ກະຊວງ ກະສິກຳ ແລະ ປ່າໄມ້ ອອກ ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບເລກທີ 0162/ກປ, ລົງວັນທີ 01 ກຸມພາ 2017 ເພື່ອແນະນໍາເຕັກນິກວິຊາການ ໃນການປະຕິບັດວຽກງານສຸຂານາໄມ ແລະ ສຸຂານາໄມພືດ ພາຍໃຕ້ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ທີ່ລົງນາມກັນ ໃນວັນທີ 27 ມີຖຸນາ 2015 ແນໃສ່ ເພີ່ມມູນຄ້າການຄ້າ-ຂາຍຮ່ວມກັນໃຫ້ສູງຂຶ້ນ, ສ້າງໃຫ້ເຂດຊາຍແດນລາວ-ຫວຽດນາມ ກາຍເປັນຊາຍແດນແຫ່ງການແລກປ່ຽນຊື້-ຂາຍ, ມີຄວາມສະຫງົບ, ໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ແບບຍືນຍົງ.

ສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ແມ່ນສັນຍາທີ່ ສສ ຫວຽດນາມ ໃຫ້ສິດພິເສດດ້ານການຄ້າແບບຝ່າຍດຽວ ແກ່ ສປປ ລາວ. ຂໍ້ຜູກພັນທີ່ ສສ ຫວຽດນາມ ໃຫ້ສິດທິພິເສດແກ່ ສປປ ລາວ ປະກອບ ດ້ວຍ 03 ລະດັບ ຊຶ່ງຕິດພັນກັບວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຄື:

(1)   ສິດທິພິເສດແກ່ເມືອງທີ່ມີຊາຍແດນຕິດຈອດລະຫວ່າງກັນ ຫຼື ລະດັບເມືອງຊາຍແດນ:

ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ປູກ ຫຼື ລ້ຽງໂດຍປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສປປ ລາວ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນ ໃນເວລານໍາເຂົ້າ ສສ ຫວຽດນາມ ໂດຍບໍ່ຕ້ອງຂໍໃບອະນຸຍາດນໍາເຂົ້າ, ບໍ່ຕ້ອງຜ່ານການກວດກາດ້ານສຸຂານາໄມ ແລະ ສຸຂານາໄມພືດ, ມາດຕະການເຕັກນິກ ແລະ ກວດກາຄວາມປອດໄພດ້ານອາຫານ ຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ, ຍົກເວັ້ນກໍລະນີທີ່ມີການແຈ້ງເຕືອນຂອງເຈົ້າໜ້າທີ່ຝ່າຍໃດ ຝ່າຍໜຶ່ງ ກ່ຽວກັບ ຄວາມສ່ຽງຂອງສິນຄ້າທີ່ຈະສ້າງຄວາມເສຍຫາຍແກ່ພືດ, ຄົນ, ສັດ ແລະສິ່ງແວດລ້ອມ.

(2)   ສິດທິພິເສດແກ່ແຂວງທີ່ມີຊາຍແດນຕິດຈອດລະຫວ່າງກັນ ຫຼື ລະດັບແຂວງຊາຍແດນ:

–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ ລວມທັງພືດ, ສັດທີ່ເປັນສິນຄ້າ ຊຶ່ງປູກ ຫຼື ລ້ຽງໂດຍປະຊາຊົນ, ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະອາກອນມູນຄ່າເພີ່ມ ເມື່ອເວລານຳເຂົ້າ ສສ ຫວຽດນາມ;

–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະຜະລິດຕະພັນສັດ ທີ່ປູກ ຫຼືລ້ຽງໂດຍປະຊາຊົນຢູ່ເມືອງຊາຍແດນຂອງ ສປປ ລາວ ແລະ ນັກທຸລະກິດ ທີ່ໄດ້ຂຶ້ນທະບຽນດຳເນີນທຸລະກິດກະສິກຳ ແລະປ່າໄມ້ ຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍແລ້ວ ຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າຈາກ ສສ ຫວຽດນາມ;

–    ສິນຄ້າ ພືດ, ຜະລິດຕະພັນພືດ, ສັດ ແລະຜະລິດຕະພັນສັດ ທີ່ຜະລິດເປັນສິນຄ້າ ຊຶ່ງປູກ ຫຼື ລ້ຽງໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຈະບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າ ສສ ຫວຽດນາມ.

(3)   ສິດທິພິເສດແກ່ ສປປ ລາວ ຫຼື ລະດັບປະເທດ:

ສສ ຫວຽດນາມ ໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ. ເຈົ້າໜ້າທີ່ການຄ້າຂອງ ສປປ ລາວ ຕ້ອງອອກໃບຢັ້ງຢືນສິນຄ້າ ສຳລັບສິນຄ້ານຳເຂົ້າໄປ ສສ ຫວຽດນາມ ຕາມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 01 ທີ່ກວມເອົາສິນຄ້າປະເພດກະສິກໍາ ແຕ່ໝວດທີ 1 ຫາ ໝວດທີ 23, ໝວດທີ 25.01 ແລະ ໝວດທີ 40.01 ທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ ກໍຈະໄດ້ຮັບສິດທິພິເສດທາງອັດຕາພາສີນໍາເຂົ້າ ແລະບໍ່ຈໍາກັດໂກຕານໍາເຂົ້າ ແລະສິ່ງກີດຂວາງອື່ນໆ.

ຄຳແນະນຳ ສະບັບນີ້ ຈະໄດ້ຮັບການຈັດຕັ້ງປະຕິບັດຢູ່ 10 ແຂວງຂອງ ສປປ ລາວ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ຄື: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.