມີຄວາມງ່າຍດາຍ ແລະ ສອດຄ່ອງການສະພາບການເຄື່ອນ ໄຫວທຸລະກິດຂອງບ້ານເຮົາ ເພື່ອອໍານວຍຄວາມສະດວກແກ່ການດຳເນີນທຸລະກິດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.