“ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກ່ຽວກັບ  ການເຄື່ອນຍ້າຍພາຍໃນ ແລະ ສົ່ງອອກສິນຄ້າ” ຈະຈັດຂື້ນ ໃນວັນທີ 7 ມີນາ 2017, ທີ່ ໂຮງແຮມ ເມີກຽວ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະເຊື້ອເຊີນພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ (1) ນໍາສະເໜີບັນຫາການເຄື່ອນຍ້າຍ ແລະ ສົ່ງອອກຖ່ານຂາວ; (2) ນໍາສະເໜີກ່ຽວກັບບັນຫາການເຄື່ອນຍ້າຍສິນຄ້າກະສິກໍາປະເພດໝາກເດືອຍ ແລະ (3) ປຶກສາຫາລືຕໍ່ຫົວຂໍ້ທີ່ໄດ້ສະເໜີດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.