ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ເຊີນເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງພາສີແຂວງສາລະວັນ ຈຳນວນທັງໝົດ 3.267 ທ່ອນ/ຕັບ, ບໍລິມາດ 52,153 ແມັດກ້ອນ. ສຳລັບເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້:

-       ແມ່ນບໍລິສັດ/ໂຮງງານປຸງແຕ່ງໄມ້ທີ່ໄດ້ຜ່ານການດັດສົມ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດດ້ານການຜະລິດ ແລະ ປຸງແຕ່ງໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ມີສັນຍາຊື້-ຂາຍໄມ້ກັບຕ່າງປະເທດ;

-       ມີໃບທະບຽນວິສາຫະກິດ, ທະບຽນອາກອນ, ໃບອະນຸຍາດດຳເນີນກິດຈະການທຸລະກິດໄມ້ ແລະ ໃບອະນຸຍາດອື່ນໆ ຖືກຕ້ອງຕາມລະບຽບຫຼັກການ ແລະ ຕ້ອງເປັນໂຮງງານທີ່ບໍ່ເຄີຍກະທຳຜິດດ້ານທຸລະກິດໄມ້, ບໍ່ເຄີຍມີໜີ້ສິນຄ້າງຊຳລະພັນທະໄມ້ກັບທາງພາກລັດ;

-       ວ່າດ້ວຍຖານະການເງິນຂອງໂຮງງານໄມ້ທີ່ເຂົ້າຮ່ວມການປະມູນ ຕ້ອງເປັນແຊັກເງິນສົດ ທີ່ຂຽນກ່ຽວກັບ ເນຶື້ອໃນການປະມູນໄມ້ ໂດຍມູນຄ່າເງິນຕ້ອງບໍ່ຫຼຸດຈາກລາຄາກາງຂາຍໄມ້ທີ່ໄດ້ກຳນົດໄວ້ (ລາຄາສະເໜີຊື້ໄມ້ຂອງໂຮງງານ) ໂດຍໄດ້ຮັບການເຊັນຢັ້ງຢືນຈາກທະນາຄານກ່ຽວຂ້ອງວ່າມີມູນຄ່າເງິນແທ້ຈິງ ແລະ ສາມາດຖອນໄດ້ທັນທີ.

ຜູ້ທີ່ມີເງື່ອນໄຂ ສາມາດຕິດຕໍ່ຊື້ຊອງປະມູນໄດ້ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ສອບຖາມຂໍ້ມູນ ໂທ/ແຟັກ: 034 211060, 034 211440, 2372 2788, 2372 3379 ເລິ່ມແຕ່ວັນທີ 10 - 29 ພຶດສະພາ 2017. ເປີດຊອງປະມູນໄມ້ ເວລາ 9:00 ຂອງວັນທີ 30 ພຶດສະພາ 2017 ທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.