ທະນາຄານແຫ່ງ ສປປ ລາວ ອອກ ຂໍ້ຕົກລົງ ກ່ຽວກັບ ການຂາຍເງິນຕາຕ່າງປະເທດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ເພື່ອຊຳລະສະສາງກັບຕ່າງປະເທດ ສະບັບເລກທີ 1083/ທຫລ ລົງວັນທີ 09 ທັນວາ 2016 ເຖິງບັນດາທະນາຄານທຸລະກິດລັດ, ທະນາຄານທຸລະກິດລັດຮຸ້ນສ່ວນ, ທະນາຄານເອກະຊົນ, ທະນາຄານສາຂາຕ່າງປະເທດ ແລະ ຮ້ານແລກປ່ຽນເງິນຕາຕ່າງປະເທດ.

ຂໍ້ຕົກລົງສະບັບນີ້ ກຳນົດໃຫ້ ການຂາຍເງິນຕາໃຫ້ແກ່ບຸກຄົນແມ່ນອະນຸຍາດຂາຍໃຫ້ຜູ້ຕ້ອງການເງິນຕາຕ່າງປະເທດ ທີ່ເປີດບັນຊີໄວ້ທະນາຄານທຸລະກິດໃດໝຶ່ງ. ບັນຊີດັ່ງກ່າວບໍ່ສາມາດຖອນເງິນຕາຕ່າງປະເທດ ຫຼື ໂອນໃຫ້ຜູ້ອື່ນຢູ່ພາຍໃນປະເທດໄດ້ ມີແຕ່ສາມາດຊຳລະຄ່າສິນຄ້າ ແລະ ບໍລິການຢູ່ປະເທດໄດ້ເທົ່ານັ້ນ. ຍອດເງິນໃນບັນຊີບໍ່ໃຫ້ເກີນ ຫຼື ທຽບເທົ່າ 20 ລ້ານກີບ. ສ່ວນການຂາຍເງິນຕາຕ່າງປະເທດໃຫ້ແກ່ລູກຄ້າທີ່ເບີກຈ່າຍເປັນເງິນສົດ ອະນຸຍາດໃຫ້ຂາຍຢູ່ຕາມດ່ານຊາຍແດນສາກົນ, ດ່ານປະເພນີ, ດ່ານທ້ອງຖິ່ນ ເພື່ອນຳໄປຊຳລະສະສາງຄ່າສິນຄ້າ ຫືຼ ບໍລິການຢູ່ຕ່າງປະເທດ ແຕ່ບໍ່ອະນຸຍາດ ໃຫ້ນຳໃຊ້ເງິນຕາຕ່າງປະເທດດັ່ງກ່າວຊໍາລະສະສາງຢູ່ພາຍໃນປະເທດ.

ການຂາຍເງິນຕາໃຫ້ແກ່ນິຕິບຸກຄົນແມ່ນອະນຸຍາດໃຫ້ທະນາຄານທຸລະກິດ ຂາຍໃຫ້ນິຕິບຸກຄົນທີ່ຕ້ອງການເງິນຕາເພື່ອຊຳລະສະສາງຕ່າງປະເທດ ແລ້ວໂອນເຂົ້າບັນຊີສະເພາະເພື່ອໄປຊຳລະສະສາງກັບຕ່າງປະເທດ, ບໍ່ອະນຸຍາດໃຫ້ຖອນເປັນເງິນສົດ ຫືຼ ໂອນໃຫ້ຜູ້ອື່ນຢູ່ພາຍໃນປະເທດ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການສະບັບເລກທີ 243/ທຫລ ລົງວັນທີ 5 ສິງຫາ 2013 ລວມທັງ ລະບຽບການໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກຍົກເລີກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.