ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຄໍາສັ່ງສະບັບເລກທີ 0535/ອຄ.ກຂອ, ລົງວັນທີ 10 ເມສາ 2017 ເພື່ອໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ຢຸດຕິການອອກໃບອະນຸຍາດນໍາເຂົ້າຊິ້ນສ່ວນພາຫະນະ, ນໍ້າມັນດິບ ແລະ ນໍ້າມັນເຄິ່ງສໍາເລັດຮູບທີ່ນໍາມາປະກອບ, ກັ່ນຕອງ ຫຼື ຜະລິດ ຢູ່ໂຮງງານ.

ເຊິ່ງທີ່ຜ່ານມາ ການນໍາເຂົ້າສິນຄ້າດັ່ງກ່າວ ແມ່ນຕ້ອງໄດ້ຂໍໃບອະນຸຍາດນໍາເຂົ້ານໍາກົມການນໍາເຂົ້າ ແລະ ສົ່ງອອກ ແລະ ໃບອະນຸຍາດດ້ານເຕັກນິກນໍາກົມອຸດສາຫະກໍາ ແລະ ຫັດຖະກໍາ ເຮັດໃຫ້ການປະກອບເອກະສານມີຫລາຍຂັ້ນຕອນ, ທັງເສຍເວລາ ແລະ ມີຄ່າໃຊ້ຈ່າຍເພີ່ມ ກາຍເປັນພາລະຂອງຜູ້ປະກອບການ ມີຕົ້ນທຶນການຜະລິດສູງ ເປັນເຫດໃຫ້ຫຼຸດຄວາມສາມາດໃນການແຂ່ງຂັນ. ດັ່ງນັ້ນ, ຄໍາສັ່ງສະບັບນີ້ກໍານົດໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ຢຸດຕິການອອກໃບອະນຸຍາດນໍາເຂົ້າຊິ້ນສ່ວນພາຫະນະ, ນໍ້າມັນດິບ ແລະ ນໍ້າມັນເຄິ່ງສໍາເລັດຮູບ ໂດຍມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ເປັນຜູູ້ຄົ້ນຄວ້າທາງດ້ານວິຊາການ ແລະ ອອກໃບຢັ້ງຢືນການນໍາເຂົ້າພຽງຂັ້ນຕອນດຽວເທົ່ານັ້ນ ໃບຢັ້ງຢືນດັ່ງກ່າວ ແມ່ນໃຊ້ແທນໃບອະນຸຍາດນໍາເຂົ້າ. ເຊິ່ງກົມການນໍາເຂົ້າ ແລະ ສົ່ງອອກ ຈະໄດ້ປະສານສົມທົບ ກັບກົມພາສີ (ກະຊວງການເງີນ) ຊ່ວຍແຈ້ງເຖິງບັນດາເຈົ້າໜ້າທີ່ປະຈໍາແຕ່ລະດ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດ ຢ່າງເຂັມງວດ. ຄໍາສັ່ງສະບັບນີ້ຈະຊ່ວຍຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນທຸລະກິດໃນ ສປປ ລາວ ຫຼຸດ ຜ່ອນຂັ້ນຕອນປະກອບເອກະສານ, ປະຢັດເວລາ, ແລະ ມີຄ່າໃຊ້ຈ່າຍນ້ອຍລົງ ທັງເປັນມາດຕະການໜຶ່ງ ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນໃນ ສປປ ລາວ ໃຫ້ຫລາຍຂຶ້ນ.

ຄໍາສັ່ງສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 8 ພຶດສະພາ 2017 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.