ສາ ທາ ລະນະ ລັດ ປະຊາທິປະ ໄຕ ປະຊາຊົນ ລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກ ະພາບ ວັດທະນະຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ         ເລກທີ 1014/ກວຕ
ນະຄອນຫຼວງວຽງຈັນ, ວັນທີ 26 ກັນຍາ 2016

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ

  • ອີງຕາມ ກົດໝາຍ ວ່າດ້ວຍ ການວັດແທກ (ສະບັບປັບປຸງ) ເລກທີ 036/ສພຊ, ລົງ ວັນທີ 13 ທັນວາ 2013;
  • ອີງຕາມ ດຳລັດ ຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະບັບ ເລກທີ 309/ນຍ, ລົງ ວັນ ທີ 28 ກັນຍາ 2011;
  • ອີງຕາມ ການຄົ້ນຄ້ວາສະເໜີ ຂອງ ກົມມາດຕະຖານ ແລະ ວັດແທກ ເລກທີ 2081/ກວຕ.ກມວ, ລົງວັນທີ 16 ກັນຍາ 2016.

ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕົກລົງ:

ໝວດທີ 1

ບົດ ບັນຍັດທົ່ວ ໄປ

ມາດຕາ 1. ຈຸດປະສົງ   

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວ ກັບ ການຄຸ້ມ ຄອງ, ກວດ ທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລະ ກວດຄືນຄວາມ ທ່ຽງ ຕົງຂ ອງໝໍ້ນັບ ໄຟຟ້າ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ນໍາ ໃຊ້ ແລະ ບໍລິການ ຢູ່ ສປປ ລາວ ໃຫ້ມີຄວາມເປັນ ເອກະ ພາບ, ຊັດ ເຈນ, ບົນ ພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ ແລະ ມາດຕະຖານ ຊຶ່ງ ສອດຄ່ອງກັບລະບຽບ ການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ ສົ່ງ ເສີມ ການ ບໍລິການທີ່ ມີ ຄຸນ ນະພາບ ແລະ ແທດ ເໝາະກັບ ສະພາບ ຄວາມ ເປັນ ຈິງ, ປະກອບສ່ວນ ເຂົ້າ ໃນ ການ ພັດທະນາ ເສດຖະກິດ -ສັງຄົມ ແຫ່ງ ຊາດ.

ມາດຕາ 2. ໝໍ້ນັບໄຟຟ້າ

    ໝໍ້ນັບໄຟຟ້າ ແມ່ນ ອຸປະກອນ ວັດ ແທກ ທີ່ໃຊ້ ບັນ ທຶກ ພະລັງງານ ໄຟຟ້າ ຈາກການຊົມໃຊ້ໂດຍຂຶ້ນກັບກຳລັງໄຟຟ້າ P(w), Q(Var) ແລະ ເວລາໃນການໃຊ້ t (h)  ການບັນທຶກພະລັງງານເປັນ  ກິໂລວັດໂມງ (kWh) ແລະ ກິ ໂລ ວາ ໂມງ (kVarh) ຈາກໝໍ້ນັບໄຟຟ້າ ເພື່ອ ເປັນຫົວໜ່ວຍຄິດ ໄລ່ ເຂົ້ າ ໃນ ການ ຊື້-ຂາຍ ພະລັງງານ ໄຟຟ້າ ລະຫວ່າງ ຜູ້ ດຳ ເນີນ ທຸລະ ກິດທາງ ໄຟຟ້າ ກັບຜູ້ ຊົມ ໃຊ້ ໄຟຟ້າ.

ມາດຕາ 3. ການອະທິບາຍຄໍາສັບ

1.    ອັດຕາການໄຫຼ ໝາຍເຖິງ ກະ ແສໄຟຟ້າທີ່ໄຫຼຜ່ານ ໝໍ້ນັບໄຟຟ້າໃນຊ່ວງເວລາທີ່ ໃຊ້ ງານ;

2.    U ໝາຍເຖິງ ແຮງ ດັນ ໄຟຟ້າ ມີ ຫົວໜ່ວຍ ເປັນ ໂວ ນ (V);

3.    f  ໝາຍ ເຖິງ ຄວາມຖີ່ ໄຟຟ້າ ມີ ຫົວໜ່ວຍ ເປັນ ເຮີ ດ (Hz);

4.    I   ໝາຍ ເຖິງ ກະແສໄຟຟ້າ ມີ ຫົວໜ່ວຍ ເປັນ ແອັມແປ (A);

5.    P ໝາຍ ເຖິງ ກຳລັງ ໄຟຟ້າ ມີຫົວໜ່ວຍ ເປັນ ວັດ ( W);

6.    Q ໝາຍ ເຖິງ ກຳລັງ ທຽມ ມີ ຫົວໜ່ວຍ ເປັນວາ (Var );

7.    Cos φ ໝາຍເຖິງ ສຳ ປະສິດ ໄຟຟ້າກໍາລັງ;

8.    Class ໝາຍ ເຖິງ ຂັ້ນ ຄວາມ ຊັດ ເຈນ;

9.    t ໝາຍ ເຖິງ ເວລາ ທີ່ ນຳໃຊ້ໄຟຟ້າ ຕົວ ຈິງ (h);

10.  ອຸປະກອນ ວັດ ແທກ ໝາຍ ເຖິງ ເຄື່ອງມື ທີ່ ໃຊ້ ເພື່ອ ດຳ ເນີນ ການ ວັດ ແທກ ຊຶ່ງ ປະກອບ ດ້ວຍ ເຄື່ອງດຽວ ຫຼື ນຳ ໃຊ້ ກັບ ອຸປະກອນ ເສີມ ອື່ນໆ ເຊັ່ນ ໝໍ້ນັບ ໄຟຟ້າ;

11.  ສັນຍາ ລັກ ປະ ທັບ ຕາ ໃສ່ ອຸປະກອນ ວັດ ແທກ ໝາຍເຖິງ ສັນຍາ ລັກ ທີ່ ປົກ ປ້ອງ ອຸປະກອນ ວັດ ແທກ ເພື່ອ ບໍ່ ໃຫ້ມີ ການປ່ຽນ ແປງ, ການ ດັດ ແປງ, ການ ຖອດ ຖອນ ສ່ວນ ໃດ ສ່ວນໜຶ່ງ ຫຼື ຫຼາຍສ່ວນ ອອກ;

12.  ກາໝາຍການ ກວດຄືນ ໝາຍເຖິງ ສັນຍາລັກທີ່ ໃຊ້ ກັບ ເຄື່ອງມື ອຸປະກອນ ວັດ ແທກ ທີ່ ຢັ້ງຢືນ ເຖິງ ຄວາມ ຖືກຕ້ອງ ຂອງ ເຄື່ອງມື ແລະ ອຸປະກອນ ວັດ ແທກ ທີ່ ໄດ້ ກວດ ຜ່ານ ;

13.  ໃບຢັ້ງຢືນ ໝາຍເຖິງ ເອກະສານທີ່ຢັ້ງຢືນເຖິງຜົນການກວດຄືນຂອງໝໍ້ນັບໄຟຟ້າ.

ມາດຕາ 4. ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ມີຂອບເຂດການນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ ທີ່ດຳເນີນທຸລະກິດກ່ຽວ ກັບໝໍ້ນັບໄຟຟ້າທຸກປະເພດ ຢູ່ໃນ ສປປ ລາວ.

ມາດຕາ 5.  ຫຼັກການພື້ນຖານ ຂອງການຄຸ້ມ ຄອງ ໝໍ້ນັບ ໄຟຟ້າ

ການຄຸ້ມ ຄອງ ໝໍ້ນັບ ໄຟຟ້າ ແມ່ນການ ກວດ ທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລ ະ ກວດຄືນ ໝໍ້ນັບ ໄຟຟ້າ ເພື່ອ ຍົກ ສູງ ຄຸນ ນະພາ ບ ແລະ ປະສິດທິພາບ ທາງ ດ້ານ ເສດຖະກິດ-ສັງຄົມ ກ່ຽວກັບ    ການຄຸ້ມ ຄອງ, ການບໍລິການ ແລະ ປົກ ປ້ອງ ຜູ້ ຊົມ ໃຊ້ ບົນພື້ນຖານຫຼັກການ ດັ່ງ ນີ້:

1.  ຕອບ ສະໜອງຄວາມ ຮຽກຮ້ອງ ຕ້ອງການ ແລະ ຮັບປະກັນຄວາມ ປອດ ໄພຕໍ່ຊີວິດ, ຊັບ ສິນ, ສະພາບ ແວດ ລ້ອມ ແລະ ຄວາມໝັ້ນຄົງ ທາງ ດ້ານ ພະລັງງານ ໄຟຟ້າ;

2. ຮັບປະກັນ ການ ເປີດ ກ້ວາງ, ຄວາມຍຸຕິ ທຳ, ສະ ເໝີພາບ ແລະ ໂປ່ ງ ໃສ, ສາມາດ ກວດ ສອບ ໄດ້, ຫຼີກ ເວັ້ນການຈຳ ແນ ກ ສ້າງ ອຸປະສັກ ຕໍ່ທຸລະ ກິດ ແລະ ຜູ້ ຊົມ ໃຊ້ ໝໍ້ນັບ ໄຟຟ້າ ;

3. ໝໍ້ນັບ ໄຟ ຟ້າ ທີ່ ນຳ ເຂົ້າ , ສົ່ງ ອອກ, ນໍາ ໃຊ້ ແລະ ບໍລິການ ຕ້ອງໄດ້ຮັບ ການຈົດ ທະບຽນ, ສອບ ທຽບຄວາມ ທ່ຽງ ຕົງ ຈາກ ອົງການ ທີ່ ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງ ກັບ ຫຼັກ ໃນການ ຄຸ້ມ ຄອງ, ມາດຕະຖານ ແຫ່ງ ຊາດ, ພາກ ພື້ນ ແລະ ສາກົນ;

4.  ຮັບປະກັນ ຄວາ ມສອດຄ່ອງ ຕາມ ລະບຽບ ກົດໝາຍ ແລະ ສະພາບ ຄວາມ ເປັນ ຈິງ ໃນ ການ ຊົມ ໃຊ້ ໝໍ້ນັບ ໄຟຟ້າ.

ໝວດທີ 2

ສິດ, ພັນທະຂອງຜູ້ດຳເນີນທຸລະກິດ ແລະ ຜູ້ຊົມໃຊ້

ມາດຕາ 6. ສິດຂອງຜູ້ດໍາເນີນທຸລະກິດ

ຜູ້ດໍາເນີນທຸລະກິດມີ ສິດ ດັ່ງນີ້:

1.  ໂຄສະນາເຜີຍແຜ່ ມາດຕະຖານ, ຄຸນນະພາບຂອງໝໍ້ນັບໄຟຟ້າທຸກປະເພດ ພາຍຫຼັງໄດ້ຮັບການຢັ້ງຢືນການກວດຄືນ;

2.  ຮ້ອງຂໍຄວາມເປັນທຳຕໍ່ອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ ຫາກເຫັນວ່າ ການກວດຄືນນັ້ນບໍ່ໄດ້ຮັບຄວາມຍຸຕິທຳ;

3.  ສະ ເໜີ ໃຫ້ ອົງການ ຄຸ້ມ ຄອງ ລັດທີ່ ກ່ຽວຂ້ອງ ລົງ ກວດທຽບຄືນ ຖ້າ ເຫັນ ວ່າ ຄຸນ ນະພາ ບຂອງ ໝໍ້ ນັບໄຟຟ້າ ຜິດ ປົກກະຕິ;

4.  ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ມາດຕາ 7. ສິດຂອງຜູ້ຊົມໃຊ້ໝໍ້ນັບ ໄຟຟ້າ

ຜູ້ຊົມໃຊ້ມີ ສິດ ດັ່ງນີ້:

1.  ຮ້ອງ ຮຽນຕໍ່ພາກສ່ວນທີ່ກ່ຽວຂ້ອງ ເມື່ອເຫັນວ່າການໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ແລະ ບໍ່ສອດຄ່ອງກັບມາດຕະຖານຄວາມ ທ່ຽງຕົງ ຂອງໝໍ້ນັບ ໄຟຟ້າ;

2.  ສະເໜີຕໍ່ຜູ້ໃຫ້ບໍລິການເພື່ອມາກວດຄືນ ຫຼື ປ່ຽນອອກ ເມື່ອເຫັນວ່າໝໍ້ນັບໄຟຟ້າ ເປ່ເພ ຫຼື ມີກະແສໄຟຟ້າບໍ່ຖືກຕ້ອງ;

3.  ປະຕິບັດ ສິດອື່ນໆ ຕາມ ທີ່ ໄດ້ ກຳນົດ ໄວ້ ໃນ ລະບຽບກົດໝາຍ.

ມາດຕາ 8. ພັນທະຂອງຜູ້ດໍາເນີນທຸລະກິດ

ຜູ້ດໍາເນີນທຸລະກິດມີ ພັນທະ ດັ່ງນີ້:

1.    ກ່ອນການນໍາ ເຂົ້າ ຕ້ອງໄດ້ນໍ າ ເອົາ ຕົວ ຢ່າງໝໍ້ນັບ ໄຟຟ້າ ໄປ ກວດ ທຽບ ເພື່ອຢັ້ງຢືນຄວາມຖືກ ຕ້ອງຈາກອົງການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ ເພື່ອ ໃຫ້ ສອດຄ່ອງ ກັບ ມາດຕະຖານ ;

2.    ຮັກສາການກວດທຽບການວັດແທກ ກັບລະບົບຫົວໜ່ວຍສາກົນໂດຍຜ່ານ ກົມມາດຕະຖານ ແລະ ວັດແທກ;

3.    ການທົດສອບ ແລະ ການວັດແທກອຸປະກອນທັງໝົດ ທີ່ລັດວິສາຫະກິດໄຟຟ້າລາວນຳໃຊ້ເຂົ້າໃນການກວດຄືນໝໍ້ນັບໄຟຟ້າ ຕ້ອງໄດ້ຮັບການສອບທຽບຕາມຂັ້ນຕອນຂອງສາກົນ;

4.    ໝໍ້ນັບໄຟຟ້າທີ່ນຳໃຊ້ຢູ່ ສປປ ລາວ ຕ້ອງສອດຄ່ອງຕາມມາດຕະຖານ ທີ່ກຳນົດໂດຍຄະນະກຳມະການເຕັກນິກໄຟຟ້າສາກົນ (IEC);

5.    ທົດສອບ, ກວດສອບຄວາມຖືກຕ້ອງ, ຕິດຕັ້ງ ແລະ ບຳລຸງຮັກສາພາຫະນະ ກວດນັບໝໍ້ນັບໄຟຟ້າ ທີ່ ໄດ້ຖືກຮັບຮອງຈາກ ອົງການ ທີ່ ເຊື່ອ ຖື ໄດ້;

6.    ໝໍ້ນັບໄຟຟ້າທີ່ຕິດຕັ້ງຢູ່ຕາມອາຄານສະຖານທີ່ຂອງທຸລະກິດ ຫຼື ເອກະຊົນ ຫຼື ລັດ ຕ້ອງມີສັນຍາລັກປະທັບຕາຢັ້ງຢືນ ການສອບ ທຽບ ຈາກ ອົງການ ຄຸ້ມ ຄອງ ທີ່ ກ່ຽວຂ້ອງ; 

7.  ນຳເອົາໝໍ້ນັບໄຟຟ້າ ຂອງຕົນໄປສອບ ທຽບ ແລະ ຈົດທະບຽນຄວາມຖືກຕ້ອງ ກ່ອນນຳໃຊ້ ແລະ ບໍລິການ;

8. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກໝໍ້ນັບໄຟຟ້າທີ່ ບໍ່ ໄດ້ ມາດຕະຖານ ;

9. ຮັບຜິດຊອບ ຕໍ່ໝໍ້ນັບໄຟຟ້າ ທີ່ ເປ່ ເພຈາ ກການ ຕິດ ຕັ້ງ;

10.ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ແກ່ເຈົ້າໜ້າທີ່ກວດຄືນແຕ່ລະຄັ້ງ;

11.ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 9. ພັນທະຜູ້ຊົມ ໃຊ້ໝໍ້ນັບ ໄຟຟ້າ

ຜູ້ຊົມ ໃຊ້ໝໍ້ນັບ ໄຟຟ້າມີພັນທະ  ດັ່ງນີ້:

1. ນໍາ ໃຊ້ ການ ບໍລິການ ໂດຍ ປະຕິບັດ ຕາມ ຄໍາ ແນະ ນໍາ ຂອງ ຜູ້ ໃຫ້ການ ບໍລິການ;

2. ຮັບຜິດຊອບຜົນເສຍຫາຍ ທີ່ເກີດຂຶ້ນຈາກການລັກ ດັດ ແປງໝໍ້ນັບໄຟຟ້າ ;

3. ປະຕິບັດ ພັນທະອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍທີ່ ກ່ຽວຂ້ອງ.

ໝວດທີ 3

ອົງການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງ

ມາດຕາ 10. ອົງການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າ

     ອົງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າ ແມ່ນ ກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຕາມ ການມອບໝາຍ ຫຼື ຕາມ ການ ແບ່ງ ຂັ້ນ ຄຸ້ມ ຄອງ.

ມາດຕາ 11. ສິດ ຂອງອົງການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າ

ຂະແໜງການຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າມີສິດ ດັ່ງ ນີ້:

1.  ຄຸ້ມຄອງ ລະບົບ ການ ກວດ ທຽບ, ສອບທຽບ ແລ ະ ກວດຄືນຄວາມ ທ່ຽງ ຕົງ ຂອງໝໍ້ນັບ ໄຟຟ້າ ໃຫ້ ສອດຄ່ອງຕາມມາດຕະຖານ ລະບຽບການ ເຕັກນິກ ແຫ່ງ ຊາດ ແລະ ຂໍ້ ກໍານົດ ຂອງ ພາກ ພື້ນ ແລະ ສາກົນທີ່ກໍານົດໄວ້;

2.  ເກັບຕົວຢ່າງໝໍ້ນັບ ໄຟຟ້າ ໄປກວດກາຄຸນ ນະພາ ບ ໃຫ້ ສອດຄ່ອງ ຕາມ ມາດຕະຖານ ແຫ່ງ ຊາດ, ພາກພື້ນ ແລະ ສາກົນ ກ່ອນການນໍາ ເຂົ້າ, ສົ່ງ ອອກ, ນໍາ ໃຊ້ ແລະ ບໍລິການ ;

3.  ອອກ ໃບ ຢັ້ງຢືນ ຜົນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ນັບ ໄຟຟ້າ ພາຍຫຼັງ ໄດ້ ຮັບ ການ ກວດກາ ຖືກຕ້ອງ ຕາມ ມາດຕະຖານ ແຫ່ງ ຊາດ, ພາກ ພື້ນ ແລະ ສາກົນ;

4.  ພາຍຫຼັງ ການ ກວດຄືນໝໍ້ນັບ ໄຟຟ້າ ຖ້າເຫັນວ່າບໍ່ສອດຄ່ອງຕາມ ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັ່ງໂຈະຊົ່ວຄາວ ການ ນໍາ ເຂົ້າ, ສົ່ງ ອອກ, ຜະລິດ ແລະ ໃຫ້ ການບໍລິການໝໍ້ນັບ ໄຟຟ້າ ເພື່ອ ລາຍ ງານ ຂັ້ນ ເທິງ ພິຈາລະນາ ແກ້ ໄຂ.

ມາດຕາ 12.    ໜ້າທີ່ ຂອງອົງ ການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າ

ຂະ ແໜງ ການ ຄຸ້ມ ຄອງ ແລະ ຢັ້ງຢືນຄວາມ ຖືກຕ້ອງໝໍ້ນັບ ໄຟຟ້າມີໜ້າທີ່ ດັ່ງ ນີ້:

1.    ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ໃນການກວດຄືນໝໍ້ນັບ ໄຟຟ້າ ໃຫ້ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດ, ພາກພື້ນ ແລະ ສາກົນ;

2.    ຍຸຕິ ທຳ, ໂປ່ ງ ໃສ, ສະ ເໝີພາບ ແລະ ມີ ຄວາມ ບໍລິສຸດ ໃນ ໜ້າ ທີ່ຄວາມ ຮັບຜິດຊອບ ;

3.    ແນະນໍາຜູ້ຜະລິດ, ນໍາ ເຂົ້າ, ສົ່ງ ອອກ ແລະ ບໍລິການໝໍ້ນັບ ໄຟຟ້າ ກ່ຽວກັບຂັ້ນຕອນການແຈ້ງ ເອກະສານຂໍອະນຸຍາດ ໃນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ນັບ ໄຟຟ້າ;

4.    ດໍາ ເນີນ ການ ປະ ເມີນ ການຮັບຮອງແມ່ແບບກວດໝໍ້ນັບໄຟຟ້າເພື່ອສ້າງບັນຊີລາຍຊື່ຜູ້ສະ  ໜອງແມ່ແບບກວດໝໍ້ນັບໄຟຟ້າຊຶ່ງເປັນທີ່ຍອມຮັບ ທີ່ໄດ້ຮັບການຮັບຮອງ ຊຶ່ງສາມາດຊື້ ແລະ ຕິດຕັ້ງໂດຍລັດວິສາຫະກິດໄຟຟ້າລາວ. ແມ່ແບບຕ້ອງສອດຄ່ອງຕາມຂັ້ນຕອນທີ່ກຳ ນົດໂດຍອົງການວັດແທກສາກົນ;

5.    ເກັບ ຮັກສາ ແລະ ສະໜອງຂໍ້ ມູນ ຕ່າງໆ ໃຫ້ ພາກສ່ວນ ກ່ຽວຂ້ອງ ກ່ຽວ ກັບວຽກ ງານ ການ ຄຸ້ ມ ຄອງໝໍ້ນັບ ໄຟ ຟ້າ;

6.    ອອກ ໃບ ຢັ້ງຢືນຜົນການ ກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ນັບ ໄຟຟ້າທີ່ ໄດ້ ຜ່ານ ການ ກວດກາ ຖືກຕ້ອງ;

7.    ປະຕິບັດໜ້າທີ່ອື່ນໆ ຕາມ ທີ່ ໄດ້ ກໍານົດ ໄວ້ ໃນ ລະບຽບ ແລະ ກົດໝາຍ ທີ່ ກ່ຽວຂ້ອງ.

ໝວດທີ 4

ລະບົບ ເອກະສານ, ຫຼັກການ ກວດກາ ແລ ະ ການ ຢັ້ງຢືນຄວາມ ຖືກຕ້ອງ

ມາດຕາ 13.     ເອກະສານ ຂໍຈົດທະບຽນ ແລະ ກວດຄືນໝໍ້ນັບ ໄຟຟ້າ

ເອກະສານປະກອບຂໍຈົດທະບຽນ ແລະ ກວດຄືນຄວາມຖືກຕ້ອງໝໍ້ນັບ ໄຟຟ້າ ມີດັ່ງນີ້:

1. ໃບສະ ເໜີ;

2. ສຳເນົາເອກະສານ ການປະກອບທຸລະ ກິດ ໝໍ້ນັບ ໄຟຟ້າ;             

3. ສຳເນົາເອກະສານຂໍ ຜະລິດ, ນໍາ ເຂົ້າ , ສົ່ງ ອອກ ແລະ ໃຫ້ການບໍລິການ ໝໍ້ນັບ ໄຟຟ້າ;

4. ໃບ ຢັ້ງຢືນ ຄຸນ ນະພາ ບຈາກຕົ້ນ ທາງ;

5. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າ ຈຳ ເປັນ).

ມາດຕາ 14. ການ ພິຈາລະນາ ແລະ ອະນຸມັດເອກະສານ

1.      ເອກະສານ ຂໍການກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ນັບ ໄຟຟ້າ ຈະ ໄດ້ຮັບ ການ ພິຈາ ລະນາຢ່າງ ຊ້າ ບໍ່ ເກີນ ສິບ ວັນລັດຖະການ ນັບ ແຕ່ ວັນ ໄດ້ ຮັບ ໃບ ສະ ເໜີ ເປັນ ຕົ້ນ ໄປ;

2.      ພາຍຫຼັງ ເອກະສານ ຖືກຕ້ອງ, ຄົບ ຖ້ວນ ແລະ ໄດ້ ຜ່ານ ການ ກວດກາຄວາມຖືກຕ້ອງ ໝໍ້ນັບ ໄຟຟ້າ ທີ່ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດແລ້ວ ຕ້ອງ ອອກ ໃບຢັ້ງຢືນຜົນ ຂ ອງ ຄວາມ ຖືກຕ້ອງຢ່າງ ຊ້າ ບໍ່ ໃຫ້ເກີນ ຫ້າວັນລັດຖະການ.

ມາດຕາ 15. ການອອກ ໃບຢັ້ງຢືນຜົນ ຂ ອງການ ກວດ ທຽບ, ສອບທຽບ ແລ ະ ກວດຄືນ

ບຸກຄົນ, ນິຕິບຸກຄົນ ທັງ ພາຍ ໃນ ແລະ ຕ່າງປະ ເທດ ແລະ ການຈັດ ຕັ້ງທີ່ດໍາເນີນທຸລະກິດ ກ່ຽວກັບໝໍ້ນັບ ໄຟຟ້າຢູ່ໃນ ສປປ ລາວ ກ່ອນຈະນຳ ເຂົ້າ, ສົ່ງ ອອກ, ນໍາ ໃຊ້ ແລະ ໃຫ້ການ ບໍລິການຕ້ອງ ໄດ້ຜ່ານການກວດ ທຽບ, ສອບທຽບ ແລ ະ ຈົດ ທະບຽນ ແລະ ກວດຄືນຄວາມ ທ່ຽງ ຕົງ ຈາກກົມ ມາດຕະຖານ ແລະ ວັດ ແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ນະຄອນຫຼວງຕາມ ການ ມອບໝາຍ.

ການອອກໃບຢັ້ງຢືນ ຜົນ ຂ ອງ ການສອບທຽບ ແລະ ຈົດທະບຽນໝໍ້ນັບ ໄຟຟ້າ ແມ່ນ ອອກ ໃຫ້ ເທື່ອ ດຽວ ໂດຍ ບໍ່ ມີ ກໍານົດ, ສ່ວນ ອາຍຸ ຂອງ ການ ຢັ້ງຢືນການ ກວດຄືນ ແມ່ນ ກໍານົດ ໃນມາດຕາ 18.

ມາດຕາ 16. ການເກັບຄ່າທຳນຽມ ແລະ ມາດ ຕະການ ປັບ ໃໝ

ການກວດ ທຽບ, ສອບທຽບ ແລ ະ ຈົດທະບຽນ ແລະ ຢັ້ງຢືນການກວດຄືນໝໍ້ນັບໄຟຟ້າ ຕ້ອງ ໄດ້ເສຍຄ່າທຳນຽມ, ຄ່າບໍລິການ ແລະ ມາດ ຕະການ ປັບ ໃໝ ດັ່ງນີ້:

1.  ຄ່າທໍານຽມ, ຄ່າກວດ ທຽບ, ສອບທຽບ ແລ ະ ກວດຄືນໝໍ້ນັບໄຟຟ້າ ແມ່ນອີງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 (ສະບັບປັບປຸງ);

2.  ຄ່າປັບ ໃໝແມ່ນອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ປັບໃໝ ແລະ ມາດຕະ ການຕໍ່ຜູ້ລະເມີດກົດໝາຍມາດຕະຖານ ແລະ ກົດໝາຍການວັດແທກ.

ມາດຕາ 17. ຫຼັກການກວດ ທຽບ, ສອບທຽບ ແລ ະ ກວດຄືນ

ການດຳເນີນ ການກວດ ທຽບ, ສອບທຽບ ແລ ະ ກວດຄືນ ໝໍ້ນັບ ໄຟຟ້າ ມີຫຼັກການດັ່ງນີ້:

1.  ການດໍາເນີນການກວດຄືນ, ທຸກຄັ້ງທີ່ພະນັກງານລົງກວດກາ ແມ່ນຕ້ອງມີບັດພະນັກງານ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ຕາມ ການມອບໝາຍ;

2.  ສົ່ງຕົວຢ່າງໝໍ້ນັບໄຟຟ້າທີ່ຜະລິດຢູ່ພາຍໃນ ແລະ ນໍາເຂົ້າມາໃໝ່ ຈໍານວນ 10% ໃຫ້ ແກ່ ກົມ ມາດຕະຖານ ແລະ ວັດ ແທກ, ກະຊວງ ວິທະຍາສາດ ແລະ ເຕັກ ໂນ ໂລ ຊີ ເພື່ອສອບທຽບ ຄືນ;

3.  ໃນເວລາພະນັກງານລົງກວດຕົວຈິງຫາກ ເຫັນ ວ່າ ຜົນ ການ ກວດກາສອດຄ່ອງຕາມມາດຕະ ຖານ ແຫ່ງ ຊາດ ພະນັກງານທີ່ກ່ຽວຂ້ອງຕ້ອງໄດ້ອອກຜົນ ການ ກວດກາ ຄຸນ ນະພາ ບ ເພື່ອ ຢັ້ງຢືນ ຄວາມ ຖືກຕ້ອງ ຂອງໝໍ້ນັບ ໄຟຟ້າ ນັ້ນ;

4.  ໃນ ກໍລະນີ ຜົນ ການສອບທຽບ, ກວດຄືນນັ້ນ ບໍ່ສອດຄ່ອງຕາມມາດຕະຖານ ແຫ່ງ ຊາດ ແລະ ພາກ ພື້ນພະນັກງານທີ່ ເຮັດ ໜ້າ ທີ່ກວດຄືນ ຕ້ອງ ໄດ້ ເຮັດ ບົດ ບັນທຶກ ແລະ ສັ່ງໂຈະ ການ ນໍາ ເຂົ້າ,

ສົ່ງ ອອກ ແລະ ບໍລິການຊົ່ວຄາວ ເພື່ອລາຍ ງານ ຂັ້ນ ເທິງ ແລະ ພາກສ່ວນ ທີ່ ກ່ຽວຂ້ອງແກ້ ໄຂ.

ມາດຕາ 18. ຮູບແບບ ແລະ ກໍານົດ ເວລ າ ການກວດຄືນໝໍ້ນັບ ໄຟຟ້າ

ຮູບແບບ ແລະ ກໍານົດ ເວລາ ຂອງການກວດຄືນໝໍ້ນັບໄຟຟ້າມີ 03 ຮູບແບບຄື:

1. ການ ກວດຄືນກ່ອນການນໍາ ໃຊ້ ແລະ ບໍລິການ, ແມ່ນ ໝໍ້ນັບ ໄຟຟ້າ ທຸກ ໆໜ່ວຍ ທີ່ ຜະລິດ ຢູ່ ພາຍ ໃນ ແລະ ນໍາ ເຂົ້າ ຕ້ອງ ໄດ້ ຜ່ານ ການ ກວດຄືນຄວາມ ທ່ຽງ ຕົງ;

2. ການກວດຄືນຕາມແຜນປົກກະຕິ ມີຄື:

-  ຂັ້ນ (Class) 0,2 ກວດ 05 ປີ/ຄັ້ງ;

-  ຂັ້ນ (Class) 0,5 ກວດ 05 ປີ/ຄັ້ງ;

-  ຂັ້ນ (Class) 1,0 ກວດ 03 ປີ/ຄັ້ງ;

-  ຂັ້ນ (Class) 2,0 ກວດ 02 ປີ/ຄັ້ງ.

3. ການກວດຄືນແບບກະທັນຫັນ ແມ່ນຈະໄດ້ທຳການກວດຄືນໂດຍບໍ່ໄດ້ ແຈ້ງ ໃຫ້ ຜູ້ ຖືກ ກວດກາ ຮູ້ລ່ວງ ໜ້າ.

ໝວດ 5

ປະເພດ ແລ ະ ຄຸນລັກ ສະ ນະ ຂອງໝໍ້ນັບໄຟຟ້າ

ມາດຕາ 19. ປະເພດຂອງໝໍ້ນັບໄຟຟ້າ

ປະ ເພດໝໍ້ນັບໄຟຟ້າ ທີ່ ນໍາ ໃຊ້ ຢູ່ ສປປ ລາວ ມີ ດັ່ງ ນີ້:

1.    ໝໍ້ນັບໄຟຟ້າ ທີ່ໃຊ້ກັບແຮງດັນຕໍ່າ 0,4 kW ທີ່ ຕິດ ຕັ້ງ ໂດຍ ກົງ;

-     ໝໍ້ນັບ ໄຟຟ້າ 1 ເຟດສ ຮັບ ແຮງ ດັນ 230 v : 3/9, 5/15, 5/20, 10/40, 10/60, 20/80A;

-     ໝໍ້ ນັບໄຟຟ້າ 3 ເຟດສ ຮັບ ແຮງ ດັນ 400 v : 10/40, 15/60, 20/60, 20/80 A;

2.    ໝໍ້ນັບໄຟຟ້າ ທີ່ໃຊ້ກັບແຮງດັນຕໍ່າ 0,4kv, 22kv, 115kV ຂຶ້ນ ໄປທີ່ ຕິດ ຕັ້ງ ຮ່ວມ CT, VT;

-     ໝໍ້ ນັບໄຟຟ້າ 3 ເຟດສ: 4 ສາຍຕໍ່ ຮ່ວມ ກັບ CT 0,4 kV;

-     ໝໍ້ ນັບໄຟ 3 ເຟດສ: 3 ສາຍຕໍ່ ຮ່ວມ ກັບ CT, VT, 22 kV;

-     ໝໍ້ ນັບໄຟ 3 ເຟດສ: 4 ສາຍຕໍ່ ຮ່ວມ ກັບ CT, VT, 22 kV, 115 kV ຂຶ້ນ ໄປ.

ມາດຕາ 20. ຄ່າອະນຸຍາດຜິດດ່ຽງສໍາລັບໝໍ້ນັບໄຟຟ້າແຕ່ລະຂັ້ນ

ຄ່າອະນຸຍາດຜິດດ່ຽງສໍາລັບໝໍ້ນັບໄຟຟ້າແຕ່ລະຂັ້ນມີດັ່ງລຸ່ມນີ້:

-  ຂັ້ນ (Class) 0,2        ± 0,2 %;

-  ຂັ້ນ (Class) 0,5        ± 0,5 %;

-  ຂັ້ນ (Class) 1,0        ±  1 %;

-  ຂັ້ນ (Class) 2,0        ±  2 %.

ມາດຕາ 21. ສະ ຫາກ ແລະ ເຄື່ອງໝາຍ

ໝໍ້ນັບໄຟຟ້າທຸກໜ່ວຍ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍ ໃສ່ ບ່ອນ ທີ່ ເຫັນ ໄດ້ ງ່າຍ ແລະ ຈະ ແຈ້ງ ດີ, ເນື້ອ ໃນ ຂອງ ສະຫຼາກ ຕ້ອງ ມີ ພາສາ ລາວ, ສໍາລັບ ພາສາ ຕ່າງປະ ເທດ ຕ້ອງ ມີ ເນື້ອ ໃນ ສອດ ຄ່ອງ ກັບ ພາສາ ລາວທີ່ ໄດ້ ກໍານົດ ໄວ້ ເຊິ່ງມີເນື້ອ ໃນດັ່ງ ນີ້:

1.  ຊື່ ຫຼື ເຄື່ອງໝາຍການຄ້າຂອງຜູ້ຜະລິດ;

2.  ຊື່ ແລະ ທີ່ຢູ່ຂອງໂຮງງານຜະລິດ, ປີຜະລິດ, ຜູ້ນຳເຂົ້າ ຫຼື ຜູູ້ຈຳໜ່າຍ;

3.  ຊະນິດ;

4.  ນ້ຳ ເບີ;

5.  ຄວາມຖີ່;

6.  ແຮງດັນໄຟຟ້າກໍານົດ;

7.  ກະແສໄຟຟ້າກໍານົດ ແລະ ກະແສໄຟຟ້າສູງສຸດ;

8.  ຕົວ ຄູນຈໍານວນຮອບ/ກິໂລວັດໂມງ;

9.  ຂັ້ນ ຄວາມ ຊັດ ເຈນ;

10.  ຈຸດອ່ານຊີ້ບອກພະລັງງານໄຟຟ້າ ທີ່ວັດແທກໄດ້;

11.  ຂໍ້ແນະນຳວິທີການນຳໃຊ້;

12.  ບາໂຄດ;

13.  ກາ ໝາຍມາດຕະຖານ (ຖ້າ ໄດ້ ຮັບ ອະນຸຍາດ);

14.  ກາໝາຍຢັ້ງຢືນການ ກວດຄືນ ຂອງໝໍ້ນັບໄຟຟ້າ.

ໝວດ 6

ຂໍ້ຫ້າມ

ມາດຕາ 22. ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ

ຫ້າມສໍາລັບຜູ້ດໍາເນີນທຸລະກິດ ມີດັ່ງນີ້:

1.    ຫ້າມປອມແປງ ແລະ ດັດແກ້ອຸປະກອນ ທີ່ກ່ຽວຂ້ອງກັບໝໍ້ນັບໄຟຟ້າ;

2.    ຫ້າມ ຄອບ ຄອງ, ຕິດ ຕັ້ງ ໝໍ້ນັບ ໄຟຟ້າທີ່ ບໍ່ ໄດ້ ຜ່ານ ການ ກວດຄືນ ຫຼື ຕິດ ກາໝາຍຢັ້ງຢືນ ຈາກ ອົງການ ຄຸ້ມ ຄອງ ການ ວັດ ແທກ;

3.    ຫ້າມຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ລົງກວດຄືນ ແລະ ກວດກາວຽກງານວັດ ແທກ, ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກວດກາ;

4.    ຫ້າມປອມແປງເອກະສານ, ການຢັ້ງຢືນ ທີ່ກ່ຽວກັບໝໍ້ນັບໄຟຟ້າ.

ມາດຕາ 23. ຂໍ້ຫ້າມສຳລັບພະນັກງານ ທີ່ ປະຕິບັດ ໜ້າ ທີ່

ຫ້າມສຳລັບພະນັກງານ ທີ່ປະຕິບັດ ໜ້າ ທີ່ ມີດັ່ງນີ້:

1.   ຫ້າມ ຜູ້ ທີ່ ບໍ່ ໄດ້ ຮັບ ການ ແຕ່ງ ຕັ້ງລົງ ປະຕິບັດໜ້າທີ່ ໂດຍ ພາລະ ການ;

2.   ຫ້າມປະລະໜ້າທີ່ ໂດຍບໍ່ມີຄວາມຮັບຜິດຊອບ;

3.   ຫ້າມປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ, ລໍາອຽງຕໍ່ບຸກຄົນ ຫຼື ການຈັດຕັ້ງ;

4.   ຫ້າມຮັບສິນບົນ ຫຼື ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ;

5.   ຫ້າມປອມແປງ, ແກ່ຍາວເວລາ ແລະ ຖ່ວງດຶງເອກະສານການຢັ້ງຢືນ;

6.   ມີ ພຶດຕິ ກໍາອື່ນທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.

ມາດຕາ 24. ຂໍ້ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິ ກໍາດັ່ງນີ້:

1.    ສວຍ ໃຊ້ ການ ເຄື່ອນ ໄຫວ ວຽກ ງານ ໃນການ ປະຕິບັດ ໜ້າ ທີ່ກວດກາ ເພື່ອສ້າງອຸປະສັກກີດຂວາງ ແລະ ແຊກແຊງການເຮັດວຽກຂອງພະນັກງານທີ່ຮັບຜິດຊອບການກວດກາ;

2.    ໂຄສະນາ, ສົ່ງ ເສີມໝໍ້ນັບ ໄຟຟ້າ ທີ່ ບໍ່ ໄດ້ ຄຸນ ນະພາ ບ;

3.    ສ້າງ ມົນລະ ພິດ ຕໍ່ ສະພາບແວດ ລ້ອມ ແລະ ສັງຄົມ;

4.    ຊ່ວຍ ເຫຼືອ ປົກ ປ້ອງ ຜູ້ ລະ ເມີດ ຂໍ້ ຕົກລົງ ສະບັບ ນີ້;

5.    ປິດບັງ ເຊື່ອງ ອໍາ ການ ກະທໍາ ທີ່ ເປັນການລະ ເມີດ ລະບຽບ ກົດໝາຍ ;

6.    ມີ ພຶດຕິ ກໍາ ອື່ນ ທີ່ ຜິດ ກັບ ລະບຽບ ກົດໝາຍ.

ໝວດ 7

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 25. ນະໂຍບາຍຕໍ່ຜູ້ມີຜົນງານ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຮ່ວມມື, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງການວັດແທກ ຫຼື ຂໍ້

ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ  ຫຼື  ໄດ້ຮັບການປະຕິບັດນະໂຍບາຍອື່ນຕາມລະບຽບກົດໝາຍ.

ມາດຕາ 26. ມາດຕະການຕໍ່ລັດຖະກອນທີ່ກະທໍາ ຜິດ ຕໍ່ໜ້າ ທີ ຮັບຜິດຊອບ

      ລັດຖະກອນທີ່ກົດໜ່ວງ ຫຼື ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດວິໃນເຊັ່ນ: ສຶກສາອົບຮົມ,  ຍົກຍ້າຍໜ້າທີ່,  ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະກອນ,  ນອກຈາກນີ້ຍັງຈະໄດ້ປະຕິບັດມາດຕະການຕ່າງໆທີ່ ໄດ້ ລະບຸໃນໝວດ ທີ 8 ຂອງ ກົດໝາຍ ອາຍາ ຕາມ ແຕ່ ລະ ກໍລະນີ ແລະ ຕາມລະບຽບກົດໝາຍອື່ນໆທີ່ ກ່ຽວຂ້ອງ. 

ມາດຕາ 27. ມາດ ຕະການຕໍ່ຜູ້ລະເມີດອື່ນໆ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ, ປະຕິບັດວິໃນ, ໃຊ້ ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກຕາມລະບຽບກົດໝາຍ.

ໝວດທີ 8

ບົດບັນຍັດສຸດທ້າຍ

ມາດຕາ 28. ການຈັດຕັ້ງປະຕິບັດ

     ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມອບໃຫ້ກົມມາດຕະຖານ ແລະ ວັດແທກ ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຕາມ ພາລະບົດບາດຂອງຕົນ.

ມາດຕາ 29. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບ ແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງ ໄດ້ ລົງ ຈົດໝາຍ ເຫດ ທາງ ລັດຖະການ ສິບ ຫ້າ ວັນ. ທຸກລະບຽບການທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກ ເລີກ.

ລັດຖະມົນຕີ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Management of Electric Counters in Lao PDR No. 1014/MOST, dated 26 September 2016 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ໝໍ້ນັບໄຟຟ້ານຳເຂົ້າຕ້ອງໄດ້ຮັບການຢັ້ງຢືນ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໝໍ້ນັບໄຟຟ້ານໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 9999-12-31 ALL
2 ໝໍ້ນັບໄຟຟ້າທີ່ນຳເຂົ້າຕ້ອງໄດ້ຈົດທະບຽນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ໝໍ້ນັບໄຟຟ້ານໍາເຂົ້າ ຕ້ອງໄດ້ຮັບການຈົດທະບຽນກັບກົມມາດຕະຖານ ແລະ ວັດແທກ, ກະຊວງ ອຄ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 9999-12-31 ALL
3 ຮຽກຮ້ອງໃຫ້ມີໃບຢັ້ງຢືນການນໍາເຂົ້າໝໍ້ນັບໄຟຟ້າຈາກປະເທດຕົ້ນທາງ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າໝໍ້ນັບໄຟຟ້າຕ້ອງໄດ້ຮັບການຢັ້ງຢືນຈາກປະເທດຕົ້ນທາງ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 9999-12-31 ALL
4 ຮຽກຮ້ອງໃຫ້ມີການກວດກາໝໍ້ນັບໄຟຟ້ານໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າໝໍ້ນັບໄຟຟ້າ ຕ້ອງໄດ້ຮັບການກວດກາຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 9999-12-31 ALL
5 ຮຽກຮ້ອງໃຫ້ມີການຕິດສະຫຼາກໝໍ້ນັບໄຟນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າໝໍ້ນັບໄຟ ຕ້ອງໄດ້ຮັບການຕິດສະຫຼາກ ຕາມທີ່ກົມມາດຕະຖານ ແລະ ວັດແທກ ໄດ້ກໍານົດໄວ້ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໝໍ້ນັບໄຟຟ້າ ຢູ່ ສປປ ລາວ ສະບັບເລກທີ 1014/ກວຕ, ລົງວັນທີ 26 ກັນຍາ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.