ກ່ຽວກັບພວກເຮົາ

ສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ແມ່ນຈຸດບໍລິການປະຕູດຽວ ສໍາລັບການຊອກຫາຂໍ້ມູນຂ່າວ ສານທັງໝົດທີ່ກ່ຽວຂ້ອງກັບ ການນໍາເຂົ້າ ແລະ ການສົ່ງອອກ ໃນ ສປປ ລາວ ແລະ ດັ່ງກ່າວຕັ້ງຢູ່ຫ້ອງການປະຈໍາ ກຂອຄ (ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ) ຊຶ່ງເປັນຫ້ອງການຕາງໜ້າລັດຖະບານໃນທາງດ້ານຂະບວນ ການສົ່ງອອກ/ນໍາເຂົ້າ. ມີໜ້າທີ່ເປັນຈຸດປະສານງານຂອງ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ). ສູນແຫ່ງນີ້ ຈະອໍານວຍຄວາມສະດວກໃຫ້ແກ່ ບັນດາຜູ້ປະກອບການ ໃນການຊອກຫາຂໍ້ມູນຂ່າວສານກ່ຽວກັບບັນດາຂໍ້ກໍານົດ, ກົດໝາຍ ແລະ ລະບຽບການຕ່າງໆທີ່ພວກເຂົາຕ້ອງປະຕິບັດຕາມ ເພື່ອດໍາເນີນທຸລະກໍາຂອງພວກເຂົາ.

ກຄອຄ ແມ່ນຖືກແຕ່ງຕັ້ງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ, ເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 ແລະ ຢູ່ພາຍໃຕ້ການຊີ້ນຳຂອງ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ) ທີ່ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຊີ້ລວມອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018.

ແຜນວາດໂຄງສ້າງການຈັດຕັ້ງ ຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ) ແລະ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ ແລະ ນະຄອນຫຼວງ (ຄອຄຂ) ອີງຕາມ ຂໍ້ຕົກລົງ 48/ນຍ, ລົງວັນທີ 26 ກໍລະກົດ 2018.

ນອກຈາກນີ້ ເພື່ອຮັບປະກັນໃຫ້ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ມີຄວາມວ່ອງໄວທັນກັບສະພາບ, ພວກເຮົາໄດ້ສ້າງກົນໄກການປະສານງານ ລະຫວ່າງ ທີມງານບໍລິຫານສູນຂໍ້ມູນຂ່າວທາງທາງດ້ານການຄ້າ ກັບ ບັນດາຈຸດປະສານງານ ໃນແຕ່ລະຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ຕາມຂໍ້ຕົກລົງສະບັບເລກທີ 000090/ຄປຊ

ບັນດາຂໍ້ກໍານົດ ແລະ ລະບຽບການຕ່າງໆທີ່ຢູ່ໃນເວັບໄຊທ໌ນີ້ ອາດກວມລວມເອົາບັນດາລະບຽບການຂອງຫ້ອງການ ຕາງໜ້າລັດຖະບານຈໍານວນໜຶ່ງ. ເຊິ່ງຈະຊ່ວຍທ່ານໃນການຄົ້ນຄວ້າ ສິ່ງທີ່ແຕ່ລະຫ້ອງການຕາງໜ້າລັດຖະບານ ກໍານົດໄວ້ທີ່ມັນກ່ຽວຂ້ອງກັບ ກິດຈະການສະເພາະໃດໜຶ່ງຂອງທ່ານ.

ຂ້າງລຸ່ມນີ້ແມ່ນບັນດາຫ້ອງການຕາງໜ້າລັດຖະບານ ທີ່ໄດ້ນໍາມາສະເໜີໃນເວບໄຊທ໌ນີ້. ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີ່ມ ທີ່ກ່ຽວຂ້ອງກັບຫ້ອງການໃດໜຶ່ງ ທ່ານສາມາດເຂົ້າເບິ່ງເວັບໄຊທ໌ຂອງຫ້ອງການນັ້ນໄດ້ ໂດຍການກົດໃສ່ລິ້ງ (Link) ຕ່າງໆຂ້າງລຸ່ມນີ້.

 


ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບ ຜິດຊອບອອກໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສໍາລັບບາງປະເພດສິນຄ້າທີ່ຕ້ອງມີ ໃບອະນຸຍາດກ່ອນການນໍາເຂົ້າສິນຄ້າ ຕາມຕາຕະລາງລາຍການສິນຄ້າໃນແຈ້ງການ ເລກທີ 0076/ອກ. ກຂອ.

ນອກນີ້, ກົມການນໍາເຂົ້າ ແລະ ສົ່ງອອກ ຍັງຮັບຜິດຊອບ ໃນການອອກ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສໍາລັບ ບັນດາປະເທດທີ່ເຂົ້າຮ່ວມ ໃນຂໍ້ຕົກລົງການຄ້າທີ່ໃຫ້ສິດທິພິເສດໃຫ້ແກ່ກັນ. 

ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບດ້ານນະໂຍບາຍຕ່າງ ປະເທດ, ການເຈລະຈາການຄ້າ, ການພົວພັນ ແລະ ການຮ່ວມມື ດ້ານອຸດສາຫະກໍາ ແລະ ການຄ້າກັບຕ່າງປະ ເທດ.

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມໃຫ້ ກົດທີ່ນີ້.



ກົມພາສີ, ກະຊວງການເງິນ ແມ່ນຫ້ອງການທີ່ຮັບຜິດຊອບການຄຸ້ມຄອງສິນຄ້າທີ່ນໍາ ເຂົ້າມາໃນປະເທດລາວ ແລະ ສົ່ງອອກຈາກປະເທດລາວ, ກວດກາ ແລະ ສະກັດກັ້ນ ການຄ້າຂາຍເຖື່ອນ, ຄ້າຂາຍສິນຄ້າປະເພດຕ້ອງຫ້າມ, ການຫຼົບຫຼີກພາສີ ແລະ ເກັບລາຍ ຮັບຈາກການເສຍພາສີທີ່ຖືກຕ້ອງຕາມລະບຽບກົດໝາຍ.

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມໃຫ້ ກົດທີ່ນີ້.


ກະຊວງກະສິກໍາ ແລະ ປ່າໄມ້ ຮັບຜິດຊອບໃນການຄຸ້ມຄອງ ການນໍາເຂົ້າສິນຄ້າທີ່ ຕິດພັນກັບຄວາມປອດໄພຕໍ່ກັບສຸຂະພາບຊຸມຊົນ ຫຼື ຕໍ່ກັບຊີວິດພືດ ແລະ ສັດ. ໃນເວ ລານໍາເຂົ້າ ຫຼື ສົ່ງອອກສິນຄ້າປະເພດນີ້ ທ່ານຈະຕ້ອງໄດ້ຮັບໃບອະນຸຍາດທີ່ກ່ຽວຂ້ອງ ກ່ອນການນໍາເຂົ້າ ແລະ ສົ່ງອອກ ແລະ/ຫຼື ໃບຢັ້ງຢືນສຸຂານາໄມ ແລະ ສຸຂານາໄມພືດ SPS - Sanitary and Phytosanitary ຈາກກົມກ່ຽວຂ້ອງຂອງກະຊວງກະສິ ກໍາ ແລະ ປ່າໄມ້. ດັ່ງລຸ່ມນີ້:
  - ກົມປູກຝັງ
  - ກົມລ້ຽງສັດ ແລະ ການປະມົງ 

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້  ກົດທີ່ນີ້.



ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮັບຜິດຊອບໃນການຂຶ້ນທະບຽນ ຜະລິດຕະພັນກ່ຽວກັບອາຫານ ແລະ ຢາໃໝ່ໆ ທີ່ຢູ່ໃນປະເພດຕ່າງໆ ຕາມທີ່ໄດ້ກໍານົດໃນ ກົດໝາຍວ່າດ້ວຍຢາ ກ່ອນການນໍາເຂົ້າ ແລະ ອອກໃບອະນຸຍາດນໍາເຂົ້າ ພາຍຫຼັງທີ່ໄດ້ຮັບແຜນນໍາເຂົ້າແລ້ວ.

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມໃຫ້ ກົດທີ່ນີ້.


ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນເປັນຈຸດສູນກາງ ສໍາລັບການ ສຶກສາຄົ້ນຄວ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນທົ່ວປະເທດ. ພາລະບົດ ບາດຫຼັກຂອງກະຊວງນີ້ແມ່ນເພື່ອພັດທະນາ ແລະ ປະສານງານທາງດ້ານຍຸດທະສາດ ແລະ ໜ້າວຽກຕ່າງໆ ທີ່ຈະເປັນທິດທາງຫຼັກຂອງລັດຖະບານໃນອະນາຄົດ. ໃນທາງດ້ານການນໍາເຂົ້າ ແລະ ສົ່ງອອກ, ກະຊວງດັ່ງກ່າວມີໜ້າທີ່ຮັບຜິດຊອບໃນການອອກ ໃບຢັ້ງຢືນ ຫຼື ໃບອະນຸຍາດທີ່ຈໍາເປັນໃນການນໍາເຂົ້າ ແລະ ການສົ່ງອອກຜະລິດຕະ ພັນຕ່າງໆທີ່ຕ້ອງຖືກຕ້ອງ ຕາມມາດຕະຖານເຕັກນິກຈໍານວນໜຶ່ງ.

     ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມໃຫ້ ກົດທີ່ນີ້.



ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແມ່ນຮັບຜິດຊອບໃນການບັງຄັບ ໃຊ້ບັນດາຂໍ້ກໍານົດຕ່າງໆກ່ຽວກັບ ມາດຕະຖານເຕັກນິກ ໃນການຂຶ້ນທະບຽນ ແລະ ການປະກອບພາຫະນະຕ່າງໆ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ ໃນເວລານໍາເຂົ້າ ແລະ ສົ່ງອອກ ສິນຄ້າຕ່າງໆ.

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມໃຫ້ ກົດທີ່ນີ້.


Description: http://www.laotradeportal.com/upload/images/500px-Coat_of_arms_of_Laos_svg(1).jpgສະພາ ແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການອໍານາດແຫ່ງລັດ ທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນດາບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ. ສະພາແຫ່ງຊາດມີສິດ ແລະໜ້າທີ່ໃນການ ສ້າງ, ຮັບຮອງເອົາ ຫຼືປ່ຽນແປງລັດຖະທໍາມະນູນ; ສ້າງ, ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ, ຍົກເລີກ ຫລືລົບລ້າງກົດໝາຍ. ທ່ານສາມາດກວດສອບເບິ່ງບັນດາກົດໝາຍໃນຂົງເຂດເສດຖະກິດຈາກເວັບໄຊ ທ໌ຂອງສະພາແຫ່ງຊາດ. ກົດທີ່ນີ້ ເພື່ອກວດເບິ່ງບັນດາກົດໝາຍໃນຂົງເຂດເສດຖະກິດເຊິ່ງລວມທັງສ່ວນທີ່ພົວພັນເຖິງວຽກງານດ້ານການຄ້າດ້ວຍ.


ເວັບໄຊທ໌ນີ້ເກີດຂື້ນໄດ້ດ້ວຍການສະໜັບສະໜູນຂອງ ກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍ
ເພື່ອພັດທະນາການຄ້າ
 ເຊິ່ງເປັນກອງທຶນຊ່ວຍເຫຼືອລ້າຫຼາຍຝ່າຍທີ່ໄດ້ຮັບການສະໜັບ
ສະໜູນ ຈາກປະເທດອົດສະຕາລີ Ausaid (Australia), ສະຫະພາບເອີລົບ the
EuropeanUnion ແລະ GIZ (Germany). ກະຊວງອຸດສາຫະກໍາ ແລະ ການຄ້
ເປັນເຈົ້າພາບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂດຍ ທະນາຄານໂລກ ແລະ
ບັນດາຂະແໜງການທີ່ກ່ຽວຂ້ອງ. ຄິຣກທີ່ລີ້ງເພື່ອເຂົ້າເບິ່ງສັງລວມບັນດາກິດຈະກຳ ແລະ ຜົນສຳເລັດຕ່າງໆ ຂອງ ກອງທຶນຊ່ວຍເຫຼືອລ້າຫລາຍຝ່າຍ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.