“ກອງປະຊຸມ ຈຸດປະສານງານ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຄັ້ງທີ 6” ໄດ້ຈັດຂື້ນ ໃນວັນທີ 30 ພຶດສະພາ 2017, ທີ່ ໂຮງແຮມ ເມີກຽວ ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ   ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ກອງປະຊຸມນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມທີ່ເປັນຈຸດປະສານງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ທີ່ມາຈາກຂະແໜງການ ກ່ຽວຂ້ອງ ເຊັ່ນ: ການເງິນ, ພາສີ, ກະສິກຳ, ໂຍທາທິການ ແລະ ຂົນສົ່ງ, ໂທລະຄົມມະນາຄົມ ແລະ ອື່ນໆ ທັງໝົດຈຳນວນຫຼາຍກວ່າ  50 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນ ສະພາບການຈັດຕັ້ງປະຕິບັດແຜນວຽກ ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ໃນໄລຍະ 05 ເດືອນຜ່ານມາ (ມັງກອນ - ພຶດສະພາ 2017). ພ້ອມດຽວກັນນັ້ນ, ກໍ່ເປັນການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ແນວທາງປັບປຸງ ລະບົບຂໍ້ມູນນິຕິກຳ, ອັດຕາພາສີ,ແບບຟອມ, ແຜນວາດຂັ້ນຕອນ, ມາດຕະການ ແລະ ລະບົບຂໍ້ມູນອື່ນໆ ພາຍໃນ LTP.

ສຳລັບສະພາບການປະສານງານລະຫວ່າງທີມງານບໍລິຫານ LTP ກັບ ຈຸດປະສານງານ LTP ໃນໄລຍະ  5 ເດືອນຜ່ານມານີ້ ເຫັນວ່າ ໄດ້ຮັບການຮ່ວມມືຈາກບັນດາຈຸດປະສານງານເປັນຢ່າງດີ ໂດຍສະເພາະແມ່ນການສະໜອງນິຕິກຳ ແລະ ການຕອບຄຳຖາມທີ່ຖືກຖາມເຂົ້າມາຜ່ານເວັບໄຊທ໌. ຄຽງຄູ່ກັນນັ້ນ ກໍຍັງມີບາງຂໍ້ຄົງຄ້າງຄື ບັນຫາອິນເຕີເນັດຢູ່ຫ້ອງການຂອງບັນດາຂະແໜງການຍັງບໍ່ເອື້ອອຳນວຍພຽງພໍສຳລັບການປະສານງານ ເຮັດໃຫ້ການສະໜອງຂໍ້ມູນມີຄວາມຊັກຊ້າ ແລະ ໃຊ້ເວລາພໍສົມຄວນ.

ໃນຕອນທ້າຍຂອງກອງປະຊຸມ, ທີ່ປະຊຸມໄດ້ຕົກລົງເຫັນດີໃນການປະສານງານເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆຢ່າງເປັນປະຈຳ ໂດຍສະເພາະແມ່ນຈະສຸມໃສ່ການສືບຕໍ່ປັບປຸງ (1) ແຜນວາດຂັ້ນຕອນການຂໍໃບອະນຸຍາດນຳເຂົ້າ, ສົ່ງອອກ, ແລະ ສົ່ງຜ່ານ; (2) ບາງລາຍການສິນຄ້າທີ່ເກືອດຫ້າມນຳເຂົ້າ, ສົ່ງອອກ, ແລະ ສົ່ງຜ່ານ ສປປ ລາວ; (3) ການແລກປ່ຽນຂໍ້ມູນກ່ຽວກັບການເຄື່ອນໄຫວຂອງຂະແໜງການ, ການອອກນິຕິກຳ, ສິ່ງພິມ ແລະ ບົດຄວາມຕ່າງໆ. ນອກຈາກນີ້ິ້, ບັນດາຈຸດປະສານງານກໍໄດ້ສະເໜີໃຫ້ທີມງານບໍລິຫານ LTP ຈັດການຝຶກອົບຮົມເພື່ອສ້າງຄູຝຶກ ກ່ຽວກັບ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານ LTP ອີກ ເພື່ອຈະໄດ້ເອົາໄປນຳໃຊ້ຝຶກອົບຮົມໃຫ້ແກ່ຂະແໜງການຂອງຕົົນຢູ່ຂັ້ນຕ່າງໆ ເປັນລຳດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.