ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ                   ເລກທີ 2234/ປທສ
ນະຄອນຫຼວງວຽງຈັນ, ວັນທີ 10 ກໍລະກົດ 2017

ຂໍ້ຕົກລົງ
ວ່າດ້ວຍ ການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ
ດ້ານ ໄອຊີທີ

-      ອີງຕາມ ກົດໝາຍວ່າດ້ວຍ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສະບັບເລກທີ 02/ສພຊ, ລົງວັນທີ 07ພະຈິກ 2016.
-      ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ສະບັບເລກທີ 22/ນຍ, ລົງວັນທີ 16 ມັງກອນ 2017.

ລັດຖະມົນຕີ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.             ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງການບໍລິການຕິດຕັ້ງ ແລ ະ ສ້ອມແປງດ້ານ ໄອ ຊີ ທີ ເພື່ອສົ່ງເສີມການດຳເນີນກິດຈະການ ໃຫ້ມີຄວາມເປັນລະບຽບ, ຖືກຕ້ອງແລະ ມີຄຸນນະພາບ ແນ ໃສ່ ປົກ ປ້ອງ ສິດຜົນປະ ໂຫຍ ດຂອງ ຜູ້ ໃຊ້ ບໍລິການ ປະກອບສ່ວນເຂົ້າໃນການສ້າງສາ ແລະພັດທະນາປະເທດຊາດ.

ມາດຕາ 2.             ການ ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານ ໄອ ຊີ ທີ

ການບໍລິການຕິດຕັ້ງດ້ານໄອຊີທີ ແມ່ນການນຳເອົາອຸປະກອນໄອຊີທີ ຫຼື ຊອບແວ ຕິດຕັ້ງໃນສະຖານທີ່ໃດໜຶ່ງ ຫຼື ໃນເຄື່ອງຄອມພີວເຕີໃດໜຶ່ງ ເພື່ອໃຫ້ສາມາດນຳໃຊ້ ຕາມຈຸດປະສົງສະເພາະ ເປັນຕົ້ນ ການຕິດຕັ້ງ ເສົາສັນຍານ, ລະບົບເຊີເວີ, ລະບົບເຄືອຂ່າຍອິນເຕີເນັດ, ລະບົບປະຕິບັດການຄອມພິວເຕີ ຫຼື ເຄືອຂ່າຍກ້ອງວົງຈອນປິດ.

ການບໍລິການສ້ອມແປງດ້ານໄອຊີທີ ແມ່ນການບຳລຸງຮັກສາ, ປົວແປງ ອຸປະກອນໄອຊີທີ ຫຼື ຊອບແວ ເປັນຕົ້ນ ການສ້ອມແປງ ເຄື່ອງຄອມພິວເຕີ, ລະບົບເຄືອຂ່າຍ ຫຼື ລະບົບເຊີເວີຕ່າງໆ ໃຫ້ມີສະພາບພ້ອມໃຊ້ງານຕະຫລອດເວລາ.

ມາດຕາ 3.             ອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

1.     ຜູ້ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ: ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນການໃຫ້ບໍລິການຕິດຕັ້ງ,ສ້ອມແປງ ແລະ ບຳລຸງຮັກສາ ບັນດາອຸປະກອນ ໄອ ຊີ ທີ ຫຼື ຊອບແວ ເປັນຕົ້ນ ລະບົບ ເຊີ ເວີ,ລະບົບ ຮັກສາ ຄວາມ ປອດ ໄພ, ລະບົບ ເຄື ຍຂ່າຍ;

2.     ໃບອະນຸຍາດດຳເນີນທຸລະກິດບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ: ໝາຍເຖິງໃບຢັ້ງຢືນສິດໃນການ ໃຫ້ ບໍລິການຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາ ອຸປະກອນ ໄອ ຊີທີ ຫຼື ຊອບແວ ເປັນຕົ້ນ ລະບົບ ເຊີ ເວີ, ລະບົບ ຮັກສາ ຄວາມ ປອດ ໄພ, ລະບົບ ເຄື ຍຂ່າຍ ໃນສປປລາວ;

3.     ອຸປະກອນ ໄອ ຊີ ທີ: ໝາຍເຖິງ ອຸປະກອນສື່ສານຮັບ- ສົ່ງ ສັນຍານ ພ້ອມ ທັງບັນດາອຸປະກອນທີ່ກ່ຽວຂ້ອງ ເຊັ່ນ: ຄອມພິວເຕີ, ແລບທ໋ອບ, ແທັບແລັດ, ສະມາດໂຟນ, ອຸປະກອນປະມວນຜົນ,ອຸປະກອນເກັບຂໍ້ມູນ, ອຸປະກອນເຄືອຂ່າຍ, ອຸປະກອນເຊື່ອມຕໍ່ອິນເຕີເນັດ ແລະ ອື່ນໆ;

 

ມາດຕາ 4.             ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນຫຼືນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນທຸລະກິດບໍລິການຕິດຕັ້ງ ແລະ ສ້ອມແປງດ້ານ ໄອ ຊີ ທີ ຢູ່ໃນ ສປປ ລາວ.

ໝວດທີ 2
ປະເພດ ແລະ ການ ອະນຸຍາດ

ມາດຕາ 5.             ປະເພດ ການບໍລິການຕິດຕັ້ງ ແລະ ສ້ອມແປງດ້ານ ໄອ ຊີ ທີ

ປະເພດບໍລິການຕິດຕັ້ງ ແລະ ສ້ອມແປງດ້ານ ໄອ ຊີ ທີ ປະກອບ ມີ 4 ປະ ເພດ ດັ່ງ ນີ້:

1    ການຕິດຕັ້ງ ແລະ ສ້ອມແປງ ອຸປະກອນ ໄອ ຊີ ທີຂະໜາດນ້ອຍ: ແມ່ນ ການບໍລິການຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາ ຄອມພິວເຕີ ທີ່ຖືກນຳໃຊ້ທົ່ວໄປ ເຊັ່ນ: ຄອມພິວເຕີຕັ້ງໂຕະ, ຄອມພິວເຕີແບບພົກພາ, ແທັບແລັດ, ສະມາດໂຟນ, ອຸປະກອນປະມວນຜົນ, ອຸປະກອນເກັບຂໍ້ມູນ, ອຸປະກອນເຄືອຂ່າຍ, ອຸປະກອນເຊື່ອມຕໍ່ອິນເຕີເນັດ ລວມທັງຊອບແວທີ່ກ່ຽວຂ້ອງ;

2    ການຕິດຕັ້ງ ແລະ ສ້ອມແປງ ລະບົບ ເຊີ ເວີ (Server System): ແມ່ນການບໍລິການຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາກ່ຽວ ກັບເຊີເວີ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງເພື່ອໃຫ້ບໍລິການ ເຊັ່ນ: ເວັບເຊີເວີ, ເມວລ໌ເຊີເວີ, ໄຟລ໌ເຊີເວີ ແລະ ອື່ນໆ;

3    ການຕິດຕັ້ງ ແລະ ສ້ອມແປງ ລະບົບຮັກສາຄວາມປອດໄພ (Security System): ແມ່ນການບໍລິການຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາກ່ຽວ ກັບລະບົບການປ້ອງກັນໄພທາງດ້ານລະບົບຄອມພິວເຕີ ແລະ ລະບົບ ໄອ ຊີ ທີ ທີ່ ກ່ຽວຂ້ອງ ກັບ ການ ຮັກສາ ຄວາມ ປອດ ໄພ ເຊັ່ນ: ໄຟ ຣວໍ, ລະບົບ ປ້ອງ ກັນ ໄວຣັດ, ປ້ອງ ກັນ ຖານ ຂໍ້ ມູນ ແລະ ອື່ນໆ;

4    ການຕິດຕັ້ງ ແລະ ສ້ອມແປງ ລະບົບເຄືອຂ່າຍ (Network System): ແມ່ນ ການບໍລິການຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາກ່ຽວ ກັບໂຄງລ່າງ ພື້ນຖານເຄືອຂ່າຍໂທລະຄົມມະນາຄົມ ຫຼື ເຄືອຂ່າຍຄອມພິວເຕີ ເຊັ່ນ: ເຄືອ ຂ່າຍ ພາຍ ໃນ (LAN), ເຄືອຂ່າຍພາຍນອກ ທີ່ນຳໃຊ້ ສາຍ ໃຍ ແກ້ວ (Fiber), ສາຍທອງແດງ (Coaxial), ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ອື່ນໆ.

ມາດຕາ 6.             ມາດຕະຖານ ເຕັກນິກ

ຜູ້ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີຕ້ອງມີ:

1.  ເຄືອງມື, ອຸປະກອນ ແລະ ຊິ້ນສ່ວນຮັບໃຊ້ໃນການຕິດຕັ້ງ ແລະ ສ້ອມແປງຕ້ອງໄດ້ມາດຕະຖານ ຫຼື ໄດ້ຮັບການຢັ້ງຢືນຕາມລະບຽບການກ່ຽວກັບການນຳເຂົ້າອຸປະກອນໄອຊີທີ.

2.  ມາດຕະຖານ ເຕັກ ນິກຕາມແຕ່ລະປະ ເພດບໍລິການ ແລະ ອຸປະກອນຂອງຕົນທີ່ ໄດ້ ກຳນົດ ໄວ້ ໃນ ເອກະສານ ຂັດ ຕິດ.

ມາດຕາ 7.             ມາດຕະຖານບຸກຄະລາກອນ

ຜູ້ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ ຕ້ອງມີບຸກຄະລາກອນທີ່ມີຄວາມຮູ້ດ້ານວິຊາສະເພາະ ທີ່ກ່ຽວຂ້ອງຂະແໜງການເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍມີໃບຢັ້ງຢືນຈາກສະຖາບັນການສຶກສາ ຫຼື ບໍລິສັດ ທີ່ຖືກຮັບຮອງໂດຍກະຊວງ ສຶກສາທິການ ແລະ ກິລາ ຫຼື ຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 8.             ການຮັບປະກັນ

ການຮັບປະກັນ ແມ່ນ ການຢັ້ງຢືນດ້ານຄຸນນະພາບຂອງການບໍລິການໃຫ້ແກ່ ຜູ້ໃຊ້ບໍລິການເພື່ອ ໃຫ້ ສິດ ແກ່ ຜູ້ ໃຊ້ບໍລິການສາມາດຮຽກຮ້ອງໃຫ້ ສ້ອມ ແປງ, ປ່ຽນ ແທນ ຫຼື ຍົກ ເລີກການ ບໍລິການດັ່ງກ່າວ ຕາມໄລຍະເວລາຮັບປະກັນ.

ຜູ້ ໃຫ້ ບໍລິການຕ້ອງຮັບປະກັນການບໍລິການ ຕາມຄວາມເໝາະສົມຂອງປະເພດການ ບໍລິການນັ້ນ ໂດຍໃຫ້ມີສັນຍາການຮັບປະກັນຢ່າງຊັດເຈນ ກັບຜູ້ໃຊ້ບໍລິການ .

ມາດຕາ 9.             ການຂໍອະນຸຍາດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດ ການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ ພາຍຫຼັງທີ່ໄດ້ຮັບໃບທະບຽນວິສາຫະກິດແລ້ວ ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດນໍາ ຂະແໜງ ການໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້.         

ມາດຕາ 10.        ເງື່ອນໄຂໃນ ການພິຈາລະນາ ອອກໃບອະນຸຍາດ

ເງື່ອນ ໄຂ ໃນ ການຂໍ ໃບ ອະນຸ ຍາດ ປະກອບ ມີ ດັ່ງ ນີ້:

1.     ຕ້ອງມີ ໃບຄໍາຮ້ອງ, ບົດວິພາກເສດຖະກິດ, ບົດວິພາກເຕັກນິກ ແລະ ປະກອບເອກະສານຄົບຖ້ວນຕາມຂະແໜງການ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກຳນົດ;

2.     ຕ້ອງມິວິຊາການທີ່ກ່ຽວຂ້ອງກັບປະເພດຂອງການບໍລິການ ຕາມ ທີ່ ມີເງື່ອນໄຂ ດ່ັງທີໄດ້ລະບຸ ໄວ້ ໃນ ມາດຕາ 7

3.   ຕ້ອງບໍ່ຢູ່ໃນຊ່ວງໄລຍະທີ່ຖືກອາຍັດຊັບສິນ, ຢູ່ໃນຂະບວນການລົ້ມລະລາຍຫຼືຖືກສານຕັດສິນເປັນຜູ້ລົ້ມລະລາຍຕາມກົດໝາຍຂອງສປປລາວ.

4.     ຕ້ອງມີທີ່ຕ້ັງສຳນັກງາານ ຫຼື ຮ້ານ ທີ່ແນນອນ.   

ມາດຕາ 11.        ການພິຈາລະນາອອກໃບອະນຸຍາດ

ການຄົ້ນຄວ້າ, ພິຈາລະນາອອກໃບອະນຸຍາດ ໃຫ້ແກ່ຜູ້ຮ້ອງຂໍ ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ  ຕ້ອງສໍາເລັດພາຍໃນກໍານົດເວລາ 10 ວັນ ລັດຖະການ ນັບແຕ່ວັນທີໄດ້ຮັບຄໍາຮ້ອງທີ່ຄົບຖ້ວນ ແລະ ຖືກຕ້ອງເປັນຕົ້ນໄປ.

ໃນກໍລະນີເອກະສານບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຫຼື ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດ ຕ້ອງແຈ້ງໃຫ້ຜູ້ຂໍອະນຸຍາດຮັບຊາບພາຍໃນກໍານົດເວລາ 5 ວັນ ລັດຖະການ.

ມາດຕາ 12.        ການຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍົກເລີກໃບອະນຸຍາດ

ການຕໍ່ໃບອະນຸຍາດດໍາເນີນທຸລະກິດການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີຕ້ອງຍື່ນໃບຄໍາຮ້ອງຂໍຕໍ່ກ່ອນວັນໝົດອາຍຸຢ່າງໜ້ອຍ 30 ວັນ.

ຜູ້ໃຫ້ການບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ ທີ່ມີຈຸດປະສົງຂໍປ່ຽນແປງເນື້ອໃນໃບອະນຸຍາດ,ໂຈະ ຫຼື ຍົກເລີກ ການໃຫ້ບໍລິການຂອງຕົນ ຕ້ອງປະກອບເອກະສານສະເໜີ ເພື່ອຊີ້ແຈງ ເຫດຜົນ ແລະ ຕ້ອງໄດ້ຮັບອະນຸຍາດຈາກ ຂະແໜງການໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 13.        ຂອບ ເຂດ ການ ບໍລິການ

ໃບອະນຸຍາດດໍາເນີນທຸລະກິດການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີ ສາມາດ ນຳ ໃຊ້ ໄດ້ ຕາມ ປະ ເພດ ການ ຕິດ ຕັ້ງສ້ອມ ແປງ ແລະ ຂອບ ເຂດການ ບໍລິການ ທີ່ ໄດ້ ກຳນົດ ໄວ້ ໃນ ໃບ ອະນຸຍາດ ເທົ່າ ນັ້ນ ແລະ ມີອາຍຸ ການ ນຳໃຊ້ໜຶ່ງປີນັບແຕ່ວັນທີອອກໃບອະນຸຍາດເປັນຕົ້ນໄປ.

ມາດຕາ 14.        ຄ່າທໍານຽມ ແລະ ຄ່າບໍລິການ

ຄ່າທໍານຽມແລະຄ່າບໍລິການໃນການຂໍອະນຸຍາດດໍາເນີນທຸລະກິດບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ ໃນລະບຽບການສະເພາະກ່ຽວກັບ ຄ່າທໍານຽມ ແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ໄລຍະ.

ໝວດທີ 4
ສິດ ແລະ ພັນທະ

ມາດຕາ 15.        ສິດ ແລະ ພັນທະ ຂອງຜູ້ໃຫ້ບໍລິການ

ຜູ້ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີມີສິດ ແລະ ພັນທະ ດັ່ງນີ້:

1.  ສະເໜີ ຂໍຕໍ່, ປ່ຽນແປງ, ໂຈະ ຫຼື ຍຸບເລີກ ການດໍາເນີນກິດຈະການຂອງຕົນ;

2.  ປະຕິບັດຕາມລະບຽບການຂອງ ກະຊວງ ປທສ ກ່ຽວກັບການຄຸ້ມຄອງການໃຫ້ບໍລິການຕິດຕັ້ງ,ສ້ອມແປງ ແລະ ບໍຳລຸງຮັກສາ ອຸປະກອນໄອທີ;

3. ເຄົາລົບສິດ ແລະ ຮັກສາຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ, ບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການຍົກເວັ້ນມີການສະເໜີຂອງອົງການຈັດຕັ້ງລັດທີ່ມີສິດອໍານາດກ່ຽວຂ້ອງ;

4.  ຮັບປະກັນການໃຫ້ບໍລິການຢ່າງມີຄຸນນະພາບ;

5.  ຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງຂະແໜງປທສ;

6.  ມອບພັນທະໃຫ້ລັດຕາມລະບຽບກົດໝາຍ;

7.  ປະຕິບັດສິດ ແລະ ພັນທະອື່ນຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ

ມາດຕາ 16.        ສິດ ແລະ ພັນທະຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການຕິດຕັ້ງ ແລະ ສ້ອມແປງດ້ານໄອຊີທີມີສິດ ແລະ ພັນທະ ດັ່ງນີ້:

1.     ໄດ້ຮັບການບໍລິການທີ່ມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ປອດໄພ;

2.     ທວງຖາມ ແລະ ຮ້ອງຟ້ອງຜູ້ໃຫ້ບໍລິການຕາມຂັ້ນຕອນຂະບວນການຍຸຕິທໍາເພື່ອໃຫ້ຄວາມເປັນທໍາຕໍ່ຜູ້ຊົມໃຊ້;

3.     ສະເໜີຕໍ່ອົງການຄຸ້ມຄອງ ແລະ ກວດກາກ່ຽວກັບຄຸນນະພາບ, ມາດຕະຖານການໃຫ້ບໍລິການແລະ ຄ່າບໍລິການຕ່າງໆຂອງຜູ້ໃຫ້ບໍລິການ;

4.     ຮັບຜິດຊອບຕໍ່ອຸປະກອນໄອຊີທີຂອງຕົນເຊິ່ງອາດເປັນຜົນກະທົບຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ແລະ ສັງຄົມທີ່ເປັນການລະເມີດຕໍ່ລະບຽບກົດໝາຍ;

5.     ຈ່າຍຄ່າບໍລິການຕາມລະບຽບການ;

6.         ປະຕິບັດສິດແລະພັນທະອື່ນຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 5
ຂໍ້ຫ້າມ

ມາດຕາ 17.        ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1.     ກີດກັ້ນ, ຂັດຂວາງການດໍາເນີນທຸລະກິດ ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ;

2.    ຮ່ວມມື, ສ້າງເງື່ອນໄຂ ຫຼື ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນໃດໜຶ່ງ ໃນການລະເມີດຂໍ້ຫ້າມ ທີ່ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້;

3.    ມີພຶດຕິກໍາອື່ນທີ່ເປັນການລະເມີດຕໍ່ ກົດໝາຍ ແລະ ລະບຽບການ.

ມາດຕາ 18.           ຫ້າມສໍາລັບພະນັກງານຄຸ້ມຄອງ

ຫ້າມພະນັກງານຄຸ້ມຄອງ ການດໍາເນີນທຸລະກິດໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ ມີພຶດຕິກໍາດັ່ງນີ້:

1.     ກົດໜ່ວງ, ຖ່ວງດຶງແລະປອມແປງເອກະສານ;

2.     ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວນໍາຜູ້ໃຫ້ບໍລິການ;

3.     ເປີດເຜີຍຂໍ້ມູນທີ່ ເປັນຄວາມລັບຂອງຜູ້ໃຫ້ ແລະ ຜູ້ໃຊ້ບໍລິການ;

4.     ມີພຶດຕິກໍາອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 19.        ຂໍ້ຫ້າມສໍາລັບຜູ້ໃຫ້ບໍລິການ

ຫ້າມຜູ້ໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີມີພຶດຕິກໍາ ດັ່ງນີ້:

1.    ດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການ ປທສ;

2.    ນໍາໃບອະນຸຍາດໃຫ້ຄົນອື່ນໃຊ້, ເຊົ່າ ຫຼື ໂອນ;

3.    ໃຫ້ບໍລິການນອກເໜືອຈາກປະເພດການໃຫ້ບໍລິການ, ຕາມທີ່ກໍານົດໃນໃບອະນຸຍາດ ຫຼື ຂອບເຂດທີ່ກໍານົດໄວ້;

4.    ອຸດໜູນ, ຄອບງໍາ ຫຼື ໃຊ້ອໍານາດການຕະຫຼາດທີ່ບໍ່ເປັນທໍາຕໍ່ຜູ້ປະກອບການລາຍອື່ນ;

5.    ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 6
ການ ຄຸ້ມ ຄອງ

ມາດຕາ 20.        ອົງການ ຄຸ້ມ ຄອງ ການ ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານ ໄອ ຊີ ທີ

ອົງການຄຸ້ມ ຄອງ ການ ບໍລິການຕິດ ຕັ້ງ ແລະສ້ອມ ແປງດ້ານ ໄອ ຊີ ທີ ແມ່ນ ຂະ ແໜງການ ໄປສະນີ, ໂທລະ ຄົມມະນາຄົມ ແລະ ການ ສື່ສານ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 21.        ສິດ ແລະ ໜ້າທີ່ ຂອງ ກະຊວງໄປສະນີ, ໂທລະຄົມ ມະນາຄົມແລະການສື່ສານ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ພິຈາລະນາອອກ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນໃບອະນຸຍາດ;

2.  ຕິດຕາມແລະກວດກາການປະຕິບັດເງື່ອນໄຂ, ມາດຕະຖານ ແລະ ລະບຽບການຕາມຂໍ້ຕົກລົງ ສະບັບນີ້;

3.  ກ່າວເຕືອນ, ສຶກສາອົບຮົມຫຼືປັບໃໝຕໍ່ບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດ ຂໍ້ ຕົກລົງສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;

4.  ຮັບ ແລະ ພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບການໃຫ້ບໍລິການ ເປັນຕົ້ນ ຄຸນນະພາບ ຂອງການ ບໍລິການ ແລະ ຄ່າບໍລິການຕ່າງໆ;

5.  ເກັບຄ່າທຳນຽມ ແລະ ຄ່າບໍລິການ ໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ;

6.  ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 22.        ສິດ ແລະ ໜ້າທີ່ ຂອງ ພະແນກໄປສະນີ, ໂທລະຄົມ ມະນາຄົມແລະການສື່ສານແຂວງ/ນະຄອນຫຼວງ

ພະແນກໄປສະນີ, ໂທລະ ຄົມມະນາຄົມ ແລະ ການ ສື່ສານ ແຂວງ/ນະຄອນຫຼວງມີສິດ ແລະ ໜ້າ ທີ່ ດັ່ງ ນີ້ :

1.   ພິຈາລະນາອອກ, ຕໍ່, ປ່ຽນແປງ, ໂຈະ ແລະ ຖອນໃບອະນຸຍາດຕາມທີ່ ກະຊວງ ປທສ ກໍານົດໃຫ້;

2.   ຕິດຕາມ ແລະ ກວດກາ ການປະຕິບັດເງື່ອນໄຂ, ມາດຕະຖານ ແລະ ລະບຽບການ ຕາມຂໍ້ຕົກລົງສະບັບນີ້;

3.   ກ່າວເຕືອນ, ສຶກສາອົບຮົມ ຫຼື ປັບໃໝ ຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ລະເມີດຂໍ້ຕົກລົງສະບັບນີ້;

4.   ປະຕິບັດສິດອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບ ການ.

ໝວດ ທີ 7

ມາດຕະການຕໍ່ຜູ້ລະເມີດ

 

ມາດຕາ 23.         ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ແລ້ວແຕ່ກໍລະນີເບົາ ຫຼື ໜັກ ລວມທັງໃຊ້ແທນຄ່າເສຍຫາຍທີ່ຕົນ ໄດ້ກໍ່ຂຶ້ນ.

ມາດຕາ 24.        ມາດຕະການສຶກສາອົບຮົມ

ພະນັກງານ ລັດ ຫຼື ຜູ້ໃຫ້ບໍລິການຈະ ຖືກ ສຶກສາ ອົບ ຮົມ ໃນ ກໍ ລະ ນີດັ່ງ ນີ້:

1.    ພະນັກງານຂອງລັດທີ່ເຮັດວຽກຄຸ້ມຄອງບໍ່ໃຫ້ຄວາມ ສະດວກ, ຊັກຊ້າ, ກົດໜ່ວງທ່ວງດຶງ ການ ພິຈາລະນາຄໍາຮ້ອງຂໍອະນຸຍາດ,ໃຊ້ມາລະຍາດ ຫຼື ຄໍາເວົ້າທີ່ບໍ່ເໝາະສົມ;

2.    ຜູ້ໃຫ້ບໍລິການ ຕິດ ຕັ້ງ ແລະ ສ້ອມ ແປງດ້ານໄອຊີທີ ບໍລິການບໍ່ມີ ຄຸນ ນະພາ ບ ຫຼື ກົດ ໜ່ວງ ຖ່ວງ ດຶງການ ບໍລິການ ຢ່າງ ບໍ່ ມີ ເຫດຜົນ ຫຼື ລະເມີດຂໍ້ຫ້າມ ໃນສະຖານເບົາ.

ມາດຕາ 25.        ມາດຕະຖານທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມີດຂໍ້ຕົກລົງສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກລົງວິໄນ ຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 26.        ມາດຕະການປັບໃໝ

ບຸກຄົນຫຼືນິຕິບຸກຄົນທີ່ລະເມີດຂໍ້ຕົກລົງສະບັບນີ້ຈະຖືກປັບໃໝ ດັ່ງນີ້:

1.    ດໍາເນີນທຸລະກິດການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝ 10.000.000 ກີບ;

2.    ນໍາໃບອະນຸຍາດໃຫ້ຜູ້ອື່ນນໍາໃຊ້, ເຊົ່າ ຫຼື ໂອນ ຈະຖືກປັບໃໝ 5.000.000 ກີບ;

3.    ບໍລິການເກີນປະເພດ ຫຼື ຂອບເຂດທີ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 2.000.000 ກີບ;

4.    ປອມແປງ, ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງ, ເຊື່ອງອໍາຂໍ້ມູນຫຼືບໍ່ໃຫ້ຄວາມຮ່ວມມືກັບອົງການຄຸ້ມຄອງ ແລະ ກວດກາການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ ຈະຖືກປັບໃໝ 2.000.000 ກີບ;

5.    ໂຄສະນາໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມເສຍຫາຍໃຫ້ຜູ້ບໍລິການລາຍອື່ນ ຈະຖືກປັບໃໝ 2.000.000 ກີບ;

6.    ເປີດເຜີຍຂໍ້ມູນສ່ວນຕົວ ຂອງຜູ້ໃຊ້ບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງ ຈະຖືກປັບໃໝ 3.000.000 ກີບ;

7.    ຜູກຂາດແລະກີດກັນຜູ້ໃຫ້ບໍລິການລາຍໃໝ່ຈະຖືກປັບໃໝ 2.000.000 ກີບ;

8.    ອຸດໜູນການບໍລິການ,ຄອບງໍາຫຼືໃຊ້ອໍານາດການຕະຫຼາດທີ່ບໍ່ເປັນທໍາຕໍ່ຜູ້ປະກອບການລາຍຍ່ອຍຈະຖືກປັບໃໝ 2.000.000 ກີບ;

9.    ບໍ່ຕໍ່ອະນຸຍາດພາຍໃນ 30 ວັນຫຼັງຈາກໃບອະນຸຍາດໝົດອາຍຸແລ້ວຈະຖືກປັບໃໝ 500.000 ກີບ.

ມາດຕາ 27.        ມາດຕະການໂຈະ ແລະ ຖອນໃບອະນຸຍາດ

ອົງການຄຸ້ມຄອງຈະ ດຳເນີນ ການໂຈະໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີໃນກໍລະນີ ດັ່ງລຸ່ມນີ້:

1.    ບໍລິການເກີນປະເພດຫຼືຂອບເຂດທີ່ ລະບຸ ໄວ້ໃນ ໃບອະນຸຍາດ;

2.    ປອມແປງ, ເຊື່ອງອໍາຂໍ້ມູນ ຫຼື ສະໜອງຂໍ້ມູນທີ່ບໍ່ຖືກຕ້ອງຕາມການກໍານົດຂອງອົງການຄຸ້ມຄອງແລະກວດກາການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ;

3.    ບໍ່ຕໍ່ໃບອະນຸຍາດພາຍໃນໄລຍະເວລາ 90 ວັນຫຼັງຈາກໃບອະນຸຍາດໝົດອາຍຸແລ້ວ;

4.   ບໍ່ຊໍາລະຄ່າທໍານຽມ, ຄ່າບໍລິການຫຼືອາກອນໃຫ້ລັດຕາມກົດໝາຍ ແລະ ລະບຽບການ.

ໝວດທີ 8
ບົດບັນຍັດສຸດທ້າຍ

ມາດຕາ 28.        ການຈັດຕັ້ງປະຕິບັດ

ມອບໃຫ້ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ພະແນກໄປສະນີ, ໂທລະຄົມມະນາຄົມແລະ ການສື່ສານແຂວງ/ນະຄອນ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 29.        ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດລັດຖະການ15 ວັນ.

ລັດຖະມົນຕີ

(ເຊັນ ແລະ ປະທັບຕາ)
ປອ. ທັນສະໄໝ ກົມມະສິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Installation and Repair of ICT Goods No. 2234/MPT, dated 10 July 2017 PDF
2 ຂໍ້ຕົກລົງ ວ່າດ້ວຍ ການໃຫ້ບໍລິການຕິດຕັ້ງ ແລະ ສ້ອມແປງ ດ້ານໄອຊີທີ ສະບັບເລກທີ 2234/ປທສ, ລົງວັນທີ 10 ກໍລະກົດ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.