ເນື່ອງຈາກວ່າ ໃນໄລຍະຜ່ານມາ ໄດ້ມີປະກົດການ ບຸກຄົນ, ນິຕິບຸກຄົນຈຳນວນໜຶ່ງ ໄດ້ເຄື່ອນໄຫວລະດົມທຶນຈາກສັງຄົມຢ່າງຜິດກົດໝາຍ ເນື່ອງຈາກບຸກຄົນ, ນິຕິບຸກຄົນດັ່ງກ່າວ ບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ມີສິດອຳນາດກ່ຽວຂ້ອງໃນການລະດົມທຶນຈາກສັງຄົມ. ການເຄື່ອນໄຫວລະດົມທຶນດັ່ງກ່າວ ໄດ້ດຳເນີນດ້ວຍຫຼາຍຮູບການ ເປັນຕົ້ນ ພາຍໃຕ້ຮູບການເງິນຝາກ ຫຼື ຮູບການລົງທຶນດ້ວຍຜົນຕອບແທນທີ່ດຶງດູດໃຈ, ໃຫ້ຜົນຕອບແທນສູງເກີນຄວາມເປັນຈິງ. ຈາກການເຄື່ອນໄຫວດັ່ງກ່າວ ຊຶ່ງອາດພາໃຫ້ເກີດຜົນເສຍຫາຍຕໍ່ຊັບສິນ, ເງິນຄຳຂອງປະຊາຊົນຜູ້ຫຼົງເຊື່ອ ແລະ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ສະນັ້ນ, ເພື່ອສະກັດກັ້ນການເຄື່ອນໄຫວລະດົມທຶນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼີກລ້ຽງຜົນເສຍຫາຍທີ່ອາດຈະເກີດຂື້ນ, ທະນາຄານແຫ່ງ ສປປ ລາວ ອອກ ແຈ້ງການ ກ່ຽວກັບ  ເພີ່ມທະວີສະຕິລະວັງຕົວ ໃນການນຳໃຊ້ບໍລິການຝາກເງິນ ແລະ ຮ່ວມລົງທຶນ ສະບັບເລກທີ 202/ຫກ, ລົງວັນທີ 30 ມີນາ 2017 ເຊິ່ງໄດ້ແຈ້ງໃຫ້ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ ມີສະຕິຕໍ່ການຝາກເງິນ, ການບໍລິການຊຳລະ, ການຮ່ວມຫຸ້ນ (ລົງທຶນ), ແລະ ອື່ນໆ ໂດຍກວດສອບຄວາມຖືກຕ້ອງວ່າໄດ້ຮັບອະນຸຍາດຈາກຂະແໜງທີ່ມີສິດອຳນາດກ່ຽວຂ້ອງຢ່າງຖືກຕ້ອງ ແລະ ຄົບຖ້ວນ ຫຼື ບໍ່. ຖ້າພົບເຫັນກໍລະນີສົງໃສ ຫຼື ເຫັນວ່າ ເປັນການເຄື່ອນໄຫວລະດົມທຶນທີ່ບໍ່ຖືກຕ້ອງຕາມກົດໝາຍ ແມ່ນສາມາດໂທສອບຖາມ ຫຼື ແຈ້ງຕໍ່ກົມກ່ຽວຂ້ອງ ຂອງ ທະນາຄານແຫ່ງ ສປປ ລາວ ໂທ 021 265 713-715 ຫຼື 021 265 607.

ສຳລັບຂໍ້ມູນການອະນຸຍາດສ້າງຕັ້ງທະນາຄານທຸລະກິດແມ່ນສາມາດເບິ່ງໄດ້ທີ່ www.bol.gov.la/Otherbanks/Bank2016.htm , ແລະ ສະຖາບັນການເງິນແມ່ນ ທີ່ www.bol.gov.la/laoweb/microfinancelao5.html .

ກໍລະນີພົບເຫັນ ຫຼື ສົງໃສວ່າສະຖາບັນການເງິນໃດ ເຄື່ອນໄຫວຢູ່ໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ທະນາຄານແຫ່ງ ສປປ ລາວ, ອົງການປົກຄອງທ້ອງຖິ່ນ ຈະຕ້ອງປະສານສະໜອງຂໍ້ມູນໃຫ້ ທະນາຄານແຫ່ງ ສປປ ລາວ ຊາບ. ພ້ອມນັ້ນ, ກໍ່ໃຫ້ເຜີຍແຜ່, ແນະນຳ ແລະ ເຕືອນສະຕິປະຊາຊົນ ທີ່ຢູ່ໃນຂອບເຂດທ້ອງຖິ່ນທີ່ຕົນເອງຮັບຜິດຊອບ ໃຫ້ມີສະຕິຕໍ່ການເຄື່ອນໄຫວລະດົມທຶນຢ່າງຜິດກົດໝາຍ ເພື່ອຫຼີກເວັ້ນການສູນເສຍຊັບສິນເງິນຄຳ, ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.