ສາລະບານ

ພາກທີ I - ບົດສະເໜີ

ຄວາມສຳຄັນຂອງຄວາມປອດໄພຂອງອາຫານ
ສະພາບຄວາມປອດໄພຂອງອາຫານຢູ່ສາກົນ
ສະພາບຄວາມປອດໄພຂອງອາຫານຢູ່ ສປປ ລາວ
ຄວາມຈຳເປັນທີ່ຕ້ອງສ້າງນະໂຍບາຍ ຄວາມປອດໄພຂອງອາຫານ

ພາກທີ II - ຄວາມໝາຍຂອງຄຳສັບ, ຂອບເຂດ ແລະ ຈຸດປະສົງ

ຄວາມໝາຍຂອງຄໍາສັບ
ຂອບເຂດນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ
ຈຸດປະສົງຂອງນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ

ພາກທີ III - ອົງປະກອບຂອງນະໂຍບາຍ ແລະ ຍຸດທະສາດ

ອົງປະກອບຂອງນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ
ຍຸດທະສາດໃນການຈັດຕັ້ງປະຕິບັດ

ພາກທີ IV - ການຄຸ້ມຄອງ ແລະ ການປະສານງານ

ການຮ່ວມມື ແລະ ປະສານງານ
ກົນໄກການປະສານງານ
ການຈັດຕັ້ງປະຕິບັດແຜນງານ

ພາກທີ V - ການຈັດຕັ້ງປະຕິບັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ       ເລກທີ 020 /ກຊສ
ນະຄອນຫຼວງວຽງຈັນ, ວັນທີ 13/2/2009

ນະໂຍບາຍແຫ່ງຊາດ
ວ່າດ້ວຍຄວາມປອດໄພຂອງອາຫານ

ພາກທີ I
ບົດສະເໜີ

  1. ຄວາມສຳຄັນຂອງຄວາມປອດໄພຂອງອາຫານ

   ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ສະຫນອງທິດທາງເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງກວດກາຄຸນນະພາບ ແລະ ຄວາມປອດໄພຂອງອາຫານຢູ່ ສປປ ລາວ, ໂດຍຜ່ານຕ່ອງໂສ້ອາຫານ, ຊຶ່ງກວມເອົາຂອດການປູກຝັງ, ການລ້ຽງສັດ, ການປຸງແຕ່ງ, ການບໍລິການ, ການຜະລິດ ຜະລິດຕະພັນອຸດສະຫະກຳ-ຫັດຖະກຳ, ການເກັບຮັກສາ, ການຈັດຫາ ແລະ ການຂົນສົ່ງ, ການນຳເຂົ້າ-ສົ່ງອອກ, ການຈໍລະຈອນຈຳຫນ່າຍ ໄປສູ່ຈຸດຂອງການບໍລິໂພກ, ການຮ່ວມມືດ້ານເຕັກນິກກັບສາກົນ ແລະ ຄົ້ນຄ້ວາວິທະຍາສາດ. ດັ່ງນັ້ນ ຈຶ່ງມີຄວາມສຳຄັນຕ້ອງໄດ້ສ້າງ ນະໂຍບາຍຄວາມປອດໄພຂອງອາຫານ ແບບເຊື່ອມສານຊຶ່ງຕິດພັນກັບແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ໃນການພັດທະນາເສດຖະກິດ ສັງຄົມໃນໄລຍະໃຫມ່. ໃນກອງປະຊຸມໃຫ່ຍຂອງພັກຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງວຽກງານຄຸ້ມຄອງກວດກາຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ຊຶ່ງມີເນື້ອໃນສຳຄັນຄື “...ສຶກສາອົບຮົມເຜີຍແຜ່ຄວາມຮູ້ ກ່ຽວກັບການໂພຊະນາການ, ການກິນຢູ່ທີ່ສະອາດຖືກຫຼັກອະນາໄມ ແລະ ເປັນປະໂຫຍດຕໍ່ຮ່າງກາຍ; ຄຸ້ມຄອງ ແລະ ຄວບຄຸມຄຸນນະພາບ ຂອງອາຫານ ແລະ ຢາ ລວມທັງຢາພື້ນເມືອງ ກໍ່ຄືການບໍລິການຕ່າງໆທີ່ກ່ຽວພັນເຖິງຊີວິດ ແລະ ສຸຂະພາບຂອງຄົນ...” ອັນນີ້ມັນໄດ້ສະແດງເຖິງຄວາມເອົາໃຈໃສ່ກໍ່ຄື ຄວາມເປັນຫ່ວງເປັນໃຍຂອງພັກ ຕໍ່ວຽກງານຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງອາຫານຢູ່ ສປປລາວ. ຢາກໃຫ້ ແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງພັກ ກາຍເປັນຮູບປະທຳ ຈຶ່ງມີຄວາມຈຳເປັນຈະຕ້ອງສ້າງໃຫ້ມີ ນະໂຍບາຍ ແລະ ຍຸດທະສາດອັນສະເພາະໃນລະດັບຊາດ ເພື່ອກຳນົດທິດທາງພັດທະນາ ດ້ານນີ້ຢ່າງມີປະສິດທິຜົນ.

   ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ເນັ້ນໃສ່ວິທະຍາສາດ ແລະ ວິທີການບົນພື້ນຖານຄວາມສ່ຽງ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ແລະ ຮັບປະກັນການປະຕິບັດທາງດ້ານການຄ້າ ຢ່າງຖືກຕ້ອງຊຶ່ງຈະສົ່ງເສີມເຖິງຄວາມໂປ່ງໃສ ແລະ ການປະກອບສ່ວນ ຂອງທຸກຂະແຫນງການ ໃນການດຳເນີນການຕັດສິນຈາກບ່ອນປູກລ້ຽງ ຈົນໄປເຖິງການບໍລິໂພກ. ຂ້າງເທິງ

  1. ສະພາບຄວາມປອດໄພຂອງອາຫານຢູ່ສາກົນ

   ອາຫານທີ່ບໍ່ປອດໄພກຳລັງເປັນບັນຫາ ຕໍ່ສຸຂະພາບ, ເສດຖະກິດ ແລະ ສັງຄົມຂອງໂລກ.  ຄວາມສ່ຽງຂອງອາຫານທີ່ບໍ່ປອດໄພ ສາມາດວັດແທກໄດ້ ໃນຄວາມໝາຍຂອງລະດັບຄວາມຮຸນແຮງ ຂອງການເຈັບເປັນຈາກອາຫານທີ່ເປັນພິດ. ຄວາມສ່ຽງສາມາດວັດແທກໄດ້ເຊັ່ນດຽວກັນ ໃນການເພີ້ມຂື້ນຂອງການໃຊ້້ຈ່າຍໃນການປິ່ນປົວ, ສູນເສຍລາຍຮັບຂອງຄອບຄົວ ແລະ ສັງຄົມ ລວມທັງຜະລິດຕະພັນອຸດສາຫະກຳ ແລະ ການຄ້າຫຼຸດລົງ ຊຶ່ງປະເມີນໄດ້ເປັນຫລາຍຕື້ໂດລາໃນແຕ່ລະປີ.

   ຜົນກະທົບອັນຮ້າຍແຮງຂອງການປົນເປື້ອນອາຫານ ສົມທົບກັບຜົນສະທ້ອນຂອງພະຍາດທີ່ ເກີດຂື້ນກັບຄົນ ໄດ້ສະແດງໃຫ້ເຫັນໃນບາງເຫດການເຊັ່ນ: ການລະບາດຂອງພະຍາດງົວບ້າ (bovine spongiform ຫຼື BSE) ທີ່ເກີດຂື້ນໃນປະເທດອັງກິດ, ແລະ ໃນມໍ່ໆນີ້ຢູ່ການາດາ, ສະຫະລັດ ແລະ ຢູ່ປະເທດຍີ່ປຸ່ນ.  ເນື່ອງຈາກປະເທດອັງກິດໄດ້ເກີດມີການເປັນພະຍາດ ດັ່ງກ່າວໃສ່ຄົນ ແລະ ເກີດມີການເສຍຊີວິດ ແລະ ອຸດສະຫະກຳຊີ້ນຂອງເຂົາໄດ້ຖືກ ເສັຍຫາຍ ແລະ ທຳລາຍ. ຍີ່ປຸ່ນເສຍລາຍໄດ້ຫລາຍໆລ້ານໂດລາ ຈາກອຸດສາຫະກຳຜະລິດຊີ້ນ. ພ້ອມກັນນັ້ນ, ຖ້າພະຍາດສັດອື່ນໆ ຫາກມີການພົວພັນຕໍ່ຄວາມສ່ຽງທີ່ມີຜົນກະທົບ ອັນຮ້າຍແຮງຕໍ່ຄົນ ເຊັ່ນ: ໄຂ້ຫວັດສັດປີກ (Avian Influenza) ກໍ່ໃຫ້ຖືວ່າເປັນພະຍາດທີ່ມາຈາກອາຫານ.

   ໃນພາກພື້ນເອເຊຍ-ປາຊີຟິກ, ປະເທດຈີນກໍຖືກກະທົບໃນການເກືອດຫ້າມ ການສົ່ງອອກຜະລິດຕະພັນອາຫານ ໄປຍັງບັນດາປະເທດຂອງສະຫະພາບຢູໂຣບ ເນື່ອງຈາກມີການຄົ້ນພົບ ສານເຄມີທີ່ບໍ່ປອດໄພຕົກຄ້າງ; ແລະ ບາງປະເທດເອເຊຍກໍກຳລັງມີຜົນກະທົບ ໃນການເກືອດຫ້າມການສົ່ງອອກກຸ້ງທະເລ ຍອ້ນສານຕົກຄ້າງຈາກຢາຕ້ານເຊື້ອທີ່ບໍ່ປອດໄພ ແລະ ການປົນເປື້ອນທາງດ້ານຈຸລິນຊີ; ເຊັ່ນດຽວກັນໄດ້ມີການຫ້າມ ການສົ່ງອອກຜະລິດຕະພັນນ້ຳສະອີວ ເນື່ອງຈາກມີການປົນເປື້ອນດ້ວຍສານເຄມີທີ່ບໍ່ປອດໄພ. ຂ້າງເທິງ

  1. ສະພາບຄວາມປອດໄພຂອງອາຫານຢູ່ ສປປ ລາວ

   ນັບແຕ່ປີ 1986 ລັດຖະບານ ສປປ ລາວ ໄດ້ດຳເນີນນະໂຍບາຍປ່ຽນແປງໃໝ່ ຕາມກົນໄກເສດຖະກິດການຕະຫລາດ, ສົ່ງເສີມການຜະລິດພາຍໃນໃຫ້ກາຍເປັນສິນຄ້າ ເພື່ອສົ່ງອອກ, ເປີດກ້ວາງການພົວພັນການຄ້າກັບຕ່າງປະເທດ. ການຄ້າພາຍໃນມີທ່າກ້າວຂະຫຍາຍຕົວ ແລະ ຈຳນວນສິນຄ້າປະເພດ ອາຫານຈຳນວນຫນຶ່ງ ໄດ້ມີການສົ່ງອອກສູ່ຕະຫລາດຕ່າງປະເທດຫລາຍຂື້ນ ຊື່ງເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂື້ນເທື່ອລະກ້າວ. ຄຽງຄູ່ກັນນັ້ນ, ລະບຽບການຄຸ້ມຄອງອາຫານນຳເຂົ້າ ແລະ ປະລິມານທີ່ຜະລິດຢູ່ພາຍໃນ ຍັງບໍ່ພຽງພໍ ຈຶ່ງເປັນຕົ້ນເຫດເຮັດໃຫ້ອາຫານທີ່ຈໍລະຈອນ ແຈກຢາຍໃນທ້ອງຕະຫລາດ ຍັງບໍ່ທັນຮັບປະກັນຄຸນນະພາບ ແລະ ຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ. 

   ໃນຊຸມປີທີ່ຜ່ານມາ, ລະບົບການຕິດຕາມ ແລະ ການເກັບຂໍ້ມູນການເປັນພະຍາດ ຈາກອາຫານຢູ່ ສປປ ລາວ ແມ່ນຍັງບໍ່ທັນເຂັ້ມແຂງ ແລະ ກະແຈກກະຈາຍ. ໃນປີ 2000, ໄດ້ມີພະຍາດຖອກທ້ອງຮຸນແຮງ ຊຶ່ງສະແດງເຖິງການຊຸກຊຸມຂອງພະຍາດ. ໃນປີ 2006, ມີການເຈັບເປັນທີ່ເກີດຈາກເຊື້ອ ຊີແກນລາເຟຼັກເນຣີ (shigella flexnerii) ຊຶ່ງຊີ້ໃຫ້ເຫັນເຖິງການສືບຕໍ່ຂອງການລະບາດ ພະຍາດທີ່ມາຈາກອາຫານ. ໃນປີ 2005, ໄດ້ມີການລາຍງານການເປັນພະຍາດຖອກທ້ອງ ເຖິງ 4693 ກໍລະນີ ແລະ ເສຍຊີວິດ 06 ກໍລະນີ.  ພະຍາດແມ່ນກາຝາກກໍ່ເປັນບັນຫາໃຫຍ່ ທາງດ້ານສາທາລະນະສຸກເຊັ່ນດຽວກັນເຊັ່ນ: ພະຍາດໃບໄມ້ໃນຕັບ ໂອປີຕອກກິດສ (Opisthorchis) ຊຶ່ງສົ່ງເຊື້ອດ້ວຍການບໍລິໂພກປາດິບທີ່ປົນເປື້ອນ. ໂດຍທົ່ວໄປໃນປະເທດທີ່ກຳລັງພັດທະນາ, ການເຈັບເປັນຈາກອາຫານເປັນພິດເຊັ່ນ ພະຍາດຖອກທ້ອງໄດ້ກໍ່ໃຫ້ເກີດອັດຕາການຕາຍ ແລະ ເຈັບເປັນໃນໝູ່ເດັກນ້ອຍທີ່ມີອາຍຸລຸ່ມຫ້າປີ. ບັນດາປະເທດທີ່ກຳລັງພັດທະນາດັ່ງກ່າວ ໄດ້ຮັບຄວາມເສຍຫາຍ ແລະ ການໃຊ້ຈ່າຍຢ່າງຫລວງຫຼາຍ ໃນການປິ່ນປົວພະຍາດທີ່ມາຈາກອາຫານເປັນພິດ.

   ການລາຍງານເອກະສານ ແລະ ການສຶກສາຄົ້ນຄ້ວາກ່ຽວກັບພະຍາດ ທີ່ເກີດຈາກອາຫານເປັນພິດແມ່ນຍັງຢູ່ໃນຂອບເຂດຈຳກັດ. ຄຽງຄູ່ກັນນັ້ນ, ການເຝົ້າລະວັງກ່ຽວກັບການປົນເປື້ອນຂອງອາຫານ ກໍ່ຍັງຢູ່ໃນຂອບເຂດຈຳກັດ ເຊັ່ນ: ການປົນເປື້ອນຂອງໂລຫະໜັກ, ຢາປາບສັດຕູພືດ, ຢາຂ້າຫຍ້າ, ເຊື້ອເຫັດ, ເຊື້ອລາ (Mycotoxin), ທາດເພີ້ມໃສ່ອາຫານທີ່ບໍ່ເໝາະສົມ ແລະ ບໍ່ປອດໄພ ແລະ ສານເຄມີຮັກສາອາຫານ ແລະ ອື່ນໆ.

   ການປ້ອງກັນການເຈັບເປັນຈາກອາຫານເປັນພິດ ແລະ ຜົນສະທ້ອນຂອງອາຫານທີ່ບໍ່ປອດໄພ ແມ່ນອົງປະກອບອັນໜຶ່ງທີ່ສຳຄັນໃນນະໂຍບາຍ ດ້ານສາທາລະນະສຸກຂອງລັດຖະບານ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ. ໃນທ້າຍປີ 1995 ສປປ ລາວ ໄດ້ເປັນສະມາຊິກກົດລະຫັດອາຫານສາກົນ ແລະ ໄດ້ສ້າງຕັ້ງຄະນະກຳມະການ ກົດລະຫັດອາຫານແຫ່ງຊາດຂຶ້ນ ໃນປີ 1998. ພ້ອມນັ້ນກົດຫມາຍວ່າດ້ວຍອາຫານ ແລະ ກົດຫມາຍອື່ນທີ່ພົວພັນເຖິງ ຄວາມປອດໄພຂອງອາຫານໄດ້ຖືກຮັບຮອງ ແລະ ປະກາດໃຊ້ໂດຍທ່ານປະທານປະເທດ. ບັນດາຂໍ້ກຳນົດ, ກົດລະບຽບ ແລະ ຄູ່ມືກ່ຽວກັບອາຫານທີ່ປະກາດໃຊ້ໃນເມື່ອກ່ອນ ກໍ່ໄດ້ຮັບການປັບປຸງຄືນໃຫມ່ ແລະ ຂໍ້ຕົກລົງ ແລະ ມາດຕະຖານອາຫານທີ່ຈຳເປັນຈຳນວນຫນຶ່ງ ກໍ່ໄດ້ສ້າງຂື້ນເພື່ອໃຫ້ສອດຄອ່ງກັບກົດຫມາຍ ແລະ ມາດຕະຖານຂອງ ກົດລະຫັດອາຫານສາກົນ.  

   ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກໃນ ສປປ ລາວ ແລະ ເພື່ອສົ່ງເສີມການຄ້າທີ່ຍຸຕິທຳທີ່ພົວພັນເຖິງ ຄວາມປອດໄພຂອງອາຫານ, ກະຊວງສາທາລະນະສຸກໄດ້ເປັນເຈົ້າການ ໃນການພັດທະນານະໂຍບາຍແຫ່ງຊາດ ແລະ ແຜນງານກ່ຽວກັບຄວາມປອດໄພຂອງອາຫານ ຊຶ່ງຮຽກຮ້ອງການປະສານງານ, ປະກອບສ່ວນ ແລະ ຮັບຜິດຊອບຮ່ວມກັນ ຂອງບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ປະຊາຊົນ ທີ່ມີສ່ວນຮ່ວມໃນຂະບວນການຜະລິດອາຫານ ຈາກບ່ອນປູກລ້ຽງໄປສູ່ການບໍລິໂພກ ແນໃສ່ການຮັບປະກັນວຽກງານ ຄຸ້ມຄອງຄວາມປອດໄພຂອງອາຫານ. ຂ້າງເທິງ

  1. ຄວາມຈຳເປັນທີ່ຕ້ອງສ້າງນະໂຍບາຍ ຄວາມປອດໄພຂອງອາຫານ

   ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ໄດ້ມີການພົວພັນເຖິງຫລາຍພາກສ່ວນເຊັ່ນ: ຂະແຫນງສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການຄ້າ, ການເງິນ, ຖະແຫຼງຂ່າວ ແລະ ວັດທະນະທຳ, ສຶກສາ, ປ້ອງກັນຄວາມສະຫງົບ, ອົງການວິທະຍາສາດ ເຕັກໂນໂລຊີ ອົງການນ້ຳ ແລະ ສິ່ງແວດລ້ອມ ແລະ ຂະແຫນງການອື່ນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນຊື່ງມີສ່ວນຕິດພັນກັບຂະບວນການຜະລິດ, ສະຫນອງ ແລະ ຄຸ້ມຄອງອາຫານ ແນໃສ່ເພື່ອປົກປ້ອງຄວາມປອດໄພ ແລະ ສຸຂະພາບຂອງຜູ້ບໍລິໂພກ.

   ການພັດທະນາທີ່ຍືນຍົງຂອງຂົງເຂດວຽກງານອາຫານ ແມ່ນອີງໃສ່ແຜນງານທີ່ມີປະສິດທິຜົນ ກ່ຽວກັບຄວາມປອດໄພຂອງອາຫານ ເພື່ອປ້ອງກັນອັນຕະລາຍຕໍ່ສຸຂະພາບ ແລະ ສະກັດກັ້ນສິ່ງຕົວະຍົວະຫລອກລວງຜູ້ບໍລິໂພກ, ພ້ອມທັງນຳໃຊ້ວິທະຍາສາດເຕັກໂນໂລຊີ ໂດຍສະເພາະ ເລັ່ງໃສ່ການຜະລິດກະສິກຳ ໂດຍເອົາໃຈໃສ່ຄວບຄຸມການປົນເປື້ອນທີ່ອາດເກີດຂື້ນ.

   ການຄ້າອາຫານໂລກ ລວມທັງການຈັດຕັ້ງປະຕິບັດຂໍ້ຕົກລົງທາງດ້ານການຄ້າ ໃນພາກພື້ນ ແລະ ສາກົນ ຈະເຮັດໃຫ້ຕະຫລາດການຄ້າດ້ານອາຫານໄຫຼເຂົ້າສູ່ ສປປ ລາວ. ພ້ອມດຽວກັນນັ້ນ, ການກຳນົດທາງດ້ານສຸຂະອະນາໄມພືດ ແລະ ສັດ (SPS) ແລະ ສິ່ງກີດກັ້ນທາງດ້ານເຕັກນິກການຄ້າ (TBT) ຂອງອົງການການຄ້າໂລກ (WTO) ໄດ້ສ້າງຂໍ້ບັງຄັບໃຫ້ມີຄວາມປອດໄພ ໃນການຄ້າອາຫານສາກົນ, ແນໃສ່ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງບັນດາປະເທດສະມາຊິກ. ການກຳນົດລະດັບຄວາມຮຸນແຮງຂອງຄວາມສ່ຽງ ແລະ ປະໂຫຍດຂອງການປ່ຽນແປງດັ່ງກ່າວ ແມ່ນມີຄວາມສຳຄັນ ເພື່ອປົກປ້ອງຜົນກະທົບຕໍ່ສຸຂະພາບຂອງຄົນ ແລະ ຜົນສະທ້ອນທາງດ້ານເສດຖະກິດ.

   ດັ່ງນັ້ນ, ບັນຫາ ແລະ ສິ່ງທ້າທາຍດັ່ງກ່າວນີ້ໄດ້ນຳໄປສູ່ຄວາມຈຳເປັນ ຕ້ອງໄດ້ມີນະໂຍບາຍ ເຊື່ອມສານດ້ານຄວາມປອດໄພຂອງອາຫານ. ຂ້າງເທິງ

ພາກທີ II
ຄວາມໝາຍຂອງຄຳສັບ, ຂອບເຂດ ແລະ ຈຸດປະສົງ

1. ຄວາມໝາຍຂອງຄໍາສັບ

  • ຄວາມປອດໄພຂອງອາຫານ ໝາຍເຖິງອາຫານທີ່ປາສະຈາກການປົນເປື້ອນ ຂອງເຊື້ອພະຍາດ, ສານເຄມີເປັນພິດ ຫລື ວັດຖຸເຈືອປົນທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂອງຜູ້ບໍລິໂພກ.
  • ທາດບຳລຸງ, ຫລໍ່ລ້ຽງ ໝາຍເຖິງສ່ວນປະກອບ ຫລື ສານທີ່ມີຢູ່ໃນອາຫານ ຊຶ່ງເປັນປະໂຫຍດຕໍ່ຮ່າງກາຍ.
  • ສິ່ງທີ່ເປັນອັນຕະລາຍໃນອາຫານ ແມ່ນສານເຄມີເປັນພິດ ແລະ ວັດຖຸອື່ນໆ ລວມທັງເຊື້ອພະຍາດຊຶ່ງເປັນສາເຫດ ທີ່ພາໃຫ້ເກີດຜົນຮ້າຍຕໍ່ສຸຂະພາບ.
  • ສຸຂານາໄມພືດ ແລະ ສັດ (Sanitary and Phytosanitary) ໝາຍເຖິງການເຮັດໃຫ້ພືດ ແລະ ສັດ ແລະ ຜະລິດຕະພັນພືດ ແລະ ສັດມີຄວາມສະອາດ, ປອດໄພຈາກສັດຕູພືດ ແລະ ພະຍາດສັດ.
  • ການສ້າງສິ່ງກີດຂວາງທີ່ບໍ່ຈຳເປັນທາງດ້ານການຄ້າ (Technical Barrier to Trade) ໝາຍເຖິງການນຳໃຊ້ ທຸກມາດຕະການ ໂດຍບໍ່ອີງໃສ່ຫຼັກການ ແລະ ພື້ນຖານວິທະຍາສາດມາເປັນຂໍ້ອ້າງ ເພື່ອສ້າງສິ່ງກີດຂວາງແກ່ກິດຈະການການຄ້າ. ຂ້າງເທິງ

2. ຂອບເຂດນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ

   ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ແມ່ນກວມເອົາທັງຫມົດຕ່ອງໂສ້ຂອງອາຫານ, ຕັ້ງແຕ່ການປູກລ້ຽງຈົນເຖິງຜູ້ບໍລິໂພກ, ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ໂດຍການປະສານງານ ແລະ ຮ່ວມມື ຈາກຫລາຍອົງການຈັດຕັ້ງ ແລະ ຂະແຫນງການທີ່ກ່ຽວຂ້ອງ ລວມທັງກະຊວງຕ່າງໆຂອງພາກລັດ, ອຸດສາຫະກຳອາຫານທີ່ກ່ຽວຂ້ອງ, ຊຸມຊົນທາງດ້ານຄຸນນະວຸດທິ ແລະ ວິທະຍາສາດ, ຜູ້ບໍລິໂພກ ແລະອື່ນໆ. ຂ້າງເທິງ

3. ຈຸດປະສົງຂອງນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ

   ຈຸດປະສົງຂອງນະໂຍບາຍແຫ່ງຊາດ ດ້ານຄວາມປອດໄພຂອງອາຫານ ແມ່ນແນໃສ່ປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃຫ້ດີຂື້ນ, ໂດຍການຮັບປະກັນໃຫ້ປະຊາຊົນ ໄດ້ບໍລິໂພກອາຫານທີ່ປອດໄພ, ມີອະນາໄມ ແລະ ມີທາດບຳລຸງຫຼໍ່ລ້ຽງ ຊຶ່ງແນໃສ່ເພື່ອຫລຸດຜ່ອນການເຈັບເປັນ ແລະ ການຕາຍຈາກພະຍາດທີ່ເກີດຈາກອາຫານທີ່ເປັນພິດ ພ້ອມທັງສົ່ງເສີມການຜະລິດ ແລະ ການຄ້າອາຫານທີ່ປອດໄພ, ທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ພາກທີ III
ອົງປະກອບ
ຂອງນະໂຍບາຍ ແລະ ຍຸດທະສາດ

I. ອົງປະກອບຂອງນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ

  1. ນະໂຍບາຍຄວາມປອດໄພອາຫານ ຕ້ອງຖືກຈັດຕັ້ງປະຕິບັດ ໂດຍຜ່ານການນຳໃຊ້ກົດຫມາຍ, ຂໍ້ກຳນົດ ແລະ ມາດຕະຖານຕ່າງໆທີ່ເຫມາະສົມ ຕັ້ງແຕ່ບ່ອນປູກລ້ຽງຈົນເຖິງຜູ້ບໍລິໂພກ.
  2. ນຳໃຊ້ການວິເຄາະຄວາມສ່ຽງ ເພື່ອດຳເນີນການປະເມີນບົນພື້ນຖານວິທະຍາສາດ ແລະ ເພື່ອບັນລຸໄດ້ການສອບສວນ, ຄວາມຖືກຕ້ອງໃນການແກ້ໄຂບັນຫາ ຄວາມປອດໄພຂອງອາຫານ.
  3. ຄວບຄຸມຄວາມປອດໄພຂອງອາຫານ ດ້ວຍທິດທາງຕ່ອງໂສ້ຂອງອາຫານແບບເຊື່ອມສານ ຈາກບ່ອນປູກລ້ຽງໄປເຖິງການບໍລິໂພກ ຊຶ່ງປະກອບດ້ວຍກິດຈະກຳຕົ້ນຕໍເຊັ່ນ: ການຄ້ຳປະກັນສະບຽງອາຫານ, ການຜະລິດອາຫານ, ການປຸງແຕ່ງອາຫານ, ການຈໍລະຈອນແຈກຢາຍອາຫານ, ການປະກອບສ່ວນຂອງຜູ້ບໍລິໂພກ, ລະບົບທວນຄືນ, ການຕອບໂຕ້ຢ່າງທັນການ.
  4. ຮັບປະກັນຄວາມຮູ້, ຄວາມສາມາດຂອງພະນັກງານຄຸ້ມຄອງ, ເຈົ້າຫນ້າທີ່ກວດກາ ແລະ ພະນັກງານວິໃຈອາຫານໃຫ້ມີການປັບປຸງ ແລະ ເຂັ້ມແຂງ, ມີປະລິມານ ແລະ ຄຸນນະພາບຢ່າງພຽງພໍ.
  5. ສົ່ງເສີມການປະສານງານ ແລະ ຮ່ວມມືໃນລະດັບຊາດ ຕະຫລອດທຸກກະຊວງ ແລະ ຄະນະກຳມະການທີ່ມີສ່ວນຮ່ວມໃນຄຸນນະພາບ ແລະ ຄວາມປອດໄພຂອງອາຫານເຊັ່ນ ລະຫວ່າງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ, ຄະນະກຳມະການກົດລະຫັດອາຫານລາວ ແລະ ຂະແຫນງການອື່ນໆທີ່ກ່ຽວຂ້ອງ (ທັງພາກລັດ ແລະ ເອກະຊົນ). 
  6. ສ້າງຄວາມເຂັ້ມແຂງທາງດ້ານຂໍ້ມູນຂ່າວສານ ລວມທັງກິດຈະກຳກວດກາ ແລະ ເຝົ້າລະວັງ ແລະ ວິໃຈຂໍ້ມູນ ສຳລັບການດຳເນີນການຕັດສິນຂອງການຄຸ້ມຄອງ ຄວາມສ່ຽງພ້ອມທັງກິດຈະກຳການຄົ້ນຄ້ວາ ວິທະຍາສາດ.
  7. ຊຸກຍູ້ ແລະ ສົ່ງເສີມການຄ້າທາງດ້ານອາຫານ ໃຫ້ມີຄວາມປອດໄພຕາມກົດລະຫັດອາຫານສາກົນ ແລະ ຂໍ້ຕົກລົງອື່ນໆທີ່ພົວພັນເຖິງຄວາມປອດໄພຂອງອາຫານເຊັ່ນ: ຂໍ້ຕົກລົງອາຊຽນ ແລະ ອົງການການຄ້າໂລກ (ສຸຂານາໄມພືດ ແລະ ສັດ (SPS), ການສ້າງສິ່ງກີດຂວາງທີ່ບໍ່ຈຳເປັນທາງດ້ານການຄ້າ (TBT).
  8. ສົ່ງເສີມການຮ່ວມມື ແລະ ຍາດແຍ່ງການຊ່ວຍເຫລືອກັບສາກົນ ໃນການພັດທະນາ ວຽກງານຄວາມປອດໄພຂອງອາຫານ. ຂ້າງເທິງ

II.  ຍຸດທະສາດໃນການຈັດຕັ້ງປະຕິບັດ

  1. ຮັບປະກັນຄວາມປອດໄພຂອງສະບຽງອາຫານໃນການຜະລິດເບື້ອງຕົ້ນ

ກ.) ສົ່ງເສີມການຜະລິດກະສິກຳແບບຊີວະອີນຊີ, ຜະລິດກະສີກຳຖືກຕ້ອງຕາມຫຼັກການຜະລິດທີ່ດີ (ກະສີກຳສະອາດ), ປາສະຈາກການໃຊ້ສານເຄມີ ແລະ ສານພິດ, ຫຼຸດຜ່ອນການເກີດ ແລະ ການແຜ່ຂະຫຍາຍຂອງເຊື້ອພະຍາດ.

ຂ.) ສ້າງບັນທັດຖານ ແລະ ລະບົບຕິດຕາມຄວາມປອດໄພຂອງວັດຖຸດິບທີ່ເປັນອາຫານ.

ຄ.) ສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ຊາວກະສີກອນ ແລະ ຜູ້ຜະລິດສະບຽງອາຫານອື່ນໆ ກ່ຽວກັບວິທີການຜະລິດສະອາດ, ການເກັບກ່ຽວ, ການລ່າ/ການຈັບ, ສາງເກັບມ້ຽນ ແລະ ການຂົນສົ່ງ.

  1. ນິຕິກຳ.

ກ.) ກຳນົດຢ່າງຈະແຈ້ງພາລະບົດບາດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງອົງການຄຸ້ມຄອງ ທີ່ກ່ຽວຂ້ອງຂອງລັດດ້ານຄວາມປອດໄພຂອງອາຫານ ແລະ ກົນໄກສຳລັບການປະຕິບັດງານລະຫວ່າງ ອົງການດັ່ງກ່າວ.

ຂ.) ເຜີຍແຜ່, ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈນະໂຍບາຍ, ກົດຫມາຍ ແລະ ບັນດາຂໍ້ກຳນົດ, ກົດລະບຽບ ແລະ ມາດຕະຖານກ່ຽວກັບອາຫານໃຫ້ພະນັກງານຄຸ້ມຄອງ, ກວດກາ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ ສູນກາງຮອດທ້ອງຖິ່ນ (ລວມທັງຜູ້ຜະລິດ ແລະ ຜູ້ບໍລິໂພກ) ເພື່ອຊຸກຍູ້ການຈັດຕັ້ງປະຕິບັດກົດຫມາຍ, ຂໍ້ກຳນົດ ແລະ ມາດຕະຖານ ແລະ ເພື່ອບັງຄັບໃຊ້ໃນແຕ່ລະຂັ້ນຕອນ ຂອງການຜະລິດ-ທຸລະກິດອາຫານ.

ຄ.) ສ້າງຕົວຊີ້ວັດ, ຕິດຕາມກວດກາ ແລະ ປະເມີນຜົນກິດຈະກຳ ໃນການຈັດຕັ້ງປະຕິບັດລະບຽບກົດຫມາຍ ພ້ອມທັງປັບປຸງໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ.

ງ.) ທົບທວນ ແລະ ປັບປຸງຄືນກົດຫມາຍ ແລະ ຂໍ້ກຳນົດທີ່ມີຢູ່ (ກົດຫມາຍ, ຂໍ້ກຳນົດ ແລະ ມາດຕະຖານ) ແລະ ສ້າງຂໍ້ກຳນົດໃຫມ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະຂອງ ສປປ ລາວ ແລະ ການຕົກລົງຂອງສາກົນເຊັ່ນ: ກົດລະຫັດອາຫານສາກົນ.

  1. ການວິເຄາະຄວາມສ່ຽງ

ກ.) ລິເລີ້ມຝຶກອົບຮົມໃນການວິເຄາະຄວາມສ່ຽງ ແນໃສ່ເພື່ອສ້າງທິດທາງການວິເຄາະຄວາມສ່ຽງແຫ່ງຊາດ ເພື່ອກຳນົດບຸລິມະສິດຄວາມປອດໄພຂອງອາຫານ ແລະ ເພື່ອກຳນົດບັນຫາຄວາມປອດໄພຂອງອາຫານ.

ຂ.) ສ້າງລະບົບການຕິດຕາມ ແລະ ກວດກາຄວາມປອດໄພຂອງອາຫານ, ລວມທັງມາດຕະຖານຊຶ່ງນຳໃຊ້ການວິເຄາະຄວາມສ່ຽງ ເພື່ອສະຫນັບສະຫນູນຄວາມເຂົ້າໃຈ ໃນການປະເມີນທາງດ້ານວິທະຍາສາດ, ການປະກອບສ່ວນຢ່າງກ້ວາງຂວາງ ຂອງຜູ້ຮັບຜິດຊອບທີ່ກ່ຽວຂ້ອງ, ຄວາມໂປ່ງໃສຂອງກຳມະວິທີ, ການບຳບັດທີ່ຖືກຕ້ອງຂອງສິ່ງທີ່ເປັນອັນຕະລາຍ ທີ່ແຕກຕ່າງກັນ ແລະ ການດຳເນີນການຕັດສີນເປັນລະບົບໂດຍຜູ້ຄຸ້ມຄອງຄວາມສ່ຽງ.

ຄ.) ນຳໃຊ້ການວິເຄາະຄວາມສ່ຽງເພື່ອເຊື່ອມຕໍ່ເຫດການ ຂອງສິ່ງທີ່ເປັນອັນຕະລາຍ ພ້ອມກັບຄວາມສ່ຽງຕົວຈິງຕໍ່ສຸຂະພາບຂອງຄົນ.

  1. ທິດທາງຂອງຕ່ອງໂສ້ຂອງອາຫານແບບເຊື່ອມສານ

ກ.) ເພີ່ມປະສິດທິຜົນຂອງຄະນະກຳມະການປະສານງານເຊັ່ນ: ຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາ ແລະ ຄະນະກົດລະຫັດອາຫານແຫ່ງຊາດ ເພື່ອຮັບປະກັນເຖິງການເອົາໃຈໃສ່ຕິດຕາມຢ່າງຕໍ່ເນື່ອງ ແລະ ເພື່ອຫຼຸດຜ່ອນຊ່ອງຫວ່າງໃນບັນດາຄວາມຮັບຜິດຊອບ ແລະ ການອອກອະນຸຍາດ.

ຂ.) ບັງຄັບໃຊ້ກົດຫມາຍ, ຂໍ້ກຳນົດ ແລະ ມາດຕະຖານ ໃນແຕ່ລະຂັ້ນຕອນຂອງຕ່ອງໂສ້ການຜະລິດອາຫານ.

ຄ.) ສ້າງຕັ້ງເຄືອຂ່າຍທາງດ້ານເຕັກນິກ ແລະ ຂໍ້ມູນຢູ່ລະດັບທ້ອງຖິ່ນ ແລະ ສູນກາງພາຍໃນປະເທດ ແລະ ຢູ່ລະດັບສາກົນ.

ງ.) ສຶກສາ ແລະ ຝຶກອົບຮົມຜູ້ຜະລິດເບື້ອງຕົ້ນ, ຜູ້ປຸງແຕ່ງ, ຜູ້ດຳເນີນການຈໍລະຈອນແຈກຢາຍ ແລະ ຜູ້ບໍລິໂພກກ່ຽວກັບການຄວບຄຸມອາຫານ ແລະ ບັນຫາທາງດ້ານຄວາມປອດໄພຂອງອາຫານ.

ຈ.) ເກັບກຳຂໍ້ມູນຈາກທຸກຂັ້ນຕອນໃນຕ່ອງໂສ້ຂອງອາຫານ ເພື່ອສະຫນອງຫຼັກການ ສຳລັບການກຳນົດທິດທາງ ການປະເມີນຄວາມສ່ຽງ ຕໍ່ຄວາມປອດໄພຂອງອາຫານຢ່າງມີປະສິດທິຜົນ.

  1. ຄວາມສາມາດຂອງບຸກຄະລາກອນ

ກ.) ພັດທະນາບຸກຄະລາກອນທາງດ້ານການຄຸ້ມຄອງ ແລະ ກວດກາອາຫານ ໂດຍການຝຶກອົບຮົມພາຍໃນ ແລະ ຕ່າງປະເທດທັງໄລຍະສັ້ນ ແລະ ໄລຍະຍາວ;

ຂ.) ຝຶກອົບຮົມພະນັກງານຄຸ້ມຄອງ ແລະ ກວດກາອາຫານ ກ່ຽວກັບລະບົບຮັບປະກັນຄຸນນະພາບ (ຫລັກການກະສີກຳທີ່ດີ (GAP), ຫລັກການການອະນາໄມທີ່ດີ (GHP), ຫລັກການການຜະລິດທີ່ດີ (GMP), ແລະ ລະບົບການວິເຄາະສິ່ງທີ່ເປັນອັນຕະລາຍ ແລະ ຈຸດທີ່ຈະຕ້ອງຄວບຄຸມ (HACCP)) ເພື່ອຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ກ່ຽວກັບທຸລະກິດຜະລິດອາຫານ ໃນການຈັດຕັ້ງປະຕິບັດລະບົບ ການປ້ອງກັນຄວາມປອດໄພຂອງອາຫານ.

  1. ການຮ່ວມມື ແລະ ສ້າງຄວາມເຂັ້ມແຂງທາງດ້ານຄວາມປອດໄພຂອງອາຫານ

ກ.) ເສີມຂະຫຍາຍພາລະບົດບາດ ແລະ ສ້າງຄວາມເຂັ້ມແຂງຂອງຄະນະຄຸ້ມຄອງອາຫານ ແລະ ຢາ ແລະ ກົດລະຫັດອາຫານລາວ.

ຂ.) ສ້າງຄວາມສາມາດວິເຄາະວິໃຈຢູ່ລະດັບສູນກາງ, ປັບປຸງຄວາມຮູ້ ແລະ ຂີດຄວາມສາມາດໃນການວິໃຈອາຫານ, ຫ້ອງທົດລອງໃຫ້ໄດ້ມາດຕະຖານສາກົນ, ມີເຄື່ອງມື ແລະ ທາດເຄມີທົດລອງຢ່າງເໝາະສົມ ຈາກນັ້ນຂະຫຍາຍເຄືອຂ່າຍຫ້ອງວິເຄາະຢູ່ບາງແຂວງ ທີ່ມີເງື່ອນໄຂ ແລະ ຈຳເປັນ ເພື່ອສັງລວມຂໍ້ມູນທີ່ຕ້ອງການ ສຳລັບການປະເມີນຄວາມສ່ຽງ ແລະ ເພື່ອກຳນົດບຸລິມະສິດກິດຈະກຳຄວາມປອດໄພຂອງອາຫານ ແລະ ສິ່ງທີ່ເປັນອັນຕະລາຍໃນອາຫານ.

  1. ການເກັບກຳຂໍ້ມູນແລະການຄົ້ນຄ້ວາວິທະຍາສາດ

ກ.) ສ້າງລະບົບສັງລວມຂໍ້ມູນກ່ຽວກັບພະຍາດທີ່ເກີດຈາກອາຫານ ແລະ ການປົນເປື້ອນຂອງອາຫານ ເພື່ອສະຫນອງຂໍ້ມູນ ສຳລັບການຄຸ້ມຄອງທີ່ດີບົນພື້ນຖານຄວາມສ່ຽງ ຂອງແຜນງານຄວາມປອດໄພຂອງອາຫານແຫ່ງຊາດ.

ຂ.) ລິເລີ້ມການສຶກສາຄົ້ນຄ້ວາກ່ຽວກັບການກຳນົດບຸລິມະສິດ ສິ່ງທີ່ເປັນອັນຕະລາຍ, ລວມທັງອັນຕະລາຍທາງດ້ານຈຸລິນຊີ ແລະ ເຄມີ.

ຄ.)  ຈັດຕັ້ງປະຕິບັດຕິດຕາມ ແລະ ເຝົ້າລະວັງບຸລິມະສິດຂອງສິ່ງທີ່ເປັນອັນຕະລາຍ ແລະ ຄວາມສ່ຽງທີ່ ພົວພັນກັບອາຫານ.

ງ.) ດຳເນີນການສຶກສາສະເພາະຢູ່ລະດັບທ້ອງຖິ່ນ ແລະ ສູນກາງ ເພື່ອສ້າງແຫຼ່ງຂໍ້ມູນທີ່ຕ້ອງການ, ແນໃສ່ເພື່ອບັນລຸໄດ້ກິດຈະກຳການວິເຄາະຄວາມສ່ຽງ, ໂດຍສະເພາະສະຫນັບສະຫນູນ ໃນພາວະສຸກເສີນທາງດ້ານສາທາລະນະສຸກ.

ຈ.) ສ້າງສາຍສຳພັນອັນເຂັ້ມແຂງລະຫວ່າງລັດຖະບານ ແລະ ຜູ້ຊົງຄຸນນະວຸດທິທາງດ້ານວິທະຍາສາດ ແລະ ສະຖາບັນ ເພື່ອສົ່ງເສີມກຳລັງແຮງຄວາມປອດໄພຂອງອາຫານ ພາຍໃນ ແລະ ສາກົນ.

ສ.) ສ້າງສາຍພົວພັນຢ່າງຈະແຈ້ງກັບຂະແຫນງການວິທະຍາສາດ ເພື່ອເພີ້ມທະວີວຽກງານແບ່ງປັນຄວາມຮັບຜິດຊອບ ແລະ ກິດຈະກຳປະສານງານ ແລະ ເພື່ອປ້ອງກັນການ ຊ້ຳຊ້ອນກັນຂອງກຳລັງແຮງ ແລະ ແຫຼ່ງຊັບພະຍາກອນທີ່ຈຳກັດ.

ຊ.) ສົ່ງເສີມການຮ່ວມມືໃນການຄົ້ນຄ້ວາ ແລະ ການພົວພັນຢູ່ລະດັບພາກພື້ນ ແລະ ປະສານງານຮ່ວມກັນຖ້າເປັນໄປໄດ້.

  1. ມາດຕະຖານສາກົນ, ການຄ້າ ແລະ ການຮ່ວມມື

ກ.) ເຜີຍແຜ່ ແລະ ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານຄຸ້ມຄອງ ແລະ ກວດກາອາຫານກ່ຽວກັບ ມາດຕະຖານ ແລະ ຂໍ້ກຳນົດຂອງສາກົນທີ່ພົວພັນເຖິງ ຄວາມປອດໄພຂອງອາຫານ (ເຊັ່ນ: ອາຊຽນ (ASEAN), ຄະນະກຳມະການກົດລະຫັດອາຫານ (Codex Alimentarius), ອົງການການຄ້າໂລກ (WTO (SPS, TBT)), ສົນທິສັນຍາປ້ອງກັນພືດສາກົນ (International Plant Protection Convention (IPPC)), ອົງການພະຍຸສັດສາກົນ (Word Organization for Animal Health (OIE))...)

ຂ.) ສ້າງເຄືອຂ່າຍທາງດ້ານຂໍ້ມູນຂ່າວສານ ແລະ ພົວພັນຮ່ວມມືທາງດ້ານເຕັກນິກ ທັງພາຍໃນ ແລະ ສາກົນ ເພື່ອໃຫ້ມີຂໍ້ມູນຄວາມປອດໄພຂອງອາຫານຢ່າງພຽງພໍ ແລະ ທັນການ.

ຄ.) ເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ເພື່ອຊຸກຍູ້ສົ່ງເສີມໂຄງການຄວາມປອດໄພຂອງອາຫານ.

  1. ການຮ່ວມມືກັບສາກົນ

   ສ້າງທິດທາງລະດັບຊາດເພື່ອປະສານງານ ກັບກິດຈະກຳຂອງຜູ້ໃຫ້ການບໍລິຈາກ ແລະ ການສະຫນັບສະຫນູນຂອງສາກົນ, ສະຫນອງຄູ່ມືໃຫ້ຜູ້ບໍລິຈາກ ເພື່ອເພີ້ມປະສິດທິຜົນຂອງໂຄງການ ແລະ ເພື່ອປ້ອງກັນການຊ້ຳຊ້ອນກັນທີ່ບໍ່ເຫມາະສົມ ຫລື ຊ່ອງຫວ່າງ ເພື່ອບັນລຸໄດ້ຄວາມປອດໄພຂອງອາຫານ.

  1. ການປະກອບສ່ວນຂອງຜູ້ບໍລິໂພກ

   ໂຄສະນາເຜີຍແຜ່ຂໍ້ມູນ ແລະ ຄວາມຮູ້ດ້ານຄວາມປອດໄພຂອງອາຫານ ໃຫ້ແກ່ຜູ້ບໍລິໂພກ ແລະ ສ້າງຕັ້ງສະມາຄົມປົກປ້ອງຜູ້ບໍລິໂພກ ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ການປະກອບສ່ວນຂອງຜູ້ບໍລິໂພກ ຕໍ່ຄວາມ ປອດໄພຂອງອາຫານ. ຂ້າງເທິງ

ພາກທີ IV
ການຄຸ້ມຄອງ ແລະ ການປະສານງານ

  1. ການຮ່ວມມື ແລະ ປະສານງານ

   ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ໂດຍການເປັນປະທານຂອງທ່ານລັດຖະມົນຕີວ່າການ ຫຼື ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ປະກອບດ້ວຍຜູ້ຕາງຫນ້າຈາກຫລາຍກະຊວງ ທີ່ກ່ຽວຂ້ອງເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ກະຊວງສຶກສາທິການ, ອົງການວິທະຍາສາດ ແລະ ເຕັກໂນໂລຢີ, ອົງການແຫຼ່ງນ້ຳ ແລະ ສິ່ງແວດລ້ອມ ແລະ ຂະແຫນງການອື່ນໆທີ່ກ່ຽວຂ້ອງ. ຫນ້າທີ່ຮັບຜິດຊອບສະເພາະສຳລັບແຕ່ລະກະຊວງ ແມ່ນມີ ລາຍລະອຽດໃນເອກະສານຫນຶ່ງຕ່າງຫາກ (ເອກະສານຄັດຕິດກ່ຽວກັບຄວາມຮັບຜິດຊອບ ລະຫວ່າງກະຊວງຕ່າງໆ ສຳລັບລະບົບຄວາມປອດໄພຂອງອາຫານແຫ່ງຊາດ).

   ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາມີພາລະບົດບາດໃຫ້ຄຳປຶກສາ ໃນການຕົກລົງບັນຫາທີ່ສຳຄັນລະດັບຊາດ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳຫນ່າຍ ລວມທັງການບໍລິການຢູ່ພາຍໃນປະເທດ ເພື່ອປົກປ້ອງສິດຜົນປະໂຫຍດ, ຮັບປະກັນສຸຂະພາບ ແລະ ຊິວິດຂອງຜູ້ບໍລິໂພກອາຫານ ແລະ ຢາ. ຂ້າງເທິງ

  1. ກົນໄກການປະສານງານ
  • ເພື່ອບັນລຸໄດ້ຈຸດປະສົງຂອງນະໂຍບາຍແຫ່ງຊາດດັ່ງກ່າວ, ແຕ່ລະການຈັດຕັ້ງທີ່ກ່ຽວຂ້ອງ ຕາມທີ່ໄດ້ກ່າວໄວ້ ມີຫນ້າທີ່ປະຕິບັດຕາມໜ້າທີ່ຂອງຕົນທີ່ໄດ້ກຳນົດໄວ້ ແລະ ຈັດຕັ້ງປະຕິບັດແຜນງານ, ແຜນການ ແລະ ໂຄງການລະອຽດ ໂດຍອີງຕາມແຜນປະຕິບັດງານຂອງນະໂຍບາຍແຫ່ງຊາດ ດ້ານຄວາມປອດໄພຂອງອາຫານຊຶ່ງຈະໄດ້ສ້າງ ແລະ ພັດທະນາໃນແຕ່ລະໄລຍະ.
  • ກະຊວງສາທາລະນະສຸກເປັນເຈົ້າການ ໃນການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງສາຍຕັ້ງ ແລະ ສາຍຂວາງ, ຈັດປະຊຸມປຶກສາຫາລືເພື່ອທົບທວນຄືນຜົນສຳເລັດ ແລະ ຄວາມຄືບໜ້າ ພາຍໃຕ້ ແຜນປະຕິບັດງານຂອງນະໂຍບາຍແຫ່ງຊາດ ດ້ານຄວາມປອດໄພຂອງອາຫານ ແລະ ວາງແຜນກິດຈະກຳຕາມຄວາມເໝາະສົມ ໃນແຕ່ລະໄລຍະເວລາສະເພາະເຊັ່ນ: ປະຈຳໄຕມາດ, ຫົກເດືອນ, ປີ, ແລ້ວແຈ້ງຕອບກັບໃຫ້ແຕ່ລະພາກສ່ວນ ເພື່ອປັບປຸງ ແລະ ຈັດຕັ້ງປະຕິບັດໃນຄັ້ງຕໍ່ໄປ.
  • ພະແນກສາທາລະນະສຸກແຂວງ, ນະຄອນຫຼວງຕ້ອງໄດ້ທົບທວນຄືນ, ລາຍງານຄວາມຄືບໜ້າ ແລະ ຜົນສຳເລັດຕໍ່ກະຊວງສາທາລະນະສຸກເປັນປະຈຳ ໃນແຕ່ລະໄລຍະ.
  • ກົນໄກການປະສານງານກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ທັງສາຍຕັ້ງ ແລະ ສາຍຂວາງ ຄວນໄດ້ທວນຄືນ ແລະ ປັບປຸງໃຫ້ເຂັ້ມແຂງໃນແຕ່ລະລະດັບ, ດ້ວຍການປະຊຸມສຳມະນາ, ຝຶກອົບຮົມ ແລະ ສະໜອງ ອຸປະກອນທີ່ຈຳເປັນແລະອື່ນໆທີ່ກ່ຽວຂ້ອງ. ຂ້າງເທິງ
  1. ການຈັດຕັ້ງປະຕິບັດແຜນງານ

   ໄລຍະທີ 1 (2009-2010): ແຜນປະຕິບັດງານຂອງນະໂຍບາຍແຫ່ງຊາດ ດ້ານຄວາມປອດໄພຂອງອາຫານ ຈະສະຫນອງຄູ່ມືທີ່ຈຳເປັນ ເພື່ອຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ດ້ານຄວາມປອດໄພຂອງອາຫານ.  ການສ້າງຄູ່ມືດັ່ງກ່າວແມ່ນອີງໃສ່ ອົງປະກອບທີ່ຈຳເປັນພື້ນຖານ ແລະ ຍຸດທະສາດຂອງນະໂຍບາຍ ໂດຍ ກຸ່ມວິຊາການທາງດ້ານຄວາມປອດໄພຂອງອາຫານ ຮ່ວມກັບທຸກຂົງເຂດທີ່ກ່ຽວຂ້ອງກັບຄວາມປອດໄພຂອງອາຫານ. 

   ສຳລັບແຜນປະຕິບັດງານ ແມ່ນກວມເອົາບັນດາກິດຈະກຳສະເພາະ, ຄວາມຮັບຜິດຊອບ ແລະ ຂົງເຂດທີ່ສະຫນັບສະຫນູນ, ໄລຍະເວລາ, ຕົວຊີ້ວັດຂອງການປະຕິບັດງານ (ກົນໄກການຕິດຕາມ) ແລະ ມູນຄ່າ (ຖ້າມີ).

   ໄລຍະທີ 2 (2011-2015): ແຜນປະຕິບັດງານຈະມີລັກສະນະສະເພາະຈຳກັດກ່ວາ ໄລຍະທີ 1 ແລະ ສາມາດດັດປັບໂດຍອີງຕາມປະສົບການ ແລະ ຜົນສຳເລັດໃນໄລຍະ 2008-2010. ຂ້າງເທິງ

ພາກທີ V
ການຈັດຕັ້ງປະຕິບັດ

  1. ກະຊວງສາທາລະນະສຸກເປັນເຈົ້າການ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ເພື່ອແນະນຳເຜີຍແຜ່ນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພຂອງອາຫານ ຢ່າງເປັນເອກະພາບໃນທົ່ວປະເທດ ແລະ ປະສານສົມທົບກັບຂະແຫນງການຕ່າງໆ ໃນການສ້າງນິຕິກຳກ່ຽວກັບຄວາມປອດໄພຂອງອາຫານ.
  2. ບັນດາກະຊວງ, ອົງການທຽບເທົ່າກະຊວງ, ບັນດາແຂວງ ແລະ ນະຄອນຫລວງ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພຂອງອາຫານໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
( ເຊັນ ແລະ ປະທັບກາ )

 

# ຫົວຂໍ້ ດາວໂຫຼດ
1 National Food Safety Policy No.020/MoH PDF
2 ນະໂຍບາຍແຫ່ງຊາດ ວ່າດ້ວຍ ຄວາມປອດໄພຂອງ ອາຫານ ເລກທີ 020/ກຊສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.