ໃນວັນທີ 24 ກຸມພາ 2017, ທີ່ໂຮງແຮມ ຄຣາວພຣາຊາ ວຽງຈັນ, ຫ້ອງການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ແລະ ທິມງານອົງການການຄ້າລະຫວ່າງປະເທດຍີ່ປຸ່ນ (JETRO) ຮ່ວມກັນຈັດກອງປະຊຸມເຜີຍແຜ່ຜົນການລົງສໍາຫຼວດ ແລະ ຄົ້ນຄວ້າຕົ້ນທຶນໂລຈິດສະຕິກ ແລະ ການພັດທະນາບາງເຂດໂລຈິດສະຕິກຢູ່ ສປປ ລາວ.
ຜົນການຄົ້ນຄວ້າໃນຫົວຂໍ້  “ຕົ້ນທຶນໂລຈິດສະຕິກ ແລະ ການພັດທະນາບາງເຂດໂລຈິດສະຕິກ ຢູ່ ສປປ ລາວ” ໂດຍທີມງານຂອງອົງການການຄ້າລະຫວ່າງປະເທດຂອງຍີ່ປຸ່ນ (JETRO) ໄດ້ຊີ້ໃຫ້ເຫັນວ່າ ຄ່າຂົນສົ່ງໃນ ສປປ ລາວ ທຽບກັບປະເທດເພື່ອນບ້ານແມ່ນສູງກວ່າສອງເທົ່າຕົວ ໝາຍຄວາມວ່າ ມີຕົ້ນທຶນການຂົນສົ່ງທີ່ສູງຫຼາຍ ຖ້າທຽບໃສ່ບັນດາປະເທດອາຊຽນ. ທີມງານຄົ້ນຄວ້າໄດ້ປຽບທຽບຄ່າຂົນສົ່ງ ລະຫວ່າງ  ສປປ ລາວ ແລະ ຣາຊະ ອານາຈັກໄທ ຄື: ນະຄອນຫຼວງວຽງຈັນ-ສະຫວັນນະເຂດ (490 ກມ) ແລະ ບາງກອກ-ຂອນແກ່ນ (450 ກມ) ສະເລ່ຍຄ່າຂົນສົ່ງຈາກນະຄອນຫຼວງວຽງຈັນ ຫາ ແຂວງສະຫວັນນະເຂດແມ່ນ $2.5/ກມ ແລະ ຈາກບາງກອກ ຫາ ຂອນແກ່ນແມ່ນ $1.1/ກມ ເຊິ່ງສາຍເຫດທີ່ເຮັດໃຫ້ຕົ້ນທຶນການຂົນສົ່ງມີລາຄາສູງໃນ ສປປ ລາວ ບໍ່ໄດ້ເກີດຈາກປັດໃຈຂອງລາຄານ້ຳມັນ ແລະ ເງິນເດືອນໂຊເຝີລົດ ແຕ່ອາດເກີດມາຈາກບາງສາຍເຫດ ຄື: ຄວາມຖີ່ໃນການຂົນສົ່ງ, ການຂົນສົ່ງຂາດຽວ, ແລະ ໂຄງລ່າງພື້ນຖານຄົມມະນາຄົມທີ່ຍັງອ່ອນແອ. ການຂົນສົ່ງລະຫວ່າງນະຄອນຫຼວງວຽງຈັນ ແລະ ບາງກອກ ຍັງປະເສີນກັບບັນຫາທີ່ມີຄ່າໃຊ້ຈ່າຍເພີ່ມ ໃນຂອດການປະກອບເອກະສານຢູ່ດ່ານ ຜົນການສໍາ ຫຼວດຊີ້ໃຫ້ເຫັນວ່າ ຄ່າໃຊ້ຈ່າຍໃນການປະກອບເອກະສານຢູ່ດ່ານກວມເອົາ 39.7%, ຂົນສົ່ງຂາດຽວ 9%, ຄ່າຂົນສົ່ງ 51.3%. ຄວາມກົດດັນຂອງຄ່າຂົນສົ່ງທີ່ສູງເປັນອຸປະສັກທີ່ພາກທຸລະກິດໄດ້ປະເສີນໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ເປັນສິ່ງທ້າທາຍທີ່ພາກລັດຕ້ອງໄດ້ຂຸ້ນຂ້ຽວຫາທິດທາງເພື່ອແກ້ໄຂໃຫ້ໄດ້. ທ່ານ ເຕັດໂຊ ຊີບາຕາ, ຕາງໜ້າຫ້ອງການອົງການການຄ້າລະຫວ່າງປະເທດຂອງຍີ່ປຸ່ນ ປະຈໍາ ສປປ ລາວ ມີຄໍາເຫັນວ່າ: ຈາກການພົບປະນັກທຸລະກິດໃນຈໍານວນ 200 ກວ່າບໍລິສັດຂອງຍີ່ປຸ່ນ ມີພຽງ 1-2% ທີ່ສົນໃຈຈະມາລົງທຶນໃນ ສປປ ລາວ ເນື່ອງຈາກຕົ້ນທຶນການຂົນສົ່ງທີ່ສູງເກີນໄປ ແລະ ບັນຫາການຂາດເຂີນແຮງງານທີ່ມີທັກສະ. ເຊິ່ງ ທ່ານ ໃຫ້ທັດສະນະວ່າ ມັນຍັງໜ້ອຍເກີນໄປຖ້າທຽບໃສ່ທ່າແຮງບົມຊ້ອນອື່ນໆ ທີ່ ສປປ ລາວ ເຮົາມີ. ເພີ່ນເນັ້ນວ່າ: ຂະແໜງການຂົນສົ່ງ ສປປ ລາວ ຄວນໄດ້ຮັບການສະໜັບສະໜູນຢ່າງເອົາຈິງເອົາຈັງຈາກພາກລັດ ໃນການປັບປຸງພື້ນຖານໂຄງລ່າງການຂົນສົ່ງໃຫ້ຢູ່ໃນລະດັບດີ ເຊິ່ງເປັນໜຶ່ງໃນປັດໃຈທີ່ສໍາຄັນໃນການດຶງດູດນັກລົງທຶນຈາກປະເທດຍີ່ປຸ່ນ ເຂົ້າມາລົງທຶນໃນ ສປປ ລາວ ໃຫ້ຫຼາຍຂຶ້ນ.

# ຫົວຂໍ້ ດາວໂຫຼດ
1 Logistics Costs in Lao People's Democratic Republic PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.