ໃນໄລຍະຜ່ານມາກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກຂໍ້ຕົກລົງວ່າດ້ວຍ ທຸລະກິດຂາຍກົງ ສະບັບເລກທີ 0060/ອຄ.ກຄພນ, ລົງວັນທີ 12 ມັງກອນ 2017, ເພື່ອນໍາໃຊ້ເປັນຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ການດໍາເນີນທຸລະກິດຂາຍກົງ, ແນໃສ່ສ້າງຄວາມສະດວກໃຫ້ແກ່ການຊື້-ຂາຍສິນຄ້າຢູ່ໃນສັງຄົມ, ທັງເປັນການປົກປ້ອງຜົນປະໂຫຍດລວມຂອງຊາດ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ຜູ້ຂາຍອິດສະຫຼະ, ຕົວແທນຂາຍກົງ ແລະ ຜູ້ດໍາເນີນທຸລະກິດຂາຍກົງ.

ພາຍຫຼັງທີ່ຂໍ້ຕົກລົງດັ່ງກ່າວໄດ້ຖືກປະກາດນໍາໃຊ້ຢ່າງເປັນທາງການແລ້ວ ເຫັນວ່ານິຕິກໍາ ຍັງບໍ່ມີຄວາມບໍ່ຮັດກຸມ ແລະ ບໍ່ແທດເໝາະກັບສະພາບຕົວຈິງ ຈຶ່ງກໍໃຫ້ເກີດເປັນຊ່ອງວ່າງແກ່ບຸກຄົນທີ່ບໍ່ດີມີແນວຄິດສໍ້ກົງ ຫຼື ຫຼອກລວງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຫຼົງເຊື່ອເຂົ້າຮ່ວມທຸລະກິດ ຫຼື ປະກອບທຶນຮອນເຂົ້າໃນການດໍາເນີນທຸລະກິດກັບບັນດາບໍລິສັດພາຍໃນ ແລະ ຕ່າງປະເທດ. ໃນໄລຍະຜ່ານມາກໍມີຫຼາຍບໍລິສັດທີ່ນໍາເຂົ້າສິນຄ້າຈາກຕ່າງປະເທດ ໄດ້ອ້າງໂຕເອງວ່າເປັນບໍລິສັດ ສາມາດພາຜູ້ລົງທຶນຕ່າງປະເທດເຂົ້າມາຮ່ວມເຮັດທຸລະກິດຂາຍກົງໃຫ້ລໍ່າລວຍ ພຽງແຕ່ຜູ້ປະກອບການຈ່າຍຄ່າສະມາຊິກເພື່ອເປັນການຮຽນຮູ້ຫຼັກສູດການຂາຍກົງທຸກໆເດືອນຮອດທ້າຍປີແລ້ວຈະມີການປັນຜົນກໍາໄລຈາກການຂາຍສິນຄ້າ ແຕ່ໃນຄວາມເປັນຈິງແລ້ວການລົງທຶນດັ່ງກ່າວແມ່ນຍັງມີຄວາມສ່ຽງສູງ. ທຸລະກິດດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ປະຊາຊົນຈໍານວນໜຶ່ງທີ່ຫຼົງເຊື່ອເຮັດໃຫ້ເສຍຊັບສິນ ທີ່ບໍ່ສາມາດຮຽກຮ້ອງຄ່າເສຍຫາຍ ຫຼື ຜົນຕອບແທນກັບຄືນມາໄດ້.

ດັ່ງນັ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງມີຄວາມເປັນຫ່ວງເປັນໄຍ ຕໍ່ສະຫວັດດີພາບຂອງພໍ່ແມ່ປະຊາຊົນ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0788/ຫອຄ.ກຄພນ, ລົງວັນທີ 11 ເມສາ 2017 ເລື່ອງຢຸດເຊົາ ການພິຈະລະນາ ຂໍອະນຸຍາດ ດໍາເນີນທຸລະກິດຂາຍກົງ ຊົ່ວຄາວ ໃນຂອບເຂດ ທົ່ວປະເທດ. ເພື່ອເປັນການປັບປຸງລະບຽບ ກ່ຽວກັບ ທຸລະກິດຂາຍກົງໃຫ້ແທດເໝາະກັບສະພາບຕົວຈິງຫຼາຍກ່າວເກົ່າ ແລ້ວຈຶ່ງຈະພິຈາລະນາອະນຸຍາດ ການດໍາເນີນທຸລະກິດຂາຍກົງຄືນໃໝ່.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.