ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ທະນາຄານແຫ່ງ ສປປ ລາວ                                     ເລກທີ:1083 /ທຫລ
           ນະຄອນຫຼວງວຽງຈັນ, ວັນທີ:09 ທັນວາ 2016

ຂໍ້ຕົກລົງ

ເຖິງ: ບັນດາທະນາຄານທຸລະກິດລັດ, ທະນາຄານທຸລະກິດລັດຮຸ້ນສ່ວນ, ທະນາຄານເອກະຊົນ,ທະນາຄານສາຂາຕ່າງປະເທດ ແລະ ຮ້ານແລກປຽນເງິນຕາຕ່າງປະເທດ.

ເລື່ອງ: ການຂາຍເງິນຕາຕ່າງປະເທດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ເພື່ອຊຳລະສະສາງກັບຕ່າງປະເທດ

- ອີງຕາມກົດໝາຍວ່າດ້ວຍທະຄານແຫ່ງ ສປປ ລາວ, ສະບັບເລກທີ 05/ສພຊ, ລົງວັນທີ 14 ຕຸລາ 1999
- ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ສະບັບເລກທີ 55/ສພຊ, ລົງທີ 22 ທັນວາ 2014.

ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງ

ການຂາຍເງິນຕາໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນ ເພື່ອຊຳລະສິນຄ້າຕ່າງປະເທດ ໃຫ້ປະຕິບັດຕາມກົນໄກດັ່ງນີ້

1. ການຂາຍເງິນຕາໃຫ້ແກ່ບຸກຄົນ: ອະນຸຍາດຂາຍໃຫ້ຜູ້ຕ້ອງການເງິນຕາຕ່າງປະເທດ ທີ່ເປີດບັນຊີໄວ້ທະນາຄານທຸລະກິດໃດໝຶ່ງ. ບັນຊີດັ່ງກ່າວບໍ່ສາມາດຖອນເງິນຕາຕ່າງປະເເທດ ຫຼື ໂອນໃຫ້ຜູ້ອື້ນຢູ່ພາຍໃນປະເທດໄດ້ ມີແຕ່ສາມາດຊຳລະຄ່າສິນຄ້າ ແລະ ບໍລິການຢູ່ປະເທດໄດ້ເທົ່ານັ້ນ. ຍອດເງິນໃນບັນຊີບໍ່ໃຫ້ເກີນທຽບເທົ່າ 20 ລ້ານກີບທຽບເທົ່າ, ຖ້າເກີນແມ່ນບໍ່ຂາຍໃຫ້.

ສ່ວນການຂາຍເງິນຕາຕ່າງປະເທດໃຫ້ແກ່ລູກຄ້າທີ່ເບີກຈ່າຍເປັນເງິນສົດ ອະນຸຍາດໃຫ້ຂາຍຢູ່ຕາມດ່ານຊາຍແດນສາກົນ, ດ່ານປະເພນີ, ດ່ານທ້ອງຖິ່ນ ເພື່ອນຳໄປຊຳລະສະສາງຄ່າສິນຄ້າ ຫືຼ ບໍລິການຢູ່ຕ່າງປະເທດ ແຕ່ບໍ່ອະນຸຍາດ ໃຫ້ນຳໃຊ້ເງິນຕາຕ່າງປະເທດດັ່ງກ່າວຊໍາລະສະສາງຢູ່ພາຍໃນປະເທດ.

2. ການຂາຍເງິນຕາໃຫ້ແກ່ນິຕິບຸກຄົນ: ອະນຸຍາດໃຫ້ທະນາຄານທຸລະກິດຂາຍໃຫ້ນິຕິບຸກຄົນທີ່ຕ້ອງການເງິນຕາເພື່ອຊຳລະສະສາງຕ່າງປະເທດ ແລ້ວໂອນເຂົ້າບັນຊີສະເພາະເພື່ອໄປຊຳລະສະສາງກັບຕ່າງປະເທດ, ບໍ່ອະນຸຍາດໃຫ້ຖອນເປັນເງິນສົດ ຫືຼ ໂອນໃຫ້ຜູ້ອື່ນຢູ່ພາຍໃນປະເທດ.

3. ການຂາຍເງິນຕາຕ່າງປະເທດໃຫ້ບຸກຄົນ ແລະ ນີຕິບຸກຄົນ ຕ້ອງປະຕິບັດຕາມ ມາດຕາ 10 ເປົ້າໝາຍຂອງ ການນຳໃຊ້ເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດຢ່າງເຂັ້ມງວດ ຄື:                                  

3.1.1 ຊຳລະຄ່າສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ;
3.1.2 ຊຳລະຄ່າບໍລິການ ທີ່ຕິດພັນກັບສິນຄ້າຂາເຂົ້າ-ຂາອອກໂດຍກົງກົບຕ່າງປະເທດ ເຊັ່ນ: ຄ່າຂົນສົ່ງຜ່ານແດນ, ຄ່າປະກັນໄພ, ຄ່າຝາກສາງຜ່ານແດນ ແລະຄ່າບໍລິການ;
3.1.3 ຊຳລະໝີ້ເງິນກູ້ ແລະ ສິນເຊື່ອການຄ້າໃຫ້ຕ່າງປະເທດ;
3.1.4 ໃຫ້ການຊ່ວຍເຫືຼອແກ່ຕ່າງປະເທດຕາມການຕົກລົງຂອງລັດຖະບານ;
3.1.5 ໂອນເງິນກຳໄລ, ເງິນປັນຜົນ, ຕົ້ນທຶນ, ດອກເບ້ຍ, ຄ່າບໍລິການອື່ນຂອງນັກລົງທຶນຕ່າງປະເທດ, ແລະ ຄ່າແຮງງານຂອງຕ່າງປະເທດກັບຄືນປະເທດ;
3.1.6 ໂອນເງິນໄປລົງທຶນຢູ່ຕ່າງປະເທດ;
3.1.7 ສຶກສາ, ທ່ອງທ່ຽວ, ຢ້ຽມຢາມ, ແລະ ປິ່ນປົວສຸຂະພາບຢູ່ຕ່າງປະເທດ;
3.1.8 ປະຕິບັນເປົ້າໝາຍອື່ນ ຕາມລະບຽບການທີ່ ທະນາຄານແຫ່ງ ສປປ ລາວ ວາງອອກ.

4. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການສະບັບເລກທີ 243/ທຫລ ລົງວັນທີ 5 ສິງຫາ 2013 ລວມທັງ ລະບຽບການໃດທີ່ຂັດກັບແຈ້ງການສະບັບນີ້ລ້ວນແຕ່ຖືກຍົກເລີກ.

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

(ເຊັນ ແລະ ປະທັບຕາ)

ດຣ ສົມພາວ ໄຟສິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Selling Foreign Currency to Individual and Legal Entity for International Settlement Purposes No. 1083/BOL, dated 9 December 2016 PDF
2 ຂໍ້ຕົກລົງ ກ໋ຽວກັບ ການຂາຍເງິນຕາຕ່າງປະເທດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ເພື່ອຊຳລະສາງກັບຕ່າງປະເທດ ສະບັບເລກທີ 1083/ທຫລ, ລົງວັນທີ 9 ທັນວາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.