“ກອງປະຊຸມປຶກສາຫາລື ກ່ຽວກັບ ຂັ້ນຕອນການນຳເຂົ້າ ພາຫະນະ, ຢາ ແລະ ເຄື່ອງຮັບໃຊ້ໂຄງການລົງທຶນຂອງລັດ, ຊ່ວຍເຫຼືອລ້າ, ຫຼື ກູ້ຢືມທີ່ໄດ້ຮັບການຍົກເວັ້ນພາສີ” ຈະຈັດຂື້ນ ໃນວັນທີ 16 ມີນາ 2017, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະເຊື້ອເຊີນພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຊອກຫາຊ່ອງທາງປັບປຸງ ຂັ້ນຕອນການພິຈາລະນາອອກອະນຸຍາດນຳເຂົ້າ ພາຫະນະ, ຢາ ແລະ ເຄື່ອງຮັບໃຊ້ໂຄງການລົງທຶນຂອງລັດ, ຊ່ວຍເຫຼືອລ້າ, ຫຼື ກູ້ຢືມທີ່ໄດ້ຮັບການຍົກເວັ້ນພາສີ ທີ່ໃຊ້ເວລາດົນເກີນຄວາມຈຳເປັນ ເພື່ອກະກຽມເນື້ອໃນໃຫ້ແກ່ການຕອບຂໍ້ຂ້ອງໃຈຂອງພາກທຸລະກິດ ໃນກອງປະຊຸມທຸລະກິດລາວຄັ້ງທີ 10 ທີ່ຈະມາເຖິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.