ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະທີມງານຈາກອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ (Kimberley Process – KP) ທີ່ມາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດລະບົບການຢັ້ງຢືນຄວາມຖືກຕ້ອງ ແລະ ຕິດຕາມເພັດຫຍາບ (Kimberley Process Certification Scheme - KPCS) ຢູ່ ສປປ ລາວ ໃນລະຫວ່າງວັນທີ 05 ຫາ 06 ກໍລະກົດ 2017.

ອົງການ KP ແມ່ນອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ ທີ່ຈັດຕັ້ງຂື້ນໃນປີ 2000 ເປັນຕົ້ນມາ ໂດຍການຮ່ວມມືລະຫວ່າງ ລັດຖະບານ ແລະ ກຸ່ມອຸດສາຫະກຳເພັດຫຍາບທົ່ວໂລກ. ອົງການດັ່ງກ່າວເປັນໜ່ວຍງານຈັດຕັ້ງລະບົບການອອກໃບຢັ້ງຢືນຄວາມຖືກຕ້ອງ ແລະ ຕິດຕາມເພັດຫຍາບ (Kimberley Process Certification Scheme - KPCS), ຊຶ່ງຈຸດປະສົງກໍແມ່ນເພື່ອປ້ອງກັນ ແລະ ສະກັດກັ້ນການນຳເຂົ້າ-ສົ່ງອອກເພັດຫຍາບ ທີ່ໄດ້ມາຈາກການຂັດແຍ່ງ ແລະ ການຄ້າຂາຍເພັດທີ່ຜິດກົດໝາຍ, ພ້ອມທັງຮັບປະກັນວ່າເງິນທຶນທີີ່ໄດ້ຈາກການຊື້-ຂາຍເພັດດັ່ງກ່າວ ຈະບໍ່ຖືກນຳໃຊ້ເພື່ອສະໜັບສະໜຸນໃຫ້ແກ່ການເຄື່ອນໄຫວກໍ່ການຮ້າຍ ແລະ ຕໍ່ຕ້ານລັດຖະບານໃດໜຶ່ງ. ປະຈຸບັນອົງການ KP ມີສະມາຊິກເຂົ້າຮ່ວມ 81 ປະເທດ. ສຳລັບ ສປປ ລາວ ແມ່ນໄດ້ເຂົ້າເປັນສະມາຊິກຂອງອົງການ KP ແຕ່ປີ 2003 ເປັນຕົ້ນມາ.

ການມາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດລະບົບການຢັ້ງຢືນຄວາມຖືກຕ້ອງ ແລະ ຕິດຕາມເພັດຫຍາບ ໃນຄັ້ງນີ້ຖຶເປັນການມາຕິດຕາມ ແລະ ປະເມີນເປັນຄັ້ງທີ່ສອງ ໃນຮອບ 10 ປີຜ່ານມາ ຫຼັງຈາກການຢ້ຽມຢາມຄັ້ງທຳອິດໃນປີ 2007. ຈຸດປະສົງກໍແມ່ນເພື່ອເປັນການປະເມີນຄືນການຈັດຕັ້ງປະຕິບັດຕາມຂໍ້ຮຽກຮ້ອງ ແລະ ລະບຽບການຂັ້ນພື້ນຖານທີ່ອົງການ ຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ (Kimberley Process – KP)  ວາງອອກ ເພື່ອໃຫ້ບັນດາປະເທດສະມາຊິກປະຕິບັດຕາມ.

ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຂຳ່ນັບ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ຮ່ວມເຮັດວຽກກັບບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງຝ່າຍລາວຈຳນວນໜຶ່ງໄດ້ແກ່: ກົມພາສີ, ກົມຕຳຫຼວດເສດຖະກິດ,  ແລະ ພະແນກທີ່ກ່ຽວຂ້ອງພາຍໃນກົມການນຳເຂົ້າ ແລະ ສົ່ງອອກ. ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ລົງໄປຢ້ຽມຢາມບໍລິສັດວຽງຈັນເຈັຍລະໄນເພັດຈຳກັດຜູ້ດຽວ ທີ່ດຳເນີນກິດຈະການນຳເຂົ້າເພັດຫຍາບເພື່ອເຈັຍລະໄນສົ່ງອອກຄືນໄປຍັງລູກຄ້າຢູ່ຕ່າງປະເທດ.

ຜ່ານການຕິດຕາມ ແລະ ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດຂອງ ສປປ ລາວ, ຄະນະທີມງານ ໄດ້ມີບາງຂໍ້ສັງເກດ ເພື່ອສະເໜີຕໍ່ໜ່ວຍງານຮັບຮອງຊອບຈັດຕັ້ງປະຕິບັດ KPCS ຂອງ ສປປ ລາວ ໃນການເອົາໃຈໃສ່ ແລະ ເສີມຕື່ມການຈັດຕັ້ງປະຕິບັດບັນດາຂໍ້ຮຽກຮ້ອງພື້ນຖານທີ່ລະບຸໃນລະບຽບການຂອງອົງການ KP, ໂດຍສະເພາະແມ່ນການແຈ້ງຕອບຮັບ ຫຼື ການແຈ້ງການສົ່ງອອກ ເພັດຫຍາບ ໃຫ້ບັນດາປະເທດສະມາຊິກຂອງອົງການ KP ການປັບປຸງລະບົບການຕິດຕາມພາຍໃນ ແລະ ໃບອະນຸຍາດ Kimberley Process Certificate (KPC) ຂອງ ສປປ ລາວ ໃຫ້ມີຄວາມຮັດກຸມຂື້ນ. ສຳລັບທິດທາງແຜນການໃນຕໍ່ໜ້າ, ໜ່ວຍງານຮັບຮອງຊອບຈັດຕັ້ງປະຕິບັດ KPCS ຂອງ ສປປ ລາວ ຈະໄດ້ສືບຕໍ່ສົມທົບກັບ ຄະນະທີມງານ ເພື່ອດຳເນີນມາດຕະການປັບປຸງຕາມບັນດາຂໍ້ສັງເກດຂອງຄະນະດັ່ງກ່າວ ເພື່ອໃຫ້ ສປປ ລາວ ສາມາດບັນລຸໄດ້ບັນດາເງື່ອນໄຂຂໍ້ຮຽກຮ້ອງພື້ນຖານຂອງອົງການ Kimberley Process (KP) ເປັນລຳດັບຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.