ກອງປະຊຸມ “ພັດທະນາຂີດຄວາມສາມາດ ແລະ ເຜີຍແຜ່ວຽກອຳນວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ໃຫ້ແກ່ 07 ແຂວງພາກກາງ ແລະ ພາກໃຕ້” ໄດ້ຈັດຂື້ນໃນວັນທີ 29-30 ມິຖຸນາ 2017, ທີ່ໂຮງແຮມດາວສະຫວັນ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈາກ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ທີ່ມີຊາຍແດນ ແລະ ບໍລິມາດການນຳເຂົ້າ-ສົ່ງອອກ 07 ແຂວງ (ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕາປື) ເຂົ້າຮ່ວມລວມທັງໝົດ 55 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນແນໃສ່ການເຜີຍແຜ່ລະບຽບການ ກ່ຽວກັບ ວຽກງານຂອງຂະແໜງການນຳເຂົ້າ ແລະ ສົ່ງອອກ ໂດຍສະເພາະແມ່ນວຽກງານການຄ້າຊາຍແດນ ແລະ ຜ່ານແດນ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າ, ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ວຽກງານອື່ນທີ່ປິ່ນອ້ອມ. ພ້ອມທັງຮັບຟັງຂໍ້ສະເໜີສິ່ງທ້າທາຍຈາກການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະແຂວງ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ເຊິ່ງບັນດາພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໄດ້ຍົກບັນຫາການຈັດຕັ້ງປະຕິບັດວຽກງານຕົວຈິງໃນທ້ອງຖິ່ນຂອງຕົນໃຫ້ທີ່ປະຊຸມຮັບຊາບເຊັ່ນ: (1) ບັນດານິຕິກຳທີ່ຂັ້ນສູນກາງວາງອອກມີຄວາມເໝາະສົມກັບສະພາບຕົວຈິງດີ ແຕ່ສະເໜີໃຫ້ມີການເຜີຍແຜ່ໃຫ້ຂັ້ນທ້ອງຖິ່ນຊາບໄວຂຶ້ນກວ່າເກົ່າ ແລະ ທົ່ວເຖິງຂຶ້ນຕື່ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; (2) ການຈັດຕັ້ງປະຕິບັດສັນຍາວ່າດ້ວຍການຄ້າຊາຍແດນ ລາວ-ຫວຽດນາມ ແລະ ບັນດານິຕິກຳຜັນຂະຫຍາຍສັນຍາດັ່ງກ່າວ ຍັງບໍ່ມີຄວາມເປັນເອກະພາບ ຍ້ອນພົວພັນກັບຫຼາຍຂະແໜງການ; (3) ການສ່ົງອອກສິນຄ້າປະເພດກະສິກຳ ຍັງບໍ່ມີຄວາມເປັນເອກະພາບກັນ ໃນຂັ້ນຂອດເອກະສານປະກອບ ແລະ ການເຄື່ອນຍ້າຍພາຍໃນ ເຫັນໄດ້ວ່າ ຂະແໜງອຸດສາຫະກຳ ແລະ ການຄ້າໄດ້ຫຼຸດຂັ້ນຂອດທີ່ບໍ່ຈຳເປັນອອກ ແຕ່ຂະແໜງການອື່ນຍັງມີຫຼາຍຂັ້ນຕອນຢູ່; (4) ການຄຸ້ມຄອງວຽກງານການເກັບກຳສະຖິຕິການນຳເຂົ້າ-ສົ່ງອອກຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າຂະແໜງການອື່ນຍັງບໍ່ທັນໃຫ້ການຮ່ວມມືໃນການສະໜອງຂໍ້ມູນເທົ່າທີ່ຄວນ.

ຕໍ່ກັບບັນຫາຂ້າງເທິງນີ້ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຈະໄດ້ນຳມາລາຍງານໃຫ້ຂັ້ນເທິງ ແລະ ຂະ   ແໜງການທີ່ກ່ຽວຂ້ອງຊາບ ເພື່ອຄົ້ນຄວ້າຫາວິທີທາງແກ້ໄຂເປັນລຳດັບຕໍ່ໄປ. ພ້ອມດຽວກັນນັ້ນ ກໍຈະໄດ້ສືບຕໍ່ຈັດກອງປະຊຸມໃນຫົວຂໍ້ດຽວກັນຮ່ວມກັບບັນດາແຂວງພາກເໜືອ ໃນຂອບເຂດທົ່ວປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.