ໃນວັນທີ 14 ມິຖຸນາ 2017 ຢູ່ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍການເປັນປະທານຂອງ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດ ທັງໝົດ 30 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ຮັບຟັງຄໍາຄິດເຫັນຂອງທັງພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ຕໍ່ກັບແຜນການຈັດຕັ້ງປະຕິບັດບັນດາມາດຕະການໃນສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ທີ່ນອນໃນໝວດ B ແລະ C, ພ້ອມທັງປຶກສາຫາລື ກ່ຽວກັບ ການກຽມຄວາມພ້ອມເຂົ້າເປັນພາຄີຂອງ ຂອບສັນຍາອຳນວຍຄວາມສະດວກທາງດ້ານ ການຄ້າຂ້າມແດນແບບບໍ່ນຳໃຊ້ເອກະສານ ໃນພາກພື້ນອາຊີ-ປາຊີຟິກ (Framework Agreement on Facilitation of Cross Border Paperless Trade for Asia Pacific Region).

ກອງປະຊຸມໄດ້ຮັບຟັງການນໍາສະເໜີຈາກ ກົມການນໍາເຂົ້າ ແລະ ສົ່ງອອກ ກ່ຽວກັບ ການກະກຽມຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ແລະ ການນໍາສະເໜີຂອບສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂ້າມແດນ ແບບບໍ່ນຳໃຊ້ເອກະສານ ສຳລັບພາກພື້ນອາຊີ-ປາຊີຟິກ. ເນື່ອງຈາກວ່າສັນຍາດັ່ງກ່າວ ມີຄວາມສຳຄັນຕໍ່ກັບການພັດທະນາວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ກໍ່ຄື ການພັດທະນາເສດຖະກິດພາຍໃນ ແລະ ການເຊື່ອມໂຍງກັບການພັດທະນາເສດຖະກິດໃນຂອບພາກພື້ນ ແລະ ສາກົນ.  

ຜູ້ເຂົ້າຮ່ວມກອງປະຊຸມຈາກທັງພາກລັດ ແລະ ພາກທຸລະກິດ ໄດ້ໃຫ້ຄວາມສົນໃຈຕໍ່ຫົວຂໍ້ການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ແລະ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ. ພ້ອມນັ້ນ, ກອງປະຊຸມໄດ້ຮັບເອົາຄໍາຄິດເຫັນ ແລະ ຄຳສະເໜີຂອງພາກທຸລະກິດຕໍ່ກັບການທົບທວນຄືນ ກ່ຽວກັບ ການຍ້າຍບັນດາມາດຕະການທີ່ນອນຢູ່ໃນໝວດ C ໄປໄວ້ຢູ່ໃນໝວດ B ອີງຕາມຄວາມພ້ອມໃນການຈັດຕັ້ງປະຕິບັດຕົວຈິງ ໂດຍສະເພາະແມ່ນການດຳເນີນລະບົບການແຈ້ງພາສີປະຕູດຽວ (National Single Window), ວຽກງານ Authorized Economic Operators ແລະ ເວລາຂອງການກວດປ່ອຍສິນຄ້າ ທີ່ຍັງຕ້ອງການການຊ່ວຍເຫຼືອໃນການດຳເນີນງານ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ທົບທວນຄືນ ຄວາມພ້ອມ ແລະ ຄວາມຈຳເປັນໃນການເຂົ້າເປັນພາຄີ ຂອບສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂ້າມແດນ ແບບບໍ່ນຳໃຊ້ເອກະສານ ສຳລັບພາກພື້ນອາຊີ-ປາຊີຟິກ, ເຊິ່ງຍັງມີລາຍໜ້າວຽກທີ່ຍັງຢູ່ໃນຂັ້ນຕອນການລິເລີ່ມຈັດຕັ້ງປະຕິບັດ ຊຶ່ງເປັນບັນຫາທີ່ຕ້ອງການເວລາໃນການຄົ້ນຄວ້າກ່ອນຈະພິຈາລະນາເຂົ້າຮ່ວມສັນຍາດັ່ງກ່າວ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.