“ຝຶກອົບຮົມຄູຝຶກ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ຈະຈັດຂື້ນ ໃນວັນທີ 28-30 ມິຖຸນາ 2017, ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ກອງປະຊຸມນີ້ ຈະເຊື້ອເຊີນຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ  ທີ່ມາຈາກ 17 ແຂວງທົ່ວປະເທດເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ສ້າງຄວາມຮັບຮູ້ ແລະ ສອນວິທີນຳໃຊ້ ກໍຄືການເຂົ້າຫາ ແລະ ຄົ້ນຫາ ຂໍ້ມູນຂ່າວສານທາງດ້ານການຄ້າ ໃນເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ (www.laotradeportal.gov.la) ໃຫ້ແກ່ຜູ້ເຂົ້າຮ່ວມໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ເພື່ອໃຫ້ຜູ້ເຂົ້າຮ່ວມກາຍເປັນຄູຝຶກເຜີຍແຜ່ຄວາມຮູ້ດັ່ງກ່າວໃຫ້ພາກລັດ ແລະ ພາກທຸລະກິດໃນທ້ອງຖິ່ນຂອງຕົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.