ໃນວັນທີ 17 ກຸມພາ 2017, ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ຫຼື SME SERVICE CENTER (SSC) ແຫ່ງທຳອິດຂອງ ສປປ ລາວ. ພິທີດັ່ງກ່າວ ໄດ້ຮັບການຕັດແຖບຜ້າເປີດງານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ Michael Grau ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ, ທ່ານ Jonh Owen Williams ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສູນດັ່ງກ່າວໄດ້ໃຊ້ເວລາໃນການປັບປຸງ ແລະ ກໍ່ສ້າງ 2 ເດືອນ ມູນຄ່າການກໍ່ສ້າງປະມານ 01 ແສນໂດລາສະຫະລັດ.

ການສ້າງຕັ້ງ ແລະ ເປີດນໍາໃຊ້ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ຖືວ່າເປັນບາດກ້າວໃໝ່ຂອງພາກສ່ວນທຸລະກິດຂະໜາດນ້ອຍ ແລະ ກາງ ທີກວມເອົາປະມານ 98% ຂອງຫົວໜ່ວຍທຸລະກິດທັງໝົດໃນ ສປປ ລາວ, ສບວ ຈະຖືກນໍາໃຊ້ເປັນບ່ອນເຕົ້າໂຮມບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ແລະ ມີເປົ້າໝາຍຂັບເຄື່ອນ ແລະ ຜັນຂະຫຍາຍນະໂຍບາຍຕ່າງໆ ຂອງລັດຖະບານ ກ່ຽວກັບການດຳເນີນທຸລະກິດລົງສູ່ທ້ອງຖິ່ນເພື່ອໃຫ້ສາມາດເຊື່ອມໂຍງກັບປະເທດອາຊຽນ, ສບວ ຈະສະໜອງການບໍລິການທີ່ທັນສະໄໝ, ໃຫ້ຄໍາປຶກສາດ້ານ ການດໍາເນີນທຸລະກິດ, ການປັບປຸງຜົນຜະລິດ ແລະ ປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດ ເພື່ອຊ່ວຍສ້າງໂອກາດ ແລະ ກຽມຄວາມພ້ອມ ໃຫ້ແກ່ ທຸລະກິດລາວ ເພື່ອກ້າວເຂົ້າສູ່ຕະຫຼາດໃນລະດັບພາກພື້ນ ແລະ ສາກົນ. ສບວ ຍັງເຜີຍແຜ່ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບ AEC ໂດຍສະເພາະແມ່ນການເຂົ້າເຖິງຕະຫຼາດອາຊຽນ, ຄວາມຕ້ອງການ ແລະ ມາດຕະຖານໃນອາຊຽນ. ພ້ອມນັ້ນກໍ່ຈະຊ່ວຍຊອກຫາແຫຼ່ງທຶນໃຫ້ກັບຜູ້ທີ່ຈະເລີ່ມເຮັດທຸລະກິດໃໝ່, ສູນດັ່ງກ່າວນີ້ ສາມາດລົງໄປເກັບກໍາຂໍ້ມູນສະຖິຕິຂອງທຸລະກິດລາວຢູ່ຕ່າງແຂວງ ຫຼື ທ້ອງຖິ່ນ ນອກຈາກນີ້ ກໍຍັງມີການບໍລິການຈັດ ສໍາມະນາ, ການຝຶກອົບຮົມ, ການສອນພາສາອັງກິດ, ການວາງສະແດງສິນຄ້າ ເຊິ່ງນັກທຸລະກິດສາມາດນຳເອົາຜະລິດຕະພັນຂອງຕົນເອງມາວາງສະແດງໄດ້ ໃນໂຄງການທົດລອງ, ຊຶ່ງຈະສ້າງຕັ້ງຂຶ້ນຈໍານວນໜຶ່ງໃນແຂວງເປົ້າໝາຍເພື່ອສະໜອງການບໍລິການໃນລະດັບທ້ອງຖິ່ນ. ນອກຈາກ ສບວ ຢູ່ນະຄອນຫຼວງວຽງຈັນ ແລ້ວຍັງຕັ້ງເປົ້າໝາຍໄວ້ວ່າ ອີກ 3 ປີຕໍ່ໜ້າ ຈະສ້າງສູນ ສບວ ໃຫ້ໄດ້ອີກ 02 ແຫ່ງ ຢູ່ພາກເໜືອ ແລະ ພາກໃຕ້ ຂອງ ສປປ ລາວ ແລະ ຄາດວ່າຈະຂະຫຍາຍໄປໃນຂອບເຂດທົ່ວປະເທດເພື່ອ ຮັບປະກັນ ປະສິດທິພາບຂອງການປະສານງານໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ຈະເຂົ້າມາຮ່ວມໃນການພັດທະນາ ໃນພາກພື້ນ ແລະ ສາກົນ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການເປີດ ສບວ ແມ່ນນະໂຍບາຍລວມຂອງລັດຖະບານເພື່ອຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ພ້ອມດຽວກັນ ກໍ່ຈະເຮັດໃຫ້ ມີນັກທຸລະກິດເກີດໃໝ່ຈໍານວນຫຼາຍໃນສາຂາທຸລະກິດຕ່າງໆ ອັນຈະປະກອບສ່ວນຊ່ວຍພັດທະນາເສດຖະກິດລາວໃຫ້ເຕີບໃຫຍ່ຂຶ້ນ”

ສູນດັ່ງກ່າວ ແມ່ນເປີດໃຫ້ ບໍລິການໃນວັນຈັນ-ວັນສຸກ ຕາມໂມງລັດຖະການ 8:30 ຕອນເຊົ້າ ຫາ 16:30 ຕອນບ່າຍ ເບີໂທຕີດຕໍ່ 021 453312-4.

ແຫຼ່ງຂໍ້ມູນຈາກ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ສປປ ລາວ

          ໜັງສືພິມເສດຖະກິດການຄ້າ, ສະບັບ ວັນທີ 20 ກຸມພາ 2017

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.