ສະພາແຫ່ງຊາດ ອອກ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ) ເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ເພື່ອປ່ຽນແທນ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 08 ກໍລະກົດ 2009.

ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງນີ້ ປະກອບມີ 13 ພາກ ແລະ 109 ມາດຕາ, ສົມທຽບໃສ່ສະບັບເກົ່າ ແມ່ນໄດ້ມີການປັບປຸງ 62 ມາດຕາ ແລະ ເພີ່ມໃໝ່ 32 ມາດຕາ ເຊິ່ງໄດ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສົ່ງເສີມ, ຄຸ້ມຄອງ ການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ການລົງທຶນ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ໄດ້ຮັບການປົກປ້ອງດ້ານຕ່າງໆ ຈາກລັດ. ແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ, ຂອງລັດ, ຂອງລວມໝູ່, ຂອງປະຊາຊົນ ສາມາດເຊື່ອມໂຍງກັບເສດຖະກິດພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ.

ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດຳລັດປະກາດໃຊ້ (16 ທັນວາ 2016) ແລະ ພາຍຫຼັັງໄດ້ລົງໃນຈົດໝາຍເຫດທາງລັດຖະການ (ວັນທີ 4 ເມສາ 2017) ສິບຫ້າວັນ ກໍຄືວັນທີ 19 ເມສາ 2017.

ຜູ້ລົງທຶນ, ຜູ້ພັດທະນາ ແລະ ວິສາຫະກິດ ທີ່ໄດ້ຮັບຜົນປະໂຫຍດພາຍໃຕ້ກົດໝາຍສະບັບເກົ່າ ແລະ ສັນຍາທີ່ໄດ້ເຊັນກັບລັດຖະບານກ່ອນໜ້ານີ້ ແມ່ນບໍ່ມີການປ່ຽນແປງ ຈົນກວ່າຈະສິ້ນສຸດສັນຍາ. ສຳລັບຜູ້ລົງທຶນ, ຜູ້ພັດທະນາ ແລະ ວິສາຫະກິດ ຫາກມີຈຸດປະສົງ ຕ້ອງການຮັບນະໂຍບາຍສົ່ງເສີມການລົງທຶນຕາມກົດໝາຍສະບັບນີ້ ກໍມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ພາຍໃນເວລາ 120 ວັນ, ຈາກນັ້ນ ຂະແໜງການດັ່ງກ່າວ ຕ້ອງແຈ້ງໃຫ້ຜູ້ສະເໜີປະຕິບັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.