ຄະນະກຳມະການປະມູນຊື້-ຂາຍໄມ້ຂັ້ນແຂວງ ແຂງສາລະວັນ ແຈ້ງເຖິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳປະຈຳແຂວງສາລະວັນ, ສະມາຄົມປຸງແຕ່ງໄມ້ ແລະ ໂຮງງານເຟີນິເຈີ້ແຫ່ງຊາດ, ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ້ໄມ້ສຳເລັດຮູບທົ່ວປະເທດ ເພື່ອເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງສາລະວັນ ຄື:

1.    ໄມ້ກັກຢຶດ ຢູ່ກອງກວດກາປ່າໄມ້ ຈຳນວນທັງໝົດ 1,942ຕັບ/ທ່ອນ, ບໍລິມາດ 47,363 ແມັດກ້ອນ ແລະ 13,411 ໂຕນ.
2.    ໄມ້ກັກຢຶດ ເມືອງ ລະຄອນເພັງ ຈຳນວນທັງໝົດ 1,101 ຕັບ/ທ່ອນ, ບໍລິມາດ 29,448 ແມັດກ້ອນ.
3.    ໄມ້ກັກຢຶດ ເມືອງ ເລົ່າງາມ ຈຳນວນທັງໝົດ 565 ຕັບ/ທ່ອນ, ບໍລິມາດ 14, 137 ແມັດກ້ອນ.
4.    ໄມ້ກັກຢຶດ ເມືອງຄົງເຊໂດນ ຈຳນວນທັງໝົດ 776 ຕັບ/ທ່ອນ, ບໍລິມາດ 22,934 ແມັດກ້ອນ.

ສຳລັບເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້:

-       ເປັນບໍລິສັດ/ໂຮງງານປຸງແຕ່ງໄມ້ ທີ່ໄດ້ຜ່ານການດັດສົມ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ມີສັນຍາຊື້-ຂາຍໄມ້ກັບຕ່າງປະເທດ;

-       ມີໃບທະບຽນວິສາຫະກິດ, ທະບຽນອາກອນ, ໃບອະນຸຍາດດຳເນີນກິດຈະການທຸລະກິດໄມ້ ແລະ ໃບອະນຸຍາດອື່ນໆ ຖືກຕ້ອງຕາມລະບຽບຫຼັກການ ແລະ ຕ້ອງເປັນໂຮງງານ ທີ່ບໍ່ເຄີຍເຮັດຜິດກ່ຽວກັບທຸລະກິດໄມ້, ບໍ່ມີໜີ້ສິນຄ້າງຊຳລະພັນທະໄມ້ກັບທາງພາກລັດ;

-       ວ່າດ້ວຍຖານະການເງິນຂອງ ບໍລິສັດເຂົ້າຮ່ວມ ຕ້ອງເປັນແຊັກເງິນສົດ ທີ່ຂຽນກ່ຽວກັບເນື້ອໃນກ່ຽວກັບການປະມູນໄມ້ ໂດຍມູນຄ່າເງິນຕ້ອງບໍ່ໃຫ້ຫຼຸດຈາກລາຄາກາງຂາຍໄມ້ ທິ່ໄດ້ກຳນົດໄວ້ (ລາຄາສະເໜີຊື້ຂອງໂຮງງານ) ໂດຍໄດ້ຮັບການເຊັນຢັ້ງຢືນຈາກທະນາຄານກ່ຽວຂ້ອງວ່າມີມູນຄ່າເງິນແທ້ຈິງ ແລະ ສາມາດຖອນໄດ້ທັນທີ.

ໃນການເຂົ້າຮ່ວມການປະມູນຊື້ໄມ້ ຜູ້ເຂົ້າປະມູນຕ້ອງສົ່ງຊອງປະມູນມາຍັງຄະນະກຳມະການປະມູນຊື້ຂາຍໄມ້ຂັ້ນແຂວງ ຈຳນວນ 02 ຊອງ ຄື: ຊອງເງື່ອນໄຂຂອງໂຮງງານທີ່ເຂົ້າຮ່ວມປະມູນ (ເອກະສານຕ່າງໆຂອງໂຮງງານໄມ້) ແລະ ຊອງໃສ່ລາຄາປະມູນຊື້ໄມ້ຂອງທາງໂຮງງານ.

ຜູ້ທີ່ມີເງື່ອນໄຂ ສາມາດຕິດຕໍ່ຊື້ຊອງປະມູນໄດ້ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ (ຂະແໜງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ) ໂທ 034 211 060, 034 211 440, 020 2372 2788, 020 2372 3379 ຫຼື ຂັ້ນສູນກາງ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂທ 021 412 008 ຫຼື ໂທ 5549 9071 ໃນລາຄາຊອງລະ 1,000,000 ກີບ,ເລິ່ມແຕ່ວັນທີ 04 – 26 ເມສາ 2017. ເປີດຊອງປະມູນໄມ້ ເວລາ 9:00 ຂອງວັນທີ 27 ເມສາ 2017 ທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.