ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ເຊີນເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງຄຳມ່ວນ ຈຳນວນທັງໝົດ 108 ທ່ອນ ແລະ 69 ຕັບ, ບໍລິມາດ 322,669 ແມັດກ້ອນ. ສຳລັບເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້:

-       ແມ່ນບໍລິສັດ, ໂຮງງານປຸງແຕ່ງໄມ້ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຢູ່ພາຍໃນ ສປປ ລາວ ທີ່ມີທະບຽນວິສາຫະກິດດຳເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

-       ຕ້ອງເປັນໂຮງງານປຸງແຕ່ງໄມ້ທີ່ມີໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດດຳເນີນກິດຈະການໂຮງງານ ແລະ ມີຄວາມສາມາດໃນການປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ.

-       ເປັນໂຮງງານປຸງແຕ່ງໄມ້ທີ່ມີຄວາມພ້ອມທາງການເງິນ, ມີໃບຢັ້ງຢືນຖານະການເງິນ (Bank Statement)ຈາກທະນາຄານ.

-       ເປັນສະມາຊິກຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ຫຼື ສະມາຄົມເຟີນິເຈີລາວ, ມີປະຫວັດການດຳເນີນທຸລະກິດຈະແຈ້ງ, ບໍ່ເຄີຍຕິດໜີ້ຄ່າພັນທະໄມ້ຂອງລັດມາກ່ອນ, ບໍ່ເຄີຍຖືກດຳເນີນຄະດີ, ກ່າວໂທດ ຫຼື ປັບໄໝ ຍ້ອນຝ່າຝືນກົດໝາຍປ່າໄມ້ ແລະ ລະບຽບການທີ່ກ່ຽວຂ້ອງກັບການເຮັດທຸລະກິດໄມ້ໃນໄລຍະຜ່ານມາ ແລະ ປະຈຸບັນ.

ຜູ້ທີ່ມີເງື່ອນໄຂ ສາມາດຕິດຕໍ່ຊື້ຊອງປະມູນໄດ້ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ສອບຖາມຂໍ້ມູນ ໂທ 054 212 931, 020 5916 8866, 020 2877 8663 ເລິ່ມແຕ່ວັນທີ 26 ເມສາ - 18 ພຶດສະພາ 2017. ເປີດຊອງປະມູນໄມ້ ເວລາ 9:00 ຂອງວັນທີ 19 ພຶດສະພາ 2017 ທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.