ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ         ເລກທີ 2313/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 08 ພະຈິກ 2016

ແຈ້ງການ

ຮຽນ: ຫົວໜ້າ ຂະແໜງປູກຝັງແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຂື້ນທະບຽນຜູ້ສົ່ງອອກ, ໂຮງເຮືອນຫຸ້ມຫໍ່ ແລະ ສວນປູກ ທີ່ຈະສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ.

- ອີງຕາມ ຂໍ້ຕົງລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກົມປູກຝັງ ສະບັບເລກທີ 1889/ກປ, ລົງວັນທີ 09/08/2012.
- ອີງຕາມ ແຈ້ງການຂອງກົມວິຊາການກະເສດ,  ສະບັບເລກທີ  AC  0914/5664  ລົງວັນທີ  19   October  B.E. 2259 (2016)

     ກົມປູກຝັງ ຂໍຖືເປັນກຽດແຈ້ງມາຍັງ ຂະແໜງປູກຝັງແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ຊາບວ່າ: ປັດຈຸບັນ, ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ, ໂດຍສະເພາະແມ່ນ ພືດ ແລະ ຜະລິດຕະພັນພືດ ທີ່ໄດ້ກຳນົດຢູ່ໃນບັນຊີ ສີ່ງຕ້ອງຫ້າມຂອງຣາຊະອານາຈັກໄທ ຕ້ອງຂໍອະນຸຍາດນຳເຂົ້າ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດ  ຈາກກົມວິຊາການກະເສດ, ປະເທດໄທ ຈຶ່ງສາມາດນຳເຂົ້າ ໄປຍັງ ປະເທດໄທໄດ້. ດັ່ງນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໃຫ້ມີຄວາມສອດຄ່ອງ ກັບກົດໝາຍວ່າດ້ວຍການປ້ອງກັນພືດ ຂອງ ສປປ ລາວ ແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງຣາຊະອານາຈັກໄທ, ລວມທັງສັນຍາ ແລະ ສົນທິສັນຍາ ສາກົນ ທີ່ສອງປະເທດ ເປັນພາຄີ.

ຫົວໜ້າກົມປູກຝັງ ອອກແຈ້ງການ:

1. ໃຫ້ຂະແໜງການປູກຝັງປະຈຳແຂວງ ແລະ ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

1.1. ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ທີ່ກຳນົດຢູ່ໃນບັນຊີສີ່ງຕ້ອງຫ້າມ ຂອງຣາຊະອານາຈັກໄທຕ້ອງຈົດທະບຽນຜູ້ສົ່ງອອກ, ໂຮງເຮືອນຫຸ້ມຫໍ່ - ບັນຈຸຕາມມາດຕະຖານການຈັດການທີ່ດີ (ຫຼື Good Manufacturing Practice (GMP) ແລະ ສວນປູກ ນຳຂະແໜງປູກຝັງປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍມີການຢັ້ງຢືນ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງທີ່ກ່ຽວຂ້ອງ ( ມີເອກະສານຄັດມາພ້ອມນີ້);

1.2. ກົມປູກຝັງ ຮັບຮູ້ ໂຮງເຮືອນຫຸ້ມຫໍ່ - ບັນຈຸຕາມມາດຕະຖານການຈັດການທີ່ດີ (GMP) ທີ່ໄດ້ຜ່ານການຮັບຮອງ ແລະ ຢັ້ງຢືນ ຈາກອົງການປ້ອງກັນພືດແຫ່ງຊາດໄທ;

1.3. ຂັ້ນຕອນການອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate), ບໍລິສັດ ຫຼື ຜູ້ສົ່ງອອກ ຕ້ອງສຳເນົາເອກະສານປະກອບ ຄັດຕິດໄປພ້ອມກັບຊຸດເອກະສານຂໍໃບຢັ້ງຢືນສຸຂານາໄມພືດ ຄື: ໃບທະບຽນຜູ້ສົ່ງອອກ, ໃບທະບຽນໂຮງເຮືອນຫຸ້ມຫໍ່ ແລະ ໃບທະບຽນສວນປູກ;

1.4. ສ່ວນເລກລະຫັດຂອງໃບທະບຽນຜູ້ສົ່ງອອກ ແລະ ສວນປູກ ແມ່ນ ຂະແໜງປູກຝັງແຂວງ ເປັນຜູ້ກຳນົດຕາມລະຫັດ ທີ່ກົມພາສີ, ກະຊວງການເງິນ ດຳລັດ 258/ນຍ ລົງວັນທີ 28/08/2009;

1.5. ລະຫັດສວນປູກ ແມ່ນໃຫ້ນຳໃຊ້ເລກລະຫັດ ແຂວງ, ເມືອງ, ບ້ານ ຕາມລະຫັດ ທີ່ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນກຳນົດໃຫ້;

1.6. ຄ່າທຳນຽມ ແລະ ຄ່າບໍລິການ:

- ໃບຄຳຮ້ອງ ແລະ ຄ່າທຳນຽມ ຂໍຂືື້ນທະບຽນ (ຜູ້ສົ່ງອອກ, ໂຮງເຮືອນຫຸ້ມຫໍ່ - ບັນຈຸ ແລະ ສວນປູກ) ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຸດລະ 10,000 ກີບຕໍ່ຊຸດ;
- ໃບທະບຽນ ແລະ ຄ່າທຳນຽມ (ຜູ້ສົ່ງອອກ, ໂຮງເຮືອນຫຸ້ມຫໍ່ - ບັນຈຸ ແລະ ສວນປູກ) ຈາກຂະແໜງການປູກຝັງແຂວງ, ນະຄອນຫຼວງວຽງຈັນ ຊຸດລະ 10,000 ກີບຕໍ່ຊຸດ;
ສ່ວນຄ່າບໍລິການວິຊາການອື່ນ ເປັນຕົ້ນ ການລົງສຳຫຼວດ, ການກວດກາ ແລະ ຢັ້ງຢືນສຸຂານາໄມພືດໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 003/ນຍ ລົງວັນທີ 26/12/2012;

2. ບົດແນະນຳການຈັດຕັ້ງປະຕິບັດ ກ່ຽວກັບ ການຂື້ນທະບຽນ ໄດ້ຄັດຕິດມາພ້ອມນີ້;

3. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ຫົວໜ້າກົມປູກຝັງ
(ເຊັນ ແລະ ປະທັບກາ)

ວິໄລສຸກ ເຄນນະວົງ

ບ່ອນສົ່ງ:
-  ຄະນະກົມປູກຝັງ      01 ສະບັບ (ເພື່ອຮັບຊາບ ແລະ ຊີ້ນຳ)
-  ຂະແໜງປູກຝັງແຂວງ, ນະຄອນຫຼວງ  01 ສະບັບ (ເພື່ອຈັດຕັ້ງປະຕິບັດ)
-  ເກັບມ້ຽນ      01 ສະບັບ

 

# ຫົວຂໍ້ ດາວໂຫຼດ
1 Notification on the Registration of Exporter, Packaging House, Garden Cultivation of Plants and Plant Products of Lao PDR for Export to the Kingdom of Thailand No. 2313/DOA, dated 3 November 2016 PDF
2 ແຈ້ງການ ກ່ຽວກັບ ການຂື້້ນທະບຽນຜູ້ສົ່ງອອກ, ໂຮງເຮືອນຫຸ້ມຫໍ່ ແລະ ສວນປູກ ທີ່ຈະສົ່ງອອກພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ສະບັບເລກທີ 2313/ກປຝ, ລົງວັນທີ 03 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.