“ຝຶກອົບຮົມ ວິທີນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ຈະຈັດຂື້ນ ໃນວັນທີ 29-30 ມີນາ 2017, ໂຮງແຮມ ດາວສະຫວັນ, ແຂວງສະຫວັນນະເຂດ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະເຊື້ອເຊີນພາກລັດຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ແລະ ພາກທຸລະກິດ ທີ່ມາຈາກ 03 ແຂວງຄື: ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງສາລະວັນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ສ້າງຄວາມຮັບຮູ້ ແລະ ສອນວິທີນຳໃຊ້ ກໍຄືການເຂົ້າຫາ ແລະ ຄົ້ນຫາ ຂໍ້ມູນຂ່າວສານທາງດ້ານການຄ້າ ໃນເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ (www.laotradeportal.gov.la), ໂດຍສະເພາະ ຂໍ້ມູນບັນດານິຕິກຳ, ລະບຽບກົດໝາຍ ທີ່ກ່ຽວຂ້ອງກັບການນຳເຂົ້າ, ການສົ່ງອອກ ແລະ ຜ່ານແດນສິນຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.