ຝຶກອົບຮົມສ້າງຄູຝຶກ ການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ໄດ້ຈັດຂື້ນ ໃນວັນທີ 28-30 ມິຖຸນາ 2017, ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ພາຍໃຕ້ທຶນສະໜັບສະໜູນ ຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອການພັດທະນາດ້ານການຄ້າ (TDF2). ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ. ມີຜູ້ເຂົ້າຮ່ວມທີ່ມາຈາກພະແນກອຸດສາຫະກຳ ແລະ ການຄ້າ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຜີຍແຜ່ສ້າງຄວາມຮັບຮູ້ ແລະ ສອນວິທີນຳໃຊ້, ການເຂົ້າຫາ ແລະ ຄົ້ນຫາ ຂໍ້ມູນຂ່າວສານທາງດ້ານການຄ້າ ໃນເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ (www.laotradeportal.gov.la) ໃຫ້ແກ່ຜູ້ເຂົ້າຮ່ວມໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ຝຶກການບັນຍາຍວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເພື່ອກຽມພ້ອມເປັນຄູຝຶກເຜີຍແຜ່ຄວາມຮູ້ດັ່ງກ່າວໃຫ້ພາກລັດ ແລະ ພາກທຸລະກິດໃນທ້ອງຖິ່ນຂອງຕົນ ໃຫ້ຮູ້ເຖິງຜົນປະໂຫຍດຈາກການນຳໃຊ້ LTP ແລະ ກະຕຸກຊຸກຍູ້ໃຫ້ມີການນຳໃຊ້ LTP ນັບມື້ນັບກວ້າງຂວາງຂື້ນເລື້ອຍໆ.

ການຝຶກອົບຮົມ ໄດ້ດຳເນີນໄປດ້ວຍບັນຍາກາດແລກປ່ຽນບົດຮຽນຢ່າງເປັນກັນເອງລະຫວ່າງຄູຝຶກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ. ໂດຍສະເພາະ ແມ່ນຜູ້ເຂົ້າຮ່ວມໄດ້ຕັ້ງຄຳຖາມເຈາະຈີ້ມທາງດ້ານເຕັກນິກ ກ່ຽວກັບ ວິທີການຊອກຂໍ້ມູນໃນເວັບໄຊທ໌. ໃນນີ້, ຂໍ້ມູນທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈເປັນພິເສດແມ່ນ ຂໍ້ມູນກ່ຽວກັບອັດຕາພາສີນຳເຂົ້າ, ອັດຕາພາສີສົ່ງອອກ, ບັນດານິຕິກຳທີ່ຕິດພັນກັບການຄ້າ ແລະ ຂັ້ນຕອນການຂໍອະນຸຍາດ. ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ມີການປະເມີນໃຫ້ຄະແນນແກ່ນັກສຳມະນາກອນທີ່ດີເດັ່ນ, ມີການມອບລາງວັນ ແລະ ໃບຢັ້ງຢືນຈົບຫຼັກສູດການຝຶກອົບຮົມ ໃຫ້ແກ່ບັນດານັກສຳມະນາກອນ.

ສຳຫຼັບແຜນການໃນຕໍ່ໜ້າ ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ສືບຕໍ່ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃນການເຜີຍແຜ່ LTP ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ໃນຂັ້ນທ້ອງຖິ່ນຢ່າງທົ່ວເຖິງ ເປັນລຳດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.