ການພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ຈະເຮັດໃຫ້ການນຳເຂົ້າ-ສົ່ງອອກ ສິນຄ້າ ມີຄວາມສະດວກວ່ອງໄວ, ສາມາດປະຫຍັດເວລາ ແລະ ຄ່າໃຊ້ຈ່າຍ. ຫຼັງຈາກນັ້ນ ຈະໄດ້ພັດທະນາໄປສູ່ການໃຫ້ບໍລິການແບບບໍ່ມີເອກະສານແບບຄົບວົງຈອນກັບທຸກໜ່ວຍງານ ທີ່ກ່ຽວຂ້ອງກັບການຄ້າລະຫວ່າງປະເທດ. ຜູ້ປະກອບການສາມາດນຳໃຊ້ຂໍ້ມູນພຽງຊຸດດຽວ ໂດຍການປ້ອນຂໍ້ມູນຢູ່ຈຸດດຽວ ກໍສາມາດຕິດຕໍ່ພົວພັນກັບຂະແໜງການລັດຜ່ານທາງລະບົບເອເລັກໂຕນິກ ຊຶ່ງຈະເຮັດໃຫ້ຫຼຸດຜ່ອນຄວາມຊ້ຳຊ້ອນໃນການຍື່ນເອກະສານ, ການຕິດຕາມ ແລະ ຈັດເກັບເອກະສານທີ່ເປັນເຈ້ຍສໍ.

ປະຈຸບັນ ການພັດທະນາລະບົບດັ່ງກ່າວ ແມ່ນໄດ້ເລີ່ມທົດລອງນຳໃຊ້ຕັ້ງແຕ່ເດືອນສິງຫາ 2016 ເປັນຕົ້ນມາ ສຳລັບການອອກໃບອະນຸຍາດນຳເຂົ້າຍານພາຫະນະແບບເອເລັກໂຕຼນິກ ຢູ່ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ  ແລະ ການຄ້າ ໂດຍໄດ້ຄັດເລືອກເອົາບໍລິສັດລາວໂຕໂຍຕ້າ ແລະ ບໍລີສັດນິວຈິບເຊັງ ເຂົ້າຮ່ວມທົດລອງ ເຊິ່ງປະຈຸບັນ ມີແຕ່ບໍລິສັດ ນິວຈິບເຊັງ ຈັດຕັ້ງປະຕິບັດ ເຊິ່ງໄດ້ອອກອະນຸຍາດແລ້ວປະມານ 120 ຟອມ ໃຫ້ແກ່ຜູ້ປະກອບການຈຳນວນໜຶ່ງແລ້ວ. ຈາກນັ້ນ, ຈຶ່ງຈະຜັນຂະຫຍາຍການນໍາໃຊ້ໄປສູ່ຂະແໜງການອື່ນໆທີ່ຕິດພັນກັບການຄຸ້ມຄອງການນໍາເຂົ້າ - ສົ່ງອອກສິນຄ້າເປັນເທື່ອລະກ້າວ ໂດຍສະເພາະແມ່ນ ການອອກໃບອະນຸຍາດເຕັກນິກພາຫະນະຢູ່ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ.

ຄຽງຄູ່ກັບການພັດທະນາດັ່ງກ່າວ ກໍຍັງມີສິ່ງທ້າທາຍຄື ການນຳໃຊ້ລະບົບເອເລັກໂຕນິກຍັງເປັນເຄື່ອງມືທີ່ໃໝ່ຢູ່ ສຳລັບທັງພາກລັດ ແລະ ທຸລະກິດຂອງລາວ. ນອກຈາກນີ້ ລະບົບອິນເຕີເນັດ, ບຸກຄະລະກອນ ແລະ ອຸປະກອບຮັບໃຊ້ ທີ່ກ່ຽວຂ້ອງກັບການນຳໃຊ້ລະບົບນີ້ຕ້ອງໄດ້ຮັບການຍົກລະດັບໃຫ້ທັນກັບສະພາບໃນປະຈຸບັນ. ໂດຍລວມທັງ ການປັບປຸງກົດໝາຍ ແລະ ລະບຽບການພາຍໃນຂອງແຕ່ລະຂະແໜງການຂອງລັດໃຫ້ສາມາດຮອງຮັບການເຮັດທຸລະກຳທາງເອເລັກໂຕຣນິກໄດ້ດ້ວຍ.

ເມື່ອລະບົບ LNSW ໄດ້ຮັບການພັດທະນາສໍາເລັດ ກໍ່ຈະສາມາດເຊື່ອມໂຍງຖານຂໍ້ມູນກັບຂະແໜງການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງຕາມຂໍ້ຕົກລົງຂອງປະເທດສະມາຊິກອາຊຽນໃນການຈັດຕັ້ງປະຕິບັດ ການແຈ້ງພາສີປະຕູດຽວອາຊຽນ. ເຊິ່ງປະຈຸບັນ ປະເທດສະມາຊິກອາຊຽນທີ່ໄດ້ສຳເລັດການພັດທະນາບົບແຈ້ງພາສີປະຕູດຽວ ມີທັງໝົດ 7 ປະເທດຄື: ບຣູໄນ, ອິນໂດເນເຊຍ, ມາເລຍເຊຍ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ສຳລັບທິດທາງແຜນການຕໍ່ໜ້າຂອງຂະແໜງການພາສີ ໃນການອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ແມ່ນ: (1) ຊຸກຍູ້ໃຫ້ພາກທຸລະກິດຫັນມານຳໃຊ້ລະບົບແຈ້ງພາສີປະຕູດຽວ ເນື່ອງຈາກເປັນລະບົບລວມສູນການເຊື່ອມໂຍງທີ່ເປັນເອເລັກໂຕຣນິກ ໂດຍສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານໃນການຫັນໄປສູ່ຄວາມທັນສະໄໝໃຫ້ທຽບເທົ່າກັບສາກົນ. (2) ກົມພາສີ ແລະ ຂະແໜງການທີ່ອອກໃບອອກອະນຸຍາດ ສາມາດແລກປ່ຽນຂໍ້ມູນຜ່ານລະບົບເອເລັກໂຕຣນິກແບບຄົບວົງຈອນ ແລະ ການສາມາດກວດຄືນຂໍ້ມູນທີ່ເຫັນວ່າຍັງບໍ່ທັນຈະແຈ້ງໄດ້ໂດຍຜ່ານລະບົບດັ່ງກ່າວ. (3) ສະເໜີໃຫ້ຂະແໜງການລັດທີ່ເປັນຜູ້ອອກໃບອະນຸຍາດ/ໃບຢັ້ງຢືນ ກ່ຽວຂ້ອງກັບຂັ້ນຕອນການນຳເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນ ຮີບຮ້ອນພັດທະນາ-ປັງປຸງລະບົບການແລກປ່ຽນຂໍ້ມູນດ້ວຍລະບົບເອເລັກໂຕນິກ ໂດຍສະເພາະການນຳໃຊ້ລະບົບ LNSW ໃຫ້ຄວບຄຸມທຸກປະເພດສິນຄ້າ. (4) ສະເໜີໃຫ້ຂະແໜງການລັດທີ່ເປັນຜູ້ອອກໃບອະນຸຍາດ/ໃບຢັ້ງຢືນ ກ່ຽວຂ້ອງກັບຂັ້ນຕອນການນຳເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນ ຮີບຮ້ອນລົງນາມບົດບັນທຶກຊ່ວຍຈຳ MOU ຮ່ວມກັບກົມພາສີ ໃນການນຳໃຊ້ລະບົບ LNSW, ປັບປຸງກົດໝາຍ ແລະ ລະບຽບພາຍໃນຂອງຕົນໃຫ້ສາມາດຮອງຮັບການເຮັດທຸລະກຳທາງເອເລັກໂຕນິກແບບບໍ່ມີເອກະສານທີ່ເປັນເຈ້ຍສໍ.

ສຳລັບແຜນຍຸດທະສາດການພັດທະນາລະບົບ LNSW  ໄດ້ແບ່ງອອກເປັນ 3 ໄລຍະຄື:

-    ໄລຍະທີ 1: E-Permit, E-Logistic, E-Report ເລີ່ມຈັດຕັ້ງປະຕິບັດໃນ ເດືອນ ກໍລະກົດ 2017  ທີ່ ດ່ານພາສີສາງທ່ານາແລ້ງ.
-    ໄລຍະທີ 2: E-Payment / ASYCUDA Interface_UNICTAD ເລີ່ມຈັດຕັ້ງປະຕິບັດໃນ ເດືອນ ກັນຍາ 2017  ທີ່ ດ່ານພາສີສາງທ່ານາແລ້ງ.
-    ໄລຍະທີ 3: ແຂວງຕ່າງໆທີ່ມີດ່ານພາສີສາກົນ ເລີ່ມຈັດຕັ້ງປະຕິບັດໃນ ເດືອນທັນວາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.