ກົດໝາຍວ່າດ້ວຍ ການກັກກັນສັດ ແລະ ພືດ ສຳລັບ ການນຳເຂົ້າ ແລະ ສົ່ງອອກ 

-    ອິງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດຄັ້ງທີ 22 ສະໄໝທີ VII, ລົງວັນທີ 30 ຕຸລາ 1991;
-    ອີງໃສ່ລັດຖະດຳລັດຂອງປະທານປະເທດ ສປ ຈີນ ເລກທີ 53, ລົງວັນທີ 30 ຕຸລາ 1991;

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 01

     ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອປ້ອງກັນການລະບາດຂອງພະ ຍາດຕິດແປດສັດ, ພະຍາດແມ່ກາຝາກ, ພະຍາດພືດທີ່ເປັນອັນຕະລາຍ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ: ສັດຕູພືດ), ແມງໄມ້, ວັດສະພືດ, ແລະ ຊີວະພັນທີ່ເປັນອັນຕະລາຍ ອື່ນໆ ທີ່ຈະນຳເຂົ້າ ຫຼື ສົ່ງອອກປະເທດ. ພ້ອມນັ້ນ ກໍ່ເພື່ອປົກປັກຮັກສາກະສິກຳ, ປ່າໄມ້, ຟາມສັດ, ການປະມົງ ແລະ ສຸຂະພາບຂອງຄົນ. ນອກນັ້ນ, ທັງເປັນການຊຸກຍູ້ສົ່ງເສີມ ພັດທະນາເສດຖະກິດ-ການຄ້າ ລະຫວ່າງປະເທດ.

ມາດຕາ 02

     ກົດໝາຍສະບັບນີ້ກຳນົດຂະບວນກວດກາ ແລະ ກັກກັນການນຳເຂົ້າ ແລະ ສົ່ງອອກ ຄື: ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ຂະບວນການບັນຈຸ, ພາຊະນະ ຫຼື ຄອນເທນເນີບັນຈຸ ສັດ ແລະ ພືດ, ພາຊະນະ ຫຼື ຄອນເທນເນີບັນຈຸ ຜະລິດຕະພັນສັດ ແລະ ພືດ, ການຫຸ້ມຫໍ່, ພາຫະນະຂົນສົ່ງມາຈາກເຂດການຜະລິດສັດ ຫຼື ພືດ, ແລະ ວັດຖຸອື່ນໆ.

ມາດຕາ 03

     ສະພາແຫ່ງຊາດສ້າງຕັ້ງອົງການກັກກັນສັດ ແລະ ພືດ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ: ອົງການກັກກັນສັດ ແລະ ພືດແຫ່ງຊາດ) ມີໜ້າທີ່ຄຸ້ມຄອງການກວດກາ ແລະ ກັກກັນການນຳເຂົ້າ ແລະ ສົ່ງອອກ ສັດ ແລະ ພືດ ໃນຂອບເຂດທົ່ວປະເທດ. ອົງການກັກກັນສັດ ແລະ ພືດແຫ່ງຊາດ ຕັ້ງຢູ່ທຸກດ່ານສາກົນ ຫຼື ດ່ານໃດໜຶ່ງທີ່ລັດຖະບານອະນຸຍາດໃຫ້ສາມາດນຳເຂົ້າ ແລະ ສົ່ງອອກ ສັດ ແລະ ພືດ ເພື່ອດຳເນີນການກັກກັນການນຳເຂົ້າ ແລະ ສົ່ງອອກ ສັດ ແລະ ພືດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
     ການກັກກັນສັດສົ່ງອອກທີ່ມີລັກສະນະທາງການຄ້າ ແມ່ນສະພາແຫ່ງຊາດເປັນຜູ້ກຳນົດລະບຽບການ ອີງຕາມສະພາບຕົວຈິງ.
     ການກວດກາ ແລະ ກັກກັນການນຳເຂົ້າ ແລະ ສົ່ງອອກ ພືດ ແມ່ນຄຸ້ມຄອງໂດຍພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ. ຂ້າງເທິງ

ມາດຕາ 04

     ອົງການກັກກັນສັດ ແລະ ພືດແຫ່ງຊາດປະຈຳດ່ານ ໃນຂະນະທີ່ປະຕິບັດໜ້າທີ່ ມີພາລະບົດບາດ ດັ່ງນີ້:

1.  ກົດໝາຍສະບັບນີ້ກຳນົດໃຫ້ດຳເນີນການກວດກາ ແລະ ກັກກັນກ່ອນການບັນຈຸຂຶ້ນເຮືອ, ລົດ ແລະ ຍົນ;
2.  ເກັບຕົວຢ່າງເພື່ອກວດກາ ແລະ ກັກກັນ ຢູ່ ທ່າເຮືອ, ສະໜາມບິນ, ສະຖານີລົດ, ໄປສະນີ, ສາງເກັບມ້ຽນ, ສະ ຖານທີ່ຜະລິດ, ຟາມລ້ຽງສັດ, ແລະ ຟາມປູກຝັງ ກ່ອນການນໍາເຂົ້າ;
3.  ລົງສຳຫຼວດ, ກວດສອບ, ແລະ ຄຸ້ມຄອງ ສະພາບການລະບາດຂອງເຊື້ອພະຍາດ ທີ່ກ່ຽວຂ້ອງກັບການຜະລິດ ຄື: ສາງເກັບມ້ຽນ, ແລະ ເຂດການຜະລິດຕ່າງໆ;
4.  ກວດອ່ານ, ອັດເອກະສານ, ສັງລວມຂ່າວສານກ່ຽວກັບການກັກກັນໃນວາລະສານ, ໃບຂົນສົ່ງ, ສັນຍາ, ໃບບິນ, ແລະ ໃບຢັ້ງຢືນອື່ນໆ.

ມາດຕາ 05

     ຫ້າມນຳເຂົ້າສັດ ແລະ ພືດ ດັ່ງລຸ່ມນີ້:

1.  ສັດ  ແລະ ພືດ ທີ່ເປັນພະຍາດ (ລວມທັງເກີດຈາກກຳມະພັນ ຫຼື ພິດຊະນິດຕ່າງໆ), ສັດຕູພືດ, ແລະ ຊີວະພັນ ທີ່ເປັນອັນຕະລາຍ;
2.  ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ທີ່ມາຈາກປະເທດ ຫຼື ພາກພື້ນ ທີ່ເກີດລະບາດພະ ຍາດຕິດແປດ ຫຼື ສັດຕູພືດ;
3.  ຊາກສັດທຸກຊະນິດ;
4.  ດິນ.

     ຖ້າອົງການກັກກັນສັດ ແລະ ພືດ ປະຈຳດ່ານ ກວດພົບ ແມ່ນຫ້າມນຳເຂົ້າ, ໃຫ້ສົ່ງກັບ ຫຼື ທຳລາຍຖິ້ມ.
     ສຳລັບການນຳເຂົ້າສັດ ແລະ ພືດ ທີ່ກຳນົດໃນຂໍ້ 1 ມາດຕານີ້ ເພື່ອຈຸດປະສົງ ຮັບໃຊ້ການຄົ້ນຄວ້າທາງວິທະ ຍາສາດ ແມ່ນຕ້ອງເຮັດໜັງສືສະເໜີນຳອົງການກັກກັນສັດ ແລະ ພືດແຫ່ງຊາດ ເພື່ອພິຈາລະນາອະນຸມັດ.
     ລາຍການບັນຊີທີ່ກຳນົດໃນຂໍ້ທີ 2 ໃນມາດຕານີ້ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາ ແຫ່ງຊາດ ເປັນຜູ້ກຳນົດ ແລະ ປະກາດ. ຂ້າງເທິງ

ມາດຕາ 06

     ສະພາແຫ່ງຊາດຄວນຮີບຮ້ອນອອກມາດຕະການປ້ອງກັນ, ລະມັດລະວັງ ຫຼື ຖ້າຈຳເປັນ ຄວນອອກຄຳສັ່ງ ຫ້າມພາຫະນະຂົນສົ່ງ ທີ່ມາຈາກປະເທດທີ່ມີສະພາບການລະບາດຂອງພະຍາດທີ່ໜັກໜ່ວງ ຜ່ານດ່ານ ຫຼື ໃຫ້ປິດດ່ານໃດທີ່ເຫັນວ່າມີຄວາມສ່ຽງສູງ. ສຳລັບເຂດທີ່ມີຄວາມສ່ຽງຕໍ່ການລະບາດພະຍາດສັດ ແລະ ພືດ ອົງການປົກຄອງທ້ອງຖິ່ນ ຫຼື ອົງການກັກກັນສັດ ແລະ ພືດ ປະຈຳດ່ານ ຄວນຮີບຮ້ອນອອກມາດຕະການປ້ອງກັນ ພ້ອມທັງແຈ້ງສະພາບການຫາອົງການປົກຄອງຂັ້ນສູງກວ່າ ຫຼື ອົງການກັກກັນສັດ ແລະ ພືດແຫ່ງຊາດ.
    ໂທລະຄົມມະນາຄົມ, ຂະແໜງການຂົນສົ່ງ ຄວນໃຫ້ບູລິມະສິດໃນການສົ່ງຂ່າວສານ ຫຼື ສົ່ງເອກະສານ ກ່ຽວກັບ ການລະບາດຂອງພະຍາດສັດ ແລະ ພືດ ທີ່ອາດເປັນໄພຮ້າຍແຮງ.

ມາດຕາ 07

     ອົງການກັກກັນສັດ ແລະ ພືດແຫ່ງຊາດ ແລະ ອົງການກັກກັນສັດ ແລະ ພືດປະຈຳດ່ານ ເປັນຜູ້ດຳເນີນກົນໄກການຄຸ້ມຄອງ ແລະ ກວດກາ-ກັກກັນສັດ, ພືດ, ຂັ້ນຕອນການຜະລິດຕະພັນສັດ ແລະ ພືດ, ການແປຮູບ, ແລະ ການເກັບມ້ຽນເຂົ້າສາງ.

ມາດຕາ 08

     ພາກສ່ວນກ່ຽວຂ້ອງ ຄື: ເຈົ້າໜ້າທີ່ປະຈຳດ່ານ, ຂະແໜງຂົນສົ່ງທາງບົກ, ຂະແໜງການຂົນສົ່ງທາງອາກາດ, ຂະແໜງການຂົນສົ່ງທາງລົດໄຟ, ແລະ ໂທລະມະນາຄົມ ຕ້ອງໃຫ້ຄວາມຮ່ວມມືແກ່ ອົງການກັກກັນສັດ ແລະ ພືດປະຈຳດ່ານ ທີ່ກຳລັງປະຕິບັດໜ້າທີ່ກວດກາ ແລະ ກັກກັນ ຢູ່ ທ່າເຮືອ, ສະໜາມບິນ, ສະຖານີລົດ, ແລະ ຫ້ອງໄປສະນີ.

ມາດຕາ 09

     ພະນັກງານກວດກາ ແລະ ກັກກັນ ຕ້ອງອຸທິດຕົນຕໍ່ອາຊີບໃນການບັງຄັບໃຊ້ກົດໝາຍ.
     ຫ້າມຂະແໜງການ ຫຼື ບຸກຄົນໃດ ກີດຂວາງ ການປະຕິບັດວຽກງານຂອງອົງການກວດກາ ແລະ ກັກກັນ ສັດ ແລະ ພືດ. ຂ້າງເທິງ

ພາກທີ II
ກວດກາ ແລະ ກັກກັນ ການນຳເຂົ້າ

ມາດຕາ 10

     ການນຳເຂົ້າສັດ, ຜະລິດຕະພັນສັດ, ແນວພັນພືດ, ເບ້ຍປູກ, ແລະ ອຸປະກອນຊ່ວຍຈະເລີນພັນ ຕ້ອງເຮັດໃບ ສະເໜີກວດກາ ແລະ ກັກກັນ ເພື່ອປະກອບເອກະສານໃນໃບອະນຸຍາດນໍາເຂົ້າ.

ມາດຕາ 11

     ໃນສັນຍາ ຫຼື ຂໍ້ຕົກລົງ ຄວນກຳນົດຕາມກົດໝາຍ ວ່າດ້ວຍ ການກັກກັນສັດ ແລະ ພືດ ສປ ຈີນ  ແລະ ຕາມໃບຢັ້ງຢືນກັກກັນສັດ ແລະ ພືດ ຈາກອົງການກວດກາ ແລະ ກັກກັນຂອງປະເທດສົ່ງອອກ ໃນການນຳເຂົ້າສັດ ແລະ ພືດ ເພື່ອການຄ້າ, ການຮ່ວມມືດ້ານເຕັກໂນໂລຊີ, ການແລກປ່ຽນ, ເປັນຂອງຂວັນ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ.

ມາດຕາ 12

     ເຈົ້າຂອງສິນຄ້າ ຫຼື ຜູ້ຕາງໜ້າ ຄວນປະກອບມີໃບຢັ້ງຢືນສຸຂານາໄມສັດ ແລະ ພືດ, ສັນຍາຊື້-ຂາຍ, ແລະ ເອກະສານຢັ້ງຢືນອື່ນໆ ກ່ຽວກັບສັດ, ພືດ, ຜະລິດຕະພັນສັດ ແລະ ພືດ ເພື່ອແຈ້ງໃຫ້ອົງການກັກກັນສັດ ແລະ ພືດປະຈຳດ່ານ.

ມາດຕາ 13

     ອົງການກັກກັນສັດ ແລະ ພືດປະຈຳດ່ານ ຕ້ອງມີມາດຕະການປ້ອງກັນ ພາຫະນະຂົນສົ່ງ ຫຼື ຜູ້ ທີ່ໃກ້ສິດກັບສັດ, ພາຊະນະບັນຈຸ ຫຼື ຕູ້ຄອນເທນເນີ, ແລະ ສະຖານທີ່ ຈອດພາຫະນະຂົນສົ່ງມາເຖິງ ຖ້າຖືກປົນເປື້ອນ ຫຼື ມີຄວາມສ່ຽງ ຕ້ອງໄດ້ຮັບການຂ້າເຊື້ອ.

ມາດຕາ 14

     ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ຕ້ອງໄດ້ຮັບກວດກາ ແລະ ກັກກັນກ່ອນການນຳເຂົ້າ  ແລະ ຖ້າບໍ່ໄດ້ຮັບອະນຸຍາດຈາກອົງການກັກກັນປະຈຳດ່ານ ຫ້າມເຄື່ອນຍ້າຍອອກຈາກພາຫະນະຂົນສົ່ງ.
     ອົງການກັກກັນສັດ ແລະ ພືດປະຈຳດ່ານ ຕ້ອງກຳນົດຈຸດ ຫຼື ສະຖານທີ່ ສຳລັບ ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ ທີ່ຈຳເປັນຕ້ອງແຍກກວດກາ ແລະ ກັກກັນເປັນພິເສດ.
     ໃນກໍລະນີມີຂໍຈຳກັດດ້ານສະຖານທີ່ຂອງດ່ານຊາຍແດນ ໃນການກຳນົດຈຸດ ຫຼື ສະຖານທີ່ສຳລັບແຍກກວດ ກາ ແລະ ກັກກັນ ແມ່ນອົງການກັກກັນສັດ ແລະ ພືດ ແຫ່ງຊາດ ຈະເປັນຜູ້ກຳນົດ. ເຈົ້າຂອງ ຫຼື ຜູ້ຕາງໜ້າຄວນໝູນໃຊ້ມາດຕະການປ້ອງກັນການລະບາດທີ່ແທດເໝາະ ແລະ ສອດຄ່ອງ ຕາມທີ່ໄດ້ກຳນົດໃນລະບຽບການ ໃນການເຄື່ອນຍ້າຍ ຫຼື ຂົນສົ່ງ, ກຳນົດສາງເກັບມ້ຽນ, ແລະ ເຂດການຜະລິດຕ້ອງຫ່າງຈາກຟາມລ້ຽງສັດ ຫຼື ຟາມການປູກຝັງ. ຂ້າງເທິງ

ມາດຕາ 15

     ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັຖຸອື່ນໆ ໄດ້ກວດ ແລະ ກວດຜ່ານດ້ານສຸຂານາໄມສັດ ແລະ ພືດແລ້ວ ຈຶ່ງອະນຸຍາດໃຫ້ນຳເຂົ້າ. ເຈົ້າໜ້າທີ່ປະຈຳດ່ານອີງໃສ່ໃບຢັ້ງຢືນຂອງອົງການກັກກັນສັດ ແລະ ພືດປະຈຳດ່ານ ທີ່ອະນຸຍາດ ດຳເນີນການຈ້ຳກາໃສ່ໃບແຈ້ງຂໍນຳເຂົ້າ ເພື່ອອະນຸມັດນຳເຂົ້າສິນຄ້າ.
     ເຈົ້າໜ້າທີ່ປະຈຳດ່ານ ຕ້ອງຂໍອະນຸມັດຈາກອົງການກັກກັນສັດ ແລະ ພືດປະຈຳດ່ານ ກ່ອນການແຍກສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ອອກຈາກເຂດຄຸ້ມຄອງຂອງເຈົ້າໜ້າທີ່ປະຈຳດ່ານ ໄປສະຖານອື່ນ (ໃບແຈ້ງເຄື່ອນຍ້າຍ) ເພື່ອກວດກາສິນຄ້າດັ່ງກ່າວ.

ມາດຕາ 16

     ສັດທີ່ໄດ້ກວດກາແລ້ວ ແຕ່ກວດບໍ່ຜ່ານດ້ານສຸຂານາໄມ ແມ່ນບໍ່ອະນຸຍາດໃຫ້ນຳເຂົ້າ. ເມື່ອກວດບໍ່ຜ່ານດ້ານສຸຂານາໄມສັດ ແລະ ພືດ ອົງການກັກກັນສັດ ແລະ ພືດ ຈະອອກໃບແຈ້ງໃຫ້ເຈົ້າຂອງ ຫຼື ຜູ້ຕາງໜ້າ ວິທີການຈັດການຕາມຜົນການກວດສອບ ດັ່ງນີ້:

1.  ຖ້າກວດພົບພະຍາດຕິດແປດຂັ້ນໜຶ່ງ ຄື: ພະຍາດແມ່ກາຝາກສັດ ຢູ່ໃນສັດຊະນິດດຽວກັນ ຫຼື ຝູງດຽວກັນ ແມ່ນ ຕ້ອງສົ່ງກັບ ຫຼື ຂ້າ  ແລະ ພ້ອມກັບທຳລາຍຊາກສັດທັງໝົດ;
2.  ຖ້າກວດພົບພະຍາດຕິດແປດຂັ້ນສອງ ຄື: ພະຍາດແມ່ກາຝາກສັດ ຢູ່ໃນສັດຊະນິດດຽວກັນ ແມ່ນຕ້ອງສົ່ງກັບ ຫຼື ຂ້າທຳລາຍ ສ່ວນສັດປະເພດອື່ນທີ່ກວດບໍ່ພົບເທື່ອ ແມ່ນຕ້ອງແຍກໄວ້ເຂດທີ່ຖືກກຳນົດສະເພາະ ເພື່ອຕິດຕາມອາການ.

     ອົງການກັກກັນສັດ ແລະ ພືດປະຈຳດ່ານ ກວດຜະລິດຕະພັນສັດ ແຕ່ກວດບໍ່ຜ່ານດ້ານສຸຂານາໄມສັດ ແລະ ພືດ ແມ່ນຈະເຮັດໜັງສືແຈ້ງໃຫ້ເຈົ້າຂອງ ຫຼື ຜູ້ຕາງໜ້າ ດຳເນີນການຂ້າເຊື້ອ, ສົ່ງຄືນ ຫຼື ທຳລາຍຖິ້ມ ແລ້ວແຕ່ກໍລະນີ. ຖ້າກໍລະນີໄດ້ດຳເນີນການຂ້າເຊື້ອຜ່ານມາດຕະຖານ ແມ່ນອະນຸຍາດໃຫ້ນຳເຂົ້າໄດ້. ຂ້າງເທິງ

ມາດຕາ 17

     ພືດ ແລະ ຜະລິດຕະພັນພືດ ທີ່ກວດພົບຊີວະພັນທີ່ເປັນພະຍາດ ຫຼື ສັດຕູພືດ ເຊັ່ນ: ແມງໄມ້, ວັດສະພືດ, ແລະ ຊີວະພັນອື່ນໆ ທີ່ເປັນອັນຕະລາຍ. ອົງການກັກກັນສັດ ແລະ ພືດປະຈຳດ່ານ ຈະເຮັດໜັງແຈ້ງໃຫ້ເຈົ້າຂອງ ຫຼື ຜູ້ຕາງໜ້າ ດຳເນີນການກຳຈັດສັດຕູພືດ ຫຼື ຂ້າເຊື້ອ, ສົ່ງຄືນ ຫຼື ທຳລາຍຖິ້ມ ແລ້ວແຕ່ກໍລະນີ. ຖ້າກໍລະນີໄດ້ດຳເນີນການກຳຈັດສັດຕູພືດ ຫຼື ຂ້າເຊື້ອ ຜ່ານມາດຕະຖານ ແມ່ນອະນຸຍາດໃຫ້ນຳເຂົ້າໄດ້.

ມາດຕາ 18

     ໃນມາດຕາ 16 ຂໍ້ທີ 1  ແລະ 2 ກ່ຽວກັບ ລາຍການບັນຊີຂອງພະຍາດຕິດແປດຂັ້ນໜຶ່ງ ແລະ ສອງ, ພະຍາດ ແມ່ກາຝາກ ແລະ ມາດຕາ 17 ລາຍການບັນຊີແມງໄມ້, ວັດສະພືດ ແລະ ຊີວະພັນອື່ນໆ ແມ່ນພະແນກຄຸ້ມຄອງ ແລະ ບໍລະຫານກະສິກຳ, ສະພາແຫ່ງຊາດ ເປັນຜູ້ກຳນົດ ແລະ ປະກາດ.

ມາດຕາ 19

     ນອກຈາກ ພະຍາດລະບາດໃນສັດ ຫຼື ສັດຕູພືດ ທີ່ນອນບັນຊີ ທີ່ກຳນົດໃນ ມາດຕາ 18 ເຊັ່ນ: ພະຍາດສັດ ຫຼື ສັດຕູພືດ ທີ່ມີອັນຕະລາຍຮ້າຍແຮງ ຕໍ່ຂະແໜງກະສິກຳ, ປ່າໄມ້, ການລ້ຽງສັດ, ແລະ ການປະມົງ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກຳ, ສະພາແຫ່ງຊາດ ມອບໃຫ້ອົງການກັກກັນສັດ ແລະ ພືດແຫ່ງຊາດ ແຈ້ງໃຫ້ເຈົ້າຂອງ ຫຼື ຜູ້ຕາງໜ້າ ດຳເນີນການຂ້າເຊື້ອ ຫຼື ກໍາຈັດສັດຕູພືດ, ສົ່ງກັບ, ແລະ ທຳລາຍຖິ້ມ ຕາມແຕ່ລະກໍລະນີ. ຖ້າກໍລະນີໄດ້ດຳເນີນການຂ້າເຊື້ອ ຫຼື ກໍາຈັດສັດຕູພືດ ຜ່ານມາດຕະຖານ ແມ່ນອະນຸຍາດໃຫ້ນຳເຂົ້າໄດ້. ຂ້າງເທິງ

ພາກທີ III
ການກວດກາ ແລະ ກັກກັນ ການສົ່ງອອກ

ມາດຕາ 20

     ເຈົ້າຂອງ ຫຼື ຜູ້ຕາງໜ້າ ຕ້ອງແຈ້ງການກວດກາ ນຳອົງການກັກກັນສັດ ແລະ ພືດປະຈຳດ່ານ ໃນການສົ່ງອອກ ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ.
     ກ່ອນການສົ່ງອອກສັດທີ່ຕ້ອງກວດກາ ຄວນແຍກ ໄວ້ຕາມສະຖານທີ່ ທີ່ອົງການກັກກັນສັດ ແລະ ພືດປະ ຈຳດ່ານກຳນົດ ເພື່ອດຳເນີນການກວດກາ ແລະ ກັກກັນ.

ມາດຕາ 21

     ອົງການກັກກັນສັດ ແລະ ພືດປະຈຳດ່ານ ຈະດຳເນີນການກວດກາ ແລະ ກັກກັນ ສັດ, ພືດ, ຜະລິດຕະພັນ ສັດ ແລະ ພືດ, ແລະ ວັດຖຸອື່ນໆ ພາຍຫຼັງກວດຜ່ານ ຫຼື ໄດ້ຮັບການຂ້າເຊື້ອຕາມມາດຖານແລ້ວ ຈິ່ງສາມາດອະນຸຍາດໃຫ້ສົ່ງອອກໄດ້. ເຈົ້າໜ້າທີ່ດ່ານອີງໃສ່ໃບຢັ້ງຢືນຂອງອົງການກັກກັນສັດ ແລະ ພືດປະຈຳດ່ານ ເພື່ອດຳເນີນການຈ້ຳກາໃສ່ໃບແຈ້ງຂໍສົ່ງອອກ ແລະ ອະນຸມັດສົ່ງອອກສິນຄ້າ. ສິນຄ້າທີ່ກວດບໍ່ຜ່ານສຸຂານາໄມສັດ ແລະ ພືດ ແລະ ຍັງບໍ່ສາມາດຂ້າເຊື້ອໄດ້ປະສິດທິຜົນ ແມ່ນບໍ່ອະນຸຍາດສົ່ງອອກ.

ມາດຕາ 22

     ເຈົ້າຂອງ ຫຼື ຜູ້ຕາງໜ້າ ພາຍຫຼັງທີ່ກວດຜ່ານດ້ານສຸຂານາໄມສັດ ແລະ ພືດ ແຕ່ຕ້ອງໄດ້ແຈ້ງກວດຄືນ ແມ່ນ ໃນກໍລະນີ ດັ່ງລຸ່ມນີ້:

1.  ປ່ຽນແປງຊື່ປະເທດ ຫຼື ພາກພື້ນ ທີ່ສົ່ງອອກ ແລະ ພາຍຫຼັງປ່ຽນຊື່ປະເທດ ຫຼື ພາກພື້ນແລ້ວ ທີ່ມີລະບຽບການກັກກັນສັດ ແລະ ພືດບໍ່ຄືກັນ;
2.  ປ່ຽນແປງການຫຸ້ມຫໍ່ ຫຼື ບໍ່ແມ່ນພາຊະນະບັນຈຸຕາມທີ່ໄດ້ແຈ້ງກ່ອນ;
3.  ໃບຢັ້ງຢືນສຸຂານາໄມສັດ ແລະ ພືດ ໝົດອາຍຸ. ຂ້າງເທິງ

ພາກທີ IV
ການກວດກາ ແລະ ກັກກັນ ສັດ ແລະ ພືດ ຜ່ານແດນ
(ສິນຄ້າຜ່ານແດນ)

ມາດຕາ 23

     ການຂົນສົ່ງສັດ ແລະ ພືດ ຜ່ານແດນໄປ ປະເທດທີສາມ 03 ແມ່ນຕ້ອງໄດ້ຮັບອະນຸຍາດຈາກອົງການກັກກັນສັດ ແລະ ພືດແຫ່ງຊາດ ໂດຍຈະມີການກຳນົດເສັ້ນທາງ, ດ່ານເຂົ້າ, ແລະ ດ່ານອອກຢ່າງຊັດເຈນ.
    ພາຫະນະຂົນສົ່ງ, ພາຊະນະບັນຈຸ, ຫົວອາຫານ, ແລະ ວັດສະດຸປູພື້ນ ແມ່ນຕ້ອງໄດ້ຕາມມາດຖານ ທີ່ ອົງການກັກກັນສັດ ແລະ ພືດແຫ່ງຊາດ ກຳນົດ.

ມາດຕາ 24

     ການຂົນສົ່ງສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ຜ່ານແດນ ຜູ້ຮັບຂົນສົ່ງ ຫຼື ຜູ້ໄປນຳທາງຂົນສົ່ງ ຕ້ອງແຈ້ງເອກະສານນຳອົງການກັກກັນສັດ ແລະ ພືດປະຈຳດ່ານປະກອບມີ ຄື: ໃບຂົນສົ່ງສິນຄ້າ, ໃບຢັ້ງຢືນສຸຂານາໄມສັດ ແລະ ພືດ ຂອງອົງການກັກກັນສັດ ແລະ ພືດ ຈາກປະເທດ ຫຼື ພາກພື້ນ  ໃນເວລາອອກດ່ານບໍ່ຈຳເປັນຕ້ອງກວດກາ ແລະ ກັກກັນອີກ.

ມາດຕາ 25

     ໃນກໍລະນີກວດພົບຕາມລາຍການບັນຊີທີ່ໄດ້ກຳນົດໄວ້ໃນ ມາດຕາ 18 ແມ່ນບໍ່ອະນຸຍາດໃຫ້ຜ່ານແດນ ຖ້າ ກວດບໍ່ພົບ ແມ່ນສາມາດອະນຸຍາດໃຫ້ຜ່ານແດນໄດ້ຕາມລະບຽບຫຼັກການ.
     ຫົວອາຫານສັດທີ່ເຈືອປົນສັດຕູພືດ ຫຼື ພະຍາດລະບາດ ຕ້ອງໄດ້ດຳເນີນການຂ້າເຊື້ອ ບໍ່ອະນຸຍາດໃຫ້ຜ່ານແດນ ຫຼື ຕ້ອງໄດ້ທຳລາຍຖິ້ມ.
     ຊາກສັດ, ມູນສັດ, ວັດສະດຸປູພື້ນ ຫຼື ສິ່ງເສດເຫຼືອ ຕ້ອງດຳເນີນການແກ້ໄຂ ຕາມລະບຽບການກັກກັນສັດ ແລະ ພືດ ທີ່ໄດ້ກຳນົດ ຫ້າມປ່ອຍປະລະເລີຍ ຫຼື ຖືເບົາ.

ມາດຕາ 26

     ການຂົນສົ່ງ ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ຜ່ານແດນ ຕ້ອງໄດ້ຮັບການກວດກາພາຫະນະຂົນສົ່ງ ແລະ ການຫຸ້ມຫໍ່ ໃຫ້ໄດ້ມາດຖານດ້ານສຸຂານາໄມ ຈິ່ງອະນຸຍາດໃຫ້ຜ່ານແດນ. ໃນກໍລະນີກວດພົບຕາມລາຍການບັນຊີທີ່ໄດ້ກຳນົດໄວ້ໃນ ມາດຕາ 18 ແມ່ນຕ້ອງດໍາເນີນການຂ້າເຊື້ອ ຫຼື ກໍາຈັດສັດຕູພືດ, ຖ້າຮ້າຍແຮງ ແມ່ນບໍ່ອະນຸຍາດໃຫ້ຜ່ານແດນ.

ມາດຕາ 27

     ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ໃນຂະນະຢູ່ໃນລະຫວ່າງທາງຂົນສົ່ງຜ່ານແດນ ຖ້າບໍ່ໄດ້ຮັບອະນຸຍາດຈາກອົງການກັກກັນສັດ ແລະ ພືດ ແມ່ນຫ້າມເປີດ ຫຼື ເຄື່ອນຍ້າຍອອກ ຈາກພາຫະນະຂົນສົ່ງ. ຂ້າງເທິງ

ພາກທີ V
ການກວດກາ ແລະ ກັກກັນ ເຄື່ອງຕິດຕົວ ຫຼື ຝາກທາງໄປສະນີ.
(ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ)

ມາດຕາ 28

     ເຄື່ອງຕິດຕົວ ຫຼື ຝາກທາງໄປສະນີ ເປັນສັດ, ພືດ, ເບ້ຍປູກ ຫຼື ວັດສະດຸຂະຫຍາຍແນວພັນ ຄວນເຮັດໜັງ ສືສະເໜີຂໍໃບຢັ້ງຢືນສຸຂານາໄມສັດ ແລະ ພືດ ຕາມລະບຽບການສະບັບນີ້.

ມາດຕາ 29

     ຫ້າມຖືເຄື່ອງຕິດຕົວ ຫຼື ຝາກທາງໄປສະນີ ປະເພດສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸ ອື່ນໆ ທີ່ມີໃນລາຍການບັນຊີ ທີ່ພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ, ສະພາແຫ່ງຊາດ ຜູ້ກໍານົດຂຶ້ນ ແລະ ປະກາດ.
     ໃນກໍລະນີກວດພົບເຄື່ອງຕິດຕົວ ຫຼື ຝາກທາງໄປສະນີ ເຫັນວ່າມີໃນລາຍການບັນຊີທີ່ກໍານົດ ແມ່ນຈະຖືກສົ່ງຄືນ ຫຼື ທໍາລາຍຖິ້ມ.

ມາດຕາ 30

     ກ່ອນການນໍາເຂົ້າ ເຄື່ອງຕິດຕົວ ທີ່ນອກເໜືອຈາກລາຍການບັນຊີທີ່ມີຢູ່ໃນບັນຊີຕ້ອງຫ້າມ ມາດຕາ 29 ແມ່ນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ດ່ານ ແລະ ຕ້ອງຜ່ານການກວດກາ ແລະ ກັກກັນສັດ ແລະ ພືດ ນໍາອົງການກັກກັນສັດ ແລະ ພືດປະຈໍາດ່ານ.
     ເຄື່ອງຕິດຕົວປະເພດສັດ ຄວນມີໃບຢັ້ງຢືນສຸຂານາໄມສັດ ແລະ ພືດ ຂອງອົງການກວດກາ ແລະ ກັກກັນ ສັດ ແລະ ພືດ ຈາກປະເທດ ຫຼື ພາກພື້ນທີ່ສົ່ງອອກ.

ມາດຕາ 31

     ເຄື່ອງຝາກທາງໄປສະນີ ທີ່ນອກເໜືອຈາກລາຍການບັນຊີທີ່ມີຢູ່ໃນບັນຊີຕ້ອງຫ້າມ ມາດຕາ 29 ຕ້ອງໄດ້ດໍາເນີນການກວດກາ ແລະ ກັກກັນຢູ່ຫ້ອງການໄປສະນີ ໂດຍອົງການກັກກັນສັດ ແລະ ພືດ. ຖ້າກໍລະນີມີຄວາມຈໍາ ເປັນ ຕ້ອງນໍາມາກວດກາ ແລະ ກັກກັນ ຢູ່ຫ້ອງການຂອງອົງການກັກສັດ ແລະ ພືດປະຈໍາດ່ານ.

ມາດຕາ 32

     ເຄື່ອງຝາກທາງໄປສະນີ ຖ້າກວດຜ່ານດ້ານສຸຂານາໄມສັດ ແລະ ພືດ ຫຼື ຜ່ານການຂ້າເຊື້ອຖືກມາດຖານ ແມ່ນປ່ອຍຜ່ານໄດ້. ກໍລະນີ ກວດບໍ່ຜ່ານດ້ານສຸຂານາໄມສັດ ແລະ ພືດ ຫຼື ການຂ້າເຊື້ອພະຍາດບໍ່ໄດ້ຮັບຜົນ ແມ່ນສົ່ງຄືນ ຫຼື ທໍາລາຍຖິ້ມ ພ້ອມທັງເຮັດໜັງສືແຈ້ງໃຫ້ກໍາຈັດສິນຄ້າ.

ມາດຕາ 33

     ເຈົ້າຂອງເຄື່ອງຕິດຕົວ ແລະ ເຄື່ອງຝາກທາງໄປສະນີ ຕ້ອງການກວດກາ ແລະ ກັນກັນສັດ ແລະ ພືດດ້ານສຸ ຂານາໄມ ສັດ ແລະ ພືດ ແມ່ນໃຫ້ສະເໜີນໍາອົງການກັກກັນສັດ ແລະ ພືດທີ່ແຕ່ລະປະຈໍາດ່ານ. ຂ້າງເທິງ

ພາກທີ VI
ການກວດກາ ແລະ ກັກກັນ ພາຫະນະຂົນສົ່ງ

ມາດຕາ 34

     ພາຫະນະຂົນສົ່ງທາງເຮືອ, ທາງລົດ, ທາງຍົນ, ແລະ ລົດໄຟ ມາຮອດດ່ານແມ່ນຕ້ອງຜ່ານການກວດກາ ແລະ ກັກກັນ ໂດຍອົງການກັກກັນສັດ ແລະ ພືດປະຈໍາດ່ານ. ຖ້າກໍລະນີກວດພົບລາຍການບັນຊີສັດຕູພືດ ແລະ ພະຍາດສັດ ມາດຕາ 18 ແມ່ນບໍ່ອະນຸຍາດເຄື່ອນຍ້າຍພາຫະນະຂົນສົ່ງ ຕ້ອງຜ່ານການຂ້າເຊື້ອ, ປິດລ້ອມສະຖານທີ່ ຫຼື ທໍາ ລາຍຖິ້ມ.

ມາດຕາ 35

     ອົງການກັກກັນສັດ ແລະ ພືດປະຈໍາດ່ານ ດໍາເນີນການຂ້າເຊື້ອພະຍາດ ຫຼື ສັດຕູພືດ ທີ່ຫຼົງເຫຼືອໃນພາຫະນະ ກ່ອນຜ່ານດ່ານຊາຍແດນ.

ມາດຕາ 36

     ອົງການກັກກັນສັດ ແລະ ພືດປະຈໍາດ່ານ ຕ້ອງມີມາດຕະການກໍາຈັດນໍ້າເສຍ, ສິ່ງເສດເຫຼືອ ທີ່ຕິດຄ້າງ ຫຼື ຖ່າຍເທ່ອອກຈາກພາຫະນະຂົນສົ່ງເຂົ້າ-ອອກດ່ານ ຫ້າມປ່ອຍຖິ້ມໂດຍບໍ່ໄດ້ຮັບອະນຸຍາດ.

ມາດຕາ 37

     ພາຊານະບັນຈຸ ຫຼື ຕູ້ຄອນເທນເນີ້ທີ່ບັນຈຸ ແລະ ພາຫານະຂົນສົ່ງສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ຄວນມີມາດຖານຕາມທີ່ອົງການກັກກັນສັດ ແລະ ພືດກໍານົດ. ຖ້າກວດພົບສັດຕູພືດ ຫຼື ເຊື້ອພະຍາດ ຕ່າງໆ ທີ່ກໍານົດໃນ ມາດຕາ 18 ຕ້ອງດໍາເນີນການຂ້າເຊື້ອ ຫຼື ກຳຈັດສັດຕູພືດ.

ມາດຕາ 38

     ອົງການກັກກັນສັດ ແລະ ພືດປະຈໍາດ່ານ ດໍາເນີນການກວດກາ ແລະ ກັກກັນ ເຮືອຂົນສົ່ງສິ່ງເສດເຫຼືອ ໃນຂະນະທີ່ເຂົ້າທຽບທ່າ ກ່ອນເອົາເຄື່ອງລົງເຮືອ. ຖ້າກວດພົບສັດຕູພືດ ຫຼື ເຊື້ອພະຍາດ ຕ່າງໆ ທີ່ກໍານົດ ໃນ ມາດຕາ 18 ຕ້ອງດໍາເນີນການຂ້າເຊື້ອ ຫຼື ກຳຈັດສັດຕູພືດ. ຂ້າງເທິງ

ພາກທີ VII
ມາດຕະການຕໍ່ຜູ້ລະເມີດ

ມາດຕາ 39

     ຖ້າມີພຶດຕິກໍາ ຜິດຕໍ່ກົດໝາຍສະບັບນີ້ ຈະຖືກອົງການກັກກັນສັດ ແລະ ພືດ ປັບໄໝ ດັ່ງລຸ່ມນີ້:

1.  ບໍ່ແຈ້ງກວດກາ ແລະ ກັກກັນ ຫຼື ບໍ່ປະກອບເອກະສານດ້ານສຸຂານາໄມສັດ ແລະ ພືດ ຕາມລະບຽບກົດໝາຍ;
2.  ນໍາເຂົ້າ ຫຼື ເຄື່ອນຍ້າຍສິນຄ້າ ອອກຈາກພາຫະນະຂົນສົ່ງສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ວັດຖຸອື່ນໆ ໂດຍບໍ່ໄດ້ຮັບການກວດກາ ແລະ ບໍ່ມີໃບຢັ້ງຢືນສຸຂານາໄມສັດ ແລະ ພືດ;
3.  ມີການເຄື່ອນຍ້າຍເອງ ຫຼື ທໍາລາຍຖິ້ມເອງ ຢູ່ສະຖານທີ່ສະເພາະ ທີ່ອົງການກັກກັນສັດ ແລະ ພືດປະຈໍາດ່ານກໍາ ນົດ ເພື່ອກວດກາ ແລະ ກັກກັນ.

ມາດຕາ 40

     ອົງການກັກກັນ ສັດ ແລະ ພືດ ຫາກກວດພົບວ່າ ສັດ, ພືດ, ຜະລິດຕະພັນສັດ ແລະ ພືດ, ແລະ ວັດຖຸອື່ນໆ ບໍ່ກົງກັບສິນຄ້າຕົວຈິງ ແມ່ນຈະປັບໄໝເຈົ້າຂອງ ຫຼື ຜູ້ຕາງໜ້າ ແຕ່ຖ້າໄດ້ແຈ້ງກວດກາຄືນຈົນກວ່າໄດ້ຮັບໃບຢັ້ງຢືນສຸຂານາໄມສັດ ແລະ ພືດຄົບຖ້ວນ ຈິ່ງຈະຖືກຍົກເລີກການປັບໄໝ.

ມາດຕາ 41

     ການເປີດພາຊານະບັນຈຸ, ເປີດຕູ້ຄອນເທນເນີ້, ເປີດກັບຫຸ້ມຫໍ່, ມີການນໍາສັດ ຫຼື ພືດຜ່ານແດນເອງ, ມີການເຄື່ອນຍ້າຍອອກຈາກພາຫະນະຂົນສົ່ງ, ປະຖິ້ມຊາກສັດ, ມູນສັດ, ວັດສະດຸປູພື້ນ,  ແລະ ສິ່ງເສດເຫຼືອ ອື່ນໆ ໃນຂະນະຂົນສົ່ງສິນຄ້າຜ່ານແດນ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນອົງການກັກກັນສັດ ແລະ ພືດ ເປັນເຈົ້າການປັບໄໝ. ຂ້າງເທິງ

ມາດຕາ 42

     ຖ້າກໍ່ໃຫ້ເກີດການລະບາດພະຍາດສັດ ຫຼື ພືດຢ່າງຮ້າຍແຮງ ດັ່ງທີ່ໄດ້ກໍານົດໃນ ມາດຕາ 178 ຂອງກົດໝາຍ ວ່າດ້ວຍ ຄະດີອາຍາ ແມ່ນໃຫ້ດໍາເນີນຕາມຄະດີອາຍາ.

ມາດຕາ 43

     ການປອມແປງ ຫຼື ປ່ຽນແປງໃບຢັ້ງຢືນ ຄື: ກາຈໍ້າ, ກາປະທັບ,  ແລະ ສະຫຼາກ ດັ່ງທີ່ໄດ້ກໍານົດໃນ ມາດຕາ 167 ຂອງກົດໝາຍ ວ່າດ້ວຍ ຄະດີອາຍາ ແມ່ນໃຫ້ດໍາເນີນຕາມຄະດີອາຍາ.

ມາດຕາ 44

     ຖ້າບຸກຄົນ ຫຼື ນິຕິບຸກຄົນ ບໍ່ພໍໃຈຕໍ່ຜົນການຕັດສິນປັບໄໝຂອງອົງການກັກກັນສັດ ແລະ ພືດ ແມ່ນສາມາດ ເຮັດໜັງສືຮ້ອງຮຽນຄວາມເປັນທໍານໍາອົງການກັກກັນສັດ ແລະ ພືດທີ່ສູງກວ່າໜຶ່ງຂັ້ນ  ຫຼື ເຮັດໜັງສືຮ້ອງຮຽນຫາ ສານປະຊາຊົນພາຍໃນ 15 ວັນ ເລີ່ມແຕ່ວັນທີ່ໄດ້ຮັບໃບແຈ້ງປັບໄໝ.
     ອົງການທີ່ໄດ້ຮັບໜັງສືຮ້ອງຮຽນ ຕ້ອງໄດ້ດໍາເນີການແກ້ໄຂພາຍໃນເວລາ 60 ວັນ ເລີ່ມແຕ່ວັນທີທີ່ໄດ້ຮັບໜັງສືຮ້ອງຮຽນ. ຜູ້ຖືກປັບໄໝ ຫາກຍັງບໍ່ພໍໃຈຕໍ່ຜົນການຕັດສິນ ສາມາດຮ້ອງຮຽນຫາສານປະຊາຊົນ ພາຍໃນ 15 ວັນ ໃຫ້ເລີ່ມແຕ່ວັນທີທີ່ໄດ້ຮັບຜົນການຕັດສິນຂອງອົງການກັກກັນສັດ ແລະ ພືດ ທີ່ສູງກວ່າໜຶ່ງຂັ້ນ. ຖ້າອົງການທີ່ໄດ້ຮັບໜັງສືຮ້ອງຮຽນບໍ່ດໍາເນີນການຕັດສິນຕາມວັນເວລາທີ່ກໍານົດ ແມ່ນສາມາດຮ້ອງຮຽນຫາສານປະຊາຊົນ ໃນມື້ທໍາອິດຂອງວັນທີ່ກາຍກໍານົດ.
     ຖ້າບຸກຄົນ ຫຼື ນິຕິບຸກຄົນ ບໍ່ຮ້ອງຮຽນຫາອົງການ ຫຼື ສານປະຊາຊົນ ຕາມວັນເວລາທີ່ກໍານົດ ແລະ ຍັງບໍ່ປະ ຕິບັດການແຈ້ງປັບໄໝ ຂອງອົງການກັກກັນສັດ ແລະ ພືດ. ອົງການກັກກັນສັດ ແລະ ພືດ ສາມາດຮ້ອງຟ້ອງຫາສານປະຊາຊົນ ເພື່ອໃຊ້ອໍານາດສານປະຕິບັດມາດຕະການເຂັ້ມງວດຕໍ່ຜູ້ລະເມີດ.

ມາດຕາ 45

     ພະນັກງານກວດກາ ແລະ ກັກກັນສັດ ແລະ ພືດ ສວຍໃຊ້ອໍານາດຕໍາແໜ່ງ, ມີການລໍາອຽງ ຫຼື ຫຼີ້ນພັກຫຼີ້ນ ພວກ, ປອມແປງຜົນກວດ, ປະລະໜ້າທີ່, ແລະ ແກ່ຍາວເວລາການອອກຜົນກວດ ກໍ່ໃຫ້ເກີດຄະດີອາຍາ ແມ່ນໃຫ້ລົງໂທດ ຕາມກົດໝາຍວ່າດ້ວຍຄະດີອາຍາ. ຖ້າບໍ່ເກີດເປັນຄະດີອາຍາ ແມ່ນໃຫ້ລົງໂທດຕາມກົດໝາຍລັດຖະກອນ. ຂ້າງເທິງ

ພາກທີ VII
ບົດບັນຍັດສຸດທ້າຍ

ມາດຕາ 46 ການອະທິບານຄໍາສັບ ໃນກົດໝາຍສະບັບນີ້

1.  ສັດ ແມ່ນປະກອບມີ ສັດລ້ຽງ, ສັດປ່າ ເຊັ່ນ: ສັດປີກ, ປາ, ງູ, ເຕົ່າ, ກຸ້ງ, ເຜີ້ງ, ກະປູ, ຫອຍ, ແລະ ອື່ນໆ;
2.  ຜະລິດຕະພັນສັດ ແມ່ນຜະລິດຕະພັນຈາກເນື້ອສັດ ທີ່ໄດ້ແປຮູບ ແລະ ບໍ່ແປຮູບ ແຕ່ມີຄວາມສ່ຽງຕໍ່ການ ແຜ່ລະບາດຂອງພະຍາດ ເຊັ່ນ: ໜັງດິບ, ປະເພດຂົນ, ປະເພດຊີ້ນ, ອະໄວຍະວະ, ໄຂມັນສັດ, ສັດນໍ້າ, ນົມສົດ, ໄຂ່ຊະນິດຕ່າງໆ, ເລືອດ, ປອດ, ອາສຸຈິສັດ, ກະດູດ, ເລັບ, ເຂົາ, ແລະ ອື່ນໆ;
3.  ພືດ ແມ່ນພືດປູກ, ພືດປ່າ, ແກ່ນພືດ, ເບ້ຍປູກ, ແລະ ວັດສະດຸຊ່ວຍຈະເລີນພັນ ອື່ນໆ;
4.  ຜະລິດຕະພັນພືດ ແມ່ນຜະລິດຕະພັນທີ່ເຮັດດ້ວຍພືດ ຜ່ານການແປຮູບ ຫຼື ບໍ່ແປຮູບ ແຕ່ມີຄວາມສ່ຽງຕໍ່ການ ລະບາດຂອງສັດຕູພືດ ເຊັ່ນ: ສະບຽງອາຫານ, ຖົ່ວ, ຝ້າຍ, ນໍ້າມັນ, ກັນຊາ, ໃບຢາສູບ, ແກ່ນພັນ, ໝາກໄມ້ ແຫ້ງ, ໝາກໄມ້ສົດ, ຜັກສົດ, ພືດຢາພື້ນເມືອງສົດ, ໄມ້, ຫົວອາຫານສັດ ແລະ ອື່ນໆ;
5.  ວັດຖຸອື່ນໆ ແມ່ນຢາວັກຊີນ, ຢາບໍາລຸງເລືອດ, ຢາວິນິດໄສ, ສິ່ງເສດເຫຼືອຈາກສັດ ແລະ ພືດ ແລະ ອື່ນໆ.

ມາດຕາ 47

     ສົນທິສັນ ຫຼື ຂໍ້ຕົກລົງ ກ່ຽວກັບການກວດກາ ແລະ ກັກກັນສັດ ແລະ ພືດ ທີ່ ສປ ຈີນ ເປັນພາຄີ ກັບສາກົນ ຫຼື ພາກພື້ນ ມີການກໍານົດທີ່ຕ່າງຈາກກົດໝາຍສະບັບນີ້ ແມ່ນໃຫ້ໝູນໃຊ້ຕາມນິຕິກໍາຂອງປະເທດ ຫຼື ພາກພື້ນນັ້ນ ແຕ່ ຍັງຮັກສາບັນດາຂໍ້ກໍານົດຂອງ ສປ ຈີນໄວ້.

ມາດຕາ 48

     ຄ່າທໍານຽມທີ່ເກັບໃນການກວດກາ ແລະ ກັກກັນຢູ່ດ່ານ ແມ່ນພະແນກຄຸ້ມຄອງ ແລະ ບໍລິຫານກະສິກໍາ ສົມທົບ ກັບພະແນກລາຄາສິນຄ້າ ແລະ ພະແນກກ່ຽວຂ້ອງອື່ນໆ, ສະພາແຫ່ງຊາດ ໃນການກໍານົດຄ່າທໍານຽມ ແລະ ປະກາດໃຊ້.

ມາດຕາ 49

     ການສ້າງກົດໝາຍອື່ນໆ ຂອງສະພາແຫ່ງຊາດ ຕ້ອງໃຫ້ສອດຄ່ອງກັບກົດໝາຍສະບັບນີ້.

ມາດຕາ 50

     ກົດໝາຍສະບັບນີ້ຈັດຕັ້ງປະຕິບັດເລີ່ມວັນທີ 1 ເມສາ 1992 ແລະ ປ່ຽນແທນລະບຽບການວ່າດ້ວຍການກັກກັນການນຳເຂົ້າ ແລະ ສົ່ງອອກ ສັດ ແລະ ພືດ ສະບັບລົງວັນທີ 4 ມິຖຸນາ 1982.


ຂ້າງເທິງ

ດາວໂຫຼດພາສາຈີນ: ກົດໝາຍວ່າດ້ວຍ ການກັກກັນສັດ ແລະ ພືດ ສຳລັບ ການນຳເຂົ້າ ແລະ ສົ່ງອອກ 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.