ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ແຈ້ງເຖິງ ບັນດາບໍລິສັດ ແລະ ໂຮງງານປຸງແຕ່ງໄມ້ ພາຍໃນແຂວງ ແລະ ຕ່າງແຂວງທົ່ວປະເທດ ເພື່ອເຂົ້າຮ່ວມປະມູນຊື້ໄມ້ ຈຳນວນທັງໝົດ 1,427 ທ່ອນ, ບໍລິມາດ 4.405,932 ແມັດກ້ອນ. ໃນນີ້ປະກອບມີ ໄມ້ຫວງຫ້າມ ຈຳນວນ 438 ທ່ອນ, ໄມ້ຄຸ້ມຄອງ 1,2,3 ຈຳນວນ 989 ທ່ອນ, ແລະ ໄມ້ທ່ອນ ຈຳນວນ 916 ທ່ອນ.

ທ່ານທີ່ສົນໃຈ ສາມາດຊື້ຊອງປະມູນໄດ້ ຕັ້ງແຕ່ວັນທີ 20 ມີນາ - 7 ເມສາ 2017 ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ຕິດຕໍ່ພົວພັນ ທ່ານ ພະຫັດໄຊ ໂທ 2229 2298, ທ່ານ ນາງ ຄານດາອນ ໂທ 2242 3777, ທ່ານ ທິດປະການສີ ໂທ 5553 4456. ຂັ້ນສູນກາງ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ຕິດຕໍ່ພົວພັນ ທີ່ໂທ 021 412 008 ຫຼື ທ່ານ ເພັດສົມພູ ໂທ 5549 9071.

ລາຄາຊອງປະມູນ ແມ່ນ 1,000,000 ກີບ/ຊອງ. ຜູ້ປະມູນ ຕ້ອງຖືຊອງໄວ້ກັບຕົນເອງ ຈົນຮອດເວລາ 9:30 ເຊົ້າ ຂອງວັນທີ 10 ເມສາ 2017 ຈື່ງຍື່ນໃຫ້ຄະນະກຳມະການປະມູນ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື. ຖ້າກາຍຖືວ່າສະລະສິດ. ສ່ວນມື້ເປີດຊອງປະມູນແມ່ນວັນທີ 10 ເມສາ 2017 ເວລາ 9:30 ເຊົ້າ ຢູ່ຫ້ອງປະຊຸມ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື.

# ຫົວຂໍ້ ດາວໂຫຼດ
1 Invitation for bid of seized timbers of Attapeu Province PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.